Khamsub.la

Copyright ແມ່ນຫຍັງ?

Estimated reading: 1 minute 3 views

ໝາຍເຖິງສະຫງວນລິຂະສິດຫ້າມນໍາເອົາຜົນງານໄປໃຊ້ ຫຼື ເຮັດຊ້ຳໂດຍ ເດັດຂາດ ນອກຈາກມີການຂໍອະນຸຍາດຢ່າງເປັນທາງການຈາກເຈົ້າຂອງຜົນງານກ່ອນ ເຊິ່ງ ສາມາດອະນຸໂລມໄດ້ໃນກໍລະນີທີ່ອ້າງອີງເຖິງສິນຄ້າ ຫຼື ຜົນງານລິຂະສິດນັ້ນ ເພື່ອໃຊ້ໃນການ ຮຽນ-ການສອນ ຫຼື ເພື່ອອະທິບາຍເຖິງຜົນງານນັ້ນໆວ່າແມ່ນຫຍັງ, ໃຜເປັນເຈົ້າຂອງ (ກໍລະນີນີ້ ເອີ້ນວ່າເປັນການນໍາໄປໃຊ້ຢ່າງສົມເຫດສົມຜົນ ຫຼື Fair Use) ທັງນີ້ຈະຕ້ອງບໍ່ສະແດງໃຫ້ຜູ້ອື່ນ ເຂົ້າໃຈຜິດວ່າວຽກນັ້ນເປັນຂອງຕົວເອງ ຫຼື ກະທົບກັບການທີ່ເຈົ້າຂອງຜົນງານຕົວຈິງຈະນໍາໄປຫາ ປະໂຫຍດເຊັ່ນ ການເປີດລະຄອນໃຫ້ນັກສຶກສາເບິ່ງໃນຊັ້ນຮຽນພຽງແຕ່ບາງຕອນທີ່ກ່ຽວຂ້ອງກັບ ເລື່ອງທີ່ຮຽນ ບໍ່ແມ່ນຊິເປີດທັງລະຄອນຈົນເຈົ້າຂອງລະຄອນຂາຍບັດບໍ່ໄດ້.


ອ້າງອີງ: ຈາກ ປື້ມ ເທັກໂນໂລຢີຂໍ້ມູນຂ່າວສານ (Information Technology) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

Share this Doc

Copyright ແມ່ນຫຍັງ?

Or copy link