Khamsub.la

ຂະແໜງພາສາລາວ-ວັນນະຄະດີ

Estimated reading: 0 minutes 44 views
ຄວາມໝາຍການອ່ານຕີຄວາມໝາຍ ແມ່ນຫຍັງ?
ຄວາມໝາຍການອ່ານຕີຄວາມໝາຍ ແມ່ນຫຍັງ?

ການອ່ານຕີຄວາມ ໝາຍເຖິງການອ່ານ ແລະ ການພິຈາລະນາຄວາມໝາຍກົງ ແລະ ຄວາມໝາຍອ້ອມທີ່ປາກົດຢູ່ໃນເນື້ອໃນຕ່າງໆ ແລ້ວສາມາດອະທິບາຍຄວາມໝາຍ ແລະ

ຄວາມໝາຍຂອງການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ແມ່ນຫຍັງ?
ຄວາມໝາຍຂອງການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ແມ່ນຫຍັງ?

ການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ໝາຍເຖິງການອ່ານໂດຍໃຊ້ຄວາມຮູ້ ຫຼື ປະສົບການຂອງຕົນມາປຽບທຽບຊັ່ງຊາ ແລະ ເລືອກຕັດສິນໃຈວ່າ: ຄວາມຮູ້ ຫຼື

ຄວາມໝາຍຂອງບົດອະທິບາຍ ແມ່ນຫຍັງ?
ຄວາມໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍແມ່ນບົດແຕ່ງປະເພດໜຶ່ງເຊິ່ງໃຊ້ທິດສະດີ ແລະ ຕົວຈິງມາອະທິບາຍ ຫຼື ຊີ້ແຈງດ້ວຍເຫດຜົນກ່ຽວກັບບັນຫາໃດໜຶ່ງ ເພື່ອໃຫ້ຜູ້ອ່ານຜູ້ຟັງເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ບັນຫານັ້ນ

ລະດັບຄາດໝາຍຂອງບົດອະທິບາຍ ແມ່ນຫຍັງ?
ລະດັບຄາດໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍປະເພດໃດກໍຕາມຈະຕ້ອງປະກອບດ້ວຍ 3 ພາກສ່ວນຄື: ຕັ້ງບັນຫາ, ແກ້ ໄຂບັນຫາ ແລະ ສະຫຼຸບບັນຫາ.

ຄວາມໝາຍຂອງບົດພິສູດ ແມ່ນຫຍັງ?
ຄວາມໝາຍຂອງບົດພິສູດ ແມ່ນຫຍັງ?

ບົດພິສູດ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ຫຼັກຖານຕົວຈິງມາອ້າງອີງ ແລະ ຢັ້ງຢືນ ລັກສະນະຕົວຈິງຂອງບັນຫາຕ່າງໆທີ່ຍົກຂຶ້ນມາພິສູດ. ການພິສູດບັນຫາ ແມ່ນເຮັດໃຫ້ປັນຫາ

ຄວາມໝາຍຂອງບົດວິຈານ ແມ່ນຫຍັງ?
ຄວາມໝາຍຂອງບົດວິຈານ ແມ່ນຫຍັງ?

ບົດວິຈານ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງອີງໃສ່ຄວາມຮູ້, ຄວາມຄິດ ແລະ ທັດສະນະ ຫຼັກໝັ້ນຂອງຜູ້ຂຽນເພື່ອສັງເກດເບິ່ງບັນຫານັ້ນວ່າຖືກ ຫຼື

ຄວາມໝາຍຂອງບົດລະຄອນ ແມ່ນຫຍັງ?
ຄວາມໝາຍຂອງບົດລະຄອນ ແມ່ນຫຍັງ?

ບົດລະຄອນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງທີ່ຂຽນຂຶ້ນເພື່ອສະແດງ ຫຼື ອ່ານ ເຊິ່ງມີເນື້ອໃນໃຫ້ທັງຄວາມຄິດ ແລະ ຄວາມບັນເທີງ. ອ້າງອີງ: ຈາກປື້ມແບບຮຽນ

ຄວາມໝາຍຂອງເລື່ອງສັນ ແມ່ນຫຍັງ?
ຄວາມໝາຍຂອງເລື່ອງສັນ ແມ່ນຫຍັງ?

ເລື່ອງສັ້ນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງ ທີ່ມີຂະໜາດຂັ້ນ, ຕົວລະຄອນບໍ່ຫຼາຍ. ເລື່ອງສັ້ນ ເປັນເລື່ອງທີ່ເກີດຈາກຈິນຕະນາການ ໂດຍຜູ້ແຕ່ງຄິດຝັນໄປຕາມມະໂນພາບວ່າ ຈະໃຫ້ຕົວລະຄອນຂອງຕົນເຮັດຫຍັງ

ລັກສະນະຂອງເລື່ອງສັ້ນ ແມ່ນຫຍັງ?
ລັກສະນະຂອງເລື່ອງສັ້ນ ແມ່ນຫຍັງ?

ລັກສະນະຂອງເລື່ອງສັ້ນ ຕາມຫຼັກສາກົນແລ້ວ ຈະມີຄວາມຍາວຢູ່ລະຫວ່າງ 1.000 ຄໍາເຖິງ 10.000 ຄໍາ ຫຼື

ຄວາມໝາຍຂອງນິທານ ແມ່ນຫຍັງ?
ຄວາມໝາຍຂອງນິທານ ແມ່ນຫຍັງ?

ນິທານ ແມ່ນບົດເລື່ອງທີ່ເກົ່າແກ່ ເຊິ່ງປະກອບດ້ວຍເຫດການ, ມີເນື້ອເລື່ອງ ແລະ ຈຸດ ຈົບຂອງເລື່ອງ, ນິທານເກີດຂຶ້ນດ້ວຍຄວາມສໍານຶກທີ່ມີການປະດິດສ້າງ

ຄວາມໝາຍຂອງນະວະນິຍາຍ ແມ່ນຫຍັງ?
ຄວາມໝາຍຂອງນະວະນິຍາຍ ແມ່ນຫຍັງ?

ນະວະນິຍາຍ ແມ່ນການຂຽນແບບຮ້ອຍແກ້ວປະເພດບັນເທີງຄະດີຊະນິດໜຶ່ງ ເປັນເລື່ອງ ເລົ່າທີ່ສົມມຸດຂື້ນ ແຕ່ເປັນການສົມມຸດທີ່ມີຄວາມສົມຈິງທັງສະພາບເຫດການພຶດຕິກຳຂອງຕົວ ລະຄອນ ໂດຍໃຊ້ຮູບແບບວິທີການແຕ່ງທີ່ສອດແຊກອາລົມ ອັນພາໃຫ້ເກີດຄວາມສະເທືອນໃຈ

ລັກສະນະທົ່ວໄປຂອງນະວະນິຍາຍ ແມ່ນຫຍັງ?
ລັກສະນະທົ່ວໄປຂອງນະວະນິຍາຍ ແມ່ນຫຍັງ?

ລັກສະນະຈະແຕ່ງດ້ວຍຄໍາຮ້ອຍແກ້ວ ເນື້ອເລື່ອງອາດເປັນເຫດຈິງໃນຍຸກນັ້ນໆ ແລະ ເປັນເລື່ອງທີ່ ປະດິດຄິດແຕ່ງຕາມຈິນຕະນາການ. ຈຸດມຸ່ງໝາຍໃນການແຕ່ງ ແມ່ນເລັ່ງໃສ່ຄວາມບັນເທີງເປັນຫຼັກ ສອດແຊກຄວາມຮູ້ຄວາມ

ອົງປະກອບຂອງນະວະນິຍາຍ ມີຫຍັງແນ່?
ອົງປະກອບຂອງນະວະນິຍາຍ ມີຫຍັງແນ່?

ອົງປະກອບຂອງນະວະນິຍາຍ: ເນື້ອເລື່ອງ ແລະ ສາລະ ໂຄງເລື່ອງ ແລະ ເນື້ອເລື່ອງ ວິທີການແຕ່ງ

ຈະລິຍະທໍາໃນການເວົ້າ ແມ່ນຫຍັງ?
ຈະລິຍະທໍາໃນການເວົ້າ ແມ່ນຫຍັງ?

ຈະລິຍະທຳ ໝາຍເຖິງຄວາມປະພຶດ ຫຼື ກິລິຍາທີ່ຄວນປະພຶດໃນໝູ່ຄະນະ, ຈະລິຍະທຳ ໃນການເວົ້າຈຶ່ງໝາຍເຖິງການປະພຶດ ຫຼື ກິລິຍາຂອງຜູ້ເວົ້າທີ່ຕ້ອງປະພຶດ

ຄຸນນະທໍາໃນການເວົ້າ ແມ່ນຫຍັງ?
ຄຸນນະທໍາໃນການເວົ້າ ແມ່ນຫຍັງ?

ຄຸນນະທໍາໃນການເວົ້າ ໝາຍເຖິງສະພາບຄຸນງາມ, ຄວາມດີຂອງການເວົ້າ ໄດ້ແກ່ການ ເວົ້າໃຫ້ຖືກກາລະເທສະ, ເວົ້າຄໍາສັດຈິງ, ເວົ້າອ່ອນຫວານ, ເວົ້າມີປະໂຫຍດ

ການມີຄຸນນະທໍາໃນການເວົ້າ ຊ່ວຍຫຍັງແນ່?
ການມີຄຸນນະທໍາໃນການເວົ້າ ຊ່ວຍຫຍັງແນ່?

ການມີຄຸນນະທໍາໃນການເວົ້າ ຊ່ວຍໃຫ້ບຸກຄົນມີຄວາມເຂົ້າໃຈດີຕໍ່ກັນ ແລະ ກັນ, ສາມາດ ຊ່ວຍໃຫ້ດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງເປັນສຸກດ້ວຍໄມຕີຈິດມິດຕະພາບ ກໍ່ໃຫ້ເກີດປະໂຫຍດ ທັງສ່ວນຕົວ

ມາລະຍາດໃນການເວົ້າ ແມ່ນຫຍັງ?
ມາລະຍາດໃນການເວົ້າ ແມ່ນຫຍັງ?

ມາລະຍາດຂອງການເວົ້າ ໝາຍເຖິງຜູ້ເວົ້າທີ່ມີກິລິຍາວາຈາສຸພາບຮຽບຮ້ອຍ, ທ່າທາງ ສະຫງ່າຜ່າເຜີຍ, ອ່ອນໂຍນ, ໃບໜ້າຍິ້ມແຍ້ມແຈ່ມໃສ. ບໍ່ໃຊ້ທ່າທາງປະກອບການເວົ້າຫຼາຍ ຈົນເກີນໄປ. ອ້າງອີງ:

ອົງປະກອບຂອງການເວົ້າ ແມ່ນຫຍັງ?
ອົງປະກອບຂອງການເວົ້າ ແມ່ນຫຍັງ?

ອົງປະກອບຂອງການເວົ້າ ຈະມີ ຜູ້ເວົ້າ, ຜູ້ຟັງ, ໂອກາດ, ເນື້ອໃນ. ອ້າງອີງ: ຈາກປື້ມແບບຮຽນ

ການກຽມເລື່ອງທີ່ຈະເວົ້າ ແມ່ນຫຍັງ?
ການກຽມເລື່ອງທີ່ຈະເວົ້າ ແມ່ນຫຍັງ?

ການກຽມເລື່ອງເຮັດໄດ້ຈາກການຄິດຈາກປະສົບການທີ່ສະສົມ ແລະ ການຄົ້ນຄວ້າຫາ ຂໍ້ມູນມາເພີ່ມຕື່ມແລ້ວນໍາມາວາງໂຄງເລື່ອງໃຫ້ເປັນໄປຕາມລໍາດັບ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ການເວົ້າທີ່ດີ  ແມ່ນຫຍັງ?
ການເວົ້າທີ່ດີ ແມ່ນຫຍັງ?

ນອກຈາກຈະໃຫ້ຜູ້ຟັງເຂົ້າໃຈເນື້ອໃນຕ່າງໆທີ່ຜູ້ເວົ້ານໍາສະເໜີແລ້ວ ຍັງຕ້ອງ ເຮັດໃຫ້ຜູ້ຟັງເກີດຄວາມສົນໃຈ ແລະ ຮູ້ສຶກປະທັບໃຈໃນຕົວຜູ້ເວົ້າອີກດ້ວຍ. ດັ່ງນັ້ນ, ຜູ້ເວົ້າທີ່ດີ ຈະຕ້ອງຮູ້ສຶກສາວິທີການເວົ້າ

ບຸກຄະລິກກະພາບຂອງຜູ້ເວົ້າ ແມ່ນຫຍັງ?
ບຸກຄະລິກກະພາບຂອງຜູ້ເວົ້າ ແມ່ນຫຍັງ?

ການວາງຕົວ ການສະແດງທ່າທາງໃນການເວົ້າ ເປັນສິ່ງທີ່ສໍາຄັນຫຼາຍ ເພາະຈະຊ່ວຍ ໃຫ້ການສື່ຄວາມໝາຍລະຫວ່າງຜູ້ເວົ້າ ແລະ ຜູ້ຟັງໃຫ້ດີຂຶ້ນ. ການເວົ້າເມື່ອມີການສະແດງອາລົມ

ການສ້າງຄວາມເຊື່ອໝັ້ນຕົນເອງໃນການເວົ້າ ແມ່ນຫຍັງ?
ການສ້າງຄວາມເຊື່ອໝັ້ນຕົນເອງໃນການເວົ້າ ແມ່ນຫຍັງ?

ການເວົ້າທີ່ດີ ຜູ້ເວົ້າຈະຕ້ອງມີຄວາມເຊື່ອໝັ້ນຕົນເອງ ຢູ່ໃນລະດັບທີ່ດີເພາະຄວາມເຊື່ອ ໝັ້ນຕົນເອງຈະຊ່ວຍໃຫ້ຜູ້ເວົ້າດໍາເນີນການເວົ້າໄດ້ດີ ແລະ ຖ້າຜູ້ເວົ້າຫາກຂາດຄວາມເຊື່ອໝັ້ນ ແລ້ວ ອາດເວົ້າໄດ້ວ່າການເວົ້າໃຫ້ມີສິລະປະນັ້ນຍ່ອມເປັນໄປໄດ້ຍາກ.

ຄວາມໝາຍຂອງການສໍາພາດ ແມ່ນຫຍັງ?
ຄວາມໝາຍຂອງການສໍາພາດ ແມ່ນຫຍັງ?

ການສໍາພາດຄື ການທີ່ຜູ້ສໍາພາດ ແລະ ຜູ້ໃຫ້ສໍາພາດສົນທະນາກັນ ໂດຍມີວັດຖຸປະສົງ ທີ່ແນ່ນອນ. ອ້າງອີງ: ຈາກປື້ມແບບຮຽນ

ຮູບແບບຂອງການສຳພາດ ມີຫຍັງແດ່?
ຮູບແບບຂອງການສຳພາດ ມີຫຍັງແດ່?

1. ແບບບໍ່ມີພິທີການ 2. ແບບເປັນພິທີການ ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ຄຸນສົມບັດຂອງຜູ້ໃຫ້ສໍາພາດ ມີຫຍັງແດ່?
ຄຸນສົມບັດຂອງຜູ້ໃຫ້ສໍາພາດ ມີຫຍັງແດ່?

1) ມີຄວາມຮູ້ດີໃນເລື່ອງທີ່ຈະໃຫ້ສໍາພາດ. 2) ຖືກຕາມເວລາ. 3) ມີທ່າທີກະຕືລືລົ້ນ. 4) ບໍ່ສະແດງທ່າທີເບື່ອໜ່າຍ.

ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?
ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?

ຄໍາຮ້ອຍແກ້ວ ແມ່ນຄໍາປະພັນທີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍ່ມີການບັງຄັບວ່າຕ້ອງມີການສໍາ ຜັດແຕ່ຢ່າງໃດເຊັ່ນ: ບົດຂ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ,

ຄຸນສົມບັດຂອງຜູ້ສໍາພາດ ມີຫຍັງແດ່?
ຄຸນສົມບັດຂອງຜູ້ສໍາພາດ ມີຫຍັງແດ່?

1) ມີຈຸດປະສົງຊັດເຈນ ກຽມຄໍາຖາມໃຫ້ຖືກຕາມຈຸດປະສົງ. 2) ມີມະນຸດສຳພັນດີ. 3) ມີບຸກຄະລິກກະພາບດີ ທັງການແຕ່ງກາຍ

ການກຽມຕົວສໍາພາດ ມີຫຍັງແດ່?
ການກຽມຕົວສໍາພາດ ມີຫຍັງແດ່?

1) ນັດໝາຍໄວ້ລ່ວງໜ້າ ໂດຍແຈ້ງເລື່ອງ ວັນ ເວລາ. 2) ກຽມຫົວຂໍ້ເລື່ອງທີ່ຈະສໍາພາດຕາມລໍາດັບຈາກງ່າຍໄປຫາຍາກ. 3)

ການສໍາພາດເພື່ອສະໝັກເຂົ້າເຮັດວຽກ ເພື່ອກຽມຕົວຕ້ອງເຮັດແນວໃດ?
ການສໍາພາດເພື່ອສະໝັກເຂົ້າເຮັດວຽກ ເພື່ອກຽມຕົວຕ້ອງເຮັດແນວໃດ?

1) ສຶກສາເລື່ອງຂອງບໍລິສັດ, ອົງການ ຫຼື ໜ່ວຍງານທີ່ສະໝັກ ຕະຫຼອດເຖິງໜ້າວຽກ ແລະ ຕຳແໜ່ງທີ່ສະໝັກ.

ຜູ້ສໍາພາດເພື່ອສະໝັກເຂົ້າເຮັດວຽກ ຕ້ອງກຽມຫຍັງແດ່?
ຜູ້ສໍາພາດເພື່ອສະໝັກເຂົ້າເຮັດວຽກ ຕ້ອງກຽມຫຍັງແດ່?

1) ຈັດຫ້ອງສໍາພາດທີ່ບໍ່ມີສິ່ງລົບກວນ ສະບາຍ ແລະ ສະຫງົບ. 2) ມີມະນຸດສຳພັນດີ, ມີທ່າທີເປັນມິດ.

ຄໍາທີ່ບອກຄວາມໝາຍໄດ້ໂດຍກົງ ແມ່ນຫຍັງ?
ຄໍາທີ່ບອກຄວາມໝາຍໄດ້ໂດຍກົງ ແມ່ນຫຍັງ?

ແມ່ນຄໍາທີ່ເປັນຊື່ຂອງສິ່ງຂອງໃດໜຶ່ງ ເຊິ່ງເຫັນໄດ້ ສຳຜັດໄດ້ ແລະ ການເຄື່ອນໄຫວທີ່ ປະຕິບັດໃຫ້ເຫັນໄດ້ ຮູ້ໄດ້ໂດຍກົງເຊັ່ນ: ງົວ,

ຄວາມໝາຍຂອງການແປງອັກສອນ ແມ່ນຫຍັງ?
ຄວາມໝາຍຂອງການແປງອັກສອນ ແມ່ນຫຍັງ?

ການແປງອັກສອນ ແມ່ນການແປງຄໍາຈາກພາສາປາລີ-ສັນສະກິດ ແລະ ພາສາອື່ນມາເປັນ ພາສາລາວ. ພາສາປາລີ-ສັນສະກິດ ເປັນພາສາທີ່ໃຊ້ຄໍາຫຼາຍພະຍາງ ແລະ

ການຮັບຄໍາຈາກພາສາອື່ນ ແມ່ນຫຍັງ?
ການຮັບຄໍາຈາກພາສາອື່ນ ແມ່ນຫຍັງ?

ການນໍາເອົາຄໍາຈາກພາສາອື່ນມາປະກອບເຂົ້າເປັນຄໍາຂອງພາສາລາວ ແມ່ນວິທີໜຶ່ງທີ່ ເຮັດໃຫ້ຄໍາໃນພາສາລາວມີຈໍານວນຫຼາຍ ເພື່ອໃຫ້ພໍກັບຄວາມຕ້ອງການໃຊ້ ເປັນການພູນຄັງ ຄໍາໃຫ້ອຸດົມສົມບູນຂຶ້ນ. ອ້າງອີງ: ຈາກປື້ມແບບຮຽນ

ຄວາມໝາຍຂອງຄໍາເຄົ້າ ແມ່ນຫຍັງ?
ຄວາມໝາຍຂອງຄໍາເຄົ້າ ແມ່ນຫຍັງ?

ຄໍາເຄົ້າ ແມ່ນຄໍາຕົ້ນຕໍ ຫຼື ຄໍາທີ່ມີຄວາມໝາຍໃນຕົວຂອງມັນມາແຕ່ຕັ້ງເດີມທີ່ຍັງບໍ່ທັນ ໄດ້ປະສົມກັບຄໍາອື່ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ຄວາມໝາຍຂອງຄໍາປະສົມ ແມ່ນຫຍັງ?
ຄວາມໝາຍຂອງຄໍາປະສົມ ແມ່ນຫຍັງ?

ຄໍາປະສົມ ແມ່ນຄໍາທີ່ໄດ້ມາຈາກການເອົາຄໍາຫຼາຍຄໍາໂຮມເຂົ້າກັນ ເພື່ອສ້າງເປັນຄໍາໃໝ່ ການສ້າງຄໍາປະສົມນີ້ມີຫຼາຍວິທີຄື: ການປະສົມລະຫວ່າງຄໍາເຄົ້າດ້ວຍກັນ ເຊິ່ງຄໍາໃໝ່ທີ່ປະສົມ ນັ້ນແມ່ນມີແຕ່ສອງພະຍາງເຊັ່ນ: ຫ້ອງຮຽນ,

ຄໍາສະໝາດ ແມ່ນຫຍັງ?
ຄໍາສະໝາດ ແມ່ນຫຍັງ?

ຄໍາສະໝາດ ແມ່ນການເອົາຄໍາເຄົ້າທີ່ມາຈາກພາສາປາລີ-ສັນສະກິດ ຕັ້ງແຕ່ສອງຄໍາຂຶ້ນໄປຕໍ່ກັນເປັນຄໍາດຽວ ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ

ຄໍາສົນທິແມ່ນຫຍັງ?
ຄໍາສົນທິແມ່ນຫຍັງ?

ຄໍາວ່າ “ສົນທິ” ແປວ່າ ຕໍ່ ຫຼື ເຊື່ອມ. ໝາຍຄວາມວ່າວິທີເຊື່ອມຄໍາຫຼາຍຄໍາໃຫ້ຕໍ່ເນື່ອງ ກັນໂດຍວິທີຕັດອັກສອນສັ້ນເຂົ້າ

ກາລະປັດຈຸບັນ ແມ່ນຫຍັງ?
ກາລະປັດຈຸບັນ ແມ່ນຫຍັງ?

ກາລະປັດຈຸບັນ ແມ່ນໝາຍເອົາເວລາດຽວນີ້, ໃນຂະນະນີ້ຄືເວລາທີ່ຍັງບໍ່ທັນຜ່ານພົ້ນໄປ ຫຼື ຍັງບໍ່ທັນສິ້ນສຸດເທື່ອ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ກາລະປັດຈຸບັນແທ້ ແມ່ນຫຍັງ?
ກາລະປັດຈຸບັນແທ້ ແມ່ນຫຍັງ?

ກາລະປັດຈຸບັນແທ້ ແມ່ນໝາຍເອົາເວລາທີ່ພວມກະທໍາຢູ່ ຫຼື ຍັງດໍາເນີນຢູ່ ເຊິ່ງໃຊ້ຄໍາ ວ່າ: “ພວມ, ກຳລັງ,

ກາລະປັດຈຸບັນໃກ້ອະດີດ ແມ່ນຫຍັງ?
ກາລະປັດຈຸບັນໃກ້ອະດີດ ແມ່ນຫຍັງ?

ກາລະປັດຈຸບັນໃກ້ອະດີດ ແມ່ນໝາຍເອົາເວລານີ້ ຫຼື ໃນຂະນະນີ້ເຊິ່ງໄດ້ລົງມືກະທໍາໄປ ແລ້ວ ແຕ່ຍັງບໍ່ທັນສຳເລັດເທື່ອ ໂດຍມີຄໍາວ່າ “ແລ້ວ”

ກາລະປັດຈຸບັນໃກ້ອະນາຄົດ ແມ່ນຫຍັງ?
ກາລະປັດຈຸບັນໃກ້ອະນາຄົດ ແມ່ນຫຍັງ?

ກາລະປັດຈຸບັນໃກ້ອະນາຄົດແມ່ນໝາຍເອົາເວລາໃກ້ຊິມາຮອດ ຫຼື ມາເຖິງເຊິ່ງພວມລົງ ມື້ເຮັດ ຫຼື ກະທໍາ ໂດຍມີຄໍາບອກເວລາກາລະອະນາຄົດຄື: “ຈະ,

ກາລະອະດີດ ແມ່ນຫຍັງ?
ກາລະອະດີດ ແມ່ນຫຍັງ?

ກາລະອະດີດ ແມ່ນໝາຍເອົາເວລາທີ່ລ່ວງກາຍ ຫຼື ຜ່ານພົ້ນໄປແລ້ວ; ສະແດງວ່າ ເຫດການ ຫຼື ການກະທຳນັ້ນໄດ້ສິ້ນສຸດແລ້ວ,

ກາລະອະນາຄົດ ແມ່ນຫຍັງ?
ກາລະອະນາຄົດ ແມ່ນຫຍັງ?

ກາລະອະນາຄົດ ແມ່ນໝາຍເອົາເວລາທີ່ຍັງບໍ່ທັນມາຮອດ ຫຼື ມາເຖິງ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ກາລະບໍ່ມີກຳນົດ ແມ່ນຫຍັງ?
ກາລະບໍ່ມີກຳນົດ ແມ່ນຫຍັງ?

ກາລະບໍ່ມີກຳນົດ ແມ່ນໝາຍເອົາເວລາທີ່ບໍ່ມີກຳນົດແນ່ນອນ ພຽງແຕ່ບອກເວລາລອຍໆຄື ການກະທໍາ ຫຼື ການເຄື່ອນໄຫວແບບລອຍໆເທົ່ານັ້ນ. ຄໍກຳມະທັງຫຼາຍທີ່ຖືກນໍາມາແຕ່ງໃນ ປະໂຫຍກແແລ້ວແຕ່ບໍ່ມີຄໍາບອກກາລະປັດຈຸບັນ,

ຄວາມໝາຍຂອງຄໍາລາຊາສັບ ແມ່ນຫຍັງ?
ຄວາມໝາຍຂອງຄໍາລາຊາສັບ ແມ່ນຫຍັງ?

ລາຊາສັບ ແປຕາມສັບວ່າ ສັບ ຫຼື ຖ້ອຍຄໍາສໍານວນສໍາລັບພະລາຊາ ຫຼື ສັບທີ່ໃຊ້ສະເພາະ ຢູ່ໃນພະລາຊະວັງ

ສັນທະລັກສະນະແມ່ນຫຍັງ?
ສັນທະລັກສະນະແມ່ນຫຍັງ?

ສັນທະລັກສະນະແມ່ນຫຼັກການແຕ່ງກາບ, ກອນ ໂຄງ ແລະ ສານ ຄໍາວ່າ “ສັນທະ” ແປວ່າ

ພາກສ່ວນຕ່າງໆຂອງກາບກອນ ມີຫຍັງແນ່?
ພາກສ່ວນຕ່າງໆຂອງກາບກອນ ມີຫຍັງແນ່?

ພາກສ່ວນຕ່າງໆຂອງກາບກອນລວມມີ: ຄໍາ, ຕອນ, ວັກ, ເຟື້ອງ, ບາດ, ບົດ. ນອກຈາກນີ້

ຄວາມສໍາຄັນຂອງການອ່ານ ແມ່ນຫຍັງ?
ຄວາມສໍາຄັນຂອງການອ່ານ ແມ່ນຫຍັງ?

ກິດຈະກຳການອ່ານມີຄວາມຈໍາເປັນຢ່າງຍິ່ງສໍາລັບນັກຮຽນ-ນັກສຶກສາ ເຊິ່ງຈະຕ້ອງເຮັດ ຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເພາະຄວາມສາມາດໃນການອ່ານຈະມີຜົນກະທົບໂດຍກົງຕໍ່ ປະສິດທິພາບໃນການຮຽນຂອງນັກຮຽນ. ດັ່ງນັ້ນ,

ລະດັບຂອງພາສາ ແມ່ນຫຍັງ?
ລະດັບຂອງພາສາ ແມ່ນຫຍັງ?

ລະດັບຂອງພາສາທີ່ຕ້ອງໃຊ້ໃຫ້ເໝາະສົມກັບກາລະ, ເທສະ, ບຸກຄົນ, ສະຖານະການ ແລະ ປະເພດຂອງບົດ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ພາສາທາງການ ຫຼື ພາສາແບບແຜນ ແມ່ນຫຍັງ?
ພາສາທາງການ ຫຼື ພາສາແບບແຜນ ແມ່ນຫຍັງ?

ໃຊ້ຂຽນຫຼາຍກວ່າໃຊ້ເວົ້າ ເປັນພາສາທີ່ຖືກຕ້ອງສົມບູນດີເຊັ່ນ: ການກ່າວລາຍງານ, ການກ່າວປະກາດກຽດຕິຄຸນ, ປາຖະກະຖາ, ໃຫ້ຄຳໂອວາດ, ຄໍາປາໄສ, ການກ່າວແນະ

ພາສາເຄິ່ງທາງການ ຫຼື ເຄິ່ງແບບແຜນ ແມ່ນຫຍັງ?
ພາສາເຄິ່ງທາງການ ຫຼື ເຄິ່ງແບບແຜນ ແມ່ນຫຍັງ?

ສາມາດໃຊ້ໄດ້ທັງເວົ້າ ແລະ ຂຽນ ບໍ່ເຄັ່ງຄັດທາງດ້ານຫຼັກການຫຼາຍ ແຕ່ມີຄວາມສຸ ພາບຫຼາຍກວ່າພາສາປາກເຊັ່ນ: ຈົດໝາຍທຸລະກິດ, ອົງການ,

ພາສາເວົ້າ ຫຼື ພາສາສົນທະນາ ແມ່ນຫຍັງ?
ພາສາເວົ້າ ຫຼື ພາສາສົນທະນາ ແມ່ນຫຍັງ?

ເປັນພາສາທີ່ໃຊ້ເວົ້າຫຼາຍກວ່າໃຊ້ຂຽນ ມີສິລະປະໃຊ້ສະເພາະ ໂດຍບໍ່ເຄັ່ງຄັດຕໍ່ເນື້ອ ໃນຫຼາຍເຊັ່ນ: ພາສາສົນທະນາທົ່ວໄປ, ຈົດໝາຍສ່ວນຕົວ, ພາສາທ້ອງຖິ່ນ, ພາສາໃນນະວະນິຍາຍ,

ຄວາມໝາຍຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?
ຄວາມໝາຍຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?

ການສື່ສານດ້ວຍການຂຽນ ແມ່ນການໃຊ້ສັນຍະລັກທາງຕົວອັກສອນບັນທຶກຄວາມນຶກ ຄິດແລ້ວສື່ໄປຍັງຜູ້ອື່ນ ໃຫ້ຮັບເອົາສັນຍະລັກທາງຕົວອັກສອນນັ້ນ ແລ້ວນໍາມາແປເປັນຄວາມໝາຍໃຫ້ເຂົ້າໃຈ. ສະນັ້ນ, ການສື່ສານດ້ວຍການຂຽນຈະສໍາເລັດຜົນໄດ້ຢ່າງດີກໍຕໍ່ເມື່ອຜູ້ຂຽນ ມີຄວາມຮູ້

ຄວາມສໍາຄັນຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?
ຄວາມສໍາຄັນຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?

ການຂຽນເພື່ອການສື່ສານ ໄດ້ມີຄວາມສໍາຄັນຕໍ່ການພົວພັນກັນດ້ວຍລາຍລັກອັກສອນ ເຖິງວ່າສະໄໝນີ້ ເຕັກໂນໂລຊີໄດ້ມີຄວາມກ້າວໜ້າພຽງໃດ ແຕ່ການຂຽນກໍຍັງມີຄວາມສໍາຄັນ ເຊັ່ນວ່າ ການປັບສານຜ່ານເຄື່ອງແຟັກ, ສົ່ງສານຜ່ານອິນເຕີເນັດ

ຈຸດມຸ່ງໝາຍຂອງການຂຽນ ແມ່ນຫຍັງ?
ຈຸດມຸ່ງໝາຍຂອງການຂຽນ ແມ່ນຫຍັງ?

ການຂຽນເປັນການບັນທຶກການສື່ຄວາມຮູ້, ຄວາມເຂົ້າໃຈ, ຈິນຕະນາການ, ອາລົມ ແລະ ຄວາມຄິດເພື່ອໃຫ້ຜູ້ອື່ນຮູ້ນໍາການຂຽນອາດຈະເພື່ອໜຶ່ງ ຫຼື ຫຼາຍກວ່າໜຶ່ງຈຸດມຸ່ງໝາຍ.

ການຂຽນເພື່ອເລົ່າເລື່ອງ ແມ່ນຫຍັງ?
ການຂຽນເພື່ອເລົ່າເລື່ອງ ແມ່ນຫຍັງ?

ແມ່ນການກຳນົດເຫດການເປັນລໍາດັບຕາມທີ່ເປັນມາ ແລ້ວນໍາຂຽນຄືນ ເຊິ່ງຜູ້ຂຽນພຽງ ແຕ່ໃຊ້ວິທີຖ່າຍທອດດ້ວຍການຂຽນເຮັດໃຫ້ເຫັນພາບ, ເຫດການທີ່ເກີດຂຶ້ນນັ້ນເປັນໜ້າສົນໃຈ ແລະ ເຂົ້າໃຈ, ຜູ້ຂຽນຕ້ອງຄໍານຶງໃນການໃຊ້ພາສາໃຫ້ຮັດກຸມຈະແຈ້ງ,

ການຂຽນເພື່ອອະທິບາຍ ແມ່ນຫຍັງ?
ການຂຽນເພື່ອອະທິບາຍ ແມ່ນຫຍັງ?

ແມ່ນການຂຽນຊີ້ແຈງຄວາມຮູ້, ວິທີໃຊ້ ແລະ ໄຂບັນຫາ ເພື່ອໃຫ້ຜູ້ອ່ານເຂົ້າໃຈ, ຜູ້ຂຽນຕ້ອງໃຊ້ພາສາທີ່ບໍ່ຄຸມເຄືອ, ຈັດຂັ້ນຕອນເຫດການຕາມລໍາດັບອັນໃດກ່ອນ ອັນໃດຫຼັງ

ການຂຽນເພື່ອໂຄສະນາ ແມ່ນຫຍັງ?
ການຂຽນເພື່ອໂຄສະນາ ແມ່ນຫຍັງ?

ເປັນການຂຽນເພື່ອໃຫ້ເກີດຄວາມດູດດຶງຈິດໃຈ, ສົນໃຈແກ່ຜູ້ອ່ານ-ຟັງ. ດັ່ງນັ້ນ, ຕ້ອງໃຊ້ພາສາທີ່ຮູ້ໄດ້ງ່າຍ, ສັ້ນ ແລະ ກະທັດຮັດ ມີຄວາມແປກໃໝ່ໃຫ້ສະດຸດຕາສະດຸດໃຈແກ່ຜູ້ອ່ານ.

ການຂຽນເພື່ອປຸກໃຈ ແມ່ນຫຍັງ?
ການຂຽນເພື່ອປຸກໃຈ ແມ່ນຫຍັງ?

ເປັນການຂຽນທີ່ໃຊ້ພາສາເຮັດໃຫ້ຄົນເກີດຄວາມເຂັ້ມແຂງພ້ອມພຽງ ເພື່ອໃຫ້ຄົນກ້າຫານ, ຂຶ້ນໃຈ. ການຂຽນປະເພດນີ້ ມັກກ່ຽວກັບວຽກງານການເມືອງ, ສັງຄົມ ທີ່ປູກຈິດໃຈ ຄົນໃຫ້ຮັກຊາດ,

ການຂຽນເພື່ອສະແດງຄວາມຄິດເຫັນ ແມ່ນຫຍັງ?
ການຂຽນເພື່ອສະແດງຄວາມຄິດເຫັນ ແມ່ນຫຍັງ?

ເປັນການສະແດງຄວາມຮູ້ສຶກ, ຄວາມຄິດເຫັນແບບແນະນໍາ, ວິຈານ, ວິເຄາະຕໍ່ເລື່ອງ ແລະ ເຫດການໃດໜຶ່ງຂອງສັງຄົມ. ການຂຽນປະເພດນີ້ຕ້ອງຄໍານຶງເຖິງຄວາມຈິງໃຫ້ເຫັນຊັດເຈນ, ໃຊ້ວິຈາລະນະຍານທີ່ຖືກຕ້ອງ,

ການຂຽນເພື່ອສ້າງຈິນຕະນາການ ແມ່ນຫຍັງ?
ການຂຽນເພື່ອສ້າງຈິນຕະນາການ ແມ່ນຫຍັງ?

ເປັນການຂຽນເພື່ອໃຫ້ຜູ້ອ່ານເກີດຈິນຕະນາການທີ່ອ່ຽງຕາມ ຫຼື ເຫັນດີນໍາ. ສະນັ້ນ, ຈື່ງຕ້ອງໃຊ້ພາສາທີ່ສ້າງພາບໃຫ້ຜູ້ອ່ານສາມາດນຶກອອກໄດ້, ເຂົ້າໃຈໄດ້ແລ້ວເກີດດຶງດູດຈິດໃຈໄປຕາມຄວາມນຶກຄິດຂອງຜູ້ຂຽນ. ອ້າງອີງ: ຈາກປື້ມແບບຮຽນ

ການຂຽນແບບສຽດສີ ແມ່ນຫຍັງ?
ການຂຽນແບບສຽດສີ ແມ່ນຫຍັງ?

ເປັນການຂຽນທີ່ນໍາເອົາເລື່ອງບົກພ່ອງໃນສັງຄົມ. ເລື່ອງຂອງຜູ້ນໍາພາ ມາກ່າວແບບຕໍານິແຕ່ໃຊ້ວິທີການເຍາະເຍີ້ຍ ແລະ ຕະຫຼົກ ຜູ້ອ່ານບາງຄົນໄດ້ອ່ານ ແຕ່ບໍ່ສາມາດຄິດອອກຕໍ່ສິ່ງແອບແຝງຢູ່ໃນຖ້ອຍຄໍາທີ່ຂຽນ. ສະນັ້ນ,

ຄວາມໝາຍຂອງການຂຽນຫຍໍ້ຄວາມ ແມ່ນຫຍັງ?
ຄວາມໝາຍຂອງການຂຽນຫຍໍ້ຄວາມ ແມ່ນຫຍັງ?

ການຂຽນຫຍໍ້ຄວາມ ແມ່ນການເກັບຄວາມສໍາຄັນຂອງເລື່ອງມາສະເໜີໃໝ່ ໂດຍບໍ່ເຮັດໃຫ້ເນື້ອໃນສໍາຄັນຂອງບົດເສຍໄປ ຫຼື ຂາດໄປ. ຜູ້ທີ່ຈະຫຍໍ້ເນື້ອຄວາມຕ້ອງຮູ້ຈັກສັງເກດ ວ່າຕອນໃດເປັນຕອນສໍາຄັນ ແລະ

ຄວາມໝາຍຂອງການຂຽນລາຍງານການປະຊຸມ ແມ່ນຫຍັງ?
ຄວາມໝາຍຂອງການຂຽນລາຍງານການປະຊຸມ ແມ່ນຫຍັງ?

ບັນທຶກລາຍງານການປະຊຸມໝາຍເຖິງ ການລາຍງານລະອຽດຂອງເລື່ອງ ທີ່ເບີກສາ ຫາລືກັນໃນທີ່ປະຊຸມ ເຊິ່ງຈັດພິມຕາມຮູບແບບທີ່ຖືກຕ້ອງ ເພື່ອເປັນຫຼັກຖານຂອງການປະຕິບັດງານ. ອ້າງອີງ: ຈາກປື້ມແບບຮຽນ

ຄວາມໝາຍຂອງຂ່າວ ແມ່ນຫຍັງ?
ຄວາມໝາຍຂອງຂ່າວ ແມ່ນຫຍັງ?

ຂ່າວ ໝາຍເຖິງຄໍາລາຍງານເຫດການ ທີ່ເກີດຂຶ້ນຢູ່ບ່ອນໃດໜຶ່ງ ອອກໄປໃຫ້ຜູ້ທີ່ຢູ່ບ່ອນອື່ນທີ່ຢູ່ໃກ້ ຫຼື ໄກ ຮັບຮູ້ນໍາ. ອ້າງອີງ:

ການຂຽນຂ່າວ ແມ່ນຫຍັງ?
ການຂຽນຂ່າວ ແມ່ນຫຍັງ?

ແມ່ນການຂຽນຮຽບຮຽງຄືນກ່ຽວກັບຂໍ້ຄວາມ ທີ່ບັນທຶກເຫດການໃດໜຶ່ງທີ່ເກີດຂຶ້ນໂດຍ ຜູ້ຂຽນໄດ້ແຊກຄໍາຄິດຄໍາເຫັນບາງຢ່າງຂອງຕົນເຂົ້ານໍາ. ເລື່ອງທີ່ນໍາມາຂຽນເປັນຂ່າວໄດ້ແກ່, ນະໂຍບາຍ, ກິດຈະກຳ, ຜົນການດໍາເນີນງານ, ການປະຕິບັດໂຄງການ,

ການຟັງ ແມ່ນຫຍັງ?
ການຟັງ ແມ່ນຫຍັງ?

ການຟັງເປັນຂະບວນການຮຽນຮູ້ຂອງມະນຸດ ເຊິ່ງເປັນທັກສະອັນສໍາຄັນຂອງຊີວິດ ແລະ ເປັນຂະບວນການສື່ສານທີ່ມະນຸດໃຊ້ກ່ອນທັກສະອື່ນ, ການຟັງເປັນການໃຊ້ສະມັດຖະພາບ ທາງຮ່າງກາຍ, ສະໝອງ ແລະ

ປະສິດທິພາບໃນການຟັງ ແມ່ນຫຍັງ?
ປະສິດທິພາບໃນການຟັງ ແມ່ນຫຍັງ?

ປະສິດທິພາບໃນການຟັງ ໝາຍເຖິງຄວາມສາມາດທີ່ເຮັດໃຫ້ການຟັງເກີດການຮູ້ເລື່ອງ, ເຂົ້າໃຈເນື້ອເລື່ອງ, ສາມາດຈັບປະເດັນເນື້ອຫາສາລະໄດ້ ແລະ ສາມາດນໍາໄປຖ່າຍທອດໃຫ້ ຜູ້ອື່ນໄດ້ຢ່າງຖືກຕ້ອງເໝາະສົມ. ການຟັງທີ່ດີຈະຊ່ວຍໃຫ້ຜູ້ຟັງເພີ່ມພູນຄວາມຮູ້

ຄວາມໝາຍຄວາມສໍາຄັນຂອງການເວົ້າ ແມ່ນຫຍັງ?
ຄວາມໝາຍຄວາມສໍາຄັນຂອງການເວົ້າ ແມ່ນຫຍັງ?

ແມ່ນການໃຊ້ຖ້ອຍຄໍາ ນໍ້າສຽງຮວມທັງກິລິຍາທ່າທາງ, ການຖ່າຍທອດຄວາມຮູ້ ຄວາມຄິດ, ຄວາມຮູ້ສຶກຂອງຜູ້ເວົ້າໃຫ້ຜູ້ອື່ນຮູ້ ແລະ ໃຫ້ເກີດການຕອບສະໜອງ. ການເວົ້າຈັດໄດ້ຫຼາຍປະເພດ,

ຈຸດປະສົງໃນການເວົ້າ ແມ່ນຫຍັງ?
ຈຸດປະສົງໃນການເວົ້າ ແມ່ນຫຍັງ?

ໂດຍປົກກະຕິການເວົ້າໄດ້ມີຈຸດປະສົງໃດໜຶ່ງຄື: ເພື່ອບອກ, ຖາມ, ຮ້ອງຂໍ, ເລົ່າ ຫຼື ສະແດງຄວາມນຶກຄິດຂອງຜູ້ເວົ້າ, ການເວົ້າທີ່ກ່ຽວກັບວຽກທາງລັດຖະການ

ການຈັດຊະນິດການເວົ້າ ມີຫຍັງແດ່?
ການຈັດຊະນິດການເວົ້າ ມີຫຍັງແດ່?

ການເວົ້າຈັດເປັນ 2 ຊະນິດຄື: ການເວົ້າທີ່ເປັນທາງການ ແລະ ການເວົ້າທີ່ບໍ່ເປັນທາງການ. ອ້າງອີງ: ຈາກປື້ມແບບຮຽນ

ຄວາມໝາຍຂອງວິຈາລະນະຍານ ແມ່ນຫຍັງ?
ຄວາມໝາຍຂອງວິຈາລະນະຍານ ແມ່ນຫຍັງ?

ຄໍາວ່າ “ວິຈາລະນະຍານ” ໝາຍເຖິງປັນຍາທີ່ສາມາດສັນນິຖານເຫດຜົນ. ສໍາລັບວິ ຈາລະນະຍານໃນການຟັງໝາຍເຖິງ ການຟັງດ້ວຍຄວາມຕັ້ງໃຈ ພະຍາຍາມສ້າງຄວາມເຂົ້າໃຈ ເນື້ອຫາສາລະຂອງເລື່ອງທີ່ຟັງ,

ຄວາມໝາຍຂອງຄໍາ ແມ່ນຫຍັງ?
ຄວາມໝາຍຂອງຄໍາ ແມ່ນຫຍັງ?

ຄໍາ ຫຼື ຄໍາສັບ ແມ່ນສຽງທີ່ຄົນເຮົາເບິ່ງອອກຈາກປາກ ທີ່ມີຄວາມໝາຍຢ່າງໃດຢ່າງ ໜຶ່ງ ຖ້າສຽງຄົນເຮົາເປັ່ງອອກ ແຕ່ບໍ່ມີຄວາມໝາຍນັ້ນ

ຄວາມໝາຍຂອງວະລີ ແມ່ນຫຍັງ?
ຄວາມໝາຍຂອງວະລີ ແມ່ນຫຍັງ?

ວະລີ ແມ່ນໝວດຄໍາ ຫຼື ໝູ່ຄໍາ ທີ່ເວົ້າຕິດຕໍ່ກັນຕັ້ງແຕ່ສອງຄໍາຂຶ້ນໄປ. ຄໍາທີ່ເອົາມາ ເວົ້າຕິດຕໍ່ກັນນີ້ ມີຄວາມໝາຍອັນລະຢ່າງ

ປະເພດຂອງວະລີ ມີຫຍັງແດ່?
ປະເພດຂອງວະລີ ມີຫຍັງແດ່?

ວະລີລວມມີ 7 ປະເພດຄື: ນາມວະລີ, ແທນນາມວະລີ, ກຳມະວະລີ, ຄຸນນາມວະລີ, ເຊື່ອມວະລີ,

ຄວາມໝາຍຂອງວັດຈະນານຸກົມ (Dictionary) ແມ່ນຫຍັງ?
ຄວາມໝາຍຂອງວັດຈະນານຸກົມ (Dictionary) ແມ່ນຫຍັງ?

ວັດຈະນາກົມໝາຍເຖິງ ການນໍາຄໍາຕ່າງໆໃນພາສາໜຶ່ງມາຮວບຮວມ ໂດຍຈັດເປັນ ໝວດ, ກຳກັບການສະກົດແຕ່ລະຄໍາໃຫ້ຊັດເຈນ, ກຳໜົດຊະນິດຄໍາ, ກຳນົດຄວາມໝາຍຂອງ ແຕ່ລະຄໍາໃຫ້ຈະແຈ້ງ

ຄວາມໝາຍຂອງກອນຮ່າຍ ແມ່ນຫຍັງ?
ຄວາມໝາຍຂອງກອນຮ່າຍ ແມ່ນຫຍັງ?

ກອນຮ່າຍ ແມ່ນກອນຊະນິດໜຶ່ງເຊິ່ງມີລະບຽບຫຼັກການສໍາຜັດ ແລະ ກຳນົດຄໍາຄ້າຍຄືກັບກອນປະເພດອື່ນໆ ເພິ່ນກ່າວວ່າຄໍາ “ຮ່າຍ” ມີສໍານຽງຄ້າຍຄືສຽງນົກເຄົ້າອັນຄອນ ແລະ

ຄວາມໝາຍຂອງກອນໂຄງ ແມ່ນຫຍັງ?
ຄວາມໝາຍຂອງກອນໂຄງ ແມ່ນຫຍັງ?

ໂຄງ ແມ່ນກອນປະເພດໜຶ່ງທີ່ມີການເນື່ອງສຽງກັນ ເປັນດັ່ງໂຄງກະດູດ ຫຼື ໂຄງຮ່າງ ເຮືອນທີ່ຫາກໍ່ປູກໃໝ່. ຄໍາໂຄງຂອງລາວມີຫຼາຍແບບ ເຊິ່ງກໍານົດຊື່ເອີ້ນຕາມຈໍານວນຄໍາທີ່ປະ

Share this Doc

ຂະແໜງພາສາລາວ-ວັນນະຄະດີ

Or copy link