Khamsub.la

ໄອພີແອັດເດດ (IP Address) ແມ່ນຫຍັງ?

Estimated reading: 1 minute 17 views

IP Address ເປັນໝາຍເລກປະຈໍາຄອມພິວເຕີ ແລະ ອຸປະກອນຕ່າງໆ ທີ່ເຊື່ອມຕໍ່ຢູ່ໃນເຄືອຂ່າຍ ເພື່ອໃຊ້ລະບຸທີ່ຢູ່ ຫຼື ຕໍາແໜ່ງຂອງຄອມພິວເຕີ້ ແລະ ອຸປະກອນໂດຍບໍ່ຊ້ຳກັນ ເຮັດໃຫ້ຄອມພິວເຕີ ແລະ ອຸປະກອນສາມາດຕິດຕໍ່ສື່ສານ ຫຼື ຮັບສົ່ງຂໍ້ມູນໄດ້ຢ່າງຖືກຕ້ອງ. IP Address ມີລັກສະນະເປັນຕົວເລກ 4 ກຸ່ມ ແຕ່ລະກຸ່ມຈະຄັນດ້ວຍເຄື່ອງໝາຍ (.) ເຊັ່ນ 192.168.1.22; IP Address ກໍຄືກັບເລກທີ່ບ້ານ ເຊິ່ງບ້ານແຕ່ລະຫລັງຈະຕ້ອງມີເລກທີ່ບ້ານທີ່ບໍ່ຊ້ຳກັນ ເພາະຖ້າຊໍ້າກັນແລ້ວ ບຸລຸດໄປສະນີຈະຫາທີ່ຢູ່ບໍ່ເຫັນ ເຮັດໃຫ້ສົ່ງຈົດໝາຍບໍ່ໄດ້ ສໍາລັບມາດຕະຖານການກຳນົດ IP Address ຈະມີໜ່ວຍງານກາງຄື InterNIC (Inter Network Information Center) ເຮັດໜ້າທີ່ຈັດສັນ IP Address ໃຫ້ກັບຜູ້ໃຊ້ທົ່ວໂລກ IP Address ໃນປັດຈຸບັນຍັງຄົງໃຊ້ເວີຊັ່ນ 4 ແຕ່ໃນອະນາຄົດຈະນໍາເວີຊັ່ນ 6 ມາໃຊ້ ເອີ້ນວ່າ IPv6.


ອ້າງອິງ: ຈາກ ປຶ້ມ Web Hosting ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

Share this Doc

ໄອພີແອັດເດດ (IP Address) ແມ່ນຫຍັງ?

Or copy link