Khamsub.la

ຂະແໜງການທ່ອງທ່ຽວ

Estimated reading: 0 minutes 26 views
ການທ່ອງທ່ຽວ (Tourism) ແມ່ນຫຍັງ?
ການທ່ອງທ່ຽວ (Tourism) ແມ່ນຫຍັງ?

ໝາຍເຖິງການປະກອບກິດຈະການດ້ວຍການນໍາປັດໄຈການຜະລິດຕ່າງໆມາຜະລິດບໍລິການຢ່າງໃດຢ່າງໜຶ່ງດ້ວຍການທ່ອງທ່ຽວເພື່ອສ້າງຄວາມສະດວກສະບາຍ, ຄວາມເພິ່ງພໍໃຈ ແລະ ຂາຍບໍລິການດ້ານການທ່ອງທ່ຽວນັ້ນໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ໃຊ້ບໍລິການທັງພາຍໃນ ແລະ ຕ່າງປະເທດ.

ການທ່່ອງທ່ຽວສະໄໝກ່ອນແມ່ນຫຍັງ?
ການທ່່ອງທ່ຽວສະໄໝກ່ອນແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດເປົ້າໝາຍເພື່ອການທ່ອງທ່ຽວ, ພຽງແຕ່ເປັນການເດີນທາງທີ່ແນໃສ່ເພື່ອຄວາມຢູ່ລອດຂອງຊີວິດເທົ່ານັ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ນັກທ່ອງທ່ຽວ (Tourist) (ນັກທັດນະຈອນ) ແມ່ນຫຍັງ?
ນັກທ່ອງທ່ຽວ (Tourist) (ນັກທັດນະຈອນ) ແມ່ນຫຍັງ?

ແມ່ນຜູ້ເດີນທາງໂດຍຕັ້ງໃຈທ່ອງທ່ຽວທີ່ປະເທດໃດໜຶ່ງແຕ່ຢູ່ປະເທດນັ້ນໆບໍ່ເກີນ 24 ຊ,ມ ລວມທັງຜູ້ໂດຍສານທີ່ເດີນທາງຜ່ານປະເທດນັ້ນໂດຍບໍ່ໄດ້ອອກຈາກບໍລິເວນທີ່ຈັດໄວ້. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຊັບພະຍາກອນການທ່ອງທ່ຽວທີ່ເກີດຂື້ນເອງຕາມທໍາມະຊາດ ແມ່ນຫຍັງ?
ຊັບພະຍາກອນການທ່ອງທ່ຽວທີ່ເກີດຂື້ນເອງຕາມທໍາມະຊາດ ແມ່ນຫຍັງ?

ເປັັນແຫຼ່ງທ່ອງທ່ຽວທີ່ມີຄວາມງາມຕາມທໍາມະຊາດ ດຶງດູດໃຫ້ຄົນໄປທ່ອງທ່ຽວໃນພື້ນທີ່ນັ້ນເຊັ່ນ: ພູເຂົາ, ປ່າໄມ້, ນໍ້າຕົກ, ຖໍ້າ, ນໍ້າພຸຮ້ອນ, ບໍ່ນໍ້າຮ້ອນ,

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນ ແມ່ນຫຍັງ?
ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນ ແມ່ນຫຍັງ?

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນຈະມີລັກສະນະກົງກັນຂ້າມກັບຊັບພະຍາກອນການທ່ອງທ່ຽວທາງທໍາມະຊາດເຊັ່ນ: ສະຖານທີ່ທ່ອງທ່ຽວຕ່າງໆໃນຕົວເມືອງໃຫຍ່ໆຄື: ສູນການຄ້າ, ສວນສະໜຸກ, ໂຮງແຮມ, ສະຖານທີ່ບັນເທີງ… ອ້າງອີງ: ຈາກປື້ມ

ການອະນຸລັກການທ່ອງທ່ຽວ ແມ່ນຫຍັງ?
ການອະນຸລັກການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຊັບພະຍາກອນການທ່ອງທ່ຽວເປັນຊັບພະຍາກອນທີ່ມີຄຸນຄ່າຫຼາຍ ຄວນອະນຸລັກຮັກສາໄວ້ໃຫ້ຢູ່ໃນສະພາບທີຈົບງາມປະທັບໃຈຕະຫຼອດເວລາຄວນດູແລຮັກສາສິ່ງເລົ່ານີ້ໄວ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ແມ່ນຫຍັງ?
ການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ແມ່ນຫຍັງ?

ແມ່່ນການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ເປັນການລົງທຶນສ້າງອຸປະທານຂອງອຸດສາຫະກໍາການທ່ອງທ່ຽວເພື່ອສ້າງຄວາມສະດວກ ແລະ ປອດໄພໃຫ້ແກ່ນັກທ່ອງທ່ຽວເຊິ່ງອຸດສາຫະກໍາການທ່ອງທ່ຽວນັ້ນເປັນອຸດສາຫະກໍາທີ່ໃຫຍ່ ແລະ ກ່ຽວເນື່ອງກັນກັບທຸລະກິດຫຼາຍປະເພດ. ອ້າງອີງ: ຈາກປື້ມ

ການອະນຸລັກ (Conservation) ແມ່ນຫຍັງ?
ການອະນຸລັກ (Conservation) ແມ່ນຫຍັງ?

ໝາຍເຖິງການຮັກສາສິ່ງເຫຼົ່ານັ້ນໄວ້ໃຫ້ຢູ່ໃນສະພາບທີ່ຈົບງາມ ແລະ ດີທີ່ສຸດເທົ່າທີ່ຈະເຮັດໄດ້. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ສິ່ງອໍານວຍຄວາມສະດວກທາງການທ່ອງທ່ຽວ ແມ່ນຫຍັງ?
ສິ່ງອໍານວຍຄວາມສະດວກທາງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນສິ່ງຕ່າງໆທີ່ຮອງຮັບການເດີນທາງ ເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວເປັນໄປຢ່າງສະດວກສະບາຍ ແລະ ມີຄວາມປອດໄພທັງຊີວິດ ແລະ ຊັບສິນ ນັບແຕ່ເລີ່ມຕົ້ນເດີນທາງທ່ອງທ່ຽວຈົນຕະຫຼອດຮອດເວລາສິ້ນສຸດຈາກການທ່ອງທ່ຽວ. ອ້າງອີງ:

ການທ່ອງທ່່ຽວໃນສະໄໝປັດຈຸບັນ ແມ່ນຫຍັງ?
ການທ່ອງທ່່ຽວໃນສະໄໝປັດຈຸບັນ ແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດໝາຍປາຍທາງເພື່ອແນໃສ່ການທ່ອງທ່ຽວ, ການພັກຜ່ອນຢ່ອນໃຈ, ການສຶກສາຫາຄວາມຮູ້ ແລະ ອື່ນໆ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ອຸປະສົງຂອງການທ່ອງທ່ຽວ  ແມ່ນຫຍັງ?
ອຸປະສົງຂອງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຄວາມຕ້ອງການຂອງນັກທ່ອງທ່ຽວຈະເກີດຂຶ້ນໃນຂະນະທີ່ນັກທ່ອງທ່ຽວຕ້ອງການໃຊ້ບໍລິການ ທາງການທ່ອງທ່ຽວ ແລະ ມີອໍານາດໃນການຊື້ບໍລິການດັ່ງກ່າວ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ບົດບາດການພັດທະນາບຸກຄະລາກອນການທ່ອງທ່ຽວ ແມ່ນຫຍັງ?
ບົດບາດການພັດທະນາບຸກຄະລາກອນການທ່ອງທ່ຽວ ແມ່ນຫຍັງ?

ເນື່ອງຈາກຄວາມຈະເລີນເຕີບໂຕຂອງອຸດສາຫະກໍາການທ່ອງທ່ຽວເຮັດໃຫ້ຄວາມຕ້ອງການແຮງງາານໃນສາຂາການທ່ອງທ່ຽວເພີ່ມຂຶ້ນຢ່າງວ່ອງໄວຈຶ່ງຕ້ອງມີການພັດທະນາແຮງງານໃຫ້ມີຄວາມຮູ້ຄວາມສາມາດໃນການບໍລິການນັກທ່ອງທ່ຽວ ແລະ ມີຄຸນນະພາບຍິ່ງຂຶ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ນັກທ່ອງທ່ຽວລະດັບສູງ ແມ່ນຫຍັງ?
ນັກທ່ອງທ່ຽວລະດັບສູງ ແມ່ນຫຍັງ?

ເປັນນັກທ່ອງທ່ຽວປະເພດທີ່ມີລາຍໄດ້ສູງມັກໃຊ້ການທ່ອງທ່ຽວຊະນິດຫຼູຫຼາ ແລະ ພ້ອມທີ່ຈະຈ່າຍຄ່າບໍລິການໃນອັດຕາສູງເຮັດໃຫ້ຜູ້ປະກອບກິດຈະການທາງການທ່ອງທ່ຽວມີກໍາໄລສູງ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ນັກທ່ອງທ່ຽວລະດັບກາງ ແມ່ນຫຍັງ?
ນັກທ່ອງທ່ຽວລະດັບກາງ ແມ່ນຫຍັງ?

ເປັນນັັກທ່ອງທ່ຽວປະເພດທີ່ມີລາຍໄດ້ປານກາງບໍ່ຈູ້ຈີ້ ຫຼື ຮຽກຮ້ອງບໍລິການທາງການທ່ອງທ່ຽວຫຼາຍເໝືອນປະເພດນັກທ່ອງທ່ຽວຫຼູຫຼາ ເປັນນັກທ່ອງທ່ຽວທີ່ອາລົມດີມຸ້ງຄວາມສະໜຸກສະໜານເປັນສໍາຄັນໂດຍປົກກະຕິນັກທ່ອງທ່ຽວປະເພດນີ້ມີຈໍານວນຫຼາຍກວ່າປະເພດຫຼູຫຼາ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ນັກທ່ອງທ່ຽວລະດັບມວນຊົນ ແມ່ນຫຍັງ?
ນັກທ່ອງທ່ຽວລະດັບມວນຊົນ ແມ່ນຫຍັງ?

ເປັນນັກທ່່ອງທ່ຽວປະເພດຈໍານວນຫຼາຍທີສຸດສ່ວນຫຼາຍມີລາຍໄດ້ໜ້ອຍ ຫຼື ມີລາຍໄດ້ປະຈໍາຕ້ອງການທ່ອງທ່ຽວແບບພື້ນໆໃນລາຄາຖືກເອົາໃຈງ່າຍ ນັກທ່ອງທ່ຽວປະເພດນີ້ເກີດຂື້ນເມື່ອບໍ່ນານມານີ້ເອງ ໂດຍໄດ້ຮັບແຮງຈູງໃຈຈາກການໂຄສະນາທີ່ທຸລະກິດນໍາທ່ຽວຈັດຂື້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ຍຸດທະສາດ (ການທ່ອງທ່ຽວ) ແມ່ນຫຍັງ?
ຍຸດທະສາດ (ການທ່ອງທ່ຽວ) ແມ່ນຫຍັງ?

ແມ່ນແຜນແມ່ບົດເພື່ອກໍານົດແນວທາງທິດທາງ, ຄາດໝາຍຂອງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຂອງພັກ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ແຜນແມ່ບົດ ແມ່ນຫຍັງ?
ແຜນແມ່ບົດ ແມ່ນຫຍັງ?

ແມ່ນແຜນຫຼັກພັດທະນາການທ່ອງທ່ຽວແບບຍືນຍົງ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ແຜນສາຂາ ແມ່ນຫຍັງ?
ແຜນສາຂາ ແມ່ນຫຍັງ?

ແມ່ນແຜນຍ່ອຍພັດທະນາການທ່ອງທ່ຽວແບບຍືນຍົງ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ບູຮານສະຖານ ແມ່ນຫຍັງ?
ບູຮານສະຖານ ແມ່ນຫຍັງ?

ແມ່ນສິ່ງຂອງທີ່ບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ໂບດ, ວັງ, ວັດ,,, ໂດຍມີອາຍຸຫຼາຍກ່ວາ 100 ປີຂຶ້ນໄປເຊັ່ນ: ພະລາດສະວັງ

ບູຮານວັດຖຸ ແມ່ນຫຍັງ?
ບູຮານວັດຖຸ ແມ່ນຫຍັງ?

ແມ່ນສິ່ິ່ງຂອງທີ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ພຣະພຸດທະຮູບ, ສິລາຈາລຶກ ເຊິ່ງມີອາຍຸຫຼາຍຮ້ອຍປີ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ປູຊະນີຍະສະຖານ ແມ່ນຫຍັງ?
ປູຊະນີຍະສະຖານ ແມ່ນຫຍັງ?

ແມ່ນສະຖານທີ່ຄວນັບຖື ແລະ ການສັກກະລະບູຊາເຊັ່ນ: ພຮະທາດອິງຮັງ, ທາດເມືອງເກົ່າ, ພຮະທາດຫຼວງເປັນຕົ້ນ. ອ້າງອີງ: ຈາກປື້ມ

ປູຊະນີຍະວັດຖຸ ແມ່ນຫຍັງ?
ປູຊະນີຍະວັດຖຸ ແມ່ນຫຍັງ?

ແມ່ນວັດຖຸທີ່ຄວນເຄົາລົບນັບຖືເຊັ່ນ: ພຮະພຸດທະຮູບ, ເທບພຮະເຈົ້າ ເປັນຕົ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ສິ່ງແວດລ້ອມ (Environment) ແມ່ນຫຍັງ?
ສິ່ງແວດລ້ອມ (Environment) ແມ່ນຫຍັງ?

ແມ່ນທຸກສິ່ງທຸກຢ່າງທີ່ຢູ່ອອມໂຕມະນຸດ,​ ມີທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດລວມທັງທີ່ເປັນຮູບປະທໍາ (ສາມາດຈັບຕ້ອງໄດ້ ແລະ ເບິ່ງເຫັນໄດ້) ແລະ

ການຂົນສົ່ງ ແມ່ນຫຍັງ?
ການຂົນສົ່ງ ແມ່ນຫຍັງ?

ແມ່ນການລໍາລຽງ ຫຼື ເຄື່ອນຍ້າຍບຸກຄົນ ຫຼື ສິ່ງຂອງດ້ວຍເຄື່ອງມືອຸປະກອນການຂົນສົ່ງ ເຊິ່ງອຸປະກອນການຂົນສົ່ງນີ້ໝາຍເຖິງ:​ ຍານພາຫະນະທີ່ໃຊ້ໃນການຂົນສົ່ງ ລວມທັງເຄື່ອງລຸດຜ່ອນທຶນແຮງດ້ວຍ.

ອຸປະທານຂອງອຸດສາຫະກໍາທ່ອງທ່ຽວ ແມ່ນຫຍັງ?
ອຸປະທານຂອງອຸດສາຫະກໍາທ່ອງທ່ຽວ ແມ່ນຫຍັງ?

ແມ່ນໝາຍເຖິງປະລິມານຂອງບໍລິການອຸດສາຫະກໍາການທ່ອງທ່ຽວທີ່ຜູ້ປະກອບການທຸລະກິດທ່ອງທ່ຽວເຕັມໃຈ ແລະ ສາມາດຂາຍໄດ້ໃນເວລາທີ່ກໍານົດໃຫ້ໃນລະດັບຕ່າງໆ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ທິວທັດ (Scenery) ແມ່ນຫຍັງ?
ທິວທັດ (Scenery) ແມ່ນຫຍັງ?

ທິວທັດທາງທໍາມະຊາດທີ່ສວຍງາມ ແລະ ແປກປະຫຼາດເປັນສິ່ງໜຶ່ງທີ່ດຶງດູດໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ແລະ ຢ້ຽມຊົມ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ສັດປ່າ ແລະ ພັນໄມ້ (Wildlife and flora) ແມ່ນຫຍັງ?
ສັດປ່າ ແລະ ພັນໄມ້ (Wildlife and flora) ແມ່ນຫຍັງ?

ສັດປ່າ ແລະ ພືດພັນໄມ້ກໍ່ເປັນສ່ວນໜຶ່ງຂອງຄວາມສວຍງາມຕາມທໍາມະຊາດທີ່ດຶງດູດນັກທ່ອງທ່ຽວໄດ້ຫຼາຍ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ສະພາບພູມມິອາກາດ (Climate) ແມ່ນຫຍັງ?
ສະພາບພູມມິອາກາດ (Climate) ແມ່ນຫຍັງ?

ສະພາບພູມມິອາກາດໂດຍທົ່ວໄປເຊັ່ນ: ແສງແດດ, ສາຍລົມ, ອາກາດອົບອຸ່ນ ຫຼື ຫິມະຕັກໃນລະດູໝາວ ຕະຫຼອດຈົນລັກສະນະອາກາດທີ່ແຕກຕ່າງໄປຈາກຖິ່ນເດີມຂອງຕົນຈະເປັນສິ່ງທີ່ກໍ່ໃຫ້ເກີດການທ່ອງທ່ຽວຂຶ້ນມາໄດ້. ອ້າງອີງ:

ປາກົດການທາງທໍາມະຊາດ (Natural Phenomenon) ແມ່ນຫຍັງ?
ປາກົດການທາງທໍາມະຊາດ (Natural Phenomenon) ແມ່ນຫຍັງ?

ເປັນລັກສະນະທີ່ເກີດຂຶ້ນເອງຕາມທໍາມະຊາດເຊັ່ນ: ການເກີດຝົນດາວຕົກ, ບັ້ງໄຟພະຍານາກ, ກົບກິນເດືອນເປັນຕົ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ໜ້າທີ່ຂອງສິ່ງແວດລ້ອມ ແມ່ນຫຍັງ?
ໜ້າທີ່ຂອງສິ່ງແວດລ້ອມ ແມ່ນຫຍັງ?

ບໍ່ແມ່ນວ່າສິ່ງແວດລ້ອມນັ້ນມີຊີວິດ ຫຼື ບໍ່ມີຊີວິດກໍ່ລ້ວນແຕ່ກໍ່ໃຫ້ເກີດຜົນປະໂຫຍດ ແລະ ໂທດຕໍ່ກັບສິ່ງທີ່ມີຊີວິດທັງນັ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ການຕະຫຼາດການທ່ອງທ່ຽວ ແມ່ນຫຍັງ?
ການຕະຫຼາດການທ່ອງທ່ຽວ ແມ່ນຫຍັງ?

ອຸດສາຫະກໍາການທ່ອງທ່ຽວສາມາດສ້າງລາຍໄດ້ເປັນເງິນຕາຕ່າງປະເທດ ແລະ ມີບົດບາດສໍາຄັນຕໍ່ເສດຖະກິດຂອງຫຼາຍໆປະເທດທັງປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກໍາລັງພັດທະນາອຸດສາຫະກໍາການທ່ອງທ່ຽວ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ສິນຄ້າ (Goods) ແມ່ນຫຍັງ?
ສິນຄ້າ (Goods) ແມ່ນຫຍັງ?

ໝາຍເຖິງສິ່ງທີ່ສໍາພັດໄດ້ ແລະ ສາມາດຕອບສະໜອງຄວາມ ເພິ່ງພໍໃຈກັບລູກຄ້າການບໍລິການ (service). ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ຄວາມຄິດ (Idea) ແມ່ນຫຍັງ?
ຄວາມຄິດ (Idea) ແມ່ນຫຍັງ?

ເປັນຄວາມຄິດໃດໆກໍ່ຕາມທີ່ເຮັດໃຫ້ທຸລະກິດ ມອງເຫັນສູ່ທາງທີ່ຈະນໍາສະເໜີສິນຄ້າ ແລະ ບໍລິການເຂົ້າສູ່ຕະຫຼາດ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຄຸນນະພາບ (Quality) ແມ່ນຫຍັງ?
ຄຸນນະພາບ (Quality) ແມ່ນຫຍັງ?

ແມ່ນການພັດທະນາຜະລິດຕະພັນລວມທັງຂະບວນການທາງທຸລະກິດ ຈຶ່ງເປັນສິ່ງສໍາຄັນທີ່ໜ່ວຍງານຈະຕ້ອງຄໍານຶງເຖິງໃນລະດັບຕົ້ນເພາະເປັນປັດໃຈທີ່ເຮັດໃຫ້ລູກຄ້າເພິ່ງພໍໃຈ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການແລກປ່ຽນຜະລິດຕະພັນ ແມ່ນຫຍັງ?
ການແລກປ່ຽນຜະລິດຕະພັນ ແມ່ນຫຍັງ?

ແມ່ນການທໍາທຸລະກໍາ ແລະ ຄວາມສໍາພັນທີ່ດີທາງການຕະຫຼາດການແລກປ່ຽນຈະເກີດຂື້ນເມື່ອບຸກຄົນ ຫຼື ກຸ່ມຄົນຝ່າຍໜຶ່ງໄດ້ຮັບສິ່ງທີ່ຕ້ອງການຈາກບຸກຄົນ ຫຼື ກຸ່ມຄົນອີກຝ່າຍໜຶ່ງໂດຍສະເໜີບາງສິ່ງເປັນການຕອບແທນຕາມເງື່ອນໄຂ. ອ້າງອີງ:

ຕະຫຼາດ (Market) ແມ່ນຫຍັງ?
ຕະຫຼາດ (Market) ແມ່ນຫຍັງ?

ໃນຄວາມໝາຍແມ່ນສະຖານທີ່ທີ່ຜູ້ຊື້ ແລະ ຜູ້ຂາຍລວມຕົວກັນເພື່ອແລກປ່ຽນຜະລິດຕະພັນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ພະລິດຕະພັນການທ່ອງທ່ຽວ ແມ່ນຫຍັງ?
ພະລິດຕະພັນການທ່ອງທ່ຽວ ແມ່ນຫຍັງ?

ຜະລິດຕະພັນທາງການທ່ອງທ່ຽວປະກັບດ້ວຍສິ່ງຕ່າງໆຫຼາກຫຼາຍທັງເປັນອົງປະກອບທີ່ເປັນຮູບປະທໍາ ແລະ ນາມມະທໍາ, ການບໍລິການ ແລະ ພາບຫຼັກ ຈຶ່ງເຮັດໃຫ້ຜະລິດຕະພັນທາງການທ່ອງທ່ຽວມີລັກສະນະພິເສດ. ອ້າງອີງ:

ຜະລິດຕະພັນຂອງໂຮງແຮມ ແມ່ນຫຍັງ?
ຜະລິດຕະພັນຂອງໂຮງແຮມ ແມ່ນຫຍັງ?

ຜະລິິດຕະພັນຂອງໂຮງແຮມແມ່ນບ່ອນນອນ ອາດຈະແມ່ນຕຽງ ຫ້ອງພັກ ຫຼື ເຮືອນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ

ການບໍລິການໂຮງແຮມ (Hotel Administration) ແມ່ນຫຍັງ?
ການບໍລິການໂຮງແຮມ (Hotel Administration) ແມ່ນຫຍັງ?

ໂຮງແຮມມີຫຼາຍພະແນກ ຫຼື ຫຼາຍໜ້າທີ່, ໜ້າທີ່ຕ່າງໆເຫຼືອນັ້ນໄດ້ຈັດວາງຕາມສາຍງານປົກຄອງແຕ່ເທິງລົງລຸ່ມ (ສາຍຕັ້ງ) ແຕ່ລະພະແນກ ກໍ່ມີການພົວພັນເຊິ່ງກັນ ແລະ

ຝ່າຍສ່ວນໜ້າຂອງໂຮງແຮມ ແມ່ນຫຍັງ?
ຝ່າຍສ່ວນໜ້າຂອງໂຮງແຮມ ແມ່ນຫຍັງ?

ຢູ່ໂຮງແຮມໃຫຍ່ຜູ້ຈັດການຝ່າຍສ່ວນໜ້າເປັນຜູ້ຄຸ້ມຄອງງານນີ້ທັງໝົດ. ການຈັດຕັ້ງຂອງຝ່າຍສ່ວນໜ້າປະກອບດ້ວຍ: ພະແນກຕ້ອນຮັບ, ພະແນກບໍລິຫານ, ພະແນກເຄື່ອງແບບ, ພະແນກຮັບ-ຕໍ່ໂທລສັບ, ພະແນກຮັບຈອງ ແລະ

ໂຮງແຮມ (Hotel) ແມ່ນຫຍັງ?
ໂຮງແຮມ (Hotel) ແມ່ນຫຍັງ?

ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວ ປະກອບດ້ວຍ 15 ຫ້ອງນອນຂື້ນໄປ ເຊິ່ງອໍານວຍຄວາມສະດວກ, ມີອຸປະກອນເຄື່ອງໃຊ້ທີ່ມີຄຸນນະພາບ ແລະ ການບໍລິການທີ່ມີມາດຕະຖານດີໂດຍຈຸດປະສົງດໍາເນີນທຸລະກິດບໍລິການທີ່ພັກເຊົ່າຊົ່ວຄາວ

ເຮືອນພັກ ແມ່ນຫຍັງ?
ເຮືອນພັກ ແມ່ນຫຍັງ?

ໝາຍເຖິິງສະຖານທີ່ພັກແຮມ, ປະກອບດ້ວຍ 14 ຫ້ອງນອນຂື້ນໄປ ແຕ່ບໍ່ຫຼຸດ 5 ຫ້ອງນອນ, ເຊິ່ງມີສິ່ງອໍານວຍຄວາມສະດວກ

ຫ້ອງພັກ ແມ່ນຫຍັງ?
ຫ້ອງພັກ ແມ່ນຫຍັງ?

ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວທີ່ມີ 4 ຫ້ອງນອນລົງມາ ແລະ ມີສິ່ງອໍານວຍຄວາມສະດວກ, ມີອຸປະກອນເຄື່ອງທີ່ມີຄຸນນະພາບ ແລະ ການບໍລິການທີ່ມີມາດຕະຖານດີ.

Full Fare ແມ່ນຫຍັງ?
Full Fare ແມ່ນຫຍັງ?

ແມ່ນປີ້ໂດຍສານເຕັມລາຄາທີ່ໃຊ້ກັບບຸກຄົນທົ່ວໄປໂດຍຄິດຄໍານວນຈາກໄລຍະທາງເປັນຫຼັກ ມີອາຍຸການໃຊ້ງານໜຶ່ງປີນັບຕັ້ງແຕ່ມື້ທີ່ອອກປີ້. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

Excursion Fare ແມ່ນຫຍັງ?
Excursion Fare ແມ່ນຫຍັງ?

ເປັນປີ້ໂດຍສານທີ່ຂາຍໃຫ້ກັບບຸກຄົນທົ່ວໄປແຕ່ມີເງື່ອນໄຂໃນການໃຊ້ປີ້ ເຊັ່ນຕ້ອງພັກເຊົ່າໃນທ້ອງຖິ່ນຕາມເກນທີ່ກໍານົດ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

Group Fare ແມ່ນຫຍັງ?
Group Fare ແມ່ນຫຍັງ?

ເປັນປີ້ໂດຍສານທີ່ຂາຍໃຫ້ແກ່ນັກເດີນທາງໂດຍກໍານົດຈໍານວນຂັ້ນຕໍ່າໃນກຸ່ມໄວ້ ແລະ ການໃຊ້ປີ້ຈະມີກໍານົດເວລາຂັ້ນຕໍາໄວ້ ຢ່າງແນ່ນອນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

Inclusive Tour Fare ແມ່ນຫຍັງ?
Inclusive Tour Fare ແມ່ນຫຍັງ?

ເປັນປີ້ໂດຍສານລາຄາພິເສດທີ່ຂາຍໃຫ້ແກ່ບໍລິສັດນໍາທ່ຽວ ຫຼື ຕົວແທນການທ່ອງທ່ຽວເທົ່ານັ້ນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

Advance Payment Excursion ແມ່ນຫຍັງ?
Advance Payment Excursion ແມ່ນຫຍັງ?

ເປັນປີ້ໂດຍສານພິເສດທີ່ຂາຍໃຫ້ທຸກຄົນທົ່ວໄປພາຍໃຕ້ເງື່ອນໄຂຜູ້ຊື້ຈະຕ້ອງຈ່າຍເງິນລ່ວງໜ້າປະມານ 3 ເດືອນ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ເຮືືອນພັກ (Guest House) ແມ່ນຫຍັງ?
ເຮືືອນພັກ (Guest House) ແມ່ນຫຍັງ?

ໝາຍເຖິງທີ່ພັກແຮມລັກສະນະເປັນບ້ານທີ່ດັດແປງ ຫຼື ສ້າງຂື້ນ ແລະ ແບ່ງຫ້ອງເປັນທີ່ພັກແຮມແກ່ນັກທ່ອງທ່ຽວ ໂດຍເກັບຄ່າເຊົ່າ ອາດຈະຢູ່ໃນລັກສະນະໃດລັກສະນະໜຶ່ງ. ອ້າງອີງ:

ບັງກະໂລ (Bungalow) ແມ່ນຫຍັງ?
ບັງກະໂລ (Bungalow) ແມ່ນຫຍັງ?

ໝາຍເຖີງທີ່ພັກແຮມທີ່ຈັດໃຫ້ນັກທ່ອງທ່ຽວທີ່ຈັດເປັນຫຼັງ ໂດຍເກັບຄ່າເຊົ່າ ແຕ່ລະຫຼັງອາດຈະມີຫ້ອງນອນ 1 ຫ້ອງ ຫຼື ຫຼາຍກວ່າກໍ່ໄດ້. ອ້າງອີງ:

ຫໍພັກ (Hostel) ແມ່ນຫຍັງ?
ຫໍພັກ (Hostel) ແມ່ນຫຍັງ?

ໝາຍເຖິງທີ່ີ່ພັກແຮມທີ່ກຸ່ມບຸກຄົນ ຫຼື ສະຖາບັນຈັດໄວ້ໃຫ້ເພື່ອໃຫ້ສະມາຊິກໃນກຸ່ມມາໃຊ້ບໍລິການ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ທີ່ຕັ້ງແຄ້ມ (Camping Group) ແມ່ນຫຍັງ?
ທີ່ຕັ້ງແຄ້ມ (Camping Group) ແມ່ນຫຍັງ?

ໝາຍເຖິງການພັກຄ້າງຄືນນອກບ້ານທີ່ເປັນກິດຈະກໍາກາງແຈ້ງໂດຍມີຄ່າໃຊ້ຈາຍ. ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ບ້ານຮັບຮອງ (Vacation Home) ແມ່ນຫຍັງ?
ບ້ານຮັບຮອງ (Vacation Home) ແມ່ນຫຍັງ?

ໝາຍເຖິງທີ່ພັກທີ່ໜ່ວຍລາດຊະການ ຫຼື ເອກະຊົນຈັດໄວ້ເພື່ອຮອງຮັບແຂກ ຫຼື ສ່ວນໂຕ ໂດຍບໍ່ມີການເກັບຄ່າເຊົ່າ. ອ້າງອີງ: ຈາກປື້ມ

Share this Doc

ຂະແໜງການທ່ອງທ່ຽວ

Or copy link