Khamsub.la

ໂທຣຈັນ (Trojan Horses) ແມ່ນຫຍັງ?

Estimated reading: 1 minute 5 views

ເປັນໂປຣແກຣມຫວັງທໍາລາຍອີກຊະນິດໜຶ່ງແຕກຕ່າງຈາກໄວຣັດ ແລະ ເວີມ ປົກກະຕິໂທຣຈັນ ຈະເຮັດວຽກໂດຍອາໄສການຝັງຕົວຢູ່ໃນລະບົບຄອມພິວເຕີເຄື່ອງນັ້ນຫງຽບ ໂດຍບໍ່ແຜ່ກະຈາຍແຕ່ຈະ ຖືກຕັ້ງເວລາ ຫຼື ຄວບຄຸມການເຮັດວຽກໂດຍຜູ້ຂຽນໂປຣແກຣມຈາກໄລຍະໄກ ຊື່ຂອງ “ມາໂທຣຈັນ” ມາຈາກເລື່ອງເລົ່າຂອງຊາວກຣິກທີ່ວ່າດ້ວຍການບຸກຍຶດເມືອງທຣອຍໃນສະໄໝກ່ອນ ທີ່ອອກອຸບາຍເຮັດ ທ່າທີວ່າຖອຍທັບ ແລະ ນໍາທະຫານສ່ວນໜຶ່ງໄປແອບລີ້ຊ້ອນຢູ່ໃນມາໄມ້ ແລະ ຖິ້ມໄວ້ໜ້າເມືອງເພື່ອ ເປັນສັນຍາລັກຂອງການຍອມແພ້ ຊາວເມືອງຫຼົງກົນຈຶ່ງລາກມາໄມ້ຜ່ານເຂົ້າປະຕູເມືອງໄປ ພໍຮອດຕອນ ກາງຄືນທະຫານທີ່ລີ້ຢູ່ຈຶ່ງເປີດທ້ອງມາໄມ້ອອກມາ ແລະ ເປີດປະຕູໃຫ້ກັບໝູ່ທະຫານຝ່າຍດຽວກັນມາ ໂຈມຕີບຸກຍຶດເມືອງທຣອຍໄດ້ສໍາເລັດ ໂປຣແກຣມແບບມາໂທຣຈັນກໍເຮັດວຽກຄ້າຍຄືກັນ ຄືຈະແອບ ເຂົ້າໄປຢູ່ໃນເຄື່ອງຄອມພິວເຕີເປົ້າໝາຍໂດຍທີ່ບໍ່ຮູ້ຕົວເຊັ່ນ ເສແສັງເຮັດເປັນໂປຣແກຣມຢູທີລິຕີ້ໃຫ້ໃຊ້ ງານ ແຕ່ຄວາມຈິງແລ້ວກໍຄືໂປຣແກຣມອັນຕະລາຍທີ່ມີຜູ້ບໍ່ປະສົງດີລັກລອບເຂົ້າມາຕິດຕັ້ງໄວ້ແລ້ວນັ້ນ ເອງ ເມື່ອເຖິງເວລາ ຫຼື ຕ້ອງການຄວບຄຸມວຽກບາງຢ່າງກໍຈະເລີ່ມຕົ້ນເຮັດຕາມໂປຣແກຣມທັນທີ


ອ້າງອີງ: ຈາກ ປື້ມ ເທັກໂນໂລຢີຂໍ້ມູນຂ່າວສານ (Information Technology) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

Share this Doc

ໂທຣຈັນ (Trojan Horses) ແມ່ນຫຍັງ?

Or copy link