Khamsub.la

ຄໍາສັບຂະແໜງການຄ້າ

Estimated reading: 0 minutes 25 views
ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?
ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?

ການຕິດຕໍ່ສື່ສານທາງທຸລະກິດ ຈະປະສົບຄວາມສຳເລັດໄດ້ເປັນຢ່າງດີນັ້ນ ຈຳຕ້ອງ ມີພາສາເປັນສິ່ງທີ່ໃຊ້ໃນການຕິດຕໍ່ສື່ສານ ເຊິ່ງໃຫ້ເລືອກໃຊ້ໃຫ້ຖືກກັບໜ້າວຽກ, ໃຊ້ພາສາທີ່ ຈະແຈ້ງກົງກັບເລື່ອງ, ເໝາະກັບກາລະ

ຄໍາວ່າທຸລະກິດ (Business) ແມ່ນຫຍັງ?
ຄໍາວ່າທຸລະກິດ (Business) ແມ່ນຫຍັງ?

ໝາຍເຖິງການດໍາເນີນງານຢ່າງໃດໜຶ່ງຂອງມະນຸດ ເຊິ່ງມີລັກສະນະ ເພື່ອການຄ້າເຊັ່ນ: ການຊື້-ຂາຍ, ການບໍລິການການຄ້າ, ການຂົນສົ່ງ, ການສະໜອງຕໍ່ກັນ ລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ.

ຄໍາສັບທາງທຸລະກິດ ແມ່ນຫຍັງ?
ຄໍາສັບທາງທຸລະກິດ ແມ່ນຫຍັງ?

ໝາຍເຖິງຄໍາຕ່າງໆທີ່ນໍາມາໃຊ້ໃນທາງຕິດຕໍ່ສື່ສານໃນການເຮັດ ການຄ້າ, ບໍລິການ, ການຊື້-ຂາຍ ແລະ ການເງິນທີ່ໃຊ້ໃນການຕິດຕໍ່ພົວພັນທາງກິດຈະການ ການຄ້າ ອ້າງອີງ:

ຍ້ອນຫຍັງຄົນເຮັດທຸລະກິດຄວນສືກສາຄຳສັບທາງທຸລະກິດ?
ຍ້ອນຫຍັງຄົນເຮັດທຸລະກິດຄວນສືກສາຄຳສັບທາງທຸລະກິດ?

ຜູ້ເຮັດທຸລະກິດຈະຕ້ອງຮຽນຮູ້ ແລະ ສຶກສາຄວາມໝາຍຂອງແຕ່ລະຄໍາ ໃຫ້ເຂົ້າໃຈ ຢ່າງຊັດເຈນ ເພື່ອນໍາໄປໃຊ້ໃນການຕິດຕໍ່ສື່ສານໃຫ້ໄດ້ຢ່າງຖືກຕ້ອງ, ເປັນປະໂຫຍດຕໍ່ທຸລະກິດຂອງຕົນ ຄໍາທາງທຸລະກິດມີຈຳນວນຫຼາຍ

ເງິນສົດ (Cash) ແມ່ນຫຍັງ?
ເງິນສົດ (Cash) ແມ່ນຫຍັງ?

ໝາຍເຖິງເງິນຕົວຈິງ ແລະ ເອກະສານທຸກຊະນິດ ທີ່ສາມາດຂຶ້ນເງິນໄດ້ ແລະ ສິ່ງທີ່ມີຄ່າຄືເງິນເຊັ່ນ: ຄໍາ, ພັນທະບັດ,

ພັນທະບັດ (Bond) ແມ່ນຫຍັງ?
ພັນທະບັດ (Bond) ແມ່ນຫຍັງ?

ໝາຍເຖິງທະນະບັດທີ່ລັດຖະບານມອບໃຫ້ທະນາຄານໃດໜຶ່ງ ພິມອອກໃຫ້ປະຊາຊົນຕ້ອງຊື້ເປັນພັນທະ ເພື່ອລັດຈະເກັບເງິນທີ່ເຄື່ອນໄຫວຢູ່ນອກລະບົບທະນາຄານຄືນມາເຂົ້າທະນາຄານ ໃນພາວະທີ່ທະນາຄານຂາດເງິນສົດ ໂດຍຮັບຮອງວ່າທະນາຄານນັ້ນຈະສົ່ງທຶນພ້ອມດ້ວຍດອກເບ້ຍໃຫ້ແກ່ຜູ້ຊີ້ບັດ ຕາມກຳນົດທີ່ລະບຸໄວ້ໃນບັດ. ແບບໜຶ່ງເອີ້ນວ່າ “ພັນທະບັດລັດຖະບານ”.

ຄູປ້ອງ (Coupon) ແມ່ນຫຍັງ?
ຄູປ້ອງ (Coupon) ແມ່ນຫຍັງ?

ໝາຍເຖິງບັດຊະນິດໜຶ່ງທີ່ສາມາດໃຊ້ແທນເງິນ ເພື່ອແລກກັບສິ່ງຂອງ ຫຼື ຈ່າຍຄ່າບໍລິການກໍໄດ້. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ນາຍໜ້າ (Broker) ແມ່ນຫຍັງ?
ນາຍໜ້າ (Broker) ແມ່ນຫຍັງ?

ໝາຍເຖິງຜູ້ທີ່ຕິດຕໍ່ຊີ້ ຫຼື ຂາຍສິນຄ້າແທນບຸກຄົນ ຫຼື ບໍລິສັດ ໃດໜຶ່ງໂດຍມຸ່ງໃຫ້ຜູ້ຊື້ກັບຜູ້ຂາຍສອງຝ່າຍຕົກລົງຊື້-ຂາຍ ຫຼື ເຮັດສັນຍາກັນ

ຕົວແທນ (Agent) ແມ່ນຫຍັງ?
ຕົວແທນ (Agent) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດໜ້າທີ່ແທນໃຫ້ອົງການ ຫຼື ບໍລິສັດເພື່ອ ຕິດຕໍ່ພົວພັນໃນການຊື້-ຂາຍ ເຮັດທຸລະກິດຈຳໜ່າຍສິ່ງຂອງ ເຊິ່ງຂອບເຂດສິດຂອງຕົວແທນ ແມ່ນຂຶ້ນຢູ່ກັບການມອບໃຫ້ຈາກອົງການ, ບໍລິສັດ

ຜູ້ປະກອບການ (Entrepreneur) ແມ່ນຫຍັງ?
ຜູ້ປະກອບການ (Entrepreneur) ແມ່ນຫຍັງ?

ໝາຍເຖິງບຸກຄົນເຊິ່ງດໍາເນີນການຜະລິດ ແລະ ຮັບຜິດຊອບໃນການຈັດຕັ້ງ, ບໍລິການ ແລະ ຮັບການງານທີ່ຫາລາຍໄດ້ຢ່າງເປັນອາຊີບ ຫຼື ເປັນງານປະຈຳ.

ບຸກຄົນລົ້ມລະລາຍ (Bankrupt) ແມ່ນຫຍັງ?
ບຸກຄົນລົ້ມລະລາຍ (Bankrupt) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດການທຸລະກິດຖືກລົ້ມລະລາຍຕາມກົດໝາຍ ເພາະບໍ່ສາມາດຊຳລະໜີ້ໃຫ້ແກ່ເຈົ້າໜີ້ໄດ້. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5

ຜູ້ບໍລິໂພກ (Consumer) ແມ່ນຫຍັງ?
ຜູ້ບໍລິໂພກ (Consumer) ແມ່ນຫຍັງ?

ໝາຍເຖິງຜູ້ໃຊ້ສິນຄ້າຕ່າງໆເຊັ່ນ: ຜູ້ໃຊ້ເຄື່ອງຂຽນ, ເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງເປັນຕົ້ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ຜູ້ຜະລິດ (Producer) ແມ່ນຫຍັງ?
ຜູ້ຜະລິດ (Producer) ແມ່ນຫຍັງ?

ໝາຍເຖິງຜູ້ປະກອບການສໍາລັບເຮັດສິ່ງໃດໜຶ່ງເຊັ່ນ: ເຮັດການກະເສດ, ການລ້ຽງສັດ, ການປູກຜັກທີ່ເຮັດສິນຄ້າອອກມາ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ບໍລິການ (Service) ແມ່ນຫຍັງ?
ບໍລິການ (Service) ແມ່ນຫຍັງ?

ໝາຍເຖິງການອໍານວຍຄວາມສະດວກ ຫຼື ຮັບໃຊ້ໃຫ້ແກ່ຜູ້ອື່ນ ຕາມໜ້າວຽກທີ່ມີໃນກິດຈະການນັ້ນໆເຊັ່ນ: ບໍລິການການທ່ອງທ່ຽວ, ບໍລິການດ້ານໂຮງແຮມ, ບໍລິການໃນຮ້ານອາຫານເປັນຕົ້ນ. ອ້າງອີງ:

ຜະລິດຕະພັນ (Product) ແມ່ນຫຍັງ?
ຜະລິດຕະພັນ (Product) ແມ່ນຫຍັງ?

ໝາຍເຖິງຜົນຜະລິດທີ່ຜ່ານການປັບປ່ຽນຮູບແບບຈາກ ແບບເດີມໃຫ້ເປັນອັນໃໝ່ ທີ່ສາມາດນໍາໄປໃຊ້ປະໂຫຍດໄດ້ ຫຼື ເປັນສິນຄ້າໄດ້ເຊັ່ນ: ເຂົ້າຈີ່, ໂຕະ, ຕັ່ງ,

ປັດໄຈ (Factor) ແມ່ນຫຍັງ?
ປັດໄຈ (Factor) ແມ່ນຫຍັງ?

ໝາຍເຖິງສ່ວນທີ່ປະກອບໃຫ້ແກ່ການເຮັດຢ່າງໃດຢ່າງໜຶ່ງເຊັ່ນ: ວັດຖຸດິບ, ເງິນທຶນ, ແຮງງານເປັນຕົ້ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ລາຄາ (Price) ແມ່ນຫຍັງ?
ລາຄາ (Price) ແມ່ນຫຍັງ?

ໝາຍເຖິງຄ່າສິ່ງຂອງທີ່ທຽບເປັນເງິນ ຫຼື ຈໍານວນເງິນທີ່ວາງອອກ ສໍາລັບສິ່ງທີ່ຕ້ອງການຈໍາໜ່າຍ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ຄ່າ (Value) ແມ່ນຫຍັງ?
ຄ່າ (Value) ແມ່ນຫຍັງ?

ໝາຍເຖິງປະໂຫຍດຂອງສິ່ງນັ້ນໆທີ່ມີຕໍ່ສິ່ງອື່ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄ່າຈ້າງ (Wage) ແມ່ນຫຍັງ?
ຄ່າຈ້າງ (Wage) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ເຈົ້າຂອງເງິນຈ່າຍໃຫ້ຜູ້ໃດໜຶ່ງເພື່ອໃຫ້ ເຮັດສິ່ງໃດໜຶ່ງໃຫ້, ເງິນທີ່ໃຫ້ເປັນຄ່າເຮັດວຽກໃດໜຶ່ງໂດຍຈ່າຍຕາມຈຳນວນ ແລະ ເວລາ ດັ່ງທີ່ຜູ້ໃຫ້ ແລະ ຜູ້ຮັບໄດ້ຕົກລົງກັນໄວ້.

ເງິນເດືອນ (Salary) ແມ່ນຫຍັງ?
ເງິນເດືອນ (Salary) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ອົງການລັດ ຫຼື ເອກະຊົນຈ່າຍເປັນ ລາຍເດືອນໃຫ້ແກ່ພະນັກງານ, ກຳມະກອນຂອງອົງການ, ບໍລິສັດ ຫຼື ລູກຈ້າງ

ແຮງງານ (Labor) ແມ່ນຫຍັງ?
ແຮງງານ (Labor) ແມ່ນຫຍັງ?

ໝາຍເຖິງກຳລັງທີ່ໃຊ້ໃນການຜະລິດ ເຊິ່ງເປັນກຳລັງຂອງມະນຸດທີ່ໃຊ້ມັນສະໝອງ ແລະ ດ້ວຍມື ຫຼື ທີ່ໄດ້ຈາກທໍາມະຊາດເຊັ່ນ: ພະລັງໄຟຟ້າ, ພະລັງລົມ,

ບໍລິສັດ (Company) ແມ່ນຫຍັງ?
ບໍລິສັດ (Company) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ລວມຕົວກັນປະກອບທຶນ ຕາມສ່ວນທີ່ ຕົກລົງກັນ ເພື່ອດໍາເນີນການຄ້າ ຫຼື ເຮັດທຸລະກິດຢ່າງໃດຢ່າງໜຶ່ງ. ອ້າງອີງ: ຈາກປື້ມແບບຮຽນ

ບໍລິສັດຈໍາກັດ (Company Limited liability by Shares) ແມ່ນຫຍັງ?
ບໍລິສັດຈໍາກັດ (Company Limited liability by Shares) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ ຈົດທະບຽນເປັນບໍລິສັດຈຳກັດ ເພື່ອເຮັດກິດຈະກຳຢ່າງໃດຢ່າງໜຶ່ງ, ມີການຂາຍຫຸ້ນໃຫ້ແກ່ ຜູ້ປະສົງໂດຍມີກົດໝາຍຄຸ້ມຄອງວ່າ ເມື່ອເກີດໜີ້ສິນຂຶ້ນ ຜູ້ຖືຫຸ້ນມີໜ້າທີ່ຊຳລະໜີ້ພຽງໃນ ຂອບເຂດທີ່ກຳນົດໄວ້ແລ້ວເທົ່ານັ້ນ

ບໍລິສັດບໍ່ຈໍາກັດ (Company Unlimited) ແມ່ນຫຍັງ?
ບໍລິສັດບໍ່ຈໍາກັດ (Company Unlimited) ແມ່ນຫຍັງ?

ໝາຍເຖິງບໍລິສັດຫຸ້ນສ່ວນສາມັນບໍ່ຈໍາກັດສິດ ຜູ້ຖືຫຸ້ນທຸກຄົນຈະຕ້ອງຮັບຜິດຊອບໜີ້ສິນຂອງບໍລິສັດ ໂດຍບໍ່ຈຳກັດຈໍານວນເງິນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ

ບໍລິສັດມະຫາຊົນ (Public Company) ແມ່ນຫຍັງ?
ບໍລິສັດມະຫາຊົນ (Public Company) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ຈະຕ້ອງຈົດທະບຽນໃນ ຕະຫຼາດຫຼັກຊັບ ແລະ ລະດົມທຶນຈາກປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນຖືຫຸ້ນໄດ້ ບໍລິສັດປະເພດນີ້ ຕ້ອງມີການກຳນົດຈໍານວນຫຸ້ນຕໍ່າສຸດໄວ້ ແຕ່ບໍ່ກໍານົດຈໍານວນສູງສຸດ

ຫ້າງຫຸ້ນສ່ວນ (Partnership) ແມ່ນຫຍັງ?
ຫ້າງຫຸ້ນສ່ວນ (Partnership) ແມ່ນຫຍັງ?

ໝາຍເຖິງທຸລະກິດທີ່ມີການລົງທຶນຕັ້ງແຕ່ 2 ເຈົ້າ ທຶນຂຶ້ນໄປ ໂດຍມີຊັດສ່ວນການລົງທຶນຕາມທີ່ຕົກລົງກັນ ແລະ ເມື່ອມີກຳໄລ ຫຼື

ລັດວິສາຫະກິດ (State Enterprises) ແມ່ນຫຍັງ?
ລັດວິສາຫະກິດ (State Enterprises) ແມ່ນຫຍັງ?

ເປັນອົງກອນ, ບໍລິສັດ ຫຼື ຫ້າງຫຸ້ນສ່ວນ ນິຕິບຸກຄົນທີ່ລັດຖະບານມີຫຸ້ນສ່ວນຢູ່ບໍ່ໜ້ອຍກວ່າ 40 ສ່ວນຮ້ອຍ ຫຼື

ລາຍໄດ້ປະຊາຊາດ (National Income) ແມ່ນຫຍັງ?
ລາຍໄດ້ປະຊາຊາດ (National Income) ແມ່ນຫຍັງ?

ໝາຍເຖິງມູນຄ່າສິນຄ້າ ແລະ ການບໍລິການຕ່າງໆທີ່ປະຊາຊົນທັງປະເທດຜະລິດໄດ້ພາຍໃນ 1 ປີໂດຍລວມເຖິງຜົນກໍາໄລ, ຂາດທຶນ, ຄ່າຈ້າງ, ເງິນເດືອນເປັນຕົ້ນ,

ເສດຖະກິດຕົກຕໍ່າ (Depression) ແມ່ນຫຍັງ?
ເສດຖະກິດຕົກຕໍ່າ (Depression) ແມ່ນຫຍັງ?

ໝາຍເຖິງໄລຍະເວລາໜຶ່ງຂອງທຸລະກິດ ທີ່ການຜະລິດຕໍ່າທີ່ສຸດ, ມີການວ່າງງານສູງທີ່ສຸດ ແລະ ລາຄາສິນຄ້າຕໍ່າທີ່ສຸດ ເຮັດໃຫ້ສິນຄ້າທີ່ ຜະລິດແລ້ວຈໍາໜ່າຍບໍ່ໄດ້ ແລະ

ອໍານາດຊື້ (Purchasing power) ແມ່ນຫຍັງ?
ອໍານາດຊື້ (Purchasing power) ແມ່ນຫຍັງ?

ໝາຍເຖິງກໍາລັງເງິນທີ່ສາມາດຊື້ສິນຄ້າ ແລະ ບໍລິການກິດຈະການທຸລະກິດໄດ້. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ

ການຫຼຸດຄ່າເງິນຕາ (Devaluation) ແມ່ນຫຍັງ?
ການຫຼຸດຄ່າເງິນຕາ (Devaluation) ແມ່ນຫຍັງ?

ໝາຍເຖິງການຫຼຸດຈໍານວນປະເພດຄໍາ, ເງິນ ຫຼື ໂລຫະທີ່ມີຄ່າ ເຊິ່ງເປັນສິ່ງຄໍ້າປະກັນຄ່າເງິນເຈ້ຍ ທີ່ກໍາໜົດໄວ້ຕາມກົດໝາຍ ຫຼື ຫຼຸດຄ່າ

ລາຄາເອີ້ນ (Nominal price) ຫຼື ລາຄາໃນນາມ ແມ່ນຫຍັງ?
ລາຄາເອີ້ນ (Nominal price) ຫຼື ລາຄາໃນນາມ ແມ່ນຫຍັງ?

ໝາຍເຖິງລາຄາສິນຄ້າທີ່ເອີ້ນ ຂ້າງຄຽງ ຫຼື ປະມານຄ່າໄວ້ເທົ່ານັ້ນເທົ່ານີ້, ເມື່ອຊື້-ຂາຍຕົວຈິງນໍາກັນຈະບໍ່ແມ່ນລາຄາຕາມ ທີ່ເອີ້ນນັ້ນ. ອ້າງອີງ: ຈາກປື້ມແບບຮຽນ

ການຄໍ້າຊູລາຄາ (Price Support) ແມ່ນຫຍັງ?
ການຄໍ້າຊູລາຄາ (Price Support) ແມ່ນຫຍັງ?

ໝາຍເຖິງການປະຕິບັດຂອງລັດຖະບານ ທີ່ ພະຍາຍາມຮັກສາລາຄາສິນຄ້າໃນຕະຫຼາດບໍ່ໃຫ້ຕໍ່າກວ່າລະດັບລາຄາຂັ້ນຕໍ່າ ເພື່ອຊ່ວຍຜູ້ຜະລິດສິນຄ້າທີ່ມີລາຍໄດ້ໜ້ອຍໃຫ້ຈໍາໜ່າຍສິນຄ້າໄດ້ໃນລະດັບທີ່ສົມຄວນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ຕະຫຼາດເສລີ (Free market) ແມ່ນຫຍັງ?
ຕະຫຼາດເສລີ (Free market) ແມ່ນຫຍັງ?

ໝາຍເຖິງຕະຫຼາດທີ່ຜູ້ຊື້ ແລະ ຜູ້ຂາຍມີຄວາມເສລີ ໃນການຊື້-ຂາຍ ໂດຍບໍ່ມີການຈໍາກັດປະລິມານ, ລາຄາ ແລະ ການບັງຄັບໃດໆ.

ການທຸ່ມຕະຫຼາດ (Dumping) ແມ່ນຫຍັງ?
ການທຸ່ມຕະຫຼາດ (Dumping) ແມ່ນຫຍັງ?

ການຂາຍສິນຄ້າຊະນິດດຽວກັນໃນຕະຫຼາດຕ່າງປະເທດດ້ວຍລາຄາທີ່ຕໍ່າກວ່າລາຄາທີ່ຂາຍໃນປະເທດ ເພື່ອຂົ່ມຄູ່ແຂ່ງຂັນ ເຊິ່ງເປັນຜູ້ຜະລິດ ຢູ່ໃນປະເທດ ຈົນຕ້ອງເກີດການລົ້ມເລີກກິດຈະການໄປ. ດັ່ງນັ້ນ, ປະເທດຕ່າງໆຈຶ່ງມີກົດໝາຍຄຸ້ມຄອງຜູ້ຜະລິດ ເພື່ອປ້ອງກັນການທຸ່ມຕະຫຼາດ.

ຕະຫຼາດມືດ (Black Market) ແມ່ນຫຍັງ?
ຕະຫຼາດມືດ (Black Market) ແມ່ນຫຍັງ?

ໝາຍເຖິງການຄ້າຂາຍທີ່ບໍ່ເຄື່ອນໄຫວຢ່າງເປີດເຜີຍ ເຮັດຢ່າງລັບໆແບບບໍ່ຖືກຕາມກົດໝາຍກຳນົດໃຫ້. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5

ການຜູກຂາດ (Monopoly) ແມ່ນຫຍັງ?
ການຜູກຂາດ (Monopoly) ແມ່ນຫຍັງ?

ໝາຍເຖິງການໃຊ້ອໍານາດກໍາກັບ, ຄຸ້ມຄອງໂດຍໂຕຜູ້ດຽວໃນການຜະລິດ ແລະ ຈໍາໜ່າຍສິນຄ້າຢ່າງໃດໜຶ່ງ ຫຼື ກິດຈະການທາງທຸລະກິດໃດໜຶ່ງ, ການໃຊ້ອໍານາດຈໍາກັດຜູ້ອື່ນ ບໍ່ໃຫ້ຜະລິດສິນຄ້າຊະນິດດຽວກັນມາແຂ່ງ

ເງິນສໍາຮອງທະນາຄານ (Bank Reserves) ແມ່ນຫຍັງ?
ເງິນສໍາຮອງທະນາຄານ (Bank Reserves) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນສ່ວນທີ່ທະນາຄານຮັກສາສໍາລັບໄວ້ຈ່າຍໃຫ້ແກ່ລູກຄ້າ ຫຼື ຜູ້ຝາກເງິນທີ່ມາຖອນເງິນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ

ເງິນປະກັນ ແມ່ນຫຍັງ?
ເງິນປະກັນ ແມ່ນຫຍັງ?

ໝາຍເຖິງເງິນທີ່ຈ່າຍຕາມວາລະທີ່ກຳນົດຕາມຂໍ້ຕົກລົງ ໃນການປະກັນເຊັ່ນ: ປະກັນອັກຄີໄພ, ປະກັນອຸບັດເຫດເປັນຕົ້ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ການຂາຍເລ (Auction) ແມ່ນຫຍັງ?
ການຂາຍເລ (Auction) ແມ່ນຫຍັງ?

ໝາຍເຖິງການຂາຍວິທີໜຶ່ງ ທີ່ກໍານົດລາຄາຕໍ່າກວ່າປົກກະຕິ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5

ເຄື່ອງໝາຍການຄ້າ ຫຼື ຕາຊະນິດສິນຄ້າ (Trademark) ແມ່ນຫຍັງ?
ເຄື່ອງໝາຍການຄ້າ ຫຼື ຕາຊະນິດສິນຄ້າ (Trademark) ແມ່ນຫຍັງ?

ໝາຍເຖິງເຄື່ອງໝາຍທີ່ເຮັດຂຶ້ນສໍາລັບບົ່ງບອກລັກສະນະ ແລະ ຄຸນນະພາບຂອງສິນຄ້າ ເພື່ອເປັນຈຸດສັງເກດໃນການ ເລືອກຊື້ ຫຼື ເບິ່ງວ່າເປັນສິນຄ້າຂອງບໍລິສັດໃດ, ປະເທດໃດ.

ດູນການຄ້າ (Balance of Trade) ແມ່ນຫຍັງ?
ດູນການຄ້າ (Balance of Trade) ແມ່ນຫຍັງ?

ໝາຍເຖິງຄວາມເລື່ອມລໍ້າຂອງຕົວເລກ ລະຫວ່າງ ສິນຄ້າຂາເຂົ້າກັບສິນຄ້າຂາອອກຂອງປະເທດໃດປະເທດໜຶ່ງ ເຊິ່ງຖ້າສິນຄ້າຂາເຂົ້າມີຫຼາຍ ກວ່າສິນຄ້າຂາອອກສະແດງວ່າຂາດດູນການຄ້າ ຫຼື ເສຍປຽບການຄ້າ; ຖ້າສິນຄ້າຂາເຂົ້າ

ດູນການຊຳລະເງິນ (Balance of Payment) ຫຼື ດຸນການຊຳລະເງິນລະຫວ່າງ ປະເທດ (International Balance of Payment) ແມ່ນຫຍັງ?
ດູນການຊຳລະເງິນ (Balance of Payment) ຫຼື ດຸນການຊຳລະເງິນລະຫວ່າງ ປະເທດ (International Balance of Payment) ແມ່ນຫຍັງ?

ໝາຍເຖິງລາຍການສະແດງການຮັບ ແລະ ຈ່າຍເງິນໃຫ້ຕ່າງປະເທດ ໃນໄລຍະເວລາໃດເວລາໜຶ່ງເຊັ່ນ: ຄ່າສິນຄ້າ, ຄ່າບໍລິການ, ຄ່າປະກັນໄພເປັນຕົ້ນ. ອ້າງອີງ:

ພາສີອາກອນ ແມ່ນຫຍັງ?
ພາສີອາກອນ ແມ່ນຫຍັງ?

ໝາຍເຖິງພາສີທີ່ກົມພາສີຈັດເກັບຈາກເງິນລາຍໄດ້ ແລະ ທຸລະກິດ, ການຄ້າພາຍໃນປະເພດເຊັ່ນ: ພາສີເງິນລາຍໄດ້ບຸກຄົນທຳມະດາ, ພາສີເງິນລາຍໄດ້ນິຕິບຸກຄົນ ແລະ ພາສີການຄ້າ.

ໂຫລະພິມ (Teletype) ແມ່ນຫຍັງ?
ໂຫລະພິມ (Teletype) ແມ່ນຫຍັງ?

ການຮັບສັນຍານໂທລະເລກ ທີ່ສາມາດພິມອອກມາເປັນ ອັກສອນໄດ້ທັນທີ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ

ການບໍລິການສັງຄົມ (Social Service) ແມ່ນຫຍັງ?
ການບໍລິການສັງຄົມ (Social Service) ແມ່ນຫຍັງ?

ໝາຍເຖິງກິດຈະການທີ່ສະໜອງສິ່ງທີ່ເປັນ ປະໂຫຍດໃຫ້ພາກສ່ວນຂອງສັງຄົມ ຫຼື ຄົນສ່ວນໃດໜຶ່ງໄດ້ຮັບປະໂຫຍດ ຫຼື ໂອກາດທີ່ດີຂຶ້ນເພື່ອການປະກອບວຽກງານ ຫຼື ອາຊີບ. ອ້າງອີງ: ຈາກປື້ມແບບຮຽນ

ກິດຈະການສາລະນຸປະໂພກ (Municipal Utility) ແມ່ນຫຍັງ?
ກິດຈະການສາລະນຸປະໂພກ (Municipal Utility) ແມ່ນຫຍັງ?

ໝາຍເຖິງກິດຈະການທີ່ບໍລິ ການແກ່ປະຊາຊົນເຊັ່ນ: ການໄຟຟ້າ, ການນໍ້າປະປາເປັນຕົ້ນ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ພາວະເງິນຝືດ (Deflation) ແມ່ນຫຍັງ?
ພາວະເງິນຝືດ (Deflation) ແມ່ນຫຍັງ?

ໝາຍເຖິງພາວະທາງເສດຖະກິດທີ່ມີປະລິມານເງິນໝູນວຽນໃນປະ ເທດມີໜ້ອຍ ແລະ ມີການໃຊ້ຈ່າຍຫຼຸດລົງເຮັດໃຫ້ລາຄາສິນຄ້າຕົກ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ

ພາວະເງິນເຟີ້ (Inflation) ແມ່ນຫຍັງ?
ພາວະເງິນເຟີ້ (Inflation) ແມ່ນຫຍັງ?

ໝາຍເຖິງພາວະທາງເສດຖະກິດທີ່ມີປະລິມານເງິນໝູນວຽນຫຼາຍ ແລະ ມີການໃຊ້ຈ່າຍຫຼາຍ ເຮັດໃຫ້ລາຄາຂອງສິນຄ້າກໍສູງຂຶ້ນນໍາ, ເງິນຈໍານວນຫຼາຍແຕ່ຊື້ເຄື່ອງໄດ້ໜ້ອຍ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?
ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?

ຄໍາຮ້ອຍແກ້ວ ແມ່ນຄໍາປະພັນທີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍ່ມີການບັງຄັບວ່າຕ້ອງມີການສໍາຜັດແຕ່ຢ່າງໃດເຊັ່ນ: ບົດຂ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ,

ຄວາມໝາຍຂອງຄໍາຮ້ອຍກອງ ແມ່ນຫຍັງ?
ຄວາມໝາຍຂອງຄໍາຮ້ອຍກອງ ແມ່ນຫຍັງ?

ຄໍາຮ້ອຍກອງ ແມ່ນຄໍາປະພັນທີ່ຂຽນເປັນຄໍາກອນ ໂດຍມີຫຼັກການບັງຄັບການສໍາຜັດ ແລະ ມີຫຼັກການກໍານົດຄໍາເອກ ຄໍາໂທໃຫ້ຖືກຕ້ອງຕາມໂຄງປະກອບຂອງມັນ. ອ້າງອີງ: ຈາກປື້ມແບບຮຽນ

ຄວາມໝາຍຂອງບັດເຊີນ ແມ່ນຫຍັງ?
ຄວາມໝາຍຂອງບັດເຊີນ ແມ່ນຫຍັງ?

ບັດເຊີນ ແມ່ນແຜ່ນເຈ້ຍແຂງພໍສົມຄວນ ທີ່ໃຊ້ຂຽນຄໍາເຊີນ ເພື່ອເຊີນຊວນຜູ້ໃດຜູ້ໜຶ່ງ ຫຼື ກຸ່ມຄົນໃດໜຶ່ງ ໄປຮ່ວມໃນງານ ຫຼື

ຄວາມໝາຍຂອງຄໍາຂວັນ ແມ່ນຫຍັງ?
ຄວາມໝາຍຂອງຄໍາຂວັນ ແມ່ນຫຍັງ?

ຄໍາຂວັນ ແມ່ນສໍານວນຄໍາເວົ້າທີ່ແຕ່ງຂຶ້ນເພື່ອເຕືອນໃຈ ຫຼື ເພື່ອປຸກລະດົມຂະບວນການສ້າງສາ ພັດທະນາ, ຍ້ອງຍໍຊົມເຊີຍ ແລະ ຊວນໃຫ້ປະຕິບັດຕາມ.

ຄວາມໝາຍຂອງຄໍາຄົມ ແມ່ນຫຍັງ?
ຄວາມໝາຍຂອງຄໍາຄົມ ແມ່ນຫຍັງ?

ຄຳຄົມ ແມ່ນພາສາວາຈາ ສໍານວນຄໍາເວົ້າທີ່ຫຼັກແຫຼມ ເລິກເຊິ່ງ ຊວນໃຫ້ຄິດພິຈາລະນາ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ຄວາມໝາຍຂອງຄະຕິພົດ ແມ່ນຫຍັງ?
ຄວາມໝາຍຂອງຄະຕິພົດ ແມ່ນຫຍັງ?

ຄະຕິພົດ ແມ່ນຖ້ອຍຄໍາ ຫຼື ສໍານວນທີ່ແຕ່ງຂຶ້ນມາ ເພື່ອເປັນແບບຢ່າງທີ່ດີແກ່ສັງຄົມ. ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ

ຄວາມໝາຍຂອງໄປສະນີຍະບັດ ແມ່ນຫຍັງ?
ຄວາມໝາຍຂອງໄປສະນີຍະບັດ ແມ່ນຫຍັງ?

ໄປສະນີຍະບັດ ແມ່ນແຜ່ນເຈ້ຍແຂງພໍສົມຄວນ ທີ່ໃຊ້ຂຽນຈົດໝາຍສົ່ງທາງໄປສະນີ. ໃນໄປສະນີຍະບັດ ແຕ່ລະແຜນຈະມີບ່ອນທີ່ໃຊ້ຂຽນຂໍ້ຄວາມ ຫຼື ຈົດໝາຍໃສ່ ແຕ່ມີເນື້ອທີ່ຈຳກັດ

ຄວາມໝາຍຂອງຄໍາອວຍພອນ ແມ່ນຫຍັງ?
ຄວາມໝາຍຂອງຄໍາອວຍພອນ ແມ່ນຫຍັງ?

ຄໍາອວຍພອນ ແມ່ນຄໍາເວົ້າ ຫຼື ສຳນວນ ທີ່ຄົນເຮົາໃຊ້ອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດຕ່າງໆ. ອ້າງອີງ:

ຄວາມໝາຍຂອງບົດບັນທຶກ ແມ່ນຫຍັງ?
ຄວາມໝາຍຂອງບົດບັນທຶກ ແມ່ນຫຍັງ?

ບົດບັນທຶກ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ສໍາລັບບັນທຶກວຽກງານ ຫຼື ເຫດການຕ່າງໆໃນຊີວິດ ບັນທຶກການເຄື່ອນໄຫວຂອງບຸກຄົນ ຫຼື ເຫດການທາງປະຫວັດສາດ ແລະ ອື່ນໆ.

ບົດບັນທຶກປະຈຳວັນ ແມ່ນຫຍັງ?
ບົດບັນທຶກປະຈຳວັນ ແມ່ນຫຍັງ?

ບົດບັນທຶກປະຈຳວັນ ແມ່ນບົດບັນທຶກຂອງບຸກຄົນທີ່ໃຊ້ບັນທຶກເຫດການ ເພື່ອເກັບກຳຂໍ້ມູນໃນ, ການເຄື່ອນໄຫວວຽກງານ ຕະຫຼອດເຖິງຄວາມຮູ້ສຶກນຶກຄິດຂອງຕົນໃນແຕ່ລະວັນ. ຕາມທໍາມະດາແລ້ວ ຢູ່ໃນການເຄື່ອນໄຫວຕ່າງໆໃນຊີວິດປະຈຳວັນເຮົາຄວນມີການບັນທຶກສ່ວນຕົວ ເຊິ່ງນອກຈາກຈະຊ່ວຍ

ຄວາມໝາຍຂອງຈົດໝາຍ ແມ່ນຫຍັງ?
ຄວາມໝາຍຂອງຈົດໝາຍ ແມ່ນຫຍັງ?

ຈົດໝາຍ ແມ່ນໜັງສືທີ່ເພິ່ນຂຽນສົ່ງຂ່າວຫາກັນລະຫວ່າງບຸກຄົນ ຫຼື ກົມກອງຕ່າງໆ ໂດຍໃຊ້ການ ນໍາສົ່ງທາງໄປສະນີ ຫຼື ຝາກໄປນໍາບຸກຄົນກໍໄດ້.

ຄວາມໝາຍຂອງຈົດໝາຍພົວພັນວຽກ ແມ່ນຫຍັງ?
ຄວາມໝາຍຂອງຈົດໝາຍພົວພັນວຽກ ແມ່ນຫຍັງ?

ຈົດໝາຍພົວພັນວຽກ ໄດ້ແກ່ຈົດໝາຍທີ່ຂຽນຕິດຕໍ່ກັນລະຫວ່າງບຸກຄົນ ຫຼື ໜ່ວຍງານອົງການຕ່າງໆ ເພື່ອແຈ້ງການພົວພັນວຽກ. ຈົດໝາຍພົວພັນວຽກຂຽນເພື່ອປະໂຫຍດໃນການດໍາເນີນງານຕ່າງໆ ຫຼື ຂໍຄວາມຮ່ວມມືຢ່າງໃດຢ່າງໜຶ່ງ

ການຂຽນສະແດງຈິນຕະນາການ ແມ່ນຫຍັງ?
ການຂຽນສະແດງຈິນຕະນາການ ແມ່ນຫຍັງ?

ຈິນຕະນາການ ໝາຍເຖິງຄວາມຄິດທີ່ເກີດຂຶ້ນໃນຈິດໃຈຂອງຄົນເຮົາ ອາດເປັນການວາດພາບຂຶ້ນ ຕາມຄວາມຄິດຂອງຄົນແຕ່ລະຄົນ ຫຼື ອາດເປັນຜົນມາຈາກການມີປະສົບການຕ່າງໆໃນຊີວິດມາກ່ອນ. ແຕ່ໄດ້ສ້າງຂຶ້ນເປັນພາບໃໝ່ໃຫ້ວິຈິດ ຫຼື ເລິກເຊິ່ງ.

ຄວາມສໍາຄັນຂອງການເວົ້າໃນໂອກາດຕ່າງໆ ແມ່ນຫຍັງ?
ຄວາມສໍາຄັນຂອງການເວົ້າໃນໂອກາດຕ່າງໆ ແມ່ນຫຍັງ?

ການເວົ້າເປັນສິ່ງຈໍາເປັນທີ່ສຸດໃນຊີວິດປະຈຳວັນ. ເພາະຄົນເຮົາຕ້ອງມີການເຮັດວຽກຮ່ວມກັນໃນສັງຄົມ. ດັ່ງນັ້ນ, ການເວົ້າໃນໂອກາດຕ່າງໆ ຍັງເປັນສິ່ງຈໍາເປັນທີ່ຄົນເຮົາໄດ້ເຮັດຢູ່ສະເໝີ ແລະ ຖືເປັນການປະຕິບັດຢ່າງໜຶ່ງທາງສັງຄົມເຊັ່ນ: ການເວົ້າແນະນໍາ,

ການກ່າວມອບວັດຖຸສິ່ງຂອງ ແມ່ນຫຍັງ?
ການກ່າວມອບວັດຖຸສິ່ງຂອງ ແມ່ນຫຍັງ?

ແມ່ນການກ່າວເນື່ອງຈາກພາກສ່ວນ ຫຼື ບຸກຄົນໃດໜຶ່ງມີການກໍ່ສ້າງອະນຸສາວະລີເພື່ອເປັນທີ່ລະນຶກ ເຖິງບຸກຄົນທີ່ສ້າງຄຸນງາມຄວາມດີ ໃຫ້ແກ່ປະເທດຊາດ ມີການກໍ່ສ້າງໂຮງຮຽນ, ອາຄານ, ຂົວ,

ການກ່າວຄໍາອໍາລາ ແມ່ນຫຍັງ?
ການກ່າວຄໍາອໍາລາ ແມ່ນຫຍັງ?

ແມ່ນການກ່າວໃນກໍລະນີທີ່ມີຜູ້ໃດໜຶ່ງ ອອກຈາກໜ້າທີ່ວຽກງານ ຫຼື ຍ້າຍໄປຢູ່ບ່ອນອື່ນ ເພື່ອຮັບຕໍາແໜງໜ້າທີ່ໃໝ່. ເພື່ອນຮ່ວມງານໃນບ່ອນເກົ່າມັກຈະຈັດງານລ້ຽງສົ່ງ ແລະ ໃນໂອກາດນັ້ນ

Share this Doc

ຄໍາສັບຂະແໜງການຄ້າ

Or copy link