ຂະແໜງວິທະຍາສາດຄອມພິວເຕີ
ການຈັດລຳດັບຕາມລຳດັບຄວາມສຳຄັນ (Priority Scheduling) ແມ່ນຫຍັງ?
ການກໍານົດໃຫ້ແຕ່ລະຂະບວນການມີໝາຍເລກລໍາດັບຄວາມສໍາຄັນກໍາກັບໄວ້ ເຊັ່ນ: 0 ເຖິງ 7 ຫຼື 0 ເຖິງ 4095 ໂດຍແຕ່ລະບົບອາດກໍານົດຄວາມສໍາຄັນຈາກຕົວເລກນ້ອຍ (ສໍາຄັນສູງສຸດ) ໄປຫຼາຍ (ສໍາຄັນຕໍ່າສຸດ) ຫຼື ຫຼາຍ (ສໍາຄັນສູງສຸດ) ໄປໜ້ອຍ (ສໍາຄັນຕໍ່າສຸດ) ກໍ່ໄດ້, ການຈັດສັນ CPU ຈະຢຶດຕາມລໍາດັບຄວາມສໍາຄັນຂອງແຕ່ລະຂະບວນການ ໝາຍເຖີງຂະບວນການທີ່ມີໝາຍເລກລໍາດັບຄວາມສໍາຄັນຫຼາຍກວ່າຈະຖືກເລືອກເຮັດໃຫ້ແລ້ວກ່ອນ ແລ້ວຈິ່ງເຮັດຂະບວນການທີ່ມີຄວາມສໍາຄັນຂອງລໍາດັບຮອງລົງໄປໃນກໍລະນີທີ່ມີລໍາດັບຄວາມສໍາຄັນເທົ່າກັນຢູ່ຫຼາຍຂະບວນການ ກໍຈະໃຊ້ວິທີມາກ່ອນໄດ້ກ່ອນເຂົ້າມາຊ່ວຍ. ນອກຈາກນັ້ນ ການຈັດລໍາດັບດ້ວຍວິທີນີ້ອາດເປັນແບບບັງຄັບ ຫຼື ບໍ່ບັງຄັບກໍ່ໄດ້.
ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ