Khamsub.la

ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?

Estimated reading: 0 minutes 16 views

ການຕິດຕໍ່ສື່ສານທາງທຸລະກິດ ຈະປະສົບຄວາມສຳເລັດໄດ້ເປັນຢ່າງດີນັ້ນ ຈຳຕ້ອງ ມີພາສາເປັນສິ່ງທີ່ໃຊ້ໃນການຕິດຕໍ່ສື່ສານ ເຊິ່ງໃຫ້ເລືອກໃຊ້ໃຫ້ຖືກກັບໜ້າວຽກ, ໃຊ້ພາສາທີ່ ຈະແຈ້ງກົງກັບເລື່ອງ, ເໝາະກັບກາລະ ແລະ ເທສະ ເຮັດໃຫ້ຜູ້ຮັບສານເຂົ້າໃຈຄວາມໝາຍ ຂອງຄໍາ ການໃຊ້ພາສາໃນທາງທຸລະກິດ ຄວນຫຼີກເວັ້ນການໃຊ້ຄໍາບໍ່ສຸພາບ, ຄໍາທີ່ມີຄວາມໝາຍກວມຄວາມອື່ນ, ຄໍາໂຕງໂຕຍ ຫຼື ຄໍາທີ່ພາໃຫ້ຟຸມເຟືອຍ) ການໃຊ້ພາສາທີ່ພາໃຫ້ຜູ້ຮັບສານບໍ່ຖືກໃຈອາດເຮັດໃຫ້ເກີດຜົນບໍ່ດີຕໍ່ທຸລະກິດ ແລະ ຕໍ່ລາຍໄດ້ໂດຍສະເພາະໃນຍຸກສະໄໝ ທີ່ມີການແຂ່ງຂັນກັນແຮງທາງທຸລະກິດ, ການຈະໃຫ້ເກີດຄວາມດຶງດູດຜູ້ອື່ນ ໃຫ້ມາສົນໃຈ ແລະ ມາຮັບບໍລິການໃນທຸລະກິດຂອງຕົນ ຈຶ່ງຕ້ອງການໃຊ້ພາສາເປັນຕົວຊ່ວຍ ສະນັ້ນ, ຜູ້ໃຊ້ພາສາທາງທຸລະກິດ ເມື່ອໃຊ້ພາສາແຕ່ລະຄັ້ງທີ່ກ່ຽວກັບການງານຂອງຕົນ ຕ້ອງ ຄໍານຶງສະເໝີວ່າ “ການໃຊ້ພາສາໃຫ້ກົງກັບຄວາມໝາຍ, ບໍ່ຫຍາບຄາຍ, ໃຫ້ປະໂຫຍດ, ເໝາະກັບໂອກາດ ສະຖານທີ່ ແລະ ເໝາະກັບບຸກຄົນນັ້ນຄືຜົນກໍາໄລໃນທຸລະກິດ.


ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

Share this Doc

ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?

Or copy link