Khamsub.la

ຄອມພິວເຕີແບບແທັບເລັດ (Tablet) ແມ່ນຫຍັງ?

Estimated reading: 1 minute 3 views

ຄວາມນິຍົມໃນຕົວແທັບເລັດເລີ່ມຕົ້ນເມື່ອ 5-6 ປີທີ່ຜ່ານມາໂດຍທີ່ກ່ອນໜ້ານັ້ນເຖິງວ່າຈະມີໂນດບຸກ ແບບທີ່ຮອງຮັບລະບົບສໍາຜັດໜ້າຈໍ (Tablet PC) ວາງຂາຍຢູ່ກ່ອນແລ້ວໃນທ້ອງຕະຫຼາດ ແລະ ຕໍ່ມາກໍ່ຍັງມີແທັບເລັດຄອມພິວເຕີຄື: iPad ລຸ້ນທໍາອິດຂອງ Apple ມາເປີດຕະຫຼາດອີກແຕ່ກໍຍັງບໍ່ໄດ້ຮັບການຕອບຮັບຈາກຜູ້ໃຊ້ເທົ່າທີ່ຄວນ; ຕໍ່ມາມາຫຼັງຈາກນັ້ນອີກ 1-2 ປີ ບໍລິສັດຜະລິດເຄື່ອງໃຊ້ໄຟຟ້າລາຍໃຫຍ່ຄື: Samsung ກໍ່ໄດ້ເລີ່ມຊຸກຍູ້ຕະຫຼາດແທັບເລັດໃຫ້ເຕີບໃຫຍ່ ໂດຍຮ່ວມມືກັບ Google ນໍາເອົາລະບົບປະຕິບັດການ Android ທີ່ເປັນ Open-source ມາພັດທະນາ ແລ້ວຕິດຕັ້ງລົງໃນແທັບເລັດລຸ້ນຕ່າງໆຂອງຕົນ ເພື່ອອອກສູ່ຕະຫຼາດ ເຊິ່ງກໍໄດ້ຮັບການຕອບສະໜອງຈາກຜູ້ໃຊ້ຢູ່ບໍ່ໜ້ອຍ ແລະ ບ່ອນນີ້ເອງໄດ້ກາຍເປັນຈຸດ ເລີ່ມຕົ້ນສໍາຄັນທີ່ເຮັດໃຫ້ຫຼັງຈາກນັ້ນບໍລິສັດຜູ້ຜະລິດອີກຫຼາຍແຫ່ງບໍ່ວ່າຈະເປັນ Acer, Asus, HTC ແລະ Sony ຕ່າງກໍ່ຫັນມາຈັບມືກັບ Google ເພື່ອຜະລິດແທັບເລັດລຸ້ນຕ່າງໆທີ່ໃຊ້ລະບົບປະຕິບັດການ Android ລົງແຂ່ງຂັນໃນຕະຫຼາດດ້ວຍ ລວມເຖິງແທັບເລັດຈີນລາຄາຖືກຫຼາຍລຸ້ນ/ຍີ່ຫໍ້ ຕ່າງກໍ່ເອົາລົງສູ່ຕະຫຼາດ ແທັບເລັດຢ່າງຫຼວງຫຼາຍ.


ອ້າງອິງ: ຈາກ ປຶ້ມ ລະບົບຄອມພິວເຕີ ແລະ ສ້ອມແປງ (Computer Systems Support), ສະຖາບັນເຕັກໂນໂລຊີ ສຸດສະກະ

Share this Doc

ຄອມພິວເຕີແບບແທັບເລັດ (Tablet) ແມ່ນຫຍັງ?

Or copy link