Khamsub.la

ການຈັດລຳດັບແບບມາກ່ອນໄດ້ກ່ອນ (FCFS – First-Come, First-Served) ແມ່ນຫຍັງ?

Estimated reading: 1 minute 16 views

ການຈັດລໍາດັບແບບມາກ່ອນໄດ້ກ່ອນ ຫຼື ບາງເທື່ອເອີ້ນວ່າ ເຂົ້າກ່ອນອອກກ່ອນ ເປັນຂັ້ນຕອນວິທີທີ່ງ່າຍ ແລະ ກົງໄປກົງມາທີ່ສຸດວິທີໜຶ່ງ, ຂະບວນການໃດທີ່ຮ້ອງຂໍ CPU ກ່ອນຈະໄດ້ CPU ໄປກ່ອນ ໃນການໃຊ້ງານວິທີການນີ້ ເມື່ອຂະບວນການເຂົ້າໄປແຖວຖ້າພ້ອມກໍຈະມີ PCB ເຊື່ອມໂຍງໄປທາງທ້າຍຂອງແຖວຖ້າ ເປັນລໍາດັບໄປ ເມື່ອ CPU ວ່າງກະຈະເລືອກຂະບວນການທີ່ຢູ່ຫົວແຖວເຂົ້າໄປ CPU ແລະ ລົບຂະບວນການນີ້ອອກຈາກແຖວໄປແບບນີ້ໄປເລື້ອຍໆ.


ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

Share this Doc

ການຈັດລຳດັບແບບມາກ່ອນໄດ້ກ່ອນ (FCFS – First-Come, First-Served) ແມ່ນຫຍັງ?

Or copy link