Khamsub.la

ຂະແໜງບໍລິຫານ

Estimated reading: 0 minutes 329 views
ການຕອບສະໜອງຈາກພາຍໃນ (Internal supply) ແມ່ນຫຍັງ?
ການຕອບສະໜອງຈາກພາຍໃນ (Internal supply) ແມ່ນຫຍັງ?

ການຕອບສະໜອງຈາກພາຍໃນ ຫຼື ການຕອບສະໜອງຈາກແຮງງານພາຍໃນ ໝາຍເຖິງບຸກຄົນ ແລະ ວຽກທີ່ມີຢູ່ໃນປະຈຸບັນພາຍໃນບໍລິສັດຂອງຕົນ. ອ້າງອີງ: ຈາກປື້ມ

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?
ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນການພະຍາກອນເຖິງຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດທີ່ຢູ່ໃນຂອບເຂດຂອງການເຄື່ອນໄຫວທາງດ້ານການວາງແຜນຍຸດທະສາດທາງທຸລະກິດ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ເຕັກນິກລວມສູນແມ່ນຫຍັງ?
ເຕັກນິກລວມສູນແມ່ນຫຍັງ?

ເຕັກນິກລວມສູນ ແມ່ນເຕັກນິກທີ່ຄໍານວນຈາກເທິງລົງລຸ່ມ ເພື່ອຄາດຄະເນຄວາມຕ້ອງການແຮງງານ ໂດຍອີງໃສ່ສະພາບທຸລະກິດປັດຈຸບັນ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ການວິໄຈຕົວເລກສັດສ່ວນແມ່ນຫຍັງ?
ການວິໄຈຕົວເລກສັດສ່ວນແມ່ນຫຍັງ?

ການວິໄຈຕົວເລກສັດສ່ວນ ແມ່ນເຕັກນິກພະຍາກອນ ເພື່ອກຳນົດຄວາມຕ້ອງການດ້ານພະນັກງານໃນອະນາຄົດ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ຄວາມໂອບເອື້ອອາລີແມ່ນຫຍັງ?
ຄວາມໂອບເອື້ອອາລີແມ່ນຫຍັງ?

ຄວາມໂອບເອື້ອອາລີ ແມ່ນລັກສະນະຂອງການສະແດງອອກດ້ວຍການມັກໂອ້ລົມກັບຜູ້ອື່ນຊອກຜູກພັນກັບຜູ້ອື່ນ, ຫ້າວຫັນ, ຈູ້ຈີ້ ແລະ ລະມັດລະວັງ. ອ້າງອີງ: ຈາກປື້ມ

ຄວາມເຫັນອົກເຫັນໃຈ (ອາທອນ) ແມ່ນຫຍັງ?
ຄວາມເຫັນອົກເຫັນໃຈ (ອາທອນ) ແມ່ນຫຍັງ?

ຄວາມເຫັນອົກເຫັນໃຈ ແມ່ນສະແດງເຖິງລັກສະນະຂອງຄວາມໄວ້ເນື້ອເຊື່ອໃຈ, ຮັກແພງ, ເອື້ອເຟື້ອ, ຜ່ອນຜັນ, ຊື່ສັດ, ໃຫ້ຄວາມຮ່ວມມື. ອ້າງອີງ:

ການຝຶກອົບຮົມແມ່ນຫຍັງ?
ການຝຶກອົບຮົມແມ່ນຫຍັງ?

ການຝຶກອົບຮົມ ແມ່ນຂະບວນການສິດສອນຄົນງານໃຫ້ມີຄວາມຊຳນິຊຳນານສະເພາະໃດຫນຶ່ງ ຫຼື ຊ່ວຍໃຫ້ເຂົາເຈົ້າສາມາດດັດແປງແກ້ໄຂຂໍ້ບົກຜ່ອງຕ່າງໆ ໃນການປະຕິບັດງານຂອງເຂົາເຈົ້າ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ

ການພັດທະນາແມ່ນຫຍັງ?
ການພັດທະນາແມ່ນຫຍັງ?

ການພັດທະນາ ແມ່ນຄວາມພະຍາຍາມສິດສອນຄົນງານໃຫ້ມີຄວາມສາມາດດ້ານໃດຫນຶ່ງທີ່ທາງອົງກອນເຫັນວ່າຈະມີຄວາມຕ້ອງການໃນອະນາຄົດ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ການຄຸ້ມຄອງຊັບພະຍາກອນມະນຸດ (ຄຊມ) ແມ່ນຫຍັງ?
ການຄຸ້ມຄອງຊັບພະຍາກອນມະນຸດ (ຄຊມ) ແມ່ນຫຍັງ?

ຄຊມ ຫຼື ການຄຸ້ມຄອງຊັບພະຍາກອນມະນຸດ ແມ່ນກິດຈະກໍາລວມທີ່ກ່ຽວຂ້ອງກັບການຮັບສະໝັກ, ຄັດເລືອກ, ພັດທະນາ, ການໃຫ້ຄ່າຕອບແທນ, ການສະຫງວນ

ຊັບພະຍາກອນມະນຸດຂອງອົງກອນແມ່ນຫຍັງ?
ຊັບພະຍາກອນມະນຸດຂອງອົງກອນແມ່ນຫຍັງ?

ຊັບພະຍາກອນມະນຸດຂອງອົງກອນ ໝາຍເຖິງທຸກຄົນທີ່ປະຕິບັດໜ້າທີ່ກິດຈະກໍາຂອງຕົນຢູ່ໃນອົງກອນນັ້ນ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ການຄຸ້ມຄອງຄ່າຕອບແທນແມ່ນຫຍັງ?
ການຄຸ້ມຄອງຄ່າຕອບແທນແມ່ນຫຍັງ?

ການຄຸ້ມຄອງຄ່າຕອບແທນ ແມ່ນກິດຈະກໍາການພັດທະນານະໂຍບາຍ ຫຼື ໂຄງການຕ່າງໆຂອງອົງກອນ ທາງດ້ານຄ່າຕອບແທນ ແລະ ຜົນປະໂຫຍດຕໍ່ຄົນງານ ເພື່ອແນ່ໃສ່ປຸກລະດົມຄົນງານໃຫ້ປະກອບສ່ວນສ້າງຄວາມກ້າວໜ້າໃຫ້ອົງກອນ.

ໜ້າວຽກ (Task) ແມ່ນຫຍັງ?
ໜ້າວຽກ (Task) ແມ່ນຫຍັງ?

ໜ້າວຽກ (Task) ແມ່ນອົງປະກອບພື້ນຖານຂອງວຽກງານ ເຊິ່ງເປັນບາດກ້າວອັນແນ່ນອນ ແລະ ຈໍາເປັນໃນການປະຕິບັດພາລະໜ້າທີ່ຂອງວຽກງານໃດໝຶ່ງ. ອ້າງອີງ: ຈາກປື້ມ

ລາຍລະອຽດວຽກ (Job description) ແມ່ນຫຍັງ?
ລາຍລະອຽດວຽກ (Job description) ແມ່ນຫຍັງ?

ລາຍລະອຽດວຽກ (Job description) ແມ່ນລາຍການຂອງພາລະໜ້າທີ່, ຄວາມຮັບຜິດຊອບ, ການພົວພັນດ້ານການລາຍງານ, ເງື່ອນໄຂປະຕິບັດວຽກງານ ແລະ

ລັກສະນະສະເພາະຂອງວຽກ (Job Specification) ແມ່ນຫຍັງ?
ລັກສະນະສະເພາະຂອງວຽກ (Job Specification) ແມ່ນຫຍັງ?

ລັກສະນະສະເພາະຂອງວຽກ (Job Specification) ແມ່ນລາຍການຂອງ ຄວາມຮຽກຮ້ອງຕ້ອງການດ້ານຄົນ ໃນວຽກໃດໜຶ່ງ ເຊິ່ງແມ່ນຄວາມຮຽກຮ້ອງດ້ານການສຶກສາ, ຄວາມຊໍານິຊໍານານ,

ການວິໄຈວຽກ (Job analysis) ແມ່ນຫຍັງ?
ການວິໄຈວຽກ (Job analysis) ແມ່ນຫຍັງ?

ການວິໄຈວຽກ ແມ່ນຂະບວນການຂອງການເກັບກໍາຂໍ້ມູນຢ່າງເປັນລະບົບ ເພື່ອເອົາມານໍາໃຊ້ໃນການຕັດສິນໃຈກ່ຽວກັບວຽກ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ຜົນການປະຕິບັດງານ (Performance) ແມ່ນຫຍັງ?
ຜົນການປະຕິບັດງານ (Performance) ແມ່ນຫຍັງ?

ຜົນການປະຕິບັດງານ ໝາຍເຖິງບັນທຶກໝາກຜົນທີ່ໄດ້ສ້າງຂຶ້ນຈາກໜ້າທີ່ວຽກງານສະເພາະໃດໜຶ່ງ ຫຼື ກິດຈະກຳທີ່ໄດ້ປະຕິບັດຜ່ານໄລຍະເວລາອັນແນ່ນອນໃດໜຶ່ງ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ການຕອບສະໜອງຈາກພາຍນອກ (External supply) ແມ່ນຫຍັງ?
ການຕອບສະໜອງຈາກພາຍນອກ (External supply) ແມ່ນຫຍັງ?

ການຕອບສະໜອງຈາກພາຍນອກ (External supply) ໝາຍເຖິງບຸກຄົນຕ່າງໆທີ່ຢູ່ໃນໂຮງງານ ເຊິ່ງສາມາດຖືກຊັບຊ້ອນເຂົ້າເຮັດວຽກໃນອົງກອນໄດ້. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ

ຄວາມອຸ່ນອ່ຽງດ້ານອາລົມແມ່ນຫຍັງ?
ຄວາມອຸ່ນອ່ຽງດ້ານອາລົມແມ່ນຫຍັງ?

ຄວາມອຸ່ນອ່ຽງດ້ານອາລົມ ແມ່ນສະແດງອອກເຖິງລັກສະນະຂອງຄວາມສຸຂຸມ, ເຍືອກເຢັນ, ເປັນເຈົ້າຕົນເອງ ແລະ ບໍ່ເອື່ອຍອີງ. ອ້າງອີງ: ຈາກປື້ມ

ການພັດທະນາອາຊີບແມ່ນຫຍັງ?
ການພັດທະນາອາຊີບແມ່ນຫຍັງ?

ການພັດທະນາອາຊີບ ແມ່ນຄວາມພະຍາຍາມທີ່ມີການວາງແຜນ ແລະ ຈັດຕັ້ງຢ່າງເປັນທາງການ ເພື່ອເຮັດໃຫ້ມີຄວາມສົມດຸນລະຫວ່າງຄວາມຕ້ອງການດ້ານອາຊີບຂອງສ່ວນບຸກຄົນ ແລະ ຄວາມຮຽກຮ້ອງຕ້ອງການດ້ານແຮງງານຂອງອົງກອນ. ອ້າງອີງ:

ການປະເມີນຜົນການປະຕິບັດງານ (Performance appraisal) ແມ່ນຫຍັງ?
ການປະເມີນຜົນການປະຕິບັດງານ (Performance appraisal) ແມ່ນຫຍັງ?

ການປະເມີນຜົນການປະຕິບັດງານ (Performance appraisal) ໝາຍເຖິງການກໍານົດ, ການວັດແທກ ແລະ ການຄຸ້ມຄອງການປະຕິບັດງານຂອງມະນຸດໃນອົງກອນ. ອ້າງອີງ:

ການກໍານົດແມ່ນຫຍັງ?
ການກໍານົດແມ່ນຫຍັງ?

ການກໍານົດ ໝາຍເຖິງກໍານົດຂົງເຂດວຽກງານທີ່ຄວນຈະໄດ້ຮັບການກວດສອບ ເພື່ອວັດແທກການປະຕິບັດງານ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ການຕີລາຄາວຽກແມ່ນຫຍັງ?
ການຕີລາຄາວຽກແມ່ນຫຍັງ?

ການຕີລາຄາວຽກ ແມ່ນຂະບວນການສໍາຫຼວດຕີລາຄາຢ່າງເປັນລະບົບຕໍ່ຄຸນຄ່າຂອງແຕ່ລະວຽກ ໂດຍທຽບກັບວຽກອື່ນໆພາຍໃນອົງກອນ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ລະບົບອັດຕາຈໍານວນແມ່ນຫຍັງ?
ລະບົບອັດຕາຈໍານວນແມ່ນຫຍັງ?

ລະບົບອັດຕາຈໍານວນ ແມ່ນລະບົບຂອງການເບີກຈ່າຍທີ່ອີງໃສ່ຈໍານວນຂອງຜະລິດຕະພັນທີ່ຜະລິດອອກໄດ້ ໂດຍຄົນງານລາຍບຸກຄົນພາຍໃນໄລຍະເວລາໃດໜຶ່ງ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ລະບົບອັດຕາຊົ່ວໂມງແມ່ນຫຍັງ?
ລະບົບອັດຕາຊົ່ວໂມງແມ່ນຫຍັງ?

ລະບົບອັດຕາຊົ່ວໂມງ ແມ່ນແຜນເບີກຈ່າຍໃຫ້ຄົນງານໂດຍອີງໃສ່ອັດຕາຊົ່ວໂມງ ແລະ ຈະຈ່າຍເພີ່ມໂດຍໄລ່ເປັນເປີເຊັນເພີ່ມຂອງຄ່າຈ້າງພື້ນຖານ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ການນໍາສະເໜີເພື່ອຕັດສິນໃຈແມ່ນຫຍັງ?
ການນໍາສະເໜີເພື່ອຕັດສິນໃຈແມ່ນຫຍັງ?

ການນໍາສະເໜີເພື່ອຕັດສິນໃຈ ແມ່ນການນໍາສະເໜີທີ່ຕ້ອງກຽມຂໍ້ມູນຢ່າງຮອບດ້ານ, ອາດຈະຕ້ອງວິເຄາະຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ (SWOT),

ປັດໄຈດ້ານສິ່ງແວດລ້ອມແມ່ນຫຍັງ?
ປັດໄຈດ້ານສິ່ງແວດລ້ອມແມ່ນຫຍັງ?

ປັດໄຈດ້ານສິ່ງແວດລ້ອມ ແມ່ນແຮງຊຸກດັນຕ່າງໆທາງດ້ານນອກຂອງບໍລິສັດ ຊຶ່ງຢູ່ນອກເໜືອການຄວບຄຸມຂອງບໍລິສັດ ແຕ່ສາມາດສ້າງອິດທິພົນໃຫ້ແກ່ການປະຕິບັດງານຂອງອົງກອນ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ພາລະໜ້າທີ່ (duty) ແມ່ນຫຍັງ?
ພາລະໜ້າທີ່ (duty) ແມ່ນຫຍັງ?

ພາລະໜ້າທີ່ (duty) ໝາຍເຖິງໜ້າວຽກອັນໜຶ່ງ ຫຼື ຫຼາຍກວ່າ ທີ່ປະກອບເປັນກິດຈະກຳອັນຕົ້ນຕໍ. ອ້າງອີງ: ຈາກປື້ມ

ຄວາມຮັບຜິດຊອບ (responsibility) ແມ່ນຫຍັງ?
ຄວາມຮັບຜິດຊອບ (responsibility) ແມ່ນຫຍັງ?

ຄວາມຮັບຜິດຊອບ (responsibility) ແມ່ນພາລະໜ້າທີ່ອັນໜຶ່ງ ຫຼື ຫຼາຍກວ່າ ທີ່ບົ່ງບອກ ແລະ ຊີ້ແຈງເປົ້າໝາຍ

ສູນຊັບພະຍາກອນອາຊີບແມ່ນຫຍັງ?
ສູນຊັບພະຍາກອນອາຊີບແມ່ນຫຍັງ?

ສູນຊັບພະຍາກອນອາຊີບ ແມ່ນບ່ອນຮີບໂຮມເອກກະສານຕ່າງໆກ່ຽວກັບການພັດທະນາອາຊີບ ເຊັ່ນ: ປຶ້ມຄູ່ມືກ່ຽວກັບວຽກ, ຂໍ້ມູນບໍລິສັດຕ່າງໆ ແລະ ວຽກທີ່ປະກາດໃນບໍລິສັດຕ່າງໆ. ອ້າງອີງ:

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?
ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?

ວຊມ ຫຼື ການວາງແຜນຊັບພະຍາກອນມະນຸດ ແມ່ນການພະຍາກອນເຖິງຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດທີ່ຢູ່ໃນຂອບເຂດຂອງການເຄື່ອນໄຫວທາງດ້ານການວາງແຜນຍຸດທະສາດທາງດ້ານທຸລະກິດ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ການຮັບສະໝັກແມ່ນຫຍັງ?
ການຮັບສະໝັກແມ່ນຫຍັງ?

ການຮັບສະໝັກ ແມ່ນຂະບວນການຂອງການຊັກຊວນເອົາຜູ້ສະໝັກສໍາລັບຄວາມຕ້ອງການຂອງວຽກໃນປະຈຸບັນ ແລະ ອະນາຄົດ. ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ

ການສ້າງຄວາມແຕກຕ່າງທາງການແຂ່ງຂັນດ້ານຜະລິດຕະພັນ (product competitive differentiation) ແມ່ນຫຍັງ ?
ການສ້າງຄວາມແຕກຕ່າງທາງການແຂ່ງຂັນດ້ານຜະລິດຕະພັນ (product competitive differentiation) ແມ່ນຫຍັງ ?

ການສ້າງຄວາມແຕກຕ່າງທາງການແຂ່ງຂັນດ້ານຜະລິດຕະພັນ (product competitive differentiation) ແມ່ນການອອກແບບລັກສະນະຕ່າງໆຂອງຜະລິດຕະພັນໃຫ້ແຕກຕ່າງຈາກຄູ່ແຂ່ງ ແລະ ຄວາມແຕກຕ່າງນັ້ນຈຳເປັນຕ້ອງມີຄຸນຄ່າໃນສາຍຕາຂອງລູກຄ້າ ແລະ

ຄວາມເພິ່ງພໍໃຈແມ່ນຫຍັງ?
ຄວາມເພິ່ງພໍໃຈແມ່ນຫຍັງ?

ຄວາມເພິ່ງພໍໃຈ ແມ່ນລະດັບຄວາມຮູ້ສຶກຂອງລູກຄ້າທີ່ມີຜົນຈາກການປຽບທຽບລະຫວ່າງຜົນປະໂຫຍດຈາກຄຸນສົມບັດຜະລິດຕະພັນ ຫລື ຄວາມສາມາດນຳໃຊ້ຂອງຜະລິດຕະພັນກັບຄວາມຫວັງຂອງລູກຄ້າ.   ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ

ຄຸນຄ່າລວມສໍາລັບລູກຄ້າແມ່ນຫຍັງ?
ຄຸນຄ່າລວມສໍາລັບລູກຄ້າແມ່ນຫຍັງ?

ຄຸນຄ່າລວມສໍາລັບລູກຄ້າ ແມ່ນຜົນລວມຂອງຜົນປະໂຫຍດຈາກຜະລິດຕະພັນ ຫລື ບໍລິການໃດໜຶ່ງ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ຄຸນຄ່າທີ່ສົ່ງມອບແກ່ລູກຄ້າ (customer delivered value) ແມ່ນຫຍັງ?
ຄຸນຄ່າທີ່ສົ່ງມອບແກ່ລູກຄ້າ (customer delivered value) ແມ່ນຫຍັງ?

ຄຸນຄ່າທີ່ສົ່ງມອບແກ່ລູກຄ້າ (customer delivered value) ແມ່ນຄວາມແຕກຕ່າງລະຫວ່າງຄຸນຄ່າລວມ ແລະ ຕົ້ນທຶນລວມຂອງລູກຄ້າ ເຊິ່ງຢຶດຫລັກການມອບຄຸນຄ່າໃຫ້ແກ່ລູກຄ້າຫລາຍກວ່າລາຄາຂອງສິນຄ້າ.

ຄວາມສາມາດໃນການສ້າງກຳໄລ (customer profitabilily) ແມ່ນຫຍັງ?
ຄວາມສາມາດໃນການສ້າງກຳໄລ (customer profitabilily) ແມ່ນຫຍັງ?

ຄວາມສາມາດໃນການສ້າງກຳໄລ (customer profitabilily) ແມ່ນສິລະປະໃນການສ້າງ ແລະ ຮັກສາລູກຄ້າທີ່ສ້າງກຳໄລໄດ້. ອ້າງອີງ: ຈາກປື້ມ

ເຄື່ອງໝາຍ (Symbols) ແມ່ນຫຍັງ?
ເຄື່ອງໝາຍ (Symbols) ແມ່ນຫຍັງ?

ເຄື່ອງໝາຍ (Symbols) ໝາຍເຖິງສິ່ງທີ່ກຳນົດລັກສະນະຂອງຜະລິດຕະພັນ ຫຼື ສື່ຜະລິດຕະພັນສຳລັບຜູ້ບໍລິໂພກ ແລະ ເປັນສິ່ງທີ່ຜູ້ບໍລິໂພກຄຸ້ນເຄີຍໃນການຊື້ ແລະ

ຜະລິດຕະພັນນະວັດຕະກຳ (Innovated product) ແມ່ນຫຍັງ?
ຜະລິດຕະພັນນະວັດຕະກຳ (Innovated product) ແມ່ນຫຍັງ?

ຜະລິດຕະພັນນະວັດຕະກຳ (Innovated product) ແມ່ນຜະລິດຕະພັນທີ່ມີແນວຄິດລິເລີ່ມເປັນຄັ້ງທໍາອິດ ບໍ່ເຄີຍມີມາກ່ອນໃນຕະຫຼາດ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ

ຜະລິດຕະພັນປັບປຸງໃຫມ່ (Modified product) ແມ່ນຫຍັງ?
ຜະລິດຕະພັນປັບປຸງໃຫມ່ (Modified product) ແມ່ນຫຍັງ?

ຜະລິດຕະພັນປັບປຸງໃຫມ່ (Modified product) ແມ່ນຜະລິດຕະພັນເດີມທີ່ມີການປັບປຸງໃນລັກສະນະໃດລັກສະນະໜຶ່ງ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ຜະລິດຕະພັນຮຽນແບບ (Me-too product) ແມ່ນຫຍັງ?
ຜະລິດຕະພັນຮຽນແບບ (Me-too product) ແມ່ນຫຍັງ?

ຜະລິດຕະພັນຮຽນແບບ (Me-too product) ແມ່ນຜະລິດຕະພັນຂອງທຸລະກິດ ຊຶ່ງຮຽນແບບຜະລິດຕະພັນຂອງຄູ່ແຂ່ງທີ່ມີໃນຕະຫຼາດ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ

ນະວັດຕະກຳໃຫມ່ແມ່ນຫຍັງ?
ນະວັດຕະກຳໃຫມ່ແມ່ນຫຍັງ?

ນະວັດຕະກຳໃຫມ່ ແມ່ນແນວຄວາມຄິດລິເລີ່ມຜະລິດຕະພັນໃຫມ່ ທີ່ບໍ່ເຄີຍປະກົດໃນຕະຫຼາດ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການເຜີຍແຜ່ຜະລິດຕະພັນແມ່ນຫຍັງ?
ການເຜີຍແຜ່ຜະລິດຕະພັນແມ່ນຫຍັງ?

ການເຜີຍແຜ່ຜະລິດຕະພັນ ແມ່ນການເຜີຍແຜ່ຄວາມຄິດໃຫມ່ຈາກແຫຼ່ງຄົ້ນພົບໄປຍັງຜູ້ບໍລິໂພກຂັ້ນສຸດທ້າຍ ຫຼື ຜູ້ຍອມຮັບຂັ້ນສຸດທ້າຍ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ຂະບວນການຍອມຮັບແມ່ນຫຍັງ?
ຂະບວນການຍອມຮັບແມ່ນຫຍັງ?

ຂະບວນການຍອມຮັບ ແມ່ນຂັ້ນຕອນດ້ານຄວາມຄິດຂອງບຸກຄົນ ຈາກການຮູ້ຈັກຜະລິດຕະພັນໃຫມ່ຄັ້ງທໍາອິດຈົນເຖິງການຍອມຮັບຂັ້ນສຸດທ້າຍ ຊຶ່ງເປັນຂັ້ນຕອນການຕັດສິນໃຈຂອງບຸກຄົນທີ່ຈະໃຊ້ຜະລິດຕະພັນໃຫມ່. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ກຸ່ມຫລ້າຫຼັງ (Laggard) ແມ່ນຫຍັງ?
ກຸ່ມຫລ້າຫຼັງ (Laggard) ແມ່ນຫຍັງ?

ກຸ່ມຫລ້າຫຼັງ (Laggard) ແມ່ນລູກຄ້າກຸ່ມສຸດທ້າຍ ທີ່ຍອມຮັບຜະລິດຕະພັນໃຫມ່ ຍ້ອນບັນຫາການເງິນ, ສັງຄົມ ແລະ ການສຶກສາ,

ຮູບແບບ (Style) ແມ່ນຫຍັງ?
ຮູບແບບ (Style) ແມ່ນຫຍັງ?

ຮູບແບບ (Style) ແມ່ນລັກສະນະທີ່ແຕກຕ່າງຂອງສິ່ງໃດສິ່ງໜຶ່ງ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ແຟຊັນ (Fashion) ແມ່ນຫຍັງ?
ແຟຊັນ (Fashion) ແມ່ນຫຍັງ?

ແຟຊັນ (Fashion) ແມ່ນຮູບແບບທີ່ນິຍົມ ຫຼື ຍອມຮັບໃນເຂດໃດເຂດໜຶ່ງໃນຊ່ວງເວລາໃດໜຶ່ງ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ

ການປັບປຸງຕະຫຼາດ (Market modification) ແມ່ນຫຍັງ?
ການປັບປຸງຕະຫຼາດ (Market modification) ແມ່ນຫຍັງ?

ການປັບປຸງຕະຫຼາດ (Market modification) ໝາຍເຖິງຄວາມພະຍາຍາມທີ່ຈະຂະຫຍາຍຕະຫຼາດສຳລັບກາສິນຄ້າຂອງບໍລິສັດ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ການປ່ຽນຕົວຜູ້ບໍ່ເຄີຍໃຊ້ (Convert non-users) ແມ່ນຫຍັງ?
ການປ່ຽນຕົວຜູ້ບໍ່ເຄີຍໃຊ້ (Convert non-users) ແມ່ນຫຍັງ?

ການປ່ຽນຕົວຜູ້ບໍ່ເຄີຍໃຊ້ (Convert non-users) ແມ່ນການພະຍາຍາມດຶງຜູ້ບໍ່ເຄີຍໃຊ້ສິນຄ້າໃຫ້ກາຍມາເປັນຜູ້ນໍາໃຊ້ສິນຄ້າ. ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ

ການເຂົ້າສູ່ຕະຫຼາດສ່ວນໃໝ່ (Enter new market segments ) ແມ່ນຫຍັງ?
ການເຂົ້າສູ່ຕະຫຼາດສ່ວນໃໝ່ (Enter new market segments ) ແມ່ນຫຍັງ?

ການເຂົ້າສູ່ຕະຫຼາດສ່ວນໃໝ່ (Enter new market segments ) ໝາຍເຖິງການທີ່ທຸລະກິດຂະຫຍາຍກິດຈະການເຂົ້າສູ່ຕະຫຼາດໃໝ່ທາງດ້ານປະຊາກອນສາດ, ພູມສາດ

ການເພີ່ມຄວາມຖີ່ໃນການໃຊ້ (More frequent use) ແມ່ນຫຍັງ?
ການເພີ່ມຄວາມຖີ່ໃນການໃຊ້ (More frequent use) ແມ່ນຫຍັງ?

ການເພີ່ມຄວາມຖີ່ໃນການໃຊ້ (More frequent use) ແມ່ນການພະຍາຍາມເຮັດໃຫ້ລູກຄ້າມີການໃຊ້ສິນຄ້າເລື້ອຍໆ ແລະ ຫຼາຍຂື້ນ. ອ້າງອີງ:

ການປັບປຸງຜະລິດຕະພັນ (Product modification) ແມ່ນຫຍັງ?
ການປັບປຸງຜະລິດຕະພັນ (Product modification) ແມ່ນຫຍັງ?

ການປັບປຸງຜະລິດຕະພັນ (Product modification) ແມ່ນການປັບປຸງລັກສະນະຕ່າງໆຂອງຜະລິດຕະພັນ ເພື່ອຈູງໃຈຜູ້ໃຊ້ໃໝ່ ຫຼື ກະຕຸ້ນໃຫ້ມີການໃຊ້ຫຼາຍຂື້ນກ່ວາເດີມ ເປັນການນຳຜະລິດຕະພັນເກົ່າອອກສູ່ຕະຫຼາດຄືນໃໝ່.

ຍຸດທະສາດການປັບປ່ຽນ (Turnaround strategy) ແມ່ນຫຍັງ?
ຍຸດທະສາດການປັບປ່ຽນ (Turnaround strategy) ແມ່ນຫຍັງ?

ຍຸດທະສາດການປັບປ່ຽນ (Turnaround strategy) ແມ່ນການປັບປຸງ ແລະ ພັດທະນາຜະລິດຕະພັນ, ປັບປຸງລາຄາ ໂດຍພະຍາຍາມເພີ່ມຄວາມພໍໃຈໃຫ້ກັບລູກຄ້າ

ສາຍຜະລິດຕະພັນແມ່ນຫຍັງ?
ສາຍຜະລິດຕະພັນແມ່ນຫຍັງ?

ສາຍຜະລິດຕະພັນ ໝາຍເຖິງກຸ່ມຜະລິດຕະພັນທີ່ມີໜ້າທີ່ຊົມໃຊ້ຄ້າຍຄືກັນ ແລະ ພົວພັນກັນ. ອ້າງອີງ: ຈາກປື້ມ ບໍລິຫານການຕະຫຼາດ ປີ

ກຸ່ມສິນຄ້າແມ່ນຫຍັງ?
ກຸ່ມສິນຄ້າແມ່ນຫຍັງ?

ກຸ່ມສິນຄ້າ ໝາຍເຖິງສາຍຂອງຜະລິດຕະພັນຊຶ່ງສາມາດຈັດເຂົ້າຢູ່ນຳກັນຕາມພາລະໜ້າທີ່ຊົມໃຊ້. ອ້າງອີງ: ຈາກປື້ມ ບໍລິຫານການຕະຫຼາດ ປີ 2019

ປະເພດສິນຄ້າແມ່ນຫຍັງ?
ປະເພດສິນຄ້າແມ່ນຫຍັງ?

ປະເພດສິນຄ້າ ໝາຍເຖິງສາຍຜະລິດຕະພັນສະເພາະໃດຫນຶ່ງຢູ່ໃນຊັ້ນສິນຄ້າ. ອ້າງອີງ: ຈາກປື້ມ ບໍລິຫານການຕະຫຼາດ ປີ 2019

ການຕະຫຼາດພາຍໃນ (Internal marketing) ແມ່ນຫຍັງ?
ການຕະຫຼາດພາຍໃນ (Internal marketing) ແມ່ນຫຍັງ?

ການຕະຫຼາດພາຍໃນ (Internal marketing) ແມ່ນການຕະຫຼາດໃນບໍລິສັດ ທີ່ລວມມີການຝຶກອົບຮົມ, ການຈູງໃຈພະນັກງານໃນການສ້າງຄວາມສຳພັນທີ່ດີກັບລູກຄ້າ, ການສະໜັບສະໜູນການເຮັດວຽກຮ່ວມກັນ ເພື່ອຕອບສະໜອງຄວາມພໍໃຈແກ່ລູກຄ້າ.

ການຕະຫຼາດພາຍນອກ (External marketing) ແມ່ນຫຍັງ?
ການຕະຫຼາດພາຍນອກ (External marketing) ແມ່ນຫຍັງ?

ການຕະຫຼາດພາຍນອກ (External marketing) ແມ່ນການໃຊ້ເຄື່ອງມືທາງການຕະຫຼາດ ເພື່ອຈັດກຽມການໃຫ້ບໍລິການ, ການກໍານົດລາຄາ, ການຈັດຈຳໜ່າຍ ແລະ

ການຕະຫຼາດທີ່ສຳພັນກັນລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ (Interactive marketing) ແມ່ນຫຍັງ?
ການຕະຫຼາດທີ່ສຳພັນກັນລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ (Interactive marketing) ແມ່ນຫຍັງ?

ການຕະຫຼາດທີ່ສຳພັນກັນລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ (Interactive marketing) ໝາຍເຖິງການສ້າງຄຸນນະພາບດ້ານການບໍລິການໃຫ້ເປັນທີ່ເຊື່ອຖື, ຊຶ່ງຈະເກີດຂຶ້ນໃນຂະນະທີ່ຜູ້ຂາຍໃຫ້ການບໍລິການກັບລູກຄ້າ ຊຶ່ງລູກຄ້າຈະຍອມຮັບ

ຄຸນນະພາບການໃຫ້ບໍລິການ (Service quality) ແມ່ນຫຍັງ?
ຄຸນນະພາບການໃຫ້ບໍລິການ (Service quality) ແມ່ນຫຍັງ?

ຄຸນນະພາບການໃຫ້ບໍລິການ (Service quality) ແມ່ນການສະເໜີຄຸນນະພາບການໃຫ້ບໍລິການແກ່ລູກຄ້າຕາມຂໍ້ມູນຕ່າງໆ ທີ່ລູກຄ້າຕ້ອງການ ເຊິ່ງນັກການຕະຫຼາດຕ້ອງເຮັດການວິໄຈ ເພື່ອໃຫ້ຮູ້ເຖິງການຕັດສິນໃຈຂອງລູກຄ້າເຊັ່ນ: ພວກເຂົາ

ກະແສເງິນສົດ (Cash Inflow) ແມ່ນຫຍັງ?
ກະແສເງິນສົດ (Cash Inflow) ແມ່ນຫຍັງ?

ກະແສເງິນສົດ (Cash Inflow) ໝາຍເຖິງລາຍຮັບເງິນສົດທີ່ເກີດຈາກການລົງທຶນໃນໂຄງການ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2  ປີ

ຕົ້ນທຶນຈົມ (Sunk Cost) ແມ່ນຫຍັງ?
ຕົ້ນທຶນຈົມ (Sunk Cost) ແມ່ນຫຍັງ?

ຕົ້ນທຶນຈົມ ຫລື ຕົ້ນທຶນທີ່ໄດ້ຈາຍໄປແລ້ວ ແມ່ນຕົ້ນທຶນທີ່ບໍ່ມີຜົນຕໍ່ການຍອມຮັບ ຫລື ປະຕິເສດໂຄງການ, ຕົ້ນທຶນຈົມຈະບໍ່ເປັນຕົ້ນທຶນສ່ວນເພີ່ມ ແຕ່ຈະເປັນຄ່າໃຊ້ຈ່າຍທີ່ຈາຍໄປແລ້ວກ່ອນໂຄງການຈະເກີດ

ຕົ້ນທຶນເສຍໂອກາດ (Opportunity Cost) ແມ່ນຫຍັງ?
ຕົ້ນທຶນເສຍໂອກາດ (Opportunity Cost) ແມ່ນຫຍັງ?

ຕົ້ນທຶນເສຍໂອກາດ (Opportunity Cost) ແມ່ນກະແສເງິນສົດທີ່ຄວນຈະໄດ້ຮັບຈາກຊັບສິນທີ່ບໍລິສັດມີຢູ່ແລ້ວ ຖ້າວ່າບໍລິສັດບໍ່ໄດ້ໃຊ້ຊັບສິນນັ້ນມາລົງທຶນໃນໂຄງການຕົ້ນທຶນເສຍໂອກາດຖືເປັນກະແສເງິນສົດທີ່ເປັນລົບ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2

ກະແສເງິນສົດຮັບລາຍປີ (Annual Cash Inflow) ແມ່ນຫຍັງ?
ກະແສເງິນສົດຮັບລາຍປີ (Annual Cash Inflow) ແມ່ນຫຍັງ?

ກະແສເງິນສົດຮັບລາຍປີ (Annual Cash Inflow) ໝາຍເຖິງລາຍຮັບເງິນສົດທີ່ເກີດຈາກການລົງທຶນໃນໂຄງການ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2

ກະແສເງິນສົດຈ່າຍລາຍປີ (Annual Cash Outflow ) ແມ່ນຫຍັງ?
ກະແສເງິນສົດຈ່າຍລາຍປີ (Annual Cash Outflow ) ແມ່ນຫຍັງ?

ກະແສເງິນສົດຈ່າຍລາຍປີ (Annual Cash Outflow ) ໝາຍເຖິງລາຍຈ່າຍເງິນສົດທັງໝົດທີ່ເກີດຈາກການລົງທຶນຕາມໂຄງການຕໍ່ປີ ເຊິ່ງປະກອບດ້ວຍຕົ້ນທຶນໃນການຜະລິດ, ການຂາຍ

ຄວາມສ່ຽງໃນການລົງທຶນແມ່ນຫຍັງ?
ຄວາມສ່ຽງໃນການລົງທຶນແມ່ນຫຍັງ?

ຄວາມສ່ຽງໃນການລົງທຶນ ແມ່ນການປ່ຽນແປງ ຫລື ໂອກາດ ທີ່ຜົນຮັບຈະເກີດຂຶ້ນແຕກຕ່າງກັນໄປຈາກຜົນທີ່ເຮົາຄາດຫວັງໄວ້ ຊຶ່ງຄວາມຈິງແລ້ວຖ້າຜົນທີ່ຄາດຫວັງໄວ້ຈາກການລົງທຶນມີໂອກາດເປັນໄປໄດ້ຫລາຍໝາຍຄວາມວ່າກໍລະນີໂຄງການລົງທຶນນັ້ນຍ່ອມມີຄວາມສ່ຽງສູງ. ອ້າງອີງ: ຈາກປື້ມ

ຄວາມສ່ຽງສະເພາະໂຄງການ (Stand alone risk) ແມ່ນຫຍັງ?
ຄວາມສ່ຽງສະເພາະໂຄງການ (Stand alone risk) ແມ່ນຫຍັງ?

ຄວາມສ່ຽງສະເພາະໂຄງການ (Stand alone risk) ແມ່ນຄວາມສ່ຽງຂອງໂຄງການແຕ່ລະໂຄງການທີ່ເກີດຈາກລັກສະນະຂອງການກະຈາຍ ແລະ ຄວາມສໍາພັນຂອງກະແສເງິນສົດຮັບ ແລະ

ພັນທະບັດ (Bonds) ແມ່ນຫຍັງ?
ພັນທະບັດ (Bonds) ແມ່ນຫຍັງ?

ພັນທະບັດ (Bonds) ແມ່ນສັນຍາໃຊ້ໜີ້ໄລຍະຍາວ ຊຶ່ງຜູ້ອອກຈໍາໜ່າຍ ຫລື ຜູ້ກູ້ (Borrower) ຕົກລົງທີ່ຈະຊຳລະດອກເບ້ຍ

ມູນຄ່າໜ້າບັດ (Par value) ແມ່ນຫຍັງ?
ມູນຄ່າໜ້າບັດ (Par value) ແມ່ນຫຍັງ?

ມູນຄ່າໜ້າບັດ (Par value) ແມ່ນລາຄາທີ່ກຳນົດໄວ້ໃນດ້ານໜ້າຂອງພັນທະບັດສະບັບໜຶ່ງ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2  ປີ

ພັນທະສັນຍາ (Indenture) ແມ່ນຫຍັງ?
ພັນທະສັນຍາ (Indenture) ແມ່ນຫຍັງ?

ພັນທະສັນຍາ (Indenture) ແມ່ນຂໍ້ຕົກລົງຢ່າງເປັນທາງການ (formal agreement) ຫຼື ເປັນສັນຍາຕາມກົດໝາຍ (legal

ຮຸ້ນກູ້ (Debentures) ແມ່ນຫຍັງ?
ຮຸ້ນກູ້ (Debentures) ແມ່ນຫຍັງ?

ຮຸ້ນກູ້ (Debentures) ແມ່ນພັນທະບັດໄລຍະຍາວ ຊຶ່ງບໍ່ມີຫຼັກຊັບຄ້ຳປະກັນ ຜູ້ຖືຮຸ້ນກູ້ເໝືອນກັບເຈົ້າໜີ້ທົ່ວໄປ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2

ຮຸ້ນສາມັນແມ່ນຫຍັງ?
ຮຸ້ນສາມັນແມ່ນຫຍັງ?

ຮຸ້ນສາມັນ ເປັນຫລັກຊັບທີ່ສະແດງຄວາມເປັນເຈົ້າຂອງບໍລິສັດ, ຜູ້ຖືຮຸ້ນສາມັນມີສ່ວນຮ່ວມເປັນເຈົ້າຂອງບໍລິສັດທີ່ອອກຮຸ້ນສາມັນນັ້ນ ຊຶ່ງບໍລິສັດເອກະຊົນຕ່າງໆຕ້ອງມີຮຸ້ນຊະນິດນີ້ ແລະ ເງິນທຶນຮຸ້ນສາມັນ ຖືວ່າເປັນເງິນທຶນສ່ວນທີ່ສຳຄັນຂອງບໍລິສັດ. ອ້າງອີງ:

ຮຸ້ນສາມັນທີ່ຈົດທະບຽນ (Authorized Stock) ແມ່ນຫຍັງ?
ຮຸ້ນສາມັນທີ່ຈົດທະບຽນ (Authorized Stock) ແມ່ນຫຍັງ?

ຮຸ້ນສາມັນທີ່ຈົດທະບຽນ ແມ່ນຈຳນວນຮຸ້ນສາມັນສູງສຸດທີ່ບໍລິສັດສາມາດອອກຈຳໜ່າຍໂດຍບໍ່ຕ້ອງແກ້ໄຂຂໍ້ບັນຍັດຂອງການສ້າງຕັ້ງບໍລິສັດ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2  ປີ 2016

ຮຸ້ນສາມັນທີ່ອອກຈຳໜ່າຍ (Issued Stock) ແມ່ນຫຍັງ?
ຮຸ້ນສາມັນທີ່ອອກຈຳໜ່າຍ (Issued Stock) ແມ່ນຫຍັງ?

ຮຸ້ນສາມັນທີ່ອອກຈຳໜ່າຍ ແມ່ນຮຸ້ນສາມັນທີ່ຜູ້ຖືຮຸ້ນຊື້ໄປແລ້ວ ຊຶ່ງປົກກະຕິຈະມີຈໍານວນນ້ອຍກວ່າຮຸ້ນສາມັນຈົດທະບຽນ. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2  ປີ 2016

ຮຸ້ນບູລິມະສິດ (Preferred_Stock) ແມ່ນຫຍັງ?
ຮຸ້ນບູລິມະສິດ (Preferred_Stock) ແມ່ນຫຍັງ?

ບຸລິມະສິດ (Preferred_Stock) ແມ່ນຫລັກຊັບລູກປະສົມ (hybrid security) ເພາະວ່າມີຄຸນສົມບັດຄ້າຍຄືກັນກັບພັນທະບັດໃນບາງລັກສະນະ ແລະ ຄ້າຍຄືກັບຮຸ້ນສາມັນໃນອີກບາງລັກສະນະ.

ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock) ເປັນຮຸ້ນບຸລິມະສິດຊະນິດທີ່ຜູ້ຖືຈະໄດ້ຮັບເງິນປັນຜົນຄ້າງຈ່າຍທັງໝົດ ເປັນຕົ້ນວ່າບໍລິສັດບໍ່ໄດ້ຈ່າຍເງິນປັນຜົນປີນີ້ຈະສະສົມອັດຕາປັນຜົນລວມເຂົ້າໃນປີຕໍ່ໄປ. ອ້າງອີງ: ຈາກປື້ມ

ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock) ເປັນຮຸ້ນບຸລິມະສິດທີ່ບໍ່ໄດ້ຍົກອັດຕາປັນຜົນໃນປີທີ່ບໍລິສັດບໍ່ໄດ້ຈ່າຍປັນຜົນໄປປີຕໍ່ໄປ ຖືວ່າປີໃດບໍ່ໄດ້ຈ່າຍແມ່ນເງິນປັນຜົນຈຳນວນນັ້ນຖືກຍົກເລີກໄປ ຜູ້ຖືຮຸ້ນບຸລິມະສິດຊະນິດນີ້ມີຖານະຄ້າຍຄືຜູ້ຖືພັນທະບັດລາຍໄດ້ (Income

ຮຸ້ນບູລິມະສິດຊະນິດຮວມຮັບ (Participating Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດຊະນິດຮວມຮັບ (Participating Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດຮວ່ມຮັບ (Participating Preferred Stock) ເປັນຮຸ້ນບຸລິມະສິດທີ່ໄດ້ເງິນປັນຜົນໃນອັດຕາທີ່ກຳນົດ ແລະ ຍັງໄດ້ຮັບປັນຜົນນໍາຜູ້ຖືຮຸ້ນສາມັນອີກ, ຈຳນວນທີ່ໄດ້ເປັນເທົ່າໃດນັ້ນຂຶ້ນກັບຂໍ້ຕົກລົງຂອງບໍລິສັດ.

ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock) ແມ່ນຫຍັງ?
ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock) ແມ່ນຫຍັງ?

ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock) ເປັນຮຸ້ນບູລິມະສິດທີ່ສາມາດຮຽກຄືນໄດ້, ການຖືກຮຽກຄືນແມ່ນອີງຕາມດູນພິນິດຂອງບໍລິສັດ, ລາຄາຮຽກຄືນມັກສູງກວ່າມູນຄ່າທີ່ກຳນົດໄວ້ໃນໜ້າໃບຮຸ້ນ ແລະ

ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock) ແມ່ນຫຍັງ?
ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock) ແມ່ນຫຍັງ?

ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock) ເປັນຮຸ້ນບູລິມະສິດຊະນິດທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້. ອ້າງອີງ: ຈາກປື້ມ ການເງິນທຸລະກິດ2

ຕະຫລາດຮຸ້ນທີ່ມີລະບົບ (Organized Security Exchange) ແມ່ນຫຍັງ?
ຕະຫລາດຮຸ້ນທີ່ມີລະບົບ (Organized Security Exchange) ແມ່ນຫຍັງ?

ຕະຫລາດຮຸ້ນທີ່ມີລະບົບ (Organized Security Exchange) ແມ່ນຕະຫຼາດທີ່ໄດ້ຈັດຕັ້ງຂຶ້ນຢ່າງເປັນທາງການ, ມີກົດລະບຽບຫລັກການແນ່ນອນທາງກົດຫມາຍ, ມີສະຖານທີ່ຕັ້ງທີ່ແນ່ນອນ, ມີຄະນະກຳມະການບໍລິຫານ

ສັນຍາແລກປ່ຽນ (Swap Contract ) ແມ່ນຫຍັງ?
ສັນຍາແລກປ່ຽນ (Swap Contract ) ແມ່ນຫຍັງ?

ສັນຍາແລກປ່ຽນ (Swap Contract) ແມ່ນບຸກຄົນສອງຝ່າຍຕົກລົງທີ່ຈະແລກປ່ຽນທຸລະກໍາບາງຢ່າງຊຶ່ງກັນ ແລະ ກັນ ຊຶ່ງປົກກະຕິຈະເປັນວາລະໃນການຊຳລະເງິນທີ່ມີເງື່ອນໄຂທີ່ບໍ່ຄ້າຍຄືກັນ. ອ້າງອີງ:

ຫລັກຊັບປ່ຽນສະພາບ (Convertible Securities) ແມ່ນຫຍັງ?
ຫລັກຊັບປ່ຽນສະພາບ (Convertible Securities) ແມ່ນຫຍັງ?

ຫຼັກຊັບປ່ຽນສະພາບ (convertible securities) ໝາຍເຖິງພັນທະບັດທຸລະກິດ ຫຼື ຮຸ້ນບູລິມະສິດ ຊຶ່ງສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້. ອ້າງອີງ:

ການປັບປຸງໂຄງສ້າງຂອງບໍລິສັດ (Corporate Restructure) ແມ່ນຫຍັງ?
ການປັບປຸງໂຄງສ້າງຂອງບໍລິສັດ (Corporate Restructure) ແມ່ນຫຍັງ?

ການປັບປຸງໂຄງສ້າງຂອງບໍລິສັດ (Corporate Restructure) ແມ່ນກິດຈະກຳຕ່າງໆທີ່ລວມເຖິງການຂະຫຍາຍການເຮັດສັນຍາກ່ຽວກັບການດໍາເນີນງານຂອງບໍລິສັດ ຫລື ການປ່ຽນແປງຊັບສິນ ຫລື ໂຄງສ້າງທາງດ້ານການເງິນ.

ການລວມກິດຈະການ (Consplintim) ແມ່ນຫຍັງ?
ການລວມກິດຈະການ (Consplintim) ແມ່ນຫຍັງ?

ການລວມກິດຈະການ (Consplintim) ແມ່ນການລວມກິດຈະການຂອງສອງບໍລິສັດ ຫຼື ຫຼາຍບໍລິສັດ ທີ່ມີການກ່ຽວພັນກັນ ແລະ ມີຂະໜາດໃກ້ຄຽງກັນເຂົ້າເປັນບໍລິສັດດຽວ.

ອັດຕາແລກປ່ຽນ (Exchange rates) ແມ່ນຫຍັງ?
ອັດຕາແລກປ່ຽນ (Exchange rates) ແມ່ນຫຍັງ?

ອັດຕາແລກປ່ຽນ (Exchange rates) ເປັນການກໍານົດຕົວເລກວ່າໜຶ່ງຫົວໜ່ວຍຂອງເງິນສະກຸນໜຶ່ງຈະສາມາດຊື້ເງິນອີກສະກຸນເງິນໜຶ່ງ (given currency) ໄດ້ຈັກຫົວໜ່ວຍ. ອ້າງອີງ:

ການຄວບກິດຈະການ (Merger) ແມ່ນຫຍັງ?
ການຄວບກິດຈະການ (Merger) ແມ່ນຫຍັງ?

ການຄວບກິດຈະການ (Merger) ແມ່ນການລວມເອົາສອງ ຫລື ຫລາຍບໍລິສັດເຂົ້າກັນ, ບົນພື້ນຖານການຮັກສາເອກກະລັກຂອງແຕ່ລະບໍລິສັດໄວ້, ປົກກະຕິແລ້ວຊັບສິນ ແລະ

Share this Doc

ຂະແໜງບໍລິຫານ

Or copy link