Khamsub.la

ຂະແໜງບໍລິຫານ

Articles

ການຕອບສະໜອງຈາກພາຍໃນ (Internal supply) ແມ່ນຫຍັງ?

ການຕອບສະໜອງຈາກພາຍໃນ ຫຼື ການຕອບສະໜອງຈາກແຮງງານພາຍໃນ ໝາຍເຖິງບຸກຄົນ ແລະ ວຽກທີ່ມີຢູ່ໃນປະຈຸບັນພາຍໃນບໍລິສັດຂອງຕົນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນການພະຍາກອນເຖິງຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດທີ່ຢູ່ໃນຂອບເຂດຂອງການເຄື່ອນໄຫວທາງດ້ານການວາງແຜນຍຸດທະສາດທາງທຸລະກິດ.

ເຕັກນິກລວມສູນແມ່ນຫຍັງ?

ເຕັກນິກລວມສູນ ແມ່ນເຕັກນິກທີ່ຄໍານວນຈາກເທິງລົງລຸ່ມ ເພື່ອຄາດຄະເນຄວາມຕ້ອງການແຮງງານ ໂດຍອີງໃສ່ສະພາບທຸລະກິດປັດຈຸບັນ.

ການວິໄຈຕົວເລກສັດສ່ວນແມ່ນຫຍັງ?

ການວິໄຈຕົວເລກສັດສ່ວນ ແມ່ນເຕັກນິກພະຍາກອນ ເພື່ອກຳນົດຄວາມຕ້ອງການດ້ານພະນັກງານໃນອະນາຄົດ.

ຄວາມໂອບເອື້ອອາລີແມ່ນຫຍັງ?

ຄວາມໂອບເອື້ອອາລີ ແມ່ນລັກສະນະຂອງການສະແດງອອກດ້ວຍການມັກໂອ້ລົມກັບຜູ້ອື່ນຊອກຜູກພັນກັບຜູ້ອື່ນ, ຫ້າວຫັນ, ຈູ້ຈີ້ ແລະ ລະມັດລະວັງ.

ຄວາມເຫັນອົກເຫັນໃຈ (ອາທອນ) ແມ່ນຫຍັງ?

ຄວາມເຫັນອົກເຫັນໃຈ ແມ່ນສະແດງເຖິງລັກສະນະຂອງຄວາມໄວ້ເນື້ອເຊື່ອໃຈ, ຮັກແພງ, ເອື້ອເຟື້ອ, ຜ່ອນຜັນ, ຊື່ສັດ, ໃຫ້ຄວາມຮ່ວມມື.

ການຝຶກອົບຮົມແມ່ນຫຍັງ?

ການຝຶກອົບຮົມ ແມ່ນຂະບວນການສິດສອນຄົນງານໃຫ້ມີຄວາມຊຳນິຊຳນານສະເພາະໃດຫນຶ່ງ ຫຼື ຊ່ວຍໃຫ້ເຂົາເຈົ້າສາມາດດັດແປງແກ້ໄຂຂໍ້ບົກຜ່ອງຕ່າງໆ ໃນການປະຕິບັດງານຂອງເຂົາເຈົ້າ.

ການພັດທະນາແມ່ນຫຍັງ?

ການພັດທະນາ ແມ່ນຄວາມພະຍາຍາມສິດສອນຄົນງານໃຫ້ມີຄວາມສາມາດດ້ານໃດຫນຶ່ງທີ່ທາງອົງກອນເຫັນວ່າຈະມີຄວາມຕ້ອງການໃນອະນາຄົດ.

ການຄຸ້ມຄອງຊັບພະຍາກອນມະນຸດ (ຄຊມ) ແມ່ນຫຍັງ?

ຄຊມ ຫຼື ການຄຸ້ມຄອງຊັບພະຍາກອນມະນຸດ ແມ່ນກິດຈະກໍາລວມທີ່ກ່ຽວຂ້ອງກັບການຮັບສະໝັກ, ຄັດເລືອກ, ພັດທະນາ, ການໃຫ້ຄ່າຕອບແທນ, ການສະຫງວນ ແລະ ການເລື່ອນຕໍາແໜ່ງບຸກຄົນທີ່ສັງກັດຢູ່ໃນອົງກອນໃດໜຶ່ງ.

ຊັບພະຍາກອນມະນຸດຂອງອົງກອນແມ່ນຫຍັງ?

ຊັບພະຍາກອນມະນຸດຂອງອົງກອນ ໝາຍເຖິງທຸກຄົນທີ່ປະຕິບັດໜ້າທີ່ກິດຈະກໍາຂອງຕົນຢູ່ໃນອົງກອນນັ້ນ.

ການຄຸ້ມຄອງຄ່າຕອບແທນແມ່ນຫຍັງ?

ການຄຸ້ມຄອງຄ່າຕອບແທນ ແມ່ນກິດຈະກໍາການພັດທະນານະໂຍບາຍ ຫຼື ໂຄງການຕ່າງໆຂອງອົງກອນ ທາງດ້ານຄ່າຕອບແທນ ແລະ ຜົນປະໂຫຍດຕໍ່ຄົນງານ ເພື່ອແນ່ໃສ່ປຸກລະດົມຄົນງານໃຫ້ປະກອບສ່ວນສ້າງຄວາມກ້າວໜ້າໃຫ້ອົງກອນ.

ໜ້າວຽກ (Task) ແມ່ນຫຍັງ?

ໜ້າວຽກ (Task) ແມ່ນອົງປະກອບພື້ນຖານຂອງວຽກງານ ເຊິ່ງເປັນບາດກ້າວອັນແນ່ນອນ ແລະ ຈໍາເປັນໃນການປະຕິບັດພາລະໜ້າທີ່ຂອງວຽກງານໃດໝຶ່ງ.

ລາຍລະອຽດວຽກ (Job description) ແມ່ນຫຍັງ?

ລາຍລະອຽດວຽກ (Job description) ແມ່ນລາຍການຂອງພາລະໜ້າທີ່, ຄວາມຮັບຜິດຊອບ, ການພົວພັນດ້ານການລາຍງານ, ເງື່ອນໄຂປະຕິບັດວຽກງານ ແລະ ຄວາມຮັບຜິດຊອບໃນການຄວບຄຸມດູແລວຽກງານໃດໜຶ່ງ.

ລັກສະນະສະເພາະຂອງວຽກ (Job Specification) ແມ່ນຫຍັງ?

ລັກສະນະສະເພາະຂອງວຽກ (Job Specification) ແມ່ນລາຍການຂອງ ຄວາມຮຽກຮ້ອງຕ້ອງການດ້ານຄົນ ໃນວຽກໃດໜຶ່ງ ເຊິ່ງແມ່ນຄວາມຮຽກຮ້ອງດ້ານການສຶກສາ, ຄວາມຊໍານິຊໍານານ, ບຸກຄະລິກ ແລະ ອື່ນໆ.

ການວິໄຈວຽກ (Job analysis) ແມ່ນຫຍັງ?

ການວິໄຈວຽກ ແມ່ນຂະບວນການຂອງການເກັບກໍາຂໍ້ມູນຢ່າງເປັນລະບົບ ເພື່ອເອົາມານໍາໃຊ້ໃນການຕັດສິນໃຈກ່ຽວກັບວຽກ.

ຜົນການປະຕິບັດງານ (Performance) ແມ່ນຫຍັງ?

ຜົນການປະຕິບັດງານ ໝາຍເຖິງບັນທຶກໝາກຜົນທີ່ໄດ້ສ້າງຂຶ້ນຈາກໜ້າທີ່ວຽກງານສະເພາະໃດໜຶ່ງ ຫຼື ກິດຈະກຳທີ່ໄດ້ປະຕິບັດຜ່ານໄລຍະເວລາອັນແນ່ນອນໃດໜຶ່ງ.

ການຕອບສະໜອງຈາກພາຍນອກ (External supply) ແມ່ນຫຍັງ?

ການຕອບສະໜອງຈາກພາຍນອກ (External supply) ໝາຍເຖິງບຸກຄົນຕ່າງໆທີ່ຢູ່ໃນໂຮງງານ ເຊິ່ງສາມາດຖືກຊັບຊ້ອນເຂົ້າເຮັດວຽກໃນອົງກອນໄດ້.

ຄວາມອຸ່ນອ່ຽງດ້ານອາລົມແມ່ນຫຍັງ?

ຄວາມອຸ່ນອ່ຽງດ້ານອາລົມ ແມ່ນສະແດງອອກເຖິງລັກສະນະຂອງຄວາມສຸຂຸມ, ເຍືອກເຢັນ, ເປັນເຈົ້າຕົນເອງ ແລະ ບໍ່ເອື່ອຍອີງ.

ການພັດທະນາອາຊີບແມ່ນຫຍັງ?

ການພັດທະນາອາຊີບ ແມ່ນຄວາມພະຍາຍາມທີ່ມີການວາງແຜນ ແລະ ຈັດຕັ້ງຢ່າງເປັນທາງການ ເພື່ອເຮັດໃຫ້ມີຄວາມສົມດຸນລະຫວ່າງຄວາມຕ້ອງການດ້ານອາຊີບຂອງສ່ວນບຸກຄົນ ແລະ ຄວາມຮຽກຮ້ອງຕ້ອງການດ້ານແຮງງານຂອງອົງກອນ.

ການປະເມີນຜົນການປະຕິບັດງານ (Performance appraisal) ແມ່ນຫຍັງ?

ການປະເມີນຜົນການປະຕິບັດງານ (Performance appraisal) ໝາຍເຖິງການກໍານົດ, ການວັດແທກ ແລະ ການຄຸ້ມຄອງການປະຕິບັດງານຂອງມະນຸດໃນອົງກອນ.

ການກໍານົດແມ່ນຫຍັງ?

ການກໍານົດ ໝາຍເຖິງກໍານົດຂົງເຂດວຽກງານທີ່ຄວນຈະໄດ້ຮັບການກວດສອບ ເພື່ອວັດແທກການປະຕິບັດງານ.

ການຕີລາຄາວຽກແມ່ນຫຍັງ?

ການຕີລາຄາວຽກ ແມ່ນຂະບວນການສໍາຫຼວດຕີລາຄາຢ່າງເປັນລະບົບຕໍ່ຄຸນຄ່າຂອງແຕ່ລະວຽກ ໂດຍທຽບກັບວຽກອື່ນໆພາຍໃນອົງກອນ.

ລະບົບອັດຕາຈໍານວນແມ່ນຫຍັງ?

ລະບົບອັດຕາຈໍານວນ ແມ່ນລະບົບຂອງການເບີກຈ່າຍທີ່ອີງໃສ່ຈໍານວນຂອງຜະລິດຕະພັນທີ່ຜະລິດອອກໄດ້ ໂດຍຄົນງານລາຍບຸກຄົນພາຍໃນໄລຍະເວລາໃດໜຶ່ງ.

ລະບົບອັດຕາຊົ່ວໂມງແມ່ນຫຍັງ?

ລະບົບອັດຕາຊົ່ວໂມງ ແມ່ນແຜນເບີກຈ່າຍໃຫ້ຄົນງານໂດຍອີງໃສ່ອັດຕາຊົ່ວໂມງ ແລະ ຈະຈ່າຍເພີ່ມໂດຍໄລ່ເປັນເປີເຊັນເພີ່ມຂອງຄ່າຈ້າງພື້ນຖານ.

ການນໍາສະເໜີເພື່ອຕັດສິນໃຈແມ່ນຫຍັງ?

ການນໍາສະເໜີເພື່ອຕັດສິນໃຈ ແມ່ນການນໍາສະເໜີທີ່ຕ້ອງກຽມຂໍ້ມູນຢ່າງຮອບດ້ານ, ອາດຈະຕ້ອງວິເຄາະຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ (SWOT), ພ້ອມທັງສະເໜີ ແຜນທາງເລືອກ ຫຼື ຍຸດທະສາດຢູ່ໃນກອງປະຊຸມ ເພື່ອສາມາດຕັດສິນໃຈໄດ້ທັນທີ.

ອ້າງອີງ: ຈາກປື້ມ ການສືສານທາງທຸລະກິດ ປີ 2015

ປັດໄຈດ້ານສິ່ງແວດລ້ອມແມ່ນຫຍັງ?

ປັດໄຈດ້ານສິ່ງແວດລ້ອມ ແມ່ນແຮງຊຸກດັນຕ່າງໆທາງດ້ານນອກຂອງບໍລິສັດ ຊຶ່ງຢູ່ນອກເໜືອການຄວບຄຸມຂອງບໍລິສັດ ແຕ່ສາມາດສ້າງອິດທິພົນໃຫ້ແກ່ການປະຕິບັດງານຂອງອົງກອນ.

ພາລະໜ້າທີ່ (duty) ແມ່ນຫຍັງ?

ພາລະໜ້າທີ່ (duty) ໝາຍເຖິງໜ້າວຽກອັນໜຶ່ງ ຫຼື ຫຼາຍກວ່າ ທີ່ປະກອບເປັນກິດຈະກຳອັນຕົ້ນຕໍ.

ຄວາມຮັບຜິດຊອບ (responsibility) ແມ່ນຫຍັງ?

ຄວາມຮັບຜິດຊອບ (responsibility) ແມ່ນພາລະໜ້າທີ່ອັນໜຶ່ງ ຫຼື ຫຼາຍກວ່າ ທີ່ບົ່ງບອກ ແລະ ຊີ້ແຈງເປົ້າໝາຍ ຫຼື ເຫດຜົນອັນຕົ້ນຕໍຂອງວຽກທີ່ໄດ້ຖືກຈັດຕັ້ງຂຶ້ນ.

ສູນຊັບພະຍາກອນອາຊີບແມ່ນຫຍັງ?

ສູນຊັບພະຍາກອນອາຊີບ ແມ່ນບ່ອນຮີບໂຮມເອກກະສານຕ່າງໆກ່ຽວກັບການພັດທະນາອາຊີບ ເຊັ່ນ: ປຶ້ມຄູ່ມືກ່ຽວກັບວຽກ, ຂໍ້ມູນບໍລິສັດຕ່າງໆ ແລະ ວຽກທີ່ປະກາດໃນບໍລິສັດຕ່າງໆ.

ວຊມ ຫຼື ການວາງແຜນຊັບພະຍາກອນມະນຸດ ແມ່ນການພະຍາກອນເຖິງຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດທີ່ຢູ່ໃນຂອບເຂດຂອງການເຄື່ອນໄຫວທາງດ້ານການວາງແຜນຍຸດທະສາດທາງດ້ານທຸລະກິດ.

ການຮັບສະໝັກແມ່ນຫຍັງ?

ການຮັບສະໝັກ ແມ່ນຂະບວນການຂອງການຊັກຊວນເອົາຜູ້ສະໝັກສໍາລັບຄວາມຕ້ອງການຂອງວຽກໃນປະຈຸບັນ ແລະ ອະນາຄົດ.

ການສ້າງຄວາມແຕກຕ່າງທາງການແຂ່ງຂັນດ້ານຜະລິດຕະພັນ (product competitive differentiation) ແມ່ນຫຍັງ ?

ການສ້າງຄວາມແຕກຕ່າງທາງການແຂ່ງຂັນດ້ານຜະລິດຕະພັນ (product competitive differentiation) ແມ່ນການອອກແບບລັກສະນະຕ່າງໆຂອງຜະລິດຕະພັນໃຫ້ແຕກຕ່າງຈາກຄູ່ແຂ່ງ ແລະ ຄວາມແຕກຕ່າງນັ້ນຈຳເປັນຕ້ອງມີຄຸນຄ່າໃນສາຍຕາຂອງລູກຄ້າ ແລະ ສາມາດສ້າງຄວາມເພິ່ງພໍໃຈແກ່ລູກຄ້າໄດ້.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຄວາມເພິ່ງພໍໃຈແມ່ນຫຍັງ?

ຄວາມເພິ່ງພໍໃຈ ແມ່ນລະດັບຄວາມຮູ້ສຶກຂອງລູກຄ້າທີ່ມີຜົນຈາກການປຽບທຽບລະຫວ່າງຜົນປະໂຫຍດຈາກຄຸນສົມບັດຜະລິດຕະພັນ ຫລື ຄວາມສາມາດນຳໃຊ້ຂອງຜະລິດຕະພັນກັບຄວາມຫວັງຂອງລູກຄ້າ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຄຸນຄ່າລວມສໍາລັບລູກຄ້າແມ່ນຫຍັງ?

ຄຸນຄ່າລວມສໍາລັບລູກຄ້າ ແມ່ນຜົນລວມຂອງຜົນປະໂຫຍດຈາກຜະລິດຕະພັນ ຫລື ບໍລິການໃດໜຶ່ງ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຄຸນຄ່າທີ່ສົ່ງມອບແກ່ລູກຄ້າ (customer delivered value) ແມ່ນຫຍັງ?

ຄຸນຄ່າທີ່ສົ່ງມອບແກ່ລູກຄ້າ (customer delivered value) ແມ່ນຄວາມແຕກຕ່າງລະຫວ່າງຄຸນຄ່າລວມ ແລະ ຕົ້ນທຶນລວມຂອງລູກຄ້າ ເຊິ່ງຢຶດຫລັກການມອບຄຸນຄ່າໃຫ້ແກ່ລູກຄ້າຫລາຍກວ່າລາຄາຂອງສິນຄ້າ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຄວາມສາມາດໃນການສ້າງກຳໄລ (customer profitabilily) ແມ່ນຫຍັງ?

ຄວາມສາມາດໃນການສ້າງກຳໄລ (customer profitabilily) ແມ່ນສິລະປະໃນການສ້າງ ແລະ ຮັກສາລູກຄ້າທີ່ສ້າງກຳໄລໄດ້.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ເຄື່ອງໝາຍ (Symbols) ແມ່ນຫຍັງ?

ເຄື່ອງໝາຍ (Symbols) ໝາຍເຖິງສິ່ງທີ່ກຳນົດລັກສະນະຂອງຜະລິດຕະພັນ ຫຼື ສື່ຜະລິດຕະພັນສຳລັບຜູ້ບໍລິໂພກ ແລະ ເປັນສິ່ງທີ່ຜູ້ບໍລິໂພກຄຸ້ນເຄີຍໃນການຊື້ ແລະ ໃຊ້.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຜະລິດຕະພັນນະວັດຕະກຳ (Innovated product) ແມ່ນຫຍັງ?

ຜະລິດຕະພັນນະວັດຕະກຳ (Innovated product) ແມ່ນຜະລິດຕະພັນທີ່ມີແນວຄິດລິເລີ່ມເປັນຄັ້ງທໍາອິດ ບໍ່ເຄີຍມີມາກ່ອນໃນຕະຫຼາດ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຜະລິດຕະພັນປັບປຸງໃຫມ່ (Modified product) ແມ່ນຫຍັງ?

ຜະລິດຕະພັນປັບປຸງໃຫມ່ (Modified product) ແມ່ນຜະລິດຕະພັນເດີມທີ່ມີການປັບປຸງໃນລັກສະນະໃດລັກສະນະໜຶ່ງ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຜະລິດຕະພັນຮຽນແບບ (Me-too product) ແມ່ນຫຍັງ?

ຜະລິດຕະພັນຮຽນແບບ (Me-too product) ແມ່ນຜະລິດຕະພັນຂອງທຸລະກິດ ຊຶ່ງຮຽນແບບຜະລິດຕະພັນຂອງຄູ່ແຂ່ງທີ່ມີໃນຕະຫຼາດ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ນະວັດຕະກຳໃຫມ່ແມ່ນຫຍັງ?

ນະວັດຕະກຳໃຫມ່ ແມ່ນແນວຄວາມຄິດລິເລີ່ມຜະລິດຕະພັນໃຫມ່ ທີ່ບໍ່ເຄີຍປະກົດໃນຕະຫຼາດ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການເຜີຍແຜ່ຜະລິດຕະພັນແມ່ນຫຍັງ?

ການເຜີຍແຜ່ຜະລິດຕະພັນ ແມ່ນການເຜີຍແຜ່ຄວາມຄິດໃຫມ່ຈາກແຫຼ່ງຄົ້ນພົບໄປຍັງຜູ້ບໍລິໂພກຂັ້ນສຸດທ້າຍ ຫຼື ຜູ້ຍອມຮັບຂັ້ນສຸດທ້າຍ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຂະບວນການຍອມຮັບແມ່ນຫຍັງ?

ຂະບວນການຍອມຮັບ ແມ່ນຂັ້ນຕອນດ້ານຄວາມຄິດຂອງບຸກຄົນ ຈາກການຮູ້ຈັກຜະລິດຕະພັນໃຫມ່ຄັ້ງທໍາອິດຈົນເຖິງການຍອມຮັບຂັ້ນສຸດທ້າຍ ຊຶ່ງເປັນຂັ້ນຕອນການຕັດສິນໃຈຂອງບຸກຄົນທີ່ຈະໃຊ້ຜະລິດຕະພັນໃຫມ່.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ກຸ່ມຫລ້າຫຼັງ (Laggard) ແມ່ນຫຍັງ?

ກຸ່ມຫລ້າຫຼັງ (Laggard) ແມ່ນລູກຄ້າກຸ່ມສຸດທ້າຍ ທີ່ຍອມຮັບຜະລິດຕະພັນໃຫມ່ ຍ້ອນບັນຫາການເງິນ, ສັງຄົມ ແລະ ການສຶກສາ, ຄວາມບໍ່ເຊື່ອຫມັ້ນໃນຕົນເອງ ຫຼື ຍຶດຫມັ້ນໃນປະເພນີນິຍົມເກີນໄປ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຮູບແບບ (Style) ແມ່ນຫຍັງ?

ຮູບແບບ (Style) ແມ່ນລັກສະນະທີ່ແຕກຕ່າງຂອງສິ່ງໃດສິ່ງໜຶ່ງ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ແຟຊັນ (Fashion) ແມ່ນຫຍັງ?

ແຟຊັນ (Fashion) ແມ່ນຮູບແບບທີ່ນິຍົມ ຫຼື ຍອມຮັບໃນເຂດໃດເຂດໜຶ່ງໃນຊ່ວງເວລາໃດໜຶ່ງ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການປັບປຸງຕະຫຼາດ (Market modification) ແມ່ນຫຍັງ?

ການປັບປຸງຕະຫຼາດ (Market modification) ໝາຍເຖິງຄວາມພະຍາຍາມທີ່ຈະຂະຫຍາຍຕະຫຼາດສຳລັບກາສິນຄ້າຂອງບໍລິສັດ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການປ່ຽນຕົວຜູ້ບໍ່ເຄີຍໃຊ້ (Convert non-users) ແມ່ນຫຍັງ?

ການປ່ຽນຕົວຜູ້ບໍ່ເຄີຍໃຊ້ (Convert non-users) ແມ່ນການພະຍາຍາມດຶງຜູ້ບໍ່ເຄີຍໃຊ້ສິນຄ້າໃຫ້ກາຍມາເປັນຜູ້ນໍາໃຊ້ສິນຄ້າ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການເຂົ້າສູ່ຕະຫຼາດສ່ວນໃໝ່ (Enter new market segments ) ແມ່ນຫຍັງ?

ການເຂົ້າສູ່ຕະຫຼາດສ່ວນໃໝ່ (Enter new market segments ) ໝາຍເຖິງການທີ່ທຸລະກິດຂະຫຍາຍກິດຈະການເຂົ້າສູ່ຕະຫຼາດໃໝ່ທາງດ້ານປະຊາກອນສາດ, ພູມສາດ ຫຼືອື່ນໆ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການເພີ່ມຄວາມຖີ່ໃນການໃຊ້ (More frequent use) ແມ່ນຫຍັງ?

ການເພີ່ມຄວາມຖີ່ໃນການໃຊ້ (More frequent use) ແມ່ນການພະຍາຍາມເຮັດໃຫ້ລູກຄ້າມີການໃຊ້ສິນຄ້າເລື້ອຍໆ ແລະ ຫຼາຍຂື້ນ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ການປັບປຸງຜະລິດຕະພັນ (Product modification) ແມ່ນຫຍັງ?

ການປັບປຸງຜະລິດຕະພັນ (Product modification) ແມ່ນການປັບປຸງລັກສະນະຕ່າງໆຂອງຜະລິດຕະພັນ ເພື່ອຈູງໃຈຜູ້ໃຊ້ໃໝ່ ຫຼື ກະຕຸ້ນໃຫ້ມີການໃຊ້ຫຼາຍຂື້ນກ່ວາເດີມ ເປັນການນຳຜະລິດຕະພັນເກົ່າອອກສູ່ຕະຫຼາດຄືນໃໝ່.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ຍຸດທະສາດການປັບປ່ຽນ (Turnaround strategy) ແມ່ນຫຍັງ?

ຍຸດທະສາດການປັບປ່ຽນ (Turnaround strategy) ແມ່ນການປັບປຸງ ແລະ ພັດທະນາຜະລິດຕະພັນ, ປັບປຸງລາຄາ ໂດຍພະຍາຍາມເພີ່ມຄວາມພໍໃຈໃຫ້ກັບລູກຄ້າ ເພື່ອສ້າງຄວາມໝັ້ນຄົງ ແລະ ຮັກສາບໍລິສັດໃຫ້ຢູ່ລອດ ໂດຍການຫຼຸດຂະໜາດຕົ້ນທຶນ, ຫຼຸດຄ່າໃຊ້ຈ່າຍທີ່ບໍ່ສໍາຄັນ, ຫຼຸດຜະລິດຕະພັນ ແລະ ຕະຫຼາດທີ່ບໍ່ໃຫ້ກຳໄລ.

ອ້າງອີງ: ຈາກປື້ມ ກົດໝາຍທຸລະກິດ ປີ 2015

ສາຍຜະລິດຕະພັນແມ່ນຫຍັງ?

ສາຍຜະລິດຕະພັນ ໝາຍເຖິງກຸ່ມຜະລິດຕະພັນທີ່ມີໜ້າທີ່ຊົມໃຊ້ຄ້າຍຄືກັນ ແລະ ພົວພັນກັນ.

ອ້າງອີງ: ຈາກປື້ມ ບໍລິຫານການຕະຫຼາດ ປີ 2019

ກຸ່ມສິນຄ້າແມ່ນຫຍັງ?

ກຸ່ມສິນຄ້າ ໝາຍເຖິງສາຍຂອງຜະລິດຕະພັນຊຶ່ງສາມາດຈັດເຂົ້າຢູ່ນຳກັນຕາມພາລະໜ້າທີ່ຊົມໃຊ້.

ປະເພດສິນຄ້າແມ່ນຫຍັງ?

ປະເພດສິນຄ້າ ໝາຍເຖິງສາຍຜະລິດຕະພັນສະເພາະໃດຫນຶ່ງຢູ່ໃນຊັ້ນສິນຄ້າ.

ການຕະຫຼາດພາຍໃນ (Internal marketing) ແມ່ນຫຍັງ?

ການຕະຫຼາດພາຍໃນ (Internal marketing) ແມ່ນການຕະຫຼາດໃນບໍລິສັດ ທີ່ລວມມີການຝຶກອົບຮົມ, ການຈູງໃຈພະນັກງານໃນການສ້າງຄວາມສຳພັນທີ່ດີກັບລູກຄ້າ, ການສະໜັບສະໜູນການເຮັດວຽກຮ່ວມກັນ ເພື່ອຕອບສະໜອງຄວາມພໍໃຈແກ່ລູກຄ້າ.

ການຕະຫຼາດພາຍນອກ (External marketing) ແມ່ນຫຍັງ?

ການຕະຫຼາດພາຍນອກ (External marketing) ແມ່ນການໃຊ້ເຄື່ອງມືທາງການຕະຫຼາດ ເພື່ອຈັດກຽມການໃຫ້ບໍລິການ, ການກໍານົດລາຄາ, ການຈັດຈຳໜ່າຍ ແລະ ການບໍລິການແກ່ລູກຄ້າ.

ການຕະຫຼາດທີ່ສຳພັນກັນລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ (Interactive marketing) ແມ່ນຫຍັງ?

ການຕະຫຼາດທີ່ສຳພັນກັນລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ (Interactive marketing) ໝາຍເຖິງການສ້າງຄຸນນະພາບດ້ານການບໍລິການໃຫ້ເປັນທີ່ເຊື່ອຖື, ຊຶ່ງຈະເກີດຂຶ້ນໃນຂະນະທີ່ຜູ້ຂາຍໃຫ້ການບໍລິການກັບລູກຄ້າ ຊຶ່ງລູກຄ້າຈະຍອມຮັບ ຫຼື ບໍ່ ນັ້ນຂຶ້ນກັບຄວາມພໍໃຈຂອງລູກຄ້າໂດຍພິຈາລະນາປັດໃຈຕ່າງໆ.

ຄຸນນະພາບການໃຫ້ບໍລິການ (Service quality) ແມ່ນຫຍັງ?

ຄຸນນະພາບການໃຫ້ບໍລິການ (Service quality) ແມ່ນການສະເໜີຄຸນນະພາບການໃຫ້ບໍລິການແກ່ລູກຄ້າຕາມຂໍ້ມູນຕ່າງໆ ທີ່ລູກຄ້າຕ້ອງການ ເຊິ່ງນັກການຕະຫຼາດຕ້ອງເຮັດການວິໄຈ ເພື່ອໃຫ້ຮູ້ເຖິງການຕັດສິນໃຈຂອງລູກຄ້າເຊັ່ນ: ພວກເຂົາ ຕ້ອງການຫຍັງ ? ຢູ່ສະຖານທີ່ໃດ ? ແລະ ໃນຮູບແບບໃດ?

ກະແສເງິນສົດ (Cash Inflow) ແມ່ນຫຍັງ?

ກະແສເງິນສົດ (Cash Inflow) ໝາຍເຖິງລາຍຮັບເງິນສົດທີ່ເກີດຈາກການລົງທຶນໃນໂຄງການ.

ອ້າງອີງ: ຈາກປື້ມ ການເງິນທຸລະກິດ2  ປີ 2016

ຕົ້ນທຶນຈົມ (Sunk Cost) ແມ່ນຫຍັງ?

ຕົ້ນທຶນຈົມ ຫລື ຕົ້ນທຶນທີ່ໄດ້ຈາຍໄປແລ້ວ ແມ່ນຕົ້ນທຶນທີ່ບໍ່ມີຜົນຕໍ່ການຍອມຮັບ ຫລື ປະຕິເສດໂຄງການ, ຕົ້ນທຶນຈົມຈະບໍ່ເປັນຕົ້ນທຶນສ່ວນເພີ່ມ ແຕ່ຈະເປັນຄ່າໃຊ້ຈ່າຍທີ່ຈາຍໄປແລ້ວກ່ອນໂຄງການຈະເກີດ ຈຶ່ງບໍ່ຄວນນໍາມາລວມເປັນເງິນລົງທຶນເລີ່ມຕົ້ນຂອງໂຄງການ.

ຕົ້ນທຶນເສຍໂອກາດ (Opportunity Cost) ແມ່ນຫຍັງ?

ຕົ້ນທຶນເສຍໂອກາດ (Opportunity Cost) ແມ່ນກະແສເງິນສົດທີ່ຄວນຈະໄດ້ຮັບຈາກຊັບສິນທີ່ບໍລິສັດມີຢູ່ແລ້ວ ຖ້າວ່າບໍລິສັດບໍ່ໄດ້ໃຊ້ຊັບສິນນັ້ນມາລົງທຶນໃນໂຄງການຕົ້ນທຶນເສຍໂອກາດຖືເປັນກະແສເງິນສົດທີ່ເປັນລົບ.

ກະແສເງິນສົດຮັບລາຍປີ (Annual Cash Inflow) ແມ່ນຫຍັງ?

ກະແສເງິນສົດຮັບລາຍປີ (Annual Cash Inflow) ໝາຍເຖິງລາຍຮັບເງິນສົດທີ່ເກີດຈາກການລົງທຶນໃນໂຄງການ.

ກະແສເງິນສົດຈ່າຍລາຍປີ (Annual Cash Outflow ) ແມ່ນຫຍັງ?

ກະແສເງິນສົດຈ່າຍລາຍປີ (Annual Cash Outflow ) ໝາຍເຖິງລາຍຈ່າຍເງິນສົດທັງໝົດທີ່ເກີດຈາກການລົງທຶນຕາມໂຄງການຕໍ່ປີ ເຊິ່ງປະກອບດ້ວຍຕົ້ນທຶນໃນການຜະລິດ, ການຂາຍ ແລະ ການບໍລິຫານທີ່ເປັນເງິນສົດ ເຊັ່ນ: ເງິນສົດຈ່າຍຄ່າວັດຖຸດິບ, ຄ່າແຮງງານ, ເງິນເດືອນ, ຄ່າເຊົ່າຄ່ານ້ຳ, ຄ່າໄຟ, ຄ່າພາສີ, ຄ່າອາກອນສະເພາະສ່ວນທີ່ເກີດຈາກການລົງທຶນຕາມໂຄງການນັ້ນໆເທົ່ານັ້ນ.

ຄວາມສ່ຽງໃນການລົງທຶນແມ່ນຫຍັງ?

ຄວາມສ່ຽງໃນການລົງທຶນ ແມ່ນການປ່ຽນແປງ ຫລື ໂອກາດ ທີ່ຜົນຮັບຈະເກີດຂຶ້ນແຕກຕ່າງກັນໄປຈາກຜົນທີ່ເຮົາຄາດຫວັງໄວ້ ຊຶ່ງຄວາມຈິງແລ້ວຖ້າຜົນທີ່ຄາດຫວັງໄວ້ຈາກການລົງທຶນມີໂອກາດເປັນໄປໄດ້ຫລາຍໝາຍຄວາມວ່າກໍລະນີໂຄງການລົງທຶນນັ້ນຍ່ອມມີຄວາມສ່ຽງສູງ.

ຄວາມສ່ຽງສະເພາະໂຄງການ (Stand alone risk) ແມ່ນຫຍັງ?

ຄວາມສ່ຽງສະເພາະໂຄງການ (Stand alone risk) ແມ່ນຄວາມສ່ຽງຂອງໂຄງການແຕ່ລະໂຄງການທີ່ເກີດຈາກລັກສະນະຂອງການກະຈາຍ ແລະ ຄວາມສໍາພັນຂອງກະແສເງິນສົດຮັບ ແລະ ກະແສເງິນຈ່າຍຂອງໂຄງການນັ້ນໆ.

ພັນທະບັດ (Bonds) ແມ່ນຫຍັງ?

ພັນທະບັດ (Bonds) ແມ່ນສັນຍາໃຊ້ໜີ້ໄລຍະຍາວ ຊຶ່ງຜູ້ອອກຈໍາໜ່າຍ ຫລື ຜູ້ກູ້ (Borrower) ຕົກລົງທີ່ຈະຊຳລະດອກເບ້ຍ ແລະ ເງິນຕົ້ນຕາມເວລາທີ່ກໍານົດໃຫ້ແກ່ຜູ້ຖືພັນທະບັດນັ້ນ.

ມູນຄ່າໜ້າບັດ (Par value) ແມ່ນຫຍັງ?

ມູນຄ່າໜ້າບັດ (Par value) ແມ່ນລາຄາທີ່ກຳນົດໄວ້ໃນດ້ານໜ້າຂອງພັນທະບັດສະບັບໜຶ່ງ.

ພັນທະສັນຍາ (Indenture) ແມ່ນຫຍັງ?

ພັນທະສັນຍາ (Indenture) ແມ່ນຂໍ້ຕົກລົງຢ່າງເປັນທາງການ (formal agreement) ຫຼື ເປັນສັນຍາຕາມກົດໝາຍ (legal document) ຊຶ່ງເປັນລາຍລະອຽດສິດທິຕ່າງໆ ຂອງຜູ້ຖືພັນທະບັດ ແລະ ຈໍາໜ່າຍພັນທະບັດ.

ຮຸ້ນກູ້ (Debentures) ແມ່ນຫຍັງ?

ຮຸ້ນກູ້ (Debentures) ແມ່ນພັນທະບັດໄລຍະຍາວ ຊຶ່ງບໍ່ມີຫຼັກຊັບຄ້ຳປະກັນ ຜູ້ຖືຮຸ້ນກູ້ເໝືອນກັບເຈົ້າໜີ້ທົ່ວໄປ.

ຮຸ້ນສາມັນແມ່ນຫຍັງ?

ຮຸ້ນສາມັນ ເປັນຫລັກຊັບທີ່ສະແດງຄວາມເປັນເຈົ້າຂອງບໍລິສັດ, ຜູ້ຖືຮຸ້ນສາມັນມີສ່ວນຮ່ວມເປັນເຈົ້າຂອງບໍລິສັດທີ່ອອກຮຸ້ນສາມັນນັ້ນ ຊຶ່ງບໍລິສັດເອກະຊົນຕ່າງໆຕ້ອງມີຮຸ້ນຊະນິດນີ້ ແລະ ເງິນທຶນຮຸ້ນສາມັນ ຖືວ່າເປັນເງິນທຶນສ່ວນທີ່ສຳຄັນຂອງບໍລິສັດ.

ຮຸ້ນສາມັນທີ່ຈົດທະບຽນ (Authorized Stock) ແມ່ນຫຍັງ?

ຮຸ້ນສາມັນທີ່ຈົດທະບຽນ ແມ່ນຈຳນວນຮຸ້ນສາມັນສູງສຸດທີ່ບໍລິສັດສາມາດອອກຈຳໜ່າຍໂດຍບໍ່ຕ້ອງແກ້ໄຂຂໍ້ບັນຍັດຂອງການສ້າງຕັ້ງບໍລິສັດ.

ຮຸ້ນສາມັນທີ່ອອກຈຳໜ່າຍ (Issued Stock) ແມ່ນຫຍັງ?

ຮຸ້ນສາມັນທີ່ອອກຈຳໜ່າຍ ແມ່ນຮຸ້ນສາມັນທີ່ຜູ້ຖືຮຸ້ນຊື້ໄປແລ້ວ ຊຶ່ງປົກກະຕິຈະມີຈໍານວນນ້ອຍກວ່າຮຸ້ນສາມັນຈົດທະບຽນ.

ຮຸ້ນບູລິມະສິດ (Preferred_Stock) ແມ່ນຫຍັງ?

ບຸລິມະສິດ (Preferred_Stock) ແມ່ນຫລັກຊັບລູກປະສົມ (hybrid security) ເພາະວ່າມີຄຸນສົມບັດຄ້າຍຄືກັນກັບພັນທະບັດໃນບາງລັກສະນະ ແລະ ຄ້າຍຄືກັບຮຸ້ນສາມັນໃນອີກບາງລັກສະນະ.
ຮຸ້ນບຸລິມະສິດແບ່ງອອກເປັນ 5 ປະເພດດັ່ງນີ້:
1. ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock)
2. ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock)
3. ຮຸ້ນບູລິມະສິດຊະນິດຮ່ວມຮັບ (Participating Preferred Stock)
4. ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock)
5. ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock)

ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດສະສົມ (Cumulative Preferred Stock) ເປັນຮຸ້ນບຸລິມະສິດຊະນິດທີ່ຜູ້ຖືຈະໄດ້ຮັບເງິນປັນຜົນຄ້າງຈ່າຍທັງໝົດ ເປັນຕົ້ນວ່າບໍລິສັດບໍ່ໄດ້ຈ່າຍເງິນປັນຜົນປີນີ້ຈະສະສົມອັດຕາປັນຜົນລວມເຂົ້າໃນປີຕໍ່ໄປ.

ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດບໍ່ສະສົມ (Non-Cumulative Preferred Stock) ເປັນຮຸ້ນບຸລິມະສິດທີ່ບໍ່ໄດ້ຍົກອັດຕາປັນຜົນໃນປີທີ່ບໍລິສັດບໍ່ໄດ້ຈ່າຍປັນຜົນໄປປີຕໍ່ໄປ ຖືວ່າປີໃດບໍ່ໄດ້ຈ່າຍແມ່ນເງິນປັນຜົນຈຳນວນນັ້ນຖືກຍົກເລີກໄປ ຜູ້ຖືຮຸ້ນບຸລິມະສິດຊະນິດນີ້ມີຖານະຄ້າຍຄືຜູ້ຖືພັນທະບັດລາຍໄດ້ (Income bond).

ຮຸ້ນບູລິມະສິດຊະນິດຮວມຮັບ (Participating Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດຊະນິດຮວ່ມຮັບ (Participating Preferred Stock) ເປັນຮຸ້ນບຸລິມະສິດທີ່ໄດ້ເງິນປັນຜົນໃນອັດຕາທີ່ກຳນົດ ແລະ ຍັງໄດ້ຮັບປັນຜົນນໍາຜູ້ຖືຮຸ້ນສາມັນອີກ, ຈຳນວນທີ່ໄດ້ເປັນເທົ່າໃດນັ້ນຂຶ້ນກັບຂໍ້ຕົກລົງຂອງບໍລິສັດ.

ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock) ແມ່ນຫຍັງ?

ຮຸ້ນບຸລິມະສິດຊະນິດຮຽກຄືນ (Calable Preferred Stock) ເປັນຮຸ້ນບູລິມະສິດທີ່ສາມາດຮຽກຄືນໄດ້, ການຖືກຮຽກຄືນແມ່ນອີງຕາມດູນພິນິດຂອງບໍລິສັດ, ລາຄາຮຽກຄືນມັກສູງກວ່າມູນຄ່າທີ່ກຳນົດໄວ້ໃນໜ້າໃບຮຸ້ນ ແລະ ບໍລິສັດມັກອອກຮຸ້ນບຸລິມະສິດໃໝ່ທົດແທນ.

ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock) ແມ່ນຫຍັງ?

ຮຸ້ນບຸລິມະສິດຊະນິດປ່ຽນສະພາບ (Convertible Preferred Stock) ເປັນຮຸ້ນບູລິມະສິດຊະນິດທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້.

ຕະຫລາດຮຸ້ນທີ່ມີລະບົບ (Organized Security Exchange) ແມ່ນຫຍັງ?

ຕະຫລາດຮຸ້ນທີ່ມີລະບົບ (Organized Security Exchange) ແມ່ນຕະຫຼາດທີ່ໄດ້ຈັດຕັ້ງຂຶ້ນຢ່າງເປັນທາງການ, ມີກົດລະບຽບຫລັກການແນ່ນອນທາງກົດຫມາຍ, ມີສະຖານທີ່ຕັ້ງທີ່ແນ່ນອນ, ມີຄະນະກຳມະການບໍລິຫານ ເຮັດການຊື້ຂາຍຫລັກຊັບທີ່ໄດ້ຈົດທະບຽນ (Lsted Securities) ແລະ ເປັນຕະຫຼາດຮອງຮັບ ເພື່ອຈະເຮັດການຊື້ຂາຍຫຼັກຊັບທີ່ອອກຈຳໜ່າຍແລ້ວ.

ສັນຍາແລກປ່ຽນ (Swap Contract ) ແມ່ນຫຍັງ?

ສັນຍາແລກປ່ຽນ (Swap Contract) ແມ່ນບຸກຄົນສອງຝ່າຍຕົກລົງທີ່ຈະແລກປ່ຽນທຸລະກໍາບາງຢ່າງຊຶ່ງກັນ ແລະ ກັນ ຊຶ່ງປົກກະຕິຈະເປັນວາລະໃນການຊຳລະເງິນທີ່ມີເງື່ອນໄຂທີ່ບໍ່ຄ້າຍຄືກັນ.

ຫລັກຊັບປ່ຽນສະພາບ (Convertible Securities) ແມ່ນຫຍັງ?

ຫຼັກຊັບປ່ຽນສະພາບ (convertible securities) ໝາຍເຖິງພັນທະບັດທຸລະກິດ ຫຼື ຮຸ້ນບູລິມະສິດ ຊຶ່ງສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້.

ການປັບປຸງໂຄງສ້າງຂອງບໍລິສັດ (Corporate Restructure) ແມ່ນຫຍັງ?

ການປັບປຸງໂຄງສ້າງຂອງບໍລິສັດ (Corporate Restructure) ແມ່ນກິດຈະກຳຕ່າງໆທີ່ລວມເຖິງການຂະຫຍາຍການເຮັດສັນຍາກ່ຽວກັບການດໍາເນີນງານຂອງບໍລິສັດ ຫລື ການປ່ຽນແປງຊັບສິນ ຫລື ໂຄງສ້າງທາງດ້ານການເງິນ.

ການລວມກິດຈະການ (Consplintim) ແມ່ນຫຍັງ?

ການລວມກິດຈະການ (Consplintim) ແມ່ນການລວມກິດຈະການຂອງສອງບໍລິສັດ ຫຼື ຫຼາຍບໍລິສັດ ທີ່ມີການກ່ຽວພັນກັນ ແລະ ມີຂະໜາດໃກ້ຄຽງກັນເຂົ້າເປັນບໍລິສັດດຽວ.

ອັດຕາແລກປ່ຽນ (Exchange rates) ແມ່ນຫຍັງ?

ອັດຕາແລກປ່ຽນ (Exchange rates) ເປັນການກໍານົດຕົວເລກວ່າໜຶ່ງຫົວໜ່ວຍຂອງເງິນສະກຸນໜຶ່ງຈະສາມາດຊື້ເງິນອີກສະກຸນເງິນໜຶ່ງ (given currency) ໄດ້ຈັກຫົວໜ່ວຍ.

ການຄວບກິດຈະການ (Merger) ແມ່ນຫຍັງ?

ການຄວບກິດຈະການ (Merger) ແມ່ນການລວມເອົາສອງ ຫລື ຫລາຍບໍລິສັດເຂົ້າກັນ, ບົນພື້ນຖານການຮັກສາເອກກະລັກຂອງແຕ່ລະບໍລິສັດໄວ້,
ປົກກະຕິແລ້ວຊັບສິນ ແລະ ຄວາມຫນ້າເຊື່ອຖືຂອງບໍລິສັດນ້ອຍດັ່ງກ່າວຈະລວມເຂົ້າໄປຢູ່ໃນບໍລິສັດໃຫຍ່ກວ່າ.

ລະບົບຄັດເຕີ (Clustered Systems) ແມ່ນຫຍັງ?

ຄ້າຍຄືກັບລະບົບຂະໜານ ເຊິ່ງລວມຫຼາຍໜວ່ຍປະມວນຜົນລວມກັນ ຫຼື ຊ່ວຍກັນປະມວນຜົນງານໃຫຍ່ໃຫ້ສໍາເລັດໃນເວລາທີ່ວ່ອງໄວ ແລະ ຍອມຮັບຮັບການເຂົ້າເຖິງຈາກເຄື່ອງຂອງສະມາຊິກ ໂດຍມີຫຼັກການເຮັດຄືກຸ່ມ ເຄື່ອງສະມາຊິກຈະເບິ່ງເຫັນເຊິ່ງກັນ ແລະ ກັນ ຫາກມີເຄື່ອງໜຶ່ງລົ້ມເລວ ອີກເຄື່ອງໜຶ່ງຈະເຂົ້າຄອບຄອງໜ່ວຍຄວາມຈໍາ ແລະ ສັ່ງເລີ່ມຕົ້ນ Application ທີ່ກໍາລັງເຮັດວຽກເທິງເຄື່ອງທີ່ລົ້ມຢູ່ນັ້ນ ໂດຍເຄື່ອງທີ່ລົ້ມກໍ່ຍັງລົ້ມຢູ່ ແຕ່ຜູ້ໃຊ້ຍັງໃຊ້ງານຕໍ່ພຽງແຕ່ເຫັນຂໍ້ຄວາມສະແດງຄວາມຜິດພາດນ້ອຍໆ ໃຫ້ຮູ້ເທົ່ານັ້ນ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ໜ້າທີ່ຂອງລະບົບປະຕິບັດການແມ່ນຫຍັງ?

ໜ້າທີ່ປະຕິບັດການສໍາລັບຄອມພິວເຕີແບບຕັ້ງໂຕະກັບຄອມພິວເຕີ້ເມນແຟມລ້ວນຕ້ອງການໜ້າທີ່ ທີ່ຊັບຊ້ອນແຕກຕ່າງກັນໂດຍທົ່ວໄປແລ້ວໜ້າທີ່ຂອງລະບົບປະຕິບັດການປະກອບດ້ວຍ:
• ການດໍາເນີນງານ ແລະ ການຄວບຄຸມການເຮັດວຽກຂອງໂປຣແກຣມປະຍຸກ ແລະ ອຸປະກອນຕ່າງໆ ເຊັ່ນ : ອຸບປະກອນ I/O ເພື່ອອຳນວຍຄວາມສະດວກແກ່ຜູ້ໃຊ້.
• ການຈັດສັນຊັບພະຍາກອນທີ່ໃຊ້ຮ່ວມກັນ (Shared resource) ເຊັ່ນ CPU ໜວ່ຍຄວາມຈໍາ disk ໂດຍຄໍານຶ່ງເຖິງຄວາມຍຸດຕິທໍາຂອງຜູ້ໃຊ້ແຕ່ລະຄົນ ແລະ ຄວາມມີປະສິດທິຜົນຂອງເຄື່ອງເປັນຫຼັກ.

ການບໍລິຫານຂະບວນການ (Process Management) ແມ່ນຫຍັງ?

ຂະບວນການ (Process) ຄືໜວ່ຍຂອງງານໃນລະບົບ ເຊິ່ງປະກອບດ້ວຍຂະບວນການຈໍານວນຫຼາຍບາງ ສ່ວນໜຶ່ງເປັນຂະບວນການຂອງລະບົບປະຕິບັດງານ ແລະ ສ່ວນທີ່ເຫຼືອເປັນຂະບວນການຂອງຜູ້ໃຊ້ ຂະບວນການເຫຼົ່ານີ້ສາມາດເຮັດວຽກເຫຼົ່ານີ້ໄປພ້ອມກັນໄດ້ໂດຍການສະລັບກັນໃຊ້ໜ່ວຍປະມວນຜົນກາງ.

ການບໍລິຫານໜ່ວຍຄວາມຈຳຫຼັກ(Main Memory Management) ແມ່ນຫຍັງ?

ໜວ່ຍຄວາມຈໍາຫຼັກເປັນທີ່ເກັບຂໍ້ມູນຂະໜາດໃຫຍ່ ເຊິ່ງສາມາດຕິດຕໍ່ໄດ້ທັງໜວ່ຍປະມວນຜົນກາງ ແລະ ອຸປະກອນ I/O ເຮົາຈະຕ້ອງເກັບໂປຣແກຣມຫຼາຍໂປຣແກຣມໄວ້ໃນຄວາມຈໍາຫຼັກເພື່ອທີ່ຈະເພີ່ມປະໂຫຍດການໃຊ້ງານຂອງໜວ່ຍປະມວນຜົນກາງ ແລະ ອັດຕາການຕອບສະໜອງຂອງຜູ້ໃຊ້ຄອມພິວເຕີ.

ການບໍລິຫານໄຟລ (File Management) ແມ່ນຫຍັງ?

ໄຟລ (File) ຄືໜວ່ຍລວມຂອງສາລະສົນເທດທີ່ສໍາພັນກັນ ໂດຍທົ່ວໄປໄຟລຈະໃຊ້ແທນໄດ້ທັງໂປຣແກຣມ ແລະ ຂໍ້ມູນໄຟລອາດເປັນ ອັກຂະລະ ຫຼື ຕົວເລກ ໄຟລອາດຢູ່ໃນຮູບແບບອິດສະຫຼະເຊັ່ນໄຟລຊະນິດຂໍ້ຄວາມ (Text file) ຫຼື ຮູບແບບທີ່ຕາຍໂຕກໍ່ໄດ້ ໄຟລປະກອບດ້ວຍລໍາດັບຂອງ ບິດ, ໄບສ, ແຖວ ຫຼື ລະບຽນທີ່ສື່ຄວາມໝາຍໄດ້ໂດຍກໍານົດຂອງຜູ້ສ້າງ. ລະບົບປະຕິບັດການຈະຈຳລອງແນວຄິດແບບນາມມະທຳຂອງໄຟລ ເຊິ່ງຈັດການກັບໄຟລລັກສະນະຖືກ ລົງເທິງສື່ຫຼາຍຊະນິດເຊັ່ນ: ເທບ ຫຼື disk ລວມທັງເປັນອຸບປະກອນທີ່ເປັນຜູ້ຄວບຄຸມສື່ເຫຼົ່ານັ້ນ ແລະ ເພື່ອງ່າຍຕໍ່ ການໃຊ້ວຽກ ໄຟລຈະຖືກຈັດລະບຽບໂດຍອາໃສສານລະບົບ (Directory).

ການຈັດການລະບົບ I/O (I/O System Management) ແມ່ນຫຍັງ?

ຈຸດປະສົງໜື່ງຂອງລະບົບປະຕິບັດງານກໍຄື ການຊ້ອນລາຍລະອຽດ ເຊິ່ງເປັນຄຸນລັກຊະນະສະເພາະຂອງ ອຸບປະກອນ Hardware ຈາກການຮັບຮູ້ຂອງຜູ້ໃຊ້ເພື່ອອຳນວນຄວາມສະດວກແກ່ຜູ້ໃຊ້ລະດັບຕ່າງໆ ເຊັ່ນ: ໃນລະບົບ UNIX ຈະເອີ້ນສ່ວນນີ້ວ່າລະບົບຍ່ອຍ I/O(I/O subsystem) ເຊິ່ງປະກອບດ້ວຍ:
– ສ່ວນປະກອບການຈັດການໜ່ວຍຄວາມຈຳ ລວມທັງ Buffer ແຄຊ ແລະ ທີ່ພັກເກັບ.
– ການຕໍ່ປະສານ (interface) ຕົວຂັບອຸບປະກອນ (Device-driver) ທົ່ວໄປ ການສ້າງ ແລະ ລົບໄຟລ ການສ້າງ ແລະ ລົບລະບົບ.
– ຕົວຂັບອຸບປະກອນ Hardware ມີພຽງ Device-driver ເທົ່ານັ້ນທີ່ຈະຮູ້ຈັກລາຍລະອຽດເຊິ່ງກາຍະພາບ ຂອງອຸບປະກອນທີ່ຖືກກຳນົດ.

ການຈັດການໜ່ວຍຄວາມຈຳສຳຮອງ (Secondary-Storage Management)ແມ່ນຫຍັງ?

ຈຸດປະສົງຫຼັກອີກຢ່າງໜື່ງຂອງລະບົບຄອມພີວເຕີ້ຄື ການທໍາງານໂປຣແກຣມເຊິ່ງຈະຕ້ອງບັນທຶກໄວ້ໃນ ໜ່ວຍຄວາມຈໍາຫຼັກ (Primary storage) ລະຫວ່າງການເຮັດວຽກ ແຕ່ເນື່ອງຈາກໜ່ວຍຄວາມຈຳຫຼັກມີຂະໜາດນ້ອຍເກີນກ່ວາຈະເກັບໂປຣແກຣມ ແລະ ຂໍ້ມູນທັງໝົດໄວ້ໃນຄາວດຽວກັນໄດ້. ນອກຈາກນັ້ນໜ່ວຍຄວາມຈຳຫຼັກຍັງເປັນ ອຸບປະກອນທີ່ຈໍາເປັນຕ້ອງອາໃສໄຟຟ້າຫຼໍ່ລຽງຕະຫຼອດເວລາ ລະບົບຄອມພີວເຕີ້ຈໍາຕ້ອງມີໜ່ວຍເບດຕາລີ້ສໍາຮອງໄວ້ ເພື່ອເຮັດການສໍາຮອງໜ່ວຍຄວາມຈຳຫຼັກ.

ລະບົບກະຈາຍເຄືອຂ່າຍ (Distriduted Network Systems) ແມ່ນຫຍັງ?

ລະບົບກະຈາຍ (Distriduted system) ເປັນໜ່ວຍຄວາມຈໍາລວມຂອງໜ່ວຍປະມວນຜົນ (Processors) ທີ່ບໍ່ມີວິທີການຮ່ວມກັນຂອງໜ່ວຍຄວາມຈໍາອຸບປະກອນອ້ອມຂ້າງໂດຍມີການຕິດຕໍ່ສື່ສານລະຫ່ວາງກັນຜ່ານສາຍການສື່ສານເຊັ່ນ ບັດຄວາມໄວສູງ ຫຼື ສາຍໂທລະສັບ ຕົວປະມວນຜົນຂອງລະບົບກະຈາຍປະມວນຜົນດ້ວຍເຄື່ອງທີ່ຫຼາກຫຼາຍປະເພດ ທັງໄມໂຄຣຄອມພິວເຕີ້ ສະຖານີ ມິນີຄອມພິວເຕີ ຫຼື ແມ້ແຕ່ ເມນເຟຣມຄອມພິວເຕີ້ ເຊິ່ງຕົວປະມວນຜົນເຫຼົ່ານີ້ຈະມີການຕິດຕໍ່ສື່ສານກັນຜ່ານເຄືອຂ່າຍສື່ສານ (Communication network).

ການປ້ອງກັນ (Protection) ແມ່ນຫຍັງ?

ການປ້ອງກັນ ຈະໝາຍເຖິງກົນໄກທີ່ໃຊ້ຄວບຄຸມການເຂົ້າເຖິງໂປຣແກຣມ ຂະບວນການ ຫຼື ຜູ້ໃຊ້ເພື່ອຄວາມຖືກຕ້ອງໃນການໃຊ້ຂອງຜູ້ໃຊ້ ຫຼື ຂະບວນການ ແລະ ການປົກປ້ອງບໍ່ໃຫ້ຖືກຮຸກຮານຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດຈາກລະບົບປະຕິບັດງານ.

ລະບົບຕົວແປຄຳສັ່ງ (Command Interpreter Systems) ແມ່ນຫຍັງ?

ສ່ວນສໍາຄັນລະບົບຕົ້ນ ຂອງລະບົບປະຕິບັດກງານກໍ່ຄື ຕົວແປຄໍາສັ່ງ (Command interpreter) ເຊິ່ງເປັນສ່ວນຕໍ່ປະສານລະຫ່ວາງຜູ້ໃຊ້ງານກັບລະບົບປະຕິບັດງານບາງລະບົບຈະປະມວນຜົນນອກສ່ວນຂອງຕົວປ່ຽນຄໍາ ສັ່ງໄວ້ໃນເຄີຣເນລບາງລະບົບເຊັ່ນ: MS-DOS ແລະ UNIX ຈະເກັບຕົວປ່ຽນຄໍາສັ່ງໄວ້ເປັນໂປຣແກຣມພິມທີ່ດໍາເນີນງານເມື່ອງານຖືກເລີ່ມການເຮັດວຽກ ຫຼື ເມື່ອຜູ້ໃຊ ເຮັດວຽກລົງບັນທຶກເປີດ (Log on) ເຂົ້າມາຄັ້ງທໍາອິດໃນລະບົບແບ່ງເວລາ.

ການຕິດຕໍ່ລະຫວ່າງອຸປະກອນຮອບຂ້າງກັບຝ່າຍປະມວນຜົນກາງແມ່ນຫຍັງ?

ເພື່ອຄວາມເຂົ້າໃຈໃນລະບົບປະຕິບັດງານໄດ້ດີຍິ່ງຂື້ນ ຈໍາເປັນຕ້ອງຮູ້ຈັກລະບົບຄອມພິວເຕີ ໂດຍສະເພາະຢ່າງຍິ່ງໃນສ່ວນທີ່ກ່ຽວຂ້ອງກັບອຸບປະກອນອ້ອມຂ້າງ ແລະ CPU ໂດຍທີ່ການທໍາງານຂອງລະບົບປະຕິບັດການມີໜ້າທີ່ຄອຍຄວບຄຸມ ແລະ ປະສານງານລະຫ່ວາງ CPU ກັບອຸບປະກອນອ້ອມຂ້າງ ຫຼື I/O ທັງໝົດໃນລະບົບຄອມພິວເຕີ.

ການຫຍັ່ງສັນຍານ (Polling) ແມ່ນຫຍັງ?

ຄືທຸກຊ່ວງເວລາໜຶ່ງ PC ຈະຢຸດເຮັດວຽກຊົ່ວຄາວ ແລະ ກວດສອບແຕ່ລະຊ່ວງສັນຍານເພື່ອເບິ່ງວ່າມີ ອຸບປະກອນຕົວໃດຕ້ອງການສົ່ງຂໍ້ມູນມາໃຫ້ CPU ຈາກອຸປະກອນທໍາອິດໄປເຖິງອຸປະກອນສຸດທ້າຍ ເຖິງອຸປະກອນຕ້ອງການສົ່ງຂໍ້ມູນ CPU ກໍ່ຈະຍ້າຍໄປກວດສອບອຸປະກອນຕົວອື່ນຈົນກວ່າຈະກວດສອບຄົບໝົດທຸກຕົວ CPU ຈະກັບໄປເຮັດວຽກຕາມເດີມ ແລະ ຈະວົນຮອບໃນການເຮັກວຽກເຊັ່ນນີ້ເລື້ອຍໆໄປ ເຊິ່ງ Pooling ມີຂໍ້ສຽງຄື ກໍລະນີອຸບປະກອນບໍ່ຕ້ອງການຂໍ້ມູນເລີຍ CPU ຈະຕ້ອງເສີຍເວລາໃນການກວດເຊັກອຸປະກອນທຸກຕົວ ແຕ່ກໍລະນີອຸປະກອນຕ້ອງການສົ່ງຂໍ້ມູນຈະສາມາດສົ່ງຂໍ້ມູນກັບໄປໃຫ້ CPU ສະເພາະຊ່ວງເວລາທີ່ CPU ກວດເຊັກເຖິງຕົວມັນເທົ່ານັ້ນ ເຮັດໃຫ້ອຸປະກອນນັ້ນເສຍເວລາໃນການລໍຖ້າ.

ຕູ້ໄປສະນີ (Mailbox) ແມ່ນຫຍັງ?

ການຕິດຕໍ່ແບບເມລບ໋ອກເປັນຜົນການປະມວນລະຫວ່າງອີນເຕີຣັບ ແລະ ພອດລິງ ການຕິດຕໍ່ແບບນີ້ຕ້ອງເສຍເນື້ອທີ່ໃນໜ່ວຍຄວາມຈຳບາງສ່ວນສໍາລັບພັກຂໍ້ມູນໄປໄວ້ທີ່ໜ່ວຍຄວາມຈໍາສ່ວນນີ້ ແລະ CPU ຈະຢຸດເຮັດ ວຽກທີ່ສ້າງໄວ້ທຸກຊ່ວງເວລາໜຶ່ງ ເພື່ອກວດສອບທີ່ໜ່ວຍຄວາມຈໍາວ່າມີຂໍ້ມູນ ຫຼື ບໍ່ ຖ້າບໍ່ມີ CPU ຈະກັບມາເຮັດວຽກ ທີ່ຄ້າງໄວ້ ແຕ່ຖ້າມີຂໍ້ມູນ CPU ຈະຮັບຂໍ້ມູນເຂົ້າມາ.

ການເອີ້ນລະບົບ (System calls) ແມ່ນຫຍັງ?

ບໍລິການສໍາຄັນອີກປະເພດໜຶ່ງຂອງລະບົບປະຕິບັດງານທຸກປະເພດກໍ່ຄືການເອີ້ນລະບົບ ເຊິ່ງຈະເຮັດໜ້າທີ່ຈັດສ່ວນຕໍ່ປະສານລະຫວ່າງຂະບວນການ ແລະ ລະບົບປະຕິບັດງານ ການເອີ້ນລະບົບມັກເປັນຄຳສັ່ງພາສາ Assembly ບາງລະບົບອະນຸມັດໃຫ້ເອີ້ນລະບົບໄດ້ໂດຍກົງຈາກໂປຣແກຣມພາສາລະດັບສູງເຊິ່ງກໍລະນີການເອີ້ນລະບົບຈະຖືກກຳນົດເປັນໜ້າທີ່ ຫຼື ການເອີ້ນລະບົບຍ່ອຍໆ (Subroutine call) ພາສາຫຼາຍພາສາເຊັ່ນ C, BlissBliss, BCPL,PL/ 360 ແລະ PERL ຖືກນໍາໃຊ້ແທນ ASSEMBLY ສໍາລັບການຂຽນໂປຣແກຣມລະບົບ.

ການບູດ (Booting) ແມ່ນຫຍັງ?

ເມື່ອສະວິດເຄື່ອງຄອມພິວເຕີ້ຖືກເປີດ ຫຼື Boot ລະບົບປະຕິບັດການຈະເລີ່ມທັນທີ Boot ໝາຍເຖິງຂະບວນການບັນຈຸ (Load) ລະບົບປະຕິບັດງານເຂົ້າໄວ້ໃນໜ່ວຍຄວາມຈໍາຫຼັກຂອງຄອມພິວເຕີ້ ໂດຍມີໂປຣມແກຣມນ້ອຍໆ ຖືກບັນຈຸເຂົ້າໃນໜ່ວຍຄວາມຈໍາຫຼັກເພື່ອໃຊ້ໃນການເລີ່ມລະບົບ ເອີ້ນວ່າ: ໂປຣແກຣມບູດເຄື່ອງ (Bootstrap program).

ການຈັດການຊັບພະຍາກອນຄອມພິວເຕີ (Management Computer Resources) ແມ່ນຫຍັງ?

ຄອມພິວເຕີ້ຕ້ອງການປະຕິບັດການຫຼາຍຊະນິດໃນເວລາດຽວກັນ ຍົກຕົວຢ່າງໃນໂປຣແກຣມປະມວນຜົນໂປຣແກຣມຈະຮັບຂໍ້ຄວາມຈາກແປ້ນພິມຈັດຂໍ້ມູນລົງດິສ ແລະ ພິມເອກະສານອອກທາງເຄື່ອງພິມໃນເວລາດຽວກັນຄອມພີວເຕີ້ ບາງເຄື່ອງສາມາດດໍາເນີນງານຫຼາຍໂປຣແກຣມໃນເວລາດຽວກັນ ເຊັ່ນ: ໂປຣແກຣມປະມວນຜົນໂປຣແກຣມຄໍານວນຕາຕະລາງ ແລະ ໂປຣແກຣມຖານຂໍ້ມູນ ທີ່ກໍາລັງເຮັດວຽກລໍຖ້າຢູ່ Windows ທີ່ແຍກອອກ ຈາກກັນຕ່າງຫາກໃນຂະນະດຽວກັນຄອມພິວເຕີ້ ບາງເຄື່ອງອາດບໍລິການແກ່ຜູ້ໃຊ້ຫຼາຍຄົນໃນເວລາດຽວກັນກິດຈະກຳຕ່າງໆມີຫຼາຍທີ່ເກີດຂື້ນນີ້ເອີ້ນວ່າ: ການທາສ (Tasks) ຂອງຄອມພິວເຕີ້ຕົວຢ່າງດັ່ງກ່າວໄດ້ແກ່ການປະຕິບັດການກ່ຽວກັບການພິມ ຈັດເກັບ ຄໍານວນ ພາບກິດຈະກຳເຫຼົ່ານີ້ຖືກຈັດການໂດຍປະຕິບັດການໂດຍລະບົບ ປະຕິບັດງານ ເອີ້ນວ່າ ການຈັດການພາບກິດຈະການ (Tasks managent).

ລະບົບຄອມພິວເຕີ (Computer Systems) ແມ່ນຫຍັງ?

ລະບົບຄອມພິວເຕີ້ຂະໜາດໃຫຍ່ໃນປະຈຸບັນປະກອບດ້ວຍ CPU ແລະ ກຸ່ມໂຕຄວບຄຸມອຸປະກອນ (Device controller) ເຊິ່ງເຊື່ອມຕໍ່ເພື່ອເຂົ້າໜ່ວຍຄວາມຈໍາຜ່ານທາງ ລະບົບບັສ (System bus) ອຸປະກອນແຕ່ລະຊະນິດ ຈະມີໂຕຄວບຄຸມອຸປະກອນສະເພາະແຍກຈາກກັນເຊັ່ນ: ໜ່ວຍຂັບຈານບັນທຶກ (Disk drives) ອຸປະກອນສຽງ ແລະ ອໍດີໂອ (Sound and audio devices) ການສະແດງຜົນ (Video display).

ໂຄງສ້າງຂອງ I/O (I/O Structure) ແມ່ນຫຍັງ?

ອົງປະກອບຂອງລະບົບຄອມພິວເຕີ້ທົ່ວໄປຈະປະກອບດ້ວຍ CPU ແລະ ຕົວຄວບຄຸມອຸປະກອນ (device controller) ຈໍານວນໜຶ່ງເຊິ່ງສາມາດເຊື່ອມຕໍ່ເຖິງກັນຜ່ານບັສຮ່ວມ.

ໂຄງສ້າງ DMS (DMA - Direct Memory Access) ແມ່ນຫຍັງ?

DMA (Direct memory access) ຈະໃຊ້ອຸປະກອນ I/O ທີ່ມີຄວາມໄວສູງເຊັ່ນ: ເທບ, ດິດສ, ເຄືອຂ່າຍສື່ສານ.

ໂຄງສ້າງຂອງໜ່ວຍເກັບຄວາມຈຳ (Storage Struture) ແມ່ນຫຍັງ?

ໂປຣແກຣມຈະຕ້ອງຢູ່ພາຍໃນໜ່ວຍຄວາມຈຳຫຼັກຕະຫຼອດເວລາ CPU ຈຶ່ງສາມາດເຮັດໜ້າທີ່ໄດ້ໂດຍທີ່ໜ່ວຍຄວາມຈຳຈະມີພື້ນທີ່ຂະໜາດໃຫຍ່ທີ່ CPU ຈະສາມາດເຂົ້າເຖິງໄດ້ໂດຍຕົງຄວາມຈິງໜ່ວຍຄວາມຈໍາກໍຄືແຖວຂອງຄໍາ (word) ຫຼື ໄບໃນຂະໜາດທີ່ນັບດ້ວຍໜ່ວຍຂອງກິໂລໄບ, ເມກກາໄບ, ຈົນເຖິງກິກກະໄບແຕ່ລະຄໍາຈະມີຕຳແໜ່ງທີ່ຢູ່ເປັນຂອງຕົນເອງ ເຊິ່ງການເຂົ້າເຖິງລະບຸຕຳແໜ່ງທີ່ຢູ່ເລົ່ານັ້ນໃນໜ່ວຍຈໍາອາໃສຄໍາສັ່ງພິເສດໄດ້ແກ່ ບັນຈຸ (Load) ຫຼື ເກັບ (Store).

ໜ່ວຍຄວາມຈຳຫຼັກ (Main Memory) ແມ່ນຫຍັງ?

ໜ່ວຍຄວາມຈໍາຫຼັກ ແລະ Register ພາຍໃນຈະຕ້ອງເປັນບໍລິເວນທີ່ CPU ເຂົ້າເຖິງໄດ້ໂດຍກົງ ເພາະວ່າຄໍາສັ່ງເຄື່ອງ (Machine instruction) ທັງໝົດຈະອ້າງອີງເຖິງຕຳແໜ່ງໜ່ວຍຄວາມຈໍາເທົ່ານັ້ນບໍ່ແມ່ນຕໍາແໜ່ງຂອງ Disk ຫຼື ໜ່ວຍຄວາມຈຳສຳຮອງ. ດັ່ງນັ້ນ, ເມື່ອຄໍາສັ່ງໃດກໍາລັງຖືກກະທໍາການ ແລະ ຂໍ້ມູນໃດກໍາລັງຖືກເອີ້ນໃຊ້ໂດຍຄໍາສັ່ງຂໍ້ມູນເຫຼົ່ານັ້ນຈະຢູ່ພາຍໃນ ໜ່ວຍຄວາມຈຳຫຼັກສະເໜີກ່ອນຈະຖືກເອີ້ນໃຊ້ໂດຍ CPU ແຕ່ການບັນຈຸຂໍ້ມູນທັງໝົດໄວ້ໃນໜ່ວຍຄວາມຈຳເປັນສິ່ງທີ່ເປັນໄປ ໄດ້ຍາກ ຈຶ່ງເກັບຂໍ້ມູນທີ່ຈໍາເປັນໄວ້ບາງສ່ວນທີ່ເຂົ້າເຖິງໄດ້ໂດຍກົງໄວ້ໃນໜ່ວຍຄວາມຈໍາຊຶ່ງສາມາດຊີ້ໄປຫາຂໍ້ມູນອື່ນທີ່ຖືກຈັດ ເຂົ້າໄປໄວ້ໃນໜ່ວຍຄວາມຈໍາຮອງໄດ້.

ຈານແມ່ເຫຼັກ (Magnetic Disk) ແມ່ນຫຍັງ?

ນິຍົມຖຶກໃຊ້ເປັນໜ່ວຍຄວາມຈໍາຮອງຂະໜາດໃຫຍ່ໃນຄອມພິວເຕີ້ສະໄໝໃໝ່ ເນື່ອງຈາກເປັນອຸປະກອນປະເພດທີ່ ສາມາດເຂົ້າເຖິງຂໍ້ມູນໂດຍກົງ ຫຼື ແບບກຸ່ມໄດ້ (Direct-access storage devices: DASD) ມີຄວາມໂດດເດັ່ນດ້ານຄວາມໄວ, ຂະໜາດ ແລະ ຕົ້ນທຶນ.

ເຕັກໂນໂລຢີຈານແສງ (Optical Disk Technology) ແມ່ນຫຍັງ?

ໃນເທັກໂນໂລຍີຂອງອຸປະກອນເລເຊີໃນການບັນທຶກຂໍ້ມູນດ້ວຍການຍິງລໍາແສງລົງພື້ນຜິວເປັນຮູນ້ອຍໆ ແບບ micro scopic pits ທີ່ມີຊື່ເອີ້ນຫຼາຍຊື່ຕາມການມີວິທີການຜະລິດ ເຊັ່ນ: ຈານແສງ ຫຼື optical disk, CD ຫຼື ຄອມເພັກດິສ (compact disk) ຫຼື laser optical disk ຕໍ່ມາໄດ້ພັດທະນາຈົນກາຍມາເປັນ DVD ມາຈາກ digital video disk ໃນຊ່ວງທໍາອິດ ຫຼື digital versatile disk ໃນເວລາຕໍ່ມາ.

ຊີດີຣອມ(CD-Rom_Compacd Disk / Read-Only Memory) ແມ່ນຫຍັງ?

ເປັນສື່ສະນິດກະຈາຍແສງ ທີ່ນິຍົມໃຊ້ກັບ PC ນິຍົມໃຊ້ເກັບຂໍ້ມູນຂະໜາດໃຫຍ່ປະເພດພາບ ພາບປະກອບສີໜັງສື ເພງມັລຕີມີເດຍ ລວມທັງ software.

ເວິຣ໌ມ (Worm_ Write Once; Read Many) ແມ່ນຫຍັງ?

ເປັນລະບົບຈານແສງຊະນິດທີ່ຍອມໃຫ້ມີການບັນທຶກຂໍ້ມູນໄດ້ພຽງເທື່ອດຽວ ຫຼັງຈາກການບັນທຶກຂໍ້ມູນແລ້ວບໍ່ສາມາດລຶບໄດ້ ແຕ່ສາມາດອ່ານໄດ້ຫຼາຍເທື່ອ ມັກເປັນທາງເລືອກໃຊ້ກັບໄມໂຄພີມໃນງາຍເອກະສານພາບເຊັ່ນ:ຫ້ອງສະໝຸດ, ແຟ້ມປະຫວັດຂອງກົມຕຳລວດ.

ອຸປະກອນແບບລຶບ (Volatile Device) ແມ່ນຫຍັງ?

ເປັນສື່ື່ຊະນິດຈຳເປັນຕ້ອງມີກະແສໄຟຟ້າຫຼໍ່ລ້ຽງຕະຫຼອດເວລາ ເມື່ອໄຟຟ້າດັບ ຂໍ້ມູນທີ່ຖືກເກັບຢູ່ໃນສື່ຊະນິດນີ້ຈະສູນຫາຍ ໄດ້ແກ່: ຣີຈິສເຕີ, ແຄສ, ໜ່ວຍຄວາມຈຳເອເລັກໂຕຣນິກ. (Electronic Disk ສາມາດຜະລິດໃຫ້ເປັນ Non-Volatile ໄດ້).

ອຸປະກອນແບບບໍ່ລຶບ (Non-Volatile Device) ແມ່ນຫຍັງ?

ຂໍ້ມູນທີ່ເກັບບົນສື່ຂໍ້ມູນຊະນິດນີ້ຈະບໍ່ສູນຫາຍເມື່ອໄຟຟ້າດັບໄດ້ແກ່:ຈານແມ່ເລັກ, ເທບແມ່ເລັກ. ຢ່າງໃດກໍ່ຕາມ ລະບົບໜ່ວຍເກັບທຸກຊະນິດສາມາດເພີ່ມຄວາມໄວໄດ້ໂດຍອາໄສແຄຊເຂົ້າມາຊ່ວຍ.

ການແຄຊ (Caching) ແມ່ນຫຍັງ?

ແຄຊ (cache) ເປັນສວ່ນສໍາຄັນຂອງລະບົບຄອມພິວເຕີ ໂດຍປົກກະຕີຂໍ້ສົນເທດຈະຖືກເກັບໄວ້ພາຍໃນລະບົບໜ່ວຍເກັບຫຼັກ (ເຊັ່ນ ໜ່ວຍຄວາມຈຳຫຼັກ) ໃນຂະນະທີ່ມັນຖືກເອີ້ນໃຊ້ຈະຖືກຄັດລອກໄປໃຊ້ໃນລະບົໜ່ວຍເກັບທີ່ໄວກວ່າ (ເຊັ່ນ: ແຄຊ ) ຢ່າງຊົ່ວຄາວ ເມື່ອເຮົາຕ້ອງການສະເພາະບາງສວ່ນ ເຮົາກໍ່ຈະຄົ້ນຫາຈາກແຄຊກ່ອນຖ້າພົບເຫັນກໍ່ຈະຖືກໃຊ້ໂດຍກົງຈາກແຄຊ ແຕ່ຖ້າບໍ່ເຫັນ ກໍ່ຈະເລີ່ມຄົ້ນຫາຈາກລະບົບໜ່ວຍເກັບຫຼັກອີກເທື່ອໜຶ່ງ.

ການປ້ອງກັນ I/O (I/O Protection) ແມ່ນຫຍັງ?

ໂປຣແກຣມຜູ້ໃຊ້ອາດຈະປະຕິບັດງານປົກກະຕິຂອງລະບົບ ໂດຍການສັ່ງໃຫ້ I/O ກະທໍາຄໍາສັ່ງຜິດປົກກະຕິ ຫຼື ໂດຍການເຂົ້າຈັບຈອງພື້ນທີ່ສະຫງວນໃນໜ່ວຍຄວາມຈໍາແທນລະບົບປະຕິບັດງານ ຫຼື ອາດສົ່ງຂີ້ເຫຍື້ອໃຫ້ CPU. ດັ່ງນັ້ນ, ເຮົາຈຶ່ງ ຄວນໃຊ້ກົນໄກການປົກປ້ອງ ເພື່ອຮັບປະກັນວ່າ ການຮຸກຮານນັ້ນຈະບໍ່ສາມາດເຂົ້າເຖິງລະບົບໄດ້. ການປົກປ້ອງຜູ້ໃຊ້ຈາກການກໍາທໍາ I/O ທີ່ຜິດປົກກະຕິ (ILLEGAL I/O) ສາມາດເຮັດໄດ້ໂດຍການກໍານົດໃຫ້ຄໍາສັ່ງກ່ຽວ ກັບ I/O ທຸກສະນິດຄໍາສັ່ງສິດທິ ຜູ້ໃຊ້ຈະບໍ່ມີສິດທິເອີ້ນໃຊ້ສັ່ງປະເພດ I/O ໄດ້ໂດຍກົງ ຕ້ອງໃຊ້ຜ່ານລະບົບປະຕິບັດງານເທົ່ານັ້ນ.

ການປ້ອງກັນໜ່ວຍຄວາມຈຳ (Memory Protection) ແມ່ນຫຍັງ?

ເພື່ອຮັບປະກັນການປະຕິບັດງານທີ່ຖືກຕ້ອງ ເຮົາຕ້ອງປົກປ້ອງ Interrupt Vector (ຕາຕະລາງທີ່ເກັບຕົວຊີ້ໄປຫາ Interrupt Service) ບໍ່ໃຫ້ຖືກແກ້ຄ່າໂດຍໂປຣແກຣມຜູ້ໃຊ້ ແລະ ປົກປ້ອງຮູບແບບບໍລິການຈັງຫວະ (Interrupt Service Routine) ໃນລະບົບ ປະຕິບັດງານບໍ່ໃຫ້ຖືກແກ້ໃຂອີກດ້ວຍ ບໍ່ດັ່ງນັ້ນໂປຣແກຣມຜູ້ໃຊ້ອາດຂຽນບໍ່ທັນ ບໍລິການຂັດຈັ່ງຫວະໃໝ່ທັບລົງໄປແທນທີ່ອັນເກົ່າໂດຍລະບຸໃຫ້ກະໂດດໄປຫາໂປຣແກຣມທີ່ຜູ້ໃຊ້ຈົງໃຈຂຽນໄວ້.

ການປ້ອງກັນຊີພີຍູ (CPU Protection) ແມ່ນຫຍັງ?

ອີກວິທີໜຶ່ງທີ່ໃຊ້ປ້ອງກັນບັນຫາເພື່ອປະກັນວ່າລະບົບປະຕິບັດງານຈະເປັນຜູ້ເບິ່ງແຍງລະບົບໂດຍທີ່ເຮົາຈະຕ້ອງປົກປ້ອງໂປຣແກຣມຜູ້ໃຊ້ໃຫ້ມີຄວາມຕິດບ້ວງຍູໃນວັງວົນບໍ່ມຮູ້ຈັກຈົບ (Infinite Loop) ແລະ ບໍ່ຍອມສົ່ງຄືນການຄວບຄຸມໃຫ້ແກ່ ລະບົບປະຕິບັດງານ ວິທີ່ການນີ້ເຮົາຈະໃຊ້ Timer ເຊິ່ງເປັນຮາດແວເຂົ້າມາຊ່ວຍ.

ສະຖາປັດຕະຍະກຳທົ່ວໄປ (Gerneral System Architecture) ແມ່ນຫຍັງ?

ຄວາມຕ້ອງການປັບປຸງປະໂຫຍດໃຊ້ສອຍຂອງລະບົບຄອມພິວເຕີ ນໍາໄປສູ່ການພັດທະນາຂອງລະບົບຫຼາຍໂປຣແກຣມ(Multiprogramming) ແລະ ແບ່ງເວລາກັນໃຊ້ເວລາ (Time Sharing) ທີ່ຍິນຍອມໃຫ້ຊັບພະຍາກອນຂອງລະບົບສາມາດຖືກໃຊ້ງານໄດ້ຈາກຫຼາຍໂປຣແກຣມ ແລະ ຫຼາຍຂະບວນການ.

ໂປຣແກຣມລະບົບ (System Programs) ແມ່ນຫຍັງ?

ໂປຣແກຣມເປັນລະບົບທີ່ຈະຄອຍຈັດຫາສະພາບແວດລ້ອມທີ່ອໍານວນຄວາມສະດວກໃນການພັດທະນາ ແລະ ປະຕິບັດງານກັບໂປຣແກຣມບາງສ່ວນຂອງໂປຣແກຣມລະບົບທີ່ວ່ານີ້ຄື ສວ່ນຕິດຕໍ່ກັບຜູ້ໃຊ້ຢ່າງງ່າຍໂດຍອາໃສການເອີ້ນລະບົບ.

ການຈັດການແຟ້ມ (File Management) ແມ່ນຫຍັງ?

ເປັນໂປຣແກຣມທີ່ໃຊ້ສ້າງ, ລົບ, ຄັດອອກ, ປ່ຽນຊື່, ພິມ, ສະແດງອອກທາງໜ້າຈໍ, ສະແດງລາຍຊື່ເອີ້ນໃຊ້ແຟ້ມ ແລະ ໄດເລັກທໍລີ.

ຂໍ້ມູນສະຖານະ (Status Information) ແມ່ນຫຍັງ?

ບາງໂປຣແກຣມທີ່ໃຊັສອບຖາມສະຖານະການຢ່າງງ່າຍໆ ຂອງລະບົບໄດ້ແກ່ວັນທີ ເວລາ ຂະໜາດຂອງໜ່ວຍຄວາມຈໍາ ແລະ Disk ທີ່ເຫຼືອຢູ່ຈໍານວນຜູ້ໃຊ້.

ການແກ້ໄຂແຟ້ມ (File Modification) ແມ່ນຫຍັງ?

ໂປຣແກຣມບໍລິການຂໍ້ຄວາມ (Text Editor) ອາດມີໄວ້ໃຫ້ສ້າງ ແລະ ແກ້ໃຂເນື້ອຫາຂອງແຟ້ມທີ່ຈັດເກັບໄວ້ເທິງດິສ ຫຼື ເທບ.

ການບັນຈຸ ແລະ ກະທຳໂປຣແກຣມ (Program Loading and Execution) ແມ່ນຫຍັງ?

ການບັນຈຸ ແລະ ກະທໍາໂປຣແກຣມ (Program Loading And Execution) ພາຍຫຼັງໂປຣແກຣມປ່ຽນເປັນລະຫັດຈຸດ ໝາຍ Object Code ແລ້ວມັນຈະຖືກບັນຈຸເຂົ້າສູ່ໜ່ວຍຄວາມຈຳ ແລະ ປະຕິບັດງານ ລະບົບຄອຍຈັດຫາຕົວບັນຈຸສົມບູນ (Absolute Loaders) ຕົວບັນຈຸຕຳແໜ່ງ (Relocatable Loaders) ບັນຍາຍວິກິດການເຊື່ອມໂຍງ (Linkage Editors) ແລະ ຕົວບັນລຸສອນແທນ (Overlay Loaders) ໂປຣແກຣມລະບົບສໍາລັບແກ້ໄຂ (Debugging Systems) ທັງເປັນພາສາລະດັບສູງ ແລະ ພາສາເຄື່ອງ.

ການຕິດຕໍ່ສື່ສານ (Communication) ແມ່ນຫຍັງ?

ການຕິດຕໍ່ສື່ສານ (Communication) ເປັນໂປຣແກຣມລະບົບຈະຕ້ອງຈັດຫາກົນໄກສໍາລັບການສ້າງການຕິດຕໍ່ແບບສະເ ໝືອນ (Virtual Connection) ລະຫວ່າງຂະບວນການຜູ້ໃຊ້ ແລະ ລະບົບຄອມພິວເຕີທີ່ແຕກຕ່າງກັນ ໂດຍອໍານວຍຄວາມສະດວກໃຫ້ຜູ້ໃຊ້ ສາມາດສົ່ງຂໍ້ຄວາມຂອງຕົນໄປຫາໜ້າຈໍຂອງເຄື່ອງອື່ນ ຜ່ານເວບສົ່ງ E-Mail ການບັນທຶກເຂົ້າ ຈາກເຄື່ອງໃນໄລຍະໄກ ແລະ ການຖ່າຍໂອນແຟ້ມຈາກເຄື່ອງໜຶ່ງສູ່ເຄື່ອງໜຶ່ງ.

ໂຄງສ້າງລະບົບ (System Structure) ແມ່ນຫຍັງ?

ລະບົບຂະໜາດໃຫຍ່ ແລະ ຊັບຊ້ອນ ຂອງລະບົບປະຕິບັດງານສະໄໝທີ່ເກີດຈາກການອອກແບບໂຄງສ້າງ ໂດຍການ ແບ່ງສວ່ນປະກອບອອກເປັນສ່ວນຍ່ອຍໆ ທີ່ເອີ້ນວ່າ ໂມດູນ (Module) ແລະ ເປັນລໍາດັບຊັ້ນເພື່ອງ່າຍໃນການສ້າງ ແລະ ຫາບ່ອນຜິດ ແລະ ແກ້ໄຂ ເຊິ່ງລະບົບຂະໜາດໃຫຍ່ສະລັບສັບຊ້ອນດັ່ງກ່າວນີ້ລ້ວນປະກອບຂຶ້ນມາຈາກໜ່ວຍຍ່ອຍໆ ເຊິ່ງຖືກ ກໍານົດນໍາເຂົ້າ ນໍາອອກ ແລະ ໜ້າທີ່ໄວ້ຢ່າງຊັດເຈນ ປະກອບເຂົ້າກັນເປັນລະບົບຂະໜາດໃຫຍ່ທີ່ມີໂຄງສ້າງທີ່ໝັ້ນຄົງໄດ້.

ໂຄງສ້າງແບບງ່າຍ (Simple Structure) ແມ່ນຫຍັງ?

ລະບົບທີ່ຂະໜາດຊັບຊ້ອນໃນປັດຈຸບັນ ອາດມາຈາກການເລີ່ມຕົ້ນດ້ວຍຂະໜາດນ້ອຍ ງ່າຍໆ ແລະ ເຕັມໄປດ້ວຍຂໍ້ຄວາມຈຳກັດທີ່ຫຼາກຫຼາຍ ຕໍ່ມາພາຍຫຼັງກໍ່ໄດ້ການເປັນລະບົບໄດ້ມາດຕະຖານ ເຊັ່ນ MS-DOS ທີ່ເລີ່ມຕົ້ນຈາກລະບົບຂະໜາດນ້ອຍທີ່ໃຊ້ສໍາລັບເຄື່ອງຂະໜາດນ້ອຍຍ້ອນຂໍ້ຈຳກັດຂອງເຄື່ອງທີ່ບໍ່ຕ້ອງການໃຫ້ຊັບຊ້ອນ.

ເຄື່ອງສະເໝືອນ (Virtual Machines) ແມ່ນຫຍັງ?

ລະບົບປະຕິບັດງານໃນລະດັບທີ່ກ້າວໜ້າສາມາດຈໍາລອງ ພາບແວດລ້ອມຂອງເຄື່ອງໜຶ່ງໃຫ້ສາມາດປະຕິບັດງານເທິງໂຄງສ້າງພື້ນຖານຂອງອີກເຄື່ອງໜຶ່ງໄດ້ ໂດຍທີ່ໂປຣແກຣມຜູ້ໃຊ້ ຫຼື ໂປຣແກຣມປະຍຸກຄືວ່າກຳລັງປະຕິບັດງານຢູ່ເທິງເຄື່ອງເກົ່າເຊັ່ນ: ສາມາດຈໍາລອງເຄື່ອງ IBM ໃຫ້ເປັນຄືເຄື່ອງ DEC ໄດ້. ແນວຄິດນີ້ເອີ້ນວ່າ ເຄື່ອງສະເໝືອນ ເຊິ່ງລະບົບປະຕິບັດງານ VM ຂອງ IBM ໄດ້ເປັນຜູ້ນໍາຮອງ.

ຂະບວນການ (Process) ແມ່ນຫຍັງ?

ໂດຍທົ່ວໄປແລ້ວ ຂະບວນການກໍ່ຄື ໂປຣແກຣມທີ່ຖືກກໍານົດນັ້ນເອງ ແຕ່ຂະບວນການມີຄວາມໝາຍຫຼາຍກວ່າລະຫັດ ໂປຣແກຣມເຊິ່ງບາງຄັ້ງເອີ້ນກັນວ່າ ສ່ວນຂໍ້ຄວາມ (Text section) ໂດຍລວມກິດຈະກຳປັດຈຸບັນເຊິ່ງຖືກແທນດ້ວຍຄ່າຂອງ ຕົວນັບໂປຣແກຣມ (Program counter) ແລະ ຄ່າຣີຈິດສະເຕີ (Register) ໂດຍປົກກະຕິຂະບວນການຈະປະກອບດ້ວຍຄ່າຂອງກອງຊ້ອນຂະບວນການ (Process stack ) ເຊິ່ງບັນຈຸດ້ວຍຂໍ້ມູນຊົ່ວຄາວ ເຊັ່ນ: ຄ່າພາລາມິເຕີ ເລກທີ່ຢູ່ກັບ (Return address) ແລະ ຕົວປ່ຽນສະເພາະທີ່ (Local variable) ກັບສ່ວນຂໍ້ມູນ (Data seation) ເຊິ່ງບັນຈຸດ້ວຍຄ່າຕົວປ່ຽນສ່ວນກາງ (Global variable).

ເທຣດ (Threads) ແມ່ນຫຍັງ?

ເທຣດຄື ໜ່ວຍຍ່ອຍຂອງຂະບວນການສື່ສານຖືກເຮັດວຽກໄດ້ ການແຕກຂະບວນການອອກເປັນຍ່ອຍໆກໍ່ເພື່ອໃຫ້ແຕ່ລະສ່ວນຍ່ອຍເຫຼົ່ານີ້ສາມາດກະຈາຍໄປເຮັດໃຫ້ການເຮັດວຽກຄູ່ຂະໜານກັນເພື່ອໃຫ້ໄດ້ຜົນລັບໄດ້ໄວຂຶ້ນຕົວຢ່າງ ຖ້າມີຂະ ບວນການໜຶ່ງທີ່ກຳລັງດໍາເນີນງານ ຢູ່ຂະບວນການນີ້ຄືໂປຣແກຣມເອກະສານ ໃນຂະນະທີ່ຜູ້ກໍາລັງພິມຂໍ້ຄວາມລົງເອກະສານ ອາດຈະມີ Threads ໜຶ່ງເຮັດໜ້າທີ່ຄວບຄຸມການຮັບ ແລະ ສະແດງຜົນຂໍ້ຄວາມ ຂະນະທີ່ອີກ Threads ໜຶ່ງກໍາລັງເຮັດໜ້າທີ່, ກວດສອບຄໍາສະກົດຢູ່ ໃນເບື້ອງຫຼັງເທຣດເຫຼົ່ານີ້ຕ່າງເຮັດວຽກຄູ່ຂະໜານກັນໄປພ້ອມໆກັນໃນເວລາດຽວກັນ ແຕ່ມຸມມອງ CPU ຈະມີພຽງເທຣດດຽວເທົ່ານັ້ນທີ່ຖືກປະມວນຜົນໃນຂະນະໃດໜຶ່ງ.

ການຈັດການລຳດັບຂະບວນການ (Process Scheduling) ແມ່ນຫຍັງ?

ວັດຖຸປະສົງຂອງການເຮັດວຽກແບບຫຼາຍໂປຣແກຣມ (Multiprogramming) ຈະຕ້ອງພະຍາຍາມໃຫ້ມີຂະບວນການໃດຂະບວນການໜຶ່ງຖືກເຮັດວຽກຢູ່ຕະຫຼອດເວລາເພື່ອປະໂຫຍດການໃຊ້ສອຍຈາກ CPU ໃຫ້ຫຼາຍທີ່ສຸດ ໃນຂະນະທີ່ລະບົບ ແບ່ງເວລາ ມີວັດຖຸປະສົງເພື່ອສະລັບ CPU. ໄປຫາຂະບວນການຕ່າງໆ ເພື່ອໃຫ້ສາມາດຕອບສະໜອງຕໍ່ຜູ້ໃຊ້ໃຫ້ຫຼາຍທີ່ສຸດຄືໜຶ່ງຜູ້ໃຊ້ກໍາລັງໃຊ້ລະບົບຢູ່ພຽງຄົນດຽວ ລະບົບນີ້ຈຶ່ງເນັ້ນເວລາຕອບສະໜອງຂະບວນການຂອງຜູ້ໃຊ້ເພື່ອຄວາມເປັນທຳມະຊາດຂອງຜູ້ໃຊ້ທຸກຄົນ ສໍາລັບໃນລະບົບ CPU ຈະມີພຽງຂະບວນການດຽວເທົ່ານັ້ນທີ່ສາມາດດໍາເນີນງານຢູ່ ຖ້າມີຫຼາຍກວ່າ 1 ຂະບວນການຂະບວນການທີ່ເຫຼືອຈະຕ້ອງຖ້າຈົນ CPU ວ່າງແລ້ວຈຶ່ງສາມາດເຂົ້າໄປໃຊ້ງານຕໍ່ໄປ.

ແຖວຖ້າການຈັດລຳດັບ (scheduling Queue) ແມ່ນຫຍັງ?

ເມື່ອລະບົບການຈັດລຳດັບເຂົ້າສູ່ລະບົບກໍ່ຈະຖືກນໍາໄປໃສ່ເຂົ້າໄວ້ໃນແຖວຖ້າວຽກ (job queue) ແຖວນີ້ຈະບັນຈຸໄວ້ດ້ວຍຂະບວນການທັງໝົດໃນລະບົບ ຂະບວນການທີ່ຝັງຢູ່ໃນໜ່ວຍຄວາມຈຳຫຼັກມີສະຖານະການພ້ອມ ແລະ ຖ້າເຂົ້າທໍາການຈະຖືກເກັບໄວ້ໃນລາຍການທີ່ເອີ້ນວ່າ ແຖວຖ້າພ້ອມ (Ready queue) ເຊິ່ງມີໂຄງສ້າງແບບລາຍການໂຍງ (Linked list) ສ່ວນຫົວ ແຖວຄອຍພ້ອມຈະເກັບຕົວຊີ້ເຊິ່ງຊີ້ໄປຫາຕຳແໜ່ງເລີ່ມຕົ້ນ ແລະ ສຸດທ້າຍ ຂອງ CPU ໃນລາຍການ ເຊິ່ງແຕ່ລະ PCB ຈະບັນຈຸໄວ້ ດ້ວຍຂໍ້ມູນກ່ຽວກັບຕົວຊີ້ ທີ່ຊີ້ໄປຍັງບິດຖັດໄປໃນແຖວຖ້າພ້ອມ.

ຕົວຈັດລຳດັບ (Schedulers) ແມ່ນຫຍັງ?

ຂະບວນການຈະເຄື່ອນຍ້າຍໄປຕາມແຖວຖ້າຕ່າງໆ ຕະຫຼອດຊີວິດຂອງຂະບວນການ ລະບົບປະຕິບັດງານຈະເຮັດການເລືອກຂະບວນການມາຈາກແຖວຖ້າເຫຼົ່ານັ້ນໄປຫາສະຖານະການອື່ນ ຕາມໂຄງສ້າງການຈັດການລໍາດັບຂອງລະບົບປະຕິບັດການ ການເລືອກຂະບວນການຈະຖືກກະທໍາໂດຍການຈັດລໍາດັບ.

ການສະຫຼັບບໍລິບົດ (Context Switch) ແມ່ນຫຍັງ?

ການທີ່ CPU ຈະສະຫຼັບກັນລະຫວ່າງຂະບວນໃດໆ ກໍ່ຕາມ ຈໍາເປັນຕ້ອງເກັບຂໍ້ມູນສະຖານະທີ່ຈໍາເປັນຂອງທັງຂະບວນການເກົ່າ ແລະ ໃໝ່ໄວ້ກ່ອນ ກິດຈະການນີ້ເອີ້ນວ່າ: ການສະຫຼັບບໍລິບົດ.

ການເລີກຂະບວນການ (Process Termination) ແມ່ນຫຍັງ?

ເມື່ອຂະບວນການເຮັດວຽກແລ້ວກໍ່ຈະລົບຕົວເອງຜ່ານທາງ Exit system call ຂອງລະບົບປະຕິບັດການຢູ່ຈຸດນີ້ ຂະບວນການອາດຄືນຄ່າຜົນຮັບບາງຢ່າງກັບໄປຫາຂະບວນການແມ່ (ຜ່ານທາງ Wait system call) ຈາກນັ້ນຈະປົດປ່ອຍຊັບພະຍາກອນທັງໝົດບໍ່ວ່າຈະເປັນທັງໜ່ວຍຄວາມຈຳແບບຖ່າຍພາບ ແລະ ຄືກັບການເປີດແຟ້ມ ແລະ I/O Buffer ກັບຄືນໄປຫາ ລະບົບປະຕິບັດງານ.

ການປະສານຂະບວນການ (Cooperation Process) ແມ່ນຫຍັງ?

ການສື່ສານລະຫວ່າງຂະບວນການ (IPC - Interprocess Communication) ແມ່ນຫຍັງ?

ໃນສະພາບແວດລ້ອມທີ່ຂະບວນການຕ້ອງຕິດຕໍ່ປະສານງານກັນນັ້ນ ຂະບວນການສາມາດສື່ສານຂ້າມຂະບວນການໄດ້ ຜ່ານທາງການສື່ສານລະຫວ່າງຂະບວນການ ຫຼື IPC (Interprocess Communication : IPC) ໂດຍທີ່ IPC ຈະມີເງື່ອນໄຂອະນູຍາດໃຫ້ກົນໄກຕ່າງໆ ສາມາດສື່ສານກັນໄດ້ ແລະ ປະສານລະຫວ່າງເວລາຂະບວນການໄດ້. IPC ເປັນກົນໄກສໍາຄັນທີ່ຖືກນໍາ ໄປໃຊ້ປະໂຫຍດໄດ້ເປັນຢ່າງດີໃນສະພາບແວດລ້ອມຂອງລະບົບກະຈາຍ (Distributed systems) ເຊິ່ງຈໍາເປັນຕ້ອງມີການ ສື່ສານລະຫວ່າງຂະບວນການທີ່ຢູ່ຂ້າມເຄື່ອງໃນລະບົບເຄື່ອຂ່າຍ.

ການສົ່ງຜ່ານຂ່າວສານ (Message-Passing) ແມ່ນຫຍັງ?

ຟັງຊັນຂອງລະບົບຂ່າວສານຈະອະນຸຍາດໃຫ້ຂະບວນການສາມາດສື່ສານກັບຂະບວນການອື່ນໄດ້ ໂດຍຈໍາເປັນຕ້ອງມີການໃຊ້ຊັບພະຍາກອນ ຫຼື ຂໍ້ມູນຮ່ວມກັນ ໂດຍ IPC ຈະຈັດກຽມການດໍາເນີນຢ່າງນ້ອຍ 2 ຢ່າງ ໄດ້ແກ່ Send (Message) ແລະ receive (Message) ສໍາລັບການສື່ສານ ໂດຍອາໃສຊ່ອງທາງເອີ້ນວ່າ: ການເຊື່ອມໂຍງການສື່ສານ (Communication link) ຂະບວນການທີ່ທຳການສ້າງການເຊື່ອມໂຍງຂະບວນການທີ່ທຳໜ້າທີ່ຮັບເສຍກ່ອນ.

ເທຣດຜູ້ໃຊ້ (User Thread) ແມ່ນຫຍັງ?

ເທຣດຜູ້ໃຊ້ຈະປະຕິບັດງານຢູ່ເໜືອ Kernel ແລະ ເອີ້ນໃຊ້ໂດຍຫຼັງເທຣດ (Thread library) ທີ່ລະດັບຜູ້ໃຊ້ການສ້າງຈັດລໍາດັບ ແລະ ຈັດການ Threads ທັງໝົດເປັນໜ້າທີ່ໂດຍກົງຂອງຄັ້ງ Threads ບໍ່ແມ່ນ Kernel ເນື່ອງຈາກ Kernel ຈະບໍ່ຮັບຮູ້Thread ລະດັບຜູ້ໃຊ້. ດັ່ງນັ້ນ, ການສ້າງ ແລະ ການຈັດລໍາດັບຈະເຮັດວຽກພາຍໃນອານາບໍລິເວນຜູ້ໃຊ້ຈະບໍ່ຖືກແຊກແຊງຈາກ Kernel ເຖິງວ່າການເຮັດວຽກກຽວກັບການສ້າງ ແລະ ການຈັດການທີ່ລະດັບ Threads ຜູ້ໃຊ້ຈະສາມາດດໍາເນີນໄປໄດ້ຢ່າງໄວ້ ວາແຕ່ບາງກໍລະນີອາດ ເກີດບັນຫາໄດ້.

ເທຣດເຄີເນລ (Kernel Thread) ແມ່ນຫຍັງ?

Kernel Thread ຈະຖືກການສະໜັບສະໜູນການເຮັດວຽກໂດຍກົງຈາກລະບົບປະຕິບັດການການສ້າງຈັດລໍາດັບ ແລະ ຈັດ Threads ຈະກະທໍາໂດຍ Kernel ພາຍໃນອາຄານບໍລິເວນເຄີເນເຊິ່ງຈະເຮັດວຽກແລ້ວຊ້າກ່ວາຜູ້ໃຊ້ ເນື່ອງຈາກຖືກກະທໍາໂດຍລະບົບປະຕິບັດການໃນແຕ່ລະຂະນະທີ່ Threads ເຮັດໜ້າທີ່ບັອກ (System call Kernel) ຍັງສາມາດຈັດລໍາດັບໃຫ້ Thread ໃນ Aplication ອື່ນເຂົ້າເພື່ອດໍາເນີນການໄດ້. ນອກຈາກນັ້ນ ໃນສະພາບແວດລ້ອມແບບ Multiprocessor. Kernel ຍັງສາມາດຈັດລໍາດັບ Threads ຢູ່ຕົວປະເມີນຜົນໄດ້ອີກດ້ວຍໃນລະບົບປະຕິບັດການ Windows NT, Solaris ແລະ Digital UNIX ລ້ວນສະໜັບສະໜູນ Kernel threads.

ແບບຈຳລອງແບບມັລຕິເທຣດ (Multithreading Model) ແມ່ນຫຍັງ?

ລະບົບປະຕິບັດການຫຼາຍລະບົບສະໜັບສະໜູນທັງ Threads ຜູ້ໃຊ້ ແລະ Kernel thread ເຊິ່ງຖືເປັນການດຳເນີນງານຕາມແບບຈໍາລອງ ແລະ Multithreads ປະກອບດ້ວຍ Many-to-one, one-to-one ແລະ Many-to-Many ໂດຍມີຮູບແບບການທໍາງານແຕກຕ່າງກັນ.

ແບບຈຳລອງ Many-To-One ແມ່ນຫຍັງ?

ແບບຈໍາລອງ Many-to-one ຈະທຳການລວບລວມສົ່ງ (map) Threads ລະດັບຜູ້ໃຊ້ທຸກເທຣດໄປຫາ Kernel Threads ພຽງ Threads ດຽວ. ການຈັດການກ່ຽວກັບ Threads ຈະທໍາພາຍໃນອານາບໍລິເວນຜູ້ໃຊ້. ດັ່ງນັ້ນ, ຈຶ່ງມີຄວາມໄວ ແລະ ປະສິດທິພາບສູງແຕ່ຖ້າມີ Threads ໃດ Threads ໜຶ່ງທໍາການບັອກ (System call) ຂະບວນການທັງໝົດຈະຖືກບັອກດ້ວຍ ແລະ ເນື່ອງຈາກຈະມີພຽງ Threads ດຽວເທົ່ານັ້ນທີ່ສາມາດເຂົ້າເຖິງ Kernel ຂະນະໃດຂະນະໜຶ່ງ.

ແບບຈຳລອງ One-To-One ແມ່ນຫຍັງ?

ແບບຈໍາລອງ One-to-One ຈະທໍາການສົ່ງ Threads ຜູ້ໃຊ້ແຕ່ລະ Threads ໄປຍັງ Kernel Threads ແຍກເປັນຄູ່ໆກັນໄປຈຶ່ງສາມາດເຮັດວຽກໄດ້ຫຼາຍກວ່າແບບຈໍາລອງ Many-to-one ເພາະສາມາດເຮັດແບບຄູ່ຂະໜານກັນໄປໄດ້ ແລະ ອານຸຍາດໃຫ້ຫຼາຍ Threads ສາມາດເຮັດວຽກຢ່າງຄູ່ຂະໜານຢູ່ Multiprocessor ໄດ້ອີກດ້ວຍແຕ່ບັນຫາແບບຈໍາລອງກໍຄື ມີຄ່າໃຊ້ຈ່າຍສູງ ແລະ ໃຫ້ປະສິດທິພາບຕໍ່າກ່ວາແບບທໍາອິດ ເນື່ອງຈາກທຸກຄັ້ງທີ່ມີການສ້າງ Threads ຜູ້ໃຊ້ຈໍາເປັນຕ້ອງສ້າງ Kernel Threads ຂຶ້ນມາຄວບຄູ່ກັນໄປສະເໝີຈິ່ງສ້າງພາວະໃຫ້ແກ່ Aplication ນັ້ນໆ.

ການຈັດລຳດັບ (CPU Scheduling) ແມ່ນຫຍັງ?

ການຈັດລໍາດັບ CPU (CPU scheduling) ຖືເປັນພື້ນຖານຂອງລະບົບປະຕິບັດການແບບ Multiprogram ໂດຍການຈັດລໍາດັບ CPU ລະຫວ່າງກຸ່ມຂະບວນການຕ່າງໆ ນີ້ຈະເຮັດໃຫ້ລະບົບປະຕິບັດການສາມາດເພີ່ມ ປະສິດຕິພາບແກ່ລະບົບຄອມພິວເຕີໄດ້ ເນື້ອໃນບົດນີ້ຈະອະທິບາຍແນວຄິດພື້ນຖານກ່ຽວກັບການຈັດລະດັບ ແລະ ຂັ້ນຕອນວິທີການຈັດລະດັບແບບຕ່າງໆ ລວມທັງການຈັດລໍາດັບໃນ Multiprocessor ແລະ ລະບົບເຮັດວຽກ.

ຮອບໃນການໃຊ້ CPU ແລະ I/O (CPU-I/O Burst Cycle) ແມ່ນຫຍັງ?

ຈາກການສັງເກດພຶດຕິກຳຂອງຂະບວນການຕ່າງໆຈະເຫັນວ່າ ການດຳເນີນງານຂອງຂະບວນການຈະປະກອບດ້ວຍຮອບ CPU (CPU cycle) ແລະ ຮອບການຖ້າ I/O (I/O wait cycle) ຂະບວນການຈະສະລັບໄປມາລະຫວ່າງຮອບທັງສອງນີ້ ເມື່ອຂະບວນການກະທໍາຈະເລີ່ມຕົ້ນດ້ວຍການໃຊ້ CPU (CPU burst) ແລ້ວມາໃຊ້ I/O (I/O burst). ຈາກນັ້ນ, ກໍ່ກັບໄປໃຊ້ CPU ແລະ I/O ອີກເປັນເຊັ່ນນີ້ໄປເລື້ອຍໆໃນທີ່ສຸດການໃຊ້ CPU ຄັ້ງສຸດທ້າຍກໍ່ສິ້ນສຸດລົງ ເມື່ອ ການດໍາເນີນການສິ້ນສຸດລົງ ສ່ວນໃຫຍ່ພາວະທີ່ມີການເອີ້ນໃຊ້ I/O ຈະມີສູງກວ່າການໃຊ້ CP.

ຕົວຈັດລຳດັບ CPU (CPU Schedler) ແມ່ນຫຍັງ?

ເມື່ອໃດກໍຕາມທີ່ CPU ວ່າງ ລະບົບປະຕິບັດການຈະຕ້ອງເລືອກຂະບວນການຂື້ນມາ 1 ຂະບວນການຈາກແຖວທີ່ລໍຖ້າ ເຊີ່ງຢູ່ໃນໜ່ວຍຄວາມຈໍາເຂົ້າດໍາເນີນງານຕໍ່ການເລືອກຂະບວນການນີ້ເປັນໜ້າທີ່ຂອງຕົວຈັດລໍາດັບໄລຍະສັ້ນ ຫຼື ຕົວຈັດລໍາດັບ CPU.

ໂປຣແກຣມເລືອກຈ່າຍງານ(Dispatcher) ແມ່ນຫຍັງ?

ອົງປະກອບອີກປະການໜຶ່ງໃນຟັງຊັນການຈັດລຳດັບ CPU ກໍຄືໂປຣແກຣມເລືອກຈ່າຍງານເຊິ່ງເປັນໂມດູລ (Module) ທີ່ນິຍົມໃຫ້ຂະບວນການເຂົ້າຄອບຄອງ CPU ເມື່ອມັນຖືກຄັດເລືອກໂດຍຕົວຈັດລຳດັບແບບໄລຍະສັ້ນມີໜ້າທີ່ຕໍ່ໄປນີ້:
– ເຮັດການສະຫຼັບບໍລິບົດ.
– ເຮັດການສະຫຼັບໄປມາຂອງໂມດູລໂໝດຜູ້ໃຊ້ງານ.
– ຂ້າມໄປຕຳແໜ່ງທີ່ຢູ່ທີ່ຖືກຕ້ອງໃນໂປຣແກໜມຜູ້ໃຊ້ເພື່ອເລີ່ມຕົ້ນໂປຣແກຣມໃໝ່.

ເງື່ອນໄຂການຈັດລຳດັບແມ່ນຫຍັງ?

ເງື່ອນໄຂຂອງການຈັດລຳດັບສາມາດແບ່ງອອກເປັນ 2 ປະເພດໄດ້ແກ່: ເງື່ອນໄຂການຕັດສິນໃຈທີ່ເນັ້ນຜູ້ໃຊ້ (User-oriented) ແລະ ການເນັ້ນລະບົບ (System-oriented) ໂດຍເງື່ອນໄຂທີ່ເນັ້ນຜູ້ໃຊ້ເປັນຫຼັກຈະກ່ຽວຂ້ອງກັບພຶດຕິກໍາຂອງລະບົບເຊີ່ງເປັນທີ່ຍອມຮັບໄດ້ຂອງຜູ້ໃຊ້ແຕ່ລະຄົນ ຫຼື ຂະບວນການ ເຊັ່ນ: ອັດຕາການຕອບສະໜອງສ່ວນເງື່ອນໄຂການຕັດສິນໃຈເຊີ່ງເນັ້ນທີ່ລະບົບຈະກ່ຽວຂ້ອງກັບການໃຊ້ປະໂຫຍດຢ່າງເຕັມປະສິດທິພາບຂອງ CPU ເປັນຫຼັກເຊັ່ນ: ປະລິມານວຽກທັງໝົດ.

ການໃຊ້ປະໂຫຍດຈາກ CPU (CPU Utilization) ແມ່ນຫຍັງ?

ການໃຊ້ປະໂຫຍດຈາກ CPU (CPU Utilization) ຄືພະຍາຍາມໃຫ້ CPU ເຮັດວຽກຢູ່ຕະຫຼອດເວລາເທົ່າທີ່ຈະເປັນໄປໄດ້ ເໝາະສໍາລັບລະບົບທີ່ມີການຄໍານວນຄ່າໃຊ້ຈ່າຍສະເລ່ຍລວມກັນ ແຕ່ເງື່ອນໄຂນີ້ບໍ່ເໝາະສໍາລັບລະບົບຜູ້ໃຊ້ຄົນດຽວ ແລະ ລະບົບເຮັດວຽດວຽກແບບທັນທີ ນະໂຍບາຍນີ້ເນັ້ນທີ່ລະບົບເປັກຫຼັກ ແລະ ກ່ຽວກັບປະສິດທິພາບໂດຍກົງ.

ປະລິມານງານ (Throughput) ແມ່ນຫຍັງ?

ປະລິມານງານ (Throughput) ໝາຍເຖິງການຄໍານຶງເຖີງຈໍານວນຂະບວນການທັງໝົດທີ່ສົມບູນຕໍ່ໜ່ວຍເວລານະໂຍບາຍນີ້, ເຊິ່ງຈະເນັ້ນທີ່ລະບົບເປັນຫຼັກ ແລະ ກ່ຽວຂ້ອງກັບປະສິດທິພາບໂດຍກົງ.

ເວລາຄົບຮອບວຽນວຽກງານ (Turnaround Time) ແມ່ນຫຍັງ?

ເວລາຄົບຮອບວຽນວຽກງານ (Turnaround time) ເປັນຊ່ວງເວລາຕັ້ງແຕ່ສົ່ງວຽກໄປຈົນແລ້ວສົມບູນ ເວລາຄົບວົງງານຈະເປັນຜົນລວມທັງໝົດຂອງຊ່ວງເວລາທີ່ເຂົ້າໄປຢູ່ໃນໜ່ວຍຄວາມຈໍາ ເວລາລໍຖ້າໃນແຖວຖ້າພ້ອມ ເວລາການກະທໍາການເທີງ CPU ແລະ ເວລາໃຊ້ I/O ນະໂຍບາຍແບບນີ້ເໝາະກັບລະບົບແບບກຸ່ມ ເນັ້ນທີ່ຜູ້ໃຊ້ເປັນຫຼັກ ແລະ ກ່ຽວຂ້ອງກັບປະສິດທິພາບໂດຍກົງ.

ເວລາລໍຖ້າ (Waiting Time) ແມ່ນຫຍັງ?

ເວລາລໍຖ້າ (Waiting time) ເປັນຈໍານວນເວລາທີ່ຂະບວນການລໍຖ້າຢູ່ໃນແຖວຖ້າພ້ອມ ບໍ່ກ່ຽວກັບເວລາທີ່ກະທຳການ ຫຼື ໃຊ້ I/O ເນັ້ນທີ່ຜູ້ໃຊ້ເປັນຫຼັກ ແລະ ກ່ຽວຂ້ອງກັບປະສິດທິພາບໂດຍກົງ.

ເວລາຕອບສະໜອງ (Response Time) ແມ່ນຫຍັງ?

ເວລາຕອບສະໜອງ (Response time) ໃນລະບົບໂຕ້ຕອບ (Interactive system) ອາດບໍ່ສົນໃຈເລື່ອງເວລາຄົບວົງງານ ແຕ່ສົນໃຈເວລາຕອບສະໜອງເປັນຫຼັກ ເຊີ່ງເປັນເວລາຕັ້ງແຕ່ເມື່ອສົ່ງຄຳຮ້ອງຂໍອອກໄປຈົນເລີ່ມໄດ້ຮັບການຕອບສະໜອງກັບມາເປັນເທື່ອທຳອິດ ບໍ່ແມ່ນເວລາທີ່ໄດ້ຜົນລັບຄືແບບເວລາຄົບວົງງານ ເໝາະສໍາລັບສະພາບແວດລ້ອມແບບແບ່ງເວລາທີ່ເນັ້ນຄວາມເປັນທຳມະຊາດຕໍ່ຜູ້ໃຊ້ໂດຍລວມເປັນນະໂຍບາຍທີ່ເນັ້ນຜູ້ໃຊ້ເປັນຫຼັກ.

ຂັ້ນຕອນວິທີການຈັດລຳດັບ (Scheduling Algorithms) ແມ່ນຫຍັງ?

ການຈັດລຳດັບ CPU ນັ້ນກ່ຽວຂ້ອງກັບບັນຫາການຕັດສິນໃຈວ່າຈະຈັດສັນ CPU ໃຫ້ຂະບວນການໃດທີ່ຖ້າຢູ່ໃນແຖວລໍຖ້າພ້ອມ ເຊິ່ງມີຂັ້ນຕອນຂອງວິທີຕ່າງໆ ທີ່ຈຳນຳສະເໜີດັ່ງນີ້:
– ການຈັດລຳດັບແບບມາກ່ອນໄດ້ກ່ອນ (FCFS – First-Come, First-Served)
– ການຈັດລຳດັບແບບວຽກສັ້ນສຸດໄດ້ກ່ອນ (SJF – Shortest-Job-First)
– ການຈັດລຳດັບຕາມລຳດັບຄວາມສຳຄັນ (Priority Scheduling)
– ການຈັດລຳດັບແບບວິທີວົງຮອບ (Round-Robin Scheduling)
– ການຈັດລຳດັບແບບແຖວຫຼາຍລະດັບ (Multilevel Queue Scheduling)
– ການຈັດລຳດັບແບບແຖວຄອຍປ້ອນຫຼາຍລະດັບ (Multilevel Feedback-Queue Scheduling)

ການຈັດລຳດັບແບບມາກ່ອນໄດ້ກ່ອນ (FCFS - First-Come, First-Served) ແມ່ນຫຍັງ?

ການຈັດລໍາດັບແບບມາກ່ອນໄດ້ກ່ອນ ຫຼື ບາງເທື່ອເອີ້ນວ່າ ເຂົ້າກ່ອນອອກກ່ອນ ເປັນຂັ້ນຕອນວິທີທີ່ງ່າຍ ແລະ ກົງໄປກົງມາທີ່ສຸດວິທີໜຶ່ງ, ຂະບວນການໃດທີ່ຮ້ອງຂໍ CPU ກ່ອນຈະໄດ້ CPU ໄປກ່ອນ ໃນການໃຊ້ງານວິທີການນີ້ ເມື່ອຂະບວນການເຂົ້າໄປແຖວຖ້າພ້ອມກໍຈະມີ PCB ເຊື່ອມໂຍງໄປທາງທ້າຍຂອງແຖວຖ້າ ເປັນລໍາດັບໄປ ເມື່ອ CPU ວ່າງກະຈະເລືອກຂະບວນການທີ່ຢູ່ຫົວແຖວເຂົ້າໄປ CPU ແລະ ລົບຂະບວນການນີ້ອອກຈາກແຖວໄປແບບນີ້ໄປເລື້ອຍໆ.

ການຈັດລຳດັບແບບວຽກສັ້ນສຸດໄດ້ກ່ອນ (SJF - Shortest-Job-First) ແມ່ນຫຍັງ?

ຂັ້ນຕອນວິທີແບບວຽກສັ້ນສຸດໄດ້ກ່ອນນີ້ກ່ຽວຂ້ອງກັບຂະໜາດຂອງເວລາທີ່ຂະບວນການຕ້ອງການໃຊ້ CPU ໃນ ເທື່ອຕໍ່ໄປໂດຍພິຈາລະນາຈາກເວລາຄັ້ງສຸດທ້າຍທີ່ຂະບວນການນັ້ນໃຊ້ CPU ເປັນເກນ ເມື່ອ CPU ວ່າງກໍ່ຈະຈັດສັນເວລາໃຫ້ແກ່ຂະບວນການທີ່ຕ້ອງການໃຊ້ເວລາ CPU ນ້ອຍທີ່ສຸດຖ້າມີຫຼາຍຂະບວນການທີ່ຕ້ອງການເວລາ CPU ຕໍ່ໄປ ຂະໜາດເທົ່າກັນກໍ່ຈະໃຊ້ວິທີແບບມາກ່ອນໄດ່ກ່ອນເຂົ້າມາຊ່ວຍ.

ການຈັດລຳດັບຕາມລຳດັບຄວາມສຳຄັນ (Priority Scheduling) ແມ່ນຫຍັງ?

ການກໍານົດໃຫ້ແຕ່ລະຂະບວນການມີໝາຍເລກລໍາດັບຄວາມສໍາຄັນກໍາກັບໄວ້ ເຊັ່ນ: 0 ເຖິງ 7 ຫຼື 0 ເຖິງ 4095 ໂດຍແຕ່ລະບົບອາດກໍານົດຄວາມສໍາຄັນຈາກຕົວເລກນ້ອຍ (ສໍາຄັນສູງສຸດ) ໄປຫຼາຍ (ສໍາຄັນຕໍ່າສຸດ) ຫຼື ຫຼາຍ (ສໍາຄັນສູງສຸດ) ໄປໜ້ອຍ (ສໍາຄັນຕໍ່າສຸດ) ກໍ່ໄດ້, ການຈັດສັນ CPU ຈະຢຶດຕາມລໍາດັບຄວາມສໍາຄັນຂອງແຕ່ລະຂະບວນການ ໝາຍເຖີງຂະບວນການທີ່ມີໝາຍເລກລໍາດັບຄວາມສໍາຄັນຫຼາຍກວ່າຈະຖືກເລືອກເຮັດໃຫ້ແລ້ວກ່ອນ ແລ້ວຈິ່ງເຮັດຂະບວນການທີ່ມີຄວາມສໍາຄັນຂອງລໍາດັບຮອງລົງໄປໃນກໍລະນີທີ່ມີລໍາດັບຄວາມສໍາຄັນເທົ່າກັນຢູ່ຫຼາຍຂະບວນການ ກໍຈະໃຊ້ວິທີມາກ່ອນໄດ້ກ່ອນເຂົ້າມາຊ່ວຍ. ນອກຈາກນັ້ນ ການຈັດລໍາດັບດ້ວຍວິທີນີ້ອາດເປັນແບບບັງຄັບ ຫຼື ບໍ່ບັງຄັບກໍ່ໄດ້.

ການຈັດລຳດັບແບບວິທີວົງຮອບ (Round-Robin Scheduling) ແມ່ນຫຍັງ?

ວິທີນີ້ໄດ້ຮັບການອອກແບບສໍາລັບລະບົບແບ່ງເວລາ ເປັນວິທີການຄືກັນກັບແບບມາກ່ອນໄດ້ກ່ອນ, ແຕ່ເພີ່ມວິທີທີ່ສາມາດບັງຄັບໃຫ້ສະລັບຂະບວນການໄດ້ ໂດຍບໍ່ຈໍາເປັນຕ້ອງຖ້າໃຫ້ຂະບວນການໜື່ງເຂົ້າໃຊ້ CPU ຈົນກວ່າຈະສໍາເລັດ.

ການຈັດລຳດັບແບບແຖວຫຼາຍລະດັບ (Multilevel Queue Scheduling) ແມ່ນຫຍັງ?

ການຈັດລໍາດັບປະເພດນີ້ຈະແບ່ງກະບວນການທັງໝົດອອກເປັນກຸ່ມໆ ແລະ ແຍກຕາມລໍາດັບຄວາມສໍາຄັນຂອງວຽກເຊັ່ນ: ແບ່ງວຽກອອກເປັນ 2 ກຸ່ມຕາມປະເພດຂອງວຽກໄດ້ແກ່ວຽກປະເພດພື້ນໜ້າ (Foreground) ຫຼື ວຽກແບບໂຕ້ຕອບ ແລະ ວຽກປະເພດພື້ນຫຼັງ (Background) ຫຼື ວຽກປະເພດກຸ່ມ.

ການຈັດລຳດັບແບບແຖວຄອຍປ້ອນຫຼາຍລະດັບ (Multilevel Feedback-Queue Scheduling) ແມ່ນຫຍັງ?

ໂດຍປົກກະຕິການຈັດລໍາດັບແບບແຖວຄອຍຫຼາຍລະດັບ ຂະບວນການຕ່າງໆຈະຖືກຈັດໃຫ້ຢູ່ໃນ ແຖວລໍຖ້າແຕ່ລະປະເພດຢ່າງຖາວອນໂດຍບໍ່ມີການຍ້າຍຂ້າມແຖວ ຫຼື ການປ່ຽນປະເພດຂອງແຖວເຊິ່ງວິທີການນີ້ງ່າຍຕໍ່ການຈັດການ ແລະ ບໍ່ເສຍເວລາໃນການສະລັບບໍລິບົດແຕ່ບໍ່ມີຄວາມຍືດຍຸ່ນ ສ່ວນການຈັດລໍາດັບແບບແຖວຄອຍແບບປ້ອນກັບຫຼາຍລະດັບຈະຍອມໃຫ້ມີການຂ້າມແຖວໄດ້ ແນວຄິດນີ້ຈະມີການແບ່ງກຸ່ມຂອງຂະບວນການໃຫ້ແຕກຕ່າງ ກັນຕາມຄຸນລັກສະນະຂອງການໃຊ້ເວລາ CPU ເປັນສໍາຄັນ.

ການຈັດລຳດັບຢູ່ມັລຕິໂປຣເຊສເຊີ (Multi-Processor Scheduling) ແມ່ນຫຍັງ?

ລະບົບຄອມພິວເຕີທີ່ໃຊ້ CPU ຫຼາຍຕົວເຊັ່ນການປະມວນຜົນແບບຄູ່ຂະໜານ ໃນເວລາດຽວກັນ ທີ່ເຮົາເອີ້ນວ່າ Multi-Processor ຈະເຮັດໃຫ້ບັນຫາການຈັດລໍາດັບນີ້ຊັບຊ້ອນຂື້ນ ເພາະບໍ່ວ່າການຈັດລໍາດັບ CPU ດຽວກໍຍັງບໍ່ມີວິທີການທີ່ດີທີ່ສຸດທີ່ສາມາດຮັບມືກັບທຸກສະຖານະການໄດ້. ຢ່າງໃດກໍ່ຕາມການຈັດລໍາດັບ ແບບມັດຕິໂປເຊັນເຊີນີ້ຍັງຄົງມຸ່ງໄປສະເພາະກຸ່ມຂອງຕົວປະມວນຜົນແບບເອກະພັນ (Homogeneous) ກ່າວຄືການປະມວນຜົນເຫຼົ່ານັ້ນມີຄຸນລັກສະນະດຽວກັນໃນແງ່ຂອງຄວາມສາມາດໃນການໃຊ້ງານໂດຍທີ່ເຮົາສາມາດໃຊ້ຕົວປະມວນຜົນຕົວໃດກໍໄດ້ທີ່ວ່າງຢູ່ໃຫ້ມາຊ່ວຍໃນການດໍາເນີນການກະບວນການຕ່າງໆທີ່ຢູ່ໃນແຖວຄອຍ.

ການຈັດລຳດັບການເຮັດວຽກແບບທັນທີ (Real-Time Scheduling) ແມ່ນຫຍັງ?

ການຄໍານວນການຈັດລຳດັບການເຮັດວຽກແບບທັນທີ (Real-Time Scheduling) ແບ່ງອອກເປັນ 2 ປະເພດໄດ້ແກ່ລະບົບແບບທັນທີແບບເຂັ້ມງວດ (Hard Real Time) ແລະ ແບບເຮັດວຽກແບບທັນທີແບບບາງເບົາ (Soft Real Time).

ແນວຄິດພື້ນຖານການຂອງການປະສານງານເວລາຂອງໜ່ວຍຄວາມຈຳຫຼັກແມ່ນຫຍັງ?

ຫຼັກການພື້ນຖານຂອງການອອກແບບລະບົບປະຕິບັດງານດັ່ງກ່າວກໍຄື ການຈັດການພາວະພ້ອມກັນ (Concurrency) ການປະສານເວລາ (Synchronization) ລວມທັງການສື່ສານລະຫວ່າງຂະບວນການ, ການແບ່ງປັນ, ການແຂ່ງຂັນໃຊ້ ຊັບພະຍາກອນ ແລະ ການປະສານເວລາຂອງກິດຈະກຳ. ທັງໝົດທີ່ເກີດຂຶ້ນຈາກຂະບວນການ ແລະ ການຈັດສັນເວລາ CPU ໃຫ້ແກ່ຂະບວນການເຫຼົ່ານັ້ນ ການຈັດການດັ່ງກ່າວບໍ່ພຽງແຕ່ໃຊ້ສໍາລັບສະພາບແວດລ້ອມແບບ Multiprocessing ຫຼື ການກະຈາຍເທົ່ານັ້ນ ແຕ່ຍັງໃຊ້ສໍາລັບລະບົບໜ່ວຍປະມວນຜົນດຽວກັນອີກດ້ວຍ.

ສ່ວນວິກິດ (Critical Section) ແມ່ນຫຍັງ?

ສ່ວນວິກິດ (Critical Section) ໝາຍເຖິງການທີ່ໃນລະບົບໜື່ງປະກອບດ້ວຍຂະບວນການ ຫຼື ເທຣດຈໍານວນຈິງ ໃນການຄວບຄຸມເຂົ້າເຖິງຊັບພະຍາກອນທີ່ສາມາດໃຊ້ຮ່ວມກັນໄດ້ໂດຍຂະບວນການ ຫຼື ເທຣດທັງໝົດນັ້ນ ສາມາດເຮັດໄດ້ໂດຍການກຳນົດໃຫ້ແຕ່ລະເທຣດຈະມີສ່ວນຂອງລະຫັດທີ່ເອີ້ນວ່າ: ສ່ວນວິກິດ (Critical Section). ເຊິ່ງເທຣດອາດໃຊ້ການປ່ຽນແປງຄ່າຂອງຕົວປ່ຽນ ລວມທັງການແກ້ໄຂຕາຕະລາງຂຽນແຟ້ມ ແລະ ອື່ນໆ ຄຸນລັກສະນະສໍາຄັນຂອງລະບົບນີ້ກໍຄື ເມື່ອມີເທຣດໜຶ່ງກຳລັງເຮັດວຽກ ຢູ່ໃນສ່ວນວິກິດຈະຕ້ອງບໍ່ມີເທຣດໃດໆທີ່ໄດ້ຮັບອະນຸຍາດໃຫ້ເຂົ້າສ່ວນວິກິດນີ້ໄດ້.

ສັນຍານ (Semaphore) ແມ່ນຫຍັງ?

ເຊມາຟໍ  (Semaphore) ເປັນຕົວປ່ຽນຈໍານວນເຕັມ (Integer) ທີ່ສາມາດເຂົ້າເຖິງຄໍາສັ່ງໄດ້ໂດຍຜ່ານຄໍາສັ່ງປະຕິບັດການມາດຕະຖານ 2 ຄໍາສັ່ງປະຕິບັດການແບບພາວະຄົບໜ່ວຍ (Atomic operation) ໄດ້ແກ່ Wait ແລະ Signal.

ບັນຫາພື້ນຖານຂອງການປະສານເວລາແມ່ນຫຍັງ?

ບັນຫາສໍາຄັນກ່ຽວກັບການປະສານເວລາ ເຊິ່ງເປັນພື້ນຖານໃນການໃຊ້ແກ້ໃຂບັນຫາການຄວບຄຸມພ້ອມກັນໃນລະບົບປະຕິບັດການ ບັນຫາທີ່ຖືກໃຊ້ທົດສອບເທັກນິກການກະສານເວລາແບບໃໝ່ ລວມທັງການໃຊ້ Semaphore ໃນການແກ້ໄຂບັນຫາ ບັນຫາເຫຼົ່ານີ້ປະກອບດ້ວຍ:
– ບັນຫາ Boundeed-Buffer
– ບັນຫາຜູ້ອ່ານ-ຜູ້ຂຽນ
– ບັນຫານັກປະຊາບໍລິໂພກ

ບັນຫາ Boundeed-Buffer ແມ່ນຫຍັງ?

ບັນຫາ Boundeed-Buffer ບາງເທື່ອເອີ້ນວ່າ ບັນຫາຜູ້ຜະລິດ-ບໍລິໂພກ (Producer/consumer problem) ມັກມີບັນຫາທີ່ນິຍົມໃຊ້ການທົດສອບປະສິດທິພາບຂອງເຕັກນິກການປະສານເວລາ ບັນຫາຂອງ Boundeed-Buffer ກໍຄືຜູ້ຜະລິດຄົນໜື່ງ ຫຼື ຫຼາຍກວ່າການຜະລິດຂໍ້ມູນບາງຊະນິດ (ລະບຽບອັກສະລະ) ແລະ ສົ່ງໃນບັບເຟີ ແລະ ມີຜູ້ບໍລິໂພກພຽງຄົນດຽວ ເທົ່ານັ້ນເທົ່າທີ່ສາມາດຈັບຂໍ້ມູນອອກມາຈາກ Buffer ໃນຂະນະໃດນຶ່ງ ລະບົບຕ້ອງກຳນົດເງື່ອນໄຂເພື່ອປ້ອງກັນການເກີດ ການຊ້ອນທັບໃນການປະຕິບັດງານ Buffer ນັ້ນໝາຍ ຄວາມວ່າ ຢູ່ຂະນະໃດໜຶ່ງຈະມີ (ຜູ້ຜະລິດ-ບໍລິໂພກ) ພຽງຄົນດຽວເທົ່າ ນັ້ນທີ່ສາມາດເຂົ້າເຖິງ Buffer ໄດ້.

ບັນຫາຜູ້ອ່ານ-ຜູ້ຂຽນ (Readers/Writers Problem) ແມ່ນຫຍັງ?

ບັນຫາຜູ້ອ່ານຜູ້ຂຽນ (Readers/Writers Problem) ຖືວ່າເປັນບັນຫາສໍາຄັນອີກບັນຫາໜື່ງທີ່ໃຊ້ໃນການທົດສອບກົນໄກການແກ້ໃຂບັນຫາກ່ຽວກັບການຄວບຄຸມພາວະພ້ອມກັນບັນຫານີ້ຄືມີພື້ນທີ່ຂໍ້ມູນເຊິ່ງໃຊ້ຮ່ວມກັນໄດ້ລະຫວ່າງຂະບວນການຕ່າງໆທັງໝົດ ພື້ນທີ່ດັ່ງກ່າວ ອາດເປັນແຟ້ມ ບັອກຂອງໜ່ວຍຄວາມຈໍາຮ່ວມກັນ ຫຼື Register ໜ່ວຍປະມວນຜົນກໍ່ໄດ້ ມີຂະບວນການຈໍານວນມັກທີ່ຕ້ອງການອ່ານ (readers) ພື້ນທີ່ດັ່ງກ່າວພຽງຢ່າງດຽວ ແລະ ມີຂະບວນການທີ່ຕ້ອງການຂຽນ (Writers) ໃນພື້ນທີ່ດັ່ງກ່າວພຽງຂະບວນການດຽວ ການຈັດການຈະຕ້ອງເຂົ້າກັນ ດັ່ງເງື່ອນໄຂດັ່ງຕໍ່ໄປນີ້:
– ຜູ້ອ່ານສາມາດອ່ານແຟ້ມໄດ້ຫຼາຍຄົນພ້ອມກັນ.
– ຖ້າມີຜູ້ຂຽນພຽງຜູ້ດຽວເທົ່ານັ້ນສາມາດຂຽນແຟ້ມຢູ່ທີ່ເວລາໃດໜຶ່ງ.
– ຖ້າຜູ້ຂຽນຢາກທີ່ຈະຂຽນແຟ້ມຈະບໍ່ມີຜູ້ອ່ານຜູ້ໃດອ່ານແຟ້ມນັ້ນໄດ້.

ຕົວເຝົ້າສັງເກດ (Moniters) ແມ່ນຫຍັງ?

ຕົວເຝົ້າສັງເກດ (Moniters) ເປັນການສ້າງພາສາໂປຣແກຣມລະດັບສູງທີ່ເຮັດໜ້າທີ່ເຊັ່ນດຽວກັນກັບ Semaphore ແຕ່ງ່າຍທີ່ຈະຄວບຄຸມການເຝົ້າສັງເກດ, ນໍາໄປສູ່ໃນການໃຊ້ພາສາໂປຣແກຣມຫຼາຍປະເພດເຊັ່ນ: Concurrent PASCAL, PADCAL-PLUS, Modula-2, modula-3 ແລະ java. ພາສາໂປຣແກຣມເຫຼົ່ານີ້ໄດ້ຈັດກຽມໄວ້ໃນ ໂປຣແກຣມ (Programlibrary) ຜູ້ພັດທະນາສາມາດໃຊ້ການປິດກັ້ນເຝົ້າສັງເກດອອບເຈັກໃດໆກໍໄດ້ຄ້າຍໆກັບການເຊື່ອມໂຍງ (Lined list) ທີ່ສາມາດປິດກັ້ນທຸກລາຍການເຊື່ອມໂຍງໄດ້ພຽງເທື່ອດຽວ ປິດກັ້ນແຕ່ລະການເຊື່ອມໂຍງ ຫຼື ປິດກັ້ນສ່ວນປະກອບຂອງການເຊື່ອມໂຍງແຕ່ລະລາຍການໄດ້ສະດວກ.

ພາວະຢຸດຊະງັກ (Deadlock) ແມ່ນຫຍັງ?

ພາວະຢຸດຊະງັກໝາຍເຖິງ ເມື່ອກະບວນການຈໍານວນຫຼາຍແຂ່ງຂັນກັນເຂົ້າໃຊ້ຊັບພະຍາກອນທີ່ມີຈຳນວນຈຳກັດອາດເກີດສະຖານະການທີ່ກະບວນການຮ້ອງຂໍຊັບພະຍາກອນ ແລະ ຊັບພະຍາກອນນັ້ນຍັງບໍ່ວ່າງຂະນະນັ້ນ ໃນກໍລະນີເຊັ່ນນີ້ກະບວນການນັ້ນກໍຈະເຂົ້າສູ່ພາວະຖ້າ. ອາດມີຄວາມເປັນໄປໄດ້ທີ່ກະບວນການທີ່ຢູ່ໃນພາວະນັ້ນມີໂອກາດປຽນສະຖານະເລີຍເນື່ອງຈາກຊັບພະຍາກອນທີ່ກໍາລັງຮ້ອງຂໍນັ້ນກໍາລັງຖືກຄອບຄອງໂດຍກະບວນການອື່ນທີ່ຢູ່ໃນພາວະຖ້າເຊັ່ນດຽວກັນ.

ຄຸນລັກສະນະຂອງພາວະຢຸດຊະງັກແມ່ນຫຍັງ?

ພາວະພາວະຢຸດຊະງັກເປັນພາວະທີ່ບໍ່ພຶງປະສົງເມື່ອເກີດພາວະພາວະຢຸດຊະງັກຂື້ນກະບວນການທັງໝົດຈະບໍ່ສາມາດກະທໍາການຈົນສໍາເລັດ ແລະ ຊັບພະຍາກອນຂອງລະບົບຈະຖືກຍຶດໄວ້ຕະຫຼອດເວລາໂດຍກີດກັ້ນບໍ່ໃຫ້ວຽກອື່ນເລີ່ມຕົ້ນໄດ້.

ເງື່ອນໄຂການບໍ່ເກີດຮ່ວມແມ່ນຫຍັງ?

ເງື່ອນໄຂຂໍ້ນີ້ກໍຄືການຖືຊັບພະຍາກອນປະເພດທີ່ບໍ່ສາມາດໃຊ້ຮ່ວມກັນໄດ້ຈະຕ້ອງຖືແຕ່ພຽງຜູ້ດຽວເທ່ານັ້ນ ໃນລະຫວ່າງທີ່ກະບວນການໃຊ້ງານສ່ວນຊັບພະຍາກອນທີ່ສາມາດໃຊ້ຮ່ວມກັນໄດ້ບໍ່ຈໍາເປັນຕ້ອງຖືແບບເອກກະສິດທິກໍໄດ້ ຊັບພະຍາກອນທີ່ບໍ່ສາມາດໃຊ້ຮ່ວມກັນໄດ້ ເຊັ່ນເຄື່ອງພິມບໍ່ອານຸຍາດໃຫ້ຖືກໃຊ້ພ້ອມໆກັນຫຼາຍກະບວນການໃນຂະນະທີ່ເປີດແຟ້ມແບບອ່ານຢ່າງດຽວເປັນຊັບພະຍາກອນທີ່ສາມາດກະທໍາໄດ້ທີ່ລະພ້ອມໆກັນໂດຍຫຼາຍກະບວນການ ດັ່ງນັ້ນ ກະບວນການຈຶ່ງຈໍາເປັນຕ້ອງຖ້າຊັບພະຍາກອນປະເພດໃຊ້ຮ່ວມກັນໄດ້ແຕ່ຢ່າງໃດກໍຕາມເປັນໄປໄດ້ທີ່ຈະປ້ອງກັນບໍ່ໃຫ້ເກີດ ເງື່ອນໄຂການບໍ່ໃຫ້ເກີດຮ່ວມຂໍ້ນີ້ໄດ້ເນື່ອງຈາກຊັບພະຍາກອນບາງຊະນິດມີຄຸນລັກສະນະທີ່ບໍ່ສາມາດແບ່ງປັນໄດ້ໃນຕົວເອງ.

ການກວດຫາພາວະຢຸດຊະງັກ (Deadlock Detection) ແມ່ນຫຍັງ?

ວິທີການກວດກາ ແລະ ການກູ້ຄືນພາວະຢຸດຊະງັກນັ້ນລວນມີຄ່າໃຊ້ຈ່າຍເກີດຂື້ນບໍ່ພຽງແຕ່ ການໃຊ້ຈ່າຍການດໍາເນີນການຂອງການບຳລຸງຮັກສາຂໍ້ມູນທີ່ຈຳເປັນ ແລະ ການເຮັດວຽກຂອງຂັ້ນຕອນວິທີນັ້ນທີ່ຍັງລວມເຖີງຄວາມເສຍຫາຍທີ່ອາດເກີດຂື້ນຈາກການກູ້ພາວະຢຸດຊະງັກນັ້ນອີກດ້ວຍ. ຖ້າຊັບພະຍາກອນໃນລະບົບມີພຽງໜ່ວຍດຽວເຮົາສາມາດໃຊ້ຂັ້ນຕອນການກວດຫາພາວະຢຸດຊະງັກດ້ວຍການໃຊ້ກຣາບຈັດສັນຊັບພະຍາກອນທີ່ເອີ້ນວ່າກຣາບຖ້າ (Wait-for graph) ໂດຍກາຍປັບແຕ່ງໂໝດ ແລະ ເສັ້ນໂຍງຂອງ ຊັບພະຍາກອນໃຫ້ເໝາະສົມ.

ການກູ້ຄືນຈາກພາວະຢຸດຊະງັກແມ່ນຫຍັງ?

ເມື່ອຕັດສິນໃຈເລືອກວິທີແບບການກວດກາ ຫາພາວະຢຸດຊະງັກກໍສະແດງວ່າຍອມຮັບໃຫ້ມີການຢຸດຊະງັກເກີດຂຶ້ນໄດ້ໃນ ລະບົບ ແລະ ຈາກນັ້ນຈຶ່ງໃຊ້ກຳມະວິທີຕ່າງໆເພື່ອບັນເທົາພາວະຢຸດຊະງັກທາງໜຶ່ງກໍຄືກາຍບອກໃຫ້ຜູ້ປະຕິບັດງານຮູ້ວ່າເກີດພາວະຢຸດຊະງັກຂື້ນ ແລະ ອະນຸຍາດໃຫ້ຜູ້ປະຕິບັດງານກັບສະຖານະການນັ້ນດ້ວຍມື ແລະ ທາງໜຶ່ງຄືໃຫ້ລະບົບກູ້ຄືນ(Recover) ຈາກພາວະຢຸດຊະງັກແບບອັດຕະໂນມັດການແກ້ບັນຫາດັ່ງກ່າວສາມາດເຮັດໄດ້ 2 ວິທີ.
– ວິທີທີ່ງ່າຍໆວິທີທໍາອິດຄືການຍົກເລີກກະບວນການກາງທາງກະບວນການໜຶ່ງ ຫຼື ຫຼາຍກະບວນການເພື່ອຍຸດພາວະການຖ້າແບບວົງກົມ.
– ວິທີທີ່ 2 ຄືການບັງຄັບດຶງຊັບພະຍາກອນທີ່ກ່ຽວຂ້ອງອອກຈາກການຖືຄອບຄອງຂອງກະບວນການໜຶ່ງ ຫຼື ຫຼາຍກະບວນການທີ່ຢູ່ໃນພາວະຢຸດຊະງັກ.

ແນວຄິດພື້ນຖານຂອງການຈັດການຫຼ່ວຍຄວາມຈຳຫຼັກແມ່ນຫຍັງ?

ໜ່ວຍຄວາມຈຳຫຼັກເປັນສູນກາງຂອງການດໍາເນີນການຂອງລະບົບຄອມພິວເຕີຍຸກໃໝ່ເຊິ່ງໜ່ວຍຄວາມຈຳຫຼັກຈະປະກອບດ້ວຍແຖວລໍາດັບຂະໜາດໃຫຍ່ທີ່ຢູ່ໃນຮູບຂອງຄໍາ (Word) ຫຼື ໄບທ (Byte) ໂດຍແຕ່ລະໄບທ ຈະມີການລະບຸເລກທີ່ຢູ່ (Address) ຂອງຕົວເອງ ການໃຊ້ໜ່ວຍຄວາມຈໍາເຮັດໄດ້ໂດຍການອ່ານ ຫຼື ການຂຽນເລກທີ່ຢູ່ຕ່າງໆເຫຼົ່ານີ້ລວມທັງການດຶງ ຄໍາສັ່ງອອກຈາກໜ່ວຍຄວາມຈຳ ເພື່ອສົ່ງຄ່າໃຫ້ກັບໂປຣແກຣມນັບຄໍາສັ່ງ (Program counter) ໂດຍຄໍາສັ່ງເຫຼົ່ານີ້ຈະຖືກດຶງມາ ແລະ ເກັບທີ່ຕໍາແໜ່ງໜ່ວຍຄວາມຈໍາຮູບແບບການເຮັດວຽກຂອງຮອບຄໍາສັ່ງເຄື່ອງແລະການປະຕິບັດງານຕາມຄໍາສັ່ງ (Instruction-execution cycle) ຈະມີຂັ້ນຕອນການເຮັດວຽກດັ່ງນີ້:
– ໄປນຳມາ (Fetch)
– ⁠ຖອດລະຫັດ (Decode)
– ⁠ກະທຳການ (Execution)

ການກຳນົດຕຳແໜ່ງໜ່ວຍຄວາມຈຳຫຼັກແມ່ນຫຍັງ?

ໂດຍປົກກະຕິໂປຣແກຣມທີ່ຢູ່ເທິງຈານບັນທຶກ ຈະເປັນແຟ້ມຂໍ້ມູນທີ່ຢູ່ໃນຮູບຂອງຖານສອງທີ່ພ້ອມເຮັດວຽກ (Binary executable file) ຫຼື ທີ່ເອີ້ນວ່າລະຫັດເຄື່ອງ (Machine code) ເຊິ່ງໂປຣແກຣມຕ້ອງນໍາອອກຈາກໜ່ວຍຄວາມຈຳຫຼັກ ແລະ ແທນທີ່ດ້ວຍກະບວນການທີ່ຈະເຮັດວຽກ ເຊິ່ງຂື້ນຢູ່ກັບການຈັດການໜ່ວຍຄວາມຈຳຫຼັກທີ່ຈະໃຊ້ກະບວນການຕ້ອງມີການຍ້າຍຂໍ້ມູນລະຫວ່າງຈານບັນທຶກ ແລະ ໜ່ວຍຄວາມຈໍາຕະຫຼອດການເຮັດວຽກການສະສົມຂອງກະບວນການໃນຈານບັນທຶກທີ່ລໍຖ້າຢູ່ເພື່ອຈະເຂົ້າມາເຮັດວຽກຢູ່ໜ່ວຍຄວາມຈຳຫຼັກນັ້ນຈະເອີ້ນວ່າ: ແຖວຄອຍຂາເຂົ້າ (Input queue).

ການສັບປ່ຽນໜ່ວຍຄວາມຈຳຫຼັກແມ່ນຫຍັງ?

ຂະບວນການຈໍາເປັນຕ້ອງຢູ່ໃນໜ່ວຍຄວາມຈຳ ລັກສະນະການເຮັດວຽກແຕ່ອາດຖືກສັບປ່ຽນ (Swap) ໄປເກັບໄວ້ໃນໜ່ວຍເກັບຊົ່ວຄາວໄດ້ແລ້ວຖືກນໍາກັບມາໃໝ່ເພື່ອເຮັດວຽກຕໍ່ໃນລະບົບການເຮັດວຽກແບບຫຼາຍໂປຣແກຣມທີ່ໃຊ້ການຈັດ ຕາຕະລາງການເຮັດວຽກແບບວຽນທຽນເມື່ອສ່ວນແບ່ງເວລາ (Time quantum) ສິ້ນສຸດລົງຕົວຈັດການໜ່ວຍຄວາມຈຳຈະທໍາ ການຍ້າຍກະບວນການປະຈຸບັນອອກແລ້ວເອົາກະບວນການໃໝ່ເຂົ້າມາເຮັດວຽກແທນ, ໃນຂະນະດຽວກັນຕົວ ຈັດຕາຕະລາງເຮັດວຽກຂອງໜວ່ຍປະມວນຜົນກາງກໍ່ຈະຈັດເວລາໃຫ້ກະບວນການໃໝ່ໄດ້ເຮັດວຽກແດ່ຈະເຫັນວ່າມີການສັບ ປ່ຽນກັນກັບກະບວນການໃໝ່ຈາກໜວ່ຍຄວາມຈຳຫຼັກໄປຍັງໜ່ວຍເກັບໂປຣແກຣມຊົ່ວຄາວ.

ການຈັດສັນໜ່ວຍຄວາມຈຳແບບພື້ນທີ່ຕິດກັນແມ່ນຫຍັງ?

ໜ່ວຍຄວາມຈຳຫຼັກຖືກແບ່ງເປັນ 2 ສ່ວນຄື: ສ່ວນໜຶ່ງສໍາລັບລະບົບປະຕິບັດການ ແລະ ອີກສ່ວນໜຶ່ງສໍາລັບຜູ້ໃຊ້ເຊິ່ງອາດຈະຢູ່ໃນຕຳແໜ່ງລຸ່ມສຸດ ຫຼື ຕຳແໜ່ງເທິງສຸດຂອງໜ່ວຍຄວາມຈຳຫຼັກແຕ່ໂດຍປົກກະຕີແລ້ວຕາຕະລາງການຂັດຈັງຫວະ ຈະຢູ່ໃນຕຳແໜ່ງລຸ່ມສຸດຂອງໜ່ວຍຄວາມຈຳຫຼັກ. ດັ່ງນັ້ນ, ຈຶ່ງເປັນການສະດວກ ແລະ ປອດໄພກວ່າທີ່ຈະໃຫ້ລະບົບປະຕິບັດ ການຢູ່ໃນຕໍາແໜ່ງລຸ່ມນີ້ດ້ວຍ.

ການປ້ອງກັນໜ່ວຍຄວາມຈຳຫຼັກແມ່ນຫຍັງ?

ເມື່ອລະບົບໄດ້ຈັດສັນພື້ນທີ່ວ່າງໃນໜ່ວຍຄວາມຈຳຫຼັກໃນກະບວນການແລ້ວກະບວນການນັ້ນຈະຖືກນໍາໄປຍັງຕຳແໜ່ງທີ່ຈັດໄວ້ໃຫ້ ແລະ ເລີ່ມເຮັດວຽກເນື່ອງຈາກມີຫຼາຍກະບວນການຢູ່ໃນໜ່ວຍຄວາມຈຳຫຼັກພ້ອມກັນຈຶ່ງຕ້ອງມີການປ້ອງກັນ ກະບວນການຕ່າງໆບໍ່ໃຫ້ອອກນອກເຂດຂອງຕົນໂດຍໃຊ້ Register ທີ່ປ່ຽນແປງໄດ້ດ້ວຍ Register ຖານ ແລະ Register ຂອບເຂດ (BOUNDARY REGISTER) ເຊິ່ງເປັນການກໍານົດຕຳແໜ່ງແບບສຳພັນ ສາມາດຍ້າຍຕໍາແໜ່ງຂອງໂປຣແກຣມໄດ້ໃນຂະນະເຮັດວຽກ.

ການຈັດສັນໜ່ວຍຄວາມຈຳຫຼັກແມ່ນຫຍັງ?

ບາງກໍລະນີເຮົາອາດຕ້ອງການປ່ຽນແປງຂະໜາດຂອງລະບົບປະຕິບັດງານລະຫວ່າງທີ່ເຮັດວຽກຢູ່ ຄ່າ Register ຖານກໍຕ້ອງປ່ຽນແປງຕາມດ້ວຍເຊັ່ນ ລະບົບປະຕິບັດງານມີໂປຣແກຣມຂອງຕົວຄວບຄຸມອຸປະກອນ ແລະ ທີ່ພັກຂອງຂໍ້ມູນເຊິ່ງບໍ່ຄອຍໄດ້ໃຊ້ຈຶ່ງແຍກສ່ວນນີ້ອອກໄປເກັບໄວ້ໃນຈານແມ່ເຫຼັກໄດ້ໂດຍບໍ່ຕ້ອງນໍາມາໄວ້ໃນໜ່ວຍຄວາມຈໍາຫຼັກພ້ອມໂປຣແກຣມຫຼັກຂອງລະບົບປະຕິບັດການເພື່ອໃຫ້ມີພື້ນທີ່ສໍາລັບຜູ້ໃຊ້ຫຼາຍທີ່ສຸດສ່ວນທີ່ແຍກໄວ້ນີ້ເອີ້ນວ່າພາວະຊົ່ວຄາວ (Transient) ເຊິ່ງຈະຖືກນໍາເຂົ້າໃນໜ່ວຍຄວາມຈຳຫຼັກ ເມື່ອຕ້ອງການເທົ່ານັ້ນເຮັດໃຫ້ຂະໜາດຂອງລະບົບມີການປ່ຽນແປງຂະນະເຮັດ ວຽກ. ເຊິ່ງຈະມີ 2 ວິທີຄື:
– ວິທີການແບ່ງໜ່ວຍຄວາມຈຳຫຼັກເປັນຍ່ອຍໆທີ່ມີຂະໜາດຄົງທີ່ (Fixed-Size Partition).
– ⁠ວິທີການແບ່ງໜ່ວຍຄວາມຈຳອອກເປັນຫຼາຍໆສ່ວນ (Multiple-Partition Method).

ຂັ້ັ້ນຕອນໃນການຈັດສັນພື້ນທີ່ໜ່ວຍຄວາມຈຳມີຈັກວິທີ?

ຂັ້ັ້ນຕອນໃນການຈັດສັນພື້ນທີ່ໜ່ວຍຄວາມຈຳມີ 3 ວິທີ:
– First-Fit
– Best-Fit
– Worst-Fit

First-Fit ແມ່ນຫຍັງ?

First-Fit ຄືການເລືອກພື້ນທີ່ທຳອິດ ທີ່ພົບວ່າມີຂະໜາດໃຫຍ່ກວ່າ ຫຼື ມີຂະໜາດເທົ່າກັບພື້ນທີ່ທີ່ຕ້ອງການ ໂຄງການຄົ້ນຫາພື້ນທີ່ວ່າງນີ້ອາດເລີ່ມຕົ້ນຫາຕັ້ງແຕ່ຈຸດເລີ່ມຕົ້ນຂອງກຸ່ມພື້ນທີ່ວ່າງ ຫຼື ເລີ່ມຕົ້ນຄົ້ນຫາຈາກຈຸດທີ່ຢຸດລົງຈາກການຄົ້ນຫາຄັ້ງກ່ອນໄດ້.

Best-Fit ແມ່ນຫຍັງ?

Best-Fit ຄືການເລືອກພື້ນທີ່ທີ່ມີຂະໜາດໃກ້ຄຽງກັບຂະໜາດພື້ນທີ່ທີ່ຕ້ອງການຫຼາຍທີ່ສຸດ (ເຮັດໃຫ້ເກີດຊ່ອງວ່າງ ນ້ອຍທີ່ສຸດ) ການຄົ້ນຫາພື້ນທີ່ວ່າງແບບນີ້ຈະຕ້ອງກວດເບິ່ງພື້ນທີ່ວ່າງທັງໝົດໃນລະບົບຖ້າໄດ້ມີການຮຽງພື້ນທີ່ວ່າງໄວ້ຕາມລໍາດັບ ຂະໜາດການຄົ້ນຫາກໍຈະໄວ້ຂື້ນວິທີ່ນີ້ຈະເຮັດໃຫ້ເກີດພື້ນທີ່ວ່າງທີ່ເກີດຂື້ນໃໝ່ມີຂະໜາດນ້ອຍທີ່ສຸດ.

Worst-Fit ແມ່ນຫຍັງ?

Worst-Fit ຄືເລືອກພື້ນທີ່ທີ່ມີຂະໜາດໃຫຍ່ກວ່າຂະໜາດພື້ນທີ່ທີ່ຕ້ອງການຫຼາຍທີ່ສຸດ (ເຮັດໃຫ້ເກີດຊ່ອງວ່າງໃໝ່ ໃຫຍ່ທີ່ສຸດ) ການຄົ້ນຫາຕ້ອງກວດເບິ່ງພື້ນທີ່ວ່າງທັງໝົດໃນລະບົບນອກຈາກຈະມີການເອີ້ນໄວ້ແລ້ວ ວິທີນີ້ມີແນວຄິດວ່າການເລືອກຈະເຮັດໃຫ້ເກີດພື້ນທີ່ວ່າງໃໝ່ທີ່ມີຂະໜາດໃຫຍ່ທີ່ສຸດອາດນໍາໄປໃຊ້ຕໍ່ໄປຫຼາຍກວ່າວິທີເໝາະສຸດເຮັດໃຫ້ພື້ນທີ່ວ່າງ ທີ່ເກີດໃໝ່ມີຂະໜາດນ້ອຍທີ່ສຸດ.

ການເສຍໄປທີ່ເກີດຈາກການແຕກກະຈາຍແມ່ນຫຍັງ?

ການແຕກກະຈາຍແບບພາຍນອກ (External fragmentation) ໝາຍຄວາມວ່າໃນຂະນະທີ່ກະບວນການຖືກບັນຈຸໜ່ວຍຄວາມຈໍາ ແລະ ຖືກນໍາອອກໄປຈາກລະບົບໜ່ວຍຄວາມຈໍາຈະຖືກແບ່ງເປັນສ່ວນຍ່ອຍໆນ້ອຍໆຫຼາຍສ່ວນ ເຮັດໃຫ້ລະບົບບໍ່ສາມາດບັນຈຸກະບວນການໃໝ່ໄດ້ອີກ ທັງທີ່ພື້ນທີ່ວ່າງຂອງລະບົບໃນໜ່ວຍຄວາມຈຳມີຂະໜາດໃຫຍ່ພໍເນື່ອງຈາກພື້ນທີ່ວ່າງເຫຼົ່ານັ້ນບໍ່ໄດ້ຢູ່ຕິດຕໍ່ກັນເປັນພື້ນດຽວກັນແຕ່ກັບກະແຈກກະຈາຍໄປທົ່ວໜ່ວຍຄວາມຈຳ.

ການສະຫຼັບໜ້າແມ່ນຫຍັງ?

ການສະລັບໜ້າ (Paging) ສາມາດເຮັດໃຫ້ກະບວນການເຂົ້າໄປຢູ່ໃນໜ່ວຍຄວາມຈຳຫຼັກໄດ້ໂດຍບໍ່ຕ້ອງມີພື້ນທີ່ ທີ່ລຽນຕໍ່ເນື່ອງກັນທັງຂະບວນການສາມາດໃຊ້ເນື້ອທີ່ວ່າງຍ່ອຍໆທີ່ກະແຈກກະຈາຍກັບໂດຍບໍ່ເສຍໄປການສະລັບໜ້າເປັນການແບ່ງພື້ນທີ່ໃນໜ່ວຍຄວາມຈໍາ ແລະ ໃນກະບວນການອອກເປັນໜ້າໆແຕ່ລະໜ້າຈະເທົ່າກັນການສັບປ່ຽນຂະບວນການເຂົ້າອອກ ຈາກໜ່ວຍຄວາມຈໍາໄປທີ່ເກັບຂໍ້ມູນຊົ່ວຄາວເຮັດໄດ້ງ່າຍຂຶ້ນເນື່ອງຈາກທຸກໜ້າມີຂະໜາດເທົ່າກັນໝົດບັນຫາການສູນເສຍພື້ນທີ່ພາຍນອກຈຶ່ງໝົດໄປການເຂົ້າເຖິງຂໍ້ມູນອາດຈະຊ້າລົງການບີບອັດຂໍ້ມູນບໍ່ຕ້ອງຖືກນໍາມາໃຊ້ວິທີ່ການແບ່ງໜ້າຈໍເປັນທີ່ນິຍົມໃນລະບົບປະຕິບັດງານຫຼາຍລະບົບເພາະມີຂໍ້ດີຫຼາຍຢ່າງ.

ການແບ່ງສ່ວນ (Segment) ແມ່ນຫຍັງ?

ຄວາມສໍາຄັນຂອງການຈັດໜ່ວຍຄວາມຈໍາໂດຍວິທີການສະລັບໜ້າເຂົ້າມາຊ່ວຍໃນການແບ່ງມຸມມອງລະຫວ່າງຜູ້ໃຊ້ກັບມຸມມອງຂອງພື້ນທີ່ໃນໜ່ວຍຄວາມຈໍາກາຍະພາບ ທີ່ປ້ອງກັນບໍ່ໃຫ້ຜູ້ໃຊ້ເບິ່ງເຫັນສ່ວນຂອງໜ່ວຍຄວາມຈຳທີ່ແທ້ຈິງໄດ້ ໂດຍລະບົບປະຕິບັດການຈະເຮັດໜ້າທີ່ແປງສ່ວນທີ່ຜູ້ໃຊ້ຕ້ອງການໄປເປັນສ່ວນຂອງໜ່ວຍຄວາມຈໍາແບບກາຍະພາບໃຫ້ອີກຫນຶ່ງຕໍ່.

ການສູນເສຍທີ່ເກີດຈາກການແຕກກະຈາຍແມ່ນຫຍັງ?

ການສູນເສີຍພື້ນທີ່ຍ່ອຍພາຍນອກເຊິ່ງເກີດພື້ນທີ່ວ່າງຢູ່ກະຈັດກະຈາຍກັນ ແລະ ແຕ່ລະພື້ນທີ່ມີຂະໜາດນ້ອຍເກີນໄປສໍາລັບຂະບວນການໜຶ່ງ ໜຶ່ງຂະບວນການອາດຈະຕ້ອງຖ້າຈົນມີພື້ນທີ່ວ່າງພໍ ຫຼື ລະບົບອາດຕ້ອງບີບອັດໜ່ວຍຄວາມຈຳຫຼັກເພື່ອໃຫ້ເກີດພື້ນທີ່ວ່າງທີ່ຕໍ່ເນື່ອງກັນ ໃຫ້ມີຂະໜາດໃຫຍ່ພໍໃນກໍລະນີທີ່ພື້ນທີ່ຫວ່າງບໍ່ພຽງພໍ ໂຕຈັດຕາຕະລາງການເຮັດວຽກໜ່ວຍປະມວນຜົນກາງອາດຖ້າ ຫຼື ຂ້າມໄປເບິ່ງຂະບວນການທີ່ມີລະດັບສັກຕ່ຳກວ່າກໍໄດ້.

ໜ່ວຍຄວາມຈຳສະເໝືອນ (Virtual Memory) ແມ່ນຫຍັງ?

ໜ່ວຍຄວາມຈຳສະເໝືອນ (Virtual memory) ເປັນເທັກນິກທີ່ສາມາດເຮັດວຽກຕໍ່ຂະບວນການທັງໝົດໄດ້ ໂດຍຂະບວນການເຫຼົ່ານີ້ບໍ່ຈໍາເປັນຕ້ອງບັນຈຸໜ່ວຍຄວາມຈໍາໄວ້ທັງໝົດ. ຂໍ້ດີທີ່ເຫັນໄດ້ຂອງວິທີນີ້ກໍຄືໂປຣແກຣມສາມາດມີຂະໜາດໃຫຍ່ກວ່າໜ່ວຍຄວາມຈໍາແທ້ໄດ້.

ປະສິດທິພາບຂອງການສຳພັນການສະຫຼັບໜ້າຕາມຄຳຂໍທັນທີແມ່ນຫຍັງ?

ການສະຫລັບໜ້າຕາມຄໍາຂໍທັນທີນັ້ນສົ່ງຜົນໂດຍກົງຕໍ່ປະສິດທິພາບຂອງລະບົບຄອມພິວເຕີຢ່າງມີວີໃນສໍາຄັນຂອງການຄໍານວນຊ່ວງເວລາເຂົ້າເຖິງປະສິດທິຜົນ (Effective access time) ຊ່ວງຂອງໜ່ວຍຄວາມຈຳທີ່ມີການສະຫລັບໜ້າຕາມຄໍາຂໍທັນທີ່ ລະບົບຄອມພິວເຕີສ່ວນຫຼາຍ ຖ້າບໍ່ມີການຜິດໜ້າ ຊ່ວງເວລາໜ່ວຍຄວາມຈຳ ໃຊ້ຕົວຫຍໍ້ວ່າ MA (Memory-access) ມີຄ່າ ລະຫວ່າງ 10 ເຖິງ 200 ນາໂນວິນາທີ ແຕ່ຖ້າເກີດການຜິດໜ້າ ເຮົາຕ້ອງອ່ານໜ້າທີ່ຕ້ອງການຈາກຈານບັນທຶກແລ້ວຈຶ່ງຈະເຂົ້າເຖິງຄ່າທີ່ຕ້ອງການ.

ການຈັດວາງລະບົບແຟ້ມ (File System Management) ແມ່ນຫຍັງ?

ການຈັດວາງລະບົບແຟ້ມ (File system management) ຖືເປັນໜ້າທີ່ສໍາຄັນອີກຢ່າງໜຶ່ງຂອງລະບົບປະຕິບັດງານທີ່ ຮູ້ຈັກລະບົບປະຕິບັດງານນັ້ນທີ່ໃກ້ຊິດກັບຜູ້ໃຊ້ຫຼາຍທີ່ສຸດ ຂໍ້ມູນຕ່າງໆໃນລະບົບຄອມພີວເຕີເຊິ່ງເປັນທີ່ຮູ້ຈັກຂອງລະບົບ ປະຕິບັດງານນັ້ນຈະຖືກຈັດເກັບຢູ່ໃນຮູບແບບຂອງແຟ້ມປະເພດຕ່າງໆ ສໍາລັບມຸມມອງຂອງຜູ້ທີ່ໃຊ້ແລ້ວ ລະບົບແຟ້ມ (File system) ຄືພາບທັງໝົດຂອງລະບົບປະຕິບັດງານເພາະວ່າລະບົບແຟ້ມເປັນກົນໄກສໍາລັບການຈັດເກັບ ແລະ ເຂົ້າເຖິງໂປຣແກຣມຕ່າງໆໄດ້ຂອງລະບົບປະຕິບັດງານລວມເຖິງລະບົບຜູ້ໃຊ້ຂອງລະບົບຄອມພິວເຕີ. ດັ່ງນັ້ນ, ລະບົບແຟ້ມຈຶ່ງປະກອບ ດ້ວຍ 2 ສ່ວນໄດ້ແກ່: ໜ່ວຍລວມຂອງແຟ້ມຕ່າງໆ ແລະ ໂຄງສ້າງຂອງສາລະບົບ ເຊິ່ງໃນການຈັດກຽມຂໍ້ມູນຕ່າງໆຂອງແຟ້ມທັງໝົດໃນລະບົບ.

ຄຸນລັກສະນະຂອງແຟ້ມແມ່ນຫຍັງ?

ແຟ້ມຄືຂໍ້ມູນ ແລະ ອ້າງອີງເຖິງຂໍ້ທີ່ໃຊ້ໃນການອ້າງອີງແຟ້ມມີຄວາມແຕກຕ່າງກັນໄປຕາມຊະນິດຂອງລະບົບປະຕິບັດງານ ແຕ່ແຟ້ມເຫຼົ່ານັ້ນທັງໝົດຈະມີຄຸນລັກສະນະທີ່ຊັດເຈນ ເຊິ່ງປະກອບດ້ວຍ:
– ຊື່ (Name)
– ຕົວລະບຸ (Identifier)
– ⁠ປະເພດ (Type)
– ⁠ບ່ອນຢູ່ (Location)
– ⁠ຂະໜາດ (Size)
– ⁠ການປ້ອງກັນ(Protection)
– ⁠ເວລາ ວັນເດືອນປີ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ໃຊ້.

ຊື່ (Name) ຂອງແຟ້ມແມ່ນຫຍັງ?

ແມ່ນລັກສະນະຂອງແຟ້ມທີ່ຖືກຈັດເກັບໄວ້ໃນຮູບແບບທີ່ມະນຸດເຂົ້າໃຈໄດ້.

ຕົວລະບຸ (Identifier) ຂອງແຟ້ມແມ່ນຫຍັງ?

ເປັນປ້າຍບອກເອກະລັກ ມັກໃຊ້ເປັນຕົວເລກໃນການລະບຸແຟ້ມທີ່ຢູ່ໃນລະບົບ ເປັນຮູບແບບທີ່ມະນຸດບໍ່ສາມາດອ່ານໄດ້.

ປະເພດ (Type) ຂອງແຟ້ມແມ່ນຫຍັງ?

ເພື່ອບອກວ່າຕ້ອງການລະບົບໃດໃນການສະໜັບສະໝູນແຟ້ມຊະນິດຕ່າງໆ.

ບ່ອນຢູ່ (Location) ຂອງແຟ້ມແມ່ນຫຍັງ?

ເປັນຕົວຊີ້ຫາອຸປະກອນ ແລະ ສະຖານທີ່ທີ່ແຟ້ມນັ້ນຢູ່.

ຂະໜາດ (Size) ຂອງແຟ້ມແມ່ນຫຍັງ?

ເປັນການບອກຂະໜາດຂອງແຟ້ມເຊິ່ງຈະເປັນຮູບແບບເມກາໄບທ.

⁠ການປ້ອງກັນ (Protection) ຂອງແຟ້ມແມ່ນຫຍັງ?

ຂໍ້ມູນທີ່ໃຊ້ໃນການຄວບຄຸມການເຂົ້າເຖິງເພື່ອພິຈາລະນາວ່າໃຜສາມາດອ່ານ, ຂຽນ, ແກ້ໄຂ ,ແລະ ອື່ນໆ.

ເວລາ ວັນເດືອນປີ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ໃຊ້ຂອງແຟ້ມແມ່ນຫຍັງ?

ຂໍ້້ມູນສ່ວນນີ້ປະກອບມີ: ວັນເວລາທີ່ສ້າງ, ແກ້ໄຂລ່າສຸດ, ແລະ ໃຊ້ລ່າສຸດ. ສຳລັບໄວ້ໃຊ້ປະໂຫຍດໃນການປ້ອງກັນ, ກວດກາ ແລະ ຄວາມປອດໄພ.

ຄຳສັ່ງປະຕິບັດງານກ່ຽວກັບແຟ້ມແມ່ນຫຍັງ?

ເນື່ອງຈາກແຟ້ມຄື ແບບຂໍ້ມູນນາມມະທໍາ (Abstract data type) ທີ່ໃຊ້ນິຍາມຄຸນລັກສະນະຂອງແຟ້ມ ເຮົາສົນໃຈກ່ຽວກັບຄໍາສັ່ງປະຕິບັດງານທີ່ສາມາດເຮັດວຽກໄດ້ໂດຍລະບົບປະຕິບັດງານທຸກຊະນິດທີ່ມີຄໍາສັ່ງປະຕິບັດພື້ນຖານກ່ຽວກັບແຟ້ມຢູ່ 6 ຊະນິດດ້ວຍກັນ ປະກອບມີ:
– ການສ້າງແຟ້ມ
– ການຂຽນແຟ້ມ
– ການອ່ານແຟ້ມ
– ການຍ້າຍຕຳແໜ່ງພາຍໃນຂອງແຟ້ມ
-ການລຶບແຟ້ມ
– ການຕັດຖິ້ມແຟ້ມ

ວິທີການເຂົ້າເຖິງແຟ້ມແມ່ນຫຍັງ?

ແຟ້ມຕ່າງໆຈະຈັດເກັບຂໍ້ມູນໄວ້ ເມື່ອຂໍ້ມູນຖືກໃຊ້ວຽກ ຂໍ້ມູນດັ່ງກ່າວຈະຕ້ອງເຂົ້າເຖິງແລ້ວອ່ານໄປຫາໜ່ວຍຄວາມຈໍາຂອງຄອມພິວເຕີ ຂໍ້ມູນໃນແຟ້ມອາດຖືກເຂົ້າເຖິງໄດ້ຫຼາຍວິທີ ບາງລະບົບຈັດກຽມເຂົ້າເຖິງແຟ້ມໄວ້ພຽງວິທີດຽວ ໃນ ຂະນະທີ່ລະບົບອື່ນໆ ເຊັ່ນ IBM ຈະສະໜັບສະໜູນເຂົ້າເຖິງແຟ້ມໄດ້ຫຼາຍວິທີ ຈຶ່ງເປັນໜ້າທີ່ຂອງຜູ້ອອກແບບໂປຣແກຣມປະຍຸກທີ່ຈະຕ້ອງເລືອກ ສິ່ງນີ້ເປັນບັນຫາໃຫຍ່ຂອງການອອກແບບ ວິທີການເຂົ້າເຖິງ (Access method) ຂໍ້ມູນທີ່ຖືກຈັດເກັບໄວ້ ໃນແຟ້ມຈະມີວີທີພື້ນຖານຢູ່ 2 ວິທີໄດ້ແກ່: ການຕາມເຂົ້າລໍາດັບ ແລະ ການເຂົ້າເຖິງໂດຍກົງ.

ການເຂົ້າເຖິງແຟ້ມໂດຍລຳດັບ (Sequential access) ແມ່ນຫຍັງ?

ການເຂົ້າເຖິງໂດຍລໍາດັບເປັນວິທີການເຂົ້າເຖິງທີ່ງ່າຍທີ່ສຸດເອີ້ນວ່າ (Sequential access) ຂໍ້ມູນໃນແຟ້ມຈະຖືກເຂົ້າເຖິງ ໂດຍລໍາດັບ ເລີ່ມຈາກລະບຽນທີ່ 1 ຈາກນັ້ນຈຶ່ງໄປຫາລະບຽນຖັດໄປເລື້ອຍໆ ວິທີນີ້ເປັນການເຂົ້າເຖິງແບບທໍາມະດາ ຕົວຢ່າງ ໂປຣແກຣມບັນນາທິການ ແລະ ຕົວແປພາສາ ມັກເຂົ້າເຖິງແຟ້ມແບບນີ້ ຂໍ້ມູນໃນແຟ້ມຈະຖືກເຂົ້າເຖິງໂດຍລໍາດັບ ເລີ່ມຈາກລະບຽນທີ່ 1 ຈາກນັ້ນຈຶ່ງໄປຫາລະບຽນຖັດໄປເລື້ອຍໆ ວິທີນີ້ເປັນການເຂົ້າເຖິງແບບທໍາມະດາ.

ການເຂົ້າເຖິງແຟ້ມໂດຍກົງ (Direct Access) ແມ່ນຫຍັງ?

ການເຂົ້າເຖິງໂດຍກົງ (Direct access) ບາງເທື່ອເອີ້ນວ່າ ການເຂົ້າເຖິງແບບສຳພັນ (Relative access) ແຟ້ມຖືກສ້າງຂື້ນມາເປັນການກວດກາ ມີຄວາມຍາວຄົງທີ່ ເຊິ່ງຍອມໃຫ້ໂປຣແກຣມອ່ານ ແລະ ຂຽນລົງລະບຽນໄດ້ຢ່າງວ່ອງໄວ ໂດຍ ບໍ່ຈໍາເປັນຕ້ອງຮຽງລໍາດັບ ການເຂົ້າເຖິງໂດຍກົງເປັນພື້ນຖານຂອງໜ່ວຍເກັບແບບຈານບັນທຶກ ເມື່ອຈານບັນທຶກ ອານຸຍາດໃຫ້ເຂົ້າເຖິງ Block ຂອງແຟ້ມແບບສຸ່ມໄດ້ສໍາລັບການເຂົ້າເຖິງແຟ້ມໂດຍກົງ ແຟ້ມຈະຖືກເບິ່ງໂດຍຈໍານວນ Block ຫຼື ລະບຽນ ດັ່ງນັ້ນເຮົາອາດອ່ານ Block ທີ່ 64 ແລະ ໄປຂຽນ Block ທີ່ 5 ໄດ້ເພາະບໍ່ມີເງື່ອນໄຂໃດໆທີ່ຈະຕ້ອງຕາມລໍາດັບ.

ວິທີການເຂົ້າເຖິງແບບອື່ນໆຂອງແຟ້ມແມ່ນຫຍັງ?

ວິທີການເຂົ້າເຖິງແບບອື່ນໆສາມາດສ້າງເພີ່ມເຕີມລົງຢູ່ວິທີການເຂົ້າເຖິງໂດຍກົງໄດ້ເຊິ່ງຈະກ່ຽວຂ້ອງກັບການສ້າງ ດັດສະນີແຟ້ມຂື້ນມາບັນຈຸຕົວຊິບລ໋ອກໄວ້ສໍາລັບການຄົ້ນຫາລະບຽບໃນແຟ້ມໂດຍຄົ້ນຫາດັດສະນີເສຍກ່ອນ ແລະ ໃຊ້ຕົວຊີ້ ໄປເຂົ້າເຖິງໂດຍກົງທີ່ແຟ້ມແລ້ວຈຶ່ງຄົ້ນຫາລະບຽບທີ່ຕ້ອງການ.

ສາລະບົບແບບລະດັບດຽວຂອງແຟ້ມແມ່ນຫຍັງ?

ສາລະບົບແບບລະດັບດຽວ (Single-Level Directory) ເປັນ ສາລະບົບປະເພດທີ່ມີໂຄງສ້າງແບບງ່າຍທີ່ສຸດ ແລະ ໃຫ້ທຸກແຟ້ມໃນລະບົບລວມຢູ່ໃນສາລະບົບອັນດຽວກັນ.

ສາລະບົບແບບ 2 ລະດັບຂອງແຟ້ມແມ່ນຫຍັງ?

ໃນສາລະບົບແບບ 2 ລະດັບຜູ້ໃຊ້ແຕ່ລະຄົນຈະມີສາລະບົບແຟ້ມຜູ້ໃຊ້ (User file directory : UFD) ແຕ່ລະ UFD ຈະມີໂຄງສ້າງຄືກັນແຕ່ສະແດງສະເພາະລາຍການແຟ້ມຂອງຜູ້ໃຊ້ຄົນໜຶ່ງເທົ່ານັ້ນ ເມື່ອວຽກຂອງຜູ້ໃຊ້ເລີ່ມຕົ້ນ ຫຼື ເມື່ອຜູ້ໃຊ້ທຳການລ໋ອກເຂົ້າ ລະບົບຈະທຳການຄົ້ນຫາສາລະບົບແຟ້ມຫຼັກ (Master file directory: MFD) ໂດຍທີ່ MFD ນີ້ຈະເປັນ ດັດສະນີໂດຍຜູ້ໃຊ້ ຫຼື ບັນຊີລາຍຊື່ ຫຼື ໝາຍເລກບັນຊີ ຫຼື ຊີ້ໄປຍັງລາຍການຂອງ UFD ຂອງຜູ້ໃຊ້ຄົນນັ້ນ.

ສາລະບົບແບບກຣາບບໍ່ມີວົງຂອງແຟ້ມແມ່ນຫຍັງ?

ສາລະບົບແບບກຣາບບໍ່ມີວົງຂອງແຟ້ມບໍ່ອານຸຍາດໃຫ້ການໃຊ້ສາລະບົບ ແລະ ແຟ້ມຮ່ວມກັນໄດ້ແຕ່ສາລະບົບແບບກຣາບມີວົງມົນ (Acyclic-Graph Directory) ອານຸຍາດໃຫ້ມີການແບ່ງປັນສາລະບົບຍ່ອຍ ແລະ ແຟ້ມໄດ້ ຫຼື ສາລະບົບ ຍ່ອຍດຽວກັນອາດມີຢູ່ໃນ 2 ສາລະບົບທີ່ຕ່າງກັນໄດ້.

ປະສິດທີພາບຂອງແຟ້ມແມ່ນຫຍັງ?

ປະສິດທິພາບຂອງລະບົບແຟ້ມ ແລະ ສາລະບົບຫາກເບິ່ງໃນພາບລວມຈະຂື້ນຢູ່ກັບປະເພດຂອງໜ່ວຍເກັບທີ່ໃຊ້ເມື່ອ ພິຈາລະນາການອ່ານຂໍ້ມູນຈາກ Hard disk ກັບແຜ່ນຟຣອບປີ້ດິສ ກໍຈະພົບວ່າມີຄວາມແຕກຕ່າງກັນຢ່າງຫຼາຍ ທີ່ເປັນແບບນີ້ເນື່ອງຈາກ Hard disk ໃຊ້ເວລາໃນການຄົ້ນຫາບລ໋ອກຂໍ້ມູນທີ່ຕ້ອງການພຽງເວລາ 10 ເມກະບິດຕໍ່ວິນາທີ ຂະນະທີ່ວິທີດຽວກັນນີ້ເມື່ອຢູ່ໃນຟຣອບປີ້ດິສຈະຕ້ອງໃຊ້ເວລາຫຼາຍກວ່າຫຼາຍເທົ່າ.

ວິທີການຈັດສັນແຟ້ມແມ່ນຫຍັງ?

ວິທີການຈັດສັນ (Allocation Method) ພື້ນທີ່ວ່າງຂອງຈານບັນທຶກທີ່ນິຍົມໃຊ້ກັນຢ່າງຫຼວງຫຼາຍມີ 3 ວິທີໄດ້ແກ່: ການຈັດສັນພື້ນທີ່ແບບຕິດກັນ, ການເຊື່ອມໂຍງ ແລະ ດັດສະນີ. ທັງ 3 ວິທີນີ້ມີທັງຂໍ້ດີ ແລະ ຂໍ້ດ້ອຍ ໃນລະບົບປະຕິບັດງານ ບາງລະບົບ ເຊັ່ນ RDOS ຂອງ Data general ສໍາລັບຄອມພິວເຕີລຸ້ນໂນວາ (nova) ສະໜັບສະໜູນທັງ 3 ວິທີ ແຕ່ລະບົບສ່ວນຫຼາຍມັກຈະເລືອກວິທີໃດວິທີໜື່ງເທົ່ານັ້ນ.

ອຸປະກອນນຳເຂົ້າສົ່ງອອກ (I/O - Input/Output)ແມ່ນຫຍັງ?

– ອຸປະກອນການນໍາເຂົ້າ (Input) ແມ່ນອຸປະກອນທີ່ເຮັດໃຫ້ຄອມພິວເຕີສາມາດສຳຜັດ ແລະ ຮັບຮູ້ສິ່ງຕ່າງໆ ຈາກໂລກພາຍນອກ ໄດ້ເຊັ່ນ: ເຄື່ອງອ່ານ bus, Keyboard, Mouse.
– ອຸປະກອນສົ່ງອອກ (Output) ແມ່ນອຸປະກອນທີ່ເຮັດໃຫ້ຄອມພິວເຕີ້ຄວບຄຸມ ຫຼື ສົ່ງຜົນອອກມາສູ່ໂລກພາຍນອກໄດ້. ຕົວຢ່າງ: ເຄື່ອງເຈາະບັດ, ຈໍພາບ, ເຄື່ອງພິມ.

ຄຸນສົມບັດຂອງ Port ຂອງ I/O ແມ່ນຫຍັງ?

Port ຮັບເຂົ້າແລະສົ່ງອອກປະກອບດ້ວຍ Register 4 ຕົວຄື: Register ສະຖານະ (status), Register ຄວບຄຸມ(control), Register ຂໍ້ມູນເຂົ້າ (data-in) ແລະ Register ຂໍ້ມູນອອກ (data-out), Register ສະຖານະບັນຈຸບິດການສະແດງ, ການອ່ານໂດຍເຈົ້າຂອງ (host). ບິດເຫຼົ່ານີ້ສະແດງສະຖານະເຊັ່ນ: ນັ້ນບໍ່ວ່າປະຈຸບັນຄໍາສັ່ງເຫຼົ່ານີ້ເຮັດວຽກແລ້ວ Register ຂໍ້ມູນ ຮັບເຂົ້າສະແດງໄປ ທີ່ສະແດງການອ່ານຂໍ້ມູນບໍ່ວ່າຈະມີຂໍ້ມູນຜິດພາດ ຫຼື ບໍ່.

Port ຂອງ Input (Input Port) ແມ່ນຫຍັງ?

Input port ແມ່ນຕ້ອງມີອີມພີແດນສູງຈະກວດຈັບແຮງດັນ ສັນຍານທີ່ເຂົ້າມາວ່າເປັນ 1 ຫຼື 0.

Port ຂອງ Output (Output Port) ແມ່ນຫຍັງ?

Output port ແມ່ນຕ້ອງສາມາດດຶງກະແສໄຟຟ້າ ແລະ ຈ່າຍກະແສອອກໄດ້, ຕ້ອງມີເອົ້າອິມພີແດນຊ໌ຕໍ່າ.

Module ຂອງ Input/Output ແມ່ນຫຍັງ?

Module ການຮັບເຂົ້າແລະສົ່ງອອກມີຄວາມໝາຍແຕກຕ່າງກັນ ເຊິ່ງຂຶ້ນຢູ່ກັບຄວາມຊັບຊ້ອນ ແລະ ຈໍານວນອຸປະກອນການຮັບເຂົ້າແລະສົ່ງອອກ. ພາຍນອກ Module ນັ້ນສາມາດຄວບຄຸມໄດ້, Module ການຮັບເຂົ້າ ແລະ ສົ່ງອອກເຮັດໜ້າທີ່ ອຳນວຍຄວາມສະດວກໃຫ້ Processor ສາມາດຄວບຄຸມການເຮັດວຽກຂອງອຸປະກອນຮັບເຂົ້າ ແລະ ສົ່ງອອກໄດ້ງ່າຍ ໃນນີ້ Module ການຮັບເຂົ້າແລະສົ່ງອອກຕ້ອງເຮັດໜ້າທີ່ຫຼາຍຢ່າງ Module ການຮັບເຂົ້າ ແລະ ສົ່ງອອກຊ້ອນລາຍລະອຽດສໍາລັບການປະສານຈັງຫວະສັນຍານໂມງ, ການປັບປຸງແບບຂໍ້ມູນ ແລະ ກົນໄກອີເລັກໂທຣນິກສໍາລັບອຸປະກອນການຮັບເຂົ້າ ແລະ ສົ່ງ ອອກ ທັງນີ້ແມ່ນເພື່ອໃຫ້ Processor ສາມາດເຮັດວຽກໄດ້ໃນຮູບແບບຄໍາສັ່ງການອ່ານ ຫຼື ການບັນທຶກຂໍ້ມູນ ຫຼື ການເປີດປິດແຟ້ມຂໍ້ມູນ.

ໂຄງສ້າງຂອງໂມດູນ Input/Output (Input/Output Module Structure) ແມ່ນຫຍັງ?

Module ການຮັບເຂົ້າ ແລະ ສົ່ງອອກເຮັດໜ້າທີ່ສ່ວນໃຫຍ່ໃນຕົວເອງ ເຊິ່ງຈະເຊື່ອມຕໍ່ກັບ Processor ທີ່ເອີ້ນວ່າ ຊ່ອງສື່ສານການຮັບເຂົ້າ ແລະ ສົ່ງອອກ (I/O channels) ຫຼື I/O Processor (I/O PROCESSOR) ສ່ວນ Module ການຮັບເຂົ້າ ແລະສົ່ງອອກທີ່ເຮັດວຽກນ້ອຍຕ້ອງການອາໄສການຄວບຄຸມຈາກ Processor ໂດຍກົງວ່າ ໜ່ວຍຄວບຄຸມການຮັບເຂົ້າ ແລະ ສົ່ງ ອອກ (i/o controller) ຫຼື ໜ່ວຍຄວບຄຸມອຸປະກອນ (device controller).

ປະສິດທິພາບຂອງ Input/Output ແມ່ນຫຍັງ?

ການຮັບ ແລະ ສົ່ງອອກເປັນປັດໃຈສໍາຄັນໃນປະສິດທິພາບຂອງລະບົບ ການວາງອຸປະກອນໃນຕໍາແໜ່ງໃຫ້ເໝາະສົມການວາງແຜນການຈັດລໍາດັບການເຮັດວຽກໃຫ້ກັບໜ່ວຍປະມວນຜົນຢ່າງມີປະສິດທິພາບ ການ Block ຂໍ້ມູນ ຫຼື ບໍ່. ການຂັດຈັງຫວະໜ່ວຍປະມວນຜົນ ການໃຫ້ໜ່ວຍຄວາມຈໍາ Caching ການອ່ານຂໍ້ມູນລົງສູ່ໜ່ວຍຄວາມຈຳ ຂໍ້ມູນນີ້ຕ່າງມີຜົນຕໍ່ ປະສິດທິພາບຂອງລະບົບ ແລະ ຄືເປັນການໃຫ້ຄວາມສົນໃຈຕໍ່ການອອກແບບສະຖາປັດຕະຍະກຳຄອມພິວເຕີ ເຖິງແມ່ນວ່າ ຄອມພິວເຕີສະໄໝໃໝ່ສາມາດຈັດສັນຍານການຂັດຈັ່ງຫວະໄດ້ເປັນຮ້ອຍຄັ້ງຕໍ່ວິນາທີ, ແຕ່ການເກີດສັນຍານການຂັດຈັງຫວະ ຕ້ອງໃຊ້ເວລາການເບີ່ງແຍງລະບົບການເຮັດວຽກຢ່າງຕໍ່ເນື່ອງ.

ໂຄງສ້າງຈານແມ່ເຫຼັກ ແລະ ດິສ (Disk Structure) ແມ່ນຫຍັງ?

ລັກສະນະທາງກາຍພາບຂອງດິສໂດຍທົ່ວໄປຈະເປັນແຜນວົງມົນຄື ແຜນຊີດີຂະໜາດປະມານ 1.8 -5.25 ນິ້ວ ໜ້າ ທັ້ງ 2 ດ້ານຈະເຄືອບດ້ວຍສານແມ່ເຫຼັກເຊັ່ນດຽວກັບແຜ່ນເທັບ ມີສ່ວນປະກອນທີ່ສໍາຄັນຄື:
– ຫົວອ່ານ-ຂຽນ (read-write head) ເຊິ່ງຝັງຕິດຢູ່ເທິງແຂນດີດ (disk arm) ຈະລອຍຢູ່ເໜືອພື້ນຜິວລຽບຂອງ disk.
– ຮ່ອງ (track) ເປັນການແບ່ງສ່ວນຂອງພື້ນຜິວອອກ ເປັນຮອບວົງມົນເຊິ່ງສາມາດແບ່ງເປັນສ່ວນຍ່ອຍໆຂະໜາດທີ່ ເທົ່າກັນໄດ້ເອີ້ນວ່າເຊກເຕີ (sector).
– ໄຊລິນເດີ (cylinder) ຄືແຕ່ລະຮ່ອງ (track) ທີ່ຢູ່ໃນແນວດຽວກັນຂອງທຸກແຜນດິສ.
– ໃນຂະນະໃຊ້ງານ disk ຈະຫມຸນຕະຫຼອດເວລາດ້ວຍຄວາມໄວສູງຫຼາຍພັນຮອບຕໍ່ນາທີ (ປະມານ3,600-9,000 ຮອບຕໍ່ນາທີ) (round per minute:RPM) ສໍາລັບດິສຂະໜາດໃຫຍ່ແລະ 5,000-10,000 ຮອບຕໍ່ນາທີ ສໍາລັບ Hard disk.

ລະດັບຂອງ RAID (RAID Levels) ແມ່ນຫຍັງ?

ລະບົບ RAID ຈະສາມາດຕັ້ງຄ່າໄດ້ຫຼາຍຄ່າເພື່ອປະສິດທິພາບທີ່ແຕກຕ່າງກັນໄປ ຂື້ນຢູ່ກັບການເນັ້ນໃນເລື່ອງຂອງຄວາມຈຸດສູງສຸດ ຫຼື ເນັ້ນທີ່ຄວາມທົນທານຕໍ່ຄວາມຜິດພາດ ແລະ ເພື່ອທີ່ຈະໄດ້ສື່ສານໄປໃນແນວທາງດຽວກັນຈຶ່ງມີການຕັ້ງຄ່າການກໍານົດປະສິດທິພາບຂອງລະບົບ RAID ເອົາໄວ້ 6 ລະດັບໂດຍເລີ່ມຕັ້ງແຕ່ລະບົບ RAID ລະດັບ 0 ເອີ້ນໄປເປັນ1, 2, 3, 4 ແລະ 5 ເຊິ່ງຕົວເລກເຫຼົ່ານີ້ຈະຂື້ນຢູ່ກັບປະສິດທິພາບຄວາມສາມາດໃນການຂຽນຂໍ້ມູນຊ້ຳໆ ການສໍາຮອງຂໍ້ມູນ ແລະ ສິ່ງທີ່ລະບົບໂອນນັ້ນໆຕ້ອງການປັດຈຸບັນຫາກມີການພັດທະນາ RAID ເພີ່ມຂື້ນໄປໃນລະດັບອື່ນໆອີກນໍາໂດຍການຈັດການລະດັບຂອງ RAID ນີ້ຈະຂື້ນຢູ່ກັບເທັກໂນໂລຢີ Hardware ແລະ Software ທີ່ອາໃສການຕັ້ງຄ່າການເຮັດວຽກ ຕ່າງໆເພື່ອໃຫ້ຮອງຮັບລະດັບຕ່າງໆນີ້ໄດ້.

ໜ່ວຍເກັບທີ່ຕິດຕັ້ງຢູ່ເຄືອຂ່າຍ (NAS - Network-Attached Storage) ແມ່ນຫຍັງ?

ໜ່ວຍເກັບທີ່ຕິດຕັ້ງຢູ່ເຄືອຂ່າຍ (network-attached storage : NAS) ນັ້ນມີວັດຖຸປະສົງເພື່ອໃຫ້ການເຂົ້າເຖິງ ໜ່ວຍເກັບຂໍ້ມູນນັ້ນສາມາດເຂົ້າເຖິງໄດ້ໂດຍຜ່ານທາງເຄືອຂ່າຍ. ໂດຍເຄື່ອງໄຄລເອນສາມາດທີ່ຈະໃຊ້ຊຸດຄໍາສັ່ງໄລຍະໄກ (remote procedure call : RPC) ເພື່ອເອີ້ນໃຊ້ຂໍ້ມູນຈາກທີ່ຈັດເກັບໃນເຄື່ອຂ່າຍໄດ້ເຊັ່ນ ລະບົບ UNIX ໃຊ້ຄໍາສັ່ງ NFS ໃນລະບົບ Windows ກໍໃຊ້ຄໍາສັ່ງ CIFS ການເອີ້ນໃຊ້ຂໍ້ມູນໃນເຄື່ອຂ່າຍທີ່ເປັນແບບ IP ນັ້ນສາມາດສົ່ງຜ່ານຄໍາສັ່ງໄປໃນເຄື່ອຂ່າຍໄດ້ໂດຍຜ່ານ TCP ຫຼື UDP ທີ່ຈັດເກັບຂໍ້ມູນໃນເຄື່ອຂ່າຍໂດຍປົກກະຕິແລ້ວຈະ ເປັນຊຸດຂອງ RAID ແລະມີ Software ທີ່ໃຊ້ຄວບຄຸມການຕິດຕໍ່ໄລຍະໄກເຊິ່ງການຕິດຕັ້ງທີ່ຈັດເກັບໃນເຄື່ອຂ່າຍຈະເປັນຮູບແບບໜຶ່ງທີ່ສາມາດຖືວ່າເປັນໂປຣໂຕຄອລຊະນິດໜຶ່ງທີ່ໃຊ້ສໍາລັບເຂົ້າເຖິງຂໍ້ມູນໄລຍະໄກທີ່ເອີ້ນວ່າ NAS.

ການປ້ອງກັນ ແລະ ຄວາມປອດໄພ (Protction and Security) ແມ່ນຫຍັງ?

ການປ້ອງກັນ (Protection) ໝາຍຖິງກົນໄກສໍາລັບຄວບຄຸມການເຂົ້າເຖິງຂອງໂປຣແກຣມ ຂະບວນການ ຫຼື ຜູ້ໃຊ້ຕ່າງໆ ຕໍ່ຊັບພະຍາກອນຕ່າງທີ່ຖືກກໍານົດໄວ້ໂດຍຂະບວນຄອມພິວເຕີ ກົນໄກດັ່ງກ່າວນີ້ຈະຕ້ອງກະກຽມວິທີໃນການວາງຂໍ້ກຳນົດຮ່ວມກັນວິທີໃນການບັງຄັບໃຊ້ໃຫ້ເປັນໄປຕາມຂໍ້ກຳນົດດັ່ງກ່າວ ຄວາມແຕກຕ່າງລະຫວ່າງການປ້ອງກັນ ແລະ ຄວາມ ປອດໄພ (Security) ໄດ້ແກ່:
– ການປ້ອງກັນ ກ່ຽວຂ້ອງກັບການປົກປ້ອງຂໍ້ມູນຂອງຜູ້ໃຊ້ ແລະ ໂປຣແກຣມຈາກການຖືກລົບກວນໂດຍຜູ້ໃຊ້ຄົນອື່ນໆໃນລະບົບທີມີສິດໝຸ່ງທີ່ຜູ້ໃຊ້ພາຍໃນ.
– ຄວາມປອດໄພ ກ່ຽວກັບການປົກປ້ອງຂໍ້ມູນຂອງຜູ້ໃຊ້ ແລະ ໂປຣແກຣມຈາກການຖືກລົບກວນໂດຍຜູ້ໃຊ້ພາຍນອກ ເຊິ່ງບໍ່ມີສິດ ເນັ້ນທີ່ຜູ້ໃຊ້ພາຍນອກ.

ໂຄງສ້າງຂອງການປ້ອງກັນ (Protection Structure) ແມ່ນຫຍັງ?

ໂຄງສ້າງການປ້ອງກັນ (Protection structure) ໃຊ້ເອກະສິດການເຂົ້າເຖິງ (Access privilege ) ເຊິ່ງໝາຍເຖິງສິດໃນການສ້າງຮູບແບບທີ່ເຈາະຈົງຂອງການເຂົ້າເຖິງແຟ້ມ ຕົວອະທິບາຍເຂົ້າເຖິງ (Access descriptor) ໃຊ້ອະທິບາຍເອກະສິດການເຂົ້າເຖິງແຟ້ມ ເຮົາມັກໃຊ້ຕົວຍໍ້ພຽງ 3 ຕົວໃນການແທນສິດການເຂົ້າເຖິງແຟ້ມເຫຼົ່ານັ້ນໄດ້ແກ່ R, Wແລະ X ເຊິ່ງໝາຍເຖິງສິດໃນການອ່ານ (Read), ຂຽນ (Write) ແລະ ການເຮັດວຽກ (Execute) ກັບຂໍ້ມູນ ຫຼື ໂປຣແກຣມໃນແຟ້ມໜຶ່ງໆຕົວອະທິບາຍການເຂົ້າເຖິງສາມາດຖືກເຂົ້າລະຫັດໃຫຍ່ (Bit-encoded) ສຳຫລັບໜ່ວຍຄວາມຈໍາໄດ້ຢ່າງມີປະສິດທິພາບ ເຊິ່ງໃຊ້ໜຶ່ງ bit ເພື່ອແທນການມີ ຫຼື ບໍ່ມີສິດຂອງແຕ່ລະຕົວໄດ້.

ໂດເມນຂອງການປ້ອງກັນ (Protection Domian) ແມ່ນຫຍັງ?

ລະບົບຄອມພິວເຕີນັ້ນຄື ໜ່ວຍລວມຂອງລະບົບການ ແລະ ອອບເຈັກຕ່າງໆ ໂດຍທີ່ອອບເຈັກມີຄວາມ ໝາຍລວມທັງຮາດແວຣອອບເຈັກ (CPU ສ່ວນຂອງໜ່ວຍຄວາມຈຳ, ເຄື່ອງພິມ, ເຄື່ອງຄິດໄລ່ ແລະ ໜ່ວຍຄັບແຖບບັນທືກ) ແລະຊອບແວອອບເຈັກ (ແຟ້ມ, ໂປຣແກຣມ ແລະ ເຊມາຟໍ) ແຕ່ລະອອບເຈັກຈະມີຊື່ທີໃຊ້ເອີ້ນແຕກຕ່າງກັນ ເຊິ່ງສາມາດເຂົ້າເຖິງໄດ້ໂດຍດໍາເນີນໄປຕາມຂໍ້ກຳນົດທີ່ວາງໄວ້ຢ່າງຊັດເຈນ ໂດຍກໍານົດຂອບເຂດ ຫຼື ໂດເມນຂອງການປ້ອງກັນ (Domain of protection) ໄວ້ໂດຍທົ່ວໄປ ອອບເຈັກຈະມີແບບຊະນິດຂໍ້ມູນນາມມະທໍາ (Abstract data type).

ການໃຫ້ອຳນາດ (Capability) ແມ່ນຫຍັງ?

ການໃຫ້ອໍານາດຄືການໃຊ້ໂທເຄນແທນເອກະສິດການເຂົ້າເຖິງສໍາຫລັບ Object ການໃຫ້ອໍານາດ ຈະບັນຈຸໄວ້ດ້ວຍ ລະຫັດຂອງ object ແລະ ລາຍການຂອງຕົວອະທິບາຍການເຂົ້າເຖິງ Object ນັ້ນ ເຊິ່ງນັ້ນອາດເປັນໄດ້ທັງ Hardware ແລະ Software ໃນລະບົບຂະບວນການຈະເປັນເຈົ້າຂອງການໃຫ້ອໍານາດ ແລະ ອະນຸຍາດໃຫ້ຂະບວນການເຂົ້າເຖິງ object ໄດ້ຕາມທີ່ລະບຸໄວ້ຢ່າງຊັດເຈນໃນເອກະສິດການເຂົ້າເຖິງ.

ການຖອນສິດການເຂົ້າເຖິງແມ່ນຫຍັງ?

ໃນລະບົບການປ້ອງກັນແບບພົນລະວັດບາງຄັ້ງເຮົາອາດມີຄວາມຕ້ອງການຖອດຖອນສິດການເຂົ້າເຖິງ object ເຊິ່ງກໍາລັງຖືກໃຊ້ຮ່ວມກັນ ໂດຍຜູ້ໃຊ້ຕ່າງໆ ອາດມີຄໍາຖາມຫຼາຍຢ່າງເກີດຂຶ້ນກ່ຽວກັບການຖອນສິດດັ່ງຕໍ່ໄປນີ້:
– ທັນທີ່ ກັບ ຊັກຊ້າ.
– ⁠ເລືອກໄດ້ ກັບ ທົ່ວໄປ.
– ⁠ບາງສ່ວນ ກັບ ທັງໝົດ.
– ⁠ຊົ່ວຄາວ ຫຼື ຖາວອນ.

ການພິສູດຕົວຈິງແມ່ນຫຍັງ?

ບັນຫາໃຫຍ່ຂອງລະບົບຄວາມປອດໄພສໍາລັບລະບົບປະຕິບັດງານກໍຄື ການພິສູດຕົວຈິງ (Authentication) ເພື່ອພິສູດວ່າ ຜູ້ທີກຳລັງຮ້ອງຂໍການໃຊ້ບໍລິການຢູ່ນັ້ນເປັນແນວໃດ ລະບົບຈະໄດ້ອະນຸຍາດ ຫຼື ປະຕິເສດການເຂົ້າເຖິງບໍລິການດັ່ງກ່າວ ຂະບວນການພິສູດຕົວຈິງນີ້ເປັນເລື່ອງທີ່ສໍາຄັນຫຼາຍ ໂດຍສະເພາະຢ່າງຍິ່ງໃນລະບົບປະຕິບັດງານປະຈຸບັນ ໂດຍທົ່ວໄປການ ພິສູດຕົວຈິງນັ້ນຈະມີພື້ນຖານໃນການພິສູດເລື່ອງໃດເລື່ອງໜຶ່ງໃນ 3 ເລື່ອງໄດ້ແກ່ ຄວາມເປັນເຈົ້າຂອງຜູ້ໃຊ້ (ກຸນແຈ ຫຼື ບັດ) ຄວາມຮູ້ຂອງຜູ້ໃຊ້ (ຕົວລະບົບຜູ້ໃຊ້ ແລະ ລະຫັດຜ່ານ) ແລະ ຄຸນລັກສະນະຂອງຜູ້ໃຊ້ (ລາຍນິ້ວມື, ມ່ານຕາ ຫຼືລາຍເຊັນ).

ໂປຣແກຣມອັນຕະລາຍແມ່ນຫຍັງ?

ໂປຣແກຣມອັນຕະລາຍແມ່ນເມື່ອໂປຣແກຣມຖືກຂຽນໂດຍຜູ້ໃຊ້ຄົນໜຶ່ງ ແລະ ຖືກໃຊ້ໂດຍອີກຄົນໜຶ່ງ. ດັ່ງນັ້ນ, ອາດເກີດການໃຊ້ທີຜິດພາດຂຶ້ນໄດ້ ຫຼື ອາດມີພຶດຕິກຳທີ່ບໍ່ອາດຄາດເດົາໄດ້ ເມື່ອເກີດເຫດການເຊັ່ນນີ້ ກໍ່ຖືເປັນໄພຄຸກຄາມທີມີຕໍ່ລະບົບຄວາມປອດໄພຂອງ ຄອມພິວເຕີໄດ້.

ການເຂົ້າລະຫັດລັບແມ່ນຫຍັງ?

ວິທີການໜຶ່ງທີ່ນິຍົມນໍາມາໃຊ້ໃນການປົກປ້ອງຄວາມປອດໄພຂອງຂໍ້ມູນນັ້ນໄດ້ແກ່ ການເຂົ້າລະຫັດລັບ (Encryption) ຄືກຳມະວິທີການປ່ຽນແປງຂໍ້ມູນໄປສູ່ແບບທີ່ບໍ່ສາມາດໃຊ້ງານໄດ້ຈົນກວ່າຈະນຳໄປຜ່ານຂະບວນການຖອດລະຫັດລັບ (Decryption) ເຊິ່ງເປັນວິທີການຍ້ອນກັບເພື່ອປ່ຽນແປງຂໍ້ມູນທີ່ຜ່ານການເຂົ້າມາແລ້ວໃຫ້ຢູ່ໃນຮູບແບບທີ່ສາມາດອ່ານໄດ້.

ທິດສະດີ Web hosting ແມ່ນຫຍັງ?

Web Hosting ຄືການໃຫ້ບໍລິການກ່ຽວກັບການຝາກຂໍ້ມູນເວັບໄຊທ໌ ໂດຍທີ່ສູນບໍລິການຮັບຝາກ Web Hosting ຈະມີເຄື່ອງເຊີເວີໃຫ້ບໍລິການຕາມຊະນິດຂອງພາສາ ແລະ ຖານຂໍ້ມູນທີ່ຜູ້ໃຊ້ງານ. ການພັດທະນາການຕິດຕັ້ງ Web Hosting ໃຊ້ງານໃນອົງກອນບໍ່ແມ່ນເລື່ອງງ່າຍ, ຜູ້ທີ່ເປັນຜູ້ດູແລລະບົບ (Admin) ຈະຕ້ອງສຶກສາລາຍລະອຽດຫຼາຍຢ່າງດ້ວຍກັນ, ທັງໃນສ່ວນຂອງການຕິດຕັ້ງລະບົບປະຕິບັດ, ການເຄືອຂ່າຍ, ການປັບແຕ່ງຄ່າຄອນຝິກຕ່າງໆ, ການຕິດຕັ້ງລະບົບບໍລິຫານ Web Hosting (Control Panel), ການສໍາຮອງຖານຂໍ້ມູນສິນຄ້າເປັນຕົ້ນ, ໂດຍການເຊັກຄ່າຕ່າງໆ ຈະຕ້ອງຄໍານຶງເຖິງຄວາມປອດ ໄພ (Security) ແລະ ຮອງຮັບກັບເທັກໂນໂລຢີໃນປະຈຸບັນດ້ວຍ.

ອ້າງອິງ: ຈາກ ປຶ້ມ Web Hosting ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຊະນິດຂອງ Web hosting ມີຫຍັງແດ່?

“ເວັບໂຮສຕິ້ງ” ຄືຜູ້ໃຫ້ບໍລິການຮັບຝາກພື້ນທີ່ເກັບເວັບ ສາມາດແບ່ງໄດ້ 2 ຊະນິດຄື:
1. Free Web Hosting ເປັນເວັບໂຮສຕັ້ງທີ່ເປີດໃຫ້ບໍລິການຟຣີ ສ່ວນໃຫຍ່ ຈະມີຂໍ້ຈຳກັດໃນການໃຊ້ງານ.
2. Commercial Web Hosting ເປັນເວັບໂຮສຕິ້ງທີ່ເປັນຮູບແບບບໍລິສັດ ທີ່ເປັນຮູບແບບການຄ້າໂດຍສະເພາະ.

Web server ແມ່ນຫຍັງ?

“ເວັບເຊີເວີ” ຄືເຄື່ອງເຊີເວີທີ່ເກັບຂໍ້ມູນຕ່າງໆ ຂອງຜູ້ໃຊ້ບໍລິການ ໂດຍຜູ້ໃຫ້ບໍລິການຈະຕ້ອງທຳການຕິດຕັ້ງໂປຣແກຣມເວັບເຊີເວີລົງໃນເຄື່ອງເຊີເວີ. ໂດຍໂປຣແກຣມເວັບເຊີເວີທີ່ນິຍົມໃຊ້ງານໃນປະຈຸບັນສາມາດຈໍາແນກຕາມປະເພດຂອງລະບົບປະຕິບັດການ ຂອງເຄືອຄ່າຍໄດ້ 3 ຊະນິດຄື:
1. Windows Server.
2. Linux Server.
3. BSD Server.

Free Web Hosting ແມ່ນຫຍັງ?

ເປັນເວັບໂຮສຕິ້ງທີ່ເປີດໃຫ້ບໍລິການຟຣີ ສ່ວນໃຫຍ່ ຈະມີຂໍ້ຈຳກັດໃນການໃຊ້ງານ.

Commercial Web Hosting ແມ່ນຫຍັງ?

ເປັນເວັບໂຮສຕັ້ງທີ່ເປັນຮູບແບບບໍລິສັດ ທີ່ເປັນຮູບແບບການຄ້າໂດຍສະເພາະ.

Dynamic Web Hosting ແມ່ນຫຍັງ?

Dynamic Web Hosting ເປັນ Free Web Hosting ທີ່ມີພາສາຊະນິດ Server-Side- Script ເຊັ່ນ PHP, ASP, NET, JSP ໃຫ້ຜູ້ໃຊ້ທົດລອງໃຊ້ໂດຍບາງທີ່ Web Hosting ລັກສະນະນີ້ເໝາະສຳຫຼັບຄູອາຈານທີ່ຂ້ອງກ່ຽວກັບຫຼັກສູດເວັບໂປແກຮມມິງ, ນັກຮຽນ/ນັກສຶກສາ ຫຼື ຜູ້ທີ່ຕ້ອງການທົດສອບພາສາ Script ຂອງຕົນເອງແບບອອນລາຍ ຕົວຢ່າງເວັບທີ່ໃຫ້ບໍລິການໂຮສ.

BSD Web Hosting ແມ່ນຫຍັງ?

ເປັນລະບົບໂຮສຕິ້ງທີ່ໃຊ້ລະບົບປະຕິບັດການຕະກູນ BSD ມາເຮັດເປັນ Web Hosting ເປັນໂຮສຕິ້ງລັກສະນະນີ້ຈະນິຍົມໃຊ້ງານຢູ່ໃນສູນບໍລິການອິນເຕີເນັດ (Internet Service Provider) ສະຖາບັນການສຶກສາ ແລະ ບໍລິສັດເອກະຊົນຫຼາຍແຫ່ງ ເນື່ອງຈາກລະບົບມີຄວາມແຂງແກ່ນສູງ ເໝາະສໍາຫຼັບຜູ້ທີ່ພັດທະນາເວັບໄຊທ໌ດ້ວຍພາສາ PHP, PERL, PYTHON, JSP, TCL, RUBY.

Stand Alone Web Hosting ແມ່ນຫຍັງ?

ເປັນ Web Hosting ທີ່ຕິດຕັ້ງໃຊ້ງານຢູ່ທີ່ໜ່ວຍງານຂອງຕົນ ຜູ້ດູແລລະບົບຈະຕ້ອງມີການຕິດຕັ້ງ ແລະ ປັບແຕ່ງໂຮສຕັ້ງເອງທັງໝົດ ໂຮສຕັ້ງຮູບແບບນີ້ເໝາະສຳຫຼັບອົງກອນທີ່ມີການເຊື່ອມຕໍ່ລະບົບ ອິນເຕີເນັດຄວາມໄວສູງແບບ Fix IP ທີ່ໜ່ວຍງານຕ່າງໆນິຍົມໃຊ້, ສິ່ງທີ່ໃຊ້ເຊື່ອມຕໍ່ອາດຈະເປັນ CISCO Router, ADSL Router, ISDN @PSTAR ເປັນຕົ້ນ.

Share Web Hosing ແມ່ນຫຍັງ?

ເປັນບໍລິການຮັບຝາກ Web Hosting ທີ່ແບ່ງຂາຍລູກຄໍາເປັນລາຍໆ ເໝາະສຳຫຼັບຜູ້ເລີ່ມຕົ້ນ ເຮັດເວັບໄຊທ໌ ແລະ ຕ້ອງການມີໂດເມນແລະ ເວັບໄຊທ໌ເປັນຂອງຕົນເອງ.

Reseller Web Hosting ແມ່ນຫຍັງ?

ເປັນໂຮສຕິ້ງທີ່ໃຫ້ບໍລິການແບ່ງພື້ນທີ່ໃຫ້ລູກຄ້າເປັນລາຍໆ. ລູກຄ້າບໍ່ຈໍາເປັນຕ້ອງລົງທຶນຊື້ Server ເອງ, ພຽງແຕ່ຈ່າຍຄ່າເຊົ່າພື້ນທີ່ເປັນເດືອນ/ປີ, ລູກຄ້າບໍ່ຈໍາເປັນຕ້ອງມີຄວາມຊ່ຽວຊານ ໃນການຕິດຕັ້ງ ລະບົບກໍສາມາດເປັນເຈົ້າຂອງໂຮສຕິ້ງໄດ້ ເໝາະສຳຫຼັບຜູ້ທີ່ຮັບທເຮັດເວັບໄຊທ໌ (ມີລູກຄ້າໃນການຄວບຄຸມ ຫຼາຍລາຍ) ຫຼື ອົງການທີ່ມີຊື່ໂດເມນເນມໃນການຄວບຄຸມຫຼາຍໂດເມນ.

Dedicated Web hosting (Dedicated Sever) ແມ່ນຫຍັງ?

ເປັນການບໍລິການໃຫ້ເຊົ່າເຄື່ອງເຊີເວີທັງເຄື່ອງ ເໝາະສຳຫຼັບອົງກອນຂະໜາດໃຫຍ່ ຫຼື ເວັບໄຊທ໌ທີ່ ມີສະມາຊິກຈໍານວນຫຼາຍ ຜູ້ດູແລສາມາດສາມາດຄວບຄຸມໄດ້ຢ່າງອິດສະລະ ສາມາດມີໂດເມນພາຍໃນໄດ້ ໂດຍບໍ່ຈຳກັດ ໂດຍການບໍລິການລັກສະນະນີ້ ຜູ້ໃຊ້ບໍລິການສາມາດເລືອກໄດ້ວ່າຈະຊໍາລະການໃຊ້ຈ່າຍຄັ້ງດຽວ ຫຼື ຜ່ອນຊຳລະເປັນລາຍເດືອນ.

Co-Location Web Hosting ແມ່ນຫຍັງ?

ເປັນບໍລິການສຳຫຼັບລູກຄ້າທີ່ມີເຄື່ອງເຊີເວີຢູ່ແລ້ວ ແລະ ຕ້ອງການນໍາເຊີເວີຝາກວາງໃຫ້ເຊື່ອມຕໍ່ກັບ ລະບົບອິນເຕີເນັດທົ່ວໂລກຕະຫຼອດ 24 ຊົ່ວໂມງ ແບບບໍ່ຈຳກັດແບນວິດ ແລະ ມີ Engineer ລໍຖ້າເບິ່ງ ເຊີເວີໃຫ້ຕະຫຼອດເວລາ ໂດຍທີ່ການຝາກວາງເຊີເວີ ທາງຜູ້ໃຫ້ບໍລິການຈະຄິດຄ່າບໍລິການຕາມຂະໜາດ ເຄື່ອງຂອງເຊີເວີ ເຊັ່ນ 1U, 2U, 3U, 4U, Mini Tower, Medium Tower, Full Tower.

VSP Web Hosting ແມ່ນຫຍັງ?

VSP ຫຍໍ້ມາຈາກ Virtual Private Server ເຊີເວີ້ສະເຫມືອນ ເປັນບໍລິການທີ່ເຊີເວີ້ 1 ເຄື່ອງ ສາມາດແບ່ງໃຫ້ລູກຄໍາໃຊ້ງານແບບຈຳກັດຈໍານວນລູກຄ້າ (ລູກຄ້າວິໄອພີ) ຫາກເບິ່ງແລ້ວກໍຄ້າຍໆການ ເຮັດ Dedicated Server ບໍລິການລູກຄ້າຫຼາຍລາຍໄວ້ເຄື່ອງເຊີເວີດຽວກັນ ແທນທີ່ຈະແຍກເຄື່ອງເຊີເວີ ຢ່າງປະເພດທີ 4 ໂດຍທີ່ VPS Web Hosting ລູກຄ້າຈະມີລະບົບປະຕິບັດການ (Linux/FreeBSD) ເປັນຂອງຕົນເອງ ແລະ ຍັງສາມາດເຂົ້າໄດ້ເຖິງ Root Access ຜ່ານທາງ SSH ໂດຍໃຊ້ໂປຣແກຣມ Putty ລວມທັງສາມາດຕິດຕັ້ງຊອບແວເພີ່ມ ປັບປ່ຽນ ເປີດປິດ Port ur Configuration seg.

ສິ່ງທີ່ Web Hosting ທີ່ບໍລິການໃນຮູບແບບການຄ້າ ແມ່ນຫຍັງ?

ສຳຫຼັບຜູ້ທີ່ຕ້ອງການງົບປະມານຂອງອົງກອນ ບໍ່ຕ້ອງການຊື້ເຄື່ອງເຊີເວີມາໄວ້ທີ່ໜ່ວຍງານຂອງຕົນ ເອງລວມທັງບໍ່ຕ້ອງຈ່າຍຄ່າຜູ້ດູແລລະບົບ ສາມາດຫາທາງອອກໄດ້ໂດຍເຊົ່າບໍລິການ Web Hosting ຈາກບໍລິສັດເອກະຊົນ ໂດຍປະຈຸບັນມີບໍລິສັດເອກະຊົນເປີດໃຫ້ບໍລິການເປັນຈໍານວນຫຼາຍ ໃນຖານະຜູ້ໃຊ້ ຕ້ອງຈໍາເປັນເລືອກ Web Hosting ທີ່ດີ ແລະ ປະຫຍັດທີ່ສຸດມາໃຊ້ງານໃນອົງກອນ ສິ່ງທີ່ຕ້ອງ ພິຈາລະນາໃນການເລືອກ Web Hosting ດ້ວຍກັນ 10 ຢ່າງຄື:
• ອັດຕາການຖ່າຍໂອນຂໍ້ມູນ Data Transfer ຕໍ່ເດືອນພາຍໃນປະເທດ (Local) ແລະ ນອກ ປະເທດ (Inter)
• ພື້ນທີ່ໃຊ້ງານເວັບໄຊທ໌, ພື້ນທີ່ໃຊ້ງານເມວ
• ບໍລິການລາຍເດືອນ, ລາຍປີ.
• ລະບົບຂອງລະບົບປະຕິບັດການເຊັ່ນ: Windows Server 2003, RedHat Linux, Fedora, CentOS, Ubuntu, Debian, FreeBSD.
• ໂຕປ່ຽນພາສາທີ່ຕ້ອງການທີ່ຕ້ອງການໃຊ້ງານເຊັ່ນ: PHP, ASP, ASP.NET, JSP/Servlet, PYTHON, Ruby
• ຖານຂໍ້ມູນທີ່ຕ້ອງການໃຊ້ງານ ເຊັ່ນ MySQL, PostgreSQL, MS Access, MS SQL Server.
• ຊະນິດຂອງ Control Panel ເຊັ່ນ cPanel, Direct Admin, ISPConfig. Plesk, VHCS,
• ລະບົບການຮັກສາຄວາມປອດໄພ (Anti-Virus, Anti-Spam, Firewall, SSL)
• ການສໍາຮອງຂໍ້ມູນ
• ການບໍລິການຫຼັງການຂາຍ

ຄອນໂທຣພາເນວສຳຫຼັບບໍລິຫານ Web Hosting ແມ່ນຫຍັງ?

ຄອນໂທຣພາເນວ (Control Panel) ເປັນລະບົບທີ່ໃຊ້ຄວບຄຸມແລະບໍລິຫານ Web Hosting ເຮັດໃຫ້ການຄວບຄຸມຕ່າງໆ ສາມາດເຮັດໄດ້ຜ່ານໜ້າເວັບບາວເຊີ (Browser) ຜູ້ຄວບຄຸມສາມາດປັບຄ່າ ຄອນຝິກຕ່າງໆໄດ້ແບບອອນລາຍ ບໍ່ວ່າຈະເປັນການຈັດການໂດເມນ, ຊັບໂດເມນ, DNS, IP Address, Web Server, Mail Server, Antivirus, Anti-Spam, PHP, MySQL, phpMyAdmin, Disk Quota, Webalizer ແລະ ອື່ນໆໄດ້ຢ່າງຫຼາກຫຼາຍ.

Linux Web Hosting ແມ່ນຫຍັງ?

ເປັນລະບົບໂຮສຕິ້ງທີ່ໃຊ້ລະບົບປະຕິບັດການ Linux ເຮັດເປັນ Web Hosting ໂດຍໃນປະຈຸບັນລະບົບ Linux ມີໃຫ້ເລືອກໃຊ້ງານຫຼາຍຕະກູນ ທັງແບບໃນການຄ້າ ແລະ ແບບໃຊ້ງານຟຣີ ລັກສະນະໂອເພນຊອຣ໌ສ (open source) ເໝາະສຳຫຼັບໃນການພັດທະນາເວັບໄຊທ໌ດ້ວຍພາສາ PHP, PERL, PYTHON, JHP, TCL, RUBY.

Commercrial Control Panel ແມ່ນຫຍັງ?

ເປັນຄອນໂທຣພາເນວທີ່ພັດທະນາໃນການຄ້າ ຜູ້ໃຊ້ງານຈະຕ້ອງມີການຈ່າຍຄ່າລິຂະສິດໃຫ້ກັບຜູ້ ພັດທະນາ.

DNS ແມ່ນຫຍັງ?

DNS ຫຍໍ້ມາຈາກ Domain Name System ເປັນລະບົບທີ່ໃຊ້ໃນການແປງຊື່ IP Address ເປັນຊື່ໂຮສ ແລະ ແປງຈາກຊື່ໂຮສ ກັບມາເປັນ Address IP. ປົກກະຕິແລ້ວເຮົາໃຊ້ບໍລິການ DNS ຜ່ານ ທາງສູນບໍລິການອິນເຕີເນັດ ແຕ່ສໍາຫຼັບອົງກອນທີ່ມີ IP ຈຶ່ງໃຊ້ງານກໍສາມາດຕັ້ງຕົວບໍລິການ DNS ທີ່ ເອີ້ນວ່າ DNS Server ໄດ້ຄືກັນ, ໃນອາດີດອົງກອນເບິ່ງແຍງ ແລະ ບໍລິຫານກ່ຽວກັບຂໍ້ມູນກາງຂອງຊື່ ໂດເມນໃນອິນເຕີເນັດທັງໝົດຄື InterNIC (Internet Network Information Center) ໃນເວລາຕໍ່ ມາ InterNIC ໄດ້ໃຫ້ອໍານາດແກ່ບໍລິສັດ Network Solution Inc. (NSI) ເປັນຜູ້ດໍາເນີນການໃນການ ຮັບຈົດຊື່ໂດເມນ .com; .net ແລະ .org ໂດຍທີ່ NSI ຈະພິຈາລະນາອະນຸມັດຊື່ໂດເມນຕາມຫຼັກລໍາດັບ ກ່ອນຫຼັງ (a first-come, first-served basis) ໂດຍທີ່ NSI ໄດ້ພິຈາລະນາຈົດທະບຽນຊື່ໂດເມນທີ່ ຊໍ້າກັບຊື່ອົງກອນ ຫຼື ບໍລິສັດ ລວມທັງບໍ່ໄດ້ຈໍາກັດຊື່ຂອງໂດເມນທີ່ຈົດທະບຽນ ເຮັດໃຫ້ປັນຫາເກີດຂຶ້ນຫຼາຍໃນຕາມຫຼັງ.

ໂຄງສ້າງຂອງລະບົບ DNS ແມ່ນຫຍັງ?

ໂຄງສ້າງຂອງລະບົບ DNS ມີ:
1. Root Domain ເປັນໂດເມນເນມລະດັບລູດ ຈະອ້າງອີງໂດຍເຄື່ອງໝາຍ.
2. Top Level Domain (TLD) ເປັນໂຕເມນເນມລະດັບເທິງສຸດ ແບ່ງໄດ້ 3 ປະເພດ ຄື:
– Generic Top Level Domain (gTLDS) ເຊັ່ນ: .com, .net, .org, biz, .coop. Info, pro, museum, travel, name, aero ເປັນຕົ້ນ.
– County-Code Top-Level Domain (ccTLDs) ເປັນກຸ່ມໂດເມນທີ່ເປັນຊື່ຫຍໍ້ຂອງ ແຕ່ລະປະເພດ .th, au, jp, kr, de, uk, as ເປັນຕົ້ນ ໂດຍໃນແຕ່ລະປະເທດຈະ ມີໜ່ວຍງານທີ່ດູແລຈັດການໂຕເມນໂດຍກົງ.
– ARPA TLD ເປັນ DNS ຍຸກທໍາອິດເຊັ່ນ: arpa ໃນປະຈຸບັນຖືກມາໃຊ້ສຳຫຼັບສ້າງ Reverse DNS Lookup ທີ່ in-addr.arpa.
3. Second Level Domain ເປັນໂດເມນທີ່ແຈກໃຫ້ກັບອົງກອນ ຫຼື ບຸກຄົນທີ່ຕ້ອງການມີຊື່ໂດ ເມນເຊັ່ນ: cmsthalland, se-ed, Microsoft, ibm, oracle.

phpMyAdmin ແມ່ນຫຍັງ?

phpMyAdmin ເປັນເຄື່ອງມືສຳຫຼັບບໍລິຫານຈັດການຖານຂໍ້ມູນ MySQL Server ແບບອອນລາຍ ຜູ້ໃຊ້ງານສາມາດຄວບຄຸມຖານຂໍ້ມູນຜ່ານທາງໜ້າເວັບໄຊທ໌.ຜູ້ທີ່ຕ້ອງການໃຊ້ເຄື່ອງມືຕົວນີ້ສາມາດດາວໂຫຼດຕົວຕິດຕັ້ງໄດ້ຈາກເວັບໄຊທ໌’ http://www.phpmyadmin.net’ .

hMailServer ແມ່ນຫຍັງ?

hMailServer ເປັນຊອບແວທີ່ໃຊ້ເຮັດເມວເຊີເວີ ລັກສະນະໂອເພີນຊອດສໍາລັບຕິດຕັ້ງໃຊ້ງານລະບົບ Windows Server ມີລິຂະສິດແບບ GPL ຜູ້ໃຊ້ສາມາດນໍາໄປຕິດຕັ້ງໃຊ້ງານໄດ້ຟຣີ ຮອງຮັບໂປຣໂຕຄອລ ລະບົບເມວທັງສາມຊະນິດ ບໍ່ວ່າຈະເປັນ SMTP, POP3 ແລະ IMAP ນັບເປັນເມວເຊີເວີ ທີ່ໜ້າໃຊ້ງານ ອີກຕົວໜຶ່ງ.

CMS ແມ່ນຫຍັງ?

CMS ຫຍໍ້ມາຈາກ Content Management System ເປັນລະບົບທີ່ນໍາມາຊ່ວຍໃນການສ້າງ ແລະ ບໍລິການ Website ແບບສຳເລັດຮູບ ໃນການໃຊ້ງານ CMS ຜູ້ໃຊ້ທີ່ບໍ່ມີຄວາມຮູ້ໃນດ້ານການຂຽນໂປຣແກຣມ ກໍສາມາດສ້າງ Website ໄດ້ ຊຶ່ງພາຍໃນລະບົບ CMS ມີໂປຣແກຣມປະຍຸກແບບ ພ້ອມໃຊ້ງານຢູ່ ພາຍໃນຫຼວງຫຼາຍເຊັ່ນ: ລະບົບຈັດການບົດຄວາມ ແລະ ຂ່າວສານ (News and Story), ລະບົບຈັດການ ສະມາຊິກ (Member), ລະບົບສືບຄົ້ນຫາຂໍ້ມູນ (Search), ລະບົບຈັດການໄຟລ໌ດາວໂລດ (download), ລະບົບປະຕິທິນຂ່າວກິດຈະກຳ (Calendar), ລະບົບລວມຮູບເປັນແກລໍລີ (Web Gallery), ລະບົບຈັດການ ເອກກະສານ (Document Management) ເປັນຕົ້ນ.

ລະບົບເຄືອຂ່າຍຄອມພິວເຕີ (Computer Network) ແມ່ນຫຍັງ?

ແມ່ນການນໍາເຄື່ອງຄອມພີວເຕີລວມເຖິງ ອຸປະກອນຕ່າງໆ ເຊັ່ນ: ສະວິດ, ເຫຼົ່າເຕີ ແລະ ເຄື່ອງພິມ ມາເຊື່ອມຕໍ່ກັນໃຫ້ເປັນລະບົບເຄືອຂ່າຍ ໂດຍມີຕົວກາງໃນການນໍາພາສັນຍາ ເພື່ອໃຫ້ສາມາດຕິດຕໍ່ສື່ສານກັນໄດ້ເຮັດໃຫ້ເກີດປະໂຫຍກໃນການໃຊ້ງານດ້ານຕ່າງໆຕາມມາຫລາກຫຼາຍ.

ປະເພດຂອງລະບົບເຄືອຂ່າຍມີຫຍັງແນ່?

ລະບົບເຄືອຂ່າຍສາມາດແບ່ງອອກຕາມຂະໝາດຂອງລະບົບໄດ້ 3 ແບບຄື: ລະບົບເຄືອຂ່າຍທ້ອງຖິ່ນ, ລະບົບເຄືອຂ່າຍລະດັບເມືອງ, ລະບົບເຄືອຂ່າຍບໍລິເວນກວ້າງ.

ໂທໂປໂລຍີ (Topology) ລະບົບເຄືອຂ່າຍ ແມ່ນຫຍັງ?

ແມ່ນຮູບແບບການເຊື່ອມຕໍ່ເຄືອຂ່າຍ ຫຼື ໂທໂປໂລຍີ (Topology) ເປັນລັກສະນະທີ່ບອກເຖິງຮູບຮ່າງ ຫຼື ໂຄງສ້າງຂອງລະບົບເຄືອຂ່າຍ ສໍາລັບໂທໂປໂລທີ່ນິຍົມໃຊ້ກັນໃນເຄືອຂ່າຍແລນມີຢູ່ດ້ວຍກັນ 3 ຊະນິດຄື: ໂທໂປໂລຍີແບບບັດ (Bus Topology), ໄທໂປໂລຍີແບບສະຕາ (Star Topology), ໂທໂປໂລຍີແບບວົງແຫວນ (Ring Topology).

ອີເທີເນັດ (Ethernet) ແມ່ນຫຍັງ?

ອີເທີເນັດເປັນເທັກໂນໂລຢີທີ່ເລີ່ມຄິດຄົ້ນໂດຍບໍລິສັດ Xerox ໃຊ້ການຕໍ່ສາຍສັນຍາເພື່ອໃຫ້ຄອມພິວເຕີທຸກເຄື່ອງເຊື່ອມຕໍ່ເຖິງກັນ ໂດຍໃຊ້ວິທີ CSMA/CD (Carrier Sense Multiple Access/Collision Detection) ເຊິ່ງເຮັດໃຫ້ຄອມພິວເຕີໃນເຄືອຂ່າຍສາມາດເຫັນຂໍ້ມູນສາມາດເຫັນຂໍ້ມູນທີ່ໄຫລຢູ່ໃນສາຍສັນຍາແຕ່ຈະໃຫ້ຄອມພິວເຕີທີ່ເປັນເປົ້າໝາຍ ຫຼື ຖືກລະບຸໄວ້ເທົ່ານັ້ນທີ່ຮັບຂໍ້ມູນຂື້ນໄປ ໃນການສົ່ງຂໍ້ມູນດ້ວຍວິທີນີ້ຄອມພິວເຕີທີ່ຕ້ອງການສົ່ງຂໍ້ມູນຈະຕ້ອງກວດສອບການຈະລາຈອນຂອງຂໍ້ມູນໃນສາຍສັນຍາວ່າວ່າງ ຫຼື ບໍ່.

ໂທເຄັນຣິງ (Token-Ring) ແມ່ນຫຍັງ?

ໂທເຄັນຮິງເປັນມາດຕະຖານຂອງລະບົບເຄືອຂ່າຍແບບໜຶ່ງ ໃຊ້ວິທີການສົ່ງຂໍ້ມູນຊະນິດໜຶ່ງທີ່ເອີ້ນວ່າໂທເຄັນ (Token) ໃຫ້ເຄື່ອນທີ່ໄປພາຍໃນວົງແຫວນເຄືອຂ່າຍຢູ່ຕະຫລອດເວລາ.

ຊະນິດຂອງການເຮັດວຽກລະບົບເຄືອຂ່າຍແລນ (LAN) ມີຫຍັງແນ່?

ແບ່ງຕາມລັກສະນະການເຮັດວຽກໄດ້ 2 ຊະນິດ ຄື: Peer to Peer ແລະ Client/Server.

ລະບົບແລນໄຮ້ສາຍ (Wireless LAN) ແມ່ນຫຍັງ?

ເປັນລະບົບທີ່ໃຊ້ການຮັບສົ່ງຂໍ້ມູນຜ່ານທາງຄື້ນວິທະຍຸ ໂດຍສົ່ງຜ່ານທາງອາກາດ ບໍ່ຕ້ອງໃຊ້ສາຍ ສັນຍາໃດໆ ເໝາະກັບການເຮັດວຽກທີ່ຕ້ອງການຄວາມສະດວກໃນການເຄື່ອນຍ້າຍຄອມພິວເຕີ ມີຄວາມຄ່ອງຕົວສູງ ຄື່ນວິທະຍຸນີ້ມີຄຸນສົມບັດໃນການທະລຸລວງສິ່ງກີດຂວາງເຊັ່ນ ກຳແພງ ຫຼື ຜະໜັງຫ້ອງ ແຕ່ກໍ່ຕ້ອງຢູ່ໃນໄລຍະຣັດສະໜີຂອງຄວາມຖີ່ວິທະຍຸດ້ວຍ ຫາກເຄື່ອນຍ້າຍຄອມພິວເຕີໄປໄກຈາກຣັດສະໜີກໍຈະຂາດ ການຕິດຕໍ່ລະບົບນີ້ມີຄຸນສົມບັດຄືກັບລະບົບເຄືອຂ່າຍທີ່ໃຊ້ສາຍສັນຍາປົກກະຕິທົ່ວໄປ ເປັນເທັກໂນໂລຢີທີ່ກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນ ໃຊ້ໄດ້ທັງຄອມພິວເຕີແບບຕັ້ງໂຕະ ຫຼື ໂນ໊ດບຸດ ລວມເຖິງຄອມພິວເຕີມືຖື ຢ່າງ Pocket PC ຫຼື Palm ສາມາດເຊື່ອມຕໍ່ໄດ້ທັງແບບ Ad-Hoc ຄືການສື່ສານກັນໂດຍຕົງທີ່ບໍ່ຕ້ອງ Wireless Accesspoint ແລະ ແບບ Infrastructure ຫຼືແບບໂຄງສ້າງທີ່ຕ້ອງໃຊ້Wireless Accesspoint ມາເປັນຕົວກາງສໍາລັບຮັບສົ່ງຂໍ້ມູນຂອງຄອມພິວເຕີທີ່ຕິດຕັ້ງກັບເນັດເວີກໄຮ້ສາຍ.

ເຄືອຂ່າຍອິນເທີເນັດ (Internet) ແມ່ນຫຍັງ?

ອິນເຕີເນັດເປັນເຄືອຂ່າຍຄອມພິວເຕີທີ່ມີຄອມພິວເຕີເຊື່ອມຕໍ່ກັນທົ່ວທຸກມຸນໂລກ ໂດຍໃຊ້ໂປໂຕຄໍ TCP/IP (Transmission Control Protocol/Internet Protocol) ເຮັດໃຫ້ສາມາດແລກປ່ຽນຂໍ້ມູນກັນໄດ້ໃນທຸກຫົນແຫ່ງທີ່ມີອິນເທີເນັດເຂົ້າເຖິງ ອິນເທີເນັດຈຶ່ງນັບວ່າເປັນເຄືອຂ່າຍຄອມພິວເຕີທີ່ມີຂະໜາດໃຫຍ່ ທີ່ສຸດ. ເຄືອຂ່າຍອິນເຕີເນັດເກີດມາຈາກໂຄງການຂອງ ARPANET (Advanced Research Projects Agency Network) ຂອງກະຊວງຂອງລັດຖະບານ ມີຈຸດປະສົງເພື່ອເຊື່ອມຕໍ່ຄອມພິວເຕີທີ່ຢູ່ຫ່າງໄກກັນ. ຕໍ່ມາໄດ້ຖືກພັດທະນາໃຫ້ກາຍເປັນເຄືອຂ່າຍອິນເຕີເນັດແລະໃຊ້ກັນຢ່າງແຜ່ຫຼາຍ ໃນໂລກຂອງອິນເຕີເນັດຈະບໍ່ມີໃຜເປັນເຈົ້າຂອງແທ້ຈິງ ແລະ ບໍ່ສາມາດຄວມຄຸບເຄືອຂ່າຍອິນເທີເນັດໄດ້ທັງໝົດ ສາມາດຄວບຄຸມສະເພາະເຄືອຂ່າຍຂອງຕົນເອງທີ່ເຊື່ອມຕໍ່ກັບອິນເຕີເນັດເທົ່ານັ້ນ.

ເຄືອຂ່າຍອິນທາເນັດ (Intranet) ແມ່ນຫຍັງ?

ອິນທາເນັດເປັນລະບົບເຄືອຂ່າຍທີ່ເຊື່ອມຕໍ່ກັນກັບຄອມພິວເຕີແລະໃຊ້ໂປໂຕຄໍ TCP/IP ເຊັ່ນ ດຽວກັບອິນເຕີເນັດ ແຕ່ເຄືອຂ່າຍອິນທາເນັດເປັນລະບົບເຄືອຂ່າຍທີ່ຢູ່ພາຍໃນອົງກອນ ບໍ່ໄດ້ເຜຍແພ່ຂໍ້ມູນ ອອກສູ່ໂລກພາຍນອກຄືອິນເທີເນັດ ໂດຍທີເທັກໂນໂລຢີຄອຍໃຫ້ບໍລິການຄືກັບອິນເທີເນັດ ເຊັ່ນມີ Web Server ໃຫ້ບໍລິການເວັບໄຊ ມີ Mail Server ໄວ້ບໍລິການຈົດໝາຍອີເລັກໂທນິກພາຍໃນອົງກອນ, ລະບົບ FTP ສຳຫຼັບໂອນຖ່າຍຝ່າຍ, ລະບົບ DNS ສໍາລັບແປງຊື່ໂດເມັນເປັນໝາຍເລກ IP Address ແລະ ອື່ນໆ ທີ່ອິນເຕີເນັດເຮັດໄດ້ ອິນທາເນັດກໍມີເຊັ່ນກັນ ແຕ່ອິນທາເນັດກໍຍັງເປີດໂອກາດໃຫ້ຜູ້ໃຊ້ພາຍນອກເຂົ້າມາໃຊ້ຂໍ້ມູນໄດ້ ເອີ້ນວ່າ ເອັກທາເນັດ(Extranet) ເຊິ່ງອາດເຂົ້າມາທາງອິນເທີເນັດ ຫຼື ເຊື່ອມຕໍ່ຕົງມາໂດຍໃຊ້ໂມເດັມ, ແຕ່ຈະຖືກຄວບຄຸມໃຫ້ມີສິດທິເພິ່ງໄດ້ຮັບເທົ່ານັ້ນ.

ໂປໂຕຄໍ (Protocol) ແມ່ນຫຍັງ?

ການໃຊ້ງານໃນລະບົບເຄືອຂ່າຍທີ່ມີການເຊື່ອມຕໍ່ຫຼາຍໆເຄືອຂ່າຍເຂົ້າດ້ວຍກັນຫາກທຸກເຄືອຂ່າຍໃຊ້ ຂະບວນການ ຫຼື ວິທີການເຮັດວຽກດຽວກັນ ກໍງ່າຍຕໍ່ການຕິດຕໍ່ສື່ສານ ແລະ ບໍ່ເກີດປັນຫາໃດໆ. ໃນເຄືອຂ່າຍອິນເຕີເນັດທີ່ມີຈໍານວນເຄືອຂ່າຍຫຼວງຫຼາຍເຊື່ອມຕໍ່ກັນຢູ່ ແຕ່ລະເຄືອຂ່າຍກໍມີລະບົບທີ່ແຕກຕ່າງກັນອອກໄປ ດັ່ງນັ້ນຈຶ່ງຕ້ອງມີລະບຽບດັ່ງກ່າວເອີ້ນວ່າ “ໂປໂຕຄໍ”.

ໄອພີແອັດເດດ (IP Address) ແມ່ນຫຍັງ?

IP Address ເປັນໝາຍເລກປະຈໍາຄອມພິວເຕີ ແລະ ອຸປະກອນຕ່າງໆ ທີ່ເຊື່ອມຕໍ່ຢູ່ໃນເຄືອຂ່າຍ ເພື່ອໃຊ້ລະບຸທີ່ຢູ່ ຫຼື ຕໍາແໜ່ງຂອງຄອມພິວເຕີ້ ແລະ ອຸປະກອນໂດຍບໍ່ຊ້ຳກັນ ເຮັດໃຫ້ຄອມພິວເຕີ ແລະ ອຸປະກອນສາມາດຕິດຕໍ່ສື່ສານ ຫຼື ຮັບສົ່ງຂໍ້ມູນໄດ້ຢ່າງຖືກຕ້ອງ. IP Address ມີລັກສະນະເປັນຕົວເລກ 4 ກຸ່ມ ແຕ່ລະກຸ່ມຈະຄັນດ້ວຍເຄື່ອງໝາຍ (.) ເຊັ່ນ 192.168.1.22; IP Address ກໍຄືກັບເລກທີ່ບ້ານ ເຊິ່ງບ້ານແຕ່ລະຫລັງຈະຕ້ອງມີເລກທີ່ບ້ານທີ່ບໍ່ຊ້ຳກັນ ເພາະຖ້າຊໍ້າກັນແລ້ວ ບຸລຸດໄປສະນີຈະຫາທີ່ຢູ່ບໍ່ເຫັນ ເຮັດໃຫ້ສົ່ງຈົດໝາຍບໍ່ໄດ້ ສໍາລັບມາດຕະຖານການກຳນົດ IP Address ຈະມີໜ່ວຍງານກາງຄື InterNIC (Inter Network Information Center) ເຮັດໜ້າທີ່ຈັດສັນ IP Address ໃຫ້ກັບຜູ້ໃຊ້ທົ່ວໂລກ IP Address ໃນປັດຈຸບັນຍັງຄົງໃຊ້ເວີຊັ່ນ 4 ແຕ່ໃນອະນາຄົດຈະນໍາເວີຊັ່ນ 6 ມາໃຊ້ ເອີ້ນວ່າ IPv6.

ຊັບເນັດມາກ (Subnet Mask) ແມ່ນຫຍັງ?

ເປັນຄໍາທີ່ລະບຸວ່າຄອມພິວເຕີເຄື່ອງນີ້ຢູ່ເຄືອຂ່າຍໃດ ຫຼື ເປັນຄ່າທີ່ແບ່ງກຸ່ມເຄືອຂ່າຍໂດຍຕ້ອງສອດຄ້ອງກັບ Class ຂອງ IP Address. ຊັບເນັດມາກຈະເປັນຕົວເລກ 4 ຂຸດ ເຊັ່ນດຽວກັບ IP Address ແຕ່ຈະມີຄ່າເປັນ 0 ກັບ 255 ເທົ່ານີ້ (ແຕ່ບາງກໍລະນີກໍ່ເປັນຄ່າອື່ນໄດ້ ເມື່ອຖືກແບ່ງຊັບເນັດ).

ພອດ (Port) ແມ່ນຫຍັງ?

ພອດເປັນຊ່ອງທາງການສື່ສານຂອງຄອມພີວເຕີທີ່ເປີດບໍລິການຕ່າງໆ ໂດຍຫາກປຽບ IP Address ເປັນເລກທີ່ເຮືອນ ໝາຍເລກພອດກໍ່ອາດປຽບໄດ້ກັບປະຕູບ້ານ ຫຼື ປະຕູຫ້ອງ. ຍົກຕົວຢ່າງເຊັ່ນ ເຮົາຕ້ອງການເດີນທາງໄປຫາໝູ່ທີ່ອາໄສໃນຫໍພັກແຫ່ງໜຶ່ງ ດັ່ງນັ້ນເຮົາຈະຕ້ອງຮູ້ທີ່ຢູ່ຫໍພັກກັບໝາຍເລກ ຫໍພັກ ແລ້ວເຖິງຈະເດີນທາງໄປຫໍພັກໄດ້ເຊິ່ງປຽບໄດ້ກັບການທີ່ຈະຕ້ອງຮູ້ IP Address ກັບໝາຍເລກພອດຂອງຄອມພີວເຕີປາຍທາງຈຶ່ງຈະເຂົ້າໄປໃຊ້ບໍລິການເທິງຄອມພີວເຕີເຄື່ອງນັ້ນໆໄດ້ ແລະ ຄອມພີວເຕີໜຶ່ງເຄື່ອງສາມາດເປີດບໍລິການໄດ້ຫຼາຍຢ່າງໂດຍບໍລິການແຕ່ລະປະເພດຈະມີພອດເປັນຂອງຕົນ ເອງ ເຊັ່ນ ໃຊ້ພອດໝາຍເລກ 80 ສ່ວນ FTP Server ໃຊ້ພອດໝາຍເລກ 21 ແລະ ພອດຈະມີຢູ່ 2 ຊະນິດ ຄື TCP Port ກັບ UDP Port ເຊິ່ງແຕ່ລະຊະນິດຈະມີຈານວນທັງໝົດ 65.535 ພອດ.

ເວີວາຍເວັບ (World Wide Web) ແມ່ນຫຍັງ?

ເວີວາຍເວັບ (World Wide Web) ຫຼື ທີ່ເອີ້ນກັນສັ້ນໆວ່າ: www ຄືບໍລິການເຜີຍແຜ່ຂໍ້ມູນຂ່າວສານທີ່ມີຜູ້ໃຊ້ວຽກຫຼາຍທີ່ສຸດໃນອິນເຕີເນັດ ແລະ ສາມາດນໍາມາໃຊ້ໄດ້ໃນລະບົບເຄີຍຂ່າຍອິນເຕີເນັດ, ສິ່ງສໍາຄັນທີ່ສຸດສໍາລັບການບໍລິການຂໍ້ມູນເຫຼົ່ານີ້ກໍ່ຄື: Web Server ທີ່ຄອຍເຮັດໜ້າທີ່ສົ່ງຂໍ້ມູນໃຫ້ກັບຄອມພິວເຕີ ທີ່ໃຊ້ບຣາວເຊີຂໍເບິ່ງເວັບໄຊ ເຊິ່ງ Web Server ຈະໃຫ້ບໍລິການຜ່ານພອດ 80 ແລະ ໃຊ້ໂປຣໂຕຄໍ HTTP ຕິດຕໍ່ກັບບຣາວເຊີຂອງ Client.

ຈົດໝາຍອີເລັກໂທນິກ ຫຼື ອີເມວ (E-mail : Electronic mall) ແມ່ນຫຍັງ?

ເປັນການສື່ສານທີ່ສະດວກ ວ່ອງໄວ ແລະ ໃຊ້ກັນມາດົນແລ້ວ ເຊິ່ງສິ່ງສໍາຄັນທີ່ຜັກດັນໃຫ້ການຮັບສົ່ງອີເມວເທິງເຄືອຂ່າຍອິນເຕີເນັດ ແລະ ອິນທຣາເນັດເປັນໄປໄດ້ຢ່າງງ່າຍດາຍກໍຄື Mall Server ເພາະເຮັດໜ້າທີ່ຈັດການຮັບສົ່ງອີເມວ, ຊ່ວຍໃຫ້ອີເມວຂອງຜູ້ສົ່ງສາມາດເດີນທາງໄປສູ່ຜູ້ຮັບພາຍໃນເວລາອັນສັ້ນ ສ່ວນຜູ້ໃຊ້ອີເມວແຕ່ລະຄົນຈະຕ້ອງມີໝາຍເລກບ່ອນຢູ່ອີເມວ (E-mail Address) ເປັນຂອງຕົວເອງ ໂດຍຂຶ້ນຕົ້ນດ້ວຍຊື່ຜູ້ໃຊ້ແລ້ວຂັ້ນດ້ວຍ ເຄື່ອງໝາຍ @ ຕາມດ້ວຍໂດເມນເນມ (ເຊັ່ນ: pisal@mynet.co.th) ແລະ ຜູ້ໃຊ້ທຸກຄົນຈະມີອີເມວບ່ອກ ຫຼື ກ່ອງໃສ່ຈົດໝາຍທີ່ຢູ່ເທິງ Mail Server ທີ່ຕົນເອງເປັນສະມາຊິກ.

ຣີເລໂຮດສ໌ (Relay Host) ແມ່ນຫຍັງ?

ຣີເລໂຮດສ໌ (Relay Host) ຫຼື ອາດຈະເອີ້ນວ່າ: ສະມາດໂຮດສ໌ (Smart Host) ເຮັດໜ້າທີ່ ເປັນຕົວກາງໃນການຮັບອີເມວຈາກ Mail Server ເພື່ອສົ່ງຕໍ່ໄປທີ່ Mail Server ປາຍທາງ ຫຼື ອາດຈະ ສົ່ງໄປທີ່ຣີເລໂຮສອື່ນໆ ຈົນກວ່າຈະເຖິງ Mail Server ປາຍທາງ ແລະ ໃນທາງກັບກັນກໍຈະຮັບອີເມວ ຈາກພາຍນອກກ່ອນສົ່ງເຖິງ Mail Server ຂອງອົງກອນ (ໂດຍທົ່ວໄປ Mail Server ສາມາດເຮັດໜ້າ ທີ່ເປັນຣີເລໂຮສໄດ້ໃນຕົວເອງ).

NAT ແມ່ນຫຍັງ?

NAT (Network Address Translation) ເປັນລະບົບການແປງ IP Address ຂອງ Client ທີ່ໃຊ້ ໄອພີແບບພາຍນອກໃຫ້ເປັນ IP Address ຂອງ NAT Server ເຊິ່ງໃຊ້ໄດ້ຈິງບົບອິນເຕີເນັດ, ຈາກນັ້ນຈຶ່ງຕິດຕໍ່ອອກໄປໃນອິນເຕີເນັດເມື່ອໄດ້ຮັບຂໍ້ມູນກັບມາ. NAT Server ຈະແປງ IP Address ໄປເປັນຂອງ Client ແລະ ສົ່ງຂໍ້ມູນນັ້ນກັບໄປສູ່ Client ເຮັດໃຫ້ Client ສາມາດໃຊ້ອິນເຕີເນັດໄດ້ ໂດຍທີ່ຜູ້ໃຊ້ເອງບໍ່ຮູ້ເລີຍວ່າ ອິນເຕີເນັດທີ່ໃຊ້ນັ້ນໄດ້ຜ່ານຂະການ NAT ກjອນ ແລະ ຈາກການທີ່ Client ບໍ່ຕ້ອງໃຊ້ IP Address ທີ่ໃຊ້ໄດ້ຈິງບົນອິນເຕີເນັດມີຜົນໃຫ້ບຸກຄົນພາຍນອກທີຢູ່ໃນອິນເຕີເນັດຈະເບິ່ງເຫັນແຕ່ເຄື່ອງທີເຮັດໜ້າທີ NAT ເທົ່ານັ້ນຈຶ່ງຊ່ວຍເພິ່ມຄວາມປອດໄພໃຫ້ Client ທາງໜຶ່ງ ອີກທັງຍັງຊ່ວຍປະຍັດ IP Address.

Remote Access Service ແມ່ນຫຍັງ?

Remote Access Service ຫຼື RAS ເປັນບໍລິການທີ່ຮອງຮັບຜູ້ໃຊ້ທີ່ໃຊ້ວິທີເຊື່ອມຕໍ່ຈາກພາຍນອກ ເຂົ້າມາໃນເຄືອຂ່າຍຂອງອົງກອນເພື່ອຂໍໃຊ້ຂໍ້ມູນຕ່າງ ເຊິ່ງຜູ້ໃຊ້ຈະໜູນໂມເດັມ (Dial-up) ເຊື່ອມຕໍ່ມາທີ່ໂມເດັມທີ່ຕິດຕັ້ງໄວ້ເທິງ Remote Access Server ໂດຍຜ່ານລະບົບເຄືອຂ່າຍໂທລະສັບ, ຈາກນັ້ນ Remote Access Server ຈະກວດສອບວ່າຜູ້ໃຊ້ເຊື່ອມຕໍ່ເຂົ້າມາມີສິດທິໃນການໃຊ້ ຫຼື ບໍ່ ຖ້າໄດ້ຮັບສິດທິ ກໍຈະເປີດໃຫ້ເຊື່ອມຕໍ່ເຂົ້າມາໄດ້ ຫຼື ໃນກໍລະນີທີ່ອົງກອນຂອງເຈົ້າມີສາຂາຍ່ອຍທີ່ຢູ່ຫ່າງອອກໄປ ແລະ ຕ້ອງການສາຂາຍ່ອຍໜູນໂມເດັມເຊື່ອມຕໍ່ມາທີ່ສໍານັກງານໃຫຍ່ເພື່ອໃຊ້ຂໍ້ມູນ ກໍຈຳເປັນຕ້ອງເປີດບໍລິການ ເຊື່ອມຕໍ່ໄລຍະໄກໄວ້ເພື່ອຮອງຮັບ.

Terminal Sevices ແມ່ນຫຍັງ?

Terminal Sevices ເປັນບໍລິການທີ່ຍອມໃຫ້ Client ນໍາໃຊ້ Application ຫຼື ໂປຣແກຣມຕ່າງໆທີ່ຕິດຕັ້ງກ່ຽວກັບຄອມພິວເຕີເຊີເວີເຄືອຂ່າຍໃນອົງກອນ ລວມທັງຜ່ານເຄືອຂ່າຍອິນເຕີເນັດ ຫຼື ອາດຈະເຊື່ອມຕໍ່ ໂດຍກົງລະຫ່ວາງໂມເດັມຂອງເຊີເວີກັບ Client ໂດຍທີ່ Client ຈະດຶງພາບໜ້າຈໍຂອງເຊີເວີໄວ້ມາສະແດງກ່ຽວກັບພາບໜ້າຈໍຂອງ Client ເພື່ອຈະໄດ້ໃຊ້ Application ຫຼື ໂປຣແກຣມທີ່ເຊີເວີຈັດໄວ້ໃຫ້ ແລະ ຖ້າຫາກວ່າເຊີເວີໄດ້ເຊື່ອມຕໍ່ອິນເຕີນັດ Client ສາມາດໄຊ້ບຣາວເຊີເປີດເວັບໄຊ້ໃນອິນເຕີເນັດ ຫຼື ໂປຣແກຣມ Windows Live Messenger ໄດ້ເຊັ່ນ: ເຊິ່ງການເຮັດວຽກທັງໝົດລວມທັງການປະເມີນຜົນຈະເປັນໜ້າທີ່ຂອງເຊີເວີ ດັ່ງນັ້ນໄດ້ເອັນຈຶ່ງເປັນພຽງສ່ວນທີ່ຖ້າສົ່ງຄໍາສັ່ງຈາກຄີບອດກັບເຂົ້າໄປທີ່ເຊີເວີ ແລະ ສະແດງ ຜົນອອກທາງມໍນິເຕີເທົ່ານັ້ນ ສ່ວນພາລະອື່ນໆ ຈະຕົກຢູ່ທີ່ເຊີເວີ ສໍາລັບຄອມພິວເຕີເຊີເວີທີ່ໃຫ້ບໍລິການ Terminal Services ເອີ້ນວ່າ Terminal Sevices.

ສະຕຣີມມິ່ງ (Streaming) ແມ່ນຫຍັງ?

ສະຕຣີມມິ່ງ (Streaming) ເປັນເທັກໂນໂລຍີການສົ່ງຂໍ້ມູນເມົາຕີມີເດຍຈາກ Streaming Media Server ໃນລັກສະນະຕໍ່ເນື່ອງໄປທີ່ຜູ້ຮັບຜ່ານເຄືອຂ່າຍອິນເຕີເນັດ ແລະ ອິນທຣາເນັດ ຫຼື ເຄືອຂ່າຍອື່ນໆ ເຮັດໃຫ້ຜູ້ຮັບສາມາດເປີດເບິ່ງຂໍ້ມູນໄດ້ເກືອບທັນທີໂດຍບໍ່ຕ້ອງຖ້າໂຫຼດຂໍ້ມູນຈົນຄົບ. ຍົກຕົວຢ່າງເຊັ່ນ: ຜູ້ໃຊ້ ສາມາດຟັງເພງເທິງເວັບໄຊທີ່ມີເພງໃຫ້ຟັງແບບອອນລາຍໄດ້ທັນທີໂດຍບໍ່ຕ້ອງດາວໂຫຼດໄຟລເພງມາທີ່ຄອມພິວເຕີ ຫຼື ການເປີດເບິ່ງຕົວຢ່າງໜັງ ຫຼື ຄຣິບວີດີໂອໄດ້ເກືອບທັນທີ ຫຼື ການເຜີຍແຜ່ລາຍການ ໂທລະທັດຂອງສະຖານີໂທລະທັດຕ່າງໆ ຜ່ານທາງເວັບໄຊ ເຊິ່ງບໍ່ຈຳກັດວ່າຈະເປັນເທບທີ່ບັນທຶກໄວ້ ຫຼື ເປັນການຖ່າຍທອດສົດ ຕ່າງກໍ່ໃຊ້ເທັກໂນໂລຢີສະຕຣີມມິງເຜີຍແຜ່ຂໍ້ມູນດ້ວຍກັນທັງນັ້ນ, ຈຶ່ງຊ່ວຍຫຼຸດເວລາ ແລະ ເພິ່ມຄວາມສະດວກໃນການທີ່ບໍ່ຕ້ອງດາວໂຫຼດໄຟລ໌ເມົາຕີມີເດຍນັ້ນ ເນື່ອງຈາກການດາວໂຫຼດໄຟລ໌ ປະເພດເມົາຕິມີເດຍມັກໃຊ້ເວລາດົນ ແຕ່ຂໍ້ດີຂອງການດາວໂຫຼດມາເກັບໄວ້ໃນຮາດດິດຄືສາມາດເອີ້ນເບິ່ງ ຊໍ້າໄດ້ຕະຫຼອດຕາມທີ່ຕ້ອງການ ສໍາລັບການໃຊ້ເທັກໂນໂລຢີສະຕຣີມມິງຈະໃຊ້ກັບຂໍ້ມູນປະເພດເມົາຕິມີເດຍ ໄດ້ແກ່ຂໍ້ດີໂອ (Audio) ກັບວີດີໂອ (Video).

ຄວາມໝາຍຂອງຄອມພິວເຕີ ແມ່ນຫຍັງ?

ຄອມພິວເຕີ ເປັນອຸປະກອນອີເລັກໂທນິກທີ່ຊ່ວຍ ໃຫ້ການເຮັດວຽກຕ່າງໆຂອງຄົນເຮົາມີຄວາມ ສະດວກວ່ອງໄວ ແລະ ຖືກຕ້ອງ ເຊັ່ນ ໃຊ້ຈັດເກັບຂໍ້ມູນ, ຄິດໄລ່, ປະມວນຜົນຂໍ້ມູນ ແລະ ເຮັດວຽກຕ່າງໆທີ່ເກີນຄວາມສາມາດຂອງຄົນເຮົາ. ຄອມພິວເຕີໄດ້ຖືກນໍາມາໃຊ້ວຽກກັນຢ່າງຫຼວງຫຼາຍທີ່ສຸດໃນປັດຈຸບັນ ຈະເປັນກຸ່ມຂອງຄອມພິວເຕີປະເພດ ໄມໂຄຣຄອມພິວເຕີ (Micro Computer) ເຊັ່ນ: ຄອມພິວເຕີສ່ວນບຸກຄົນ (Personal Computer: PC), ໂນດບຸກ (Notebook), Tablet PC, Smartphone ທີ່ເຮົາພົບເຫັນ ຫຼື ໃຊ້ ວຽກທົ່ວໄປໃນຊີວິດປະຈຳວັນ.

ອ້າງອິງ: ຈາກ ປຶ້ມ ລະບົບຄອມພິວເຕີ ແລະ ສ້ອມແປງ (Computer Systems Support), ສະຖາບັນເຕັກໂນໂລຊີ ສຸດສະກະ

Hardware ແມ່ນຫຍັງ?

ແມ່ນໂຕເຄື່ອງ ແລະ ອຸປະກອນຕ່າງໆຂອງຄອມພິວເຕີທຸກໆອັນ ໂດຍເຮົາສາມາດຈັບບາຍ ໄດ້ ເຊັ່ນ: ຊີພີຍູ, ແຣມ, ເມນບອດ, ຮາດດິດ, ກາດຈໍ, ແຫຼ່ງຈ່າຍໄຟ, ຈໍພາບ, ເຄສ, ແປ້ນພິມ, ເມົາ ແລະ ອື່ນໆ ລ່ວມທັງອຸປະກອນຈໍາພວກ Smartphone ແລະ Tablet PC.

Software ແມ່ນຫຍັງ?

ແມ່ນໂປຣແກຣມ ຫຼື ຊຸດຂໍ້ມູນຄໍາສັ່ງຕ່າງໆທີ່ຖືກຂຽນຂຶ້ນ ເພື່ອໃຊ້ຄວບຄຸມ ຫຼື ສັ່ງການໃຫ້ ຄອມພິວເຕີເຮັດວຽກຕາມທີ່ເຮົາຕ້ອງການ.

ຊອບແວລະບົບ (System Software) ແມ່ນຫຍັງ?

System Software ຈໍາເປັນຕ້ອງຕິດຕັ້ງຢູ່ໃນຄອມພິວເຕີທຸກເຄື່ອງ ເພື່ອໃຫ້ຜູ້ໃຊ້ສາມາດຄວບຄຸມ ຫຼື ສັ່ງການຄອມພິວເຕີໄດ້ ເຊັ່ນ: Windows, MacOS, Ubuntu ນັບທັງອຸປະກອນ Smartphone ແລະ Tablet ຕົວຢ່າງ: iOS, Android, ແລະ Windows Phone.

ຊອບແວປະຍຸກ (Application Software) ແມ່ນຫຍັງ?

ໃຊ້ຕິດຕັ້ງລົງໃນຊອບແວລະບົບເພື່ອຊ່ວຍໃຫ້ເຮົາ ສ້າງສັນວຽກຕ່າງໆໄດ້ ເຊັ່ນ: MS-Office, Photoshop, AutoCAD, Maya, 3D Studio MAX, ໂປຣແກຣມ Antivirus ແລະ ອື່ນໆ ລວມໄປເຖິງ App ຕ່າງໆທີ່ຖືກໃຊ້ເທິງອຸປະກອນ Smart Phone ແລະ Tablet.

People ware ແມ່ນຫຍັງ?

ແມ່ນຜູ້ທີ່ໃຊ້ວຽກ ຫຼື ເຮັດວຽກຢູ່ກັບເຄື່ອງຄອມພິວເຕີ ລວມໄປເຖິງຜູ້ທີ່ມີຄວາມຮູ້ຊຳນານ, ຊ່າງຄອມ, ຜູ້ຂຽນໂປຣແກຣມ, ນັກວິເຄາະລະບົບ (System Analyst) ແລະ ອື່ນໆ.

ຄອມພິວເຕີແບບເດສທອບ (Desktop) ແມ່ນຫຍັງ?

ຄອມພິວເຕີແບບເດສທອບ (Desktop) ຫຼື ທີ່ເຮົາມັກເອີ້ນກັນວ່າ ພີຊີ (PC) ເປັນຄອມພິວເຕີແບບຕັ້ງໂຕະ ຫຼື ຕັ້ງພື້ນທີ່ຖືກອອກແບບມາສໍາລັບເຮັດວຽກຢູ່ກັບທີ່ເພາະຄອມພິວເຕີຊຸດມາດຕະຖານຂະໜາດ ATX ທີ່ໃຊ້ກັນທົ່ວໄປຈະມີຂະໜາດໃຫຍ່ ນ້ຳໜັກຫຼາຍ ແລະ ເຖິງຈະເລືອກໃຊ້ຄອມພິວເຕີຊຸດນ້ອຍໆຄື: Micro-ATX ຫຼື Mini-ITX ແຕ່ກໍຍັງລໍາບາກທີ່ຍັງຕ້ອງສຽບປັກໄຟຢູ່ຕະຫຼອດການໃຊ້ວຽກ ເຮັດໃຫ້ບໍ່ສະດວກທີ່ຈະຕ້ອງພົກພາ ຫຼື ເຄື່ອນຍ້າຍໄປມາເລື່ອຍໆ ແລະ ຍ້ອນຄວາມບໍ່ສະດວກນີ້ ເຮັດໃຫ້ປັດຈຸບັນ ຄອມພິວເຕີແບບນີ້ຈຶ່ງຖືກໃຊ້ວຽກໜ້ອຍລົງ, ໂດຍມັກມີໄວ້ເປັນເຄື່ອງຫຼັກເພື່ອເຮັດວຽກໃນຫ້ອງການ ຫຼື ເຮັດ ວຽກຢູ່ກັບບ້ານ.

ຄອມພິວເຕີແບບພົກພາ (Notebook) ແມ່ນຫຍັງ?

ທີ່ຕ່າງປະເທດມັກເອີ້ນກັນວ່າ: ແລັບທອບ (Laptop) ເປັນຄອມພິວເຕີຂະໜາດນ້ອຍທີ່ສາມາດພົກພາໄປໃຊ້ວຽກໃນສະຖານທີ່ຕ່າງໆໄດ້ຢ່າງສະດວກໂດຍບໍ່ຈໍາເປັນຕ້ອງສຽບປັກໄຟຢູ່ຕະຫຼອດເວລາຄືກັບພີຊີ ແຕ່ອາໃສພະລັງວຽກຈາກຖ່ານທີ່ສາມາດໃຊ້ວຽກໄດ້ດົນ, ຫຼາຍຊົ່ວໂມງ ແລະ ບໍ່ສິ້ນເປືອງພື້ນທີ່ໃນການຈັດວາງ, ລາຄາທີ່ບໍ່ແພງຄືແຕ່ກ່ອນ ແລະ ປະສິດທິພາບຍັງໃກ້ຄຽງກັບພີຊີໂດຍທົ່ວໄປ ເຮັດໃຫ້ໄດ້ຮັບຄວາມ ນິຍົມຢ່າງຫຼວງຫຼາຍ.

ລະບົບສໍາຜັດໜ້າຈໍ (Tablet PC) ແມ່ນຫຍັງ?

ເປັນໂນດບຸກທີ່ມີຄວາມພິເສດບ່ອນທີ່ມີໜ້າຈໍຮອງຮັບລະບົບ ສຳຜັດ ຫຼື ທີ່ເອີ້ນວ່າ: ຈໍພາບແບບທັສກຣີນ (Touch Screens) ຈັດຢູ່ໃນກຸ່ມຂອງໂນດບຸກປະເພດ ແທັບເລັດພີຊີ (Tablet PC) ໂດຍແຕ່ກ່ອນຈະໃຊ້ລະບົບອີເລັກໂທຣນິກທີ່ເອີ້ນວ່າ: Stylus ຫຼື ນິ້ວມືໃດນິ້ວມືໜຶ່ງສໍາຜັດລົງໜ້າຈໍພາບເພື່ອສັ່ງການ ຫຼື ປ້ອນຂໍ້ມູນ ແຕ່ປັດຈຸບັນເກືອບທຸກລຸ້ນຍັງຮອງຮັບ ການສໍາຜັດລົງໜ້າຈໍດ້ວຍນິ້ວມືຫຼາຍກວ່າໜຶ່ງນິ້ວ (Multi-Touch) ໄດ້ດ້ວຍ.

ເບົາບາງພິເສດ (Ultra-thin Notebook) ແມ່ນຫຍັງ?

ເປັນໂນດບຸກທີ່ມີຄວາມບາງນໍ້າໜັກເບົາ ແລະ ກິນໄຟໜ້ອຍເຮັດໃຫ້ໃຊ້ວຽກຖ່ານໄດ້ຍາວນານ ໂດຍຕົວເຄື່ອງໄດ້ຮັບການອອກແບບມາເປັນພິເສດເມື່ອ ເວລາພົບໜ້າຈໍລົງແລ້ວເບິ່ງຈາກທາງເບື້ອງຂ້າງຈະມີຄວາມໜາພຽງບໍ່ເກີນ 1 ນິ້ວ ຫຼື 2.54 ຊມ ເທົ່ານັ້ນ ດ້ວຍເຫດນີ້ຊິ້ນສ່ວນພາຍໃນຈຶ່ງຕ້ອງຖືກອອກແບບມາເປັນພິເສດເພື່ອໃຫ້ສາມາດຈັດວ່າງລົງໃນຕົວເຄື່ອງໄດ້ຢ່າງເໝາະສົມ.

ແບບນ້ອຍເພື່ອການພົກພາ (Netbook) ຫຼື ເອີ້ນວ່າ: Mini-Notebook ແມ່ນຫຍັງ?

ເປັນໂນດບຸກທີ່ຕົວເຄື່ອງມີຂະໜາດນ້ອຍຫຼາຍຈົນສາມາດວາງເທິງຟາມືເບື້ອງດຽວໄດ້ ໂດຍມີຂະໜາດຂອງຈໍພາບ 12.1 ນີ້ວນໜັກເບົາພຽງ 1.0-1.5kg ແລະ ໃຊ້ວຽກຖ່ານຕໍ່ເນື່ອງໄດ້ດົນປະມານ 4-6 ຊົ່ວໂມງ ບາງລຸ້ນອາດຮອງຮັບການໃຊ້ວຽກເຄື່ອຂ່າຍ 3G ໂດຍຈະມີຊ່ອງໃສ່ຊີມກາດ (Sims Card) ມາໃຫ້ນໍາ. ໂນດບຸກແບບນີ້ອາດບໍ່ເໝາະກັບການນໍາມາໃຊ້ວຽກເປັນຫຼັກ ເພາະປະສິດທິພາບທີ່ຈະໄດ້ຮັບ ອາດຈະພຽງພໍຕໍ່ການໃຊ້ວຽກພື້ນຖານຕ່າງໆເຊັ່ນ: ເຊື່ອມຕໍ່ອິນເຕີເນັດເພື່ອເຂົ້າເບິ່ງເວັບໄຊ້, ຮັບສົ່ງເມວ, ສົນທະນາອອນລາຍ ຫຼື ພິມວຽກເອກະສານເລັກໆນ້ອຍໆ ເທົ່ານັ້ນ.

ແບບທົນທານສໍາລັບວຽກໜັກ (Rugged Notebook) ແມ່ນຫຍັງ?

ເປັນໂນດບຸກທີ່ຖືກອອກແບບມາໃຫ້ທົນທານຕໍ່ການກະທົບ ແລະ ທົນທານຕໍ່ການໃຊ້ວຽກໃນທຸກໆສະພາບແວດລ້ອມ ຫຼື ໃນທຸກໆສະພາບອາກາດທີ່ບໍ່ດີ, ບໍ່ວ່າຈະເປັນໃນບ່ອນທີ່ມີອຸນຫະພູມຮ້ອນສູງ, ເຢັນຈົນອາກາດຕິດລົບ, ບ່ອນທີ່ມີອາກາດປ່ຽນແປງຢູ່ຕະຫຼອດ ແລະ ບໍລິເວນກໍ່ສ້າງທີ່ມີຝຸ່ນລະອອງເປັນຈໍານວນຫຼາຍ ເປັນຕົ້ນ. ດ້ວຍເຫດນີ້ສ່ວນປະກອບທຸກສ່ວນຈຶ່ງຕ້ອງຖືກອອກແບບມາໃຫ້ທົນທານເປັນພິເສດ ແລະ ຖືກປ້ອງກັນໃຫ້ປອດໄພຈາກສິ່ງລົບກວນຕ່າງໆທີ່ຢູ່ພາຍນອກຕົວເຄື່ອງ ດັ່ງນັ້ນ, ຈຶ່ງເໝາະສຳຫລັບຜູ້ທີ່ ຕ້ອງການນໍາໄປໃຊ້ວຽກຫນັກໂດຍແທ້ຈິງ.

ຄອມພິວເຕີແບບແທັບເລັດ (Tablet) ແມ່ນຫຍັງ?

ຄວາມນິຍົມໃນຕົວແທັບເລັດເລີ່ມຕົ້ນເມື່ອ 5-6 ປີທີ່ຜ່ານມາໂດຍທີ່ກ່ອນໜ້ານັ້ນເຖິງວ່າຈະມີໂນດບຸກ ແບບທີ່ຮອງຮັບລະບົບສໍາຜັດໜ້າຈໍ (Tablet PC) ວາງຂາຍຢູ່ກ່ອນແລ້ວໃນທ້ອງຕະຫຼາດ ແລະ ຕໍ່ມາກໍ່ຍັງມີແທັບເລັດຄອມພິວເຕີຄື: iPad ລຸ້ນທໍາອິດຂອງ Apple ມາເປີດຕະຫຼາດອີກແຕ່ກໍຍັງບໍ່ໄດ້ຮັບການຕອບຮັບຈາກຜູ້ໃຊ້ເທົ່າທີ່ຄວນ; ຕໍ່ມາມາຫຼັງຈາກນັ້ນອີກ 1-2 ປີ ບໍລິສັດຜະລິດເຄື່ອງໃຊ້ໄຟຟ້າລາຍໃຫຍ່ຄື: Samsung ກໍ່ໄດ້ເລີ່ມຊຸກຍູ້ຕະຫຼາດແທັບເລັດໃຫ້ເຕີບໃຫຍ່ ໂດຍຮ່ວມມືກັບ Google ນໍາເອົາລະບົບປະຕິບັດການ Android ທີ່ເປັນ Open-source ມາພັດທະນາ ແລ້ວຕິດຕັ້ງລົງໃນແທັບເລັດລຸ້ນຕ່າງໆຂອງຕົນ ເພື່ອອອກສູ່ຕະຫຼາດ ເຊິ່ງກໍໄດ້ຮັບການຕອບສະໜອງຈາກຜູ້ໃຊ້ຢູ່ບໍ່ໜ້ອຍ ແລະ ບ່ອນນີ້ເອງໄດ້ກາຍເປັນຈຸດ ເລີ່ມຕົ້ນສໍາຄັນທີ່ເຮັດໃຫ້ຫຼັງຈາກນັ້ນບໍລິສັດຜູ້ຜະລິດອີກຫຼາຍແຫ່ງບໍ່ວ່າຈະເປັນ Acer, Asus, HTC ແລະ Sony ຕ່າງກໍ່ຫັນມາຈັບມືກັບ Google ເພື່ອຜະລິດແທັບເລັດລຸ້ນຕ່າງໆທີ່ໃຊ້ລະບົບປະຕິບັດການ Android ລົງແຂ່ງຂັນໃນຕະຫຼາດດ້ວຍ ລວມເຖິງແທັບເລັດຈີນລາຄາຖືກຫຼາຍລຸ້ນ/ຍີ່ຫໍ້ ຕ່າງກໍ່ເອົາລົງສູ່ຕະຫຼາດ ແທັບເລັດຢ່າງຫຼວງຫຼາຍ.

ຄອມພິວເຕີແບບສະມາດໂຟນ (Smartphone) ແມ່ນຫຍັງ?

ສະມາດໂຟນ (Smartphone) ຄໍານີ້ຄວາມຈິງກໍ່ໃຊ້ວຽກມາດົນແລ້ວເປັນຊື່ທີ່ໃຊ້ເອີ້ນ: ໂທລະສັບເຄື່ອນທີ່ ຫຼື ມືຖືທີ່ມີຄຸນສົມບັດທີ່ມີຄວາມສາມາດເພີ່ມຕື່ມຄື: ໃຊ້ວຽກເປັນຄອມພິວເຕີໄດ້ໃນຕົວ, ມີຊອບແວ ລະບົບປະຕິບັດການ (OS), ຕິດຕັ້ງ ແລະ ໃຊ້ວຽກແອັບພລິເຄຊັ່ນໄດ້, ເຊື່ອມຕໍ່ອິນເຕີເນັດໄດ້ ແລະ ອື່ນໆ.

ຈໍພາບ (Monitor) ແມ່ນຫຍັງ?

ເປັນອຸປະກອນສະແດງຜົນທີ່ມີຄວາມສໍາຄັນເພາະຕ້ອງຕິດຕໍ່ກັບຜູ້ໃຊ້ຕະຫຼອດເວລາໃນຂະນະທີ່ໃຊ້ວຽກຄອມພິວເຕີ. ໃນອະດີດຈໍພາບທີ່ນິຍົມໃຊ້ມັກເປັນຈໍແບບ CRT ທີ່ມີຮູບຮ່າງໂຄ້ງ, ນໍ້າໜັກຫຼາຍ ແລະ ກິນເນື້ອທີ່ຂອງໂຕະເຮັດວຽກ ແຕ່ປັດຈຸບັນຫັນມາໃຊ້ຈໍພາບແບບ LCD ແລະ LED ກັນໝົດແລ້ວ ຈົນກາຍເປັນມາດຕະຖານທີ່ນິຍົມໃຊ້ກັນຢ່າງຫຼວງຫຼາຍ ເພາະມີຮູບຮ່າງບາງ, ນໍ້າໜັກເບົາສະແດງຜົນດ້ວຍ ຄວາມລະອຽດສູງ, ກິນໄຟນ້ອຍ, ຖະໜອມສາຍຕາ ແລະ ບໍ່ເປືອງເນື້ອທີ່ຂອງໂຕະເຮັດວຽກ.

ຈຸດກຳເນີດລະບົບສຽງ (Sound Card) ແມ່ນຫຍັງ?

Sound Card ມີລັກສະນະເປັນແຜງວົງຈອນທີ່ມີຊິບປະມວນຜົນສຽງຕິດຕັ້ງຢູ່ເທິງແຜງ ເຮັດໜ້າທີ່ສ້າງ ແລະ ຈັດການກັບລະບົບສຽງທັງໝົດໃນຄອມພິວເຕີເຊັ່ນ: ຫຼິ້ນໄຟລ໌ສຽງ ຫຼື ຖອດລະຫັດສັນຍານສຽງໃນຮູບແບບຕ່າງໆ. ສ້າງສຽງດົນຕີຕາມຄໍາສັ່ງແບບ MIDI, ບັນທຶກ ແລະ ແປງສຽງລົງໄປເປັນໄຟລ໌ແບບດີຈີຕ້ອນ, ຕະຫຼອດຈົນປະສົມ (Mix) ສັນຍານສຽງຈາກຫຼາຍໆແຫ່ງທີ່ມາເຂົ້າກັນອີກ.

Nvidia ແມ່ນຫຍັງ?

Nvidia ແມ່ນບໍລິສັດຂ້າມຊາດ ແລະ ບໍລິສັດເຕັກໂນໂລຊີ້ ທີ່ມີສຳນັກງານໃຫຍ່ຢູ່ Santa Clara, California, ແລະ ຈັດຕັ້ງຂື້ນຢູ່ Delaware. ເປັນບໍລິສັດອອກແບບ graphics processing units (GPUs), application programming interfaces (APIs) ສຳລັບ data science ແລະ high-performance computing ລວມເຖິງ ຊິບຢູນິດ (SoCs) ສຳລັບຕະຫຼາດຄອມພິວເຕີ້ພົກພາ ແລະ ຕະຫຼາດເຄື່ອງຍົນ. Nvidia ຍັງເດັ່ນທາງດ້ານການເປັນຜູ້ຈັດຫາ AI (artificial intelligence) ຂອງ hardware ແລະ software.

ອ້າງອິງ: ຈາກ Wikipedia

AMD ແມ່ນຫຍັງ?

AMD (Advanced Micro Devices) ແມ່ນບໍລິສັດຂ້າມຊາດ ເປັນເຊມມິຄອນດັກເຕີ້ສັນຊາດອາເມລິກາທີ່ຕັ້ງຢູ່ Santa Clara, California ທີ່ເນັ້ນພັດທະນາ ຄອມພິວເຕີ້ໂປຣເພສເຊີ້ (CPU) ທີ່ກ່ຽວຂ້ອງກັບເຕັກໂນໂລຊີ້ ສຳລັບຕະຫຼາດທຸລະກິດ ແລະ ຜູ້ບໍລິໂພກ.

ອ້າງອິງ: ຈາກ Wikipedia

Intel ແມ່ນຫຍັງ?

Intel Corporation ເປັນບໍລິສັດເຕັກໂນໂລຢີຂ້າມຊາດຂອງອາເມຣິກາ ມີສໍານັກງານໃຫຍ່ຢູ່ໃນ Santa Clara, California, ແລະ ຕັ້ງຢູ່ໃນ Delaware. Intel ແມ່ນໜື່ງໃນຜູ້ຜະລິດຊິບ semiconductor ຫຼື CPU ທີ່ໃຫຍ່ທີ່ສຸດຂອງໂລກໂດຍອິງໃສ່ລາຍຮັບຂອງບໍລິສັດ.

ອ້າງອິງ: ຈາກ Wikipedia

Cybersecurity ແມ່ນຫຍັງ?

Cybersecurity ຄວາມປອດໄພທາງໄຊເບີ, ຄວາມປອດໄພດິຈິຕອນ ຫຼື ຄວາມປອດໄພດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT security) ແມ່ນການປ້ອງກັນລະບົບຄອມພິວເຕີ ແລະ ເຄືອຂ່າຍຈາກການໂຈມຕີໂດຍຜູ້ກະທຳທີ່ເປັນອັນຕະລາຍ ທີ່ອາດສົ່ງຜົນໃຫ້ມີການເປີດເຜີຍຂໍ້ມູນທີ່ບໍ່ໄດ້ຮັບອະນຸຍາດ, ການລັກ ຫຼື ຄວາມເສຍຫາຍຕໍ່ຮາດແວ, ຊອບແວ ແລະ ຂໍ້ມູນ.

ອ້າງອິງ: ຈາກ Wikipedia

Database ແມ່ນຫຍັງ?

Database ຖານຂໍ້ມູນແມ່ນການເກັບກໍາຂໍ້ມູນທີ່ມີການຈັດຕັ້ງ ຫຼື ປະເພດຂອງການເກັບຮັກສາຂໍ້ມູນໂດຍອີງໃສ່ການນໍາໃຊ້ລະບົບການຄຸ້ມຄອງຖານຂໍ້ມູນ (DBMS), ຊອບແວທີ່ພົວພັນກັບຜູ້ໃຊ້, applications program, ແລະ ຖານຂໍ້ມູນຂອງຕົນເອງເພື່ອເກັບກໍາ ແລະ ວິເຄາະຂໍ້ມູນ.

ອ້າງອິງ: ຈາກ Wikipedia

User interface (UI) ແມ່ນຫຍັງ?

User interface (UI) ແມ່ນໜ້າຕາໄວ້ຕອບສະໜອງລະຫວ່າງ ຜູ້ໃຊ້ ກັບ ໜ້າຕາຂອງແອັບ ຫຼື ເວັບໄຊ້.

ອ້າງອິງ: ຈາກ Wikipedia

User experience (UX) ແມ່ນຫຍັງ?

User experience (UX) ແມ່ນວິທີທີ່ຜູ້ໃຊ້ຕອບສະໜອງ ແລະ ມີປະສົບການທີ່ດີກັບຜະລິດຕະພັນ, ລະບົບ ຫຼື ການບໍລິການ ເຊິ່ງຈະຄຳນຶງເຖິງ ຄວາມງ່າຍຂອງການນໍາໃຊ້ ແລະ ປະສິດທິພາບ.

ອ້າງອິງ: ຈາກ Wikipedia

Software Development Life Cycle (SDLC) ແມ່ນຫຍັງ?

Software development life cycle (SDLC) ແມ່ນຂະບວນການວາງແຜນ ແລະ ຈັດການພັດທະນາ ຊອບແວ.

ອ້າງອິງ: ຈາກ Wikipedia

Application programming interface (API) ແມ່ນຫຍັງ?

Application programming interface (API) ແມ່ນຕົວກາງລະຫວ່າງ client ແລະ server. ໂດຍຈະມີໂປຣແກຣມຄອມພິວເຕີ້ ຫຼື ອຸປະກອນສອງຢ່າງຂື້ນໄປ ສື່ສານເຊິ່ງກັນ ແລະ ກັນ.

ອ້າງອິງ: ຈາກ Wikipedia

Virtualization ແມ່ນຫຍັງ?

Virtualization ແມ່ນສ້າງການຈຳລອງສະເໝືອນຈິງ (ແທນຂອງແທ້) ຂອງສິ່ງໃດໜຶ່ງຂື້ນມາເຊັ່ນ: ລະບົບປະຕິບັດການ OS, Server, storage device, ແລະ ອື່ນໆ.

ອ້າງອິງ: ຈາກ Wikipedia

Firewall ແມ່ນຫຍັງ?

Firewall ແມ່ນລະບົບປ້ອງກັນຄວາມປອດໄພທີ່ກວດສອບ ແລະ ຄວບຄຸມການຮັບສົ່ງຂໍ້ມູນເຄືອຂ່າຍຂາເຂົ້າ ແລະ ຂາອອກ ຕາມຄວາມປອດໄພທີ່ກຳນົດໄວ້ລ່ວງໜ້າແລ້ວ.

ອ້າງອິງ: ຈາກ Wikipedia

Malware ແມ່ນຫຍັງ?

Malware ແມ່ນຊອບແວທີ່ເປັນອັນຕະລາຍທີ່ອອກແບບມາເພື່ອລົບກວນ, ສ້າງຄວາມເສຍຫາຍ, ຫຼື ເຂົ້າເຖິງລະບົບຄອມພິວເຕີ ແລະ ຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ.

ອ້າງອິງ: ຈາກ Wikipedia

Browser ແມ່ນຫຍັງ?

Browser ແມ່ນຊອບແວຣທີ່ມີໄວ້ເຂົ້າເຖິງ website ແລະ ເນື້ອຫາອອນໄລອື່ນໆ.

ອ້າງອິງ: ຈາກ Wikipedia

ທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນວິສາຫະກິດທີ່ຖືກສ້າງຕັ້ງຂຶ້ນຕາມກົດໝາຍສະບັບນີ້ ຊຶ່ງດໍາເນີນ ທຸລະກິດທະນາຄານເປັນຕົ້ນ ການລະດົມເງິນຝາກເພື່ອສະໜອງສິນເຊື່ອ, ຊື້ – ຂາຍເງິນຕາຕ່າງປະເທດ, ໃຫ້ບໍລິການຊຳລະ ແລະ ລົງທຶນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຖານຂໍ້ມູນ (Database) ແມ່ນຫຍັງ?

ກຸ່ມຂອງຂໍ້ມູນທີ່ຖືກເກັບລວບລວມໄວ້ ໂດຍມີການສຳພັນເຊິ່ງ ກັນ ແລະ ກັນ, ມີການຈັດຄວາມຊໍ້າຊ້ອນຂອງຂໍ້ມູນອອກ ແລະ ເກັບແຟ້ມຂໍ້ມູນນັ້ນໆໄວ້ຢູ່ສູນກາງ ເພື່ອທີ່ ຈະນໍາຂໍ້ມູນເຫຼົ່ານີ້ມາໃຊ້ຮ່ວມກັນ, ໂດຍທົ່ວໄປອົງກອນຕ່າງໆຈະສ້າງຖານຂໍ້ມູນໄວ້ ເພື່ອເກັບຂໍ້ມູນ ຕ່າງໆ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບ (Batch System) ແມ່ນຫຍັງ?

ເຄື່ອງຄອມພິວເຕີໃນຍຸກທຳອິດ ມີຂະໜາດໃຫຍ່ດຳເນີນງານຜ່ານທາງຈໍເຝົ້າຄຸມ ຫຼື ຄອນໂຊ (console) ມີອຸບປະກອນ I/O (I/O devices) ເປັນເຄື່ອງອ່ານເຈ້ຍ (card readers) ແລະ ເຄື່ອງຊັບເທັບບັນທຶກ (tape drives) ສ່ວນອຸປະກອນສະແດງຜົນເປັນເຄື່ອງພິມແຖວ (line printer) ເຄື່ອງຊັບແຖບບັນທຶກ ແລະ ເຄື່ອງເຈາະເຈ້ຍ (card punches) ຜູ້ໃຊ້ບໍ່ໄດ້ຕິດຕໍ່ໂດຍຕົງກັບລະບົບຄອມພິວເຕີແຕ່ຈະກຽມໃຊ້ງານ ເຊິ່ງປະກອບດ້ວຍໂປຣແກຣມຂໍ້ມູນ ແລະ ຂໍ້ມູນຄວບຄຸມບາງຢ່າງກ່ຽວກັບວຽກນັ້ນເຊັ່ນ: ບັດຄວບຄຸມ (Control cards) ແລະ ສົ່ງໃຫ້ກັບພະນັກງານຄຸມເຄື່ອງ (Operator) ຫຼັງຈາກນັ້ນ ອາດເປັນນາທີ, ຊົ່ວໂມງ ຫຼື ເປັນມື້ ກໍ່ຈະໄດ້ຜົນອອກມາເຊິ່ງປະກອບດ້ວຍຜົນຂອງໂປຣແກຣມຕຳແໜ່ງໜ່ວຍຄວາມຈຳ (Dump of memory) ແລະ ຣີຈິສເຕີ (Registers) ໃນກໍລະນີທີໂປຣແກຣມມີຂໍ້ຜິດພາດ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS- Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍການອ່ານຕີຄວາມໝາຍ ແມ່ນຫຍັງ?

ການອ່ານຕີຄວາມ ໝາຍເຖິງການອ່ານ ແລະ ການພິຈາລະນາຄວາມໝາຍກົງ ແລະ ຄວາມໝາຍອ້ອມທີ່ປາກົດຢູ່ໃນເນື້ອໃນຕ່າງໆ ແລ້ວສາມາດອະທິບາຍຄວາມໝາຍ ແລະ ຈຸດ ມຸ່ງໝາຍຂອງຜູ້ສົ່ງສານໄດ້. ການອ່ານຕີຄວາມໝາຍ ເປັນການທົດສອບຄວາມເຂົ້າໃຈ, ຄວາມຮູ້, ຄວາມຄິດຈາກ ການອ່ານ ໂດຍພິຈາລະນາແງ່ມູມຕ່າງໆເຊື່ອມໂຍງໄປສູ່ເລື່ອງລາວທີ່ກ່ຽວຂ້ອງຕາມໄວ ແລະ ປະສົບການຂອງຜູ້ຮັບສານ. ການຕີຄວາມໝາຍຂອງແຕ່ລະບຸກຄົນຈຶ່ງແຕກຕ່າງກັນ ແລະ ຄົນໆດຽວກັນການຕີຄວາມໝາຍໃນເລື່ອງທີ່ໄດ້ອ່ານໃນໄວເດັກ ແລະ ເມື່ອມີໄວອາຍຸສູງຂຶ້ນ. ປະສົບການຫຼາຍຂຶ້ນກໍຍ່ອມແຕກຕ່າງກັນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ລະບົບຖານຂໍ້ມູນ (Data Base Management System: DBNS) ແມ່ນຫຍັງ?

ຊອບແວທີ່ປຽບດັ່ງສື່ກາງລະຫວ່າງຜູ້ໃຊ້ ແລະ ໂປຣແກຣມຕ່າງໆທີ່ ກ່ຽວຂ້ອງກັບການໃຊ້ຖານຂໍ້ມູນ ເຊິ່ງມີໜ້າທີ່ຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຂໍ້ມູນໄດ້ງ່າຍ, ສະດວກ ແລະ ມີ ປະສິດທິພາບ.

ລະບົບ (Buffering) ແມ່ນຫຍັງ?

ລະບົບ Buffering ມີຫຼັກການເຮັດວຽກຄື ໃຫ້ໜ່ວຍຮັບ ແລະ ສົ່ງຂໍ້ມູນການເຮັດວຽກຂະໜານໄປພ້ອມກັບໜ່ວຍປະເມີນຜົນກາງໃຫ້ຫຼາຍທີ່ສຸດ ເພື່ອຊ່ວຍຫຼຸດໄລຍະເວລາທີ່ໜ່ວຍປະມວນຜົນກາງ ຖ້າອຸປະກອນ I/O ໃນຂະນະທີ່ໜ່ວຍປະມວນຜົນກາງ ກໍາລັງປະມວນຜົນໜ່ວຍຮັບຂໍ້ມູນຈະອ່ານຂໍ້ມູນຖັດໄປມາໄວ້ທີ່ໜ່ວຍຄວາມຈຳທີ່ ເອີ້ນວ່າ: Buffer.

ການເພີ່ມປະລິມານວຽກແມ່ນຫຍັງ?

ເປັນທີ່ແນ່ນອນວ່າ ການທີ່ມີຕົວປະມວນຜົນຫຼາຍຕົວຊ່ວຍກັນຈະເຮັດໃຫ້ງານໜຶ່ງໆ ສາມາດສໍາເລັດໄວກວ່າ ການໃຊ້ຕົວປະມວນຜົນພຽງຕົວດຽວ ແນວໃດກໍ່ຕາມອັດຕາສ່ວນຂອງຄວາມໄວທີ່ເພີ່ມຂຶ້ນສໍາລັບຕົວປະມວນຜົນ N ຕົວ ບໍ່ໄດ້ເປັນ N ເທົ່າ ແຕ່ນ້ອຍກວ່າ N ຄືເມື່ອຕົວປະມວນຜົນຫຼາຍຕົວເຮັດວຽກຮ່ວມກັນ ສໍາລັບວຽກງານໜຶ່ງຕ້ອງມີຄ່າໃຊ້ຈ່າຍອື່ນເພື່ອເກັບວຽກ ທີ່ກໍາລັງເຮັດຢູ່ໄດ້ຢ່າງຖືກຕ້ອງ ຄ່າໃຊ້ຈ່າຍອື່ນໆນີ້ລວມກັບການຍາດຊິງ ຊັບພະຍາກອນຕ່າງໆ ທີ່ໃຊ້ຮ່ວມກັນເຮັດໃຫ້ອັດຕາການເພີ່ມຂຶ້ນຂອງຄວາມໄວ ບໍ່ເປັນໄປຕາມອັດຕາສ່ວນຂອງ ຕົວປະມວນຜົນທີ່ເພີ່ມຂື້ນ.

ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?

ການຕິດຕໍ່ສື່ສານທາງທຸລະກິດ ຈະປະສົບຄວາມສຳເລັດໄດ້ເປັນຢ່າງດີນັ້ນ ຈຳຕ້ອງ ມີພາສາເປັນສິ່ງທີ່ໃຊ້ໃນການຕິດຕໍ່ສື່ສານ ເຊິ່ງໃຫ້ເລືອກໃຊ້ໃຫ້ຖືກກັບໜ້າວຽກ, ໃຊ້ພາສາທີ່ ຈະແຈ້ງກົງກັບເລື່ອງ, ເໝາະກັບກາລະ ແລະ ເທສະ ເຮັດໃຫ້ຜູ້ຮັບສານເຂົ້າໃຈຄວາມໝາຍ ຂອງຄໍາ ການໃຊ້ພາສາໃນທາງທຸລະກິດ ຄວນຫຼີກເວັ້ນການໃຊ້ຄໍາບໍ່ສຸພາບ, ຄໍາທີ່ມີຄວາມໝາຍກວມຄວາມອື່ນ, ຄໍາໂຕງໂຕຍ ຫຼື ຄໍາທີ່ພາໃຫ້ຟຸມເຟືອຍ) ການໃຊ້ພາສາທີ່ພາໃຫ້ຜູ້ຮັບສານບໍ່ຖືກໃຈອາດເຮັດໃຫ້ເກີດຜົນບໍ່ດີຕໍ່ທຸລະກິດ ແລະ ຕໍ່ລາຍໄດ້ໂດຍສະເພາະໃນຍຸກສະໄໝ ທີ່ມີການແຂ່ງຂັນກັນແຮງທາງທຸລະກິດ, ການຈະໃຫ້ເກີດຄວາມດຶງດູດຜູ້ອື່ນ ໃຫ້ມາສົນໃຈ ແລະ ມາຮັບບໍລິການໃນທຸລະກິດຂອງຕົນ ຈຶ່ງຕ້ອງການໃຊ້ພາສາເປັນຕົວຊ່ວຍ ສະນັ້ນ, ຜູ້ໃຊ້ພາສາທາງທຸລະກິດ ເມື່ອໃຊ້ພາສາແຕ່ລະຄັ້ງທີ່ກ່ຽວກັບການງານຂອງຕົນ ຕ້ອງ ຄໍານຶງສະເໝີວ່າ “ການໃຊ້ພາສາໃຫ້ກົງກັບຄວາມໝາຍ, ບໍ່ຫຍາບຄາຍ, ໃຫ້ປະໂຫຍດ, ເໝາະກັບໂອກາດ ສະຖານທີ່ ແລະ ເໝາະກັບບຸກຄົນນັ້ນຄືຜົນກໍາໄລໃນທຸລະກິດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ວັດຖຸແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ) ກັບ ຈິນຕະນາການ(ຈິດໃຈ).

ອ້າງອີງ: ຈາກ ປື້ມ ການເມືອງ

ການທ່ອງທ່ຽວ (Tourism) ແມ່ນຫຍັງ?

ໝາຍເຖິງການປະກອບກິດຈະການດ້ວຍການນໍາປັດໄຈການຜະລິດຕ່າງໆມາຜະລິດບໍລິການຢ່າງໃດຢ່າງໜຶ່ງດ້ວຍການທ່ອງທ່ຽວເພື່ອສ້າງຄວາມສະດວກສະບາຍ, ຄວາມເພິ່ງພໍໃຈ ແລະ ຂາຍບໍລິການດ້ານການທ່ອງທ່ຽວນັ້ນໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ໃຊ້ບໍລິການທັງພາຍໃນ ແລະ ຕ່າງປະເທດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຂະແໜງພາສາລາວ-ວັນນະຄະດີ

ຄວາມໝາຍຂອງການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ແມ່ນຫຍັງ?

ການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ໝາຍເຖິງການອ່ານໂດຍໃຊ້ຄວາມຮູ້ ຫຼື ປະສົບການຂອງຕົນມາປຽບທຽບຊັ່ງຊາ ແລະ ເລືອກຕັດສິນໃຈວ່າ: ຄວາມຮູ້ ຫຼື ເລື່ອງທີ່ໄດ້ອ່ານນັ້ນ ມີຈຸດດີ, ຈຸດອ່ອນແນວໃດ ແລະ ພ້ອມທີ່ຈະໃຫ້ຄວາມຄິດເຫັນເພື່ອແກ້ໄຂຈຸດອ່ອນນັ້ນໆອີກດ້ວຍ. ການອ່ານວິເຄາະວິຈານຢ່າງມີວິຈາລະນະຍານ ເປັນການອ່ານທີ່ຕ້ອງໃຊ້ສະຕິປັນຍາ ເພື່ອຕັດສິນໃຈເລື່ອງລາວຕ່າງໆທີ່ໄດ້ອ່ານ ແລະ ມີເຫດຜົນໃນການພິຈາລະນາວ່າ ເລື່ອງທີ່ ອ່ານນັ້ນຈະເຊື່ອຖືໄດ້ຫຼາຍ ຫຼື ໜ້ອຍພຽງໃດ ແລະ ສາມາດວິເຄາະຈຸດດີ, ຈຸດອ່ອນນັ້ນໆວ່າ ເກີດຈາກຫຍັງ, ເພາະເຫດໃດ ເປັນຕົ້ນ.

ຄວາມໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍແມ່ນບົດແຕ່ງປະເພດໜຶ່ງເຊິ່ງໃຊ້ທິດສະດີ ແລະ ຕົວຈິງມາອະທິບາຍ ຫຼື ຊີ້ແຈງດ້ວຍເຫດຜົນກ່ຽວກັບບັນຫາໃດໜຶ່ງ ເພື່ອໃຫ້ຜູ້ອ່ານຜູ້ຟັງເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ບັນຫານັ້ນ ເມື່ອພວກເຮົາຕິດຕາມຂ່າວສານ, ອ່ານໜັງສືພິມຕ່າງໆ ມັກຈະພົບບົດອະທິບາຍເລື້ອຍໆ ເຊັ່ນ: ບົດອະທິບາຍການເມືອງ, ບົດນໍາ, ບົດຄວາມ ຯລຯ. ນອກຈາກນັ້ນ, ການອອກຄໍາຄິດ ເຫັນ, ການລາຍງານ, ການສິດສອນ, ການປຶກສາຫາລືວຽກງານຕ່າງໆ ກໍຍັງຕ້ອງໃຊ້ການ ອະທິບາຍເຊັ່ນດຽວກັນ.

ລະດັບຄາດໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍປະເພດໃດກໍຕາມຈະຕ້ອງປະກອບດ້ວຍ 3 ພາກສ່ວນຄື: ຕັ້ງບັນຫາ, ແກ້ ໄຂບັນຫາ ແລະ ສະຫຼຸບບັນຫາ. ບົດອະທິບາຍຈະຕ້ອງມີເນື້ອໃນອຸດົມສົມບູນ ແລະ ຖືກຕ້ອງ ເຊິ່ງສະເໜີບັນຫາໄດ້ ຫຼາຍດ້ານ ຫຼາຍແງ່ມີເຫດຜົນພຽງພໍ, ອ້າງຫຼັກຖານໄດ້ຫຼາຍ ເພື່ອປະກອບໃຫ້ທິດສະດີແໜ້ນ. ບົດອະທິບາຍທີ່ຖືກຕ້ອງຈະຕ້ອງແມ່ນບົດທີ່ມີທິດສະດີ ແລະ ເນື້ອໃນແນວຄິດກ້າວໜ້າ. ຮູບການຂອງບົດອະທິບາຍ ຕ້ອງສະເໜີຕາມວິທີຄົ້ນຄິດຕຶກຕອງຢ່າງຈະແຈ້ງ ໝາຍຄວາມວ່າ ຕ້ອງຈັດວາງເປັນລໍາດັບໃຫ້ເໝາະສົມ ແລະ ຖືກຕ້ອງ. ການໃຊ້ສັບພາສາຊັດເຈນ ປະໂຫຍກງ່າຍ, ກະທັດຮັດ ເພື່ອໃຫ້ຜູ້ອ່ານ ຜູ້ຟັງເຂົ້າໃຈກົງກັບແນວຄິດຂອງຜູ້ແຕ່ງ.

ຄວາມໝາຍຂອງບົດພິສູດ ແມ່ນຫຍັງ?

ບົດພິສູດ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ຫຼັກຖານຕົວຈິງມາອ້າງອີງ ແລະ ຢັ້ງຢືນ ລັກສະນະຕົວຈິງຂອງບັນຫາຕ່າງໆທີ່ຍົກຂຶ້ນມາພິສູດ. ການພິສູດບັນຫາ ແມ່ນເຮັດໃຫ້ປັນຫາ ນັ້ນຈະແຈ້ງຂຶ້ນພ້ອມທັງຢັ້ງຢືນເອົາປັນຫານັ້ນ. ໂດຍທົ່ວໄປ, ນອກຈາກບົດພິສູດແລ້ວ. ຢູ່ໃນບົດອະທິບາຍຕ່າງໆເຊັ່ນ: ບົດອະທິບາຍ ການເມືອງ, ບົດອະທິບາຍສັງຄົມ ຫຼື ບົດອະທິບາຍວັນນະຄະດີ ກໍຕ້ອງການພິສູດຄືກັນ ຕ່າງແຕ່ວ່າພິສູດໜ້ອຍ, ພິສູດຫຼາຍເທົ່ານັ້ນ. ປັນຫາທີ່ນໍາມາພິສູດສ່ວນຫຼາຍແມ່ນຄໍາສຸພາສິດ, ຄໍາຄົມ ຫຼື ຄໍາເວົ້າຂອງບຸກຄົນຕ່າງໆ.

ຄວາມໝາຍຂອງບົດວິຈານ ແມ່ນຫຍັງ?

ບົດວິຈານ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງອີງໃສ່ຄວາມຮູ້, ຄວາມຄິດ ແລະ ທັດສະນະ ຫຼັກໝັ້ນຂອງຜູ້ຂຽນເພື່ອສັງເກດເບິ່ງບັນຫານັ້ນວ່າຖືກ ຫຼື ຜິດ. ຈາກນັ້ນ, ກໍຖອດຖອນເອົາຄວາມໝາຍ ແລະ ຄຸນປະໂຫຍດຂອງບັນຫານັ້ນໂດຍມີການຕຳໜິ, ການພິຈາລະນາ ແລະ ການຄົ້ນຄິດຕຶກຕອງໄປພ້ອມ. ບໍ່ວ່າວຽກງານຈະຮ້າຍ ຫຼື ດີ, ຖືກ-ຜິດ ກໍສາມາດຍົກຂຶ້ນມາວິຈານໄດ້ ຕາມທໍາມະດາແລ້ວ ການວິຈານບັນຫາໃດໜຶ່ງ ແມ່ນຍ້ອງຍໍສິ່ງທີ່ຖືກຕ້ອງ ແລະ ຕຳໜິສິ່ງທີ່ ຜິດພາດຂອງບັນຫາດັ່ງກ່າວ ເພື່ອເຮັດແນວໃດໃຫ້ຜູ້ອ່ານມີຄວາມຮັບຮູ້ ແລະ ນໍາໄປເຖິງການກະທໍາທີ່ຖືກຕ້ອງ.

ຄວາມໝາຍຂອງບົດລະຄອນ ແມ່ນຫຍັງ?

ບົດລະຄອນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງທີ່ຂຽນຂຶ້ນເພື່ອສະແດງ ຫຼື ອ່ານ ເຊິ່ງມີເນື້ອໃນໃຫ້ທັງຄວາມຄິດ ແລະ ຄວາມບັນເທີງ.

ຄວາມໝາຍຂອງເລື່ອງສັນ ແມ່ນຫຍັງ?

ເລື່ອງສັ້ນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງ ທີ່ມີຂະໜາດຂັ້ນ, ຕົວລະຄອນບໍ່ຫຼາຍ. ເລື່ອງສັ້ນ ເປັນເລື່ອງທີ່ເກີດຈາກຈິນຕະນາການ ໂດຍຜູ້ແຕ່ງຄິດຝັນໄປຕາມມະໂນພາບວ່າ ຈະໃຫ້ຕົວລະຄອນຂອງຕົນເຮັດຫຍັງ ໃນສະຖານະການຄືແນວໃດ, ຈະຄິດຈະເວົ້າແນວໃດ ຕາມໂຄງເລື່ອງທີ່ກຳນົດໄວ້ ແຕ່ເລື່ອງທີ່ເກີດຈາກຈິນຕະນາການນັ້ນຕ້ອງມີຄວາມຈິງ.

ລັກສະນະຂອງເລື່ອງສັ້ນ ແມ່ນຫຍັງ?

ລັກສະນະຂອງເລື່ອງສັ້ນ ຕາມຫຼັກສາກົນແລ້ວ ຈະມີຄວາມຍາວຢູ່ລະຫວ່າງ 1.000 ຄໍາເຖິງ 10.000 ຄໍາ ຫຼື 2.000 ຄໍາເຖິງ 120.000 ຄໍາ; ສິ່ງສໍາຄັນທີ່ສຸດຂອງເລື່ອງສັນ ຄື ກະທູ້ອັນເປັນແນວຄິດເອກ ທີ່ສ້າງຄວາມປະທັບໃຈພຽງຢ່າງດຽວໃຫ້ແກ່ຜູ້ອ່ານ..
ນອກນັ້ນ ນິທານ ແມ່ນບົດເລື່ອງທີ່ມີຄ່າຕໍ່ການສິດສອນໃຫ້ຮູ້ຄວາມສະຫຼາດ, ພິກໄຫວ, ມາລະຍາດ, ຄວາມສົມເຫດສົມຜົນໃນການພົວພັນລະຫວ່າງຄົນໃນສັງຄົມໃຫ້ຮູ້ຈຸດພິເສດ ແລະ ປະກົດການ ທຳມະຊາດ, ປະກົດການຊີວິດຂອງຄົນໃນສັງຄົມ! ນິທານຍັງເປັນເຄື່ອງມືໃນການໃຫ້ຄວາມບັນ ເທີງ ແລະ ເປັນສື່ໃນການຖ່າຍທອດ “ສາລະ” ອັນມີຄຸນຄ່າເຊັ່ນ: ຄະຕິທຳ, ຂໍ້ຄິດກ່ຽວກັບຊີວິດ ແລະ ສັງຄົມ. ຄົນແຕ່ລະຊາດຢູ່ໃນໂລກຕ່າງກໍມີນິທານເປັນສົມບັດປະຈຳຊາດຂອງຕົນ.

ຄວາມໝາຍຂອງນິທານ ແມ່ນຫຍັງ?

ນິທານ ແມ່ນບົດເລື່ອງທີ່ເກົ່າແກ່ ເຊິ່ງປະກອບດ້ວຍເຫດການ, ມີເນື້ອເລື່ອງ ແລະ ຈຸດ ຈົບຂອງເລື່ອງ, ນິທານເກີດຂຶ້ນດ້ວຍຄວາມສໍານຶກທີ່ມີການປະດິດສ້າງ ໂດຍໃຊ້ເຫດການ ປະກົດການຂອງທໍາມະຊາດ ແລະ ເຫດການໃນຊີວິດຂອງຄົນປະກອບເຂົ້າກັນສ້າງເປັນບົດ ສະນັ້ນ, ນິທານຈຶ່ງມີຫຼາຍປະເພດເຊັ່ນ: ນິທານສັດ, ນິທານຄົນ, ນິທານຄົນກັບສັດ, ນິທານ ຕະຫຼົກຊວນຫົວ, ນິທານອັດສະຈັນ ເຊິ່ງແຕ່ລະປະເພດນັ້ນໄດ້ມີຫຼາຍໆນິທານທີ່ແຕກຕ່າງ ກັນໄປ ເຊິ່ງສະທ້ອນເຖິງລັກສະນະພິເສດຂອງຄວາມນຶກຄິດ, ຊີວິດການເປັນຢູ່, ວັດທະນະທໍາ ແລະ ປະເພນີຂອງບັນດາເຜົ່າຂອງທ້ອງຖິ່ນ ຫຼື ຂອງຊາດ.

ຄວາມໝາຍຂອງນະວະນິຍາຍ ແມ່ນຫຍັງ?

ນະວະນິຍາຍ ແມ່ນການຂຽນແບບຮ້ອຍແກ້ວປະເພດບັນເທີງຄະດີຊະນິດໜຶ່ງ ເປັນເລື່ອງ ເລົ່າທີ່ສົມມຸດຂື້ນ ແຕ່ເປັນການສົມມຸດທີ່ມີຄວາມສົມຈິງທັງສະພາບເຫດການພຶດຕິກຳຂອງຕົວ ລະຄອນ ໂດຍໃຊ້ຮູບແບບວິທີການແຕ່ງທີ່ສອດແຊກອາລົມ ອັນພາໃຫ້ເກີດຄວາມສະເທືອນໃຈ ທັງພາໃຫ້ໜ້າສົນໃຈຢາກຈະຕິດຕາມນະວະນິຍາຍຕ່າງໆ.

ລັກສະນະທົ່ວໄປຂອງນະວະນິຍາຍ ແມ່ນຫຍັງ?

ລັກສະນະຈະແຕ່ງດ້ວຍຄໍາຮ້ອຍແກ້ວ ເນື້ອເລື່ອງອາດເປັນເຫດຈິງໃນຍຸກນັ້ນໆ ແລະ ເປັນເລື່ອງທີ່ ປະດິດຄິດແຕ່ງຕາມຈິນຕະນາການ. ຈຸດມຸ່ງໝາຍໃນການແຕ່ງ ແມ່ນເລັ່ງໃສ່ຄວາມບັນເທີງເປັນຫຼັກ ສອດແຊກຄວາມຮູ້ຄວາມ ຄິດຂອງບັນຫາສັງຄົມ ແລະ ອື່ນໆເປັນບັນຫາສໍາຮອງ.

ອົງປະກອບຂອງນະວະນິຍາຍ ມີຫຍັງແນ່?

ອົງປະກອບຂອງນະວະນິຍາຍ: ເນື້ອເລື່ອງ ແລະ ສາລະ
ໂຄງເລື່ອງ ແລະ ເນື້ອເລື່ອງ
ວິທີການແຕ່ງ
ສາກ
ບົດສົນທະນາ ແລະ ສໍານວນພາສາ
ທັດສະນະຂອງຜູ້ແຕ່ງ

ຈະລິຍະທໍາໃນການເວົ້າ ແມ່ນຫຍັງ?

ຈະລິຍະທຳ ໝາຍເຖິງຄວາມປະພຶດ ຫຼື ກິລິຍາທີ່ຄວນປະພຶດໃນໝູ່ຄະນະ, ຈະລິຍະທຳ ໃນການເວົ້າຈຶ່ງໝາຍເຖິງການປະພຶດ ຫຼື ກິລິຍາຂອງຜູ້ເວົ້າທີ່ຕ້ອງປະພຶດ ເພື່ອໃຫ້ຜູ້ຟັງເກີດ ຄວາມເຊື່ອຖື, ສັດທາໃນການເວົ້າຂອງຕົນ.

ຄຸນນະທໍາໃນການເວົ້າ ແມ່ນຫຍັງ?

ຄຸນນະທໍາໃນການເວົ້າ ໝາຍເຖິງສະພາບຄຸນງາມ, ຄວາມດີຂອງການເວົ້າ ໄດ້ແກ່ການ ເວົ້າໃຫ້ຖືກກາລະເທສະ, ເວົ້າຄໍາສັດຈິງ, ເວົ້າອ່ອນຫວານ, ເວົ້າມີປະໂຫຍດ ແລະ ເວົ້າມີ ເມດຕາຈິດ.

ການມີຄຸນນະທໍາໃນການເວົ້າ ຊ່ວຍຫຍັງແນ່?

ການມີຄຸນນະທໍາໃນການເວົ້າ ຊ່ວຍໃຫ້ບຸກຄົນມີຄວາມເຂົ້າໃຈດີຕໍ່ກັນ ແລະ ກັນ, ສາມາດ ຊ່ວຍໃຫ້ດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງເປັນສຸກດ້ວຍໄມຕີຈິດມິດຕະພາບ ກໍ່ໃຫ້ເກີດປະໂຫຍດ ທັງສ່ວນຕົວ ແລະ ສ່ວນລວມ. ຜູ້ເວົ້າທີ່ມີຄຸນນະທໍາຍອມເປັນທີ່ເຫຼື້ອມໃສສັດທາເປັນໜ້ານັບຖືຍ້ອງຍໍ ແລະ ເປັນທີ່ຮັກແກ່ຄົນທົ່ວໄປທັງໃນປັດຈຸບັນ ແລະ ອະນາຄົດ.

ມາລະຍາດໃນການເວົ້າ ແມ່ນຫຍັງ?

ມາລະຍາດຂອງການເວົ້າ ໝາຍເຖິງຜູ້ເວົ້າທີ່ມີກິລິຍາວາຈາສຸພາບຮຽບຮ້ອຍ, ທ່າທາງ ສະຫງ່າຜ່າເຜີຍ, ອ່ອນໂຍນ, ໃບໜ້າຍິ້ມແຍ້ມແຈ່ມໃສ. ບໍ່ໃຊ້ທ່າທາງປະກອບການເວົ້າຫຼາຍ ຈົນເກີນໄປ.

ອົງປະກອບຂອງການເວົ້າ ແມ່ນຫຍັງ?

ອົງປະກອບຂອງການເວົ້າ ຈະມີ ຜູ້ເວົ້າ, ຜູ້ຟັງ, ໂອກາດ, ເນື້ອໃນ.

ການກຽມເລື່ອງທີ່ຈະເວົ້າ ແມ່ນຫຍັງ?

ການກຽມເລື່ອງເຮັດໄດ້ຈາກການຄິດຈາກປະສົບການທີ່ສະສົມ ແລະ ການຄົ້ນຄວ້າຫາ ຂໍ້ມູນມາເພີ່ມຕື່ມແລ້ວນໍາມາວາງໂຄງເລື່ອງໃຫ້ເປັນໄປຕາມລໍາດັບ.

ການເວົ້າທີ່ດີ ແມ່ນຫຍັງ?

ນອກຈາກຈະໃຫ້ຜູ້ຟັງເຂົ້າໃຈເນື້ອໃນຕ່າງໆທີ່ຜູ້ເວົ້ານໍາສະເໜີແລ້ວ ຍັງຕ້ອງ ເຮັດໃຫ້ຜູ້ຟັງເກີດຄວາມສົນໃຈ ແລະ ຮູ້ສຶກປະທັບໃຈໃນຕົວຜູ້ເວົ້າອີກດ້ວຍ. ດັ່ງນັ້ນ, ຜູ້ເວົ້າທີ່ດີ ຈະຕ້ອງຮູ້ສຶກສາວິທີການເວົ້າ ແລະ ເຝິກການເວົ້າໃຫ້ເກີດຄວາມຊຳນານ.

ບຸກຄະລິກກະພາບຂອງຜູ້ເວົ້າ ແມ່ນຫຍັງ?

ການວາງຕົວ ການສະແດງທ່າທາງໃນການເວົ້າ ເປັນສິ່ງທີ່ສໍາຄັນຫຼາຍ ເພາະຈະຊ່ວຍ ໃຫ້ການສື່ຄວາມໝາຍລະຫວ່າງຜູ້ເວົ້າ ແລະ ຜູ້ຟັງໃຫ້ດີຂຶ້ນ. ການເວົ້າເມື່ອມີການສະແດງອາລົມ ຫາກບໍ່ມີການສະແດງທ່າທາງປະກອບຈະບໍ່ຄົບຖ້ວນ ແຕ່ການສະແດງທ່າທາງຫຼາຍ ເກີນໄປກໍບໍ່ເປັນຜົນດີ ເພາະຈະເຮັດໃຫ້ຜູ້ຟັງສົນໃຈສະເພາະທ່າທີຂອງຜູ້ເວົ້າເທົ່ານັ້ນ.

ການສ້າງຄວາມເຊື່ອໝັ້ນຕົນເອງໃນການເວົ້າ ແມ່ນຫຍັງ?

ການເວົ້າທີ່ດີ ຜູ້ເວົ້າຈະຕ້ອງມີຄວາມເຊື່ອໝັ້ນຕົນເອງ ຢູ່ໃນລະດັບທີ່ດີເພາະຄວາມເຊື່ອ ໝັ້ນຕົນເອງຈະຊ່ວຍໃຫ້ຜູ້ເວົ້າດໍາເນີນການເວົ້າໄດ້ດີ ແລະ ຖ້າຜູ້ເວົ້າຫາກຂາດຄວາມເຊື່ອໝັ້ນ ແລ້ວ ອາດເວົ້າໄດ້ວ່າການເວົ້າໃຫ້ມີສິລະປະນັ້ນຍ່ອມເປັນໄປໄດ້ຍາກ.

ຄວາມໝາຍຂອງການສໍາພາດ ແມ່ນຫຍັງ?

ການສໍາພາດຄື ການທີ່ຜູ້ສໍາພາດ ແລະ ຜູ້ໃຫ້ສໍາພາດສົນທະນາກັນ ໂດຍມີວັດຖຸປະສົງ ທີ່ແນ່ນອນ.

ຮູບແບບຂອງການສຳພາດ ມີຫຍັງແດ່?

1. ແບບບໍ່ມີພິທີການ

2. ແບບເປັນພິທີການ

ຄຸນສົມບັດຂອງຜູ້ໃຫ້ສໍາພາດ ມີຫຍັງແດ່?

1) ມີຄວາມຮູ້ດີໃນເລື່ອງທີ່ຈະໃຫ້ສໍາພາດ. 2) ຖືກຕາມເວລາ. 3) ມີທ່າທີກະຕືລືລົ້ນ. 4) ບໍ່ສະແດງທ່າທີເບື່ອໜ່າຍ. 5) ຖາມຄືນເມື່ອບໍ່ເຂົ້າໃຈຄໍາຖາມ. 6) ຕອບໃຫ້ກົງກັບປະເດັນ. 7) ບໍ່ຮຽກຮ້ອງຄ່າຕອບແທນ. 8) ບໍ່ສະແດງຄວາມອວດອົ່ງທະນົງຕົວ ຂົ່ມເພິ່ນຍໍໂຕ.

ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?

ຄໍາຮ້ອຍແກ້ວ ແມ່ນຄໍາປະພັນທີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍ່ມີການບັງຄັບວ່າຕ້ອງມີການສໍາ ຜັດແຕ່ຢ່າງໃດເຊັ່ນ: ບົດຂ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ, ນິຫານ, ເລື່ອງສັ້ນ ແລະ ອື່ນໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 2 2011

ຄຸນສົມບັດຂອງຜູ້ສໍາພາດ ມີຫຍັງແດ່?

1) ມີຈຸດປະສົງຊັດເຈນ ກຽມຄໍາຖາມໃຫ້ຖືກຕາມຈຸດປະສົງ.
2) ມີມະນຸດສຳພັນດີ.
3) ມີບຸກຄະລິກກະພາບດີ ທັງການແຕ່ງກາຍ ແລະ ກິລິຍາທ່າທາງ.
4) ມີມາລະຍາດໃນການສົນທະນາທີ່ດີ.
5) ໃຊ້ພາສາທີ່ຊັດເຈນ ບໍ່ຍືດຍາວຄຸມເຄືອ.
6) ກົງກັບເວລາ (ຄວນໄປກ່ອນເວລາເລັກນ້ອຍ ແຕ່ເຂົ້າພົບກົງກັບເວລາ).
7) ກຽມຕົວມາກ່ອນຢ່າງດີໄດ້ແກ່:
– ຄວາມຮູ້ເລື່ອງທີ່ຈະສໍາພາດ.
– ອຸປະກອນທີ່ຕ້ອງໃຊ້ໃນການສໍາພາດ.
8) ຕ້ອງຂໍອະນຸຍາດລ່ວງໜ້າຖ້າຕ້ອງການອັດສຽງ ຫຼື ຖ່າຍທຳວິດີໂອ.
9) ບໍ່ຄວນເລັ່ງລັດ ຟ້າວຟັງໃນການຕອບຄໍາຖາມຂອງຜູ້ໃຫ້ສໍາພາດ.

ການກຽມຕົວສໍາພາດ ມີຫຍັງແດ່?

1) ນັດໝາຍໄວ້ລ່ວງໜ້າ ໂດຍແຈ້ງເລື່ອງ ວັນ ເວລາ.

2) ກຽມຫົວຂໍ້ເລື່ອງທີ່ຈະສໍາພາດຕາມລໍາດັບຈາກງ່າຍໄປຫາຍາກ.

3) ກຽມອຸປະກອນທີ່ຈໍາເປັນໃຫ້ພ້ອມ.

4) ກຽມສະຖານທີ່ໃຫ້ເໝາະສົມກັບຜູ້ໃຫ້ສໍາພາດ.

5) ສຶກສາຄວາມເປັນມາຂອງຜູ້ໃຫ້ສໍາພາດໄວ້ລ່ວງໜ້າ.

6) ບໍ່ຄວນໃຊ້ຄໍາຖາມນໍາ.

7) ການເລີ່ມຕົ້ນ ແລະ ການສິ້ນສຸດການສໍາພາດ.

8) ສະແດງຄວາມເຄົາລົບຕ້ອນຮັບທັກທາຍພໍສົມຄວນ.

9) ແນະນໍາຕົນເອງ.

10) ສ້າງຄວາມຄຸ້ນເຄີຍ.

11) ບໍ່ຄວນສໍາພາດດົນຈົນຜູ້ໃຫ້ສໍາພາດອຶດອັດ.

12) ເມື່ອຈົບການສໍາພາດສະແດງຄວາມຂອບໃຈ ແລະ ລາກັບ.

ການສໍາພາດເພື່ອສະໝັກເຂົ້າເຮັດວຽກ ເພື່ອກຽມຕົວຕ້ອງເຮັດແນວໃດ?

1) ສຶກສາເລື່ອງຂອງບໍລິສັດ, ອົງການ ຫຼື ໜ່ວຍງານທີ່ສະໝັກ ຕະຫຼອດເຖິງໜ້າວຽກ ແລະ ຕຳແໜ່ງທີ່ສະໝັກ.

2) ກຽມຍຸກຄະລິກກະພາບໄດ້ແກ່: ການແຕ່ງກາຍ, ທ່າທາງການເວົ້າຈາໃຫ້ສຸພາບຮຽບຮ້ອຍ.

3) ໄປຮອດສະຖານທີ່ກ່ອນເວລາເລັກນ້ອຍ.

4) ທໍາຄວາມເຄົາລົບກໍາມະການທຸກຄົນ.

5) ບໍ່ນັ່ງກ່ອນໄດ້ຮັບອະນຸຍາດ.

6) ຕອບຄໍາຖາມຢ່າງຊັດເຈນ ໝັ້ນໃຈ ຍິ້ມແຍ້ມແຈ່ມໃສ ບໍ່ອວດອົ່ງຍົກຍ້ອງຕົນເອງ ໃຊ້ປະຕິພານໄຫວພິບໃນການຕອບຄໍາຖາມ.

7) ບໍ່ສະແດງອາການຫວາດຫວັ່ນຢ້ານກົວ.

8) ບໍ່ນິນທາ ວິພາກວິຈານໜ່ວຍງານເກົ່າ (ຖ້າເຄີຍເຮັດວຽກມາແລ້ວ) ຄວນບອກແຕ່ ພຽງວ່າຢາກເຮັດວຽກໃໝ່ ເພາະວຽກເກົ່າບໍ່ຖະນັດ.

9) ແລ້ວຈຶ່ງອອກຈາກຫ້ອງສໍາພາດ.

ຜູ້ສໍາພາດເພື່ອສະໝັກເຂົ້າເຮັດວຽກ ຕ້ອງກຽມຫຍັງແດ່?

1) ຈັດຫ້ອງສໍາພາດທີ່ບໍ່ມີສິ່ງລົບກວນ ສະບາຍ ແລະ ສະຫງົບ.

2) ມີມະນຸດສຳພັນດີ, ມີທ່າທີເປັນມິດ.

3) ພິຈາລະນາຄວາມສາມາດເປັນຫຼັກ (ເກນ).

4) ຖາມຈາກເລື່ອງທົ່ວໄປຈົນຮອດເລື່ອງຄວາມສາມາດໃນການເຮັດວຽກ ຄວາມຮູ້ກ່ຽວກັບ ໜ່ວຍງານ ເພື່ອເບິ່ງຄວາມສາມາດ ແລະ ຄວາມສົນໃຈ.

5) ມີໃຈເປັນທໍາ ໃຊ້ຄໍາຖາມທີ່ມີຄວາມຍາກງ່າຍໃກ້ຄຽງກັນສໍາລັບຜູ້ສໍາພາດທຸກຄົນ.

6) ມີແບບບັນທຶກເພື່ອສະແດງຂໍ້ມູນ.

ຄໍາທີ່ບອກຄວາມໝາຍໄດ້ໂດຍກົງ ແມ່ນຫຍັງ?

ແມ່ນຄໍາທີ່ເປັນຊື່ຂອງສິ່ງຂອງໃດໜຶ່ງ ເຊິ່ງເຫັນໄດ້ ສຳຜັດໄດ້ ແລະ ການເຄື່ອນໄຫວທີ່ ປະຕິບັດໃຫ້ເຫັນໄດ້ ຮູ້ໄດ້ໂດຍກົງເຊັ່ນ: ງົວ, ຄວາຍ, ຊ້າງ, ມາ; ໄປ, ມາ, ນອນ, ກິນ, ຍ່າງ, ຫວານ, ສົ້ມ, ເຜັດ; ສີດໍາ, ແດງ, ຂຽວ, ຂາວ……

ຄວາມໝາຍຂອງການແປງອັກສອນ ແມ່ນຫຍັງ?

ການແປງອັກສອນ ແມ່ນການແປງຄໍາຈາກພາສາປາລີ-ສັນສະກິດ ແລະ ພາສາອື່ນມາເປັນ ພາສາລາວ. ພາສາປາລີ-ສັນສະກິດ ເປັນພາສາທີ່ໃຊ້ຄໍາຫຼາຍພະຍາງ ແລະ ມີການປະສົມກັນ ຫຍຸ້ງຍາກ, ແຕ່ພາສາເຫຼົ່ານີ້ໄດ້ມາສັບປົນຢູ່ໃນພາສາລາວເປັນເວລາດົນນານແລ້ວ ຈົນໄດ້ກາຍເປັນ ພາສາສ່ວນປະກອບທີ່ສໍາຄັນຢູ່ໃນຄັງສາງສັບພາສາລາວ. ດັ່ງນັ້ນ, ຢູ່ໃນຄໍາເວົ້າຂອງເຮົາຈຶ່ງມີຄໍາ ພາສາປາລີ-ສັນສະກິດສັບປົນຢູ່ຫຼາຍ ແຕ່ຄໍາເຫຼົ່ານັ້ນບໍ່ແມ່ນຄໍາພາສາປາລີ-ສັນສະກິດເດີມ ເພາະວ່າ ໄດ້ດັດແປງມາເປັນຄໍາເວົ້າຂອງລາວທີ່ມີສຽງອ່ອນນວນມ່ວນກວ່າສຽງເດີມ ໂດຍໄດ້ດັດແປງຕັດຮອນ ຮູບຄໍາເດີມໃຫ້ສັນເຂົ້າ ແລະ ມີພະຍາງໜ້ອຍກວ່າເກົ່າ ເພື່ອສະດວກໃນການອ່ານອອກສຽງ.

ການຮັບຄໍາຈາກພາສາອື່ນ ແມ່ນຫຍັງ?

ການນໍາເອົາຄໍາຈາກພາສາອື່ນມາປະກອບເຂົ້າເປັນຄໍາຂອງພາສາລາວ ແມ່ນວິທີໜຶ່ງທີ່ ເຮັດໃຫ້ຄໍາໃນພາສາລາວມີຈໍານວນຫຼາຍ ເພື່ອໃຫ້ພໍກັບຄວາມຕ້ອງການໃຊ້ ເປັນການພູນຄັງ ຄໍາໃຫ້ອຸດົມສົມບູນຂຶ້ນ.

ຄວາມໝາຍຂອງຄໍາເຄົ້າ ແມ່ນຫຍັງ?

ຄໍາເຄົ້າ ແມ່ນຄໍາຕົ້ນຕໍ ຫຼື ຄໍາທີ່ມີຄວາມໝາຍໃນຕົວຂອງມັນມາແຕ່ຕັ້ງເດີມທີ່ຍັງບໍ່ທັນ ໄດ້ປະສົມກັບຄໍາອື່ນ.

ຄວາມໝາຍຂອງຄໍາປະສົມ ແມ່ນຫຍັງ?

ຄໍາປະສົມ ແມ່ນຄໍາທີ່ໄດ້ມາຈາກການເອົາຄໍາຫຼາຍຄໍາໂຮມເຂົ້າກັນ ເພື່ອສ້າງເປັນຄໍາໃໝ່ ການສ້າງຄໍາປະສົມນີ້ມີຫຼາຍວິທີຄື: ການປະສົມລະຫວ່າງຄໍາເຄົ້າດ້ວຍກັນ ເຊິ່ງຄໍາໃໝ່ທີ່ປະສົມ ນັ້ນແມ່ນມີແຕ່ສອງພະຍາງເຊັ່ນ: ຫ້ອງຮຽນ, ທ່າເຮືອ, ໄຟຟ້າ… ການປະສົມລະຫວ່າງຄໍາເຄົ້າ ກັບຄໍາປະສົມ ເຊິ່ງຄໍາທີ່ປະສົມແບບນີ້ແມ່ນມີສາມພະຍາງເຊັ່ນ: ພົນລະເມືອງ, ພົນລະເຮືອນ… ການປະສົມລະຫວ່າງຄໍາປະສົມກັບຄໍາເຄົ້າ ເຊິ່ງຄໍາທີ່ປະສົມແບບນີ້ແມ່ນມີສາມພະຍາງຄືກັນ ເຊັ່ນ: ໂຮງງານເຈ້ຍ, ໄຟຟ້າລາວ, ຖ້ວຍແກງໃຫຍ່… ການປະສົມລະຫວ່າງຄໍາປະສົມປະສົມກັນ ເຊິ່ງຄໍາທີ່ປະສົມແບບນີ້ມີສີ່ພະຍາງເຊັ່ນ: ທ້ອງຟ້າສີຄາມ, ນ້ຳນົມງົວພັນ, ປາແດກກົ້ນໄຫ..

ຄໍາສະໝາດ ແມ່ນຫຍັງ?

ຄໍາສະໝາດ ແມ່ນການເອົາຄໍາເຄົ້າທີ່ມາຈາກພາສາປາລີ-ສັນສະກິດ ຕັ້ງແຕ່ສອງຄໍາຂຶ້ນໄປຕໍ່ກັນເປັນຄໍາດຽວ

ຄໍາສົນທິແມ່ນຫຍັງ?

ຄໍາວ່າ “ສົນທິ” ແປວ່າ ຕໍ່ ຫຼື ເຊື່ອມ. ໝາຍຄວາມວ່າວິທີເຊື່ອມຄໍາຫຼາຍຄໍາໃຫ້ຕໍ່ເນື່ອງ ກັນໂດຍວິທີຕັດອັກສອນສັ້ນເຂົ້າ ເພື່ອໃຫ້ໄດ້ຄວາມໝາຍສົມບູນ.

ກາລະປັດຈຸບັນ ແມ່ນຫຍັງ?

ກາລະປັດຈຸບັນ ແມ່ນໝາຍເອົາເວລາດຽວນີ້, ໃນຂະນະນີ້ຄືເວລາທີ່ຍັງບໍ່ທັນຜ່ານພົ້ນໄປ ຫຼື ຍັງບໍ່ທັນສິ້ນສຸດເທື່ອ.

ກາລະປັດຈຸບັນແທ້ ແມ່ນຫຍັງ?

ກາລະປັດຈຸບັນແທ້ ແມ່ນໝາຍເອົາເວລາທີ່ພວມກະທໍາຢູ່ ຫຼື ຍັງດໍາເນີນຢູ່ ເຊິ່ງໃຊ້ຄໍາ ວ່າ: “ພວມ, ກຳລັງ, ຢູ່, ຍັງ, ພວມ…..ຢູ່, ກຳລັງ….ຢູ່, ຍັງ…ຢູ່” ເປັນເຄື່ອງໝາຍບອກໃຫຮູ້ ໂດຍປະກອບຢູ່ກັບຄຳກຳມະໃນປະໂຫຍກນັ້ນໆ.

ກາລະປັດຈຸບັນໃກ້ອະດີດ ແມ່ນຫຍັງ?

ກາລະປັດຈຸບັນໃກ້ອະດີດ ແມ່ນໝາຍເອົາເວລານີ້ ຫຼື ໃນຂະນະນີ້ເຊິ່ງໄດ້ລົງມືກະທໍາໄປ ແລ້ວ ແຕ່ຍັງບໍ່ທັນສຳເລັດເທື່ອ ໂດຍມີຄໍາວ່າ “ແລ້ວ” ຫຼື “ໄດ້. ແລ້ວ” ຕື່ມເຂົ້ານໍາປະໂຫຍກ ນັ້ນ. ແຕ່ວ່າໃນກໍລະນີດຽວກັນນີ້ ເພິ່ນກໍສາມາດເອີ້ນກາລະປັດຈຸບັນສົມບູນໄດ້ຄືກັນ ເພາະວ່າ ມັນມີຄໍາວ່າ “ແລ້ວ” ຫຼື “ໄດ້.. ແລ້ວ” ໝາຍຄວາມວ່າເຫດການ ຫຼື ການກະທຳນັ້ນ ມັນໄດ້ ເລີ່ມຕົ້ນແລ້ວ ແລະ ສົມບູນແລ້ວ.

ກາລະປັດຈຸບັນໃກ້ອະນາຄົດ ແມ່ນຫຍັງ?

ກາລະປັດຈຸບັນໃກ້ອະນາຄົດແມ່ນໝາຍເອົາເວລາໃກ້ຊິມາຮອດ ຫຼື ມາເຖິງເຊິ່ງພວມລົງ ມື້ເຮັດ ຫຼື ກະທໍາ ໂດຍມີຄໍາບອກເວລາກາລະອະນາຄົດຄື: “ຈະ, ຈັກ, ຊີ” ປະກອບເຂົ້າທາງ ໜ້າຂອງຄໍາກໍາມະ ແລະ ມີຄໍາບອກກາລະປັດຈຸບັນແທ້ຢູ່ນໍາປະໂຫຍກນັ້ນໆ.

ກາລະອະດີດ ແມ່ນຫຍັງ?

ກາລະອະດີດ ແມ່ນໝາຍເອົາເວລາທີ່ລ່ວງກາຍ ຫຼື ຜ່ານພົ້ນໄປແລ້ວ; ສະແດງວ່າ ເຫດການ ຫຼື ການກະທຳນັ້ນໄດ້ສິ້ນສຸດແລ້ວ, ຄໍາທີ່ໃຊ້ເປັນເຄື່ອງໝາຍບອກກາລະອະດີດນັ້ນ ໄດ້ແກ່ຄໍາຕໍ່ໄປນີ້ຄື: ໄດ້, ແລ້ວ, ໄດ້…ແລ້ວ, ເຄີຍ, ເຄີຍ…ແລ້ວ, ສໍາເລັດແລ້ວ ແລະ ຄໍາ ຄຸນນາມບອກເວລາກ່ຽວກັບອະດີດທັງໝົດ.

ກາລະອະນາຄົດ ແມ່ນຫຍັງ?

ກາລະອະນາຄົດ ແມ່ນໝາຍເອົາເວລາທີ່ຍັງບໍ່ທັນມາຮອດ ຫຼື ມາເຖິງ.

ກາລະບໍ່ມີກຳນົດ ແມ່ນຫຍັງ?

ກາລະບໍ່ມີກຳນົດ ແມ່ນໝາຍເອົາເວລາທີ່ບໍ່ມີກຳນົດແນ່ນອນ ພຽງແຕ່ບອກເວລາລອຍໆຄື ການກະທໍາ ຫຼື ການເຄື່ອນໄຫວແບບລອຍໆເທົ່ານັ້ນ. ຄໍກຳມະທັງຫຼາຍທີ່ຖືກນໍາມາແຕ່ງໃນ ປະໂຫຍກແແລ້ວແຕ່ບໍ່ມີຄໍາບອກກາລະປັດຈຸບັນ, ກາລະອະດີດ ຫຼື ກາລະອະນາຄົດຢູ່ນໍາ. ຄຳກຳມະເຫຼົ່ານັ້ນລ້ວນແຕ່ແມ່ນກາລະບໍ່ມີກຳນົດ ຫຼື ບາງກໍລະນີມີຄໍາກໍາມະບອກເວລາແບບລອຍໆ ເຊັ່ນ: ເລື້ອຍໆ, ສະເໝີ, ຂູ່ມື້ຢູ່ນໍາເພິ່ນກໍຈັດວ່າເປັນກາລະບໍ່ມີກຳນົດຄືກັນແຕ່ແມ່ນກາລະບໍ່ມີ ກໍານົດສົມບູນ.

ຄວາມໝາຍຂອງຄໍາລາຊາສັບ ແມ່ນຫຍັງ?

ລາຊາສັບ ແປຕາມສັບວ່າ ສັບ ຫຼື ຖ້ອຍຄໍາສໍານວນສໍາລັບພະລາຊາ ຫຼື ສັບທີ່ໃຊ້ສະເພາະ ຢູ່ໃນພະລາຊະວັງ ຖ້າເປັນລາຊາສັບທົ່ວໄປແມ່ນໝາຍເຖິງ ສັບ ຫຼື ຖ້ອຍຄໍາສະເພາະບຸກຄົນ ທົ່ວໄປໃຊ້ແກ່ບຸກຄົນທີ່ເຄົາລົບຕັ້ງແຕ່ພະລາຊາ, ພະລາຊະວົງ, ພະສົງ, ຂ້າລາຊະການ ລວມໄປ ເຖິງຄໍາສຸພາບທີ່ໃຊ້ສື່ສານກັນທົ່ວໄປ.
ນອກນັ້ນຍັງໝາຍເຖິງຄໍາທີ່ສ້າງຂຶ້ນສໍາລັບໃຊ້ໃຫ້ແກ່ລາຊະວົງເປັນສໍາຄັນໂດຍໃຫ້ມີຈິດສໍານຶກ ວ່າຄວາມສູງສົ່ງ, ປະເສີດ ຫຼື ຄວາມເປັນເທບ ເພື່ອບົ່ງບອກເຖິງຊັ້ນທາງສັງຄົມທີ່ສູງດ້ວຍອຳນາດ, ຖານະ ແລະ ປາລະມີ. ຄໍາຊຸມນີ້ໄດ້ເວົ້າກ່ຽວກັບການເຄື່ອນໄຫວ, ການພົບປະ, ການຮັບປະທານ, ການກ່າວ, ອາຫານ, ການເບິ່ງຊົມ, ການເສຍຊີວິດ, ທີ່ຢູ່, ຄວາມຮູ້ສຶກ, ການສັ່ງສອນເປັນສໍາຄັນ.

ສັນທະລັກສະນະແມ່ນຫຍັງ?

ສັນທະລັກສະນະແມ່ນຫຼັກການແຕ່ງກາບ, ກອນ ໂຄງ ແລະ ສານ ຄໍາວ່າ “ສັນທະ” ແປວ່າ ເປັນທີ່ຖືກໃຈ, ເນື່ອງກັນ ແລະ ມ່ວນອອນຊອນ ຄໍາວ່າ “ລັກສະນະ” ສິ່ງທີ່ສະແດງ ໃຫ້ເຫັນຄວາມຕ່າງກັນ, ຄຸນນະພາບ, ປະເພດ, ແບບ, ຮູບການ ຫຼື ວິທີ. ດັ່ງນັ້ນ, ສັນທະລັກສະນະ ຈຶ່ງມີຄວາມໝາຍວ່າ ຫຼັກການແຕ່ງກາບກອນອັນເນື່ອງກັນ, ເປັນທີ່ຖືກໃຈ ແລະ ມ່ວນອອນຊອນ ຂອງພາສາລາວ.

ພາກສ່ວນຕ່າງໆຂອງກາບກອນ ມີຫຍັງແນ່?

ພາກສ່ວນຕ່າງໆຂອງກາບກອນລວມມີ: ຄໍາ, ຕອນ, ວັກ, ເຟື້ອງ, ບາດ, ບົດ. ນອກຈາກນີ້ ຍັງມີຄໍາບຸບພະບົດ ແລະ ຄໍາຮ້ອຍ.

ຄວາມສໍາຄັນຂອງການອ່ານ ແມ່ນຫຍັງ?

ກິດຈະກຳການອ່ານມີຄວາມຈໍາເປັນຢ່າງຍິ່ງສໍາລັບນັກຮຽນ-ນັກສຶກສາ ເຊິ່ງຈະຕ້ອງເຮັດ ຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເພາະຄວາມສາມາດໃນການອ່ານຈະມີຜົນກະທົບໂດຍກົງຕໍ່ ປະສິດທິພາບໃນການຮຽນຂອງນັກຮຽນ. ດັ່ງນັ້ນ, ນັກຮຽນຈຶ່ງຄວນເຝິກຝົນຕົນເອງໃຫ້ມີນິດໄສ ມັກການອ່ານ ແລະ ເປັນນັກອ່ານທີ່ດີ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ລະດັບຂອງພາສາ ແມ່ນຫຍັງ?

ລະດັບຂອງພາສາທີ່ຕ້ອງໃຊ້ໃຫ້ເໝາະສົມກັບກາລະ, ເທສະ, ບຸກຄົນ, ສະຖານະການ ແລະ ປະເພດຂອງບົດ.

ພາສາທາງການ ຫຼື ພາສາແບບແຜນ ແມ່ນຫຍັງ?

ໃຊ້ຂຽນຫຼາຍກວ່າໃຊ້ເວົ້າ ເປັນພາສາທີ່ຖືກຕ້ອງສົມບູນດີເຊັ່ນ: ການກ່າວລາຍງານ, ການກ່າວປະກາດກຽດຕິຄຸນ, ປາຖະກະຖາ, ໃຫ້ຄຳໂອວາດ, ຄໍາປາໄສ, ການກ່າວແນະ ບຸກຄົນສໍາຄັນ, ລາຍງານວິຊາການ, ຈົດໝາຍທາງການ ແລະ ປະກາດທາງການ.

ພາສາເຄິ່ງທາງການ ຫຼື ເຄິ່ງແບບແຜນ ແມ່ນຫຍັງ?

ສາມາດໃຊ້ໄດ້ທັງເວົ້າ ແລະ ຂຽນ ບໍ່ເຄັ່ງຄັດທາງດ້ານຫຼັກການຫຼາຍ ແຕ່ມີຄວາມສຸ ພາບຫຼາຍກວ່າພາສາປາກເຊັ່ນ: ຈົດໝາຍທຸລະກິດ, ອົງການ, ບໍລິສັດ ແລະ ສາລະຄະດີ ບາງປະເພດ ເຊິ່ງເປັນພາສາທີ່ໃຊ້ໃນກິດຈະກຳການປະຊຸມ, ການອະພິປາຍ ແລະ ການສົນ ທະນາຂອງຜູ້ບໍ່ລຶ້ງເຄີຍກັນ.

ພາສາເວົ້າ ຫຼື ພາສາສົນທະນາ ແມ່ນຫຍັງ?

ເປັນພາສາທີ່ໃຊ້ເວົ້າຫຼາຍກວ່າໃຊ້ຂຽນ ມີສິລະປະໃຊ້ສະເພາະ ໂດຍບໍ່ເຄັ່ງຄັດຕໍ່ເນື້ອ ໃນຫຼາຍເຊັ່ນ: ພາສາສົນທະນາທົ່ວໄປ, ຈົດໝາຍສ່ວນຕົວ, ພາສາທ້ອງຖິ່ນ, ພາສາໃນນະວະນິຍາຍ, ເລື່ອງສັ້ນ, ລະຄອນ, ລາຍງານຂ່າວສັງຄົມ, ຂ່າວກິລາ ແລະ ຂ່າວບັນເທີງ.

ຄວາມໝາຍຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?

ການສື່ສານດ້ວຍການຂຽນ ແມ່ນການໃຊ້ສັນຍະລັກທາງຕົວອັກສອນບັນທຶກຄວາມນຶກ ຄິດແລ້ວສື່ໄປຍັງຜູ້ອື່ນ ໃຫ້ຮັບເອົາສັນຍະລັກທາງຕົວອັກສອນນັ້ນ ແລ້ວນໍາມາແປເປັນຄວາມໝາຍໃຫ້ເຂົ້າໃຈ. ສະນັ້ນ, ການສື່ສານດ້ວຍການຂຽນຈະສໍາເລັດຜົນໄດ້ຢ່າງດີກໍຕໍ່ເມື່ອຜູ້ຂຽນ ມີຄວາມຮູ້ ມີຄວາມເຂົ້າໃຈເລື່ອງພາສາກັບການສື່ສານ.

ຄວາມສໍາຄັນຂອງການຂຽນເພື່ອການສື່ສານ ແມ່ນຫຍັງ?

ການຂຽນເພື່ອການສື່ສານ ໄດ້ມີຄວາມສໍາຄັນຕໍ່ການພົວພັນກັນດ້ວຍລາຍລັກອັກສອນ ເຖິງວ່າສະໄໝນີ້ ເຕັກໂນໂລຊີໄດ້ມີຄວາມກ້າວໜ້າພຽງໃດ ແຕ່ການຂຽນກໍຍັງມີຄວາມສໍາຄັນ ເຊັ່ນວ່າ ການປັບສານຜ່ານເຄື່ອງແຟັກ, ສົ່ງສານຜ່ານອິນເຕີເນັດ ຫຼື ການສ້າງສັນງານຜ່ານ ເຄື່ອງຄອມພິວເຕີ ແລະ ອື່ນໆ. ການສົ່ງສານທຸກປະເພດຍັງຕ້ອງໃຊ້ສັນຍະລັກທີ່ເປັນໜັງສື ແທນພາສາ ອັນເປັນເຄື່ອງສໍາລັບສື່ຄວາມໝາຍຫາກັນ.

ຈຸດມຸ່ງໝາຍຂອງການຂຽນ ແມ່ນຫຍັງ?

ການຂຽນເປັນການບັນທຶກການສື່ຄວາມຮູ້, ຄວາມເຂົ້າໃຈ, ຈິນຕະນາການ, ອາລົມ ແລະ ຄວາມຄິດເພື່ອໃຫ້ຜູ້ອື່ນຮູ້ນໍາການຂຽນອາດຈະເພື່ອໜຶ່ງ ຫຼື ຫຼາຍກວ່າໜຶ່ງຈຸດມຸ່ງໝາຍ.

ການຂຽນເພື່ອເລົ່າເລື່ອງ ແມ່ນຫຍັງ?

ແມ່ນການກຳນົດເຫດການເປັນລໍາດັບຕາມທີ່ເປັນມາ ແລ້ວນໍາຂຽນຄືນ ເຊິ່ງຜູ້ຂຽນພຽງ ແຕ່ໃຊ້ວິທີຖ່າຍທອດດ້ວຍການຂຽນເຮັດໃຫ້ເຫັນພາບ, ເຫດການທີ່ເກີດຂຶ້ນນັ້ນເປັນໜ້າສົນໃຈ ແລະ ເຂົ້າໃຈ, ຜູ້ຂຽນຕ້ອງຄໍານຶງໃນການໃຊ້ພາສາໃຫ້ຮັດກຸມຈະແຈ້ງ, ສ້າງສິ່ງສົນໃຈໃນຈຸດເລີ່ມຕົ້ນ ແລະ ລໍາດັບເລື່ອງຕາມເຫດການກ່ອນ ຫຼື ຫຼັງ ສະເໜີຂໍ້ແທ້ຈິງຕາມເວລາ ແລະ ສະຖານທີ່ ເຮັດໃຫ້ຜູ້ອ່ານສົນໃຈຕິດຕາມຈົນຕະຫຼອດເລື່ອງ.

ການຂຽນເພື່ອອະທິບາຍ ແມ່ນຫຍັງ?

ແມ່ນການຂຽນຊີ້ແຈງຄວາມຮູ້, ວິທີໃຊ້ ແລະ ໄຂບັນຫາ ເພື່ອໃຫ້ຜູ້ອ່ານເຂົ້າໃຈ, ຜູ້ຂຽນຕ້ອງໃຊ້ພາສາທີ່ບໍ່ຄຸມເຄືອ, ຈັດຂັ້ນຕອນເຫດການຕາມລໍາດັບອັນໃດກ່ອນ ອັນໃດຫຼັງ ຫຼື ຈາກເຫດໄປສູ່ຜົນ ຈາກໃກ້ຫາໄກ, ຫາກແມ່ນເລື່ອງທີ່ແຍກເປັນຂໍ້ໄດ້ ກໍຄວນແຍກເປັນຂໍ້ໆ ເພື່ອໃຫ້ຜູ້ອ່ານເຂົ້າໃຈງ່າຍ.

ການຂຽນເພື່ອໂຄສະນາ ແມ່ນຫຍັງ?

ເປັນການຂຽນເພື່ອໃຫ້ເກີດຄວາມດູດດຶງຈິດໃຈ, ສົນໃຈແກ່ຜູ້ອ່ານ-ຟັງ. ດັ່ງນັ້ນ, ຕ້ອງໃຊ້ພາສາທີ່ຮູ້ໄດ້ງ່າຍ, ສັ້ນ ແລະ ກະທັດຮັດ ມີຄວາມແປກໃໝ່ໃຫ້ສະດຸດຕາສະດຸດໃຈແກ່ຜູ້ອ່ານ.

ການຂຽນເພື່ອປຸກໃຈ ແມ່ນຫຍັງ?

ເປັນການຂຽນທີ່ໃຊ້ພາສາເຮັດໃຫ້ຄົນເກີດຄວາມເຂັ້ມແຂງພ້ອມພຽງ ເພື່ອໃຫ້ຄົນກ້າຫານ, ຂຶ້ນໃຈ. ການຂຽນປະເພດນີ້ ມັກກ່ຽວກັບວຽກງານການເມືອງ, ສັງຄົມ ທີ່ປູກຈິດໃຈ ຄົນໃຫ້ຮັກຊາດ, ມີຈິດໃຈອົງອາດກ້າຫານ ເປັນອັນໜຶ່ງອັນດຽວກັນ, ສໍານວນຖ້ອຍຄໍາທີ່ໃຊ້ຂຽນສັ້ນໆອາດມີການເນັ້ນຢໍ້າ ແລະ ຍົກຕົວຢ່າງປະກອບໃນບາງຈຸດເພື່ອໃຫ້ເຫັນຄວາມເປັນຈິງ.

ການຂຽນເພື່ອສະແດງຄວາມຄິດເຫັນ ແມ່ນຫຍັງ?

ເປັນການສະແດງຄວາມຮູ້ສຶກ, ຄວາມຄິດເຫັນແບບແນະນໍາ, ວິຈານ, ວິເຄາະຕໍ່ເລື່ອງ ແລະ ເຫດການໃດໜຶ່ງຂອງສັງຄົມ. ການຂຽນປະເພດນີ້ຕ້ອງຄໍານຶງເຖິງຄວາມຈິງໃຫ້ເຫັນຊັດເຈນ, ໃຊ້ວິຈາລະນະຍານທີ່ຖືກຕ້ອງ, ມີຫຼັກການໃນການໄຈ້ແຍກເບິ່ງຜົນດີ-ຜົນເສຍ ໃຊ້ພາສາຈະແຈ້ງກະທັດຮັດ.

ການຂຽນເພື່ອສ້າງຈິນຕະນາການ ແມ່ນຫຍັງ?

ເປັນການຂຽນເພື່ອໃຫ້ຜູ້ອ່ານເກີດຈິນຕະນາການທີ່ອ່ຽງຕາມ ຫຼື ເຫັນດີນໍາ. ສະນັ້ນ, ຈື່ງຕ້ອງໃຊ້ພາສາທີ່ສ້າງພາບໃຫ້ຜູ້ອ່ານສາມາດນຶກອອກໄດ້, ເຂົ້າໃຈໄດ້ແລ້ວເກີດດຶງດູດຈິດໃຈໄປຕາມຄວາມນຶກຄິດຂອງຜູ້ຂຽນ.

ການຂຽນແບບສຽດສີ ແມ່ນຫຍັງ?

ເປັນການຂຽນທີ່ນໍາເອົາເລື່ອງບົກພ່ອງໃນສັງຄົມ. ເລື່ອງຂອງຜູ້ນໍາພາ ມາກ່າວແບບຕໍານິແຕ່ໃຊ້ວິທີການເຍາະເຍີ້ຍ ແລະ ຕະຫຼົກ ຜູ້ອ່ານບາງຄົນໄດ້ອ່ານ ແຕ່ບໍ່ສາມາດຄິດອອກຕໍ່ສິ່ງແອບແຝງຢູ່ໃນຖ້ອຍຄໍາທີ່ຂຽນ. ສະນັ້ນ, ຈຶ່ງຕ້ອງໃຊ້ຄວາມນຶກຄິດ, ການປຽບທຽບ ແລະ ຕີຄວາມດ້ວຍຕົວເອງຈຶ່ງຈະເຂົ້າໃຈ.

ຄວາມໝາຍຂອງການຂຽນຫຍໍ້ຄວາມ ແມ່ນຫຍັງ?

ການຂຽນຫຍໍ້ຄວາມ ແມ່ນການເກັບຄວາມສໍາຄັນຂອງເລື່ອງມາສະເໜີໃໝ່ ໂດຍບໍ່ເຮັດໃຫ້ເນື້ອໃນສໍາຄັນຂອງບົດເສຍໄປ ຫຼື ຂາດໄປ. ຜູ້ທີ່ຈະຫຍໍ້ເນື້ອຄວາມຕ້ອງຮູ້ຈັກສັງເກດ ວ່າຕອນໃດເປັນຕອນສໍາຄັນ ແລະ ຕອນໃດເປັນສໍາຮອງ.

ຄວາມໝາຍຂອງການຂຽນລາຍງານການປະຊຸມ ແມ່ນຫຍັງ?

ບັນທຶກລາຍງານການປະຊຸມໝາຍເຖິງ ການລາຍງານລະອຽດຂອງເລື່ອງ ທີ່ເບີກສາ ຫາລືກັນໃນທີ່ປະຊຸມ ເຊິ່ງຈັດພິມຕາມຮູບແບບທີ່ຖືກຕ້ອງ ເພື່ອເປັນຫຼັກຖານຂອງການປະຕິບັດງານ.

ຄວາມໝາຍຂອງຂ່າວ ແມ່ນຫຍັງ?

ຂ່າວ ໝາຍເຖິງຄໍາລາຍງານເຫດການ ທີ່ເກີດຂຶ້ນຢູ່ບ່ອນໃດໜຶ່ງ ອອກໄປໃຫ້ຜູ້ທີ່ຢູ່ບ່ອນອື່ນທີ່ຢູ່ໃກ້ ຫຼື ໄກ ຮັບຮູ້ນໍາ.

ການຂຽນຂ່າວ ແມ່ນຫຍັງ?

ແມ່ນການຂຽນຮຽບຮຽງຄືນກ່ຽວກັບຂໍ້ຄວາມ ທີ່ບັນທຶກເຫດການໃດໜຶ່ງທີ່ເກີດຂຶ້ນໂດຍ ຜູ້ຂຽນໄດ້ແຊກຄໍາຄິດຄໍາເຫັນບາງຢ່າງຂອງຕົນເຂົ້ານໍາ. ເລື່ອງທີ່ນໍາມາຂຽນເປັນຂ່າວໄດ້ແກ່, ນະໂຍບາຍ, ກິດຈະກຳ, ຜົນການດໍາເນີນງານ, ການປະຕິບັດໂຄງການ, ເຫດການທີ່ໜ້າສົນໃຈ ເຊິ່ງມີຈຸດປະສົງສ້າງຄວາມຮັບຮູ້, ຄວາມນິຍົມ ຫຼື ປ້ອງກັນແກ້ໄຂຄວາມເຂົ້າໃຈຜິດນັ້ນເອງ.

ການຟັງ ແມ່ນຫຍັງ?

ການຟັງເປັນຂະບວນການຮຽນຮູ້ຂອງມະນຸດ ເຊິ່ງເປັນທັກສະອັນສໍາຄັນຂອງຊີວິດ ແລະ ເປັນຂະບວນການສື່ສານທີ່ມະນຸດໃຊ້ກ່ອນທັກສະອື່ນ, ການຟັງເປັນການໃຊ້ສະມັດຖະພາບ ທາງຮ່າງກາຍ, ສະໝອງ ແລະ ຈິດໃຈ ເພື່ອທໍາຄວາມເຂົ້າໃຈ ແລະ ຕີຄວາມສິ່ງຕ່າງໆທີ່ໄດ້ຍິນ.

ປະສິດທິພາບໃນການຟັງ ແມ່ນຫຍັງ?

ປະສິດທິພາບໃນການຟັງ ໝາຍເຖິງຄວາມສາມາດທີ່ເຮັດໃຫ້ການຟັງເກີດການຮູ້ເລື່ອງ, ເຂົ້າໃຈເນື້ອເລື່ອງ, ສາມາດຈັບປະເດັນເນື້ອຫາສາລະໄດ້ ແລະ ສາມາດນໍາໄປຖ່າຍທອດໃຫ້ ຜູ້ອື່ນໄດ້ຢ່າງຖືກຕ້ອງເໝາະສົມ. ການຟັງທີ່ດີຈະຊ່ວຍໃຫ້ຜູ້ຟັງເພີ່ມພູນຄວາມຮູ້ ແລະ ໄດ້ຮັບປະສົບການ ເຊິ່ງເປັນປະໂຫຍດໃຫ້ແກ່ການພັດທະນາທັກສະການເວົ້າ, ການອ່ານ ແລະ ການຂຽນຂອງຕົນໃຫ້ມີປະສິດທິພາບດີຂຶ້ນ.

ຄວາມໝາຍຄວາມສໍາຄັນຂອງການເວົ້າ ແມ່ນຫຍັງ?

ແມ່ນການໃຊ້ຖ້ອຍຄໍາ ນໍ້າສຽງຮວມທັງກິລິຍາທ່າທາງ, ການຖ່າຍທອດຄວາມຮູ້ ຄວາມຄິດ, ຄວາມຮູ້ສຶກຂອງຜູ້ເວົ້າໃຫ້ຜູ້ອື່ນຮູ້ ແລະ ໃຫ້ເກີດການຕອບສະໜອງ. ການເວົ້າຈັດໄດ້ຫຼາຍປະເພດ, ການເວົ້າທີ່ດີ ແມ່ນການໃຊ້ຖ້ອຍຄໍາ, ນໍ້າສຽງຮວມທັງ ກິລິຍາຢ່າງມີຄວາມຖືກຕ້ອງ, ມີປະສິດທິພາບ ແລະ ເໝາະສົມກັບຈັນຍາມາລະຍາດຂອງ ສັງຄົມ ສາມາດຖ່າຍທອດຄວາມຄິດ, ຄວາມຮູ້ສຶກ ແລະ ຄວາມຕ້ອງການຈາກຜູ້ເວົ້າ ໄປສູ່ ຜູ້ຟັງໄດ້ຢ່າງຖືກຕ້ອງຊັດເຈນ.

ຈຸດປະສົງໃນການເວົ້າ ແມ່ນຫຍັງ?

ໂດຍປົກກະຕິການເວົ້າໄດ້ມີຈຸດປະສົງໃດໜຶ່ງຄື: ເພື່ອບອກ, ຖາມ, ຮ້ອງຂໍ, ເລົ່າ ຫຼື ສະແດງຄວາມນຶກຄິດຂອງຜູ້ເວົ້າ, ການເວົ້າທີ່ກ່ຽວກັບວຽກທາງລັດຖະການ ຫຼື ຕໍ່ສາທາລະ ນະຊົນ ຜູ້ເວົ້າຍ່ອມກຳນົດຈຸດປະສົງຂອງການເວົ້າໄວ້ກ່ອນແລ້ວ ເຊິ່ງຈຸດປະສົງດັ່ງກ່າວມີຄື:
(1) ເວົ້າເພື່ອແຈ້ງຂ່າວ ແມ່ນໃຫ້ຜູ້ຟັງເຂົ້າໃຈເລື່ອງຕ່າງໆ, ອາດໄດ້ແກ່ເລື່ອງຊີວິດປະຈຳວັນ, ເຫດການທີ່ເກີດຂຶ້ນໃໝ່, ຄໍາສັ່ງ ແລະ ກົດລະບຽບທີ່ຫາປະກາດອອກ.
(2) ເວົ້າເພື່ອໂນ້ມນ້າວຈິດໃຈຜູ້ຟັງ ໃຫ້ປະຕິບັດຕາມຖ້ອຍຄໍາທີ່ຊັກຈູງຂອງຜູ້ເວົ້າ ໂດຍ ໃຊ້ວິທີຊີ້ໃຫ້ເຫັນປະໂຫຍດ, ເຮັດໃຫ້ເຊື່ອ, ເຫັນດີນໍາຄວາມຄິດທີ່ສະເໜີອອກ. ການເວົ້າແບບນີ້ ຜູ້ເວົ້າມີຈຸດປະສົງຈະປ່ຽນຄວາມຄິດ ແລະ ພຶດຕິກຳຂອງຜູ້ຟັງໃຫ້ເປັນໄປຕາມຄວາມຕ້ອງການຂອງຜູ້ເວົ້າ.
(3) ເພື່ອໃຫ້ຜູ້ຟັງເກີດຄວາມຮູ້ສຶກອັນດີ ຕາມທີ່ຜູ້ເວົ້າເຄີຍໄດ້ປະສົບຜ່ານມາ) ການເວົ້າ ແບບນີ້ຕ້ອງການໃຫ້ຜູ້ຟັງເກີດຄວາມສຸກ ຫຼື ໃຫ້ຍຶດໝັ້ນໃນຄວາມດີຄວາມງາມຮ່ວມ ເຖິງການສ້າງຄວາມບັນເທີງໃຈໃຫ້ຜູ້ຟັງ.

ການຈັດຊະນິດການເວົ້າ ມີຫຍັງແດ່?

ການເວົ້າຈັດເປັນ 2 ຊະນິດຄື: ການເວົ້າທີ່ເປັນທາງການ ແລະ ການເວົ້າທີ່ບໍ່ເປັນທາງການ.

ຄວາມໝາຍຂອງວິຈາລະນະຍານ ແມ່ນຫຍັງ?

ຄໍາວ່າ “ວິຈາລະນະຍານ” ໝາຍເຖິງປັນຍາທີ່ສາມາດສັນນິຖານເຫດຜົນ. ສໍາລັບວິ ຈາລະນະຍານໃນການຟັງໝາຍເຖິງ ການຟັງດ້ວຍຄວາມຕັ້ງໃຈ ພະຍາຍາມສ້າງຄວາມເຂົ້າໃຈ ເນື້ອຫາສາລະຂອງເລື່ອງທີ່ຟັງ, ຕຶກຕອງໂດຍໃຊ້ຄວາມຮູ້, ຄວາມຄິດ, ເຫດຜົນ ແລະ ປະສົບການຂອງຕົນເອງປະກອບ.

ຄວາມໝາຍຂອງຄໍາ ແມ່ນຫຍັງ?

ຄໍາ ຫຼື ຄໍາສັບ ແມ່ນສຽງທີ່ຄົນເຮົາເບິ່ງອອກຈາກປາກ ທີ່ມີຄວາມໝາຍຢ່າງໃດຢ່າງ ໜຶ່ງ ຖ້າສຽງຄົນເຮົາເປັ່ງອອກ ແຕ່ບໍ່ມີຄວາມໝາຍນັ້ນ ບໍ່ເອີ້ນວ່າຄໍາສັບໄດ້. ຄໍາໜຶ່ງອາດມີໜຶ່ງ ຫຼື ຫຼາຍພະຍາງ.

ຄວາມໝາຍຂອງວະລີ ແມ່ນຫຍັງ?

ວະລີ ແມ່ນໝວດຄໍາ ຫຼື ໝູ່ຄໍາ ທີ່ເວົ້າຕິດຕໍ່ກັນຕັ້ງແຕ່ສອງຄໍາຂຶ້ນໄປ. ຄໍາທີ່ເອົາມາ ເວົ້າຕິດຕໍ່ກັນນີ້ ມີຄວາມໝາຍອັນລະຢ່າງ ແຕ່ເມື່ອເອົາຕິດຕໍ່ເຂົ້າກັນແລ້ວ ເກີດມີຄວາມໝາຍ ກ່ຽວເນື່ອງຜູກພັນກັນ. ເຖິງວ່າມັນມີຄວາມໝາຍຜູກພັນກັນ ແຕ່ກໍ່ຍັງບໍ່ທັນຄົບຖ້ວນຄືກັບປະໂຫຍກ.

ປະເພດຂອງວະລີ ມີຫຍັງແດ່?

ວະລີລວມມີ 7 ປະເພດຄື: ນາມວະລີ, ແທນນາມວະລີ, ກຳມະວະລີ, ຄຸນນາມວະລີ, ເຊື່ອມວະລີ, ຕໍ່ວະລີ ແລະ ອຸທານວະລີ.

ຄວາມໝາຍຂອງປະໂຫຍກ ແມ່ນຫຍັງ?

ຄວາມໝາຍຂອງວັດຈະນານຸກົມ (Dictionary) ແມ່ນຫຍັງ?

ວັດຈະນາກົມໝາຍເຖິງ ການນໍາຄໍາຕ່າງໆໃນພາສາໜຶ່ງມາຮວບຮວມ ໂດຍຈັດເປັນ ໝວດ, ກຳກັບການສະກົດແຕ່ລະຄໍາໃຫ້ຊັດເຈນ, ກຳໜົດຊະນິດຄໍາ, ກຳນົດຄວາມໝາຍຂອງ ແຕ່ລະຄໍາໃຫ້ຈະແຈ້ງ ແລະ ອະທິບາຍຊີ້ແຈງຄວາມໝາຍແຕ່ລະຄໍາໃຊ້ຕົວຢ່າງ ຫຼື ສົມມຸດ ປະກອບກັບຄໍາຊີ້ແຈງໃຫ້ແກ່ຄໍາໃດທີ່ອະທິບາຍຍາກ, ສິ່ງທີ່ຫາເຫັນໄດ້ຍາກ ຫຼື ສິ່ງທີ່ສໍາຄັນ.

ຄວາມໝາຍຂອງກອນຮ່າຍ ແມ່ນຫຍັງ?

ກອນຮ່າຍ ແມ່ນກອນຊະນິດໜຶ່ງເຊິ່ງມີລະບຽບຫຼັກການສໍາຜັດ ແລະ ກຳນົດຄໍາຄ້າຍຄືກັບກອນປະເພດອື່ນໆ ເພິ່ນກ່າວວ່າຄໍາ “ຮ່າຍ” ມີສໍານຽງຄ້າຍຄືສຽງນົກເຄົ້າອັນຄອນ ແລະ ສຽງຊະນີຮ້ອງ, ຊາວບູຮານເອີ້ນກັນວ່າ ຊະນີຮ່າຍໄມ້, ນົກເຄົ້າຮ່າຍຄອນ. ກອນຮ່າຍມີລັກສະ ນະແຕກຕ່າງກອນຊະນິດອື່ນຫຼາຍ, ເພິ່ນໃຊ້ກອນຮ່າຍສໍາລັບເທດ ແລະ ສູດຂວັນເວລາມີພິ ທີສູ່ຂວັນຕ່າງໆ.

ຄວາມໝາຍຂອງກອນໂຄງ ແມ່ນຫຍັງ?

ໂຄງ ແມ່ນກອນປະເພດໜຶ່ງທີ່ມີການເນື່ອງສຽງກັນ ເປັນດັ່ງໂຄງກະດູດ ຫຼື ໂຄງຮ່າງ ເຮືອນທີ່ຫາກໍ່ປູກໃໝ່. ຄໍາໂຄງຂອງລາວມີຫຼາຍແບບ ເຊິ່ງກໍານົດຊື່ເອີ້ນຕາມຈໍານວນຄໍາທີ່ປະ ກອບໃນວັກໜຶ່ງໆ ໄດ້ແກ່ໂຄງສອງ, ໂຄງສາມ, ໂຄງສີ່, ໂຄງຫ້າ, ໂຄງຫົກ ແລະ ໂຄງເຈັດ.

ທະນາຄານເປັນບ່ອນສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ ແມ່ນຫຍັງ?

ທຶນໄດ້ກຳເນີດເກີດຂື້ນຍ້ອນມີການສະສົມ, ການປະຢັດຂອງບຸກຄົນ, ວິສາຫະກິດ ແລະ ລັດຖະບານ ໃນພື້ນຖານເສດຖະກິດ. ສະນັ້ນ, ຢາກມີທຶນຫຼາຍຕ້ອງເພີ່ມລາຍໄດ້ແຫຼ່ງຊາດ, ລາຍໄດ້ບຸກຄົນ ແລະ ມີວິທີ ໃຊ້ຈ່າຍອັນສົມເຫດສົມຜົນ. ເພື່ອເພີ່ມລາຍໄດ້ແຫ່ງຊາດຕ້ອງເປີດກ້ວາງຂະໜາດການຜະລິດ ແລະ ລົງເລິກຂອງ ການຜະລິດສິນຄ້າທີ່ປະເພດມີທ່າແຮງ, ຊຸກຍູ້ຢ່າງແຂງແຮງຕໍ່ບັນດາຂະແໜງການຕ່າງໆໃນພື້ນຖານເສດຖະກິດ. ຍາກເຮັດໄດ້ຄືແນວນັ້ນມັນຈໍາເປັນຈະຕ້ອງມີທຶນ. ດ້ານອື່ນເມື່ອເສດຖະກິດຍິ່ງຂະຫຍາຍຕົວເທົ່າໃດກໍຈະພາໃຫ້ ມີຄວາມຕ້ອງການທຶນໃນຫລາຍຮູບແບບ ຊຶ່ງມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວຂອງທະນາຄານທຸລະ ກິດ. ທະນາຄານທຸລະກິດ ເປັນບ່ອນສະໜອງທຶນຕົ້ນຕໍໃຫ້ແກ່ການຜະລິດ ແລະ ທຸລະກິດສິນຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຖານຂໍ້ມູນແບບສຳພັນ (Relational Database) ແມ່ນຫຍັງ?

ເປັນການຈັດກເກັບຂໍ້ມູນໃນຮູບແບບຂອງຕາຕະລາງ (Table) ທີ່ມີ ເປັນ 2 ມິຕິ ຄື: ແຖວ (Row) ແລະ ຖັນ (Column). ຖານຂໍ້ມູນ (Database) 1 ຖານຂໍ້ມູນ ລັກສະນະ ສາມາດປະກອບຂຶ້ນຈາກຕາຕະລາງຕັ້ງແຕ່ 1 ຕາຕະລາງຂຶ້ນໄປ ແລະ ຕາຕະລາງ 1

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ການປະມວນຜົນອອນລາຍ (Online Processing) ແມ່ນຫຍັງ?

ການປະມວນຜົນອອນລາຍ ຫຼື ແບບບໍ່ເຊື່ອມຕໍ່ ມີຄວາມແຕກຕ່າງຈາກລະບົບເຊື່ອມໂດຍກົງ. ລະບົບອອນລາຍຈະໃຊ້ແຖບແມ່ເຫຼັກ (magnetic tape) ແທນເຄື່ອງອ່ານບັດ ແລະ ເຄື່ອງພິມທີ່ມີຄວາມໄວຫຼາຍ ໂດຍຂັ້ນລະຫວ່າງ ໜ່ວຍຮັບເຂົ້າກັບ CPU ລະຫວ່າງ CPU ກັບໜ່ວຍສົ່ງອອກ ການຖ່າຍເທຂໍ້ມູນຜ່ານ ເທບແມ່ເຫຼັກສາມາດເຮັດໄດ້ໂດຍໃຊ້ເຄື່ອງອ່ານບັດ ແລະ ເຄື່ອງພິມທີ່ໄດ້ຮັບການອອກແບບເປັນພິເສດ ເຮັດໃຫ້ສາມາດຖ່າຍເທຂໍ້ມູນໂດຍບໍ່ຕ້ອງຜ່ານ CPU ຫຼື ເພີ່ມໜ່ວຍປະມວນຜົນຂະໜາດໜ້ອຍທີ່ເຮັດໜ້າທີ່ສະເພາະດ້ານນີ້ ເອີ້ນວ່າ I/O Processor.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS- Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄໍາວ່າທຸລະກິດ (Business) ແມ່ນຫຍັງ?

ໝາຍເຖິງການດໍາເນີນງານຢ່າງໃດໜຶ່ງຂອງມະນຸດ ເຊິ່ງມີລັກສະນະ ເພື່ອການຄ້າເຊັ່ນ: ການຊື້-ຂາຍ, ການບໍລິການການຄ້າ, ການຂົນສົ່ງ, ການສະໜອງຕໍ່ກັນ ລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ.

ປັດຊະຍາແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ) ກັບ ຈິນຕະນາການ(ຈິດໃຈ).

ອ້າງອີງ: ຈາກ ປື້ມ ການເມືອງ

ການທ່່ອງທ່ຽວສະໄໝກ່ອນແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດເປົ້າໝາຍເພື່ອການທ່ອງທ່ຽວ, ພຽງແຕ່ເປັນການເດີນທາງທີ່ແນໃສ່ເພື່ອຄວາມຢູ່ລອດຂອງຊີວິດເທົ່ານັ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ເຕັກນິກລວມສູນແມ່ນຫຍັງ?

ເຕັກນິກລວມສູນ ແມ່ນເຕັກນິກທີ່ຄໍານວນຈາກເທິງລົງລຸ່ມ ເພື່ອຄາດຄະເນຄວາມຕ້ອງການແຮງງານ ໂດຍອີງໃສ່ສະພາບທຸລະກິດປັດຈຸບັນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານແມ່ນຂົວຕໍ່ລະຫວ່າງວິສາຫະກິດກັບຕະຫຼາດ ແມ່ນຫຍັງ?

ຈາກ ໃນເງື່ອນໄຂເສດຖະກິດຕະຫຼາດ, ການເຄື່ອນໄຫວຂອງບັນດາວິສາຫະກິດ ໄດ້ຮັບຜົນສະທ້ອນຫລາຍ ບັນດາກົດເກນເສດຖະກິດ ເປັນຕົ້ນແມ່ນ ກົດເກນລາຄາ, ກົດເກນການສະໜອງ ແລະ ຄວາມຕ້ອງການ, ກົດເກນການແກ້ງແຍ່ງແຂ່ງຂັນ ແລະ ການຜະລິດບົນພື້ນຖານຄວາມຮ້ອງຕ້ອງການຂອງຕະຫຼາດ, ຕອບສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດໃນທຸກດ້ານເຊິ່ງສະແດງອອກຄື: ບໍ່ພຽງແຕ່ຕອບສະໜອງພຽງພໍກັບ ຄວາມຕ້ອງການທາງດ້ານລາຄາ, ຈໍານວນ, ຄຸນນະພາບ, ປະເພດສິນຄ້າເທົ່ານັ້ນ ແຕ່ຍັງຕ້ອງຕອບສະໜອງ ຢ່າງພຽງພໍທາງດ້ານເວລາ, ສະຖານທີ່. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃຫ້ດີທີ່ສຸດ ທະນາຄານບໍ່ພຽງແຕ່ຍົກສູງສະມັດຖະພາບແຮງງານແຕ່ຕ້ອງໄດ້ປັບປຸງກົນໄກຄຸ້ມຄອງໃຫ້ດີ. ນອກຈາກນັ້ນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຄີຫຼັກ (Primary Key) ແມ່ນຫຍັງ?

ເປັນ Key ນີ້ເປັນໂຕແທນຂອງຕາຕະລາງນັ້ນໄດ້ທັນທີ, Field B ສາມາດໂອກໃຫ້ເປັນ Primary Key ໄດ້ຈະຕ້ອງມີຄຸນສົມບັດຄວາມເປັນໜຶ່ງດຽວ (Uniquenes) user ຄື: ຄ່າຂອງ field ນັ້ນຈະຕ້ອງບໍ່ຊໍ້າກັນ.

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບແບບອັດຕະໂນມັດ (Automatic Batch System) ແມ່ນຫຍັງ?

(Automatic batch systems) ລະບົບປະຕິບັດງານລຸ້ນນີ້ເປັນພຽງໂປຣແກຣມຝັງຕົວນ້ອຍໆ (Resident monitor) ເຊິ່ງແລ່ນຢູ່ພາຍໃນເຄື່ອງຕະຫຼອດເວລາ ແລະ ເຮັດໜ້າທີ່ສົ່ງມອບການຄວບຄຸມເຄື່ອງໃຫ້ກັບໂປຣແກຣມຂອງຜູ້ໃຊ້ທີລະໂປຣແກຣມຕາມລຳດັບ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS- Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ເທບແມ່ເຫຼັກ (Magnetic Tape) ແມ່ນຫຍັງ?

ເຄີຍຖືກໃຊ້ເປັນໜ່ວຍຄວາມຈຳຮອງຂະໜາດໃຫຍ່ໃນຄອມພິວເຕີສະໄໝກ່ອນ ແຕ່ສາມາດເກັບຂໍ້ມູນໄດ້ປະລິມານມະຫາສານຫຼາຍ ແຕ່ອັດຕາການເຂົ້າເຖິງແບບສຸມຊ້າກວ່າ Magnetic disk ແລະ ມີໜ່ວຍຄວາມຈຳຫຼາຍ ປັດຈຸບນສວ່ນຫຼາຍໃຊ້ໃນງານສໍາຮອງຂໍ້ມູນທີ່ມີຄວາມຖີ່ໃນການເອີ້ນໃຊ້ຂໍ້ມູນຕໍ່າ ແລະ ນິຍົມໃຊ້ເປັນສື່ບັນທຶກໃນການຖ່າຍທອດຂໍ້ມູນຈາກລະບົບໜຶ່ງໄປຫາ ລະບົບໜຶ່ງ ເນື່ອງຈາກລາຄາຕໍ່າທີ່ສຸດເມື່ອທຽບຕໍ່ປະລິມານຄວາມບັນຈຸ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍແມ່ນບົດແຕ່ງປະເພດໜຶ່ງເຊິ່ງໃຊ້ທິດສະດີ ແລະ ຕົວຈິງມາອະທິບາຍ ຫຼື ຊີ້ແຈງດ້ວຍເຫດຜົນກ່ຽວກັບບັນຫາໃດໜຶ່ງ ເພື່ອໃຫ້ຜູ້ອ່ານຜູ້ຟັງເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ບັນຫານັ້ນ ເມື່ອພວກເຮົາຕິດຕາມຂ່າວສານ, ອ່ານໜັງສືພິມຕ່າງໆ ມັກຈະພົບບົດອະທິບາຍເລື້ອຍໆ ເຊັ່ນ: ບົດອະທິບາຍການເມືອງ, ບົດນໍາ, ບົດຄວາມ ຯລຯ. ນອກຈາກນັ້ນ, ການອອກຄໍາຄິດ ເຫັນ, ການລາຍງານ, ການສິດສອນ, ການປຶກສາຫາລືວຽກງານຕ່າງໆ ກໍຍັງຕ້ອງໃຊ້ການ ອະທິບາຍເຊັ່ນດຽວກັນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຄໍາສັບທາງທຸລະກິດ ແມ່ນຫຍັງ?

ໝາຍເຖິງຄໍາຕ່າງໆທີ່ນໍາມາໃຊ້ໃນທາງຕິດຕໍ່ສື່ສານໃນການເຮັດ ການຄ້າ, ບໍລິການ, ການຊື້-ຂາຍ ແລະ ການເງິນທີ່ໃຊ້ໃນການຕິດຕໍ່ພົວພັນທາງກິດຈະການ ການຄ້າ

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ການເມືອງສືກສາ

Articles

ວັດຖຸແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ) ກັບ ຈິນຕະນາການ(ຈິດໃຈ).

ອ້າງອີງ: ຈາກ ປື້ມ ການເມືອງ

ປັດຊະຍາແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ) ກັບ ຈິນຕະນາການ(ຈິດໃຈ).

ອ້າງອີງ: ຈາກ ປື້ມ ການເມືອງ

ເທສະແມ່ນຫຍັງ?

ແມ່ນຄວາມສໍານຶກຂອງປັດຊະຍາ ທີ່ໃຊ້ຊີ້ບອກເຖິງລັກສະນະແຜ່ຫຼາຍຂອງວັດຖຸໝາຍຄວາມວ່າ: ແມ່ນຂະໜາດ, ຂອບເຂດໃຫຍ່, ນ້ອຍ, ສັ້ນ, ຍາວ, ຕໍ່, ສູງ, ມີທີ່ຕັ້ງ ແລະ ມີບໍລິມາດອັນແນ່ນອນ.

ອ້າງອີງ: ຈາກ ປື້ມ ການເມືອງ

ຝ່າຍຈິດນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ບໍ່ແມ່ນຄວາມຮູ້ສຶກຂອງຄົນເຮົາຄົງຕົວຢູ່ໃນກາລະ-ເທສະ ມັນຫາກແມ່ນກາລະ-ເທສະ ນັ້ນເອງຄົງຕົວຢູ່ນໍາຈິດສໍານຶກຂອງຄົນເຮົາ ແມ່ນຄົນເຮົາເປັນຜູ້ປະດິດຄິດແຕ່ງມັນຂຶ້ນ

ອ້າງອີງ: ຈາກ ປື້ມ ການເມືອງ

ກາລະແມ່ນຫຍັງ?

ແມ່ນຄວາມສຳນຶກຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກເຖິງລັກສະນະແຜ່ຫຼາຍຂອງຂະບວນວິວັດການຜັນແປໄວ ຫຼື ຊ້າສືບຕໍ່ກັນໄປຕາມລໍາດັບອັນແນ່ນອນຜ່ານແຕ່ລະໄລຍະໃນແຕ່ລະສະໄໝການຂະຫຍາຍຕົວຂອງວັດຖຸ (ການພວກພັນທີ່ສະແດງອອກທາງດ້ານປະຫວັດສາດ)

ອ້າງອີງ: ຈາກ ປື້ມ ການເມືອງ

ຝ່າຍວັດຖຸນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ກາລະ-ເທສະ ແມ່ນສອງລັກສະນະທີ່ແຕກຕ່າງກັນ ແຕ່ບໍ່ອາດຕັດແຍກອອກຈາກການເຄື່ອນເໝັງຂອງວັດຖຸ, ເທສະມີລັກສະນະສາມລວງຄື: ລວງກ້ວາງ, ລວງຍາວ ແລະ ລວງສູງ

ອ້າງອີງ: ຈາກ ປື້ມ ການເມືອງ

ຈິດໃຈແມ່ນຫຍັງ?

ແມ່ນບັນດາການເຄື່ອນໄຫວທັງໝົດທາງດ້ານຈິດໃຈຂອງຄົນເຮົາ ເຊິ່ງລວມມີ:​ ມະໂນພາບ, ມະໂນພາບ, ເວດທະກໍາ, ແນວຄິດ, ມານະຈິດ, ທິດສະດີ ແລະ ທັດສະນະຕ່າງໆ.

ອ້າງອີງ: ຈາກ ປື້ມ ການເມືອງ

ວິທີສັດຈະວິພາກວັດຖຸນິຍົມແມ່ນຫຍັງ?

ແມ່ນວິທີແກ້ໄຂບັນຫາຢ່າງມີໂລຊິກ, ເປັນວິທີອະທິບາຍຢ່າງມີເຫດຜົນ, ແມ່ນວິທີເບິ່ງໂລກຢູ່ໃນທ່າຂະຫຍາຍຕົວ, ມີຄວາມສະສົມ, ມີຂໍ້ຂັດແຍ່ງ, ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ ແລະ ກັນ.

ອ້າງອີງ: ຈາກ ປື້ມ ການເມືອງ

ກົດເກນແມ່ນຫຍັງ?

ແມ່ນຄວາມສໍານຶກທີ່ສ່ອງແສ່ງເຖິງການພົວພັນ ທີ່ເປັນທາດແທ້ແນ່ນອນ, ຈໍາເປັນ ແລະ ມີລັກສະນະປົກກະຕິລືມໄປລືມມາ ຂອງບັນດາສິ່ງວັດຖຸປາກົດການສິ່ງດັ່ງກ່າວນັ້ນ ມີການປ່ຽນແປງໄດ້ຍາກ

ອ້າງອີງ: ຈາກ ປື້ມ ການເມືອງ

ຂໍ້ຂັດແຍ່ງປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຂອງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຜົນປະໂຫຍດກົງກັນຂ້າມກັນຕໍ່ສູ້ເຊິ່ງກັນ ແລະ ກັນທີ່ນັບມື້ນັບມີການປະທະກັນຂອງບັນດາດ້ານທີ່ກົງກັນຂ້າມ.

ອ້າງອີງ: ຈາກ ປື້ມ ການເມືອງ

ຂໍ້ຂັດແຍ່ງບໍ່ປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຕ່າງໆລະຫວ່າງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຈຸດໝາຍ ແລະ ຜົນປະໂຫຍດພຶ້ນຖານເປັນເອກະພາບກັນ, ຂໍ້ຂັດແຍ່ງນີ້ມີລັກສະນະຊົ່ວຄາວເທົ່ານັ້ນ.

ອ້າງອີງ: ຈາກ ປື້ມ ການເມືອງ

ມາດຕະເກນແມ່ນຫຍັງ?

ແມ່ນບັນດາຄວາມສໍານຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກພາວະວິໄສ ເຊິ່ງສ່ອງແສງເຖິງບັນດາດ້ານ, ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ, ບັນດາການພົວພົນພື້ນຖານ ແລະ ແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ, ແມ່ນບັນດາຂັ້ນໄດ ແລະ ບັນດາໄລຍະຂອງຂະບວກວິວັດແຫ່ງຄວາມຮັບຮູ້ຂອງມະນຸດກ່ຽວກັບໂລກ.

ອ້າງອີງ: ຈາກ ປື້ມ ການເມືອງ

ພຶດຕິກໍາແມ່ນຫຍັງ?

ຢາກຊອກເຫັນໄດ້ຄວາມແນ່ນອນ ຕ້ອງເລີ່ມຈາກອັນບັງເອີນ,​ ຖ້າພວກເຮົາຫາກອີງໃສ່ແຕ່ອັນບັງເອີນເທົ່ານັ້ນຈະເຮັດໃຫ້ການກະທໍາຜິດພາດ, ແຕ່ຕ້ອງຮູ້ໝູນໃຊ້ສິ່ງອັນບັງເອີນທີ່ມີຜົນກະທົບເຂົ້າໃສ່ໃນອັນແນ່ນອນ ເພີ່ນເຕີມໃຫ້ອັນແນ່ນອນ, ຕ້ອງຊອກຫາອັນໃໝ່ ແລະ ບໍາລຸງສ້າງໃຫ້ມັນຂະຫຍາຍຕົວ.

ອ້າງອີງ: ຈາກ ປື້ມ ການເມືອງ

ຮູບການແມ່ນຫຍັງ?

ຮູບການພາຍນອກແມ່ນຫຍັງ?

ແມ່ນຮູບຮ່າງ, ສີສັນ, ຂອບເຂດ, ຂະໜາດ (ສໍາຄັນແຕ່ຕັດສິນ).

ອ້າງອີງ: ຈາກ ປື້ມ ການເມືອງ

ຮູບການພາຍໃນແມ່ນຫຍັງ?

ແມ່ນວິທີຊັບຊ້ອນ, ວິທີຈັດວາງ, ແມ່ນໂຄງປະກອບຂອງເນື້ອໃນແມ່ນບັນດາພາກສ່ວນທີ່ຈໍາເປັນ (ສໍາຄັນຕັດສິນ).

ອ້າງອີງ: ຈາກ ປື້ມ ການເມືອງ

​ພຶດຕິ​ກໍາແມ່ນຫຍັງ?

ແມ່ນການສະແດງອອກຂອງລັດທິອາດຍາສິດ, ມັນຈະເປັນອຸປະສັກ ແລະ ມີຜົນເສຍຫາຍໃຫ້ແກ່ການປະຕິບັດວຽກງານ.

ອ້າງອີງ: ຈາກ ປື້ມ ການເມືອງ

ທາດແທ້ແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງ ທີ່ຊີ້ບອກການລວບລວມບັນດາດ້ານ, ບັນດາການພົວພັນທີ່ຈໍາເປັນ, ທີ່ປົກກະຕິສໍາພັດຢູ່ເບື້ອງໃນຂອງສິ່ງວັດຖຸ ແລະ ປາກົດການມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການນັ້ນ.

ອ້າງອີງ: ຈາກ ປື້ມ ການເມືອງ

ປາກົດການແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກບັນດາດ້ານ, ບັນດາການພົວພັນທີ່ສະແດງອອກພາຍນອກບໍ່ເປັນປົກກະຕິຂອງສິ່ງວັດຖຸ, ມັນແມ່ນຮູບການທີ່ສະແດງອອກເບື້ອງນອກ ຂອງທາດແທ້ທີ່ຄົນເຮົາສາມາດຮັບຮູ້ມັນໄດ້ດ້ວຍອິນຊີ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມອາດສາມາດແມ່ນຫຍັງ?

ແມ່ນມາດຕະເກນທີ່ຊີ້ບອກບັນດາເງື່ອນໄຂໃໝ່, ບັນດາທ່າອ່ຽງແຫ່ງການຂະຫຍາຍຕົວ, ແມ່ນອັນທີ່ເປັນໜໍ່ແໜງຢູ່ໃນສິ່ງວັດຖຸ ແລະ ປາກົດການ ແລະ ຢູ່ໃນຂະບວນວິວັດ, ມັນຈະບໍ່ທັນປາກົດຕົວຂຶ້ນ  ແລະ ກາຍເປັນຄວາມຈິງໃນເວລາມີເງື່ອນໄຂອັນເໝາະສົມ

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມອາດສາມາດຕົວຈິງແມ່ນຫຍັງ?

ແມ່ນຄວາມອາດສາມາດທີ່ເລີ້ມມາຈາກທາດແທ້ຂອງສິ່ງວັດຖຸ ແລະ ປາກົດການໄວ ຫຼື ຊ້າມັນຈະກາຍເປັນຈິງ ເພາະມັນມີເງື່ອນໄຂຄົບຖ້ວນ ແລະ ຈໍາເປັນຢູ່ແລ້ວ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມສາມາດນາມມະທໍາແມ່ນຫຍັງ?

ແມ່ນຄວາມອາດສາມາດ ທີ່ບໍ່ທັນມີເງື່ອນໄຂຄົບຖ້ວນ ເພື່ອຫັນປ່ຽນກາຍເປັນຈິງໄດ້, ແຕ່ວ່າໃນອານາຄົດ ເມື່ອມີເງື່ອນໄຂຄົບຖ້ວນຕ້ອງປາກົດຂຶ້ນຢ່າງແນ່ນອນ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມເປັນຈິງແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກອັນທີ່ຄົງຕົວຢ່າງແທ້ຈິງ ແມ່ນອັນທີ່ພວມໄປຮອດ ແລະ ອັນທີ່ພວມປາກົດຕົວອອກ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມຮັບຮູ້ແມ່ນຫຍັງ?

ແມ່ນຄໍານິຍາມໜຶ່ງທີ່ໃຊ້ເພື່ອຊີ້ບອກເຖິງສິ່ງວັດຖຸ ແລະ ປາກົດການທີ່ຄົນເຮົາຮົບຮູ້ກ່ຽວກັບ ໂລກພາວະວິໄສຕາມບັນດາທັດສະນະທີ່ແນ່ນອນໃດໜຶ່ງ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມຮູ້ສຶກແມ່ນຫຍັງ?

ແມ່ນຮູູບການທໍາອິດຂອງການສ່ອງແສງຄວາມເປັນຈິງພາວະວິໄສ ເຂົ້າໃສ່ມັນສະໝອງຂອງຄົນເຮົາ, ໃນເມື່ອສິ່ງວັດຖຸ, ປາກົດການກະທົບໃສ່ອິນຊີຂອງຄົນເຮົາຜ່ານການເຄື່ອງໄຫວຂອງອິນຊີທັງຫ້າ ຄົນເຮົາຈຶ່ງເກີດມີຄວາມຮູ້ສຶກກ່ຽວກັບກິ່ນ, ສີສັນ, ລົດຊາດ, ສຽງ ແລະ ອື່ນໆ

ອ້າງອີງ: ຈາກ ປື້ມ ການເມືອງ

ການຮັບຮູ້ແມ່ນຫຍັງ?

ແມ່ນໄລຍະຄວາມຮັບຮູ້ທີ່ເກີດຂຶ້ນບົນພື້ນຖານຄວາມຮູ້ສຶກ ມັນສ່ອງແສງເຖິງສິ່ງວັດຖຸຮອບດ້ານ ແລະ ລັກສະນະສະເພາະຂອງມັນ, ສ້າງເປັນຄວາມຮັບຮູ້ທີ່ເປັນເອກະພາບ ມັນລວບລວມເອົາທັງຄວາມຮູ້ສຶກ ແລະ ຄວາມຮັບຮູ້ໂດຍສະເພາະມັນໄດ້ປະກົດຕົວຂຶ້ນຢູ່ໃນຈິດສໍານຶກຂອງຄົນເຮົາ.

ອ້າງອີງ: ຈາກ ປື້ມ ການເມືອງ

ມະໂນພາບແມ່ນຫຍັງ?

ແມ່ນຄວາມຮັບຮູ້ລະດັບສູງ ຂອງການສ່ອງແສງທາງອະໄວຍະວະຄວາມຮູ້ສຶກ ນັ້ນແມ່ນການວາດພາບ, ການວາດພາບແມ່ນການສ່ອງແສງຄືນຮູບພາບ ຂອງສິ່ງວັດຖຸທີ່ໄດ້ຮັບຮູ້ມາແລ້ວ (ໄດ້ກະທົບມາແລ້ວ) ເຊິ່ງໃນຂະນະນັ້ນສິ່ງວັດຖຸດັ່ງກ່າວບໍ່ໄດ້ກະທົບຄືນອີກ, ແຕ່ຍ້ອນມີການວາດພາບຈິດສໍານຶກຂອງຄົນ.

ອ້າງອີງ: ຈາກ ປື້ມ ການເມືອງ

ຈິນຕະນາການນາມມະທໍາແມ່ນຫຍັງ?

ແມ່ນບາດກ້າວຄວາມຮັບຮູ້ລະດັບສູງທີ່ເກີດຂຶ້ນ ໂດຍອີງໃສ່ຂໍ້ມູນທີ່ໄດ້ສະສົມໄວ້ໃນໄລຍະຄວາມຮັບຮູ້ທາງການສໍາພັດດ້ວຍອິນຊີ, ຈິນຕະນາການນາມມະທໍາມີ 3 ໄລຍະຄື: ຄວາມສໍານຶກ, ການສັນນິຖານ ແລະ ການສະຫຼຸບໄຕ່ຕອງ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມສໍານຶກແມ່ນຫຍັງ?

ແມ່ນຮູບແບບພື້ນຖານຂອງແນວຄິດ, ຄວາມສໍານຶກເກີດຂຶ້ນ ແມ່ນບາດກ້າວກະໂດດຂັ້ນຂອງຄວາມຮັບຮູ້, ຄວາມສໍານຶກໄດ້ສ່ອງແສງເຖິງບັນດາລັກສະນະທີ່ສໍາຄັນອັນເປັນທາດແທ້, ອັນລວມຂອງສິ່ງວັດຖຸ ແລະ ປາກົດການ.

ອ້າງອີງ: ຈາກ ປື້ມ ການເມືອງ

ການສັນນິຖານແມ່ນຫຍັງ?

ແມ່ນຮູູບແບບຂອງແນວຄິດເຊິ່ງໃນນັ້ນອັນໃດໜຶ່ງຖືກຢັ້ງຢືນ ຫຼື ຖືກປະຕິເສດລັກສະນະທາດແທ້, ສາຍພົວພົນພາຍໃນຂອງສິ່ງວັດຖຸ, ການສັນນີຖານມີການທ້ອນໂຮມເອົາ 2 ຫຼື ຫຼາຍຄວາມສໍານຶກ.

ອ້າງອີງ: ຈາກ ປື້ມ ການເມືອງ

ລັກສະນະພາວະວິໄສແມ່ຍຫຍັງ?

ແມ່ນປັນຍາຄວາມຮູ້ທີ່ສອດຄ່ອງກັບເກນພາວະວິໄສບໍ່ຂຶ້ນກັບຈິດໃຈຂອງຄົນເຮົາ

ອ້າງອີງ: ຈາກ ປື້ມ ການເມືອງ

ລັກສະນະຮູບປະທໍາແມ່ນຫຍັງ?

ແມ່ນປັນຍາຄວາມຮູ້ທີ່ສອດຄ່ອງກັບສິ່ງວັດຖຸ, ປາກົດການອັນລະອຽດຕົວຈິງໃດໜຶ່ງຂອງຄວາມເປັນຈິງພາວະວິໄສ. ສັດຈະທໍາຮູບປະທໍາຮຽກຮ້ອງໃຫ້ພວກເຮົາໃນເວລາປະຕິບັດວຽກງານຕົວຈິງຕ້ອງມີຫົວຄິດປະດິດສ້າງ, ບໍ່ອາດນໍາໃຊ້ເປັນກົນຈັກຕາຍຕົວຄືກັບແບບຕັ້ງໜຶ່ງຂອງວິທະຍາສາດທໍາມະຊາດ.

ອ້າງອີງ: ຈາກ ປື້ມ ການເມືອງ

ສັດຈະທຳສໍາບູນແມ່ນຫຍັງ?

ແມ່ນຄວາມຮູ້ທີ່ສ່ອງແສງໂລກພາວະວິໄສຢ່າງຄົບຖ້ວນ, ຮອບດ້ານ ແລະ ແນ່ນອນທີ່ສຸດ ເຊິ່ງສະແດງອອກເປັນຈຸດໝາຍຂອງການຮັບຮູ້ວິທະຍາສາດ ແຕ່ໃນຕົວຈິງຄວາມອາດສາມາດຮັບຮູ້ຂອງຄົນເຮົາບໍ່ອາດສິ້ນສຸດໄດ້.

ອ້າງອີງ: ຈາກ ປື້ມ ການເມືອງ

ສັດຈະທໍາສໍາພັນແມ່ນຫຍັງ?

ແມ່ນຄວາມຮູູ້ ທີ່ສ່ອງແສງໂລກພາວະວິໄສຖຶກຕ້ອງ ແຕ່ບໍ່ທັນຮອບດ້ານ, ບໍ່ທັນຄົບຖ້ວນ, ບໍ່ທັນແນ່ນອນມັນອາດຖືກຕ້ອງໃນເງື່ອນໄຂສະພາວະແວດລ້ອມໃດໜຶ່ງ.

ອ້າງອີງ: ຈາກ ປື້ມ ການເມືອງ

ເສດຖະສາດການເມືອງແມ່ນຫຍັງ?

ໝາຍເຖິງການຜະລິດ, ການແຈກຢາຍ, ການແລກປ່ຽນ, ການຊົມໃຊ້ສິນຄ້າ ແລະ ບັນຫາຕ່າງໆ ທີ່ພົວພົນກັບແຮງງານ, ທຶນ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງມະນຸດໄດ້ເລືອກໃຊ້ຊັບພະຍາກອນທີ່ຫາຍາກ ຫຼື ຂາດແຄນ ມາຜະລິດເປັນສິນຄ້າ ແລະ ບໍລິການ ດ້ວຍຄວາມປະຢັດ ແລະ ໃຫ້ມີປະສິດທິຜົນສູງສຸດ ຕອບສະໜອງຄວາມຕ້ອງການຂອງຄົນໃນສັງຄົມທີ່ບໍ່ມີຂີດຈໍາກັດ.

ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ການແບ່ງງານສັງຄົມແມ່ນຫຍັງ?

ການພົວພັນການຜະລິດແມ່ນຫຍັງ?

ໝາຍເຖິງການພົວພັນລະຫວ່າງຄົນກັບຄົນ ຢູ່ໃນຂະບວນວິວັດແຫ່ງການຜະລິດສັງຄົມ (ແມ່ນການຜະລິດຊໍ້າໄປຊໍ້າມາ ບໍ່ມີເວລາສິ້ນສຸດ ຢູ່ໃນສັງຄົມມະນຸດ).

ໃນເມື່ອສັງຄົມ ມີການແບ່ງການຜະລິດເປັນວິຊາສະເພາະ ສັງຄົມຂະຫຍາຍຕົວເທົ່າໃດການຫັນເປັນວິຊາສະເພາະກໍລະອຽດຂຶ້ນເທົ່ານັ້ນ.

ຄຸນຄ່າໃຊ້ສອຍແມ່ນຫຍັງ?

ແມ່ນຄຸນປະໂຫຍດໃນການໃຊ້ສອຍ ຂອງສິນຄ້າແຕ່ລະຊະນິດ ທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃດໜຶ່ງຂອງຄົນເຮົາ, ຄວາມຮຽກຮ້ອງຕ້ອງການດັ່ງກ່າວອາດມີຄວາມຕ້ອງການໃນການໃຊ້ຂອງຄົນເຮົາ.

ເງິນແມ່ນຫຍັງ?

ແມ່ນສິນຄ້າພິເສດເຊິ່ງຖືກນໍາໃຊ້ເປັນວັດຖຸທຽບມູນຄ່າລວມຂອງສິນຄ້າທຸກຊະນິດ ເຊິ່ງພວກເຮົາເອີ້ນວ່າ “ລາຄາ” ມັນເປັນສື່ກາງຂອງການແລກປ່ຽນສິນຄ້າ; ເງິນຕາສະແດງເຖິງມູນຄ່າຂອງສິນຄ້າ, ສະແດງເຖິງລັກສະນະສັງຄົມຂອງການອອກແຮງງານ ແລະ ຜະລິດຕະພັນຂອງການອອກແຮງງານ ຈາກນັ້ນມັນເປັນການພົວພັນການຜະລິດ ແລະ ການອອກແຮງງານລະຫວ່າງບັນດາຜູ້ຜະລິດສິນຄ້າ.

ຕົ້ນກໍາເນີດຂອງເງິນແມ່ນຫຍັງ?

ເງິນຕາກໍາເນີດເກີດຂື້ນຈາກຜົນຂອງຂະບວນວິວັດແຫ່ງການຂະຫຍາຍຕົວອັນຍາວນານຂອງການແລກປ່ຽນສິນຄ້າ ໂດຍຜ່ານບັນດາຮູບການທີ່ຕ່າງກັນຂອງມູນຄ່າ.

ໂຄງປະກອບຂອງທຶນແມ່ນຫຍັງ?

ທຶນປະກອບດ້ວຍທຶນຄົງທີ່ ແລະ ທຶນປ່ຽນແປງ, ແຕ່ນັກເສດຖະສາດທຶນນິຍົມຍັງໄດ້ແຍກທຶນເປັນທຶນຕົ້ນຕໍ ແລະ ທຶນໝູນວຽນ.

ທຶນບໍ່ປ່ຽນແປງ (ທຶນຄົງທີ່) ແມ່ນຫຍັງ?

ເພື່ອທໍາການຜະລິດ ນາຍທຶນໄດ້ໃຊ້ທຶນຂອງຕົນເອງສ່ວນໜຶ່ງ ເພື່ອສ້າງອາຄານໂຮງງານ, ຊື້ພາຫະນະເຄື່ອງຈັກຕ່າງໆ ເຊັ່ນ: ວັດຖຸດິບ, ນໍ້າມັນເຊື້ອໄຟ ແລະ ອຸປະກອນປະກອບ ຕ່າງໆບໍລິມາດມູນຄ່າຂອງທຶນດັ່ງກ່າວ ທີ່ສະແດງຕົວອອກໃນພາວະການຜະລິດ.

ທຶນປ່ຽນແປງແມ່ນຫຍັງ?

ນອກຈາກພາຫະນະການຜະລິດແລ້ວ ນາຍທຶນຍັງໄດ້ຊື້ແຮງງານຂອງຄົນຈ່າຍທຶນພາກສ່ວນໜຶ່ງ ພາຍຫຼັງເຮັດການຜະລິດນາຍທຶນຈະໄດ້ຮັບມູນຄ່າອັນໃໝ່ ເຊິ່ງກໍາມະກອນເປັນຜູ້ສ້າງຂຶ້ນມາ ມູນຄ່າອັນໃໝ່ນີ້ມີຈໍານວນສູງກວ່າມູນຄ່າແຮງງານຄົນ ທີ່ນາຍທຶນໄດ້ຈ່າຍໃຫ້ກໍາມະກອບເປັນຮູບການອັດຕາເງິນເດືອນນັ້ນພາກສ່ວນທຶນທີ່ຈ້າງແຮງງານຄົນ (ເງິນເດືອນ) ເອີ້ນວ່າ: ທຶນປ່ຽນແປງ

ແຮງງານສໍານຶກແມ່ນຫຍັງ?

ແມ່ນແຮງງານຂອງຜູ້ຜະລິດສິນຄ້າ ພາຍໃຕ້ຮູບການລະອຽດຕົວຈິງນັ້ນ ແມ່ນກໍາລັງມັນສະໜອງ, ກໍາລັງເສັ້ນປະສາດ ແລະ ກໍາລັງກ້າມຊີ້ນ ເຊິ່ງບໍ່ວ່າຜູ້ຜະລິດສິນຄ້າໃດໆກໍສິ້ນເປືອງໃນເມື່ອອອກແຮງງານຜະລິດ

ທຶນຄົງທີ່ແມ່ນຫຍັງ?

ແມ່ນພາກສ່ວນທຶນທີ່ສົ່ງມູນຄ່າຂອງຕົນ ໄປສູ່ຜະລິດຕະພັນສໍາເລັດຮູບເປັນຊິ້ນສ່ວນຕ່າງໆ ຕາມການຫຼຸ້ຍຫ້ຽນ ເຊັ້ນ: ອາຄານ, ໂຮງງານ, ເຄື່ອງກົນຈັກ, ຈັກຊ່ຽນຕ່າງໆ.

ທຶນໝູນວຽນແມ່ນຫຍັງ?

ແມ່ນພາກສ່ວນທຶນທີ່ສົ່ງມູນຄ່າຂອງຕົນ ເຂົ້າສູ່ຜະລິດຕະພັນສໍາເລັດຮູບໃນຄັ້ງໜຶ່ງ ຫຼື ຮອບໜຶ່ງເຊັ່ນ: ວັດຖຸດິບ, ຄ່າຈ້າງແຮງງານ, ອຸປະກອນປະກອບຕ່າງໆ, ນໍ້າມັນເຊື້ອໄຟ ແລະ ອື່ນໆມູນຄ່າຂອງມັນທັງໝົດໄດ້ສົ່ງໄປສູ່ຜົນຜະລິດໃນຊ່ວງໄລຍະໜຶ່ງຂອງການຜະລິດ ແລະ ກໍຕ່າວຄືນມາໃນຮູບເງິນພາຍຫຼັງການຈໍາໜ່າຍສິນຄ້າສໍາເລັດແລ້ວ 1 ຮອບ

ການໝູນວຽນຂອງທຶນແມ່ນຫຍັງ?

ທຶນຄົງຕົວ ແລະ ເຄື່ອນເໜັງຢ່າງບໍ່ຢຸດຢັ້ງໂດຍຜ່ານ 3 ໄລຍະ, ພາຍໃຕ້ 3 ຮູບຖານຕ່າງກັນຂອງມັນແຕ່ໄລຍະໄລຍະດັ່ງກ່າວທຶນມີການຜັນປ່ຽນແຕ່ຮູບຖານນີ້ໄປສູ່ຮູບຖານອື່ນນັ້ນ ເອີ້ນວ່າ: ການໝູນວຽນຂອງທຶນ

ຮອບມູນວຽນຂອງທຶນແມ່ນຫຍັງ?

ການມູນວຽນຂອງທຶນທີ່ສໍາໄປສໍາມາ ດ້ວຍໄລຍະເວລາຕາຍຕົວໃດໜຶ່ງທີ່ແນ່ນອນ ເອີ້ນວ່າ: ຮອບໝູນວຽນຂອງທຶນ

ໂຄງປະກອບເຕັກນິກຂອງທຶນແມ່ນຫຍັງ?

ແມ່ນອັດຕາສ່ວນລະຫວ່າງປະລິມານພາຫະນະການຜະລິດ ແລະ ປະລິມານກໍາລັງແຮງງານທີ່ນໍາໃຊ້ພາຫະນະການຜະລິດດັ່ງກ່າວ ໃນຂະບວນວິວັດແຫ່ງການຜະລິດໝາຍຄວາມວ່າ ບັນດາອັດຕາສ່ວນເຫຼົ່ານັ້ນ ສະແດງເຖິງລະດັບການນໍາໃຊ້ພາຫະນະການຜະລິດຂອງກໍາມະກອນຄົນໜຶ່ງໃນເວລາທໍາການຜະລິດ.

ໂຄງປະກອບມູນຄ່າຂອງທຶນແມ່ນຫຍັງ?

ໂຄງປະກອບມູນຄ່າຂອງທຶນ ຕາມມູນຄ່າທີ່ກໍານົດໂດຍແຍກອອກເປັນພາກສ່ວນທຶນບໍ່ປ່ຽນແປງ ແລະ ທຶນປ່ຽນແປງ ເອີ້ນວ່າ: ໂຄງປະກອບຕາມມູນຄ່າຂອງທຶນ

ມູນຄ່າຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?

ແມ່ນເວລາອອກແຮງງານ ທີ່ຈໍາເປັນຂອງສັງຄົມເພື່ອຜະລິດ ແລະ ຜະລິດສໍາລັບກໍາລັງແຮງງານ ຫຼື ເວົ້າຢ່າງລະອຽດຕື່ມ ມູນຄ່າຂອງສິນຄ້າກໍາລັງແຮງງານເທົ່າກັບມູນຄ່າ ຂອງບັນດາພາຫະນະໃຊ້ສອຍອັນຈໍາເປັນໃຫ້ແກ່ກໍາມະກອນ ແລະ ຄອບຄົວຂອງເຂົາ

ຄຸນຄ່າໃຊ້ສອຍຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?

ສະແດງອອກຢູ່ບ່ອນວ່າ ມັນຕອບສະໜອງຄວາມຮຽກຮ້ອງຕ້ອງການໃດໜຶ່ງ ໃຫ້ແກ່ຜູ້ຊື້ແຕ່ວ່າມັນຕ່າງກັບສິນຄ້າທໍາມະດາ ສິນຄ້າກໍາລັງແຮງງານມີມູນຄ່າໃຊ້ສອຍພິເສດ ໃນເມື່ອເວລານໍາໃຊ້ສິນຄ້າກໍາລັງແຮງງານ ມັນສາມາດສ້າງມູນຄ່າໃໝ່ທີ່ໃຫຍ່ກວ່າມູນຄ່າຂອງມັນເອງ ສ່ວນທີ່ໃຫຍ່ກວ່າມູນຄ່າຂອງຕົວມັນເອງນັ້ນ ເອີ້ນວ່າ: ມູນຄ່າສ່ວນເກີນ ເຊິ່ງນາຍທຶນເປັນຜູ້ຢຶດເອົາໄປ.

ມູນຄ່າສ່ວນເກີນແມ່ນຫຍັງ?

ແມ່ນມູນຄ່າຖືກສ້າງຂຶ້ນດ້ວຍແຮງງານຂອງກໍາມະກອນຮັບຈ້າງ, ມູນຄ່ານີ້ມັນຫຼາຍກວ່າມູນຄ່າຂອງກໍາລັງແຮງງານ ແລະ ໄດ້ຖືກກອບໂກຍເອົາໂດຍພວກນາຍທຶນ ຢ່າງບໍ່ມີຄ່າຕອບແທນໃດໆ.

ສະໄໝຂ້າມຜ່ານແມ່ນຫຍັງ?

ແມ່ນສະໄໝປະຫວັດສາດພິເສດ ໃນນັ້ນໂຄງປະກອບທາງດ້ານເສດຖະກິດ-ສັງຄົມ ມີທັງປັດໄຈສັງຄົມເກົ່າທີ່ພວກຊຸດໂຊມລົງ ແລະ ປັດຈຸບັນສັງຄົມໃໝ່ທີ່ຫາກໍກໍາເນີດເກີດຂຶ້ນເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ແຕ່ບໍ່ທັນເອົາຊະນະຢ່າງສົມບູນ ນັ້ນມີຄວາມໝາຍວ່າ ມັນມີລັກສະນະຂ້າມຜ່ານ

ເສດຖະກິດຕະຫຼາດແມ່ນຫຍັງ?

ແມ່ນລະດັບການຂະຫຍາຍຕົວສູງ ຂອງເສດຖະກິດສິນຄ້າ ເຊິ່ງໃນນັ້ນເປັນບັນດາປັດໄຈ ສົ່ງເຂົ້າ ແລະ ສົ່ງອອກ ຂອງການຜະລິດທັງໝົດລ້ວນແຕ່ຕ້ອງຜ່ານຕະຫຼາດ, ຖ້າປຽບທຽບລະຫວ່າງຊາວນາເອກະເທດ ກັບ ເຈົ້າຂອງນິຄົມຈະເຫັນໄດ້ວ່າ ການຜະລິດວັດຖຸເພື່ອຂາຍຂອງຊາວນາເອກະເທດ ແມ່ນການຜະລິດສິນຄ້າ.

ເສດຖະກິດຕະຫຼາດແກ່ງແຍ້ງເສລີແມ່ນຫຍັງ?

ແມ່ນພື້ນຖານເສດຖະກິດທີ່ມີການດັດສົມດ້ວຍຕົວເອງຂອງບັນດາກົດເກນເສດຖະກິດແຫ່ງການຜະລິດສິນຄ້າ, ໃນພື້ນຖານເສດຖະກິດນີ້ລັດບໍ່ໄດ້ແຊກແຊງໂດຍກົງເຂົ້າໃນການຂະຫຍາຍເສດຖະກິດ ມີແຕ່ສ້າງສະພາບແວດລ້ອມອັນອໍານວຍໃຫ້ແກ່ການແກ່ງແຍ້ງເສລີ ໂດຍສະເພາະ ແມ່ນສະພາບແວດລ້ອມທາງກົດໝາຍ.

ເສດຖະກິດແຜນການລວມສູນແມ່ນຫຍັງ?

ວິກິດການທາງເສດຖະກິດໂລກໃນປີ 1929-1933 ໄດ້ສະແດງໃຫ້ເຫັນວ່າເມື່ອລັກສະນະສັງຄົມຂອງການຜະລິດ ໄດ້ຂະຫຍາຍຕົວເຖິງລະດັບໃດໜຶ່ງທີ່ແນ່ນອນແລ້ວ ເສດຖະກິດຕະຫຼາດທີ່ມີການແກ່ງແຍ້ງເສລີ ບໍ່ອາດຂະຫຍາຍຕົວຢ່າງໂລ່ງລ່ຽນ ແລະ ມີສະຖຽນລະພາບໄດ້.

ຕະຫຼາດແມ່ນຫຍັງ?

ແມ່ນບ່ອນທີ່ມີການແລກປ່ຽນ ມັນບໍ່ອາດຕັດແຍກອອກຈາກຄໍາທີ່ວ່າແບ່ງງານສັງຄົມໄດ້ຢ່າງສິ້ນເຊີງ ແຕ່ຢູ່ບ່ອນໃດມີການແບ່ງງານສັງຄົມ ແລະ ມີການຜະລິດສິນຄ້າຢູ່ບ່ອນນັ້ນ, ເວລານັ້ນກໍມີ “ຕະຫຼາດ” ລະດັບ ແລະ ຂະໜາດຂອງ “ຕະຫຼາດ” ມັນຕິດພັນ ກັບ ລະດັບແຫ່ງການຫັນເປັນວິຊາຊີບຂອງແຮງງານສັງຄົມ.

ແມ່ນການຈັດຕັ້ງເສດຖະກິດສັງຄົມແບບໜຶ່ງ ເຊິ່ງໃນນັ້ນຂະບວນວິວັດແຫ່ງການຜະລິດ, ການແຈກຢາຍ, ການແລກປ່ຽນ ແລະ ການຊົມໃຊ້ຍາມໃດກໍຕິດພັນກັບຕະຫຼາດ ແລະ ດໍາເນີນໂດຍຜ່ານຕະຫຼາດ.

ພົງສາວະດານແມ່ນຫຍັງ?

ການຂຽນປະຫວັດສາດແບບພົງສາວະດານເທົ່າທີ່ສຶກສາ ພົບວ່າ: ເປັນການບັນທຶກເຫດການປະຫວັດສາດຂອງອະດີດໃນລັກສະນະການຂຽນ ທີ່ຍຶດຖືເອົາການຮຽງລໍາດັບວັນເດືອນປີກໍາກັບຄັກແນ່.

ພຸດທະສັກກະລາດແມ່ນຫຍັງ?

ພຸດທະສັກກະລາດ ເປັນການນັບສັກກະລາດທາງພຸດທະສາສະໜາ ແລະ ມີການນໍາໃຊ້ໃນຫຼາຍປະເທດ ໂດຍສະເພາະປະເທດທີ່ນັບຖືສາສະໜາພຸດ. ເລີ້ມກໍານົດເອົາ ເມື່ອພະພຸດທະເຈົ້າປະລິນິພານເປັນຈຸດແຫ່ງການຕັ້ງຕົ້ນ ເຊິ່ງເອີ້ນວ່າ “ພຸດທະສັກກະລາດ ຫຼື ພຸດທະສັງກາດທີ 1” ແລະ ນິຍົມຂຽນຫຍໍ້ວ່າ “ພສ 1”. ພຸດທະສັກກະລາດເກີດກ່ອນຄຣິດຕະສັກກະລາດ 543 ປີ.

ຈຸດລະສັກກະລາດແມ່ນຫຍັງ?

ຈຸດລະສັກກະລາດ ເປັນວິທີການນັບສັກກະລາດຕາມແບບການນັບຂອງກະສັດຂອງພະມ້າໃນສະໄໝອານາຈັກພູກາມທີ່ໄດ້ປະກາດໃຊ້ ໃນປີ ພສ 1181. ຈຸນລະສັກກະລາດເກີດຕາມຫຼັງພຸດທະສັກກະລາດ 1181 ປີ ແລະ ຖືກນໍາການແຜ່ຜາຍເຂົ້າມາທາງອານາຈັກລ້ານນາ

ຄຣິດຕະສັກກະລາດແມ່ນຫຍັງ?

ຄຣິດຕະສັກກະລາດ ເປັນວິທີການນັບສັກກະລາດຕາມແບບທາງສາສະໜາຄຣິດໂດຍກໍານົດເອົາແຕ່ສະໄໝພະເຍຊູ ເກີດເປັນການຕັ້ງຕົ້ນ ຄຣິດຕະສັກກະລາດທີ 1 ຫຼື ຄສ 1.

ລາວແມ່ນຫຍັງ?

ມີນັກວິຊາການຫຼາຍທ່ານ ໄດ້ໃຫ້ທີ່ມາຂອງຄໍາວ່າ “ລາວ” ນັ້ນມາຈາກຄໍາສັບໃນພາສາບາລີວ່າ “ລາວ” ທີ່ມີຄວາມໝາຍໃນພາສາລາວວ່າ “ໝາກນໍ້າເຕົ້າ”. ການທີ່ຄໍາວ່າ “ລາວ” ກ່ຽວຂ້ອງກັບໝາກນໍ້າເຕົ້ານີ້ ກໍເພາະວ່າ ນັກປາດບູຮານຂອງລາວໄດ້ເວົ້າວ່າຄົນລາວເກີດມາຈາກໝາກນໍ້າເຕົ້າປຸງ ເຊິ່ງເປັນນະໂຍບາຍທາງການເມືອງ ຂອງຂຸນບູລົມທີ່ມີຈຸດປະສົງ ເພື່ອໃຫ້ກຸ່ມຄົນໄຕລາວມີຄວາມສາມັກຄີຮັກແພງກັນ.

ລັດແມ່ນຫຍັງ?

ແມ່ນການຈັດຕັ້ງພິເສດອໍານາດການເມືອງຂອງຊົນຊັ້ນທີ່ຄອບຄອງທາງດ້ານເສດຖະກິດ, ມີກົງຈັກຈັກພິເສດ ແລະ ສາມາດເຮັດໃຫ້ລະບຽບຂອງຕົນ ມີຜົນບັງຄົບໃຊ້ສໍາລັບປະຊາຊົນທັງໝົດໃນປະເທດ.

ທິດສະດີເທວະນິຍົມແມ່ນຫຍັງ?

ຖືວ່າເປັນແນວຄິດທິດສະດີທີ່ເກົ່າແກ່ທີ່ສຸດ ແລະ ໄດ້ຖືກນໍາໃຊ້ມາຢ່າງຍາວນານ ເຊິ່ງໄດ້ພະຍາຍາມອະທິບາຍກ່ຽວກັບການກໍາເນີດລັດ ໂດຍຍຶດໝັ້ນໃນຄວາມເຊື່ອທີ່ວ່າພະເຈົ້າເປັນຜູ້ສ້າງລັດ.

ທິດສະດີທໍາມະຊາດແມ່ນຫຍັງ?

ແມ່ນແນວຄິດເລີ່ມມາຈາກ ທ່ານ ອາຣິສໂຕເຕີນ ຖືເປັນບິດາທາງລັດຖະສາດ ເຊິ່ງມີຄວາມຄິດທີ່ວ່າ ມະນຸດມີຄວາມດີໂດຍພື້ນຖານ ແລະ ເປັນສັດສັງຄົມການເມືອງໂດຍທຳມະຊາດ, ມະນຸດຕ້ອງມີການຢູ່ຮ່ວມກັນ ມີຄວາມສໍາພັນກັນຕາມທໍາມະຊາດ ອັນກໍ່ໃຫ້ເກີດມີຊຸມຊົນ ແລະ ເປັນຮູບແບບນະຄອນລັດຂຶ້ນມາ.

ທິດສະດີການຕໍ່ສູ້ຊົນຊັ້ນແມ່ນຫຍັງ?

ແມ່ນໃນສັງຄົມມີຊົນຊັ້ນທັງໝົດ ບັນດາຮູບຖານເສດຖະກິດສັງຄົມເຫຼົ່ານັ້ນ ໄດ້ສ້າງເປັນສະຕິສັງຄົມເຊັ່ນ: ແນວຄິດທາງການເມືອງ, ກົດໝາຍ, ຄຸນສົມບັດ, ສາສະໜາ, ປັດຊະຍາ ແລະ ວິທະຍາສາດ ໂດຍສະແດງໃຫ້ຮູ້ວ່າ ເປັນການປົກປ້ອງສິດຜົນປະໂຫຍດຂອງຊົນຊັ້ນປົກຄອງໃດໜຶ່ງທີ່ແນ່ນອນ.

ລັດເຈົ້າທາດແມ່ນຫຍັງ?

ແມ່ນປະເພດລັດທໍາອິດໃນປະຫວັດສາດ ເຊິ່ງເກີດຂຶ້ນພາຍຫຼັງການພັງທະລາຍຂອງສັງຄົມສະຫະຊີບປະຖົມບູຮານ. ພື້ນຖານເສດຖະກິດຂອງລັດເຈົ້າທາດ ແມ່ນກໍາມະສິດເອກະຊົນຕໍ່ພາຫະນະການຜະລິດ ໂດຍເຈົ້າທາດມີຂ້າທາດເປັນຂອງຕົນເອງ.

ລັດສັກດີນາແມ່ນຫຍັງ?

ແມ່ນລັດທີ່ສືບຕໍ່ຈາກການພັງທະລາຍຂອງລັດເຈົ້າທາດ, ແຮງງານທີ່ມີຜົນຜະລິດໜ້ອຍຂອງຂ້າທາດ ໄດ້ຄ່ອຍໆຖືກສັບປ່ຽນໂດຍແຮງງານຂອງຊາວນາ, ຊາວນາສາມາດມີດິນເພື່ອທໍາການປູກຝັງພາຍໃຕ້ເງື່ອນໄຂການປະຕິບັດພັນທະ ໃນການເຮັດວຽກໃຫ້ເຈົ້າຂອງດິນພື້ນຖານເສດຖະກິດແມ່ນກໍາມະສິດຂອງເຈົ້າທີ່ດິນ ແລະ ພາຫະນະການຜະລິດອື່ນໆ.

ລັດທຶນນິຍົມແມ່ນຫຍັງ?

ແມ່ນການຈັດຕັ້ງຄອບຄອງທາງດ້ານການເມືອງຂອງຊົນຊັ້ນນາຍທຶນ ເໜືອຊົນຊັ້ນຊາວຜູ້ອອກແຮງງານ, ມີໜ້າທີ່ຄອບຄອງທາງເສດຖະກິດ ແລະ ມີຈຸດປະສົງກົດຂີ່ຂູດຮີດຊາວຜູ້ອອກແຮງງານເພື່ອສ້າງກໍາໄລສູງ.

ລັດສັງຄົມນິຍົມແມ່ນຫຍັງ?

ແມ່ນການຈັດຕັ້ງອໍານາດການເມືອງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໂດຍການນໍາພາຂອງພັກກອມມູນິດ.

ຄວາມໝາຍຂອງລັດ?

ແມ່ນມີນັກລັດຖະສາດ ແລະ ນັກສັງຄົມສາດຫຼາຍທ່ານໄດ້ຂຽນໄວ້ເປັນລາຍລັກອັກສອນ, ໃນໄລຍະທໍາອິດ ແມ່ນ ທ່ານ ປລາໂຕ ໄດ້ຂຽນໄວ້ໃນໜັງສືອະທິບາຍວ່າລັດປະກອບດ້ວຍພົນລະເມືອງ.

ລັດໃນທາງນິຕິສາດແມ່ນຫຍັງ?

ໃນທາງນິຕິສາດ ຕາມກົດໝາຍລະຫວ່າງຊາດ ລັດແຕ່ລະລັດມີຄວາມເທົ່າທຽມກັນທາງດ້ານກົດໝາຍ, ມີອໍານາດອະທິປະໄຕ ແລະ ສິດໜ້າທີ່ໂດຍສົມບູນ.

ສາທາລະນະລັດແມ່ນຫຍັງ?

ແມ່ນລັດທີ່ເກີດຂຶ້ນໃນໄລຍະສົງຄາມໂລກຄັ້ງທີ 2 ເຊິ່ງເປັນຮູບແບບການປົກຄອງທີ່ອໍານາດສູງສຸດ ຖຶກດໍາເນີນໂດຍປະຊາຊົນທົ່ວລັດ ໂດຍປະຊາຊົນ ຈະມີສິດເລືອກຕັ້ງ ແລະ ລົງສະໝັກເລືອກຕັ້ງເປັນຜູ້ແທນປະຊາຊົນ ເພື່ອເຂົ້າໄປຊ່ວຍບໍລິຫານປະເທດ ຕາມກໍານົດອາຍຸການທີ່ແນ່ນອນ.

ສະຫະພັນທະລັດແມ່ນຫຍັງ?

ເປັນລັດທີ່ກໍາເນີດມາຈາກການລວມຕົວກັນລະຫວ່າງລັດຕ່າງໆ ນັບແຕ່ສອງລັດຂຶ້ນໄປ ໂດຍຕົກລົງໃຫ້ມີລັດຖະທໍາມະນູນສະບັບດຽວກັນ ແລະ ຄວາມສໍາພັນລະຫວ່າງລັດເຫຼົ່ານີ້ເປັນໄປຕາມບົດບັນຍັດຂອງລັດຖະທໍາມະນູນບໍ່ແມ່ນເກີດມາຈາກການເຮັດສົນທິສັນຍາໃດໆ.

ສະມາພັນທະລັດແມ່ນຫຍັງ?

ເປັນລັດທີ່ກໍາເນີດມາຈາກການລວມຕົວກັນລະຫວ່າງລັດທີ່ເປັນເອກະລາດນັບແຕ່ສອງລັດຂຶ້ນໄປ ໂດຍການເຮັດສົນທິສັນຍາຮ່ວມກັນ ແຕ່ບໍ່ໄດ້ສ້າງລັດຖະທໍາມະນູນ ຫຼື ຈັດຕັ້ງລັດຖະບານຮ່ວມກັນ.

ກົດໝາຍແມ່ນຫຍັງ?

ເປັນບັນທັດຖານທາງສັງຄົມທີ່ມີຄວາມສໍາຄັນຕໍ່ການຄຸ້ມຄອງລັດ ແລະ ສັງຄົມ, ເນື່ອງຈາກກົດໝາຍເປັນຫຼັກເກນທີ່ກໍານົດຂຶ້ນ ເພື່ອຄວບຄຸມພຶດຕິກໍາ ແລະ ແກ້ໄຂຂໍ່ຂັດແຍ່ງຕ່າງໆຂອງສັງຄົມ ໂດຍມີໜ່ວຍງານ ຫຼື ອົງການຂອງລັດ ເປັນຜູ້ເຮັດໜ້າທີ່ຄວບຄຸມໃຫ້ຄົນປະຕິບັດຕາມ ແລະ ລົງໂທດຫາກບໍ່ປະຕິບັດຕາມ.

ກົດໝາຍເຕັກນິກແມ່ນຫຍັງ?

ແມ່ນກົດໝາຍໃນຍຸກທີສາມເປັນກົດໝາຍທີ່ບໍ່ໄດ້ເກີດຈາກຮີດຄອງປະເພນີແຕ່ເປັນກົດໝາຍທີ່ເກີດຂື້ນຈາກສັງຄົມໃນຍຸກເຕັກນິກຈະເລີນກ້າວໜ້າ ເຊິ່ງໄດ້ສົ່ງຜົນສະທ້ອນເຮັດໃຫ້ສັງຄົມມີຄວາມຈະເລີນກ້າວໜ້າທາງເຕັກໂນໂລຊີ ແລະ ພາໃຫ້ເກີດມີບັນຫາຂອງສັງຄົມທີ່ຊັບຊ້ອນຈຶ່ງຕ້ອງມີການບັນຍັດກົດໝາຍຂຶ້ນເພື່ອຄຸ້ມຄອງສັງຄົມ.

ກົດໝາຍປະເພນີແມ່ນຫຍັງ?

ກົດໝາຍປະເພນີເປັນກົດໝາຍທີ່ມາຈາກປະຊາຊົນ ເປັນກົດທີ່ປະຊາຊົນຮັບຮູ້ທົ່ວໄປ ວ່າເປັນກົດໝາຍ ແລະ ລັດກໍໄດ້ໃຊ້ກົດໝາຍດັ່ງກ່າວເປັນກົດໝາຍເລື້ອຍໆມາ.

ກົດໝາຍລາຍລັກອັກສອນແມ່ນຫຍັງ?

ແມ່ນຂໍ້ບັງຄັບ ແລະ ຂໍ້ກໍານົດການປະພຶດຂອງບຸກຄົນ ເຊິ່ງມີທີ່ມາຈາກການຮັບຮອງຂອງອໍານາດການປົກຄອງຂັ້ນສູງ ແລ້ວປະກາດໃຫ້ປະຊາຊົນຮັບຊາບ ແລະ ໃຊ້ໃນການປະຕິບັດ.

ລັກສະນະຂອງກົດໝາຍແມ່ນຫຍັງ?

ກົດໝາຍມີລັກສະນະສະເພາະຢູ່ 2 ລັກສະນະຄື: 1. ລັກສະນະກົດໝາຍຕາມເນື້ອໃນ ແລະ 2. ລັກສະນະກົດໝາຍຕາມແບບວິທີ.

ທາດແທ້ຂອງກົດໝາຍແມ່ນຫຍັງ?

ແມ່ນສ່ອງແສງອອກໃນການມີຊົນຊັ້ນຂອງມັນ, ກົດໝາຍແມ່ນມາດຕະຖານໜຶ່ງ ທີ່ດັດປັບສາຍພົວພັນສັງຄົມ ເຊິ່ງມີກໍາລັງແຮງທີ່ເຂັ້ມແຂງຂອງຊົນຊັ້ນ ແລະ ຮັບປະກັນໂດຍລັດ.

ຣາຊະທານີແມ່ນຫຍັງ?

ໄດ້ແກ່ນະຄອນຊຽງທອງ ເຊິ່ງເປັນທີ່ປະທັບຂອງເຈົ້າຊີວິດ ແລະ ເປັນສູນກາງການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງລັດ.

ເຂື່ອນເມືອງແມ່ນຫຍັງ?

ເປັນເມືອງໃຫຍ່ຍຸດທະສາດ ມີທີ່ຕັ້ງສໍາຄັນຮອງຈາກຣາຊະທານີ ເຊິ່ງຈະມີນາຍທະຫານຂັ້ນຂຸນພົນ (ແມ່ທັບ) ຫຼື ຂຸນນາງທີ່ເປັນເຊື້ອສາຍທີ່ສໍາຄັນຂອງກະສັດ ໄປເປັນເຈົ້າປົກຄອງ.

ຂອບເມືອງແມ່ນຫຍັງ?

ເປັນເມືອງທີ່ມີຄວາມສໍາຄັນໃນລະດັບຖັດລົງມາ ໂດຍແມ່ນເຈົ້າສັກດີນາດັ່ງເດີມຂອງທ້ອງຖິ່ນ ທີ່ຈົງຮັກພັກດີຕໍ່ພະເຈົ້າຊີວິດ ເປັນຜູ້ປົກຄອງ.

ເມືອງຂອບດ່ານແມ່ນຫຍັງ?

ເປັນເມືອງສໍາຄັນດ້ານຍຸດທະສາດການທະຫານ ທີ່ຕັ້ງຢູ່ລະຫວ່າງເສັ້ນທາງຄົມມະນາຄົນ ແຕ່ເຂື່ອນເມືອງຫາຂອບເມືອງ ຫຼື ເປັນເມືອງທີ່ຕິດກັບຊາຍແດນອານາຈັກອ້ອມຂ້າງ ເຊິ່ງຈະມີເຈົ້າປົກຄອງເປັນນາຍທະຫານ ຫຼື ຜູ້ທີ່ມີຄວາມເກັ່ງກ້າໃນການເຮັດເສິກສົງຄາມ.

ເຈົ້າຊີວິດແມ່ນຫຍັງ?

ແມ່ນກະສັດທີ່ເປັນປະມຸກລັດ ເຊິ່ງເປັນຜູ້ທີ່ມີອໍານາດສູງສຸດໃນການປົກຄອງ ແລະ ການທະຫານ, ມີສິດແຕ່ງຕັ້ງ ແລະ ຖອດຖອນບຸກຄົນໃນຕໍາແໜ່ງຂັ້ນຕ່າງໆ, ເປັນເຈົ້າຂອງຊີວິດທຸກຄົນ ແລະ ຊັບສິນທັງໝົດໃນແຜ່ນດິນລ້ານຊ້າງ.

ເຈົ້າມະຫາອຸປະຣາດແມ່ນຫຍັງ?

ເປັນຕໍາແໜ່ງຮອງຖັດຈາກເຈົ້າຊີວິດ ເຮັດໜ້າທີ່ເປັນທີ່ປຶກສາ ແລະ ປະຕິບັດໜ້າທີ່ແທນເຈົ້າຊີວິດຕາມການມອບໝາຍ ໂດຍຄັດເລືອກມາຈາກນ້ອງຊາຍຂອງເຈົ້າຊີວິດເຂົ້າດໍາລົງຕໍາແໜ່ງ.

ເຈົ້ົ້າຣາຊະວົງແມ່ນຫຍັງ?

ເປັນຕໍາແໜ່ງຜູ້ຊ່ວຍເຈົ້າອຸປະຣາດ ມີໜ້າທີ່ດ້ານຕຸລາການໃນການພິຈາລະນາຄະດີ ແລະ ຕັດສິນຂໍ້ຂັດແຍ່ງຕ່າງໆ ຮ່ວມກັບຄະນະເສນາບໍດີຝ່າຍກາງ ເຊິ່ງຄັດເລືອກມາຈາກເຊື້ອສາຍຂອງເຈົ້າຊີວິດ ແລະ ມີສິດເລື່ອນຂື້ນເປັນເຈົ້າຊີວິດ ແລະ ມີສິດເລື່ອນຕໍາແໜ່ງຂື້ນເປັນເຈົ້າປະຣາດໄດ້.

ເຈົ້າຣາຊະບຸດແມ່ນຫຍັງ?

ເປັນຕໍາແໜ່ງຮັບຜິດຊອບວຽກງານການທະຫານ ຮ່ວມກັບຄະນະເສນາບໍດີຝ່າຍຂວາ ໂດຍຄັດເລືອກມາຈາກລູກຊາຍ ຫຼື ຫຼານຊາຍຂອງເຈົ້າຊີວິດ ແລະ ເປັນຜູ້ຖືກວາງໄວ້ສໍາລັບເລື່ອນຂື້ນເປັນເຈົ້າຊີວິດໃນຕໍ່ໜ້າ.

ເຈົ້າຄອງນະຄອນ/ເຈົ້າຄອງເມືອງແມ່ນຫຍັງ?

ເປັນຕໍາແໜ່ງຫົວໜ້າບໍລິຫານການປົກຄອງສູງສຸດຢູ່ໃນຫົວເມືອງໂດຍຂັ້ນເຂື່ອນເມືອງຈະເອີ້ນວ່າເຈົ້າຄອງນະຄອນສ່ວນຂັ້ນຂອບເມືອງນັ້ນຈະເອີ້ນວ່າເຈົ້າຄອງເມືອງ.

ເຈົ້າຝ່າຍແມ່ນຫຍັງ?

ເປັນຕໍາແໜ່ງຖັດລົງມາຈາກເຈົ້າຄອງນະຄອນ ຫຼື ເຈົ້າຄອງເມືອງ ໂດຍມີຖານະຕໍາແໜ່ງຄ້າຍຄືກັບເຈົ້າເມືອງໃນປັດຈຸບັນ.

ເຈົ້າກວນແມ່ນຫຍັງ?

ເປັນຕໍາແໜ່ງຖັດລົງມາຈາກເຈົ້າຝ່າຍເຊິ່ງມີຖານະຄ້າຍຄືກັບຕາແສງ ຫຼື ນາຍບ້ານໃນປັດຈຸບັນ.

ພຣະມະຫາກະສັດແມ່ນຫຍັງ?

ດໍາລົງຕໍາແໜ່ງເປັນປະມຸກລັດ ແລະ ໄດ້ມາຈາກການສືບເຊື້ອສາຍໃນລາຊະວົງ.

ສະພາແຫ່ງຊາດແມ່ນຫຍັງ?

ເປັນອົງການນິຕິບັນຍັດ ມີອາຍຸການ 5 ປີ ໄດ້ມາຈາກການເລືອກຕັ້ງທົ່ວປະເທດ.

ກອງປະຊຸມຣາຊະມົນຕີແມ່ນຫຍັງ?

ມີອາຍຸການ 5 ປີ ເທົ່າກັບສະພາແຫ່ງຊາດ ມີສະມາຊິກ 12 ຄົນ ໂດຍແມ່ນພຣະມະຫາກະສັດແຕ່ງຕັ້ງ 6 ຄົນ ແລະ ສະພາແຫ່ງຊາດເລືອກເອົາ 6 ຄົນ ເຮັດໜ້າທີ່ພິຈາລະນາກົດໝາຍ ເປັນຂັ້ນທີສອງ ຄ້າຍຄືກັນກັບສະພາສູງໃນລະບົບສະພາຄູ່ ແລະ ກໍລະນິພິເສດ ກໍເຮັດໜ້າທີ່ເປັນສານສູງສຸດ.

ລັດຖະບານແມ່ນຫຍັງ?

ເປັນອໍານາດບໍລິຫານ ປະກອບມີນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງໆ ເຊິ່ງໄດ້ການແຕ່ງຕັ້ງຈາກພຣະມະຫາກະສັດ ແລະ ຮັບຮອງເອົາໂດຍສະພາແຫ່ງຊາດ.

ສານແມ່ນຫຍັງ?

ປະກອບດ້ວຍຄວາມຢຸດຕິທໍາ ແລະ ສານປົກຄອງ ເຮັດຫນ້າທີ່ເປັນອໍານາດຕຸລາການຂອງລັດ.

ອົງການນິບັນຍັດແມ່ນຫຍັງ?

ແມ່ນອົງການທີ່ເຮັດໜ້າທີ່ເປັນອົງການນິຕິບັນຍັດຢູ່ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ເປັນອົງການຕົວແທນແຫ່ງສັດອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການອໍານາດສູງສຸດ, ທັງເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດໝາຍ.

ອົງການບໍລິຫານແມ່ນຫຍັງ?

ອົງການບໍລິຫານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະກອບດ້ວຍ 3 ລໍາດັບຂັ້ນຄື 1) ປະທານປະເທດ, 2) ລັດຖະບານ, 3) ອົງການປົກຄອງທ້ອງຖິ່ນ.

ປະທານປະເທດແມ່ນຫຍັງ?

ປະທານປະເທດ ເປັນປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຮັບປະກັນຄວາມເປັນເອກະລາດອໍານາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ຄວາມມີສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ.

ແມ່ນອົງການບໍລິຫານແຫ່ງລັດ ມີພາລະບົດບາດຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ດ້ານການຕ່າງປະເທດ.

ອົງການປົກຄອງທ້ອງຖິ່ນແມ່ນຫຍັງ?

ແມ່ນອົງການບໍໍລິການຂອງທ້ອງຖິ່ນ ມີພາລະບົດບາດໃນການຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເອກະພາບໃນທ້ອງຖິ່ນຂອງຕົນ, ອົງການປົກຄອງທ້ອງຖິ່ນຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນຈັດຕັ້ງຂຶ້ນຕາມການແບ່ງຂັ້ນການປົກຄອງທ້ອງຖິ່ນເຊິ່ງປະກອບມີສາມຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.

ນິຕິກໍາແມ່ນຫຍັງ?

ແມ່ນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ ໂດຍອົງການທີ່ມີສັດອໍານາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ.

ຄໍາພີພະທໍາມະສາດຫຼວງແມ່ນຫຍັງ?

ຖືວ່າເປັນກົດໝາຍບູຮານລາວທີ່ສໍາຄັນທີ່ສຸດ ເຊິ່ງມີລັກສະນະຄ້າຍຄືກັບລັດຖະທໍາມະນູນ ເພາະມີການກໍານົດລະບົບຕໍາແໜ່ງບໍລິຫານລາຊະການ ແລະ ຫຼັກນິຕິບັນຍັດ ຫຼື ຫຼັກໃນການຮ່າງເອກະສານນິຕິກໍາຕ່າງໆ, ແຕ່ລະມາດຕາຄືກັນກັບລັກສະນະຂອງ ກົດໝາຍໃນປະຈຸບັນ ເຊິ່ງຄໍາພີພະທໍາມະສາດຫຼວງດັ່ງກ່າວນີ້ ແມ່ນລວມມີບົດບັນຍັດທັງໝົດປະມານ 400 ມາດຕາ.

ຄໍາພີມູນລະຕັນໄຕແມ່ນຫຍັງ?

ເປັນກົດໝາຍທີ່ກໍານົດກ່ຽວກັບວິທີການສຶບສວນ-ສອບສວນ, ການພິຈາລະນາຫາພະຍານຫຼັກຖານໃນການຕັດສິນຄະດີ ເພື່ອໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະ ມີຄວາມຍຸຕິທໍາ, ພ້ອມກັນນັ້ນ ຍັງມີການກໍານົດນັ້ນ ຍັງມີການກໍານົດກົນລະວິທີ ຫຼື ເຕັກນິກໃນການປົກຄອງ ແລະ ຈາລິຍະທໍາສໍາລັບນັກປົກຄອງອີກດ້ວຍ.

ຄໍາພີສ້ອຍສາຍຄໍາແມ່ນຫຍັງ?

ເປັນຄໍາພີທີ່ອີງໃສ່ສິນຂອງພະສົງ ຈໍານວນ 227 ຂໍ້ ມາສ້າງເປັນ ກົດໝາຍໂດຍລວມມີ 2 ກຸ່ມຄື ກົດໝາຍສໍາລັບສົງ ແລະ ກົດໝາຍສໍາລັບຜູ້ຄອງເຮືອນ.

ຄໍາພີສຸ້ວັນນະມຸກຂະແມ່ນຫຍັງ?

ແມ່ນກົດໝາຍບູຮານລາວອີກສະບັບໜຶ່ງ ທີ່ມີເນື້ອໃນກໍານົດຫຼາຍປະເດັນເຊັ່ນ: ເລື່ອງມໍລະດົກ, ໂທດ 20 ຈໍາພວກ, ຂ້າກັນຕາບບໍ່ມີໂທດ, ໂທດບໍ່ຄວນປັບໃໝ ແລະ ອື່ນໆ.

ຄໍາພີຣາຊະສາດແມ່ນຫຍັງ?

ເປັນກົດໝາຍທີ່ໃຊ້ສໍາລັບເຈົ້າພະຍາທີ່ເປັນຜູ້ປົກຄອງເທົ່ານັ້ນ ເຊິ່ງເປັນກົດໝາຍທີ່ກໍານົດໂທດ ແລະ ການກະທໍາຜິດ ທີ່ແຕກຕ່າງກັບຂໍ້ກໍານົດໂທດຂອງປະຊາຊົນ.

ຄໍາພີສັງຄະປະກອນແມ່ນຫຍັງ?

ເປັນກົດໝາຍທີ່ເນື້ອໃນສ່ວນໃຫຍ່ກໍານົດກ່ຽວກັບວິໃນຂອງພະສົງ.

ຄໍາພີໂພສະຣາດແມ່ນຫຍັງ?

ເປັນກົດໝາຍທີ່ກໍານົດກ່ຽວກັບການອຸທອນ,​ ພະຍານປະເພດຕ່າງໆ, ຄະດີທີ່ຄວານຮັບຟ້ອງ ແລະ ຄະດີທີ່ບໍ່ຄວນຮັບຟ້ອງ, ໃນນັ້ນ ຕອນສຸດທ້າຍຍັງມີການກໍານົດລັກສະນະຂ້າທາດ , ກົດໝາຍກ່ຽວຂ້ອງກັບການຄອບຄອງ ແລະ ກໍາມະສິດທີ່ດິນ ຢ່າງລະປະມານ 10 ກ່ວາມາດຕາ.

ຂັນຄ່າຄໍແມ່ນຫຍັງ?

ແມ່ນເປັນໂທດສະຖານໜັກ ດ້ວຍການຖືກກົກຂັງ ຫຼື ປະຫານຊີວິດ.

ຂັນໃໝແມ່ນຫຍັງ?

ແມ່ນເປັນໂທດຂ້ອນຂ້າງໜັກ ດ້ວຍການຖືກປັບໃໝຊັບຕ່າງໆ.

ຂັນແປງແມ່ນຫຍັງ?

ແມ່ນໂທດສະຖານກາງ ດ້ວຍການຕັດສິນໃຫ້ປົວແປງຈິດໃຈຜູ້ຖືກເສຍຫາຍ.

ຂັນສົມມາແມ່ນຫຍັງ?

ແມ່ນໂທດສະຖານເບົາ ດ້ວຍການຕັດສິນໃຫ້ຂໍໂທດ ຫຼື ຂໍອະໄພຕ່າງໆ.

ສານປະຊາຊົນສູງສຸດແມ່ນຫຍັງ?

ເປັນສານຢູ່ຂັ້ນສູນກາງ ມີໜ້າທີ່ດໍາເນີນຄະດີອາຍາ ແລະ ຄະດີແພ່ງຂອງມະຫາຊົນທົ່ວໄປ ໃນເມື່ອໄດ້ຮັບອຸທອນຈາກທ້ອງຖິ່ນຕາມລໍາດັບ ແລະ ມີໜ້າທີ່ຈັບກຸມນັກໂທດເຂົ້າຄຸກ ແລະ ສັ່ງປ່ອຍນັກໂທດ.

ສານທ້ອງຖິ່ນແມ່ນຫຍັງ?

ໝາຍເຖິງສານປະຈໍາຢູ່ຫົວເມືອງຕ່າງໆ ເອີ້ນວ່າ “ຈ່າເມືອງ”, ຜູ້ພິພາກສາຕັດສິນຄະດີເອີ້ນວ່າ “ຂຸນພິນິດໃສ”. ສານ ໃນລະດັບທີ່ຕໍ່າກວ່າສານເມືອງລົງມາແມ່ນ ສານຝ່າຍ ແລະ ສານບ້ານຕາມລໍາດັບ.

ຮີດຄອງປະເພນີແມ່ນຫຍັງ?

ແມ່ນແບບຢ່າງ ຫຼື ວິທີການດໍາເນີນຊີວິດຂອງບັນດາເຜົ່າ ແລະ ບັນດາທ້ອງຖິ່ນຕ່າງໆ ເຊິ່ງເປັນສິ່ງກໍານົດພຶດຕິກໍາການຢູ່ຮ່ວມກັນຢ່າງສັນຕິສຸກໃນສັງຄົມ, ຮີດຄອງປະເພນີຂອງແຕ່ລະເຜົ່າ ແລະ ແຕ່ລະທ້ອງຖິ່ນ ແມ່ນຈະມີຄວາມແຕກຕ່າງກັນອອກໄປຂຶ້ນກັບເງື່ອນໄຂສະພາບແວດລ້ອມທາງສັງຄົມ ແລະ ທໍາມະຊາດ.

ສານປະຊາຊົນແມ່ນຫຍັງ?

ແມ່ນອົງການຕຸລາການ, ມີພາລະບົດບາດດໍາເນີນການພິຈາລະນາຕັດສິນຄະດີແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທໍາ,ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ສານປະຊາຊົນພາກແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການພິພາກສາຄະດີເປັນຂັ້ນອຸທອນ ຄະດີທີ່ສານປະຊາຊົນແຂວງ, ນະຄອນ, ໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທອນຊຶ່ງຖຶກຂໍລົບລ້າງໂດຍຄູ່ຄວນ ຫຼື ສະເໜີຄັດຄ້ານໂດຍໄອຍະການປະຊາຊົນ, ສານປະຊາຊົນພາກສ້າງຕັ້ງຂຶ້ນຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ສານປະຊາຊົນແຂວງນະຄອນ

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການຕັດສິນຄະດີເປັນຂັ້ນຕົ້ນ. ຄະດີທີ່ບໍ່ຂຶ້ນກັບສິດອໍານາດຂອງສານປະຊາຊົນເຂດ ແລະ ພິພາກສາເປັນຂັ້ນອຸທອນຄະດີທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນຕົ້ນແລ້ວ.

ສານປະຊາຊົນເຂດແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນ ຄະດີທີ່ຢູ່ໃນຂອບເຂດສິດອໍານາດຂອງຕົນ.

ສານທະຫານແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ ມີພາລະບົດບາດດໍາເນີນການຕັດສິນຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດຂຶ້ນໃນຂົງເຂດວຽກງານການທະຫານ ຫຼື ໃນຂອບເຂດຕັ້ງທັບຂອງທະຫານ.

ອົງການທະບຽນສານແມ່ນຫຍັງ?

ແມ່ນການຈັດຕັ້ງຂອງລັດທີ່ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນໆຕາມຄວາມເປັນຈິງ ແລະ ຕາມກົດໝາຍ.

ວຽກງານທະບຽນສານແມ່ນຫຍັງ?

ແມ່ນມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ແລະ ຂໍ້ມູນຕ່າງໆ.

ອົງກອນທະບຽນຄອບຄົວແມ່ນຫຍັງ?

ແມ່ນອົງການຂອງລັດ ເຊິ່ງປະກອບດ້ວຍຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທໍາ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງສະຖານທູດ ຫຼື ສະຖານກົງສຸນຂອງ ສປປ ລາວ ປະຈໍາຢູ່ຕ່າງປະເທດ.

ສະພາທະນາຍຄວາມແມ່ນຫຍັງ?

ແມ່ນການຈັດຕັ້ງສັງຄົມວິຊາຊີບຂອງທະນານຄວາມຢູ່ ສປປ ລາວ ທີ່ຕັ້ງຂຶ້ນເພື່ອສົ່ງເສີມວິຊາຊີບທະນາຍຄວາມ, ເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງກຽດຊື່ສຽງຂອງທະນາຍຄວາມ ແນໃສ່ຮັບປະກັນການບໍລິການທາງດ້ານກົດໝາຍແກ່ສັງຄົມຢ່າງຍຸຕິທໍາ, ທົ່ວເຖິງມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍ.

ອົງການໄອຍາການປະຊາຊົນແມ່ນຫຍັງ?

ແມ່ນອົງການລັດທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາ ຂຶ້ນສານຕາມກົດໝາຍ.

ອົງການສືບສວນ-ສອບສວນ ແມ່ນຫຍັງ?

ແແມ່ນມີພາລະບົດບາດໃນການດໍາເນີນຄະດີອາຍາ ເພື່ອຊອກໃຫ້ເຫັນການກະທໍາຜິດ, ປະກອບຂໍ້ມູນຫຼັກຖານຢັ່ງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເພື່ອກໍານົດເຫດການຂອງຄະດີອາຍາ.

ທະນາຍຄວາມແມ່ນຫຍັງ?

ແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ເຄື່ອນໄຫວອາຊີບອິດສະຫຼະ ແລະ ໃຫ້ການບໍລິການ ທາງດ້ານກົດໝາຍ ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ສັງຄົມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລູກຄວາມ.

ນິຕິກໍາທີ່ມີຜົນບັງຄົບທົ່ວໄປແມ່ນຫຍັງ?

ແມ່ນນິຕິກໍາທີ່ວາງອອກ ເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ.

ນິຕິກໍາທີ່ມີຜົນບັງຄັບສະເພາະແມ່ນຫຍັງ?

ແມ່ນນິຕິກໍາທີ່ວາງອອກ ເພື່ອຮັບໃຊ້ວຽກງານຄຸ້ມຄອງບໍລິຫານໂດຍເຈາະຈົງໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ.

ແນວລາວສ້າງຊາດ ແມ່ນຫຍັງ?

ແມ່ນບັນດາກົດໝາຍ, ລັດຖະທໍາມະນູນ, ມະຕິ, ຄໍາສັ່ງ, ແນະນໍາ, ດໍາລັດ, ລັດຖະບັນຍັດ, ລັດດໍາລັດ, ຄໍາຕົກລົງ ແລະ ກົດລະບຽບ ແລະ ອື່ນໆ.

ບັນທັດຖານແມ່ນຫຍັງ?

ແບບແຜນສໍາລັບຍຶດຖື ເປັນແນວທາງປະຕິບັດ.

ລະຫຸໂທດແມ່ນຫຍັງ?

ແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນ ຫຼື ໂທດປັບໄໝ (ສະຖານເບົາ).

ໂທສານຸໂທດແມ່ນຫຍັງ?

ແມ່ນການະທໍາຜິດທີ່ກົດໝາຍໄດ້ກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ໂທດຕັດອິດສະລະພາບ ຫຼື ໂດຍຕັດອິດສະລະພາບແຕ່ສາມເດືອນຫາສິບປີ ແລະ ໂທດປັບໄໝ (ສະຖານປານກາງ).

ຄະຣຸໂທດແມ່ນຫຍັງ?

ແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂດຍຕັດອິດສະລະພາບແຕ່ ຫ້າປີຂຶ້ນໄປຫາຕະຫຼອດຊີວິດ ພ້ອມທັງໂທດປັບໄໝ ແລະ ໂທດປະຫານຊີວິດ (ສະຖານໜັກ).

ຄໍາປ່ຽວ ແມ່ນຫຍັງ?

ແມ່ນຄໍາເວົ້າໜຶ່ງທີ່ມີຄວາມໝາຍດຽວ ບາງກໍລະນີອາດຈະມີພະຍາງດຽວ ແຕ່ບາງກໍລະນີອາດມີຕັ້ງແຕ່ສອງພະຍາງຂຶ້ນໄປ ເຊິ່ງຄໍາປ່ຽວນີ້ລວມທັງຄໍາສັບທີ່ໄດ້ມາຈາກພາສາບາລີ-ສັນສະກິດ ແລະ ຄໍາທີ່ຢືມມາຈາກພາສາອື່ນອີກດ້ວຍ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາປະສົມ ແມ່ນຫຍັງ?

ແມ່ນການເອົາຄໍາແຕ່ສອງຄໍາເຄົ້າຄໍາມາປະສົມກັນໃຫ້ເປັນຄໍາດຽວ.​ ແຕ່ຄໍາປະສົມອາດມີຫຼາຍລັກສະນະແຕກຕ່າງກັນ. ບາງເທື່ອອາດເອົາຄໍາເຄົ້າຄໍາໜຶ່ງມາເປັນກົກ ແລ້ວເອົາຄໍາປ່ຽວອື່ນມາຕື່ມໃສ່ເພີ່ມເຮັດໃຫ້ຄວາມໝາຍຂອງຄໍາເດີມແຈ້ງຂຶ້ນຕື່ມ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ສະໝາດ ແມ່ນຫຍັງ?

ແມ່ນຮູບການສ້າງສັບແບບປະສົບ ຫຼື ການປະສົມສັບ ກຸ່ມຄໍາສັບນີ້ເກີດມາຈາກ ການປະສົມສັບຂຶ້ນໄປ ເຂົ້າເປັນກຸ່ມດຽວ. ການປະສົມມີຢູ່ສອງແບບຄື: ແບບລຶບກາລົກ ແລະ ບໍ່ລຶບກາລົກ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຕັດທິດ ແມ່ນຫຍັງ?

ແມ່ນການສ້າງສັບແບບອາໄສປັດໄຈ ແທນໃຫ້ຄວາມໝາຍເຕັມຂອງສັບໜຶ່ງ ເຊິ່ງກົງກັບ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ການສົນທິ ແມ່ນຫຍັງ?

ແມ່ນວິທີການຕໍ່ ຫຼື ເຊື່ອມຕົວອັກສອນຂອງສອງຄໍາຂຶ້ນໄປເປັນຄໍາດຽວ ໂດຍມີການປ່ຽນແປງພະຍັນຊະນະ ຫຼື ສະຫຼະ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາແຜງ ແມ່ນຫຍັງ?

ແມ່ນຄໍາທີ່ປະກອບສ້າງຂຶ້ນ ດ້ວຍວິທີການແຜງຄໍາຈາກພະຍາງໜຶ່ງໃຫ້ມີສອງພະຍາງ ແລະ ມີຄວາມໝາຍແຜນພ້ຽນໄປ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍານາມ ແມ່ນຫຍັງ?

ແມ່ນຄໍາທີ່ເປັນຊື່ເອີ້ນທົ່ວໄປຂອງຄົນ, ສັດ, ວັດຖຸສິ່ງຂອງ ແລະ ສະຖານທີ່ຕ່າງໆ…ທີ່ເປັນຮູບປະທໍາ ແລະ ນາມມະທໍາ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາແທນນາມ (ຄໍາສັບພະນາມ)

ແມ່ນຄໍາທີ່ໃຊ້ແທນນາມໄດ້ທຸກຢ່າງ. ສະນັ້ນ, ສັບພະນາມຈຶ່ງແປວ່າ ແທນຊື່. ຄໍາເວົ້າທຸກພາສາຕ້ອງມີສັບພະນາມສໍາລັບແທນຄໍານາມທີ່ໄດ້ເວົ້າມາແລ້ວເພື່ອບໍ່ໃຫ້ລື້ມຄວາມເກົ່າ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາກໍາມະ (ຄໍາກິລິຍາ) ແມ່ນຫຍັງ?

ແມ່ນຄໍາທີ່ສະແດງເຖິງການເຄື່ອນໄຫວຂອງຄໍານາມ ແລະ ຄໍາສັບພະນາມຢູ່ໃນປະໂຫຍກໃດໜຶ່ງ ຫຼື ແມ່ນຄໍາທີ່ສະແດງເຖິງການເຄື່ອນໄຫວ, ການກະທໍາ ແລະ ລັກສະນະອາການ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຄຸນນາມ (ຄໍາວິເສດ) ແມ່ນຫຍັງ?

ແມ່ນຄໍາທີ່ສະແດງລັກສະນະຂອງຄໍານາມ, ຄໍາແທນນາມ, ຄໍາກໍາມະ ແລະ ຄໍາຄຸນນາມດ້ວຍກັນ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາເຊື່ອມ (ຄໍາບຸບພະບົດ) ແມ່ນຫຍັງ?

ແມ່ນຄໍາສໍາລັບໃຊ້ເຊື່ອມລະຫວ່າງຄໍານາມກັບຄໍານາມ, ຄໍານາມກັບຄໍາສັບພະນາມ, ຄໍານາມກັບຄໍາກິລິຍາ, ໃຊ້ເພື່ອບອກໜ້າທີ່ຄວາມສໍາພັນຂອງຄໍານາມ, ຄໍາແທນນາມ (ຄໍາສັບພະນາມ) ແລະ ຄໍາກິລິຍາໃຫ້ແຈ້ງຕື່ມຕາມໜ້າທີ່ຂອງມັນ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຕໍ່ (ຄໍາສັນທານ) ແມ່ນຫຍັງ?

ແມ່ນຄໍາໃຊ້ຕໍ່ຄໍາກັບຄໍາ, ປະໂຫຍກກັບປະໂຫຍກ ຫຼື ຂໍ້ຄວາມກັບຂໍ້ຄວາມໃຫ້ເນື່ອງກັນ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາອຸທານ ແມ່ນຫຍັງ?

ແມ່ນຄໍາໃຊ້ເພື່ອສະແດງຄວາມຍິນດີ, ຄວາມຕື່ນຕົກໃຈ, ຄວາມຊົມເຊີຍ, ຄວາມງຶດງໍ້ອັດສະຈັນ, ຄວາມອິນດູສົງສານ….

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ປະໂຫຍກ ແມ່ນຫຍັງ?

ແມ່ນຄໍາ ຫຼື ກຸ່ມຄໍາທີ່ຄົບຖ້ວນທາງດ້ານໂຄງສ້າງ ແລະ ເອກະລາດທາງດ້ານເນື້ອໃນ, ໂດຍທົ່ວໄປ ປະໂຫຍກແມ່ນກຸ່ມຄໍາຊະນິດໜຶ່ງ ທີ່ສ້າງຂຶ້ນບົນພື້ນຖານ ຫຼັກສໍາພັນແບບໂຕຕົ້ນຕໍ-ໂຕສໍາແດງ ແລະ ປະໂຫຍກແນວນີ້ເອີ້ນວ່າປະໂຫຍກສາມັນ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາວິເສດ ແມ່ນຫຍັງ?

ແມ່ນຄໍາທີ່ສະແດງພາບລວມຂອງໂຄງຫຼັກທາງດ້ານເວລາ, ສະຖານທີ່, ຈຸດປະສົງ, ພາຫະນະ…ແຫ່ງຄວາມເປັນໄປຂອງປະໂຫຍກ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາກໍາກັບ ແມ່ນຫຍັງ?

ຄໍາແຮກ ແມ່ນຫຍັງ?

ແມ່ນຄໍາທີ່ຍົກຂຶ້ນໜ້າໂຄງຫຼັກປະໂຫຍກ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຢໍ້າ ແມ່ນຫຍັງ?

ແມ່ນຄໍາທີ່ຢູ່ທ້າຍໂຄງຫຼັກປະໂຫຍກ ແມ່ນຄໍາທີ່ສັງລວມການຕີລາຄາສະພາບທີ່ດໍາເນີນຢູ່ໃນປະໂຫຍກ ຫຼື ບໍ່ກໍຢໍ້າຄືນຄໍາໃດໜຶ່ງໃນພາກສ່ວນຫຼັກຂອງປະໂຫຍກ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຂະຫຍາຍ ແມ່ນຫຍັງ?

ແມ່ນຄໍາຈໍາພວກທີ່ໃຊ້ຂະຫຍາຍໃຫ້ຄໍາໃດໜຶ່ງ ທີ່ເປັນພາກສ່ວນຫຼັກຂອງປະໂຫຍກ.

ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ສິ່ງແວດລ້ອມ ແມ່ນຫຍັງ?

ແມ່ນທຸກສິ່ງທຸກຢ່າງທີ່ມີຊີວິດ ແລະ ບໍ່ມີຊີວິດ ເຊິ່ງເກີດຂຶ້ນຕາມທໍາມະຊາດ ຫຼື ຍ້ອນມະນຸດສ້າງຂຶ້ນ ທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ: ຄົນ, ສັດ, ພືດ ແລະ ອື່ນໆ.

ອ້າງອີງ: ຈາກ ປື້ມ ວິທະຍາສາດສິ່ງແວດລ້ອມ

ມົນລະພິດ ແມ່ນຫຍັງ?

ແມ່ນມົນລະພາວະຂອງສິ່ງແວດລ້ອມທີ່ມີການປ່ຽນແປງທາງດ້ານກາຍະພາບ, ຊີວະພາບ ແລະ ເຄມີຍ້ອນມີທາດຕ່າງໆ ເຈືອປົນຢູ່ໃນນໍ້າ, ດິນ, ອາກາດ ເກີນມາດຕະຖານ ຄຸນນະພາບຂອງສິ່ງແວດລ້ອມທີ່ກໍານົດໄວ້ເຊິ່ງເປັນສາຍເຫດເຮັດໃຫ້ເກີດມົນລະພິດທາງສິ່ງແວດລ້ອມ ແລະ ສົ່ງຜົນກະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຂອງຄົນ, ເສດຖະກິດສັງຄົມ, ສັດ, ພືດ ແລະ ສິ່ງແວດລ້ອມ.

ອ້າງອີງ: ຈາກ ປື້ມ ວິທະຍາສາດສິ່ງແວດລ້ອມ

ຈິດຕະວິທະຍາແມ່ນຫຍັງ?

ເປັນວິທະຍາສາດໜຶ່ງທີ່ສຶກສາເຖິງພຶດຕິກໍາ ແລະ ປະສົບການຂອງມະນຸດ, ສຶກສາສະເພາະພຶດຕິກໍາທີ່ກ່ຽວກັບປະສົບການເທົ່ານັ້ນ, ກ່າວຄືການສະແດງພຶດຕິກໍານັ້ນໆ ຈະຕ້ອງອາໄສປະສົບການເດີມຊ່ວຍ ແລະ ປະຕິກິລິຍາທີ່ຕອບສະໜອງກໍ່ຈະມີການປ່ຽນແປງຢູ່ສະເໝີ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ວຸດທິພາວະແມ່ນຫຍັງ?

ເປັນຂະບວນການປ່ຽນແປງພຶດຕິກໍາຂອງຄົນ ເມື່ອເຖິງໄວນັ້ນໆ, ເປັນການປ່ຽນແປງທາງດ້ານໜ້າທີ່ ແລະ ຄວາມສາມາດໃນການເຮັດວຽກຂອງອະໄວຍະວະຕ່າງໆ ຈາກຄວາມພ້ອມຂອງຮ່າງກາຍຫຼາຍກວ່າການເຝິກແອບ ແລະ ຈະດໍາເນີນຕໍ່ໄປຕາມລະບຽບຫຼັກການ ໂດຍບໍ່ຂຶ້ນກັບການປ່ຽນແປງຂອງສະພາບແວດລ້ອມ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ການຮຽນຮູ້ແມ່ນຫຍັງ?

ໝາຍເຖິງການປ່ຽນແປງພຶດຕິກໍາ ເຊິ່ງມີຜົນມາຈາກປະສົບການ ຫຼື ການເຝິກແອບ, ການຮຽນຮູ້ ຈຶ່ງເປັນຕົວຊ່ວຍເຕີມໃຫ້ບຸກຄົນສາມາດພັດທະນາທຸກດ້ານໄປໄດ້ຕາມປົກກະຕິ ແລະ ຊ່ວຍໃຫ້ຄວາມສາມາດຂອງຄົນໄດ້ມີການພັດທະນາໄປຕາມລໍາດັບ, ຊ່ວຍໃຫ້ວຸດທິພາວະຂອງຄົນ ໄດ້ມີການພັດທະນາເປັນຈິງ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ຢີນ (Gene) ແມ່ນຫຍັງ?

ໃນແຕ່ລະໂຄຣໂມໂຊມ ຈະມີການປະກອບໂຕກັນຂຶ້ນໂດຍສິ້ນສ່ວນນ້ອຍໆ ທີ່ເອີ້ນວ່າ: ຢີນ Gene ເປັນໜ່ວຍມວນສານເຄມີທີ່ຊັບຊ້ອນຂອງໂປຣຕີນ ດີເອັນເອ DNA: Deoxy Ribonu-cleic Acid ແລະ ອາຣ໌ເອັນເອ RNA: Ribonucleic Acid ເປັນສິ່ງທີ່ຖ່າຍທອດລັກສະນະຕ່າງໆໄປສູ່ລູກຫຼານ ເຊັ່ນ: ລັກສະນະຂອງສີຜົມ, ສີຕາ, ພະຍາດບາງຊະນິດ ແລະ ອື່ນໆ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ຂະບວນການຮັບຮູ້ແມ່ນຫັຍງ?

ຄືຂະບວນການແປຄວາມໝາຍ ຂອງສິ່ງກະຕຸ້ນພາຍນອກທີ່ມາກະທົບໃສ່ປະສາດສໍາຜັດ ຕ່າງໆ, ການແປຄວາມໝາຍຂອງສິ່ງທີ່ຮັບຮູ້ນີ້ຈະຂຶ້ນຢູ່ກັບປະສົບການໃນອາດີດ, ການຮຽນຮູ້ສະພາບຈິດໃຈ ໃນປັດຈຸບັນຕະຫຼອດຈົນການຈັດຮູບແບບຂອງສິ່ງກະຕຸ້ນນັ້ນໆ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ການສໍາຜັດແມ່ນຫຍັງ?

ການສໍາຜັດ ເປັນຂະບວນການທີ່ສິ່ງກະຕຸ້ນຈາກພາຍນອກມາກະທົບໃສ່ປະສາດສໍາຜັດຂອງອິນຊີເປັນຄັ້ງທໍາອິດເຊັ່ນ: ໃນເວລາທີ່ແສງມາກະທົບໃສ່ຕາ, ສຽງມາກະທົບໃສ່ຫູ ຫຼື ກິ່ນມາກະທົບໃສ່ດັງ, ນັກຈິດຕະວິທະຍາໄດ້ອະທິບາຍການຮັບສໍາຜັດວ່າ ການຮັບແສງສະຫວ່າງ, ການໄດ້ຍິນ ແລະ ການໄດ້ກິ່ນນັ້ນເປັນແບບໃດ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ວຸດທິພາວະແມ່ນຫຍັງ?

ໝາຍເຖິງຮູບແບບຂອງພຶດຕິກໍາ ໃນແງ່ຊີວະວິທະຍາທີ່ມີຄວາມສໍາພັນກັບອາຍຸ ໂດຍການປ່ຽນແປງຮູບແບບຂອງພຶດຕິກໍານັ້ນ ຈະໄດ້ຮັບການຕັ້ງໂປຣແກຣມ ໂດຍຢີນ, ເຊິ່ງລວມເຖິງຄວາມສາມາດທາງກາຍ ແລະ ຄວາມສາມາດທາງການຮູ້ຄິດ, ວຸດທິພາວະຈຶ່ງຈັດວ່າເປັນສະພາວະທີ່ມີຄວາມຈໍາເປັນສໍາລັບການຮຽນຮູ້, ພຶດຕິກໍາທີ່ເປັນຜົນມາຈາກວຸດທິພາວະ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ຈິນຕະນາການແມ່ນຫຍັງ?

ແມ່ນການຄົ້ນຄິດຊະນິດໜຶ່ງ ເຊິ່ງບຸກຄົນບໍ່ມີບັນຫາທີ່ຈະຕ້ອງຄໍານຶງ ຂອບເຂດຈຶ່ງກວ້າງ ເພາະບໍ່ມີບັນຫາເປັນຄວບຄຸມ, ຈິນຕະນາການເປັນການຄົ້ນຄິດຄໍານຶງ ຄືອາການທີ່ຈິດຄິດເຫັນສິ່ງໜຶ່ງຢູ່ນອກສໍາຜັດ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ການຈື່ຈໍາແມ່ນຫຍັງ?

ໝາຍເຖິງ ຄວາມສາມາດໃນການສໍານຶກ ຫຼື ຈື່ຈໍາເຫດການທີ່ຜ່ານມາ ຕະຫຼອດຈົນຈິນຕະນາການ, ຄວາມຄິດ, ການຮຽນຮູ້, ຂໍ້ມູນ ຫຼື ທັກສະຕ່າງໆເຊິ່ງຖືກເກັບໄວ້ໃນສະໝອງຢ່າງເປັນລະບົບ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ສະຕິປັນຍາແມ່ນຫຍັງ?

ແມ່ນຄວາມສາມາດທາງດ້ານສະໜອງໃນການແກ້ໄຂບັນຫາ, ການວິເຄາະ, ການປະເມີນ, ການຄົ້ນຄິດແບບລວມຍອດ ແລະ ຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໆ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ຄຸນທາດແມ່ນຫຍັງ?

ແມ່ນຈຸດພິເສດສະເພາະບຸກຄົນ ເຊິ່ງຄວບຄຸມການເຄື່ອນໄຫວທາງຈິດໃຈ ແລະ ການປະພຶດຂອງຄົນ,​ ບັນດາຄຸນນະພາບທາງດ້ານຮ້າງກາຍ ແມ່ນຄຸນລັກສະນະສະເພາະປະຈໍາຕົວຂອງແຕ່ລະຄົນ ເຊິ່ງມີມາແຕ່ກໍາເນີດ, ໂດຍເປັນພື້ນຖານໃຫ້ແກ່ນິໄສ, ສາມາດປ່ຽນແປງໄດ້, ແຕ່ຕ້ອງໃຊ້ເວລາ ແລະ ການເຝິກຝົນຫຼໍ່ຫຼອມຕົນເອງດົນນານພໍສົມຄວນ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ພຶດຕິກໍາແມ່ນຫຍັງ?

ໝາຍເຖິງກິລິຍາອາການຕ່າງໆທີ່ສະແດງອອກ ຫຼື ປະຕິກິລິຍາທີ່ເກີດຂຶ້ນກັບມະນຸດເມື່ອພົບກັບສິ່ງກະຕຸ້ນ, ພຶດຕິກໍາຕ່າງໆ.

ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ການວາງແຜນແມ່ນຫຍັງ?

ແມ່ນການປະຕິບັດຕາມບາດກ້າວ ຫຼື ຂັ້ນຕອນທີ່ກໍານົດໄວ້ຢ່າງເຄັ່ງຄັດເພື່ອເຮັດໃຫ້ເຮົາປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ສຶກສາຄົ້ນຄວ້າ.

ອ້າງອີງ: ຈາກ ປື້ມ ທັກສະການຮຽນຂອງນັກສຶກສາ

ຄວາມໝາຍແມ່ນຫຍັງ?

ແມ່ນການໃຊ້ທັກສະດ້ວຍສຽງ, ສໍານຽງ ແລະ ຄວາມຊໍານານທາງພາສາເພື່ອຕິດຕໍ່ພົວພັນກັບຄົນໃນສັງຄົມ. ການເວົ້າຕ້ອງມີສອງຄົນຂຶ້ນໄປຈຶ່ງເປັນການເວົ້າທີ່ສົມບູນໄດ້. ໝາຍຄວາມວ່າຕ້ອງມີຜູ້ຮັບຟັງ ແລະ ຮັບຮູ້ໃນການເວົ້ານັ້ນໆ.

ທັດສະນະສຶກສາແມ່ນຫຍັງ?

ເປັນຂະບວນການຮຽນ-ການສອບທີ່ຊ່ວຍໃຫ້ນັກສຶກສາໄດ້ຮຽນຮູ້ຕາມຈຸດປະສົງທີ່ຕັ້ງໄວ້ ນັກສຶກສາຈະໄດ້ຮັບຄວາມຮູ້ຈາກປະສົບການຕົວຈິງ, ການລົງມືປະຕິບັດຕົວຈິງເຊິ່ງຈະຊ່ວຍໃຫ້ເກີດຄວາມເຂົ້າໃຈ ແລະ ຈື່ຈໍາສິ່ງທີ່ໄດ້ພົບເຫັນ.

ອາລໍາພະບົດແມ່ນຫຍັງ?

ແມ່ນການໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບເລື່ອງທີ່ຈະເວົ້າ.

ການສອບເສັງແມ່ນຫຍັງ?

ໝາຍເຖິງການກໍານົດວິທີການໃດໜຶ່ງໃນການວັດລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດຂອງນັກສຶກສາໃນວິຊາສະເພາະໃດໜຶ່ງ.

ການສື່ສານແມ່ນຫຍັງ?

ເປັນສິ່ງສໍາຄັນໃນຂະບວນການປະຕິບັດວຽກງານໃຫ້ມີຜົນສໍາເລັດ ພາຍໃນອົງກອນ, ແມ່ນເຄື່ອງມື ຫຼື ອຸປະກອນທີ່ສໍາຄັນ ໃນການສື່ສານ ແລະ ເປັນປັດໄຈທີ່ເຮັດໃຫ້ການປະຕິບັດວຽກງານມີຜົນສໍາເລັດ, ແຕ່ຂຶ້ນຢູ່ກັບການເລືອກໃຊ້ສື່ແບບໃດຈຶ່ງຈະໄປເຖິງກຸ່ມປະຊາສໍາພັນທີ່ເປັນເປົ້າໝາຍນັ້ນ.

ຂໍ້ມູນຂ່າວສານປະຖົມມະພູມ (primary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານ ທີ່ໄດ້ມາຈາກຕົ້ນແຫຼ່ງທີ່ຜະລິດເຜີຍແຜ່ໂດຍກົງ, ເປັນຂໍ້ມູນຂ່າວສານທາງວິຊາການ ທີ່ກ່ຽວກັບຄວາມຄິດລິເລີ່ມ ເຊິ່ງຜະລິດອອກມາໃນລັກສະນະການເຜີຍແຜ່ຜົນການສຶກສາ, ຄົ້ນຄວ້າ, ວິໄຈ, ການຄົ້ນພົບທິດສະດີໃໝ່ໆ, ນັກວິຊາການ ແລະ ນັກວິໄຈ.

ຂໍ້້ມູນຂ່າວສານທຸຕິຍະພູມ (secondary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານທີ່ລວບລວມ ແລະ ຮຽບຮຽງຂຶ້ນມາໃໝ່ຈາກຂໍ້ມູນຂ່າວສານປະຖົມມະພູມ, ມີລັກສະນະຂອງການລວບລວມ ແລະ ຮຽບຮຽງ, ອາດເຮັດຂຶ້ນມາດ້ວຍວິທີໃດວິທີໜຶ່ງ ເຊັ່ນ: ລວບລວມສະຫຼຸບຫຍໍ້ເລື່ອງ, ຈັດໝວດໝູ່, ເຮັດດັດຊະນີ ແລະ ສາລະສັງເຂບເປັນຕົ້ນ ເພື່ອໃຫ້ສາມາດໃຊ້ຂໍ້ມູນໄດ້ສະດວກ, ວ່ອງໄວ ແລະ ເຂົ້າໃຈງ່າຍ.

ຂໍ້ມູນຂ່າວສານຕະຕິຍະພູມ (tertiary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານທີ່ຈັດຂຶ້ນໃນລັກສະນະການລວບລວມໄວ້ ເພື່ອໃຊ້ຄົ້ນຫາຂໍ້ມູນຂ່າວສານປະຖົມມະພູມ ແລະ ທຸຕິຍະພູມ.

ຫໍສະໝຸດ (library) ແມ່ນຫຍັງ?

ເປັນສະຖານທີ່ລວບລວມຄັງຄວາມຮູ້, ພູມປັນຍາທີ່ຖືກບັນທຶກຢູ່ໃນຮູບແບບວັດສະດຸຕີພິມ ແລະ ບໍ່ຕີພິມ ເຊິ່ງເປັນແຫຼ່ງຮຽນຮູ້ທີ່ສໍາຄັນຂອງສັງຄົມ, ຊ່ວຍສົ່ງເສີມການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊ່ວຍໃຫ້ເກີດນິໄສຮັກການອ່ານ ແລະ ເປັນການສະໜັບ ສະໜູນການຮຽນຮູ້ຢ່າງຕໍ່ເນື່ອງຕະຫຼອດຊີວິດ.

ຄໍາຄົ້ນແມ່ນຫຍັງ?

ໝາຍເຖິງ ຄໍາທີ່ຜູ້ໃຊ້ກໍານົດຂື້ນແທນເນື້ອໃນ ຫຼື ສາລະທີ່ຕ້ອງການເພື່ອໃຊ້ໃນການຄົ້ນຫາຂໍ້ມູນຂ່າວສານ.

ສານ (mesage) ແມ່ນຫຍັງ?

ສານຄືຂໍ້ມູນ, ຂໍ້ຄວາມ, ເນື້ອຫາ, ສາລະຕົວຈິງທີ່ຈະສົ່ງໄປຫາຜູ້ຮັບຕາມຄວາມຮູ້, ຄວາມຄິດ, ຄວາມຮູ້ສຶກ, ອາລົມ….

ອ້າງອີງ: ຈາກ ປື້ມ ທັກສະການສື່ສານສໍາຫຼັບນັກສຶກສາ

ຈິດຕະວິທະຍາແມ່ນຫຍັງ (psychology)?

ແມ່ນການສຶກສາກ່ຽວກັບພຶດຕິກໍາ ແລະ ຂະບວນການແນວຄິດດ້ວຍວິທີການທາງວິທະຍາສາດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ເກີດຄວາມເຂົ້າໃຈກ່ຽວກັບປາກົດການພຶດຕິກໍາຂອງມະນຸດ, ສາມາດອະທິບາຍ, ຄາດເດົາ ແລະ ຄວບຄຸມພຶດຕິກໍາໄດ້.

ບຸກຄະລິກກະພາບແມ່ນຫຍັງ?

ຄືລັກສະນະພຶດຕິກໍາທີ່ສະແດງຄວາມເປັນສັນຍະລັກ ຫຼື ລັກສະນະສະເພາະຂອງແຕ່ລະບຸກຄົນເຊິ່ງບໍ່ຄືກັນ ເຊັ່ນ: ທ່າທີ, ການແຕ່ງກາຍ, ການເວົ້າ ແລະ ອື່ນໆ.

ການໂຕ້ວາທີແມ່ນຫຍັງ?

ແມ່ນການນໍາສະເໜີບົດ ແລະ ຄວາມຄິດເຫັນຕໍ່ກັບບັນຫາ ຫຼື ຫົວຂໍ້ໃດໜຶ່ງຂອງສອງກຸ່ມທີ່ມີເນື່ອຫາຄັດແຍ່ງກັນ ເຊິ່ງນັກສຶກສາຈະໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນຂະນະທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລ.

ສົມມຸດຖານແມ່ນຫຍັງ?

ສົມມຸດຖານຄືຄໍາຕອບທີ່ຜູ້ເຮັດການຄົ້ນຄວ້າຄາດຄະເນໄວ້ລ່ວງໜ້າຢ່າງມີເຫດຜົນ ເຊິ່ງສະແດງເຖິງຄວາມສໍາພັນທີ່ຄາດວ່າຈະເປັນໄປໄດ້ລະຫວ່າງຕົວປ່ຽນ 2 ຕົວ ຫຼື ຫຼາຍກວ່າ ເພື່ອທີ່ຈະອະທິບາຍ, ຄາດເດົາເຫດການ ແລະ ປະກົດການນັ້ນໆ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຂໍ້ມູນ (data) ແມ່ນຫຍັງ?

ຂໍ້ມູນ (data) ແມ່ນຄວາມເປັນຈິງທີ່ເກີດຂຶ້ນ ຂໍ້ມູນຈະສະແດງອອກເປັນຂໍ້ຄວາມ ຫຼື ໂຕເລກ. ຂໍ້ຄວາມ ຫຼື ໂຕເລກເຫຼົ່ານີ້, ລ້ວນແລ້ວແຕ່ກ່ຽວຂ້ອງກັບຄົນ, ສັດ, ພືດ ແລະ ສິ່ງຂອງ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ພຶດຕິກໍາແມ່ນຫຍັງ?

ເປັນຂໍ້ມູນທີ່ມີການກະທໍາ ຫຼື ສະແດງອອກທ່ີ່ເຄີຍເກີດຂຶ້ນມາແລ້ວ ໃນອະດິດ ແລະ ຄາດວ່າຈະເກີດຂຶ້ນອີກໃນອະນາຄົດ ເຊິ່ງແບ່ງອອກເປັນສອງລັກສະນະຄື: ພຶດຕິກໍາທີ່ຜ່ານມາ ເຊັ່ນ: ການສອບຖາມກ່ຽວກັບສິ່ງທີ່ເຄີຍຊື້, ສິ່ງທີ່ເຄີຍໃຊ້, ສະຖານທີ່ທີ່ເຄີຍຊື້.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄໍາຖາມປາຍເປີດແມ່ນຫຍັງ?

ຈະເປັນການຕັ້ງຄໍາຖາມດ້ວຍການເປີດໂອກາດໃຫ້ແກ່ຜູ້ຕອບໄດ້ຕອບຢ່າງເຕັມທີ່ ເພື່ອໃຫ້ໄດ້ມາເຊິ່ງຂໍ້ມູນຄວາມຄິດເຫັນຢ່າງກວ່າງໆ ນັກຄົ້ນຄວ້າສາມາດກໍານົດຄວາມຍາວຂອງຄໍາຕອບດ້ວຍຈໍານວນຂອງແຖວທີ່ເວັ້ນບ່ອນວ່າງໃຫ້ຕອບ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄໍາຖາມແບບປາຍປິດແມ່ນຫຍັງ?

ຈະເປັນຄໍາຖາມທີ່ຖືກກໍານົດຄໍາຕອບເອົາໄວ້ໃຫ້ເລືອກຕອບແລ້ວລ່ວງໜ້າແລ້ວ ຫຼື ມີພຽງຄຳຕອບດຽວເທົ່ານັ້ນ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄວາມທ່ຽງຕົງ (Validity) ແມ່ນຫຍັງ?

ເປັນຄຸນສົມບັດຂອງເຄື່ອງມືທີ່ໃຊ້ວັດແທກຄຸນສົມບັດຕ່າງໆ ຂອງສິ່ງທີ່ຕ້ອງການສຶກສາໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄ່າສະເລ່ຍແມ່ນຫຍັງ (arithmetic mean)?

ຄືຜົນລວມຂອງຂໍ້ມູນທີ່ຕ້ອງການທັງໝົດຫານໃຫ້ຈໍານວນຂໍ້ມູນທັງໝົດທີ່ຮວບຮວມໄດ້..

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຖານິຍົມ (mode)

ແມ່ນຂໍ້ມູນທີ່ມີຄວາມຊໍ້າກັນຫຼາຍກວ່າໝູ່ ຫຼື ມີຄວາມຖີ່ຫຼາຍກວ່າໝູ່.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ພິໄສ (range) ແມ່ນຫຍັງ?

ເປັນການວັດແທກການກະຈາຍທີ່ງ່າຍທີ່ສຸດ ພິໄສໝາຍເຖິງຄວາມແຕກຕ່າງລະຫວ່າງຄ່າສູງສຸດກັບຄ່າຕໍ່າສຸດຂອງຂໍ້ມູນ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄ່າຄວາມຜັນປ່ຽນ (variane) ແມ່ນຫຍັງ?

ເປັນການວັດແທກການກະຈາຍທີ່ສໍາຄັນທີ່ສຸດ, ຄວາມຜັນປ່ຽນຄືສ່ວນຜັນປ່ຽນມາດຕະຖານຍົກກໍາລັງສອງ ເຊິ່ງເປັນການວັດແທກການກະຈາຍໃນຮູບພື້ນທີ່, ຄິດໄລ່ຈາກສູດຂອງສ່ວນຜັນປ່ຽນມາດຕະຖານແລ້ວນໍາມາຍົກກໍາລັງສອງ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ສາລະບານແມ່ນຫຍັງ?

ເປັນສ່ວນສະເໜີເຖິງຫົວຂໍ້ທັງໝົດ ທີ່ຢູ່ໃນບົດລາຍງານເຫຼັ້ມນັ້ນ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

key word ແມ່ນຫຍັງ?

ແມ່ນຄໍາສັບຕົ້ນຕໍ ໃນບົດລາຍງານການຄົ້ນຄວ້າ ເຊິ່ງເຮັດໃຫ້ຜູ້ອ່ານສາມາດເຂົ້າໃຈເນື້ອໃນຂອງເລື່ອງ ແລະ ບົ່ງບອກເຖິງທິດທາງເນື້ອໃນຂອງບົດ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ແຜນງົບປະມານ ແມ່ນຫຍັງ?

ການກໍານົດງົບປະມານ ຫຼື ການຂຶ້ນງົບປະມານຄ່າໃຊ້ຈ່າຍ ເພື່ອການຄົ້ນຄວ້າຕ້ອງມີການຈັດສັນ ຫຼື ຄວນແບ່ງລາຍການໃຊ້ຈ່າຍໃຫ້ລະອຽດ, ແບ່ງເປັນສ່ວນໆ, ສ່ວນໃດຈະໃຊ້ຫຍັງແດ່, ຕ້ອງແບ່ງໃຫ້ລະອຽດ ເຊິ່ງມີການແບ່ງການໃຊ້ຈ່າຍຕ່າງໆ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ເອກະສານຄັດຕິດ (ເອກະສານຊ້ອນທ້າຍ) ແມ່ນຫຍັງ?

ໝາຍເຖິງພາກເພີ່ມເຕີມຂອງບົດໂຄງຮ່າງ, ສ່ວນຫຼາຍສິ່ງທີ່ນິຍົມເອົາໄວ້ໃນຂໍ້ນີ້ແມ່ນແບບຟອມຕ່າງໆ ເຊັ່ນ: ແບບຟອມຂອງແຈກຍາຍສອບຖາມ, ແບບຟອມໃນການເກັບຂໍ້ມູນ, ແບບຟອມໃນການຮວບຮວມຂໍ້ມູນ.

ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ການຝຶກງານແມ່ນຫຍັງ?

ແມ່ນການລົງໄປຮຽນຮູ້ບາງໜ້າວຽກ ຫຼື ລົງໄປປະຕິບັດຕົວຈິງເພື່ອເກັບກ່ຽວປະສົບການ ແລະ ຄວາມຮູ້ເບື້ອງຕົ້ນກ່ຽວກັບການເຮັດວຽກກ່ອນຈະເລີ້ມຕົ້ນເຮັດວຽກແທ້ ຫຼື ຈຸດປະສົງໜຶ່ງກໍ່ແມ່ນການລົງເກັບຂໍ້ມູນ ເພື່ອໃຊ້ໃນການຂຽນບົດຈົບຊັ້ນຕ່າງໆຢູ່ຕາມບໍລິສັດ.

ອ້າງອີງ: ຈາກ ປື້ມ ທັກສະພື້ນຖານໃນການເລີ່ມເຮັດວຽກ

ທິດສະດີ PDCA ແມ່ນຫຍັງ?

ແມ່ນທິດສະດີໜຶ່ງທີ່ຖືກນໍາໃຊ້ຫຼາຍໃນຫຼາຍຂົງເຂດວຽກງານ. ສໍາລັບຫົວຂໍ້ນີ້ແມ່ນການນໍາໃຊ້ທິດສະດີດັ່ງກ່າວ ເພື່ອໃຫ້ເປົ້າໝາຍໃນການເຮັດວຽກບັນລຸຜົນ.

ທີມ (Team) ແມ່ນຫຍັງ?

ໝາຍເຖິງການມີຈຸດມຸ້ງໝາຍເປັນອັນໜຶ່ງອັນດຽວກັນ, ການຮ່ວມມືກັນ ແລະ ບາງເທື່ອທີມຍັງໝາຍເຖິງຄວາມເທົ່າທຽມກັນຂອງສະມາຊິກໃນທີມດ້ວຍ.

ໝາຍເຖິງການພົວພັນແລກປ່ຽນຂ່າວສານ ເລີມຈາກພາຍໃນຄອບຄົວດຽວກັນ, ບ້ານດຽວກັນ ແລະ ເຊື້ອຊາດດຽວກັນ ແມ່ນມີຄວາມເຂົ້າໃຈ ແລະ ສະດວກໃນການສື່ສານເພາະວ່າ ຜູ້ສົ່ງສານມີຈຸດໝາຍໃຫ້ຜູ້ຮັບສານ, ໄດ້ຮັບຮູ້ຂໍ້ມູນ, ຂ່າວສານ ນັ້ນໆໃຫ້ເຂົ້າໃຈ.

ມະນຸດສໍາພັນແມ່ນຫຍັງ?

ກໍ່ຄືວິທີເຮົາຈະເຂົ້າກັບຄົນອື່ນໆ ໃຫ້ໄດ້ດີນັ້ນເອງ ຫຼື ເວົ້າອີກຢ່າງໜຶ່ງມະນຸດສໍາພັນ ໝາຍເຖິງ ສິລະປະໃນການເຂົ້າກັບຄົນອື່ນ, ມະນຸດສໍາພັນທີ່ດີ ແມ່ນຄວາມສາມາດໃນການສ້າງຄວາມປະທັບໃຈ ແລະ ຜູກມິດກັບຄົນອື່ນ.

ມາລະຍາດແມ່ນຫຍັງ?

ແມ່ນການປະພຶດ ຫຼື ການສະແດງອອກລະຫວ່າງ ຄົນ ກັບ ຄົນ ໃນຊີວິດສັງຄົມໝາຍເຖິງ ຄວາມເຄົາລົບຕໍ່ທຸກຄົນໃນການພົວພັນຂອງສັງຄົມ.

ພາວະຜູ້ນໍາແມ່ນຫຍັງ?

ໝາຍເຖິງ ການກະທໍາ ຫຼື ຄວາມສາມາດໃນການນໍາພາສະມາຊິກໃນກຸ່ມ ຫຼື ໃນອົງກອນ.

ສະຖິຕິ ແມ່ນຫຍັງ?

ຄວາມໝາຍຂອງສະຖິຕິ, ປະໂຫຍກ ແລະ ການນໍາໃຊ້ສະຖິຕິຢູ່ໃນຂົງເຂດວຽກງານຕ່າງໆ ພ້ອມດຽວກັນນັ້ນ ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບປະຊາກອນ, ກຸ່ມຕົວຢ່າງ, ປະເພດຂອງຂໍ້ມູນ ແລະ ຂັ້ນຕອນການດໍາເນີນງານທາງສະຖິຕິ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ປະຊາກອນ ແມ່ນຫຍັງ?

ໝາຍເຖິງ ສິ່ງທີ່ສົນໃຈສຶກສາທັງໝົດ ອາດຈະເປັນຄົນ, ສັດ ຫຼື ວັດຖຸສິ່ງຂອງຕ່າງໆ. ຂະໝາດຂອງປະຊາກອນສັນຍາລັກດ້ວຍ N.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ມັດທະຍະຖານ (Median) ແມ່ນຫຍັງ?

ມັກທະຍະຖານ ເປັນຄ່າທີ່ສະແດງຕໍາແໜ່ງທີ່ຢູ່ເຄິ່ງກາງຂອງຂໍ້ມູນ ທັງຂໍ້ມູນທາງດ້ານປະລິມານ ແລະ ຄຸນນະພາບ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຖານນິຍົມ (mode) ແມ່ນຫຍັງ?

ສໍາລັບຂໍ້ມູນດິບ, ຖານນິຍົມ ແມ່ນຄ່າຂອງຂໍ້ມູນທີ່ມີຄວາມຖີ່ສູງກວ່າໝູ່, ເ​ຊິ່ງອາດມີຫຼາຍຄ່າ, ຄ່າດຽວ ຫຼື ບໍ່ມີຄ່າກໍ່ເປັນໄປໄດ້.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຄ່າຜັນປ່ຽນ (variance) ແມ່ນຫຍັງ?

ຄ່າຜັນປ່ຽນ ເປັນຄ່າທີ່ໃຊ້ວັດການແຈກຢາຍຂອງຂໍ້ມູນທີ່ໃຊ້ກັນຫຼາຍທີ່ສຸດ ໂດຍທີ່ຄ່າຜັນປ່ຽນຈະພິຈາລະນາຈາກ ຜັນລວມຂອງຄ່າແຕກຕ່າງລະຫວ່າງ ຄ່າຂອງຂໍ້ມູນແຕ່ລະຄ່າກັບຄ່າສະເລ່ຍເລກຄະນິດ, ຖ້າຄ່າແຕກຕ່າງນັ້ນຫຼາຍ ສະແດງວ່າຂໍ້ມູນມີການແຈກຢາຍຫຼາຍ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຄ່າກະຕວງແມ່ນຫຍັງ?

ຄ່າກະຕວງ ຂອງເຫດການໜຶ່ງ ຄືໂອກາດທີ່ເຫດການນັ້ນຈະເກີດຂຶ້ນ. ການຄໍານວນຫາຄ່າກະຕວງທີ່ແຕ່ລະເຫດການຈະເກີດຂຶ້ນ ຈະຕ້ອງມີຂໍ້ມູນກ່ຽວກັບເຫດການນັ້ນໆ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຕົວປ່ຽນບັງເອີນແມ່ນຫຍັງ?

ແມ່ນຕົວປ່ຽນທີ່ບໍ່ຮູ້ລ່ວງໜ້າແນ່ນອນ, ຄ່າຂອງຕົວປ່ຽນບັງເອີນເປັນຈໍານວນຈິງພຽງຄ່າໃດໜຶ່ງ ເຊິ່ງຈະຂຶ້ນກັບຜົນຂອງການທົດລອງບັງເອີນ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຄ່າພາຣາມີເຕີ້ແມ່ນຫຍັງ?

ຄ່າສະຖິຕິແມ່ນຫຍັງ?

ໝາຍເຖິງຄ່າທີ່ຄໍານວນໄດ້ຈາກຕົວຢ່າງ ເປັນຄ່າທີ່ບອກເຖິງຄຸນລັກສະນະຂອງຕົວຢ່າງຄ່າສະຖິຕິເປັນຕົວປະເມີນຄ່າຂອງພາຣາມີເຕີ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ການປະເມີນຄ່າແມ່ນຫຍັງ?

ແມ່ນການໃຊ້ຄ່າສະຖິຕິປະເມີນຄ່າພາຣາມີເຕີ. ໂດຍປົກກະຕິ ຄ່າທີ່ແທ້ຈິງຂອງປະຊາກອນ (ພາຣາມີເຕີ) ຈະບໍ່ຮູ້ຄ່າ ເນື່ອງຈາກວ່າ ບໍ່ສາມາດເກັບກໍາຂໍ້ມູນຈາກທຸກໜ່ວຍຂອງປະຊາກອນໄດ້.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ສົບມຸດຖານທາງສະຖິຕິແມ່ນຫຍັງ?

ໄດ້ແກ່ການໃຊ້ຂໍ້ມູນຈາກກຸ່ມຕົວຢ່າງມາເປັນຕົວທົດສອບຄ່າພາຣາມີເຕີຂອງປະຊາກອນທີ່ຕ້ອງການຢາກຮູ້ ວ່າເປັນໄປຕາມ ທີ່ຄາດຄະເນເຮົາຈະເອີ້ນວ່າ: ສົມມຸດຖານ.

ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ມາຕຣິດແມ່ນຫຍັງ?

ໝາຍເຖິງ ກຸ່ມຂອງຈໍານວນໃດໜຶ່ງທີ່ນໍາມາລຽນນອນ ແລະ ແຖວຕັ້ງ ຢ່າງເປັນລະບຽບ, ເປັນຮູບສີ່ແຈສາກ ເຊິ່ງມີເຄື່ອງໝາຍ ( ) ຫຼື [ ] ປິດລ້ອມໄວ້.

ອ້າງອີງ: ຈາກ ປື້ມ ຄະນິດສາດກ່ຽວກັບວິສະວະກໍາສາດ

ຈຸດສູນຖວງຂອງວັດຖຸແມ່ນຫຍັງ?

ເປັນຕໍາແໜ່ງໃນວັດຖຸທີ່ເຮັດໃຫ້ວັດຖຸຢູ່ໃນສະພາບດູນດ່ຽງ ເມື່ອນໍາເອົາວັດຖຸໄປວາງໄວ້ເທີ່ງປາຍແຫຼມ.

ນັກທ່ອງທ່ຽວ (Tourist) (ນັກທັດນະຈອນ) ແມ່ນຫຍັງ?

ແມ່ນຜູ້ເດີນທາງໂດຍຕັ້ງໃຈທ່ອງທ່ຽວທີ່ປະເທດໃດໜຶ່ງແຕ່ຢູ່ປະເທດນັ້ນໆບໍ່ເກີນ 24 ຊ,ມ ລວມທັງຜູ້ໂດຍສານທີ່ເດີນທາງຜ່ານປະເທດນັ້ນໂດຍບໍ່ໄດ້ອອກຈາກບໍລິເວນທີ່ຈັດໄວ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການວິໄຈຕົວເລກສັດສ່ວນແມ່ນຫຍັງ?

ການວິໄຈຕົວເລກສັດສ່ວນ ແມ່ນເຕັກນິກພະຍາກອນ ເພື່ອກຳນົດຄວາມຕ້ອງການດ້ານພະນັກງານໃນອະນາຄົດ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານທຸລະກິດແມ່ນເຄື່ອງມືຂອງລັດເພື່ອດັດສົມການຄຸ້ມຄອງມະຫາພາກໃນພື້ນຖານ ແມ່ນຫຍັງ?

ໃນເງື່ອນໄຂຂອງເສດຖະກິດຕະຫລາດ, ທະນາຄານທຸລະກິດ ສະໜອງທຶນເພື່ອໃຫ້ວິສາຫະກິດທຳ ການຜະລິດໄດ້ຢ່າງເປັນປົກກະຕິ ໂດຍຜ່ານຜະລິດຕະພັນສິນເຊື່ອ ແລະ ການບໍລິການອື່ນ ສິ່ງດັ່ງກ່າວໄດ້ກ່າຍ ເປັນເປັນເຄື່ອງມືທີ່ແທ້ຈິງເພື່ອໃຫ້ລັດດັດສົມເສດຖະກິດມະຫາພາກ. ການເຄື່ອນໄຫວດ້ານສິນເຊື່ອ ແລະ ການຊຳລະສະສາງລະຫວ່າງທະນາຄານທຸລະກິດໃນລະບົບດ້ວຍກັນ, ບັນດາທະນາຄານທຸລະກິດ ໄດ້ປະກອບສ່ວນເປີດກ້ວາງ ປະລິມານເງິນທີ່ສະໜອງໃນຂອດຈໍລະຈອນ, ໂດຍຜ່ານການສະໜອງທາງດ້ານສິນເຊື່ອ ໃຫ້ແກ່ບັນດາຂະແໜງການຢູ່ໃນພື້ນຖານເສດຖະກິດ, ທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຂະແໜງວິທະຍາສາດຄອມພິວເຕີ

ຄີຄູ່ແຂ່ງ (Candidate Key) ແມ່ນຫຍັງ?

ເປັນ field ທີ່ໃຊ້ຮ່ວມກັບ field ອື່ນໆ ທີ່ເປັນ Composite Key ຄືກັນ ມາໃຊ້ ເປັນ Primary Key ຂອງຕາຕະລາງ, ເນື່ອງຈາກບາງຄັ້ງເຮົາບໍ່ສາມາດກຳນົດພຽງ field ໃຫ້ເປັນ Primary Key ໄດ້ຕ້ອງອາໃສ field ຮ່ວມກັນ

ຂໍ້ແຕກຕ່າງລະຫວ່າງລະບົບ Buffer ກັບ Spoolin ແມ່ນຫຍັງ?

– ລະບົບ buffer ເປັນການເຊື່ອມກັນລະຫວ່າງການປະມວນຜົນກັບໜ່ວຍນໍາເຂົ້າ – ສົ່ງອອກຂອງໂປຣແກຣມດຽວກັນ ເຊິ່ງບໍ່ອາດຈະເຮັດໃຫ້ໄດ້ຫຼາຍ ດ້ວຍຂໍ້ຈຳກັດຂອງຂັ້ນຕອນການເຮັດວຽກຂອງໂປຣແກຣມນັ້ນ.
– ລະບົບ Spooling ສາມາດຈັດການວຽກທີ່ຖືກປ້ອນເຂົ້າມາແບບລຽງດໍາດັບໄດ້ໂດຍອິດສະຫຼະ ເກີດເປັນກຸ່ມງານ (Job pool) ເຊິ່ງລະບົບປະຕິບັດງານ ສາມາດເລືອກວຽກເຂົ້າປະມວນຜົນຕາມຄວາມເໝາະສົມ ກ່ອນໃຫ້ເກີດລະບົບການຈັດລໍາດັບວຽກງານ (Job scheduling).

(Composite Key ) ແມ່ນຫຍັງ?

ລະບົບການແບ່ງກັນໃຊ້ເວລາ (Time-sharing Systems) ແມ່ນຫຍັງ?

ການແບ່ງກັນໃຊ້ເວລາ (Time-sharing Systems) ເປັນເທັກນິກທີ່ຜູ້ໃຊ້ຫຼາຍຄົນສາມາດແບ່ງປັນກັນໃຊ້ຊັບພະຍາກອນຄອມພິວເຕີຮ່ວມກັນໃນເວລາດຽວກັນ ໂດຍລະບົບປະຕິບັດການຈະເຮັດການແບ່ງເວລາອອກເປັນ ຊ່ວງສັ້ນໆ ເອີ້ນວ່າສ້ຽວເວລາ (Time Slice) ໃນໜວ່ຍມິລິວິນາທີ (Millisecond) ຫຼື ວິນາທີຮອບວຽນການດໍາເນີນກັບໂປຣແກຣມ ຫຼື ຂະບວນການຂອງຜູ້ໃຊ້ເປັນລໍາດັບໄປ ເພື່ອຊ່ວຍໃຫ້ເວລາໂດຍລວມຂອງວຽກທັງໝົດແລ້ວໄວຂື້ນ ຊ່ວຍໃຫ້ເວລາການຕອບສະໜອງ(Respone time) ຕໍ່ຜູ້ໃຊ້ທັງໝົດ ແລະ CPU ເຮັດວຽກໄດ້ເຕັມປະສິດທິພາບເວລາການຕອບສະໜອງ ໝາຍເຖິງເວລາຕັ້ງແຕ່ຜູ້ໃຊ້ປ້ອນຄໍາສັ່ງໃຫ້ຄອມພິວເຕີຈົນກວ່າຄອມພິວເຕີຕອບຮັບມາ. ຢ່າງໃດກໍ່ຕາມໃນລະບົບການແບ່ງກັນໃຊ້ເວລານີ້ ການເພີ່ມຂື້ນຂອງຈໍານວນຜູ້ໃຊ້ລະບົບຈະມີຜົນກະທົບຕໍ່ອັດຕາການຕອບສະໜອງອີກດ້ວຍ.

(Foreign Key) ແມ່ນຫຍັງ?

ເປັນ field ໃນຕາຕະລາງໜຶ່ງ ທີ່ມີຄວາມສໍາພັນກັບ field ທີ່ເປັນ Primary Key ອີກຕາຕະລາງໜຶ່ງ

ລະບົບແບບຫຼາຍພາລະກິດ (Multitasking) ແມ່ນຫຍັງ?

ໝາຍເຖິງສໍາມະຖານະການເຮັດວຽກແບບຫຼາຍໂປຣແກຣມ ຂອງລະບົບປະຕິບັດງານສໍາລັບຜູ້ໃຊ້ຄົນດຽວ. ຕົວຢ່າງ: ໃນສ່ວນຄອມພິວເຕີສ່ວນບຸກຄົນ ໂດຍທີ່ຜູ້ໃຊ້ຄົນໜຶ່ງສາມາດດໍາເນີນງານ (Run) ຫຼາຍໂປຣແກຣມໃນເວລາດຽວກັນເຖິງເຄື່ອງດຽວກັນເຊັ່ນ: ໂບກເກີ ຂາຍຫຸ້ນກໍາລັງຂຽນຈົດໝາຍເຖິງລູກຄ້າດ້ວຍໂປຣແກຣມປະມວນ ຜົນຄໍາໃນຂະນະທີ່ອີກໂປຣແກຣມໜຶ່ງກໍາລັງບັນທຶກ ແລະ ກໍາລັງປັບປຸງຂໍ້ມູນບັນຊີລູກຄ້າ ໃນລະບົບຫຼາຍ ພາລະກິດໂບກເກີສາມາດເບິ່ງ ໜ້າຈໍທັງສອງໂປຣແກຣມໄດ້ໃນເວລາດຽວກັນໂດຍບໍ່ຈໍາເປັນຕ້ອງຢຸດຕິຈາກໂປຣ ແກຣມປະມວນຜົນຄ່າອອກໄປຫາລະບົບປະຕິບັດງານແລ້ວຈິ່ງເອີ້ນໃຊ້ໂປຣແກຣມທີ່ຄວບຄຸມຖານຂໍ້ມູນລູກຄ້າ.

(MySQL) ແມ່ນຫຍັງ?

ເປັນລະບົບຈັດການຖານຂໍ້ມູນໂດຍໃຊ້ພາສາ SQL, MySQL ຈະເປັນ Open Source Software ແຕ່ແຕກຕ່າງຈາກ Open Source Software ທົ່ວໄປ ໂດຍມີການພັດທະນາພາຍໃນບໍລິສັດ MySQL AB ໃນປະເທດສະວິເດັນ (Sweden) ໂດຍຈັດການ MySQL ທັງໃນແບບທີ່ໃຫ້ໃຊ້ແບບບໍ່ເສຍຄ່າໃຊ້ຈ່າຍ ແລະ ໃນທາງທຸລະກິດ

ລະບົບແບບມັດຕິເທຣດ (Multithreading) ແມ່ນຫຍັງ?

ລະບົບປະຕິບັດການບາງລຸ້ນ ສາມາດແບ່ງໂປຣແກຣມ ຫຼື ກະຈາຍຂະບວນການຍ່ອຍໆເອີ້ນວ່າ: ເທຣດ ຫຼື ສາຍໂຍງໃຍ (Thread) ເຊິ່ງເປັນໜວ່ຍຍ່ອຍທີ່ນ້ອຍທີ່ສຸດຂອງຂະບວນການທີ່ສາມາດດໍາເນີນການໄດ້ (Execution Unit of process ຫຼື executable entity) ໃນລະບົບ Multithred ລະບົບປະຕິບັດງານຈະຊ່ວຍໂປຣແກຣມ ຫຼື ຂະບວນການອອກເປັນໜ່ວຍຍ່ອຍ ແລ້ວເຮັດວຽກຄູ່ຂະໜານກັນໄປ ເຊິ່ງຈະເຮັດໃຫ້ໂປຣແກຣມເຮັດວຽກສໍາເລັດໄວຂຶ້ນ.

ພິມຄໍາສັ່ງ mysql -u root -p ໂດຍ -u root ແມ່ນຫຍັງ?

ກໍານົດຊື່ user ເປັນ root ສ່ວນ p ໝາຍເຖິງ ໃຫ້ເຮັດການປ້ອນລະຫັດຜ່ານສໍາ ✓ ປ້ອນລະຫັດຜ່ານສໍາລັບເຂົ້າໃຊ້ງານ MySQL

ລະບົບໜ່ວຍເກັບສະເໝືອນ (Virstual Storage) ແມ່ນຫຍັງ?

ເປັນເທັກນິກໃນການແບ່ງປັນໜ່ວຍຄວາມຈຳ ເພື່ອໃຫ້ສາມາດດໍາເນີນການກັບຫຼາຍໂປຣແກຣມໄດ້ຢ່າງມີປະສິດທິພາບບາງທີ່ເອີ້ນວ່າ: ໜວ່ຍຄວາມຈໍາສະເໝືອນ (Virtual memory) ໂດຍວິທີການແບ່ງສ່ວນຂອງໂປຣແກຣມອອກເປັນສອງສວ່ນ ໂດຍສ່ວນທໍາອິດຈະເກັບສ່ວນທີ່ຈໍາເປັນສໍາລັບການດໍາເນີນການໄວ້ໃນໜ່ວຍຄວາມຈຳຫຼັກເຊິ່ງເອີ່ນວ່າ ໜ່ວຍເກັບຈິງ (Real Storage) ແລະ ສ່ວນທີ່ເຫຼືອຈະເກັບໄວ້ໃນໜ່ວຍຄວາມຈຳສຳຮອງເຊັ່ນ: Disk ຈຶ່ງເອີ້ນ ສ່ວນນີ້ວ່າ: ໜ່ວຍເກັບສະເໝືອນ (Virtual Storage).

mysql -h hostname -u username -p ແມ່ນຫຍັງ?

ໂດຍ hostname ໃຫ້ລະບຸຊື່ໂຮສ໌ ຫຼື IP Address ຂອງເຄື່ອງທີ່ຕ້ອງການ login. username ໃຫ້ລະບຸ user name ທີ່ຕ້ອງການໃຊ້ໃນການ login ເຂົ້າໃຊ້ງານ.

ລະບົບຄອມພິວເຕີແບບຕັ້ງໂຕະ (Desktop Systems) ແມ່ນຫຍັງ?

ຄອມພິວເຕີ້ສວ່ນບຸກຄົນ ຫຼື PC (Personal Computer: PC) ປະກົດຂື້ນໃນປີ 1970 ລະຫວ່າງ 10 ປີທຳອິດ CPU ໃນ PC ຂາດຄຸນລັກສະນະທີ່ຕ້ອງໃຊ້ສໍາລັບປ້ອງກັນລະບົບປະຕິບັດງານຈາກຜູ້ໃຊ້ຫຼາຍຄົນ. ດັ່ງນັ້ນ, ຈຶ່ງບໍ່ແມ່ນລະບົບປະຕິບັດງານແບບຫຼາຍຜູ້ໃຊ້ ຫຼື ຫຼາຍວຽກເປົ້າໝາຍຂອງພີຊີໄດ້ປຽ່ນໄປ ແທນທີ່ຈະປັບປຸງໃຫ້ເປັນແບບຫຼາຍຜູ້ໃຊ້ ຫຼື ຫຼາຍວຽກ ຫຼື ເຮັດໃຫ້ການໃຊ້ CPU ແລະ ອຸບປະກອນຕໍ່ພວງຕ່າງໆ ຫຼາຍຂື້ນແຕ່ປັບປຸງກ່ຽວກັບຄວາມສະດວກສະບາຍ ແລະ ການຕອບສະໜອງໃຫ້ຫຼາຍຂື້ນ.

ປຸ່ມລູກສອນຂຶ້ນ ແມ່ນຫຍັງ?

ເອີ້ນຄໍາສັ່ງກ່ອນໜ້າ

ລະບົບແບບຫຼາຍຕົວປະເມີນຜົນ(Multiprocessor Systems) ແມ່ນຫຍັງ?

ລະບົບໃນປັດຈຸບັນສ່ວນຫຼາຍເປັນແບບຕົວປະມວນຜົນດຽວ (Single-processor Systems) ແນວໃດກໍ່ຕາມມີແນວໂນ້ມຈະເປັນລະບົບແບບຫຼາຍຕົວປະເມີນຜົນບາງທີ່ເອີ້ນວ່າ: ລະບົບຂະໜານ (Parallel Systems) ຫຼືລະບົບຄູ່ແນນ (Tighly Coupled Systems) ເປັນລະບົບທີ່ມີຕົວປະມວນຜົນຫຼາຍກ່ວາ 1 ຕົວຢູ່ໃນລະບົບສື່ສານແບບບີດ ມີການໃຊ້ບັດຄອມພິວເຕີ້ ແລະ ໂມງຮ່ວມກັນ ແລະ ບາງເທື່ອລວມເຖິງໜວ່ຍຄວາມຈໍາ ແລະ ອຸບປະກອນຕໍ່ພ່ວງດ້ວຍ.

ປຸ່ມລູກສອນລົງ ແມ່ນຫຍັງ?

ເອີ້ນຄໍາສັ່ງຕໍ່ໄປ

ການປະຫຍັດອັນເນື່ອງມາຈາກຂະໜາດ (Economy of Scale) ແມ່ນຫຍັງ?

ລະບົບແບບຫຼາຍຕົວປະມວນຜົນປະຫຍັດກວ່າລະບົບແບບຕົວປະມວນຜົນດຽວຫຼາຍຕົວເພາະຕົວປະມວນຜົນສາມາດແບ່ງປັນອຸບປະກອນຕໍ່ພ່ວງ, ໜວ່ຍເກັບຂໍ້ມູນ ແລະ ອຸບປະກອນຈ່າຍໄຟເຊັ່ນ ຖ້າມີຫຼາຍໂປຣແກຣມຈະເຮັດວຽກເທິງຂໍ້ມູນຂຸດດຽວກັນ ການເກັບຂໍ້ມູນໄວ້ຢູ່ໃນດິສຕົວດຽວກັນ ແລະ ທຸກປະມວນຜົນແບ່ງກັນໃຊ້ຂໍ້ມູນຈະ ເປັນການປະຫຍັດກວ່າໃຫ້ຄອມພິວເຕີ້ຫຼາຍຕົວເຊິ່ງມີດິສຂອງໂຕເອງເກັບຂໍ້ມູນທີ່ຄືກັນໄວ້ຄອມພິວເຕີ້ແຕ່ລະເຄື່ອງ.

ປຸ່ມລູກສອນຊ້າຍ ແມ່ນຫຍັງ?

ເລື່ອນໂຕກະພິບ (cursor) ໄປທາງຊ້າຍຂອງຄໍາສັ່ງ

ລະບົບເຮັດວຽກແບບທັນທີ (Real-Time Systems) ແມ່ນຫຍັງ?

ລະບົບເຮັດວຽກແບບທັນທີ ຖືກໃຊ້ເມື່ອຕ້ອງການ ການຕອບສະໜອງແບບທັນທີຂອງການເຮັດວຽກແບບ ຕົວປະມວນຜົນ ຫຼື ກົນໄກຂອງຂໍ້ມູນ.

ປຸ່ມລູກສອນຂວາ ແມ່ນຫຍັງ?

ເລື່ອນໂຕກະພິບ ໄປທາງຂວາຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບກະຈາຍ (Distributed Systems) ແມ່ນຫຍັງ?

ການເຕີບໂຕຂອງເຄືອຂ່າຍຄອມພິວເຕີ້ໂດຍສະເພາະຢ່າງຍິ່ງ Internet ມີອິດທິຜົນຢ່າງ ເລິກຊຶ້ງຕໍ່ການພັດທະນາລະບົບປະຕິບັດງານ ເມື່ອບໍ່ດົນມານີ້ ເມື່ອ PC ຖືກແນະນໍາຄັ້ງທໍາອິດໃນ ປີ 1970 ໄດ້ຖືກອອກແບບສໍາລັບໃຊ້ສ່ວນຕົວ ແລະ ໂດຍທົ່ວໄປໃຊ້ຄອມພິວເຕີ້ທີ່ບ່ອນເຮັດວຽກ ເມື່ອເລີ່ມມີການໃຊ້ອິນເຕີເນັດໃນປີ 1980 ສໍາລັບການໃຊ້ຈົດໝາຍອີເລັກໂທນິກ (Email FTP ແລະ Gopher) ໄດ້ມີການເຊື່ອມຕໍ່ PC ກັບເຄືອຂ່າຍຄອມພິວ ເຕີ້ ດ້ວຍການແນະນໍາ Web ໃນກາງປີ 1990 ຄວາມສາມາດໃນການເຊື່ອມຕໍ່ເຄືອຂ່າຍເປັນສິງທີ່ຖືກພິຈາລະນາວ່າ ເປັນອົງປະກອບສຳຄັນຂອງລະບົບຄອມພິວເຕີ້.

ປຸ່ມ Ctrl + ປຸ່ມລູກສອນຊ້າຍ ແມ່ນຫຍັງ?

ເລື່ອນໂຕກະພິບ ຖອຍຫຼັງໄປ 1 ຄໍາ

ປຸ່ມ Ctrl + ປຸ່ມລູກສອນຂວາ ປຸ່ມ Home ແມ່ນຫຍັງ?

ປຸ່ມ End ແມ່ນຫຍັງ?

ເລື່ອນໂຕກະພິບໄປຕຳແໜ່ງສຸດທ້າຍຂອງຄໍາສັ່ງ

ປຸ່ມ Delete ແມ່ນຫຍັງ?

ລົບອັກສອນໃນຕໍາແໜ່ງໂຕກະພິບ

ປຸ່ມ Backspace ແມ່ນຫຍັງ?

ເລື່ອນໂຕກະພິບໄປຕຳແໜ່ງທາງຊ້າຍຂອງຄໍາສັ່ງ

ປຸ່ມ Esc ແມ່ນຫຍັງ?

ລົບຄໍາສັ່ງທັງບັນທັດ

ປຸ່ມ Page Up ແມ່ນຫຍັງ?

ເອີ້ນຄໍາສັ່ງທໍາອິດທີ່ສົ່ງເຂົ້າໄປ

ລະບົບປະຕິບັດການ (OS - Operating System) ແມ່ນຫຍັງ?

ລະບົບປະຕິບັດການຄື ກຸ່ມໂປຣແກຣມທີ່ເຮັດໜ້າທີເປັນຕົວກາງ ລະຫວ່າງ ຜູ້ໃຊ້ກັບເຄື່ອງຄອມພິວເຕີ ມີຈຸດໝຸ່ງໝາຍ ເພື່ອຈັດຫາສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ຜູ້ໃຊ້ງານກັບໂປຣແກຣມ (Execute Programs) ໂດຍມີເປົ້າໝາຍຫຼັກ ເພື່ອໃຫ້ການໃຊ້ລະບົບຄອມພິວເຕີຂອງຜູ້ໃຊ້ເປັນໄປຢ່າງສະດວກ ແລະການນຳໃຊ້ Hardware ເປັນໄປຢ່າງມີປະສິດທິພາບ.

ປຸ່ມ Page Down ແມ່ນຫຍັງ?

ເອີ້ນຄໍາສັ່ງສຸດທ້າຍທີ່ສົ່ງເຂົ້າໄປ

ວິວັດທະນາການ ແລະ ຊະນິດຂອງລົະບົບປະຕິບັດການແມ່ນຫຍັງ?

ລະບົບປະຕິບັດງານ ແລະ ສະຖາປັດຕິຍາກຄອມພິວເຕີມີອິດທິພົນຊຶ່ງກັນ ແລະ ກັນຫຼາຍທີ່ສຸດສາມາດພົບເຫັນໄດ້ຈາກວິວັດທະນາການຂອງຄອມພິວເຕີ ຕັ້ງແຕ່ອາດີດຈາກຫຼອດສູນຍາກາດທີ່ບໍ່ມີລະບົບປະຕິບັດງານເຊິ່ງເປັນສິ່ງທີ່ຈະເຮັດໃຫ້ຕ້ອງມີການເພີ່ມປະສິດທິພາບຂອງລະບົບປະຕິບັດງານໃຫ້ມີໂຄງສ້າງທີທັນສະໄໝເໝາະສຳລັບການໃຊ້ງານ ລະບົບປະຕິບັດງານຖືກພັດທະນາ ແລະ ເຕີບໃຫຍ່ມາຈາກລະບົບເຄື່ອງເມນເຟຣມທີ່ຕ້ອງການພຽງລະບົບປະຕິບັດງານຢ່າງງ່າຍໆ ສຳລັບການເຮັດວຽກກັບ Application ພຽງຢ່າງດຽວຈົນເຖິງລະບົບແບ່ງກັນໃຊ້ເວລາທີ່ຊັບຊ້ອນຈາກນັ້ນຈິ່ງພັດທະນາໄປຢູ່ລະບົບຄອມພິວເຕີ້ຂະໜາດນ້ອຍຢ່າງຄອມພິວເຕີ້ແບບຕັ້ງໂຕະ ຈົນເຖິງລະບົບຄອມພິວເຕີ້ແບບມືຖື.

ປຸ່ມ F3 ແມ່ນຫຍັງ?

ເອີ້ນຄໍາສັ່ງສຸດທ້າຍສົ່ງເຂົ້າໄປ

ປຸ່ມ F7 ແມ່ນຫຍັງ?

ສະແດງການຄໍາສັ່ງ ໂດຍເລືອກຄໍາສັ່ງໂດຍການເລື່ອນປຸ່ມລູກສອນ ຂຶ້ນ ຫຼື ລົງ

ປຸ່ມ F9 ແມ່ນຫຍັງ?

ສະແດງການຄໍາສັ່ງໂດຍເລືອກຄໍາສັ່ງໂດຍການພິມໝາຍເລກ ຂອງຄໍາສັ່ງ

ລະບົບຄອມພິວເຕີມືຖື (Handheld Systems) ແມ່ນຫຍັງ?

ລວມໄປເຖິງ PDA (Personal digital assistants: PDA) ເຊັ່ນ: (Palm), (Pocket PC) ຫຼື ໂທລະສັບແບບ ເຊວລູລາ (Cellular telephone) ເຊິ່ງເຊື່ອມຕໍ່ເປັນເຄື່ອຂ່າາຍ ດັ່ງທີ່ເຫັນໃນໂທລະສັບມືຖື ປັດຈຸບັນໃນຄອມພິວເຕີ້ມືຖືບາງເຄື່ອງມີລະບົບບູທູດ, Web browser ແລະ ເປີດອີເມລໄດ້.

ປຸ່ມ F8, F5 ແມ່ນຫຍັງ?

ເລື່ອນລາຍການຄໍາສັ່ງແບບວົນຮອບ

Home ແມ່ນຫຍັງ?

ລວບລວມຄໍາສັ່ງທີ່ໃຊ້ຫຼາຍທີ່ສຸດ ເຊັ່ນ ການກັອບປີ້ ວາງຄີບອດ ການກໍາ ນົດຮູບແບບອັກສອນລັກສະນະໃຫ້ກັບເອກະສານ ກຸ່ມຄໍາສັ່ງ Edit (ຄົ້ນ/ ແທນທີ່) ເປັນຕົ້ນ.

Insert ແມ່ນຫຍັງ?

ລວມຄໍາສັ່ງສໍາລັບເລືອກແທກວັດຖຸຕ່າງໆ ລົງໄຟລງານ ເຊັ່ນ ຮູບພາບ (Picture) ພາບຕັດ (ClipArt) ອັກສອນສິລະປະ (WorArt) ຕາຕະ ລາງ (Table) ໄດຣແກຼມ (Diagram) ລວມທັງສັນຍາລັກພິເສດຕ່າງໆ ເຊັ່ນ ຫົວເຈ້ຍຕີນເຈ້ຍ ສູດທາງຄະນິດສາດ ເປັນຕົ້ນ.

Page Layout ແມ່ນຫຍັງ?

ລວບລວມຄໍາສັ່ງສໍາລັບການກວດສອບຄວາມຖືກຕ້ອງຂອງເອກະສານ ເຊັ່ນ ການກວດສອບ ຄໍາສະກົດ ການຂຽນຂໍ້ຄວາມຄິດເຫັນລົງໃນເອກະສານ ປຽບທຽບເອກະສານຫຼາຍເວີຊັ່ນ ແລະ ການປ້ອງກັນເອກະສານ

Review ແມ່ນຫຍັງ?

View ແມ່ນຫຍັງ?

ສໍາລັບເລືອກກໍານົດມູມມອງໃນການເຮັດງານກັບໄຟລຂໍ້ມູນ ຊຶ່ງຕົວເລືອກ ຂອງມູມມອງນັ້ນຈະແຕກຕ່າງໆກັນໄປໃນແຕ່ລະໂປຣແກຣມ ລວມທັງການ ເລືອກຫຍໍ້ ຂະຫຍາຍເອກະສານ ເພື່ອເຮັດງານໄດ້ສະດວກຂຶ້ນ

Save ແມ່ນຫຍັງ?

ບັນທຶກເອກະສານທີ່ກຳລັງໃຊ້ງານຢູ່

Save As ແມ່ນຫຍັງ?

ເລືອກບັນທຶກເອກະສານເປັນພາຍໃໝ່

Open ແມ່ນຫຍັງ?

ເປີດເອກະສານທີ່ບັນທຶກໄວ້ຂື້ນມາແກ້ໄຂໃໝ່

Close ແມ່ນຫຍັງ?

ປິດເອກະສານທີ່ກຳລັງໃຊ້ງານຢູ່

Info ແມ່ນຫຍັງ?

ລາຍລະອຽດຂໍ້ມູນເອກະສານ

Recent ແມ່ນຫຍັງ?

ເອກະສານທີ່ຖືກເບີດລ່າສຸດ ເພື່ອເລືອກເປີດໄດ້ທັນທີ

New ແມ່ນຫຍັງ?

ສໍາລັບສ້າງເອກະສານໃໝ່ຂື້ນມາ ໂດຍອາດເລືອກສ້າງເອກະສານເປົ່າ ຫຼື zຈາກແມ່ແບບທີ່ໂປຣແກຣມກຽມໄວ້ໃຫ້

Print ແມ່ນຫຍັງ?

ສັ່ງພິມເອກະສານອອກທາງເຄື່ອງພິມ

Save & Send ແມ່ນຫຍັງ?

ບັນທຶກເອກະສານ ຫຼື ສົ່ງເອກະສານໄປໃຫ້ຜູ້ອື່ນເທີງເຄືອຂ່າຍອິນເຕີເນັດ

Help ແມ່ນຫຍັງ?

ເຂົ້າສູ່ຄວາມຊ່ວຍເຫຼືອ ເຊັ່ນ: ຄໍາຖາມທີ່ພົບຫຼາຍ ແລະ ການໃຊ້ໂປຣແກຣມ

Options ແມ່ນຫຍັງ?

ປັບແຕ່ງລາຍລະອຽດການໃຊ້ງານໂປຣແກຣມ

Exit ແມ່ນຫຍັງ?

ອອກຈາກໂປຣແກຣມ

Strikethrough (ຂີດທັບ) ແມ່ນຫຍັງ?

ຂີດເສັ້ນກາງຂໍ້ຄວາມ

Double Strikethrough (ບົດທົນຄູ) ແມ່ນຫຍັງ?

ຂີດ 2 ເສັ້ນກາງຂໍ້ຄວາມ

Superscript (ຍົກກຳລັງ) ແມ່ນຫຍັງ?

ຍົກກຳລັງຕົວໜັງສື

Subscript (ທ້ອຍກ້ອງ) ແມ່ນຫຍັງ?

ຕົວໜັງສືທ້ອຍລຸ່ມ

Shadow (ເງົາ) ແມ່ນຫຍັງ?

ໃສ່ເງົາໃຫ້ກັບຂໍ້ຄວາມ

Outline (ເຂົ້າຮ່າງ) ແມ່ນຫຍັງ?

ເຕີມສີພາຍໃນໂຕໜັງ

Emboss (ນູນຂຶ້ນ) ແມ່ນຫຍັງ?

ເຮັດໃຫ້ຕົວໜັງສືນູນນັ້ນ

Engrave (ຈົມລົງ) ແມ່ນຫຍັງ?

ເຮັດໃຫ້ຕົວໜັງສືຈົມລົງ

Small cape (ຕົວພົມໃຫຍ່) ແມ່ນຫຍັງ?

ຕົວອັງສອນພິມໃຫຍ່ທັງໝົດ ແຕ່ຕົວທໍາອິດໃຫຍ່ສຸດ

ດີວີດີ (DVD - Digital Video Disk/Digital Versatile Disk) ແມ່ນຫຍັງ?

ເປັນຈານແສງແບບໃຫມ່ທີ່ມີຄວາມຈຸສູງກວ່າຈານແສງຊະນິດອື່ນໆຫຼາຍ ໃຊ້ເປັນສື່ສໍາລັບບັນທຶກຮູບເງົາ, ວຽກເມົາຕິມີເດຍ,ຂໍ້ຄວາມກຣາບຟິກ, Audio data ແລະ ອາດເຂົ້າມາແທນຊື່ສະນິດຄອມໃນອານາຄົດ.

All caps (ຕົວພິມໃຫຍ່ທັງໝົດ) ແມ່ນຫຍັງ?

ຕົວອັງສອນພິມໃຫຍ່ທັງໝົດ ມີຂະໜາດເທົ່າກັນ

Hidden (ຊ່ອນ) ແມ່ນຫຍັງ?

ຊ່ອນຕົວໜັງສືບໍ່ໃຫ້ພິມອອກຈາກເຄື່ອງພິມ

Insert Columns to the left (ເພີ່ມຖັນທາງດ້ານຊ້າຍ) ແມ່ນຫຍັງ?

ເພີ່ມຖັນໃໝ່ຢູ່ທາງຊ້າຍຂອງເຊລທີ່ເລືອກ

Insert Columns to the Right (ເພີ່ມຖັນທາງດ້ານຂວາ) ແມ່ນຫຍັງ?

ເພີ່ມຖັນໃໝ່ຢູ່ທາງຂວາຂອງເຊລທີ່ເລືອກ

Insert Rows Above (ເພີ່ມແຖວທາງເທິງ) ແມ່ນຫຍັງ?

ເພີ່ມແຖວໃໝ່ເພີ່ມເຂົ້າມາກ່ອນແຖວຂອງເຊລທີ່ເຮົາເລືອກໄວ້

Insert Rows Below (ເພີ່ມແຖວທາງລຸ່ມ) ແມ່ນຫຍັງ?

ເພີ່ມແຖວໃໝ່ເພີ່ມເຂົ້າມາຫຼັງແຖວຂອງເຊລທີ່ເຮົາເລືອກໄວ້

SHIT CELLS LEFT ແມ່ນຫຍັງ?

ຍ້າຍເຊວທີ່ຢູ່ດ້ານຂວາມາທັບ

SHIT CELLS UP ແມ່ນຫຍັງ?

ຍ້າຍເຊວທີ່ຢູ່ດ້ານລຸ່ມມາທັບ

DELETE ENTIRE ROW ແມ່ນຫຍັງ?

ລຶບແຖວຂອງເຊວທີ່ເລືອກໄວ້

DELETE TIRE COLUMN ແມ່ນຫຍັງ?

ລຶບຖັນຂອງເຊວທີ່ເລືອກໄວ້

Text (ຂໍ້ມູນ) ແມ່ນຫຍັງ?

ຈັດລຽງຕາມລໍາດັບຕົວອັກສອນ

Number (ຕົວເລກ) ແມ່ນຫຍັງ?

ຈັດລຽງຕາມລໍາດັບຕົວເລກ

Date (ວັນທີ) ແມ່ນຫຍັງ?

ຈັດລຽງຂໍ້ມູນຕາມລໍາດັບວັນທີ

Ascending: ແມ່ນຫຍັງ?

ລຽງຕົວອັກສອນຈາກ “A” ໄປຫາ “Z” ຫຼື “ກ” ໄປ “ຮ”

Descending: ແມ່ນຫຍັງ?

ລຽງຕົວອັກສອນຈາກ “Z” ໄປຫາ “A” “ຮ” ໄປ “ກ”

Tip of page ແມ່ນຫຍັງ?

ໃສ່ເລກໜ້າຫົວເອກະສານ

Bentom of page ແມ່ນຫຍັງ?

ໃສ່ເລກໜ້າທ້າຍເອກະສານ

Page Margins ແມ່ນຫຍັງ?

 ໃສ່ເລກໜ້າຂອບເຈ້ຍ

Carrent Position ແມ່ນຫຍັງ?

ໃສ່ເລກໜ້າຕໍາແໜງປັດຈຸບັນ

Format Page Numbers ແມ່ນຫຍັງ?

ກໍານົດຮູບແບບຕົວອັກສອນຂອງໝາຍເລກໜ້າ ແລະ ຄ່າເລີ່ມຕົ້ນຂອງໝາຍເລກໜ້າ

Remove Page Nambers ແມ່ນຫຍັງ?

ລຶບໝາຍເລກໜ້າທີ່ກຳນົດໄວ້ອອກ

General(ທົ່ວໄປ) ແມ່ນຫຍັງ?

ບໍ່ມີການກຳນົດຮູບແບບຕົວເລກທີ່ສະແດງເປັນໄປຕາມທີ່ເຮົາພິມ

ສະແດງຕົວເລກທົ່ວໄຫຼ ໂດຍເຮົາສາມາດກໍານົດຈໍານວນຫຼັກທົດສະນິຍົມການ ໃຊ້ເຄື່ອງໝາຍ “.” ຂັ້ນທຸກໆ 3 ຫຼັກ ແລະ ການສະແດງຕົວເລກທີ່ມີຄ່າຕິດ ລົບ ເຊັ່ນ: ໃຫ້ສະແດງເປັນສີແດງ ເປັນຕົ້ນ ໃສ່ເລກໜ້າຂອບເຈ້ຍ

Currency (ສະກຸນເງີນ) ແມ່ນຫຍັງ?

ສະແດງຕົວເລກ ທີເປັນຈໍານວນເງິນໂດຍເຮົາສາມາດກຳນົດໃຫ້ມີເຄື່ອງໝາຍ ນໍາໜ້າ ແລະ ການສະແດງຕົວເລກເມື່ອມີຄ່າຕິດລົບໄດ້

Accounting(ບັນຊີ) ແມ່ນຫຍັງ?

ສະແດງຕົວເລກຄ້າຍກັບ Currency ແຕ່ເຄື່ອງໝາຍສະກຸນເງິນຈະຖືກຈັດຕິດ ເບື້ອງຊ້າຍຂອງເຊວ ແລະ ຕົວເລກຈະຖືກຈັດຕິດເບື້ອງຂວາຂອງເຊວ

ໃຫ້ກຳນົດຮູບແບບການສະແດງວັນທີ (ແບ່ງເປັນແບບຫຍໍ້ ແລະ ແບບເຕັມ)

Time (ເວລາ) ແມ່ນຫຍັງ?

ໃຊ້ກຳນົດຮູບແບບການສະແດງເວລາ

Percentage (ເປີເຊັນ) ແມ່ນຫຍັງ?

ແປງຕົວເລກໃນເຊວທີ່ເປັນເປີເຊັນໂດຍຄູນດ້ວຍ 100 ສະແດງເຄື່ອງໝາຍ “%” ປີດທ້າຍເຊັນຕົວເລກ 75 ຈະຖືກສະແດງເປັນ 75%

Fraction (ເສດສວນ) ແມ່ນຫຍັງ?

ສະແດງຕົວເລກເປັນເສດສ່ວນ ໂດຍເຮົາສາມາດກຳນົດເລກທີ່ເປັນຄ່າສ່ວນໄດ້ ດ້ວຍ ເຊັ່ນ ເຮົາອາດກຳນົດໃຫ້ 75 ສະແດງເປັນ % 12/16 ຫຼື 75/100

Scientific (ແບບ ວິທະຍາສາດ) ແມ່ນຫຍັງ?

ສະແດງຕົວເລກເປັນແບບວິທະຍາສາດ ເຊັ່ນ 75 ສະແດງເປັນ 7.50E-01

Text (ຂໍ້ຄວາມ) ແມ່ນຫຍັງ?

ສະແດງຕົວເລກຊິດຊ້າຍເຊວ ແລະ4ຕັດເຄື່ອງໝາຍທີ່ໃຊ້ອອກເຊັ່ນ “” ແລະ “$” ເຊິ່ງຈະຄືກັບການສະແດງຂໍ້ຄວາມທົ່ວໄປ

SUM (ກຸ່ມເຊວ) ແມ່ນຫຍັງ?

ຫາຜົນລວມຂອງກຸ່ມຂໍ້ມູນຕົວເລກ

ແບບຈຳລອງ Many-To-Many ແມ່ນຫຍັງ?

ແບບຈໍາລອງນີ້ຈະທໍາເມັກຕິເພັກກຸ່ມຂອງ Threads ຜູ້ໃຊ້ໄປຍັງ Kernel Threads ໃນຈໍານວນທີ່ເທົ່າກັນ ຫຼືນ້ອຍກ່ວາຈໍານວນຂອງ Kernel Threads ອາດຈະຖືກກໍານົດດ້ວຍ Aplication ຊັ້ນເຄື່ອງແຕ່ລະຊະນິດ.

Average (ກຸ່ມເຊວ) ແມ່ນຫຍັງ?

ຫາຄ່າສະເລ່ຍຂອງກຸ່ມຂໍ້ມູນຕົວເລກ

MAX (ກຸ່ມເຊວ) ແມ່ນຫຍັງ?

ຫາຄ່າສູງສຸດຈາກກຸ່ມຂໍ້ມູນຕົວເລກ

MIN (ກຸມເຊວ) ແມ່ນຫຍັງ?

ROUND (ຕົວເລກ, ຈໍານວນຫຼັກ) ແມ່ນຫຍັງ?

ປັດເສດຕົວເລກທົດສະນິຍົມໃຫ້ມີຫຼັກທົດສະນິຍົມຕາມ ທີ່ກໍານົດ

COUNT (ກຸ່ມເຊວ) ແມ່ນຫຍັງ?

ນັບຈໍານວນເຊວທີ່ມີຂໍ້ມູນຕົວເລກໃນກຸ່ມເຊວທີເລືອກ

COUNTA (ກຸ່ມເຊວ) ແມ່ນຫຍັງ?

ນັບຈໍານວນເຊວທີ່ມີຂໍ້ມູນໃນກຸ່ມເຊວທີ່ເລືອກ

COUNTIF (ກຸ່ມເຊວ,ເງື່ອນໄຂ) ແມ່ນຫຍັງ?

ນັບຈໍານວນກຸ່ມເຊວທີ່ຕົງຕາມເງື່ອນໄຂໃນກຸ່ມເຊວທີ່ເລືອກ

Today () ແມ່ນຫຍັງ?

ໃຫ້ຄ່າຜົນຮັບເປັນວັນທີ່ປະຈຸບັນ

Date (ວັນ, ເດືອນ,ປີ) ແມ່ນຫຍັງ?

ໃຫ້ຄ່າຜົນຮັບຊິງອັນດັບຂອງວັນທີ່

Date Value (ຂໍ້ຄວາມໃນຮູບວັນທີ) ແມ່ນຫຍັງ?

ແປງຂໍ້ຄວາມທີ່ຢູ່ໃນຮູບແບບຂອງວັນທີ່ໃຫ້ເປັນຄ່າຕົວເລກຊິງອັນດັບຂອງວັນທີ່

Day (ຕົວເລກຊິງອັນດັບ) ແມ່ນຫຍັງ?

ໃຫ້ຄ່າຜົນຮັບເປັນຄ່າວັນທີ່ຈາກຕົວເລກຊິງອັນດັບ

Month (ຕົວເລກຊິງອັນດັບ) ແມ່ນຫຍັງ?

ໃຫ້ຄ່າຜົນຮັບເປັນຄ່າຂອງເດືອນຈາກຕົວເລກຊິງອັນດັບ

Year (ຕົວເລກຊິງອັນດັບ) ແມ່ນຫຍັງ?

ໃຫ້ຄ່າຜົນຮັບເປັນຄ່າຂອງປີຈາກຕົວເລກຊິງອັນດັບ

Now () ແມ່ນຫຍັງ?

ໃຫ້ຄ່າຜົນຮັບເປັນວັນທີ່ແລະເວລາປັດຈຸບັນ

Hour (ຕົວເລກຊິງອັນດັບ) ແມ່ນຫຍັງ?

ໃຫ້ຄ່າເປັນຊົ່ວໂມງຈາກຕົວເລກຊິງອັນດັບ

Minute (ຕົວເລກຊິງອັນດັບ)ແມ່ນຫຍັງ?

ໃຫ້ຄ່າເປັນນາທີຈາກຕົວເລກຊິງອັນດັບ

Second (ຕົວເລກຊິງອັນດັບ) ແມ່ນຫຍັງ?

ໃຫ້ຄ່າເປັນວິນາທີຈາກຕົວເລກຊິງອັນດັບ

Time ແມ່ນຫຍັງ?

ໃຫ້ຄ່າຜົນຮັບເຊິງອັນດັບຂອງເວລາ

Time Value (ຂໍ້ຄວາມໃນຮູບແບບຂອງເວລາ) ແມ່ນຫຍັງ?

ແປງຂໍ້ຄວາມທີ່ຢູ່ໃນຮູບແບບຂອງເວລາໃຫ້ເປັນຄ່າຕົວເລກເຊີງອັນດັບຂອງເວລາ

Exact (ຂໍ້ຄວາມ1, ຂໍ້ຄວາມ2) ແມ່ນຫຍັງ?

ປຽບທຽບຂໍ້ຄວາມແຕກຕ່າງຂອງຂໍ້ຄວາມ

Right (ຂໍ້ຄວາມ, ຈໍານວນຕົວ ອັກສອນ) ແມ່ນຫຍັງ?

ເລືອກຕົວອັກສອນຈາກດ້ານຂວາຂອງຂໍ້ຄວາມເປັນ ຈໍານວນເທົ່າກັບທີ່ລະບຸ

Left (ຂໍ້ຄວາມ, ຈໍານວນຕົວ ອັກສອນ) ແມ່ນຫຍັງ?

ເລືອກຕົວອັກສອນຈາກດ້ານຊ້າຍຂອງຂໍ້ຄວາມເປັນ ຈໍານວນເທົ່າກັບທີ່ລະບຸ

Len (ເຊວຫລືຂໍ້ຄວາມ) ແມ່ນຫຍັງ?

ຫາຄວາມຍາວກວ້າງຂໍ້ມູນໃນເຊວຫລືຕົວອັກສອນທີ່ກຳນົດ

Lower (ຂໍ້ຄວາມ) ແມ່ນຫຍັງ?

ແປງຂໍ້ຄວາມໃຫ້ເປັນຕົວພິມນ້ອຍ

Upper (ຂໍ້ຄວາມ) ແມ່ນຫຍັງ?

ແປງຂໍ້ຄວາມໃຫ້ເປັນຕົວພິມໃຫ່ຍ

Proper (ຂໍ້ຄວາມ) ແມ່ນຫຍັງ?

ແປງຂໍ້ຄວາມໃຫ້ຕົວອັກສອນຕົວທໍາອິດໃຫ້ເປັນໂຕໃຫຍໂຕອື່ນທີ່ຕາມມາໃຫ້ເປັນຕົວນັອຍ

Text (ຄ່າຕົວເລກ, ຮູບແບບຂໍ້ມູນ) ແມ່ນຫຍັງ?

ແປງຄ່າຕົວເລກໃຫ້ຢູ່ໃນຮູບຂໍ້ຄວາມແລະຈັດຮູບແບບ ຕາມທີ່ກຳນົດ

Value (ຂໍ້ຄວາມ) ແມ່ນຫຍັງ?

ແປງຂໍ້ຄວາມຕົວເລກ ໃຫ້ເປັນຕົວເລກ &”ຂໍ້ຄວາມ”& “ຂໍ້ຄວາມ” ລວມຫລາຍໆຂໍ້ຄວາມເປັນຂໍ້ຄວາມດຽວ

Themes (ຊຸດຮູບແບບ) ແມ່ນຫຍັງ?

ເປັນຮູບແບບຂອງສີ, ແບບອັກສອນ ແລະ ຮູບພາບທີ່ໃຊ້ໃນການປັບ ແຕ່ງໜ້າຂອງສະໄລດໃຫ້ມີຄວາມສວຍງາມຕາມຈຸດປະສົງ ໃນການນໍາສະເໜີໄດ້ຢ່າງວ່ອງໄວ ແລະ ງາຍດາຍ ເຊິ່ງເຮົາບໍ່ພໍໃຈໃນຊຸດຮູບແບບທີ່ໂປຣແກຣມມີໃຫ້ ກໍ່ສາມາດດາວໂຫລດເພີ່ມເຕີມໄດ້ຈາກເວັບ ໄຊຂອງ Microsoft.

Theme Colors (ສີຂອງຊຸດຮູບແບບ) ແມ່ນຫຍັງ?

ເປັນຮູບແບບອັກສອນທີ່ໃຊ້ປັບແຕ່ງສະໄລດ໌ແຕ່ລະສ່ວນເຊັ່ນ: ສີຂອງພື້ນຫຼັງ, ຂໍ້ຄວາມ, ຮູບຊົງ ແລະ ລວດລາຍ

Theme Fonts (ແບບອັກສອນຂອງຊຸດຮູບແບບ) ແມ່ນຫຍັງ?

ເປັນຮູບແບບອັກສອນທີ່ໃຊ້ກຳນົດໃຫ້ຕົວ ອັກສອນທັງໝົດໃນສະໄລດ໌ເຊັ່ນ: : ຫົວເລື່ອງ ແລະ ເນື້ອໃນ ທັງພາສາລາວ ແລະ ພເສາອັງກິດ

Them Effects (ລັກສະນະພິເສດຂອງຊຸດຮູບແບບ) ແມ່ນຫຍັງ?

ເປັນຊຸດ Effects ພິເສດໃຊ້ປັບແຕ່ງລັກສະນະຮູບຮ່າງທີ່ເຮົາສ້າງຂຶ້ນມາເຊັ່ນ: ເສັ້ນຂອງ ແລະ Effects

Background Style (ລັກສະນະພື້ນຫຼັງ) ແມ່ນຫຍັງ?

ເປັນການປັບແຕ່ງພື້ນຫຼັງສະໄລດ໌ທີ່ພິເສດອອກໄປ ຄື ຮູບແບບພື້ນຫຼັງທີ່ມີມາກັບໂປຣແກຣມ ການໃສ່ສີ, ການໃສ່ລວດລາຍ ແລະ ຮູບແບບພື້ນຫຼັງ ເຊິ່ງສະໄລດ໌ ຂອງເຮົາໂດດເດັ່ນບໍ່ຊໍ້າໃຜ ຂຶ້ນຢູ່ກັບສີມືການອອກແບບຂອງແຕ່ລະຄົນ

Master (ຕົ້ນແບບ) ແມ່ນຫຍັງ?

ເປັນສະໄລດ໌ຕົ້ນແບບໃຫ້ສະໄລດ໌ທຸກແຜ່ນໃຊ້ພາບພື້ນຫຼັງ ຮູບແບບຂອງຕົວ ອັກສອນ ແລະ ສີເປັນຢ່າງດຽວກັນ ແລະ ເມື່ອເຮົາປັບແຕ່ງ ຫຼື ຕື່ມເນື້ອໃນຂອງສະໄລດ໌ຕົ້ນແບບກໍ່ຈະສົ່ງ ຜົນການປ່ຽນແປງນີ້ໃຫ້ກັບສະໄລດ໌ທັງໝົດ.

#DIV/0! ແມ່ນຫຍັງ?

ຕົວຫານທີ່ໃຊ້ສູດມີຄ່າເປັນ 0 ເຊິ່ງບັນຫານີ້ອາດເກີດຈາກ ການໃຊ້ຄ່າ 0 ເປັນຕົວຫານໂດຍກົງ ຫຼື ອາດເກີດຈາກຜົນ ຮັບທີ່ໄດ້ຈາກການຄໍານວນໃນສູດທີ່ເຮັດໃຫ້ໄດ້ຄ່າຕົວຫານເປັນ 0 ນອກຈາກນັ້ນບັນຫານີ້ຍັງເກີດໄດ້ຈາກການອ້າງອີງເຊວ ວ່າງເປັນຕົວຫານ

#N/A ແມ່ນຫຍັງ?

ຍໍ່ມາຈາກ “No value is available” ໝາຍຄວາມວ່າເຮົາຍັງລະບຸຄ່າ argument ທີ່ໃຊ້ກັບຟັງຊັນບໍ່ຄົບ ຫຼື ອາດເກີດຈາກການທີ່ສູດອ້າງອີງເຊວທີ່ມີຄ່າເປັນ #N/A ຢູ່ແລ້ວ

#NAME ແມ່ນຫຍັງ?

ເກີດຈາກການອ້າງອີງຊື່ເຊວທີ່ບໍ່ມີເຊັ່ນ: ເຮົາຕັ້ງຊື່ເຊວທີ່ຕ້ອງການອ້າງອີງເປັນ “TOTAL” ແຕ່ໃນສູດເຮົາຂຽນຜິດ ເປັນ “ໍ=TOTL” ການພິມຊື່ຟັງຊັນຜິດກໍ່ເຮັດໃຫ້ເກີດບັນຫານີ້ດ້ວຍ ເຊັ່ນ: ເຮົາພິມຊື່ຟັງຊັນ SUM ເປັນ “-SYM(…”ນອກຈາກນັ້ນການລືມພິມເຄື່ອງໝາຍ “.” ເມື່ອອ້າງອີງເຖິງ ກຸ່ມເຊວໃນສູດຈະເຮັດໃຫ້ Excel ເຂົ້າໃຈຜິດວ່າເປັນການອ້າງ ອີງຊື່ເຊວ ແລະເຮັດໃຫ້ເກີດບັນຫານີ້ຂຶ້ນ ເຊັ່ນ: ເມື່ອເຮົາ ຕ້ອງການໃຊ້ຟັງຊັນ SUM ຫາຜົນລວມຕົວເລກໃນກຸ່ມເຊວ | H6-H12 ແທນທີ່ຈະພິມ “=SUM(H6:H12)” ເຮົາພິມຜິດເປັນ “=SUM(H6H12)”

#NULL! ແມ່ນຫຍັງ?

ຄວາມຜິດພາດນີ້ເກີດເມື່ອມີການອ້າງອີງກຸ່ມເຊວທີ່ບໍ່ຖືກຕ້ອງ ເຊັ່ນ ການຂຽນສູດ “=SUM(A1C1 A2C2)” ຈະເຮັດໃຫ້ | Excel ເຂົ້າໃຈຄວາມໝາຍກ່ຽວຂ້ອງກັນລະຫວ່າງກຸ່ມເຊວທັງສອງທີ່ກຳນົດ ເຮັດໃຫ້ເກີດຂໍ້ຄວາມ #NULL! ເຊິ່ງວິທີທາງ ແກ້ທີ່ຖືກຕ້ອງໃນຕົວຢ່າງນີ້ຄືການໃຊ້ເຄື່ອງໝາຍ “,” ແຍກ ກຸ່ມເຊວທັງສອງເປັນຄ່າ argument ທີ່ແຕກຕ່າງກັນເປັນ “=SUM(A1C1,A2C2)

#NUM ແມ່ນຫຍັງ?

ຄວາມຜິດພາດໜີເກີດໄດ້ຈາກຫຼາຍສາເຫດ ເຊັ່ນ: ໃຊ້ຟັງຊັນ ຫາຮາກທີສອງ SQRT ເຮົາກໍານົດໃຫ້ຫາຄ່າທີ່ຕິດລົບ ຫຼືໃນ ການຫາຜົນຮັບສູດຄໍານວນເກີດການລວມຮອບ (circular reference) ເຮັດໃຫ້ Excel ຫາຜົນຮັບບໍ່ໄດ້

#REF ແມ່ນຫຍັງ?

ຄ່າໃນເຊວທີ່ສູດຄໍານວນອ້າງອີງຖືກລົບໄປເຮັດໃຫ້ Excel ຫາ ຜົນຮັບບໍ່ໄດ້

#VALUE! ແມ່ນຫຍັງ?

ມີການໃຊ້ຄ່າ argument ໃນຟັງຊັນ ຫຼືກຳນົດຊະນິດຂໍ້ມູນທີ່ ໃຊ້ໃນສູດຄໍານວນຜິດປະເພດ ເຊັ່ນ ເຮົາກໍານົດໃຫ້ນໍາຂໍ້ມູນທີ່ ເປັນຂໍ້ຄວາມມາຄູນກັບຂໍ້ມູນຕົວເລກ =“TOTAL”*2 ໃນບາງເທື່ອ Excel ຈະແກ້ໄຂຂໍ້ຜິດພາດນີ້ໂດຍອັດຕະໂນມັດ ເຊັ່ນ ຖ້າເຮົາໃຊ້ຟັງຊັນ SQRT ແຕ່ລະບຸວ່າ argument ຜິດ ເປັນຂໍ້ຄວາມແທນ =SQRT(“4”) Excel ຈະເຮັດການແປງ “4” ເປັນຕົວເລກ 4 ແລະ ນໍາມາຫາຮາກຂັ້ນ 2 ໄດ້ຢ່າງ ຖືກຕ້ອງ (ເພາະ “4” ຢູ່ໃນເຄື່ອງໝາຍ “” ຈື່ງຖືກຈັດເປັນຂໍ້ ມູນປະເພດຂໍ້ຄວາມ ນໍາມາຄໍານວນບໍ່ໄດ້

ເວັບເພດຈ໌ (Web page) ແມ່ນຫຍັງ?

ເວັບເພດຈ໌ ຄືເອກະສານທີ່ໃຊ້ໃນການເຜີຍແຜ່ຂໍ້ມູນຂ່າວສານຊຶ່ງປະກອບດ້ວຍຂໍ້ຄວາມ, ພາບ, ສຽງ ວີດີໂອ ຜ່ານທາງເຄືອຂ່າຍອິນເຕີເນັດເວັບເພດຈໍຈະຖືກນໍາມາໃຊ້ປະໂຫຍດໃນການປະຊາສຳພັນການໍາສະເໜີຂໍ້ມູນຄວາມຮູ້ຕ່າງໆ ຈຶ່ງສົ່ງຜົນໃຫ້ແຕ່ລະເວັບເພດຈ໌ມີຄວາມແຕກຕ່າງກັນໄປຕາມ ຈຸດປະສົງຂອງການນໍາໃຊ້ງານ.

ອ້າງອີງ: ຈາກ ປື້ມ web hosting ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ເຄືອຂ່າຍໃຍແມງມຸມ WWW (World Wide Web). ແມ່ນຫຍັງ?

ບໍລິການຮູບແບບໜຶ່ງໃນອິນເຕີເນັດທີ່ເຮົາທຸກຄົນເຄີຍໃຊ້ງານຄື WWW ຫຼື ທີ່ເອີ້ນວ່າ “ເວັບ” ການໃຊ້ບໍລິການໃນຮູບແບບນີ້ຄື: ການເອີ້ນບາວເຊີ ເຊັ່ນ: Internet Explorer ຫຼື Firefox ຈາກເຄື່ອງຂອງເຮົາ ແລະ ປ້ອນ URL ເພື່ອໃຊ້ໃນການອ້າງອີງທີ່ຢູ່ເວັບເທົ່ານີ້ເຮົາກໍ່ສາມາດເປີດເວັບໄດ້ແລ້ວ ຕົວຢ່າງ: ເມື່ອເຮົາລະບຸ URL ທີ່ຕ້ອງການເປັນ www.youtube.com ກໍ່ຈະເປັນການເປີດເບິ່ງເວັບໄຊທ໌ youtube.

ເວັບໄຊທ໌ (Web site). ແມ່ນຫຍັງ?

ເຮົາກຸ່ມຂອງໜ້າເວັບ ຫຼື ເວັບຫຼາຍໆໜ້າຮ່ວມກັນວ່າ “ເວັບໄຊທ໌ (Web site)” ໂດຍຈະມີການກໍ ໝົດເວັບເພດໜ້າໜຶ່ງໄວ້ເປັນໜ້າທໍາອິດ ແລະ ເອີ້ນວ່າ “ໂຮມເພດຈ໌ (Home page)” ທີ່ເປັນຊ່ອງທາ ເຂົ້າເວັບເພດຈ໌ທາງພາຍໃນເວັບໄຊທ໌ນັ້ນ.

ເວັບບາວເຊີ (Web Browser) ແມ່ນຫຍັງ?

ຄືໂປຣແກຣມທີ່ເປັນປະຕູສູ່ໂລກ World Wide Web ຊຶ່ງເປັນໂປຣແກຣມທີ່ຢູ່ໃນເຄື່ອງຄອມພິວເຕີ ລູກໄຄແອນ (Client) ມີໜ້າທີ່ການສົ່ງຂໍ້ມູນ, ຮ້ອງຂໍ ແລະ ນໍາສະເໜີຂໍ້ມູນເວັບ ໂດຍຕົວເວັບບາວເຊີທີ່ ໄດ້ຮັບຄວາມນິຍົມກໍ່ມີ Internet Explorer ຂອງໄມໂຄຣຊອບ ແລະ Firefox ເຊິ່ງເປັນບາວເຊີຂອງໂອ ເພັນຊໍ.

ເວັບເຊີເວີ (Web Server) ແມ່ນຫຍັງ?

ເປັນບ່ອນເກັບເວັບເພດຈ໌ ເມື່ອໃດທີ່ເຮົາຕ້ອງການເປີດເບິ່ງເວັບເພດຈໍ ເຮົາຕ້ອງໃຊ້ບາວເຊີດຶງຂໍ້ມູນ ໂດຍທີ່ບາວເຊີຈະຕິດຕໍ່ກັບເຊີເວີທີ່ເກັບເວັບໄຊທ໌ນັ້ນ ຂອງເຮົາ ເພື່ອໃຫ້ມີການໂອນຍ້າຍຂໍ້ມູນມາສະແດງໃຫ້ເຄື່ອງ

ໂດເມນເນມ (Domain Name) ແມ່ນຫຍັງ?

ການຕິດຕໍ່ກັນເທິງອິນເຕີເນັດນັ້ນ ຈະໃຊ້ໂອພີແອດແດັດໃນການເຮັດວຽກ, ແຕ່ມັນເປັນຕົວເລກທີ່ ຍາວເຮັດໃຫ້ຈື່ຈໍາໄດ້ຍາກ, ຈຶ່ງມີການໃຊ້ໂດເມນເນມ (Domain Name) ຫຼື ອິນເຕີເນັດແອດແດັດ (Internet Address) ມາໃຊ້, ຊຶ່ງເປັນການນໍາຕົວອັກສອນທີ່ຈື່ງ່າຍມາໃຊ້ແມ່ນໄອພີແອດແດັດ ໂດເມນເນມຈະບໍ່ຊ້ຳກັນ ແລະ ມັກຖືກຕັ້ງໃຫ້ສອດຄ່ອງກັບຊື່ບໍລິສັດ ຫຼື ອົງກອນ ເພື່ອສະດວກໃນການຈື່ຊື່ ເຊັ່ນ: ບໍລິສັດ ດີແທກ ມີໂດເມນເນມເປັນ www.dtac.co.th

ປະເພດຂອງໂດເມນເນມ ແມ່ນຫຍັງ?

ໂດເມັນເນມເປັນຊື່ຂອງເວັບໄຊທ໌ທີ່ເຮົາເຜີຍແຜ່ຂໍ້ມູນ ຊຶ່ງຈະບໍ່ຊ້ຳກັນໃນທົ່ວໂລກ, ມີການ ແບ່ງໂດເມນເນມອອກເປັນ 2 ປະເພດຕາມລັກສະນະຂອງມັນຄື: ໂດເມນເນມ 2 ລະດັບ ແລະ ໂດເມນເນມ 3 ລະດັບ

.com ແມ່ນຫຍັງ?

ບໍລິສັດ ຫຼື ອົງກອນເອກະຊົນ ເຊັ່ນ: ບໍລິສັດ ໄອບີເອັມ ມີອິນເຕີເນັດແອດແດັດເປັນ ibm.com

.edu ແມ່ນຫຍັງ?

ສະຖາບັນການສຶກສາ ເຊັ່ນ: ມະຫາວິທະຍາໄລ ຮາເວີດ ມີອິນເຕີເນັດແອດແດັດເປັນ Harvard.edu

.gov ແມ່ນຫຍັງ?

ອົງກອນລັດທະບານ ເຊັ່ນ: ອົງການນາຊ່າ ມີອິນເຕີເນັດແອດແດັດເປັນ nasa.gov

.mil ແມ່ນຫຍັງ?

ອົງກອນທະຫານ ເຊັ່ນ: af.mail ເປັນອິນເຕີເນັດແອດແດັດຂອງກອງທັບອາການສະຫາລັດ

.net ແມ່ນຫຍັງ?

ອົງກອນທີ່ເຮັດໜ້າທີ່ເປັນເກດເວ ຫຼື ຈຸດເຊື່ອມຕໍ່ເຄືອຂາຍ ເຊັ່ນ: mci.net

.org ແມ່ນຫຍັງ?

ອົງກອນທີ່ບໍ່ເຂົ້າເຄືອຂ່າຍຂອງອົງກອນທີ່ເວົ້າມາຂ້າງເທິງ

.biz ແມ່ນຫຍັງ?

ບໍລິສັດ ຫຼື ອົງກອນທຸລະກິດ

.info ແມ່ນຫຍັງ?

.la ແມ່ນຫຍັງ?

ລາວ

.cn ແມ່ນຫຍັງ?

ຈີນ

.au ແມ່ນຫຍັງ?

.jp ແມ່ນຫຍັງ?

ຍີ່ປຸ່ນ

.th ແມ່ນຫຍັງ?

ໄທ

.co ແມ່ນຫຍັງ?

ບໍລິສັດອົງກອນເອກະຊົນ

.ac ແມ່ນຫຍັງ?

ສະຖາບັນການສຶກສາ

.go ແມ່ນຫຍັງ?

ອົງກອນລັດທະບານ

.or ແມ່ນຫຍັງ?

ອົງກອນບໍ່ສະແຫວງຜົນກໍາໄລ

ອົງກອນທີ່ໃຫ້ບໍລິການເຄືອຂ່າຍ

Content identifier ແມ່ນຫຍັງ?

ເປັນສ່ວນທີ່ແຈ້ງໃຫ້ບາວເຊີຮູ້ວ່າຕ້ອງຈັດການຂໍ້ມູນທີ່ເຫັນແບບໃດສໍາຫຼັບເວັບເພດຈໃນ World Wide Web ຈະໃຊ້ໂປໂຕຄອນມາດຕະຖານHTTP (Hyper Text Transfer Protocol) ສ່ວນ FTP ເປັນອີກໂປ ໂຕຄອນກ່ຽວກັບໂອນຍ້າຍຂໍ້ມູນໃນອິນເຕີເນັດທີ່ເຮົາມັກເຫັນຕະຫຼອດ

Hostname ແມ່ນຫຍັງ?

ເປັນສ່ວນທີ່ລະບຸຊື່ຂອງເວັບໄຊທ໌ທີ່ເຮັດໜ້າທີ່ເຜີຍແຜ່ເວັບເພດຈໍຫຼາຍໆເທື່ອທີ່ສ່ວນນີ້ຖືກເອີ້ນວ່າໂດເມນເນມ (Domain Name) ເວັບ ໄຊທ໌ຈະມີໂດເມນເນມສະເພາະທີ່ບໍ່ຄືໃຜ

HTML ແມ່ນຫຍັງ?

HTML. ຫຍໍ້ມາຈາກ Hypertext Markup Language ເປັນພາສາຫຼັກທີ່ໃຊ້ໃນການສ້າງເວັບເພດຈໍ ໂດຍມີແນວຄິດຈາກການສ້າງເອກະສານໄຮເບີເທັກ (Hypertext Document: ຂໍ້ຄວາມໃນເອກະສານເຊື່ອມໂຍງເຖິງຂໍ້ມູນຕ່າງໆໄດ້) ຊຶ່ງພັດທະນາຂື້ນມາຈາກພາສາ SGML. (Standard Generalized Markup Language) ໂດຍ Tim Berner-Lee ໃນປີ ຄ.ສ 1990 ຊຶ່ງໃຊໃນລະບົບຂອງ CERN (Camseil Europeen pour la Recherché Nucleaire) ເບື້ອງຕົ້ນໄດ້ເລີ່ມໃຊ້ທີ່ ສະວິດເຊີແລນ ຈາກນັ້ນກໍ່ໄດ້ແຜ່ຂະຫຍາຍອອກໄປ ລະບົບນັ້ນຖືກຕັ້ງຊື່ວ່າ World Wide Web : WWW ທີ່ເຮົາຮູ້ຈັກຈົນມາຮອດປະຈຸບັນພາສາ HTML ໄດ້ຮັບການພັດທະນາ ແລະ ຖືກນໍາໃຊ້ຢ່າງແຜ່ຫຼາຍ ຈຶ່ງເຮັດໃຫ້ເກີດມາດຕະຖານໃນເວີຊັ້ນຕ່າງໆ.

HTML 1.0 ແມ່ນຫຍັງ?

HTML 1.0 : ເກີດຂຶ້ນໃນປີ 1993 ໂດຍ Tim Berner-Lee ແລະ Dave Raggett ໄດ້ກໍານົດໃຫ້ເອກະສານ HTML ທີ່ໄດ້ພັດທະນາຂື້ນເຖິງຈະຂຽນດ້ວຍມາດຕະຖານໃດໆກໍ່ຕາມ ຕ້ອງບໍ່ໃຫ້ ເອກະສານນັ້ນອ່ານບໍ່ໄດ້ “Any standard must not make existing document (as far as possible) unreadable.”

HTML 2.0 ແມ່ນຫຍັງ?

HTML 2.0 : ເກີດຂື້ນໃນປີ 1995 ຖືກພັດທະນາຂື້ນໂດຍ IETF (Internet Engineering Task ForceX) ເຊິ່ງມຸ້ງຫວັງໃຫ້ສາມາດສະແດງຜົນກັບບາວເຊີທີ່ໃຊ້ງານທົ່ວໄປ.

HTML 3.0 ແມ່ນຫຍັງ?

HTML 3.0 : ໃນປີ 1995 ຍັງໄດ້ພັດທະນາ HTML ໃຫ້ມີຄວາມສາມາດເພີ່ມຂຶ້ນ ໂດຍເພີ່ມການເຮັດວຽກກ່ຽວກັບຕາຕະລາງ ການປັບຂໍ້ຄວາມໃຫ້ອ້ອມຮອບພາບ ແລະ ສະແດງສ່ວນທີ່ມີຄວາມ ຊັບຊ້ອນໄດ້ດີຂື້ນ ລວມທັງຊ່ວຍໃຫ້ບາວເຊີຍ້ອນກັບໄປເບີ່ງເວັບເຫດຈໍໜ້າທີ່ເຄີຍເຂົ້າມາກ່ອນໄດ້ດີກ ວ່າເວີຊັນ 2.0 ຫຼື ທີ່ເອີ້ນວ່າ Backward

HTML 3.2 ແມ່ນຫຍັງ?

HTML 3.2 : ໃນປີ 1996 ໄດ້ມີການເພີ່ມ Element ແລະ Attribute ທີ່ສາມາດເຮັດວຽກຮ່ວມກັບ ຫຼາຍໆ ບາວເຊີໄດ້ຫຼາຍຂື້ນ ແລະ ມີຊື່ເອີ້ນໂຄດແບບນັ້ນວ່າ “Wilbur”

HTML 4.0 ແມ່ນຫຍັງ?

HTML 4.0 : ໃນປີ 1997 ໄດ້ມີການພັດທະນາ ແລະ ຄວບຄຸມມາດຕະຖານຂອງ HTML ດ້ວຍອົງ ກອນກາງທີ່ຊື່ວ່າ W3C (The World Wide Web Consortium) ເພື່ອພັດທະນາເທັກໂນໂລຢີ WWW ໃຫ້ລຳໜ້າຍິ່ງຂຶ້ນ ໂດຍໄດ້ມີການເພີ່ມປະສິດຕິພາບໃນການເຮັດວຽກດ້ວຍ Style Sheet, Frame, ການຝັງອອບເຈັກຂອງໂປຣແກຣມເສີມເພື່ອສະແດງພາບ ແລະ ສຽງ, ການສ້າງຟອມ ແລະ ການໃຊ້ ງານຮ່ວມກັບພາສາ Script ແບບຕ່າງໆ

HTML 4.01 ແມ່ນຫຍັງ?

HTML 4.01 : ໃນປີ 1997 ເຊັ່ນດຽວກັນໄດ້ປັບການເຮັດວຽກທີ່ຜິດພາດໃຫ້ສົມບູນຍິ່ງຂື້ນ (ຫຼັງຈາກ HTML 4.01 ອົງກອນ W3C ໄດ້ຢຸດພັດທະນາ HTML ໂດຍປ່ຽນໄປພັດທະນາພາສາມາດຕະຖານ ໃ ໝ່ທີ່ຊື່ວ່າ XHTML ມາໃຊ້ໃນການໃຊ້ເວັບ ເພື່ອຈະຂະຫຍາຍການໃຊ້ເວັບໄປສູ່ອຸປະກອນຕ່າງໆ ໄດ້ເພີ່ມ ຫຼາຍຂື້ນແຕ່ກໍ່ຍັງຄົງໃຫ້ບາວເຊີໃຊ້ງານໂປຣແກຣມພາສາ HTML ໄດ້ຄືເກົ່າ ເບີ່ງລາຍລະອຽດໃນ ຫົວຂໍ້ຖັດໄປ)

ລັກສະນະຂອງພາສາ HTML ເປັນແນວໃດ?

ອົງປະກອບຂອງພາສາ HTML ສາມາດແບ່ງອອກເປັນ 2 ສ່ວນ ຄື: ສ່ວນທີ່ເປັນຂໍ້ຄວາມທົ່ວໄປ ແລະ ສ່ວນທີ່ເປັນຄໍາສັ່ງທີ່ໃຊ້ໃນການກໍານົດຮູບແບບຂອງຂໍ້ຄວາມທີ່ສະແດງ ຊຶ່ງເຮົາເອີ້ນຄໍາສັ່ງນີ້ວ່າ ແທັກ (Tag) ໂດຍແທຶກຄໍາສັ່ງຂອງ HTML ຈະຢູ່ໃນເຄື່ອງໝາຍ < ແລະ >

% ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນເປີເຊັນ ເຊັ່ນ: 50%

in ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນນິ້ວ ເຊັ່ນ: 2in

cm ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນເຊັນຕີແມດ ເຊັ່ນ: 20cm

mm ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນມິນລີແມດ ເຊັ່ນ: 20mm

em ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນໜ່ວຍ em(1 em = 1 size ຂອງ font ເວລານັ້ນ)

ex ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນໜ່ວຍ ex(1 ex = 1/2size ຂອງ font ເວລານັ້ນ)

pt ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນໜ່ວຍ point (1 point = 1/72inch)

pe ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນໜ່ວຍ pica (1pica = 12pt = 1/6inch)

px ແມ່ນຫຍັງ?

ສະແດງໄລຍະ ຫຼື ຂະໜາດເປັນໜ່ວຍ pixel (1 pixel = 1 ຈຸດສີເທີງໜ້າຈໍ)

ເວັບແອບພລິເຄຊັນ (Wep Application) ແມ່ນຫຍັງ?

ເປັນການທີ່ນໍາເອົາເວບເພດສ໌ ແລະ ຟາຍສະ ຄລິບຫຼາຍໆຟາຍມາຮຽບຮຽງ ເພື່ອເຮັດວຽກຕາມວັດຖຸປະສົງທີ່ຕ້ອງການເຊັ່ນ: ເວບບ່ອດ ລະບົບສະມັກສະມາຊິກ, ລະບົບຊື້ຂາຍຂອງອອນລາຍ, ອາລະບັມຮູບ, Blog.

ຊະນິດຂອງຂໍ້ມູນ ແລະໂຕປ່ຽນແບບຄໍາດຽວ ແມ່ນຫຍັງ?

ເປັນຂໍ້ມູນ ແລະ ໂຕປ່ຽນທີ່ເກັບຂໍ້ມູນໄດ້ແຕ່ໂຕດຽວ ເທົ່ານັ້ນຂໍ້ມູນຊະນິດຄ່າດຽວປະກອບດ້ວຍຂໍ້ມູນກຸ່ມອັກສອນ (String); ຂໍ້ມູນຊະນິດຕັກກະ (Boolean); ຂໍ້ມູນຊະນິດເລກຈໍານວນເຕັມ (Integer); ເລກຂໍ້ມູນຊະນິດເລກທົດນິຍົມ (Floating- Point Number).

ຊະນິດຂອງຂໍ້ມູນແລະໂຕປ່ຽນແບບຫຼາຍຄ່າ ແມ່ນຫຍັງ?

ເປັນຂໍ້ມູນທີ່ເກັບຂໍ້ມູນໄດ້ເປັນຊຸດໆໂດຍເກັບໄວ້ໃນໂຕ ປ່ຽນຊື່ດຽວໂດຍທີ່ຂໍ້ມູນທີ່ເກັບນັ້ນອາດມີຊະນິດດຽວກັນ ຫຼື ຫລາຍຊະນິດກໍ່ໄດ້.

ຊະນິດຂອງຂໍ້ມູນ ແລະ ໂຕປ່ຽນພິເສດ ແມ່ນຫຍັງ?

ຊະນິດຂອງຂໍ້ມູນ ແລະ ໂຕປ່ຽນພິເສດນີ້ແຕກຕ່າງຈາກຂໍ້ ມູນແລະປະເພດໂຕປ່ຽນອື່ນໆທີ່ການເຮັດວຽກອາດຈະໃຊ້ກັບຟັງຊັ້ນສູງຫຼືອາດເປັນໂຕປ່ຽນທີ່ບໍ່ມີຄ່າ.

ຂໍ້ມູນຊະນິດກຸ່ມອັກສອນ (String) ແມ່ນຫຍັງ?

String ຄືຂໍ້ມູນທີ່ນໍາເອົາໂຕອັກສອນ, ໂຕເລກ ແລະ ເຄື່ອງໝາຍຕ່າງໆມາປະກອບກັນເປັນຂໍ້ຄວາມ ເປັນຂໍ້ມູນທີ່ນິຍົມໃຊ້ກັນຫຼາຍ ໂດຍສະເພາະແມ່ນການສ້າງເວບເພດ ແລະ ການຂຽນໂປຣແກຣມ.

ຂໍ້ມູນຊະນິດຕັກກະ (Boolean) ແມ່ນຫຍັງ?

ຂໍ້ມູນຊະນິດ Boolean ໃຊ້ເກັບຂໍ້ມູນດ້ານຕະກະສາດຊຶ່ງສະແດງຄ່າຂອງໂຕປ່ຽນອອກມາເປັນ true (ຈິງ) ແລະ false (ຜິດ) ເທົ່ານັ້ນ

ຂໍ້ມູນຊະນິດເລກຈໍານວນເຕັມ (Integer) ແມ່ນຫຍັງ?

ຂໍ້ມູນຊະນິດນີ້ເປັນເລກຈໍານວນເຕັມທັງຈຳນວນເຕັມບວກ, ເຕັມເລກ ແລະ ສູນ ສາມາດສະແດງໃນ ຮູບແບບຂອງເລກຖານສິບ, ຖານແປດ ຫຼື ຖານສິບຫົກໄດ້.

ຂໍ້ມູນຊະນິດເລກທົດນິຍົມ (Floating-Point Number) ແມ່ນຫຍັງ?

ຂໍ້ມູນຊະນິດເລກທົດນິຍົມອາດເປັນທັງເລກທົດນິຍົມລັກດຽວຫຼືຫຼາຍລັກກໍ່ໄດ້ແລະເປັນຈໍານວນບວກ, ລົບຫຼືຮູບແບບເລກທາງວິທະຍາສາດກໍ່ໄດ້

ການປະກາດໂຕປ່ຽນ ແມ່ນຫຍັງ?

ກ່ອນຈະເຮັດວຽກໂຕປ່ຽນເຮົາຕ້ອງປະກາດໂຕປ່ຽນ (Variable Declaration) ໃຫ້ PHP engine ເມື່ອຮູ້ແລ້ວໂດຍການປະກາດໂຕປ່ຽນໃນພາສາ PHP ນັ້ນຈຶ່ງຂື້ນຕົ້ນດ້ວຍເຄື່ອງໝາຍ $ (Dollar sign) ຕາມດ້ວຍຊື່ຂອງໂຕປ່ຽນແລະຄ່າຂອງໂຕປ່ຽນ.

ຄວາມເປັນອັດຕະໂນມັດ (Self Acting) ແມ່ນຫຍັງ?

ເກັບຫຼືແປງຂໍ້ມູນໃຫ້ຢູ່ໃນຮູບແບບຂອງສັນຍານໄຟຟ້າເຊິ່ງເປັນແບບທີ່ຄອມພິວເຕີເຂົ້າໃຈ ຄອມພິວເຕີເປັນອຸປະກອນທາງອີເລັກໂຕນິກທີ່ມີການຈັດ ປັນແບບທີ່ຄອມພິວເຕີເຂົ້າໃຈ ໂດຍການປະມວນຜົນ ເຮືອງຄອມພິວເຕີຈະເຮັດວຽກແບບອັດຕະໂນມັດພາຍໃຕ້ຄໍາສັ່ງທີ່ຖືກກຳນົດໄວ້ ເຊິ່ງຈະເລີ່ມຕັ້ງແຕ່ການນໍາຂໍ້ມູນ ເຂົ້າລະບົບ. ການປະມວນຜົນ, ຈັດເກັບບັນທຶກແລະແປງຜົນຮັບອອກມາສະແດງໃຫ້ຢູ່ໃນຮູບແບບທີ່ມະນຸດ ສາມາດເຂົ້າໃຈໄດ້.

ອ້າງອີງ: ຈາກ ປື້ມ ເທັກໂນໂລຢີຂໍ້ມູນຂ່າວສານ (Information echnology) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຄວາມໄວ (Speed) ແມ່ນຫຍັງ?

ຄອມພິວເຕີຈະມວນຜົນຂໍ້ມູນດ້ວຍຄວາມໄວສູງ ງານທີ່ໃຊ້ຄົນປະມວນຜົນກໍ່ ສາມາດສໍາເລັດໄດ້ພາຍໃນບໍ່ເທົ່າໃດນາທີ ບໍ່ວ່າຈະເປັນຂໍ້ມູນທີ່ໃຊ້ໃນທຸລະກິດ, ການຕັດສິນໃຈວາງແຜນ, ຂໍ້ ມູນມັນຕິມີເດຍ, ພາບ/ສຽງອື່ນໆ.

ຄວາມຖືກຕ້ອງແລະຊັດເຈນ ເຈນ ແລະ (Accuracy) ແມ່ນຫຍັງ?

ການເຮັດວຽກຂອງຄອມພິວເຕີຈະໃຫ້ຜົນຮັບທີ່ຖືກຕ້ອງຊັດ ມີຄວາມຜິດພາດໜ້ອຍທີ່ສຸດ ຕ່າງຈາກການເຮັດດ້ວຍຄົນທີ່ພໍເວລາຜ່ານໄປດົນອາດເກີດຄວາມ ຜິດພາດໄດ້ເນື່ອງຈາກຄວາມອ່ອນລາເຊັ່ນ: ການລົງລາຍການຜິດ ຫຼື ບັນທຶກຂໍ້ມູນຜິດປະເພດ(ທັງນີ້ຂຶ້ນຢູ່ກັບ ການນໍາເຂົ້າຂໍ້ມູນທີ່ຖືກຕ້ອງ ເນື່ອງຈາກວ່າຄອມພິວເຕີບໍ່ສາມາດຮູ້ໄດ້ວ່າຂໍ້ມູນທີ່ຜູ້ໃຊ້ປ້ອນເຂົ້າມານັ້ນຜິດ ຫຼື ຖືກ ຫາກມີການປ້ອນຂໍ້ມູນທີ່ຜິດ, ຜົນຮັບທີ່ອອກມາກໍ່ຈະບໍ່ຖືກຕ້ອງຕາມມາອີກດ້ວຍ).

ຄວາມເຊື່ອຖືໄດ້ (Reliability) ແມ່ນຫຍັງ?

ເນື່ອງຈາກລະບົບຄອມພິວເຕີສ້າງຂຶ້ນຈາກອຸປະກອນອີເລັກໂທນິກທີ່ ທັນສະໄໝ ລວມທັງປະຈຸບັນຍັງມີເທັກໂນໂລຢີສະໄໝໃໝ່ໃນການເຮັດລະບົບສຳຮອງທີ່ເຊື່ອມຕໍ່ຜ່ານອິນເຕີເນັດ ແລະ ລະບົບປະມວນຜົນແບບກຸ່ມທີ່ເອີ້ນວ່າ: Cloud ຈຶ່ງມີຄວາມເຊື່ອຖືໄດ້ວ່າລະບົບຄອມພິວເຕີທີ່ອອກ ແບບຢ່າງດີພໍທີ່ຈະສາມາດເຮັດວຽກໄດ້ຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີພາຍໃຕ້ສະຖານະການຕ່າງໆ ໂດຍບໍ່ ຜິດພາດ ຫຼື ຢຸດສະງັກເລື້ອຍໆ (ຕົວຢ່າງ: ລະບົບຄົ້ນຫາຂໍ້ມູນຫຼື search engine ຂອງ Google ຫຼື ລະບົບ Social Media ຄື LINE ຫຼື Facebook ທີ່ໃຊ້ວຽກໄດ້ຕໍ່ເນື່ອງ ມີໜ້ອຍຄັ້ງທີ່ຈະຫຼົ້ມ.

ເຮັດວຽກຊໍ້າໆ ໄດ້ (Repeatability) ແມ່ນຫຍັງ?

ຄອມພິວເຕີສາມາດເຮັດວຽກໄດ້ຊ້ຳໆ ຫຼາຍຮອບ ຊ່ວຍລົດບັນ ເລື່ອງຄວາມອ່ອນລ້າຈາກການເຮັດວຽກຂອງແຮງງານຄົນ. ນອກຈາກນັ້ນ ຫຼຸດຄວາມຜິດພາດຕ່າງໆໄດ້ດີກວ່າ, ການຄໍານວນຫາຜົນຮັບຂອງວຽກທີ່ມີລັກສະນະຊາໆແບບເດີມເຊັ່ນ: ການບັນທຶກລາຍການບັນຊີປະຈໍາວັນ, ການລົງລາຍການສິນຄ້າເຂົ້າ-ອອກໃນລະບົບສິນຄ້າໃນຄັງທີ່ເກີດຂຶ້ນເປັນປະຈໍາຈຶ່ງເໝາະຢ່າງຍິ່ງຕໍ່ການນໍາເອົາ ຄອມພິວເຕີໄປໃຊ້ວຽກ.

ດ້ວຍເທັກໂນໂລຢີການສື່ສານທີ່ກ້າວໜ້າໄປຫຼາຍ ເຮົາຈຶ່ງ ສາມາດເຊື່ອມຕໍ່ຄອມພິວເຕີຫຼາຍໆເຄື່ອງເຂົ້າຫາກັນເປັນເຄືອຂ່າຍໄດ້ ບໍ່ວ່າຈະເປັນສະມາດໂຟນທີ່ເຊື່ອມຕໍ່ທາງ ອິນເຕີເນັດຂອງຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່, ເຄືອຂ່າຍພາຍໃນບ້ານຫຼືລະດັບເຄືອຂ່າຍໃຫຍ່ໆຂອງອົງກອນ ຕ່າງໆເຮັດໃຫ້ການປະມວນຜົນມີປະສິດທິພາບຫຼາຍຂຶ້ນແລະບໍ່ຈຳກັດຢູ່ພຽງແຄ່ພື້ນທີ່ໃດພື້ນທີ່ໜຶ່ງອີກຕໍ່ໄປ.

ແຜ່ນຫີນອ່ອນຊາລາມິສ (Salamis ໃນຄານ) ແມ່ນຫຍັງ?

ຊາວຫາລອນບົນເກາະຊາລາມິສ (ປະເທດກລືຊບັນຈຸ ຜູ້ຽນ) ໄດ້ສ້າງ ແຜ່ນກະດານຫີນອ່ອນຂຶ້ນເມື່ອປະມານ 300 ປີ ຄິດຕະການ ຕົວແຜ່ນຫີນຈະມີກຸ່ມ ເສັ້ນບັນທັດ ແລະ ສັນຍາລັກຕ່າງໆ ຊ່ວຍໃນການນັບເລກ

ລູກຄິດ (Abacus) ແມ່ນຫຍັງ?

ເຄື່ອງມືຊ່ວຍນັບທີ່ປະເທດຈີນຄິດຄົ້ນຂຶ້ນປະມານ 200 ປີ ກ່ອນຄິດຕະການ ເພື່ອຊ່ວຍການຄໍານວນໃຫ້ງ່າຍແລະວ່ອງໄວຫຼາຍຂຶ້ນແລະແພ່ຫຼາຍໄປສູ່ນານປະເທດເຊັ່ນ: ຈັກໂລມັນ, ຍີ່ປຸ່ນ, ລັດເຊຍ ແລະ ອື່ນໆທົ່ວໂລກ.

ແມ່ງຄໍານວນຂອງເນເບີຍ (Napier's Bone) ຈອນ ເນເປີຍ (Jonh Nepier) ແມ່ນໃຜ?

 ນັກຄະນິດສາດຊາວສະ ກອດໄດ້ສ້າງເຄື່ອງມືນີ້ຂຶ້ນປະມານ ປີ 1612 ປະກອບດ້ວຍທ່ອນໄມ້ຕີດ້ວຍເສັ້ນເປັນຕາລາງຫຼາຍໆ ທ່ອນແຕ່ລະທ່ອນຈະມີໂຕເລັກຂຽນກໍາກັບໄວ້ ເມື່ອຕ້ອງການຄໍານວນຜົນຮັບກໍຈະຢິບທ່ອນທີ່ໃຊ້ລະບຸ ຕົວເລກແຕ່ລະຫຼັກມາອ່ານກັບທ່ອນດັດສະນີ (index) ທີມີຕົວເລກ 0-9 ກໍຈະໄດ້ຄໍາຕອບ. ໄມ້ບັນທັດຄໍານວນ (Slide Rule) ຈອນວິນລ້ຽມ ອອດເທຣດ (John William Oughtred) ສ້າງຂຶ້ນ ໃນ ປີ 1622 ເຊິ່ງນໍາເອົາຫຼັກການຂອງເນເປຍມາພັດທະນາຕໍ່ ໂດຍນຳຄ່າຕ່າງໆ ມາຂຽນໄວ້ເທິງ ທ່ອນໄມ້ສອງອັນ ເມື່ອນໍາມາເລື່ອນຕໍ່ກັນກໍຈະຫາຜົນຮັບທີ່ຕ້ອງການໄດ້.

ນາລິກາຄໍານວນ (Calculation Clock) ວິນເຮມ ຊິກາດ (Wilhelm Schickard) ແມ່ນໃຜ?

 ມະຫາວິທະຍາໄລເທີບິງເຈນ ປະເທດເບີລະມັນນີ ໄດ້ສ້າງຂຶ້ນໃນປີ 1623 ໂດຍໃຊ້ຄວາມຄິດຂອງ ເນເປຍ ມາປະຍຸກໃຊ້ຫຼັຫການເຮັດວຽກຂອງເຄື່ອງຈະອາໄສຕົວເລກຕ່າງໆ ບັນຈຸກະບອກຈໍານວນ 6 ຂຸດ ແລ້ວໃຊ້ພັນເຟືອງເປັນເປັນເຄື່ອງໝຸນທົດເວລາຄູນເລກ ເຊິ່ງຖືໄດ້ວ່າເປັນຜູ້ທີ່ປະດິດເຄື່ອງ ກົນໄກສາຮັບຄໍານວນໄດ້ເປັນຄົນທໍາອິດ.

ເຄື່ອງຄໍານວນຂອງປາສການ (Pascaline Calculator) ແບລສ ປາສຄານ (Blaise Pascal) ແມ່ນຫຍັງ?

ນັກ ຄະນິດສາດຊາວຝລັ່ງເສດ ເປັນຜູ້ຄິດຄົ້ນຂຶ້ນມາໃນປີ 1642 ໂດຍມີລັກສະນະເປັນກ່ອງ 4 ຫຼ່ຽມ ຫຼັກການຄໍານວນຈະອາໄສການໝຸນຂອງຟນເຟືອງ1ອັນ ຖ້າໝຸນຄົບ 1 ຮອບພັນເຟືອງອີກອັນໜຶ່ງ ຈະໝຸນໄປ 1/10 ຮອບ ແລະ ຜົນການຄໍານວນຈະເບິ່ງໄດ້ທີ່ຊ່ອງດ້ານເທິງເຄື່ອງມືນີ້ໃຊ້ໄດ້ດີໃນການ ບວກລົບເລກ.

ເຄື່ອງທໍ່ຜ້າຜ້າຂອງແຈັກກາດ (Jacquard's loom) ແມ່ນຫຍັງ?

ໃນປີ 1801 ໂຈເຊັບ ມາລີ ແຈັກກາດ (Joseph Marie Jacquard) ນັກປະດິດຊາວຝລັ່ງເສດ ໄດ້ພະຍາຍາມພັດທະນາສ້າງເຄື່ອງຫໍຜ້າທີ່ສາມາດຕັ້ງລວດລາຍໂດຍໃຊ້ບັດເຈາະຮູທີ່ເປັນແມ່ແບບຂອງລວດລາຍນັ້ນໆເຄື່ອງກໍຈະທຳລາຍຕາມຮູເທິງບັດ ເຊິ່ງເປັນຕົ້ນແບບການຕັ້ງໂປຣແກຣມໃຫ້ຄອມພິວເຕີໃນເວລາຕໍ່ມາ

ເມນເຟຣມຄອມພິວເຕີ (Mainframe Computer) ແມ່ນຫຍັງ?

ເປັນຄອມພິວເຕີຄຸນນະພາບສູງສໍາຮັບປະມວນຜົນຂໍ້ມູນປະລິມານ ຫຼາຍພ້ອມກັນມັກໃຊ້ໃນອົງກອນຂະໜາດໃຫຍ່ເຊັ່ນ: ທະນາຄານ, ບໍລິສັດ ຂ້າມຊາດ, ສາຍການບິນ (ປະຈຸບັນມີບາງສ່ວນເລີມຖືກທົດແທນດ້ວຍ ລະບົບເຊັບເວີຈໍານວນຫຼາຍ ຫຼື Server farm ແລະ ລະບົບປະມວນຜົນ ແບບກຸ່ມທີ່ເອີ້ນວ່າ: Cloud computing ທີ່ສາມາດຮອງຮັບຜູ້ໃຊ້ຈໍານວນ ຫຼາຍພ້ອມໆ ກັນໄດ້ເຊັ່ນດຽວກັນ).

ມີນິຄອມພິວເຕີ (Minicomputer) ແມ່ນຫຍັງ?

ເປັນເຄື່ອງຄອມພິວເຕີຂະໜາດກາງທີ່ມີຄຸນນະພາບຮອງລົງມາຈາກເຄື່ອງເມນເຟຣມສ່ວນໃຫຍ່ນໍາໄປໃຊ້ກັບບໍລິມາດ ໜ່ວຍງານຂະໜາດກາງສໍາຮັບໃຫ້ບໍລິການແກ່ເຄື່ອງລູກຂ່າຍ(Client) ໃນອົງກອນພ້ອມກັນຫຼາຍໆເຄື່ອງເຊັ່ນ: ການໃຫ້ ບໍລິການແພີ່ມຂໍ້ມູນ (File Server) ເພື່ອໃຊ້ວຽກຮ່ວມກັນພາຍ ໃນບໍລິສັດ, ໂຮງໝໍຫລືສະຖາບັນການສຶກສາ, ຢ່າງໃດກໍຕາມນິຄອມພິວເຕີໃນປັດຈຸປັນຈໍາແນກໄດ້ບໍ່ ຊັດເຈນຫຼາຍເພາະມີ ມີ ຕັ້ງແຕ່ລຸ້ນໃຫຍ່ທີ່ມີຄວາມໄວທຽບເທົ່າກັບເຄື່ອງເມນເຟຣມເຊິ່ງສາມາດເຮັດວຽກໃຫ້ກັບອົງກອນຂະໜາດໃຫຍ່ໄດ້ລົງມາຈົນເຖິງເຄື່ອງໄຟລໍເຊີນເວີຂະໜາດນ້ອຍທີ່ມີຄວາມໄວທຽບເທົ່າກັບເຄື່ອງຟີຊີ

ໄມໂຄຣຄອມພິວເຕີ (Microcomputer) ແມ່ນຫຍັງ?

ເປັນເຄື່ອງຄອມພິວເຕີໃນລະດັບທີ່ຄົນທົ່ວໄປສາມາດຫາຊື້ມາໃຊ້ສ່ວນຕົວ ໄດ້ ຈຶ່ງເອີ້ນອີກຢ່າງວ່າ ຄອມພິວເຕີສ່ວນບຸກຄົນ ຫຼື Personal Computer (PC) ປັດຈຸບັນແບ່ງໄດ້ເປັນ 2 ກຸ່ມໃຫຍ່ຄືເຄື່ອງເດສທອບແລະເຄື່ອງ ໂນດບຸກ ຊອບແວຄວບຄຸມຫຼືລະບົບປະຕິບັດຫານທີ່ໃຊ້ການຫຼາຍທີ່ສຸດໃນເຄື່ອງປະເພດນີ້ ຄື Microsoft Windows ແລະ MacOS (Apple).

ເຄື່ອງເດສທອບ (Desktop) ແມ່ນຫຍັງ?

ເຄື່ອງເດສທອບຫຼືເຄື່ອງພີຊີເປັນຄອມພິວເຕີຂະໜາດຕັ້ງໂຕະ ທີ່ໃຊ້ໃນສໍານັກງານຫຼືຕາມບ້ານທົ່ວໄປ ນິຍົມໃຊ້ສໍາຮັບການປະມວນ ຜົນເຊັ່ນ: ພິມລາຍງານ, ເບິ່ງໜັງ, ຟັງເພັງ, ເຂົ້າອິນເຕີເນັດຫຼື ຫລິ້ນເກມ. ຕົວເຄື່ອງ ແລະຈໍພາບສາມາດຈັດວາງເພື່ອເຮັດວຽກເທິງ ໂຕະໄດ້ຢ່າງສະບາຍ.

ເຄື່ອງໂນດບຸກ (Notebook) ແມ່ນຫຍັງ?

ມັກມີຂະໜາດນ້ອຍ, ນໍ້າໜັກເບົາ, ພົກພາສະດວກ ໂດຍທົ່ວໄປຈະມີຂະໜາດໜ້າຈໍທີ່ນ້ອຍ, ຄວາມໄວ ແລະຄວວາມບັນຈຸຂໍ້ມູນກໍຂະຫຍາຍໄດ້ນ້ອຍກວ່າເຄື່ອງເດສທອບ ແຕ່ປັດຈຸບັນເປັນທີ່ນິຍົມຫຼາຍຂຶ້ນເນື່ອງຈາກ ເທັກໂນໂລຢີໃໝ່ໆເຊັ່ນ: ຊີພີຢູ ແລະ ກຣາບຟິກກາດທີ່ປະຢັດໄຟ, ຮາດດີດຄວາມໄວສູງແບບເຟຣຊ (SSD)ເຮັດໃຫ້ຄວາມສາມາດໃກ້ຄຽງກັບເຄື່ອງເດສທອບເພີ່ມຂຶ້ນທຸກມື້ຫຼືບາງລຸ້ນກໍ່ສາມາເຮັດໃຫ້ນໍ້າໜັກເບົາເປັນພິເສດໄດ້ເອີ້ນວ່າ: Ultrabook, ບາງແບບກໍ ສາມາດຖອດແຍກອອກເພື່ອໃຊ້ເປັນແທັບເລັດໄດ້ອີກ.

ສະມາດໂຟນ (Smartphone) ແລະ ແທັບເລັດ (Tablet) ແມ່ນຫຍັງ?

ຄອມພິວເຕີສວມໃສໄດ້ (Wearable computer) ແມ່ນຫຍັງ?

ເປັນຄອມພິວເຕີຂະໜາດນ້ອຍທີ່ມັກສວມໃສ່ເປັນອຸປະກອນຕິດໂຕເຊັ່ນ: ໂມງ (smart Watch) ສາຍຮັດຂໍ້ມື/ສາຍແຂນດິຈິຕອນແບບຕ່າງໆ ທີ່ໃຊ້ແທກສັນຍານຊີບພະຈອນ (vital sign) ເຊັ່ນ: ຄວາມດັນ ເລືອດ, ອັດຕາການເຕັ້ນຂອງຫົວໃຈ, ການເຄື່ອນໄຫວ… ບາງແບບກໍເຮັດເປັນແວ່ນຕາ (ເຊັ່ນ: Google Glass) ທີ່ສາມາສະແດງຂໍ້ມູນຊ້ອນທັບຂຶ້ນມາເທິງແວ່ນ ຂອງແວ່ານຕາບາງແບບກໍຝັງຢູ່ໃນຊຸດເສື້ອຜ້າເຄື່ອງແຕ່ງກາຍ ເລີຍ ບາງແບບກໍສາມາດເຮັດວຽກໂດຍອິສະຫຼະ ເຊັ່ນ: ຕໍ່ອິນເຕີເນັດໄດ້ເອງ, ບາງແບບກໍຕ້ອງ ເຮັດວຽກໂດຍ Sync ຂໍ້ມູນຜ່ານຄອມພິວເຕີທທີ່ເປັນ Mobile Internet Device ອີກເທື່ອໜຶ່ງ

ຄອມພິວເຕີຝັງຕົວ (Embedded computer system) ແມ່ນຫຍັງ?

ເປັນລະບົບຄອມພິວເຕີທີນ້ອຍຈົນສາມາດຝັງຕົວໃນອຸປະກອນຕ່າງໆໄດ້ຫຼືອີກຊື່ໜຶ່ງວ່າ ໂທຣລເລີ (microcontroller) ມັກໃຊ້ໃນການກວດວັດສະແດງຜົນຮັບຄໍາສັ່ງແລະຄວບຄຸມຕ່າງໆເຊັ່ນ ກ່ອງຄອມພິວເຕີທີ່ໃຊ້ຄວບຄຸມການເຮັດວຽກຂອງລົດແລະຍົນ ເຊິ່ງລຸ້ນໃໝ່ໆມັກເຊື່ອມຕໍ່ກັບສະມາດ ໂຟນຜ່ານມາດຕະຖານເຊັ່ນ: Android Auto (google) ຫຼື Carplay (apple) ດ້ວຍ. ລະບົບທີ່ໃຊ້ຄວບຄຸມການເຮັດວຽກຂອງເຄື່ອງຈັກຕາງໆໃນໂຮງງານອຸດສາຫະກຳ (Programable Logic ContRoller). ຄອມພິວເຕີທີຄວບຄຸມການບິນຂອງໂດຣນ (Drone). ຄອມພິວເຕີໃນເຄື່ອງໃຊ້ໄຟຟ້າປະຈຳບ້ານເຊັ່ນ: ຕູ້ເຢັນ, ເຄື່ອງຊັກຜ້າ, ເຄື່ອງປັບອາກາດ, ສະມາດ ທີວີ (Smart TV) ແລະອື່ນໆ ກາຍເປັນລະບົບ Smart Home. ລໍາໂພງທີ່ຕໍ່ອິນເຕີເນັດສໍາຮັບຮັບຄໍາສັ່ງດ້ວຍສຽງ ເພື່ອຄວບຄຸມລະບົບຕາງໆໃນເຮືອນເປີດປິດສະ ວິກໄຟແສງສະຫວ່າງຫຼືອຸປະກອນອື່ນໆຫຼືໃຊ້ວຽກອິນເຕີເນັດເຊັ່ນ: ສັ່ງເຄື່ອງຜ່ານລະບົບອີຄອມເມີດ (ເຊັ່ນ: Amazon, alexa, google Home, Apple Homepod) ບາງແບບກໍອາດມີຈໍພາບຂະໜາດ ນ້ອຍໃນໂຕເພີ່ມເຂົ້າມາອີກ.

ຊູບເປີຄອມພິວເຕີ (Supercomputer) ແມ່ນຫຍັງ?

ໃຊ້ໃນການປະມວນຜົນແກ້ປັນຫາຍາກໆດ້ວຍຄວາມໄວສູງ ເຊັ່ນ: ພະຍາກອນອາກາດ, ການຈໍາລອງແບບ (simulation), ທາງວິທະຍາສາດຫຼືວິສະວະກໍາການເຄື່ອນທີ່ TerraFLOPS ຂອງອະຕອມຫຼືໂມເລກຸນ… ຄອມພິວເຕີແບບນີ້ມີໜ່ວຍວັດແທກຄວາມໄວເປັນ PetaFLOPD (Terra ລ້ານລ້ານ, Peta ພັນລ້ານລ້ານ, FLOPD – Floating-Point Operation Per Second ຈໍານວນຄັ້ງໃນການຄໍານວນເລກທົດສະນິຍົມ).

ຄອມພິວເຕີແບບຄວອນຕໍາ (Ouantum) ແມ່ນຫຍັງ?

ເປັນຄອມພິວເຕີແບບໃໝ່ທີ່ບໍ່ໄດ້ໃຊ້ເລກຖານສອງ (binary) ແລະມີຄວາມໄວໃນການປະມວນຜົນສູງກວ່າແບບເດີມນັບຮ້ອຍນັບພັນເທົ່າຫຼືກວ່ານັ້ນເຊັ່ນ: (ທີ່ຄອມພິວເຕີໃນປະຈຸບັນຕ້ອງໃຊ້ເວລານັບລ້ານປີ)ໄດ້ໃນເວລາບໍ່ດົນປະຈຸບັນຢູ່ລະຫວ່າງການພັດທະນາບາງຢ່າງ ກໍເລີ່ມມີອອກຈໍາໜ່າຍແລ້ວໃນວົງຈໍາກັດ.ປະເທດຜູ້ນໍາເທັກໂນໂລຢີຄອມພິວເຕີຄວາມໄວສູງສະເພາະທາງເຫຼົ່ານີ້ປັດຈຸບັນຄື: ຈີນ, ຍີ່ປຸ່ນ ແລະ ສະຫະລັດ ອາເມລິກາ

ຮາດແວ (Hardware) ແມ່ນຫຍັງ?

ເປັນອຸປະກອນທີ່ຈັບຕ້ອງໄດ້ສຳພັດໄດ້ແລະສາມາດເບິ່ງເຫັນໄດ້ຢ່າງເປັນຮູບປະທຳຮາດແວຂອງຄອມພິວ ເຕີຈະມີທັງທີ່ຕິດຕັ້ງຢູ່ພາຍໃນຕົວເຄື່ອງຄອມພິວເຕີ (ເຊັ່ນ: ຊີພີຢູ່, ເມນບອດ ແລະ ແລມ) ແລະ ທີ່ຕິດຕັ້ງຢູ່ ພາຍນອກເຄື່ອງຄອມພິວເຕີ (ເຊັ່ນ: ຄີບອດ, ເມົ້າ, ຈໍພາບ ແລະ ເຄື່ອງພິມ) ຊຶ່ງສ່ວນໃຫ່ຍຈະຜະລິດມາຈາກ ບໍລິສັດທີມີຄວາມຊຳນານທາງດ້ານນີ້ໂດຍສະເພາະເມື່ອໃດກໍ່ຕາມທີຮາດແວຕົວໃດຕົວໜຶ່ງເສີຍຫາຍຫຼືບໍ່ສາມາດ ໃຊ້ງານໄດ້ເຮົາສາມາດໃຊ້ງານໄດ້ເຮົາສາມາດປ່ຽນຫຼືຊ້ອມແຊມໄດ້ຄືກັບການປ່ຽນອະໄລຂອງລົດໃຫ່ຍນັ້ນເອງ.

ອຸປະກອນນໍາເຂົ້າ (Input Device) ແມ່ນຫຍັງ?

ໃຊ້ສໍາລັບປ້ອນຂໍ້ມູນເຂົ້າສູ່ລະບົບຄອມພິວເຕີເຊັ່ນ: ຄີບອດ, ເມົ້າ, ໄມໂຄໂຟນ ແລະ ເຄື່ອງ ສະແກນກ້ອງດີຈິຕອນ.

ອຸປະກອນປະມວນຜົນ (Process Device) ແມ່ນຫຍັງ?

ໃຊ້ສໍາລັບປະມວນ ຕາມຄໍາສັ່ງ ເຊັ່ນ: ໜ່ວຍປະມວນຜົນກາງ (CPU) ແຜງວົງຈໍຫຼັກ ແລະ ໜ່ວຍຄວາມຈຳຫຼັກ.

ອຸປະກອນສະແດງຜົນ (Output Device) ແມ່ນຫຍັງ?

ໃຊ້ສຳລັບສະແດງຜົນຮັບ ການເຮັດວຽກຂອງຄອມພິວເຕີເຊັ່ນ: ຈໍພາບ, ເຄື່ອງພິມ ແລະ ລໍາໂພງ.

ອຸປະກອນບັນທຶກຂໍ້ມູນ (Storage Device) ແມ່ນຫຍັງ?

ໃຊ້ສໍາຮັບເກັບບັນທຶກຂໍ້ມູນ ເຊັ່ນ: ຮາດດິດ Flash Drive, Memory Card ແລະ ເຄື່ອງບັນທຶກແຜ່ນ CD/DVD.

ຊອບແວ (Software) ແມ່ນຫຍັງ?

ຄືຂຸດຄໍາສັ່ງເພື່ອໃຫ້ຄອມພິວເຕີເຮັດວຽກຕາມທີ່ເຮົາຕ້ອງການເຊິ່ງຈະ ຂຽນຂຶ້ນໂດຍນັກຂຽນໂປຣແກຣມ (Programmer) ຫຼື ບາງທີກໍ່ເອີ້ນວ່ານັກ ພັດທະນາຊອບແວ (Software Developer).ຊອບແວທີເປັນອົງປະກອບທີເປັນນາມມະທຳບໍ່ສາມາດຈັບຕ້ອງໄດ້ຄື ກັນກັບຫາດແວຣແຕ່ລະບົບຄອມພິວເຕີຈະບໍ່ສາມາດເຮັດວຽກໄດ້ຫາກປາດສະ ຈາກຂຸດຄໍາສັ່ງທີ່ຂຽນໄວ້ເຫຼົ້ານີ້ ຊຶ່ງຊອບແວນີ້ແບ່ງອອກເປັນ 2 ປະເພດ ໃຫ່ຍໆຄື: ຊອບແວລະບົບແລະຊອບແວປະຫຍຸກ (ເບິ່ງລາຍລະອຽດເພີ່ມເຕີມ ໃນບົດທີ 4 ຊອບແວແລະພາສາຄອມພິວເຕີ).

ແອບພິເຄເຊີນເທີງມືຖື (mobile application) ແມ່ນຫຍັງ?

ປັດຈຸປັນແອບພິເຄຊັນ (ຫຼື ເອີ້ນກັນຫັ້ຍວ່າ “ແອບ”) ເທິງໂທລະສັບມືຖື ຫຼື ສະມາດໂຟນໄດ້ຮັບຄວາມ ນິຍົມ ແຕ່ຫຼາຍເຊິ່ງແອບເລົ່ານີ້ກໍ່ຈັດໂປຣແກຣມປະເອງພຽງແຕ່ບໍ່ໄດ້ເຮັດວຽກເທິງເຄື່ອງຄອມພິມເຕີໂນດບຸກ ຫຼື ເດດທອບແຕ່ເຮັດວຽກຢູ່ເທິງສະມາດໂຟນແທນໂດຍທົ່ວໄປຈະມີສອງລະບົບຄືສໍາຮັບ Iphone (Apple) ແລະ ແອນດອຍ (Google) ແລະ ເນື່ອງຈາກໃນປັດຈຸບັນສະມາດໂຟນມີໃຊ້ກັນຫຼາຍກວ່າເຄື່ອງຄອມພິວເຕີແອບເຫຼົ່າ ນີ້ຈິ່ງມີຜູ້ໃຊ້ງານຫຼາຍທີ່ສຸດຕາມໄປດ້ວຍ.

ແອບພິເຄຊັນທີເຮັດວຽກຜ່ານອິນເຕີເນັດ (Internet Application ຫຼື Web Application) ແມ່ນຫຍັງ?

ນອກຈາກແອບເທິງມືຖືແລ້ວປັດຈຸບັນຍັງມີໂປຣແກຣມປະຫຍຸກເທິງເຄື່ອງຄອມພິວເຕີ ແລະ ແອບທີ່ໃຊ້ ເທິງມືຖືອີກຈໍານວນຫຼາຍທີ່ເຮັດວຽກໂດຍຜ່ານອິນເຕີເນັດກໍ່ສາມາດເອີ້ນໃຊ້ງານໂດຍຕ້ອງຕິດຕັ້ງໂປຣແກຣມ ຫຼື ແອບລົງໃນເຄື່ອງຂອງເຮົາກ່ອນ ບາງໂຕກໍ່ເອີນໃຊ້ໄດ້ພຽງແຕ່ສັ່ງເວັບບາວເຊີເຊື່ອມຕໍ່ເຂົ້າໄປຫາເວັບທີກຳນົດເທົ່ານັ້ນ

ເປັນຊອບແວທີເຮັດໜ້າທີຄວບຄຸມລະບົບການເຮັດ ວຽກຂອງເຄື່ອງຄອມພິວເຕີ ຕົວຢ່າງທີ່ຮູ້ຈັກກັນເປັນຢ່າງດີຄື: ລະບົບປະຕິບັດການຫຼື OS (Operating System) ເຊິ່ງ ໂດຍປົກກະຕິບໍລິສັດຜູ້ຜະລິດແລະຈໍາໜ່າຍຄອມພິວເຕີມັກຈະຕິດຕັ້ງມາໃຫ້ໂດຍໄລລາຄາລວມກັບເຄື່ອງແລ້ວ ກຸ່ມຊອບແວປະເພດນີ້ມີທັງທີ່ຕ້ອງເສີຍເງິນເຊັ່ນWindows ແລະມີທັງປະເພດທີໃຫ້ຟີຣເຊັນ Linux.

ເປັນກຸ່ມຂອງຊອບແວທີສາມາດຕິດຕັ້ງໄວ້ໃນພາຍຫຼັງ ຈາກການຕິດຕັ້ງລະບົບປະຕິບັດການແລ້ວທັງນີ້ຂື້ນຢູ່ກັບຄວາມເໝາະສົມແລະການປະຫຍຸກໃຊ້ງານເປັນຫຼັກໂດຍປົກະຕິຈະໃຊ້ ກັບວຽກສະເພາະດ້ານເຊັ່ນ: ວຽກດ້ານບັນຊີ, ວຽກດ້ານ ເອກະສານ, ວຽກດ້ານສິນຄ້າໃນສາງ ເຊິ່ງອາດມີບໍລິສັດຜູ້ ຜະລິດຂື້ນມາເພື່ອຈຳໜ່າຍໂດຍກົງຫຼືໃຫ້ໃຊ້ຟີຣ. ນອກຈາກນີ້ຍັງສາມາດຈ້າງຂຽນໂປຣແກຣມໂດຍສະເພາະ ຫຼື ຂຽນຂື້ນມາເອງກໍ່ໄດ້.

ບຸກຄະລາກອນ (People ຫຼື Peopleware) ແມ່ນຫຍັງ?

ບຸກຄະລາກອນດ້ານຄອມພິວເຕີເປັນອົງປະກອບສຳຄັນທີ່ຈະເຮັດໃຫ້ການໃຊ້ງານລະບົບຄອມພິວເຕີ ປະສົບຜົນສໍາເລັດໂດຍທົ່ວໄປໃນອົງປະກອບແບ່ງຜູ້ໃຊ້ງານອອກເປັນ 3 ປະເພດຄື: ຜູ້ໃຊ້ທົ່ວໄປ, ຜູ້ຊຽວຊານ ແລະ ຜູ້ບໍລິຫານ (ແຕ່ຈາກຄວາມແຜ່ຫຼາຍຂອງສະມາດໂຟນເຮັດໃຫ້ການໃຊ້ງານຄອມພິວບໍ່ຈຳກັດຢູ່ພາຍໃນອົງກອນແຕ່ເປັນຂອງທີໃຊ້ກັນທຸກຄົນໃນກໍລະນີເຫຼົ່ານັ້ນບຸກຄະລາກອນທີ່ກ່ຽວຂ້ອງຈື່ງອາດບໍ່ໄດ້ມີຄົບທຸກກຸ່ມ).

ຜູ້ໃຊ້ (User ຫຼື End user) ແມ່ນຫຍັງ?

ເປັນບຸກຄະລາກອນກຸ່ມທີໃຊ້ໂປຣແກຣມປະຫຍຸກຕ່າງໆ ໃນການເຮັດ ວຽກຂອງຕົນເອງເຊິ່ງປັດຈຸບັນນີ້ກໍ່ຄືທຸກຄົນໃນປັດຈຸບັນນັ້ນເອງບໍ່ວ່າຈະເປັນວຽກບັນຊີການຂາຍບໍລິການລູກຄ້າ ສໍາພັນທຸລະການ ຫຼື ຄົນກຸ່ມນີ້ອາດມີຄວາມຮູ້ທາງດ້ານຄອມພິວເຕີບໍ່ຫຼາຍແຕ່ມີຄວາມຊ່ຽວຊານໃນວຽກຂອງຕົນ ເອງແລະສຶກສາວິທີໃຊ້ໂປຣແກຣມຈາກການເຝິກອົບຮົມຄູ່ມືຫຼືສີ່ອື່ນ.

ຜູ້ໃຊ້ທີ່ຊຳນານ (Power user) ແມ່ນຫຍັງ?

ເປັນກຸ່ມຜູ້ໃຊ້ທີ່ມີຄວາມຊຳນານທາງດ້ານຄອມພິວເຕີຫຼາຍກ່ວາ ປົກກະຕິຈຶ່ງສາມາດເປັນຜູ້ປະສານງານລະຫ່ວາງກຸ່ມຜູ້ຊຽວຊານກັບຜູ້ໃຊ້ທົ່ວໄປໄດ້ດ້ວຍ.

ຊ່າງເທກນິກຄອມພິວເຕີ/ຝາຍສະໜັບສະໜູນຄອມພິມເຕີ (Computer Technician / Computer Support) ແມ່ນຫຍັງ?

ກຸ່ມນີ້ຈະມີຄວາມຊຳນານດ້ານເຕັກນິກຄອມພິວເຕີຮາດແວຫຼືຊອບແວໃນລະດັບໜຶ່ງມີໜ້າທີຄອບ ຊ່ວຍເຫຼືອຜູ້ໃຊ້ແລະແກ້ໄຂບັນຫາເບື້ອງຕົ້ນເຊັ່ນ: ເຄື່ອງຂັດຂ້ອງໂປຣແກຣມບໍ່ທໍາງານຕາມປົກກະຕິບາງໜ່ວຍງານອາດຕັ້ງເປັນສູນຊ່ວຍເຫຼືອ ຫຼື Help desk ເພື່ອແກ້ໄຂບັນຫາໃນການທໍາງານ ໂດຍດ່ວນ.

ນັກວິເຄາະລະບົບ (System Analyst) ແມ່ນຫຍັງ?

ມີໜ້າທີວິເຄາະລະບົບການການເຮັດວຽກຂອງອົງກອນຄວາມ ຕ້ອງການຂອງຜູ້ໃຊ້ແລະອອກແບບລະບົບງານຄອມພິວເຕີໃຫ້ສອດຄ່ອງກັບນະໂຍບາຍຂອງໜ່ວຍງານ ເປັນ ຕຳແໜ່ງທີ່ມີການໂອ້ລົມກັບຜູ້ໃຊ້ຢູ່ສະເໝີວ່າວຽກທີເຮັດຢູ່ບ່ອນເກົ່ານັ້ນເປັນແນວໃດ ຄອມພິວເຕີຈະມາຊ່ວຍໄດ້ ທັນບໍ່ ມັນຄືກັບສະຖາປານິກທີ່ອອກແບບບ້ານຕ້ອງໂອລົມແລະສອບຖາມລັກສະນະການໃຊ້ງານເຈົ້ນຂອງບ້ານ ວ່າຕ້ອງການບ້ານແບບໃດພື້ນທີໃຊ້ວຽກແບບໃດຈາກນັ້ນຈຶ່ງນໍາມາອອກແບບເພື່ອນໍາໄປໃຫ້ຜູ້ຮັບເໝາະກໍ່ສ້າງຕໍ່.

ນັກອອກແບບ UX ແລະ UI ແມ່ນຫຍັງ?

ເນື່ອງຈາກປັດຈຸບັນທຸກຄົນກາຍເປັນຜູ້ໃຊ້ຄອມພິວເຕີຈຶ່ງມີແອບພີເຄຊັນຈໍານວນຫຼາຍມະຫາສານບາງທີ່ກໍ່ຫຼາຍເກີນກ່ວາຈະຈົດຈໍາລາຍລະອຽດການໃຊ້ງານໄດ້ໝົດ ດັ່ງນັ້ນເພື່ອໃຫ້ແອບພິເຄຊັ້ນທີ່ອອກມາໃຊ້ງ່າຍແລະໄດ້ຜົນດີ. ນອກຈາກການອອກແບບລະບົບງານໂດຍນັກວິເຄາະລະບົບ ແລ້ວປັດຈະບັນຍັງມີບຸກຄະລາກອນອີກກຸ່ມໜຶ່ງເຊິ່ງມີໜ້າທີສະເພາະດ້ານອອກແບບປະສົບການໃນການໃຊ້ງານ ຂອງຜູ້ໃຊ້ (User eXperience – UX) ເຊັ່ນ: ລໍາດັບຂັ້ນຕອນການໃຊ້ວຽກຕ່າງໆໃຫ້ເໝາະສົມເຂົ້າໃຈງ່າຍເຮັດ ໃຫ້ໄດ້ວັດຖຸປະສົງ ແລະ ອອກແບບສ່ວນຕິດຕໍ່ກັບຜູ້ໃຊ້ (User Interface – UI) ເຊັ່ນ: ໜ້າຕາຂອງແອບພີເຄ ຊັນຮູບແບບການສະແດງຜົນລົບລະບົບຕ່າງໆເຊັ່ນ: ໃນຄອມພິວເຕີເວັບແອບເທິງມືຖືໃຫ້ເບິ່ງແລ້ວງາມໜ້າໃຊ້ ເຂົ້າໃຈງ່າຍ ແລະ ສອດຄ່ອງກັນ ຄົນກຸ່ມນັ້ນນອກຈາກຄວາມຮູ້ວ່າຄອມພິວເຕີເຮັດຫັຍງໄດ້ແດ່ຫຼືບໍ່ໄດ້ແລ້ວຍັງ ຕ້ອງຮູ້ສາດເຊັ່ນ: ຈິດຕະວິທະຍາ ແລະ ສິລະປະໃນການອອກແບບການໃຊ້ເສັ້ນຫຼືສີສັນຕ່າງໆດ້ວຍ.

ນັກຂຽນໂປຣແກຣມ (Programmer) ຫຼື ນັກພັດທະນາ (Developer) ແມ່ນຫຍັງ?

ເປັນຜູ້ທີ່ລົງມືຂຽນ code ຫຼື ຂຸດຄໍາສັ່ງໂປຣແກຣມແທ້ໆ ຈາກແບບທີນັກວິເຄາະລະບົບແລະນັກອອກແບບ UX ແລະ UI ອອກແບບມາ ຫາກເປັນແອບພີເຄຊັນທີບໍ່ມັກຊັບຊ້ອນຫຼາຍ (ທຽບໄດ້ກັບບ້ານ ຫຼື ຕຶກແຖວນ້ອຍໆ) ບາງຄັ້ງການອອກແບບ ລະບົບ ແລະຂຽນໂຄດກໍ່ເຮັດໂດຍຄົນດຽວຫຼືຫລາຍຄົນຄົນກໍ່ໄດ້ ເພາະເຄື່ອງມືພັດທະນາຊອບແວສະໄໝໃໝ່ໃຫ້ ຂຽນໂຄດສັນແຕ່ເຮັດວຽກໄດ້ຫຼາຍຂື້ນ ແຕ່ຖ້າເປັນໂປຣແກຣມຂະໜາດໃຫ່ຍ (ຄ້າຍຄືຕຶກກະຟ້າ) ກໍ່ຕ້ອງອາໄສ ການເຮັດວຽກເປັນທິມໂດຍໂປຼຣແກຣມເມີຈໍານວນຫຼາຍຈໍານວນຫຼາຍຫຼືອາດຕ້ອງແບ່ງອອກເປັນສ່ວນຍ່ອຍໆ ທີ ເອີ້ນວ່າໂມດູນ (module) ເພື່ອໃຫ້ແຕ່ລະທິມແຍກກັນເຮັດແລ້ວຄ່ອຍນໍາມາປະກອບກັນທີຫຼັງ.

ຜູ້ເບິ່ງແຍງເນັດເວີກ Network administrator ແມ່ນຫຍັງ?

 ລະບົບຄອມພິວເຕີໃນປະຈຸບັນລ້ວນແຕ່ແຕ່ມີການເຊື່ອ ຕໍ່ກັບເນັດເວີກແລະອິນເຕີເນັດທັງໝົດບໍ່ວ່າຈະຜ່ານເຄື່ອຂ່າຍຂອງອົງກອນເອງຫຼືເຄື່ອຂ່າຍອິນເຕີເນັດບໍ່ມີສາຍ ຂອງຜູ້ບໍລິການໂທລະສັບມືຖືຜູ້ເບິ່ງເນັດເວີກໃນອົງກອນຈິ່ງມີໜ້າທີ່ສໍາຄັນຕັ້ງແຕ່ການຕິດຕັ້ງແລະເບິ່ງແຍງ ອຸປະກອນເຄື່ອຂ່າຍຕ່າງໆໃຫ້ເຮັດວຽກປົກກະຕິບັນທຶກການເຂົ້າໃຊ້ງານ (log) ຄວບຄຸມສິດທິໃນການເຂົ້າເຖິງ ຊັບພະຍາກອນຕ່າງໆ ຜ່ານເຄື່ອຂ່າຍຄວບຄຸມແລະຈັດລະບຽບອຸປະກອນທັງຂອງອົງກອນສ່ວນຕົວຂອງ ແຕ່ລະຄົນ (ທີ່ເອີ້ນວ່າ BYOD ຄື Bring Your Own Device) ທີ່ເຊື່ອມຕໍ່ແບບບໍ່ມີສາຍຕິດຕັ້ງເຄື່ອງມື ຫຼື ຄອຍປັບຮຸ່ນຊອບແວທີ່ຈໍາເປັນເພື່ອປິດຊ່ອງຫ່ວາງຕ່າງໆບໍ່ໃຫ້ເກີດມີການແຮກຂໍ້ມູນລະບົບ ຫຼື ການກໍ່ກວນຈາກ ໂປຣແກຣມຈະມາທໍາຮ້າຍ (malware) ຕ່າງໆ. ຜູ້ທີ່ຈະເຮັດໜ້າທີນີ້ຕ້ອງໄດ້ມີຄວາມຮູ້ດ້ານຄອມພິວເຕີເນັດເວີກ ຢ່າງດີຕິດຕາມຂ່າວສານຂໍ້ມູນແລະເທັກໂນໂລຢີໃໝ່ໆຢູ່ຕະຫຼອດ.

ບໍລິຫານສູງສຸດດ້ານສານສົນເທດແລະຄອມພິວເຕີ (CIO: Chief Information Officer) ແມ່ນຫຍັງ?

ສໍາຮັບໃນໜວ່ຍງານຂະໜາດໃຫ່ຍທີ່ຕ້ອງການອາໄສເທັກໂນໂລຍີຄອມພິວເຕີເທື່ອຂັບເຄື່ອນທຸລະກິດໃນ ອົງກອນອາດມີບຸກຄະລາກອນໃນຕໍາແໜ່ງທີ່ເອີ້ນວ່າ CIO (Chief Information Officer) ເຊິ່ງເປັນຕຳແໜ່ງສູງ ສຸດທາງດ້ານການບໍລິຫານງານຄອມພິວເຕີໃນອົງກອນເພື່ອເຮັດໜ້າທີ່ກຳນົດທິດທາງນະໂຍບາຍແລະແຜນງານ ທາງຄອມພິວເຕີໃນອົງກອນທັງໝົດວ່າຄວນເປັນໄປໃນຮູບແບບໃດການຂະຫຍາຍວຽກທາງດ້ານທຸລະກິດຂອງ ອົງກອນທີ່ໄວຂື້ນຄວນຈະມີການປັບເພີ່ມ/ລຸດອົງປະກອບທາງດ້ານຄອມພິວເຕີສ່ວນໃດອີກແດ່ທີຈະເຮັດໃຫ້ເປັນ ໄປຕາມເປົ້າໝາຍໂດຍລວມຫຼາຍທີ່ສຸດ.

ຫົວໜ້າງານດ້ານຄອມພິວເຕີ (Computer Center Manager/Information Technology Manager) ແມ່ນຫຍັງ?

ເປັນຜູ້ຈັດການ ຫຼື ຫົວໜ້າງານທາງດ້ານຄອມພິວເຕີ ແລະ ເທັກໂນໂລຢີຂອງອົງກອນມີໜ້າທີ່ເບິ່ງແຍງ ແລະ ກຳກັບວຽກທາງດ້ານຄອມພິວເຕີໃຫ້ບັນລຸເປົ້າໝາຍຕາມແຜນວຽກ ແລະ ທິດທາງທີ CIO ວາງໄວ້. ຈາກຕົວຢ່າງຂອງການກໍານົດນະໂຍບາຍໃນການປັບປ່ຽນຮາດແວຂອງ CIO ຂ້າງຕົ້ນຫົວໜ້າງ ຄອມພິວເຕີຊິ່ງເປັນຜູ້ຮັບຜິດຊອບໂດຍກົງກໍ່ຕ້ອງມີໜ້າທີ່ດໍາເນີນການຈັດຫາ, ຈັດຊື້ລວມເຖິງອາດຕ້ອງຮື້ລະບົບ ເກົ່ານັ້ນຖິ້ມໄປແລະດໍາເນີນການວາງລະບົບຮາດແວໃໝ່ເພື່ອໃຫ້ບັນລຸເປົ້າໝາຍຕາມທີ CIO ກໍານົດມາ.

ຂໍ້ມູນ (Data) ແມ່ນຫຍັງ?

 ເປັນອົງປະກອບທີສໍາຄັນອີກຢ່າງໜຶ່ງການເຮັດວຽກຂອງຄອມພິວເຕີຈະກ່ຽວຂ້ອງກັບຂໍ້ມູນ ຕັ້ງແຕ່ການນໍາຂໍ້ມູນເຂົ້າແລະປະມວນຜົນຈົນກາຍເປັນ “ຂໍ້ມູນທີສາມາດໃຊ້ປະໂຫຍດຕໍ່ໄດ້ ຫຼືທີເອີ້ນວ່າ ຂໍ້ມູນ ຂ່າວສານ (Information) ເຊິ່ງຂໍ້ມູນເຫຼົ່ານີ້ອາດເປັນໄດ້ທັງຮູບແບບຕົວເລກອັກສອນ, ພາບ, ສຽງ ແລະ ວິດີໂອ

ຕົວເລກ 0 ແລະ 1 ແມ່ນຫຍັງ?

 ນີ້ ເຮົາເອີ້ນວ່າເປັນຕົວເລກຖານສອງຫຼືໄບນາຣີດີຈິດ (Binary Digit) ມັກເອີ້ນຫໍ້ຍ ວ່າ: ບິດ (Bit) ນັ້ນເອງເມື່ອໃດກໍ່ຕາມທີ່ຕ້ອງການປ່ອນຂໍ້ມູນຫຼືຕົວເລກເຂົ້າໄປໃນລະບົບກໍ່ຈະມີການປ່ຽນແປງຂໍ້ ມູນຫຼືຕົວເລກເຫຼົ່ານັ້ນໃຫ້ຢູ່ກັບໃນຮູບຂອງຕົວເລກຖານສອງກ່ອນ.

ລະຫັດແອສ໌ກີ (ASCII: American Standard Code for Information Interchange) ແມ່ນຫຍັງ?

ເປັນລະຫັດ ມາດຕະຖານທີໃຊ້ໃນເຄື່ອງຄອມພິວເຕີທົ່ວໄປມາຕັ້ງແຕ່ຍຸກທີໃຊ້ພາສາອັງກິດເປັນຫຼັກພັດທະນາໂດຍສະຖາບັນ ມາດຖານແຫ່ງລະຫັດເມລິກາ ລະຫັດແອສ໌ກີຂະໜາດ 1 ໄບຣ໌ ເກັບຕົວອັກສອນໄດ້ສູງສຸດ 256 ຮູບແບບ (ເບິ່ງຕາຕະລາງລະຫັດ ASCII ໄດ້ທີ່ en.wikipedia.org/wiki/ASCII).

ລະຫັດຢູ່ນິໂຄ້ດ (Unicode) ແມ່ນຫຍັງ?

 ເປັນລະຫັດມາດຕະຖານທີ່ພັດທະນາໃຫ້ເກັບອັກສອນໄດ້ຫຼາຍຂື້ນໄປອີກ ເພື່ອຮອງຮັບອັກສອນໄດ້ຫຼາຍໆພາສາທົ່ວໂລກແລະຍັງພັດທະນາເວີຊັນຢຢູ່ຢ່າງຕໍ່ເນື່ອງຊຸດອັກຂະລະທີເຂົ້າ ລະຫັດດ້ວຍມາດຕະຖານຢູ່ນິໂຄດ (Unicode Transformation Format) ມີຫຼາຍແບບເຊັ່ນ: UTF-8 (ມີຂະໜາດ 1 ໄບຣ໌ ຫຼື 8 ບິດ) UTF-16 (ມີຂະໜາດ 2 ໄບຣ໌ ຫຼື 16 ບິດ) ແລະ UTF-32 (ມີຂະໜາດ 4 ໄບສ໌ ຫຼື 32 ບິດ) ເຊິ່ງສາມາດເກັບຕົວອັກສອນໄດ້ຫຼາຍກ່ວາ 100,000 ຮູບແບບປັດຈຸບັນຂໍ້ມູນສ່ວນຫຼາຍໃນຄອມພິວເຕີ ໄດ້ປ່ຽນມາໃຊ້ລະຫັດ Unicode ກັນແລ້ວເພາະຕ້ອງຮອງຮັບການໃຊ້ງານຫຼາຍພາສາພ້ອມໆກັນ (ເບິ່ງລາຍລະອຽດທີ Unicode.org).

ໜ່ວຍປະມວນຜົນກາງ (Central Processing Unit) ແມ່ນຫຍັງ?

ຄອມພິວເຕີຈະມີໜ່ວຍປະມວນຜົນກາງຫຼືເອີ້ນວ່າ: ຊີພີຍູ (CPU : Central Processing Unit) ມີໜ້າທີຫຼັກ ກໍ່ຄື: ປະມວນຜົນຄໍາສັ່ງຕາມໂປຣມແກຣມທີ່ໄດ້ຮັບມາວ່າຈະໃຫ້ເຮັດແນວໃດແດ່. ແຕ່ເດີມແລ້ວໜ່ວຍປະມວນກາງຈະແຍກສ່ວນກັນເຮັດວຽກເປັນອັນໆ ຈົນວ່າບໍລິສັດອີແທນສາ ມາດຈັດ ໃຫ້ສ່ວນຕ່າງໆລວມກັນຢູ່ໃນຊິບ (chip) ແຜນດຽວກັນໄດ້ໃນທີ 1980 ຫຼື ທີເຮົາເອີ້ນວ່າໄມໂຄຣໂປຣເຊດເຊຣ (Microprocessor) ນັ້ນເອງເຊິ່ງການປ່ຽນແປງໃນຄັ້ງນັ້ນເຮັດໃຫ້ຊີພີຢູ່ ເພີ່ມຄວາມຊັບຊ້ອນ ແລະ ຄວາມໄວ ຂື້ນນັບລ້ານເທົ່າໃນຊ່ວງເວລາບໍ່ກີສິບປີທີ່ຜ່ານມາສ່ວນປະກອບທີສໍາຄັນພານໃນຂອງຊີພີຢູແບ່ງ

ໜ່ວຍຄວບຄຸມ (Control Unit) ແມ່ນຫຍັງ?

 ເຮັດໜ້າທີຄວບຄຸມການເຮັດວຽກຂອງທຸກໜ່ວຍໃນຊີພີຢູເລີມຕັ້ງແຕ່ ການໄປດຶງຄໍາສັ່ງ ແລະ ຂໍ້ມູນຈາກທີເກັບເອົາໄວ້ໃນໜ່ວຍຄວາມຈຳມາແລ້ວຄວາມໝາຍເພື່ອສົ່ງໄປໃຫ້ໜ່ວຍ ຄໍານວນ ແລະ ເຮັດໃຫ້ການຄໍານວນ ແລະ ຕັດສິນໃຈດ້ວຍວ່າຈະໃຫ້ເກັບຂໍ້ມູນໄວ້ທີໃດ.

ໜ່ວຍຄໍານວນ ແລະ ຕັກກະ (ALU : Arithmetic and Logic Unit) ແມ່ນຫຍັງ?

ເປັນສ່ວນທີ່ເຮັດໜ້າທີ່ໃນການ ຄໍານວນທາງຄະນິດສາດ (Arithmetic) ເຊັ່ນ: ການບວກ, ລົບ, ຄູນ, ຫານ ແລະ ກະສາດ (Logical) ວ່າເປັນຈິງ ຫຼື ເທໂດຍອາໄສຕົວປະຕິບັດການປຽບທຽບພື້ນຖານ 3 ຄໍາຄື: ຫຼາຍກ່ວາ, ປຽບທຽບຂໍ້ມູນທາງຕັກໜ້ອຍກ່ວາ ແລະ ເທົ່າກັບ.

ລີຈີສະເຕີ (Register) ແມ່ນຫຍັງ?

ເປັນພື້ນທີ່ສໍາລັບເກັບພັກຂໍ້ມູນຂຸດຄໍາສັ່ງຜົນຮັບ ທີ່ຊີພີຢູປະມວນຜົນພຽງຊົ່ວຄາວເທົ່ານັ້ນບໍ່ຖືວ່າເປັນໜ່ວຍຄວາມຈຳແຕ່ຢ່າງໃດ ຄວາມໄວສູງຣີຈິດສະເຕີອາດມີໄດ້ຫຼາຍຊະນິດຍ່ອຍ.

ໜ່ວຍຄວາມຈໍາຫຼັກ (Main Memory) ແມ່ນຫຍັງ?

ເຮັດໜ້າທີເກັບຂໍ້ມູນ ແລະ ຄໍາສັ່ງຕະຫຼອດຈົນສໍາ ພັດທີ່ໄດ້ຈາກການປະມວນຜົນຂອງຊີພີຢູ່ພຽງຊົ່ວຄາວ ເຊັ່ນດຽວກັນໂດຍປົກກະຕິແລ້ວຈະມີຕໍາແໜ່ງຂອງການ ເກັບຂໍ້ມູນທີ່ບໍ່ຊຳກັນທີ່ເອີ້ນວ່າ: “ແອດແດຣ” (Address) ເຊິ່ງຈະຄ້າຍກັບຕຳແໜ່ງຂອງທີ່ນັ່ງໃນຫ້ອງປະຊຸມ, ໂຮງລະຄອນຫຼືໃນເຄື່ອງບິນທີ່ຈະບໍ່ຊຳກັນນັ້ນເອງ.

ຮອມ (ROM : Read Only Memory) ແມ່ນຫຍັງ?

ເປັນ ໜ່ວຍຄວາມຈຳທີ່ອ່ານໄດ້ຢ່າງດຽວບໍ່ສາມາດແກ້ໄຂຂໍ້ ມູນໄດ້ ຂໍມູນໃນ ROM ຈະຢູ່ກັບເຄື່ອງຢ່າງຖາວອນເຖິງແມ່ນວ່າໄຟຈະດັບ ຫຼື ປິດເຄື່ອງໄປກໍ່ບໍ່ສາມາດເຮັດໃຫ້ ຂໍ້ມູນ ຫຼື ຄໍາສັ່ງໃນການເຮັດວຽກຕ່າງໆຫາຍໄປໄດ້ (ເອີ້ນອີກຢ່າງໜຶ່ງວ່າ Non-Volatile Memory).

ແຣມ (RAM : Random Access Memory) ແມ່ນຫຍັງ?

ເປັນໜ່ວຍຄວາມຈໍາອີກປະເພດໜຶ່ງທີມີຄວາມໄວສູງ ແລະ ໃຊ້ເປັນຫຼັກໃນການເຮັດວຽກຂອງຊີພີຢູໃນປັດຈຸບັນແຕ່ເມື່ອໃດກະຕາມທີມີການເປີດເຄື່ອງຂໍ້ມູນໃນໜ່ວຍ ຄວາມຈໍານີ້ກໍ່ຖືກລົບຫາຍໄປໝົດຈຶ່ງເອີ້ນວ່າ Volatile Memory

ໜ່ວຍເກັບຂໍ້ມູນສໍາຮອງ (Secondary Storage) ແມ່ນຫຍັງ?

ເມື່ອການເຮັດວຽກຂອງໜ່ວຍໂປຣແກຣມສໍາເລັດແລ້ວຈະຕ້ອງມີພື້ນທີແລະອຸປະກອນສຳລັບເກັບແລະ ບັນທຶກຂໍ້ມູນໄວ້ໃນຄອມພິວເຕີ ເຊິ່ງສາມາດທີ່ຈະເອີ້ນຂໍ້ມູນນັ້ນມາໃຊ້ໃນພາຍຫຼັງໄດ້ເຖິງແມ່ນວ່າຈະມີກາປິດເຄື່ອງຫຼືເປີດໃໝ່ກໍ່ຕາມຫຼືອີກລະດັບໜຶ່ງກໍ່ຄືເກັບໄວ້ໃນອານາຄົດອຸປະກອນຊື່ເກັບຂໍ້ມູນໃນລັກສະນະນີ້ມີຫຼາຍຊະນິດເຊັ່ນ: ຮາດດິດ, Flash Drive, Memory Card, CD/DVD ແລະ Blue-ray Disc.

ສົ່ງຜົນຮັບທີໄດ້ຈາກການປະມວນຜົນຕາມໂປຣແກຣມອອກໄປໃຫ້ເຖິງຜູ້ໃຊ້ ແມ່ນຫຍັງ?

 ຜ່ານທາງອຸປະກອນ ສະແດງຜົນ (Output Device) ເຊັ່ນ: ສະແດງທີຈໍພາບພິມອອກທາງເຄື່ອງພິມ, ສົ່ງສຽງອອກທາງລໍາ ໂພງ ຫຼື ອື່ນໆ

ຮັບຂໍ້ມູນ ແລະ ຄໍາສັງຈາກຜູ້ໃຊ້ເຂົ້າສູ່ລະບົບ ແມ່ນຫຍັງ?

ຜ່ານທາງອຸປະກອນຮັບຂໍ້ມູນ (input device) ເຊັ່ນ: ຄີ ບອດ, ເມົ້າ, ໄມໂຄໂຟນ ແລະ ອື່ນໆ.

CD (Compact Disc) ແມ່ນຫຍັງ?

ມີຄວາມຈຸຂໍ້ມູນຕໍ່ແຜ່ນປະມານ 650-800 MB ໂຮງ ທໍາອິດແມ່ນເຫັນໄດ້ໃນແຜ່ນຊີດີເພງທີ່ຜະລິດຈາກ ງານປັດຈຸບັນເລີ່ມຈະບໍ່ໃຊ້ກັນແລ້ວສ່ວນແຜ່ນທີ່ໃຊ້ເກັບຂໍ້ມູນແບ່ງປະເພດໄດ້

CD-ROM (Compact Disc Read only Memory) ແມ່ນຫຍັງ?

 ເປັນແຜ່ນ CD ທີ່ອ່ານໄດ້ຢ່າງດຽວສ່ວນຫຼາຍຈະເປັນແຜ່ນທີ່ປໍ້າຈາກໂຮງງານລວມເຖິງ CD ເພງນໍາ.

CD-R (Compact Disc Recordable) ແມ່ນຫຍັງ?

ເປັນແຜ່ນທີ່ສາມາດໃຊ້ ການຂຽນແຜ່ນ (CD Writer) ບັນທຶກຂໍ້ມູນໄດ້ເພາະເນື້ອທີ່ໃນແຜນແຕ່ລະຈຸດຈະຂຽນຂໍ້ມູນໄດ້ຄັ້ງດຽວ

CD-RW (Compact Disc ReWritable) ແມ່ນຫຍັງ?

ແຜ່ນຊະນິດນີ້ຈະບັນທຶກຂໍ້ມູນໄດ້ຫຼາຍຄັ້ງ ໂດຍໃຊ້ວິທີ ລົບຂໍ້ມູນທັງແຜ່ນກ່ອນຂຽນໃໝ່.

Flash Device ແມ່ນຫຍັງ?

ເປັນອຸປະກອນທີ່ມີຊື່ເອີ້ນຫຼາຍຊະນິດເຊັ່ນ: Flash Device, Thumb Drive ຫຼື Handy drive ມັກຈະເຮັດມາໃຫ້ສຽບກັບພອດ USB ຂອງເຄື່ອງຄອມພິວເຕີ້ໄດ້ໂດຍຕົງ ເຮັດໜ້າທີ່ບັນທຶກ ຂໍ້ມູນແລະອານ/ຂຽນຂໍ້ມູນລົງໄປໃນຕົວເຊິ່ງບາງຊະນິກກໍແຖມຄວາມສາມາດໃນການຫຼີ້ນ ບາງລຸ້ນກໍມີທັງພອດ USB ເດີມ ແລະ USB-C. MP3 ໄປນໍາ

Memory Card ແມ່ນຫຍັງ?

ເປັນອຸປະກອນໜ່ອຍຄວາມຈໍາແບບແຟຣດ ທີ່ຢູ່ໃນຮູບແບບຂອງແຜ່ນກາສ໌ນ້ອຍໆຄື: ມີແຕ່ຕົວຊື່ຕ້ອງ ໄປສຽບກັບຕົວໄດຣ ຫຼື ເຄື່ອງອ່ານຂໍ້ມູນທີ່ເອີ້ນວ່າ: Card Reader ນິຍົມໃຊ້ໃນອຸປະກອນດີຈີຕ້ອນແບບຝຶກ ພາເຊັ່ນ: ກ້ອງດີຈີຕ້ອນ ຫຼື ສະມາດໂຟນ. Memory Card ທີ່ເຮັດອອກມາມີຫຼາຍຮູບແບບເຊັ່ນ: Compact Flash (CF), Secure Digital (SD), Mini SD, Micro SD, Memry Stick, Extreme Digital Card (XD Card), Multi Media Card (MMC) ແລະ ຄວາມຈຸຫຼາຍຂະໜາດເຊັ່ນ: 2GB ແລະ ເພີ່ມຂື້ນໄປເລື້ອຍໆເຊັ່ນ: 4 8 16 32 64 400GB ປັດຈຸບັນ Memory Card ທີ່ຍັງໃຊ້ກັນທົ່ວໄປມີ 3 ຮູບແບບຄື:Compact Flash (CF), SD ແລະ Micro SD,

DVD (Digital Versatile Dise Digital Video Dise) ແມ່ນຫຍັງ?

ເປັນແຜ່ນທີ່ເກັບຂໍ້ມູນໄດ້ຫຼາຍກົວແຜ່ນຊີດີຫຼາຍເທົ່າເພາະຂະໜາດຮອງ ແລະ ຈຸດບັນທຶກລະອຽດກວ່າ ໃຊ້ລໍາແສງເລເຊີທີ່ສະອຽດກົ່ວແຜ່ນຊິດີ ໃຫ້ໄດ້ 2 ແບບຄື: DVD-5 (ຄວາມຈຸ 4.7 GB) ແລະ DVD-9 (ຄວາມຈຸ 8.5 GB).

SSD ເຕັກໂນໂລຢີຮາດດິດທີ່ມີຄວາມໄວສູງ ແມ່ນຫຍັງ?

SSD (Solid State Disk) ເປັນເທັກໂນໂລຢີ້ທີ່ມີຄວາມຈໍາແບບແຟຣດ (Flash Memory) ທີ່ມີ ຄຸນສົມບັດໃນການຈັດເກັບຂໍ້ມູນໄວ້ໂດຍບໍ່ສູນຫາຍ ບໍ່ວ່າໃນຂະນະທີ່ບໍ່ມີໄຟຫລໍ່ລ້ຽງມາປະຍຸກໃຊ້ເຮັດເປັນ ອຸປະກອນຈັດເກັບຂໍ້ມູນ ໃນລັກສະນຈະດຽວກັນກັບຮາດດິດຫຼືອາດຈະບອກໄດວ່າອຸປະກອນ SSD ກັບ USB Flash Dive ທັງສອງຕ່າງກໍເປັນອຸປະກອນ (Non-Volatile) ຄືກັນຕ່າງກັນບ່ອນທີ່ SSD ເຮັດວຽກ ໄວກວ່າ ເພາະມີວົງຈອນເສີມການພັກຂໍ້ມູນແລະກະຈາຍການຂຽນໄປຫຼາຍໆຂຸດ ໂດຍຄວາມຈຸຂອງ SSD ມີຫຼາຍຂະໜາດເຊັ່ນ: 128, 256, 512GB – 1TB ຫຼື 2TB.

ຊອບແວລະບົບ (System Software)ແມ່ນຫຍັງ?

ເປັນຊອບແວທີ່ໃຊ້ຄວບຄຸມອຸປະກອນຮາດແວຂອງຄອມພິວ ເຕີໃຫ້ເຮັດວຽກໄດ້ຢ່າງລາບລື່ນ ເຊິ່ງອາດແບ່ງເປັນ 2 ປະເພດຍ່ອຍຄື: ລະບົບປະຕິບັດງານ (Operating system) ແລະ ໂປຣແກຣມທີ່ມີປະໂຫຍດ (Utility).

ຊອບແວປະຍຸກ (Application software) ແມ່ນຫຍັງ?

 ເປັນຊອບແວທີ່ໃຊ້ໃນການເຮັດວຽກສະເພາະຢ່າງຕາມ ຄວາມຕ້ອງການຂອງຜູ້ໃຊ້ ເຊິ່ງປົກກະຕິຈະບໍ່ກ່ຽວຂ້ອງກັບການຄວບຄຸມລະບົບໂດຍກົງແຕ່ອາດເຂົ້າເຖິງຮາດ ແວຂອງລະບົບຄອມພິວເຕີຜ່ານທາງລະບົບປະຕິບັດງານອີກເທື່ອໜຶ່ງ

ບິດ (bit ຫຼື Binaly Digit) ແມ່ນຫຍັງ?

 ເປັນໜ່ວຍພື້ນຖານທີ່ນ້ອຍທີ່ສຸດໃນການເກັບຂໍ້ມູນດ້ວຍເລກຖານສອງ ຄື: 0 ກັບ1.

ໄບຕ໌ (byte) ແມ່ນຫຍັງ?

ປະກອບດ້ວຍຂໍ້ມູນແປດບິດລຽງຕໍ່ກັນເປັນ 1 ໄປຕ໌ ຊື່ງແທນລະຫັດໃດ້ 2 ຍົກກຳ ລັງ 8=256 ແບບໃນລະບົບແບບເດີມຈະເກັບຂໍ້ມູນ 1 ໄປຕ໌ = 1 ຕົວອັກສອນ ທີ່ເອີ້ນວ່າ: ລະຫັດ ແບບ ແອສກີ້ ” ຫຼື ASCII) ແຕ່ໃນປະຈຸບັນເພິ່ມເປັນ 2-4 ໄບຕ໌ =1 ຕົວອັກສອນ ເພື່ອໃຫ້ສາມາດ ໃຊ້ແທນສະຫຼະໃນພາສາຕ່າງໆ ທົ່ວໂລກໃດ້ພ້ອມກັນເຖິງຫຼັກໝື່ນຫຼືແສນໂຕ (ເຊັ່ນ: ໃນພາສາຈີນ ຫຼື ຍີ່ປຸ່ນທີ່ມີສະຫຼະນັບໝື່ນແບບ) ຫຼືທີ່ເອີ້ນວ່າຢູນິໂຄດ” (Unicode).

ຟິດ (fied) ແມ່ນຫຍັງ?

 ເປັນໜ່ວຍຍ່ອຍສຸດຂອງຂໍ້ມູນຊື່ງມີຄວາມໝາຍສະເພາະເຈາະຈົງລົງໄປ ເຊັ່ນ: TG601 “ເປັນລະຫັດທຽວບິນຂອງສາຍການບິນຂອງສາຍການບິນໄທທີ່ບິນໄປຮ່ອງກົງ ຫຼື “ ສົມ ຊາຍ” ເປັນຊື່ນັກສຶກສາໃນວິທະຍາໄລແຫ່ງໜື່ງເປັນຕົ້ນ.

ເຣຄອດ (record) ແມ່ນຫຍັງ?

 ຄືກຸ່ມຂອງຟິດທີ່ສໍາພັນກັນ ໂດຍໃນ 1 ເຣຄອດ ຈະປະກອບດ້ວຍຟິດຕ່າງໆ ລວມກັນເປັນຂຸດ ເຊັ່ນ: ເຣຄອດຂອງຂໍ້ມູນນັກສຶກສາ 1 ຄົນ ຈະປະກອບດ້ວຍຟິດທີ່ກຽ່ວຂ້ອງ ເຊັ່ນ: ລະຫັດປະຈຳຕົວນັກສຶກສາ, ຊື່-ນາມສະກຸນ, ວັນເກີດ, ເລກປະຈໍາຕົວປະຊາຊົນ, ທີ່ຢູ່ ແລະ ເບີໂທລະສັບທີ່ຕິດຕໍ່ໃດ້.

ໄຟຣ (file) ຫຼື ແຟ້ມຂໍ້ມູນ ແມ່ນຫຍັງ?

ຄືກຸ່ມຂອງເຣຄອດທີຕໍ່ສໍາພັນກັນ (ມີພີດກົງກັນ) ເຊັ່ນ: ໃນແຟ້ມຂໍ້ມູນ ລາຍຊື່ນັກສຶກສາ ກໍ່ຈະປະກອບດ້ວຍຂໍ້ມູນລາຍຊື່ນັກສຶກສາທຸກຄົນຂອງສະຖາບັນ

ລົດຄວາມຊໍ້າກັນຂອງຂໍ້ມູນ (Reduced Data Redundancy) ແມ່ນຫຍັງ?

ບໍ່ໃຫ້ຈັດເກັບຂໍ້ມູນຂຸດດຽວກັນ ໃນຫຼາຍແຟ້ມ ເຊັ່ນ: ຝ່າຍການເງິນກັບຝ່າຍຂອງ ຕ່າງກໍ່ເກັບຂໍ້ມູນລູກຄ້າໃວ້ທີ່ຝ່າຍຂອງຕົນເອງ ເຮັດໃຫ້ເປືອງພື້ນທີ່ໃນການຈັດເກັບຂໍ້ມູນໂດຍບໍ່ມີປະໂຫຍດ ເທົ່າ ໃດກໍ່ຈະເຮັດໃຫ້ຊັບຊ້ອນຫຼາຍເທົ່ານັ້ນ. ຖ້າເກັບຂໍ້ມູນຖືກຕ້ອງລະອຽດຫຼາຍ

ຄວາມຂັດແຍ່ງຂອງຂໍ້ມູນ (Reduced Data Inconsistency) ແມ່ນຫຍັງ?

ເມື່ອມີການເກັບຂໍ້ມູນຊໍ້າກັນຫຼາຍ ເທົ່າໃດກໍ່ມີໂອກາດຂັດແຍ່ງກັນໃດ້ ເຊັ່ນ: ເລກບັດປະຊາຊົນຂອງລູກຄ້າໃນຂໍ້ມູນຂອງຝ່າຍບັນຊີ ອາດເປັນໃດ້ສະເພາະຕົວເລກລ້ວນ: 13 ຫຼັກໃນຄະນະທີ່ຂໍ້ມູນດຽວກັນຂອງຝ່າຍຂາຍອາດກຳນົດ ຜິດ ຄືຍອມໃຫ້ມີໃດຍັງຕົວເລກແລະຕົວອັກສອນ ຊຶ່ງຫາກຝ່າຍຂາຍປ້ອນຂໍ້ມູນຜິດ ເຊັ່ນ: ມີໂຕ ອັກສອນຫຼົງເຂົ້າໄປ ກໍ່ຈະບໍ່ສາມາດນໍາຂໍ້ມູນນີ້ໄປເຊື່ອມໂຍງກັບຂໍ້ມູນຂອງຝ່າຍບັນຊີໃດ້ ແຕ່ຖ້າ ເປັນລະບົບຖານຂໍ້ມູນ ກໍ່ຈະມີຂໍ້ມູນທີ່ຖືກຕ້ອງພຽງຊຸດດຽວ ແລະ ມີການກຳນົດຊະນິດ ແລະ ຄວາມຍາວຂອງພືດນັ້ນຢ່າງຖືກຕ້ອງ.

ການຮັກຄວາມຄົງສະພາບຂອງຂໍ້ມູນ (Improved Data Integrity) ແມ່ນຫຍັງ?

ເປັນການຮັກສາຄວາມຖືກຕ້ອງສອດຄ່ອງ ສົມເຫດຜົນຂອງຂໍ້ມູນ ເຊັ່ນ: ຍອດເງິນຕາມອໍເດີທີ່ຂ່ຍໄປຂອງຝ່າຍຂາຍກັບ ຝ່າຍບັນຊີ ຈະຕ້ອງຄືກັນ ເພາະເປັນຂໍ້ມູນຊຸດດຽວກັບທີ່ຝ່າຍຂາຍເປັນຄົນປ້ອນຂໍ້ມູນເຂົ້າມາ ຫຼື ເລກບ່ອນນັ່ງ ແລະ ຊື່ຜູ້ໂດຍສານໃບລະບົບຈອງອອນລາຍ ກັບໃນລະບົບເຊັກອິນຢູ່ສະໝາານບິນ ດຽວກັນໃນຖຽວບິນດຽວກັນ ຈະຕ້ອງຄືກັນ. ເພາະຜູ້ໂດຍສານເປັນຄົນຂຽນຂໍ້ມູນເຂົ້າມາເອງຜ່ານ ເວັບ ບໍ່ດັ່ງນັ້ນຜູ້ໂດຍສານເປັນຄົນຂຽນຂໍ້ມູນເຂົ້າມາເອງຜ່ານເວັບບໍ່ ດັ່ງນັ້ນ ຜູ້ໂດຍສານກໍ່ຈະ ເດີນທາງບໍ່ໃດ້.

ໃຊ້ຂໍ້ມູນຮ່ວມກັນໃດ (Shared Data) ແມ່ນຫຍັງ?

ການຈັດເກັບຂໍ້ມູນໄວ້ບ່ອນດຽວກັນ ເຮັດໃຫ້ແຕ່ລະຝ່າຍ ໃນອົງກອນສາມາດເອີ້ນໃຊ້ຂໍ້ມູນລະຫວ່າງກັນໃດ້ໂດຍງ່າຍ ເຊັ່ນ: ຝ່າຍການເງິນເກີດຕ້ອງການຂໍ້ ມູນກຽ່ວກັບພະນັກງານຂາຍທີ່ເບິ່ງແຍງລູກຄ້າລາຍນຶ່ງ ກໍ່ສາມາດເອີ້ນໃຊ້ໃດ້ຈາກຖານຂໍ້ມູນເລີຍ

ລົດໄລຍະການເວລາພັດທະນາລະບົບງານ (Reduced Development Time) ແມ່ນຫຍັງ?

ການໃຊ້ຖານຂໍ້ ມູນທີ່ເຮັດໃຫ້ລົດຄວາມຊໍ້າຊ້ອນຂອງຂໍ້ມູນ (Data Redundancy) ລົດຄວາມຂັດແຍ່ງຂອງຂໍ້ມູນ (Data Inconsistency) ລວມທັງການຮັກສາສະພາບຂອງຂໍ້ມູນ (Data Integrity) ທີ່ໃດ້ນັ້ນ ເຮັດໃຫ້ບັນຫາໃນການພັດທະນາລະບົບງານຕ່າງໆທີ່ເກີດຂື້ນມີໜ້ອຍຫຼາຍສົ່ງຜົນໃຫ້ນັກພັດທະນາ ລະບົບປະຢັດເວລາໃດ້ຫຼາຍຍິ່ງຂຶ້ນ.

ງ່າຍຕ້ອງການເຂົ້າເຖິງຂໍ້ມູນ (Easier Access) ແມ່ນຫຍັງ?

ຖານຂໍ້ມູນຊ່ວຍໃຫ້ເຂົ້າເຖິງຂໍ້ມູນໃດ້ງ່າຍຂື້ນ ເພາະມີກົນໄກໃນການເຂົ້າເຖິງຂໍ້ມູນທີ່ເປັນແບບດຽວກັນ ໂດຍຊະເພາະໃນລະບົບການຈັດການ ຖານຂໍ້ມູນເຊິ່ງສໍາພັນທີ່ເອີ້ນວ່າ: RDBMS (Relational Database Management System ເບິ່ງຫົວຂໍ້ຕໍ່ໃປ) ຈະມີຄໍາສັ່ງໃນການເອີ້ນຫາຂໍ້ມູນເປັນພາສາ SQL (Structured Query Language) ໃຫ້ສາມາດເຂົ້າເຖິງຂໍ້ມູນໃດ້ຕາມທີ່ຕ້ອງການເຊັ່ນ: ການຄົ້ນ, ປຽ່ນແປງແກ້ໄຂ ເພີ່ມ ແລະ ລົບລາຍການຂໍ້ມູນ

ລະບົບ System ແມ່ນຫຍັງ?

ຄືໜ່ວຍຍ່ອຍໆທີ່ປະກອບກັນເປັນໜ່ວຍໃຫ່ຍເພື່ອໃຫ້ບັນລຸວົດຖຸປະສົງ ຫຼື ເປົ້າ ໝາຍຢ່າງໄດຢ່າງໜື່ງຊື່ງໜ່ວຍບ່ອຍໆ ເຫຼົ່ານັ້ນສາມາດເຮັດວຽກຮ່ວມກັນໃດ້ເປັນຢ່າງດີ ໂດຍມີຄວາມສໍາ ພັນແລະໃຊ້ຂະບວນການ ຫຼື ວິທີການຢ່າງໃດຢ່າງໜື່ງເພື່ອຈັດລະບຽບຂອງ ອົງປະກອບ ຫຼື ໜ່ວຍງານ ເຫຼົ່ານັ້ນ ເພື່ອໃຫ້ບັນລຸເປົ້າໝາຍຫຼືຈຸດປະສົງ ອັນດຽວກັນໃດ້.

ວົງຈອນການພັດທະນາລະບົບ (SDCL) ແມ່ນຫຍັງ?

ໃນການພັດທະນາລະບົບວຽກ ຈະມີວົງຈອນການເຮັດວຽກທີ່ເປັນລຳດັບຂັ້ນຕອນຊັດເຈນຕັ້ງແຕ່ ເລີ້ມຕ້ອງຕົ້ນວ່າເລີ້ມເຮັດຫັຍງແນ່ ແລະ ເມື່ອພັດທະນາສໍາເລັດແລ້ວ ຈະຕ້ອງບຳລຸງຮັກສາ ຫຼື ເບິ່ງແຍງ ລະບົບຕໍ່ໄປຢ່າງໃດ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໃດ້ເຊິ່ງເປັນປົກກະຕິມັກ ຈະແບ່ງເປັນຂັ້ນຕອນຕ່າງໆເຫຼົ່ານີ້ຈະສຳພັນກັນຕະຫຼອດເວລາຈົນກວ່າລະບົບວຽກຈະແລ້ວຈຶ່ງເອີ້ນວ່າ: ວົງຈອນການພັດທະນາລະບົບ ຫຼື SDLC ( System Development Life Cycle)

ກໍານົດປັນຫາ (Problem Definition) ແມ່ນຫຍັງ?

 ໃນຂັ້ນຕອນທີນຶ່ງນີ້ມີຄວາມສໍາຄັນຕໍ່ການວິເຄາະ ແລະ ອອກແບບລະບົບຫຼາຍ ເພາະຈະຕ້ອງມີການເກັບລາຍລະອຽດຕ່າງໆ ໂດຍຮວບລວມ ປັນຫາທີ່ເກີດຂຶ້ນຈາກການເຮັດວຽກດວ້ຍລະບົບແບບເກົ່າ ເພື່ອໃຫ້ສາມາດບັນລຸ ຫຼື ແກ້ໄຂ ປັນຫາຕ່າງໆ ທີ່ມີ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໃຫ້ຫຼາຍທີ່ສຸດ ໂດຍຂໍ້ມູນທີ່ ໃດ້ມານີ້ຈະນໍາມາກໍານົດຄວາມຕ້ອງການຂອງຜູ້ໃຊ້ (User Requirements) ຈຶ່ງຖືກນໍາໄປໃຊ້ເປັນຂໍ້ມູນໃນຂັ້ນຕອນຖັດໄປ ນັກວິເຄາະລະບົບຈະໃຊ້ເທັກນິກໃນການເກັບຮວບຮວມຂໍ້ມູນ ທີ່ເອີ້ນວ່າ (Fact Gathering Techniques) ໂດຍລວບລວມຂໍ້ມູນຈາກເອກະສານ ແລະ | ລາຍງານຕ່າງໆ ແຜນຜັງຂອງອົງກອນ ແບບສອບຖາມ ການສັງເກດ ລວມເຖິງການສໍາພາດ ຜູ້ໃຊ້ງານ ແລະ ຜູ້ກຽວຂ້ອງກັບລະບົບ.

ວິເຄາະລະບົບ (Analysis) ແມ່ນຫຍັງ?

ເປັນຂະບວນການສ້າງຄວາມເຂົ້າໃຈໃນຄວາມຕ້ອງການຂອງຜູ້ ໃຊ້ ໂດຍວິເຄາະການເຮັດວຽກຂອງລະບົບເດີມ ແລະ ກຳນົດຄວາມຕ້ອງການຂອງລະບົບໃໝ່ ວ່າຈະຕ້ອງເຮັດແນວໃດ ມີຂໍ້ມູນຫັຍງ ແລະ ສຳພັນກັນຢ່າງໃດ ເມື່ອວິເຄາະແລ້ວສະຫຼຸບອອກ ມາໃນຮູບແບບແຜນວາດຕ່າງໆ ເຊັ່ນ: ແຜນພາບກະແສຂໍ້ມູນ ຫຼື DFD (Data Flow Diagram) ຫຼືແບບຈໍາລອງຂໍ້ມູນ (Data Model).

ອອກແບບລະບົບ (Design) ແມ່ນຫຍັງ?

ເປັນນັ້ນຕອນທີ່ກຽ່ວຂ້ອງກັບການສະເໜີລະບົບໃໝ່ວ່າຈະ ພັດທະນາແນວໃດ ໂດຍນໍາຂໍ້ມູນທີ່ວິເຄາະໃດ້ຈາກຂັ້ນຕອນທີ່ແລ້ວມາແຍກຍ່ອຍ ແລະ ອອກ ແບບໃຫ້ຕົງຕາມຄວາມຕ້ອງການ ເປັນຄືພິມຂຽວລະບົບວຽກມີການອອກແບບລາຍລະອຽດສໍາ ລັບການເຮັດວຽກຂອງຜູ້ໃຊ້ ເຊັ່ນ: ອອກແບບລາຍການຕ່າງໆ ແບບຟອມ ໜ້າຈໍການເຮັດ ວຽກ ອອກແບບຖານຂໍ້ມູນ ແລະ ອອກແບບຜັງວຽກລະບົບ (System Flow Chart).

Context Diagram ແມ່ນຫຍັງ?

ເປັນແຜ່ນພາບກະແສຂໍ້ມູນໃນລະດັບສູງ (ຫຼື DFD ລະດັບ 0) ເນັ້ນ ສະແດງພາບລວມຂອງລະບົບຊຶ່ງອະທິບາຍຂອບເຂດຂອງລະບົບກຽ່ວຂ້ອງກັບໄຄ ນໍາເຂົ້າ ຫຼື ສົ່ງຂໍ້ມູນ ຫັຍງອອກໄປແນ່ ໂດຍທີ່ບໍ່ເວົ້າເຖິງການປະມວນຜົນ (Process) ແລະ ການເກັບຂໍ້ມູນ (Datastore) ເນື່ອງຈາກລາຍລະອຽດເຫຼົ່ານີ້ຈະເປັນເລື່ອງຂອງແຜນພາບກະແສຂໍ້ມູນ ຫຼື DFD ນັ້ນເອງ.

ພັດທະນາລະບົບ (Development) ແມ່ນຫຍັງ?

ເປັນຂັ້ນຕອນທີ່ສ້າງລະບົບຕາມແບບພິມຂຽວທີ່ໃດ້ ອອກແບບໄວ້ ໂດຍໂປຼແກຼມເມີຈະລົງມືຂຽນໂປຼແກຼມໃນແຕ່ລະສ່ວນທີ່ອອກແບບໃວ້ ຫຼື ເອີ້ນ ວ່າ: ການ Implementation ແລ້ວນໍາມາປະກອບກັນເພື່ອໃຫ້ສາມາດເຮັດຕາມຄວາມ ຕ້ອງການທີ່ອອກແບບໄວ້ໄດ້ (ອາດເປັນການຂຽນໂປຼແກຼມໃໝ່ທັງໝົດ ປັບປຸງໂປຼແກຼມເດີມທີ່ ມີຢູ່ ຫຼືນໍາໂປຼແກຼມບາງສ່ວນຂອງລະບົບເດີມມາລວມກັນກໍ່ໄດ້) ຫາກມີທີມງານຂຽນໂປຼແກຼມກໍ່ ອາດຈໍາເປັນຕ້ອງຈ້າງບຸກຄົນພາຍນອກ (Outsource) ໃຫ້ເຮັດໜ້າທີ່ຂຽນໂປຼແກຼມເຫຼົ່ານັ້ນແທນ.

ທົດສອບລະບົບ (Testing) ແມ່ນຫຍັງ?

 ເມື່ອໄດ້ໂປຼແກຼມ ຫຼື ລະບົບຕາມທີ່ທີມພັດທະນາໂປຼແກຼມໄດ້ ຂຽນໄວ້ແລ້ວ ຫົວນາທີມພັດທະນາລະບົບ (Project Leader) ທີ່ຮັບຜິດຊອບໃນການຂຽນ ໂປຼແກຼມເຫຼົ່ານີ້ ຈະຕ້ອງເບິ່ງແຍງເລື່ອງການທົດສອບລະບົບ ແລະ ຈັດທໍາເອກະສານສໍາລັບ ເປັນຄູ່ມືໃຫ້ຜູ້ໃຊ້ວຽກໄດ້ໄປປະຕິບັດໄດ້ຢ່າງງ່າຍຂື້ນທົ່ວໄປແລ້ວການທົດສອບລະບົບຈະແບ່ງ ການທົດສອບອອກເປັນສ່ວຍຍ່ອຍກ່ອນ (Unit Testing) ເມື່ອສ່ວນຍ່ອຍແຕ່ລະສ່ວນຜ່ານ ການທົດສອບແລ້ວ ຈຶ່ງນໍາມາລວມກັນແລ້ວທົດສອບເປັນລະບົບ (System Testing) ເຊິ່ງ ເຮົາເອີ້ນຜູ້ທີ່ເຮັດໜ້າທີ່ທົດສອບລະບົບວ່າ Tester.

ຕິດຕັ້ງລະບົບ (Installation ຫຼື Deployment) ແມ່ນຫຍັງ?

ຫຼັງຈາກທົດສອບການໃຊ້ງານລະບົບຮຽບ ຮ້ອຍແລ້ວ ຈຶ່ງນາລະບົບທີ່ພັດທະນາໃໝ່ມາຕິດຕັ້ງເພື່ອໃຊ້ວຽກໄດ້ຈິງ ໂດຍອາດປຽ່ນມາໃຊ້ລະບົບໃໝ່ທັງໝົດທັນທີ ວິທີນີ້ມີຄວາມສຽງຄື: ຫາກລະບົບໃໝ່ຍັງເຮັດວຽກບໍ່ໄດ້ຈະມີຜົນເສຍຂອງຂໍ້ມູນແລະການເຮັດ ວຽກຂອງຜູ້ໃຊ້) ຫຼືຄ່ອຍໆປັບປ່ຽນໂດຍນຳລະບົບໃໝ່ມາປັບໃຊ້ເທື່ອລະສ່ວນຈົນຄົບທຸກສ່ວນ ຫຼື ຈະເລີ່ມລາຍງານລະບົບໃໝ່ຄູ່ຂະໜານໄປກັບລະບົບເດີມ ແລະເມື່ອແນ່ໃຈແລ້ວວ່າລະບົບໃໝ່ສາມາດເຮັດວຽກໄດ້ດີ ຈື່ງຄ່ອຍຍົກເລີກການໃຊ້ວຽກ ລະບົບເດີມ (ວິທີນີ້ສຽງນ້ອຍ ແຕ່ຜູ້ໃຊ້ຕ້ອງເຮັດວຽກຊ້ອນສອງລະບົບຊື່ງເປືອງ ແຮງກວ່າ).

ການບຳລຸງຮັກສາ (Maintenance) ແມ່ນຫຍັງ?

ເປັນຂັ້ນຕອນສຳຄັນຫຼັງຈາກນຳລະບົບທີ່ຜ່ານມາທົດ ສອບແລ້ວໄປໃຊ້ວຽກຈິງຊຶ່ງລະບົບອາດເກີດບັນຫາຂື້ນອີກກໍ່ໄດ້ ດັ່ງນັ້ນ ຈື່ງຕ້ອງມີການວາງ ແຜນກຽມການຮອງນັບ ຫຼື ແກ້ໄຂບັນຫາ. ໃນການໃຊ້ວຽກລະບົບຕະຫຼອດເວລາ ໂດຍອາດມີ ທີມງານທີ່ສະໜັບສະໜຸນຄອຍແກ້ໄຂຂໍ້ຜິດພາດໃນໂປຼແກຼມລວມທັງອົບຮົມ ຫຼື ຈັດສອນການ ໃຊ້ງານລະບົບຢ່າງຖືກຕ້ອງ ແລະ ມີປະສິດທິພາບດ້ວຍ.

ເຕັກໂນໂລຍີ ແມ່ນຫຍັງ?

ໝາຍເຖີງ ການນໍາເອົາຄວາມຮູ້ທາງວິທະຍາສາດເຂົ້າມາພັດທະນາເປັນຄວາມຮູ້ໃໝ່ ເພື່ອນໍາມາປະຍຸກ ໃຫ້ເກີດຜົນປະໂຫຍດ ເຊີ່ງເຕັກໂນໂລຢີທີ່ນໍາມາໃຊ້ຈັດການຂໍ້ມູນຂ່າວສານຕ່າງໆເຫຼົ່າ ນີ້ ອາດກ່ຽວຂ້ອງກັບເຕັກໂນໂລຢີທາງດ້ານຄອມພິວເຕີ ເຕັກໂນໂລຢີທາງການຊື່ສານ ແລະ ໂທລະ ຄົມມະນາຄົມ.

ລະບົບຂໍ້ມູນຂ່າວສານ (Information System) ແມ່ນຫຍັງ?

 ທີ່ອາໃສເຕັກໂນໂລຢີຄອມພິວເຕີເຂົ້າມາຈັດການ ກັບຂໍ້ມູນໃນອົງກອນ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕ້ອງການຢ່າງມີປະສິດທິພາບ ປະກອບດ້ວຍບຸກຄະລາກອນຮາດແວຣ໌ ເຄືອຂ່າຍການສື່ສານ ແລະ ຊັບພະຍາກອນດ້ານຂໍ້ມູນ ສໍາລັບຈັດເກັບ ລວບລວມ ປັບ ປ່ຽນ ແລະເຜີຍແພ່ຂໍ້ມູນຂ່າວສານ ຫຼື ການນໍາມາໃຊ້ປະໂຫຍກພາຍໃນອົງກອນ.

ລະດັບສູງ (Top Level Management) ແມ່ນຫຍັງ?

ກຸ່ມນີ້ຄືຜູ້ບໍລິຫານລະດັບສູງເຊີ່ງມີໜ້າທີ່ກໍານົດ ແລະ ວາງແຜນ ກົນລະຍຸດທາງອົງກອນເພື່ອນໍາໄປສູ່ເປົ້າໝາຍທີ່ຕ້ອງການ ແຫຼ່ງຂ່າວສານທີ່ນໍາມາໃຊ້ ຈະເປັນຂໍ້ມູນທີ່ຊ່ວຍໃນການຕັດສີນໃຈ ໂດຍມຮຂໍ້ມູນຂ່າວສານຈາກພາຍໃນ ແລະ ພາຍນອກ ເພື່ອກໍານົດແນວທາງ ແລະ ສະຖານະການໂດຍລວມ ໃນກຸ່ມນີ້ອາດຈະປະກອບດ້ວຍປະທານ ບໍລິສັດ ກຳມະການຜູ້ຈັດການ ກຳມະການບໍລິຫານ ຜູ້ຈັດການທົ່ວໄປເຊິ່ງລະບົບຂໍ້ມູນຂ່າວສານ ທີ່ໃຊ້ໃນລະດັບນີ້ຈະຕ້ອງອອກແບບມາໃຫ້ງ່າຍ ແລະ ດວກໃນການໃຊ້ງານ ບໍ່ມີຄວາມຊັບຊ້ອນ ຫຼື ຫຍຸ້ງຍາກຫຼາຍ ຜົນລັບທີ່ສະແດງອາດຈໍາເປັນຕ້ອງໃຊ້ການນໍາສະເໜີດ້ານກາຟິກ ຈໍາເປັນຕ້ອງຕອບສະໜອງຕໍ່ການຕັດສີນໃຈທີ່ວ່ອງໄວ ແລະ ທັນເວລາເຊັ່ນກັນ.

ລະດັບກາງ (Middle Level Management) ແມ່ນຫຍັງ?

ກຸ່ມນີ້ຄືຜູ້ບໍລິຫານໜ່ວຍງານຕ່າງໆໃນອົງກອນ ເຊັ່ນ: ຜູ້ຈັດການຝ່າຍຂາຍ ຜູ້ຈັດການຝ່າຍບັນຊີ ຝ່າຍຜະຫຼິດ ເຊິ່ງໄດ້ຮັບນະໂຍບາຍຈາກຜູ້ ບໍລິຫານລະດັບສູງມາສານຕໍ່ໃຫ້ບັນລຸເປົ້າໝາຍ ທີ່ກໍານົດໄວ້ ດ້ວຍການບໍລິຫານຈັດການຢ່າງມີ ປະສິດທິພາບ ຂໍ້ມູນຂ່າວສານທີ່ນໍາມາໃຊ້ໄດ້ມາຈາກຂໍ້ມູນພາຍໃນເຊັ່ນ: ລາຍງານຍອດຂາຍ ຫຼື ຂໍມູນະຈໍາປີຂອງຝ່າຍການຜະລິດຂໍ້ມູນຂ່າວສານ ຈື່ງຕ້ອງການຈັດອັນດັບທາງເລືອກແບບຕ່າງໆ ໄວ້ ໂດຍເລືອກໃຊ້ຄ່າທ່າງສະຖິຕິ ຊ່ວຍພະນາກອນ ຫຼື ທໍານາຍທິດທາງໄວ້ດ້ວຍ ຫາກລະດັບ ການຕັດສີນໃຈນັ້ນຊ້ຳຊ້ອນ ຫຼື ຫຍຸ້ງຍາກຫຼາຍເກີນໄປ.

ລະດັບການປະຕິບັດການ (Operationl Top Level Management) ແມ່ນຫຍັງ?

ກຸ່ມນີ້ຄືກຸ່ມທີ່ປະຕິບັດງານເຫຼັກ ຂອງອົງກອນເຊັ່ນ: ການຜະລິດສີນຄ້າ ການຈັດຫາວັດຖຸດີບ ແລະ ວຽກທົ່ວໄປໃນອົງ ກອນທີ່ບໍ່ຈໍາເປັນຕ້ອງໃຊ້ການວາງແຜນທີ່ບໍ່ຈໍາເປັນຕ້ອງໃຊເການວາງແຜນ ແລະ ການຕັດສິນໃຈ ຫຼາຍຂໍ້ມູນໃນລະດັບນີ້ຈະຖືກນໍາໄປປະມານຜົນໃນລະດັບກາງ ແລະ ລະດັບສູງເຊັ່ນ: ອໍເດີຂອງ ລູກຄ້າ ລາຍງານການຝາກຖອນເງີນປະຈໍາວັນ ຍອດສິນຄ້າທີ່ຍັງເຫຼືອ ຫຼື ລາຍງານການຜະລິດ ແຕ່ລະມື້ ບຸກຄະລາກອນທີ່ກ່ຽວຂ້ອງຈະຢູ່ໃນລະດັບຫົວໜ້າວຽກ ຜູ້ຄຸມວຽກ ລວມເຖີງພະນັກງານ ທີ່ປະຕິບັດວຽກປະຈຳມື້ດ້ວຍ.

ລະບົບປະມວນຜົນລາຍການປະຈໍາວັນ (Transaction Pracessing Systems : TPS) ແມ່ນຫຍັງ?

ເປັນລະບົບປະມວນຜົນທາງທຸລະກິດທີ່ເກີດປັນປະຈໍາຄົງທີ່ ແລະ ປະຕິບັດງານຊາໆກັນເຊັ່ນ: ການບັນທືກຍອດຂາຍປະຈໍາວັນ ລາຍການຝາກຖອນເງິນ ລາຍການສັ່ງຊື້ຈາກລູກຄ້າລາຍການຢືມຄືນ ວັດສະດຸປະຈໍາວັນ ເປັນຕົ້ນ ລະບົບ TPS ນີ້ມັກໃຊ້ລະດັບປະຕິບັດການ (Operational Level Management) ໂດຍຂໍ້ມູນຂ່າວສານທີ່ໄດ້ຈະຖືກນໍາໄປທໍາເປັນລາຍງານຕາມຄວາມຕ້ອງການ ຫຼື ການ ປະມວນຜົນຂັ້ນສູງຕໍ່ໄປ.

ລະບົບສະໜັບສະໜູນການຕັດສີນໃຈ (Decision Support Systems: DSS) ແມ່ນຫຍັງ?

ເປັນລະບົບທີ່ນໍາມາໃຊ້ຊ່ວຍຕັດສິນໃຈໃນລະດັບກາງ (Middle Level Management) ແລະ ລະດັບສູງ (Top Level Management) ເຊິ່ງຈະຊ່ວຍໃຫ້ບຸກຄະລາກອນໃນລະດັບນັ້ນໆ ສາມາດ ຕັດສິນໃຈໄດ້ງ່າຍ ວ່ອງໄວ ແລະຖືກຕ້ອງຂື້ນ ກິດທີ່ຮຸນແຮງ ໂດຍສະເພາະໃນເລື່ອງຂອງການແຂ່ງຂັນທາງດ້ານທຸລະ ຄວາມໄດ້ປຽບໃນເລື່ອງການຕັດສິນໃຈຈະເປັນສິ່ງທີ່ຄວນຄໍານຶງຫຼາຍເຊັ່ນກັນລະບົບການຕັດສິນໃຈດັ່ງກ່າວຈະຕອບສະໜອງຢ່າງທັນທີ ມີຄວາມຍືດປຸ້ນ ມີການວິເຄາະ ຫຼື ພະຍາກອນຄ່າທ່າງ ສະຖິຕິເພື່ອຊ່ວຍໃນການຕັດສີນໃຈງ່ານຂື້ນ ແລະ ປັບໃຊ້ໄດ້ໃນຫຼາຍໆສະຖານະການ.

ລະບົບຂໍ້ມູນຂ່າວສານເພື່ອຜູ້ບໍລິຫານ (Executive Information Systems: ELS) ແມ່ນຫຍັງ?

ຄືລະບົບການຕັດສີນໃຈຮູບແບບໜື່ງທີ່ໃຊ້ສໍາລັບຜູ້ບໍລິຫານລະດັບສູງໂດຍສະເພາະມັກໃຊ້ ສໍາລັບກວດສອບຄອບຄຸມ ຫຼື ເບີ່ງທິດທາງແນວທາງໂດບລວມ ເພື່ອໃຫ້ປັບປ່ຽນກົນລະຍຸດຕ່າງຕ່າງໆ ໄດ້ຢ່າງທັນເວລາຂໍ້ມູນທີ່ໃຊ້ໃນລະບົບຈະນໍາມາຈາກທັງພາຍໃນ ແລະ ພາຍນອກອົງກອນ ແລະ ຈັດ ສະແດງຜົນລັບໃນຮູບແບບຂໍ້ສະຫຼຸບທີ່ອ່ານ ແລະ ເບີ່ງຂໍ້ມູນໄດ້ງ່າຍ ມີການໃຊ້ງານທີ່ບໍ່ຊັບຊ້ອນຫຼາຍ ເຮັດໃຫ້ຜູ້ບໍລິຫານຮູ້ເຖີງແນວທາງໄດ້ໃນເວລາທີ່ວ່ອງໄວ ເຊີ່ງຂໍ້ມູນຂ່າວສານທີ່ໄດ້ຈະຖືກກອງ ຫຼື ປະມວນຜົນມາຈາກລະບົບທີ່ໃຊ້ໃນລະດັບປະຕິບັດການ TPS ຫຼື ລະດັບກາງ DSS ມາກ່ອນແລ້ວ

ລະບົບຜູ້ຊ່ຽວຊານ (Expert Systems) ແມ່ນຫຍັງ?

ລະບົບຂໍ້ມູນຂ່າວສານທີ່ອາໃສຖານຄວາມຮູ້ມາປະຍຸກໃຊ້ໃນການວິໃນຫຼືສັ່ງການ ມີການຈັດເກັບ ປະສົບການຂອງຜູ້ຊ່ຽວຊານມາລວບລວມໄວ້ ເອີ້ນວ່າຖານຄວາມຮູ້ (Knowledge Base) ເມື່ອຜູ້ໃຊ້ງານຕ້ອງການຂໍ້ມູນມາຕັດສິນໃຈ ຖານຂໍ້ມູນດັ່ງກ່າວຈະຖືກນໍາມາຫາຂໍ້ສະຫຼຸບ ແລະ ຊ່ວຍໃນການຕັດສີນໃຈຕ່າງໆໄດ້ ເຮັດໃຫ້ຫຼຸດບັນຫາການຂາດແຄນບຸກຄະລາກອນຜູ້ສ່ຽວຊານລົງໄດ້.

ສະບົບສໍານັກງານອັດຕະໂນມັດ (Office Automation Systems: OAS) ແມ່ນຫຍັງ?

ເປັນລະບົບທີ່ນໍາມາໃຊ້ໃນສໍານັກງານເພື່ອປະໂຫຍດຕໍ່ການເຮັດວຽກໃຫ້ມີປະສິດທີພາບຫຼາຍຂື້ນ ເຕັກໂນໂລຢີທີ່ນໍາມາໃຊ້ຈະອາໃສອຸປະກອນສໍານັກງານທົ່ວໄປເຊັ່ນ: ເຄື່ອງກ໋ອບປີ້ ຄອມພິວເຕີ ເອກະສານ ໂທລະສານ ຫຼື ເທັກໂນໂລຢີເຄືອຂ່າຍ ການຊື່ສານຂັ້ນສູງເຊັ່ນ: ການຊື່ສານຜ່ານດາວທຽມ ໄຟເບີ້ອອຟຕິດ ຫຼື ການປະຊຸມທາງໄກ ເພື່ອໃຫ້ວ່ອງໄວ ແລະ ທັນຕໍ່ຄວາມຕ້ອງການ ປະກອບກັບ ຕ້ອງການລົດຄ່າໃຊ້ຈ່າຍ ແລະ ແຮງານທີ່ບໍ່ຈໍາເປັນອອກໄປ.

ລະບົບສາລະສົນເທດເພື່ອການຈັດການ (Management Information Systems: MIS) ແມ່ນຫຍັງ?

ເປັນລະບົບສາລະສົນເທດທີ່ດຶງຂໍ້ມູນຈາກລະບົບປະມວນຜົນລາຍການປະຈໍາວັນ TPS ເພື່ອ ຈັດທໍາຂໍ້ມູນຂ່າວສານໃນລະດັບສູງໃຫ້ກັບຜູ້ບໍລິຫານໃນໜ່ວຍງານຕ່າງໆ ຈົນເຖີງຜູ້ບໍລິຫານສູງສຸດຂອງ ອົງກອນ ດ່ຽວຂ້ອງກັບການນໍາໄປໃຊ້ໃນການວາງແຜນ ແລະ ຄອບຄຸມງານຂອງອົງກອນ ເກືອບຈະທຸກຊັ້ນ ລະບົບສາລະສົນເທດເພື່ອການຈັດການຈະສາລະສົນເທດ ເພື່ອການຈັດການຈະສາມາດຄໍານວນ ແລະ ປຽບທຽບການປະມວນຜົນຕ່າງໆ ລວມເຖີງການອອກລາຍການໄດ້ ແຕ່ລະວຽກງານນັ້ນຈະ ຖືກຕ້ອງຫຼາຍໜ້ອຍຊຳໄດ ຍ່ອມຂື້ນຢູ່ກັບການປະມວນຜົນລາຍການປະຈໍາວັນນັ້ນເອງ

ອ້າງອີງ: ຈາກ ປື້ມ ເທັກໂນໂລຢີຂໍ້ມູນຂ່າວສານ (Information Technology) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

E-Commerce ຫຼື ພານິດເອເລັກໂຕນິກ ແມ່ນຫຍັງ?

 ໝາຍເຖີງ ຮູບແບບການເຮັດທຸລະກໍາຊື້-ຂາຍແລກປ່ຽນສິນຄ້າ ຫຼື ບໍລະການຕ່າງໆ ລະຫວ່າງຜູ້ຜູ້ຊື້ ແລະ ຜູ້ຂາຍ ໂດຍຜ່ານສ່ອງທອງການຈໍາໜ່າຍ ດ້ວຍລະບົບເອເລັກໂນນິກ ແລະ ຄອມພິວເຕີເຊີ່ງຜູ້ຊື້ ແລະ ຜູ້ຂາຍບໍ່ຈໍາເປັນທີ່ຈະຕ້ອງເຈີໜ້າກັນໂດຍຕົງກໍສາມາດຕິດຕໍ່ຊື້ຂາຍສິນຄ້າ ຫຼື ບໍລິການນັ້ນໄດ້ ເຊີ່ງປັດຈຸບັນຈະເຮັດຜ່ານອີນເຕີເນັດ ແລະ ສະມາດ ໂພນປັນຫຼັກ.

ແບບທຸລະກິດກັບທຸລະກິດ (B2B : Business-to-Business) ແມ່ນຫຍັງ?

ເປັນຮູບແບບຂອງການເຮັດ E-Commerce ລະຫວ່າງຜູ້ເຮັດທຸລະກິດນໍາກັນເອງ ມັກເປັນການ ຕົກລົງຊື້ສິນຄ້າ ແລະ ບໍລິການໃນປະລິມານຫຼາຍໆ ແລະ ມີລາຄາການຊື້ຂາຍທີ່ສູງພໍສົມຄວນ ໂດຍຜູ້ຊື້ ແລະ ຜູ້ຂາຍທີ່ເປັນຜູ້ປະກອບການທາງດ້ານທຸລະກີດຈຳນວນຫຼາຍຈະເຂົ້າມາພົບປະແລກປ່ຽນຂໍ້ມູນ ສິນຄ້າລວມເຖີງບໍລິການຕ່າງໆນໍາກັນຜ່ານຊ້ອງທາງທີ່ເບີດໃຫ້ບໍລິການທີ່ເປັນຄື Hup ຫຼືສູນກາງເພື່ອທຳ ຄວາມຕົກລົງເຈລະຈາຊື້ຂາຍສິນຄ້າກັນ ຕົວຢ່າງຂອງຜູ້ທີ່ດໍາເນີນທຸລະກິດໃນລັກຊະນະນິເຊັ່ນ: www.cementhaionline.com, www.alibaba.com, www.pantavanij.com.

ແບບທຸລະກິດກັບຜູ້ບໍລິໂພກ (B2c : Business-to-Consumer) ແມ່ນຫຍັງ?

ເປັນຮູບແບບຂອງ E-Commerce ທີ່ເຫັນຫຼາຍໃນປະຈຸບັນໂດຍຜູ້ປະກອບການຈະໃຊ້ຊ່ອງທາງ ນີ້ເພື່ອຈຳໜ່ສຍສິນຄ້າຕົງເຖີງຜູ້ບໍລິໂພກຈໍານວນຫຼາຍໂດຍທີ່ບໍ່ຕ້ອງຜ່ານຄົນກາງຄືສະໄໝ່ກ່ອນເຮັດໃຫ້ ຕົ້ນທືນ ແລະ ຄ່າໃຊ້ຈ່າຍຕ່າງໆຫຼຸດລົງໄປນໍາ ໂດຍຮ້ານຄ້າຫຼືບໍລິສັດຈະເປີດເວັບໃຊ້ເພື່ອໃຫ້ດລູກຄ້າເຂົ້າ ມາເລືອກຊື້ດ້ວຍຄົນຂເອງລູກຄ້າສາມາດຊຳລະເງີນເພື່ອຊື້ສິນຄ້າ ແລະ ບໍລິການເພື່ອອາໃສຊຶ່ງທາງ ປະເພດນີ້ມີທຸກຮູບແບບຕັ້ງວແຕ່ຈອງທີ່ພັກໂຮງແຮມຈອງປີ້ໂດຍສານ ການຊື້ຂາຍສິນຄ້າປະເພດເສື້ອ ຜ້າດດອໄມ້ໜັງສື ຊອບແວ ຫຼື ສີນຄ້າອຸປະໂພກບໍລິໂພກອື່ນໆເປັນຕົ້ນ ຕົວຢ່າງຂອງເວັບໃຊ້ເຫຼົ່ານີ້ເຊັ່ນ www.amazon.com ແລະ www.lazada.co.th.

ຈະລິຍະທຳ ກັບ ກົດລະບຽບ ແມ່ນຫຍັງ?

ຄົນທີມີ “ຈະລິຍະທຳ” ອາດໝາຍເຖິງຄົນທີ່ໃນກຸ່ມສັງຄົມຍອມຮັບ ວ່າມີສາມັນສໍານຶກທີ່ດີ, ມີຄວາມປະພຶດ, ປະຕິບັດທີ່ດີ ແລະ ບໍ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສັງຄົມ ໂດຍລວມ ກົງກັນຂ້າມກັບຄົນທີ່ “ຂາດຈະລິຍະທຳ” ອາດກ່າວໄດ້ວ່າເປັນຄົນທີ່ກຸ່ມສັງຄົມບໍ່ 12. ຄວາມເປັນສ ຍອມຮັບເນື່ອງຈາກມີຮູບແບບການປະພຶດ ຫຼື ປະຕິບັດຕົນທີ່ບໍ່ມີປະໂຫຍດຕໍ່ສັງຄົມ ຫຼື ອາດສົ່ງ ຜົນທີ່ບໍ່ດີຕໍ່ສັງຄົມ, ການຄວບຄຸມໃຫ້ຄົນມີຈະລິຍະທຳທີ່ດີນັ້ນອາດຈະໃຊ້ຂໍ້ບັງຄັບ ເອົາກົດລະບຽບ ພໍ່ ເພື່ອຕັດສິນວ່າ: ຂອງສັງຄົມມາເປັນສ່ວນສະໜັບສະໜູນເພື່ອຊີ້ໃຫ້ເຫັນວ່າ ຖືກ ຫຼື ຜິດ ເຊັ່ນ ສະຖາບັນການສຶກ ສາອອກກົດລະບຽບ ແລະ ລົງໂທດນັກສຶກສາທີ່ກ່າຍຂໍ້ສອບເສັງ ໂດຍໃຫ້ຕົກທຸກວິຊາຮຽນທີ່

ຄວາມເປັນສ່ວນຕົວ (Information Privacy) ແມ່ນຫຍັງ?

ໝາຍເຖິງສິດສ່ວນຕົວຂອງບຸກຄົນ, ໜ່ວຍງານ ຫຼື ອົງກອນທີ່ຈະຄົງໄວ້ເຊິ່ງຂໍ້ມູນຂ່າວສານທີ່ມີຢູ່ ນັ້ນ ເພື່ອຕັດສິນວ່າຂໍ້ມູນຂ່າວສານດັ່ງກ່າວສາມາດເປີດເຜີຍ ຫຼື ຍິນຍອມໃຫ້ຜູ້ອື່ນນໍາໄປໃຊ້ປະໂຫຍດຕໍ່ ຫຼື ເຜີຍແຜ່ໄດ້ ຫຼື ບໍ່ ຫາກມີການນໍາໄປໃຊ້ແລ້ວຈະຈັດການກັບສິດດັ່ງກ່າວແນວໃດ ເຊິ່ງເປັນສິ່ງທີ່ເຈົ້າ ຂອງສິດຄວນຈະໄດ້ຮັບຮູ້ ແລະ ດ້ວຍເຫດທີ່ສັງຄົມຍຸກຂໍ້ມູນຂ່າວສານມີການຈະເລີນເຕີບໂຕຢ່າງຕໍ່ເນື່ອງ ອີກທັງຂໍ້ມູນມີການເຜີຍແຜ່ ແລະ ເອີ້ນໃຊ້ງານຢ່າງຫຼວງຫຼາຍ ການຄວບຄຸມບໍ່ໃຫ້ມີການລະເມີດ ສິດຄວາມເປັນສ່ວນຕົວນັ້ນອາດເຮັດໄດ້ຄ້ອນຂ້າງຍາກ ໂດຍສະເພາະໃນຍຸກທີ່ອິນເຕີເນັດຟື້ນຟູ ແລະ ຄົນທົ່ວໄປສາມາດເຂົ້າເຖິງຂໍ້ມູນໄດ້ໂດຍງ່າຍ ເຮົາອາດພົບເຫັນການລະເມີດຄວາມເປັນສ່ວນຕົວໂດຍ ທົ່ວໄປເຊັ່ນ ມີການໃຊ້ໂປຣແກຣມຕິດຕາມ ແລະ ສໍາຫຼວດພຶດຕິກຳຂອງຜູ້ທີ່ໃຊ້ງານໃນເວັບໄຊທ໌ ແລະ ລວບລວມຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄປສົ່ງໃຫ້ (ເຊັ່ນການຝັງ cookie ໃນບຣາວເຊີ ຫຼື ໃຊ້ Facebook Pixel) ຜູ້ເຮັດໂຄສະນາອອນລາຍ ເພື່ອວິເຄາະຫາລູກຄ້າກຸ່ມເປົ້າໝາຍສໍາລັບການສົ່ງ ໂຄສະນາໄປໃຫ້ ຜ່ານອີເມລ ຫຼື ສື່ອອນລາຍຄື Facebook ຫຼື ອື່ນໆ ເຊິ່ງຜູ້ໃຊ້ງານບໍ່ມີທາງຮູ້ເລີຍວ່າຂໍ້ມູນຂອງເຮົານັ້ນ ໄດ້ຖືກນໍາໄປໃຊ້ບ່ອນໃດແດ່, ມີຂໍ້ມູນສ່ວນໃດທີ່ຖືກນໍາໄປໃຊ້, ແມ່ນໃຜເປັນຄົນໃຊ້ ແລະ ຈະກໍ່ໃຫ້ເກີດ ຄວາມບໍ່ເປັນສ່ວນຕົວຕາມມາແນວໃດ.

ຈະລິຍະທໍາ (Ethics) ແມ່ນຫຍັງ?

ໝາຍເຖິງແບບແຜນການປະພຶດ ຫຼື ຄວາມມີສາມັນສໍານຶກຕໍ່ສັງຄົມໃນ ສະງສືທີ່ ໂດຍບໍ່ມີກົດເກນຕາຍຕົວຂຶ້ນຢູ່ກັບກຸ່ມສັງຄົມ ຫຼື ການຍອມຮັບໃນສັງຄົມນັ້ນໆເປັນຫຼັກ ໂດຍສ່ວນໃຫຍ່ຈະລິຍະທຳຈະກ່ຽວຂ້ອງກັບການຄິດ ແລະ ການຕັດສິນໃຈໄດ້ວ່າສິ່ງໃດຄວນ-ບໍ່ ຄວນ, ດີ-ບໍ່ດີ, ຜິດ-ຖືກ ເຊັ່ນ: ທ້າວ ສົມສີ ກ່າຍຂໍ້ມູນສອບເສັງທ້າຍພາກຂອງ ນາງ ຄໍາແພງ ການກ່າຍຂໍ້ສອບເສັງດັ່ງກ່າວຂອງ ທ້າວ ສົມສີ ອາດເອົາຜິດທາງກົດໝາຍບໍ່ໄດ້ ແຕ່ເປັນສິ່ງທີ່ ຄົນໃນສັງຄົມການສຶກສາຖືວ່າເປັນສິ່ງທີ່ບໍ່ຄວນເຮັດ ຖືໄດ້ວ່າ ທ້າວ ສົມສີ ຂາດຈະລິຍະທຳທາງ ດ້ານການສຶກສາທີ່ດີນັ້ນເອງ

ຄວາມຖືກຕ້ອງແມ່ນຍາ (Information Accuracy) ແມ່ນຫຍັງ?

ຄວາມຖືກຕ້ອງແມ່ນຍາຂອງຂໍ້ມູນຂ່າວສານເປັນປະເດັນທີ່ມີການເວົ້າເຖິງຫຼາຍເຊັ່ນດຽວກັນ ຂໍ້ມູນ ໃນຍຸກຂອງສັງຄົມຂໍ້ມູນຂ່າວສານນັ້ນຖືກເຜີຍແຜ່ ໂດຍມີການເຂົ້າເຖິງ ແລະ ໃຊ້ງານໄດ້ງ່າຍອາດມີ ບາງປະເດັນທີ່ບໍ່ຕົງກັບຄວາມເປັນຈິງ ຫຼື ມີຄວາມຄາດເຄື່ອນຢູ່ຫຼາຍ ການນໍາຂໍ້ມູນຂ່າວສານໄປໃຊ້ງານ ອາດກໍ່ໃຫ້ເກີດຄວາມເສຍຫາຍໄດ້ ຫາກຜູ້ໃຊ້ຂາດການວິເຄາະ ຫຼື ບໍ່ໄດ້ກວດສອບແຫຼ່ງທີ່ມາຂອງຂໍ້ມູນ ໃຫ້ດີພໍ ຈະລິຍະທໍາສໍາລັບຜູ້ມີໜ້າທີ່ເຜີຍແຜ່ ຫຼື ນໍາສະເໜີຂໍ້ມູນຕ່າງໆເຫຼົ່ານີ້ຄື ການຄໍານຶງຢູ່ສະເໝີວ່າຂໍ້ ມູນທີ່ຈະນໍາມາສະເໜີນັ້ນຕ້ອງຜ່ານການກັ່ນຕອງ ແລະ ກວດສອບຄວາມຖືກຕ້ອງແມ່ນຍາ ລວມເຖິງ ສາມາດນໍາໄປໃຊ້ປະໂຫຍດໄດ້ໂດຍບໍ່ສົ່ງຜົນກະທົບກັບຜູ້ທີ່ກ່ຽວຂ້ອງອີກດ້ວຍ.

ຄວາມເປັນເຈົ້າຂອງ (Information Property) ແມ່ນຫຍັງ?

ສັງຄົມຍຸກຂໍ້ມູນຂ່າວສານທີ່ມີການເຜີຍແຜ່ ແລະ ນໍາສະເໜີຂໍ້ມູນໄດ້ຢ່າງງ່າຍດາຍ ມີເຄື່ອງມື ແລະ ອຸປະກອນທີ່ທັນສະໄໝສະໜັບສະໜູນວິທີການຈັດສ້າງ ແລະ ເຜີຍແຜ່ໄດ້ງ່າຍຂຶ້ນ ກໍ່ໃຫ້ເກີດ ການລອກລຽນແບບ ຫຼື ລະເມີດລິຂະສິດ (Copyright) ອັນເປັນສິດໂດຍຊອບທຳໃນການສະແດງ ຄວາມເປັນເຈົ້າຂອງງານນັ້ນໆ ຂອງບຸກຄົນ ຫຼື ບໍລິສັດຜູ້ສ້າງສັນຜົນງານການລະເມີດດັ່ງກ່າວອາດເຮັດ ໄດ້ ໂດຍທີ່ເຈົ້າຂອງຜົນງານໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມ (ຜົນກະທົບໂດຍກົງເຊັ່ນ ຍອດຈໍາໜ່າຍສິນຄ້ານັ້ນຫຼຸດລົງ ເນື່ອງຈາກມີຄົນຫັນໄປຊື້ເຄື່ອງທີ່ກ່ອບມາຫຼາຍຂຶ້ນ ເຮັດໃຫ້ລາຍໄດ້ຫຼຸດ ລົງ ສ່ວນຜົນກະທົບທາງອ້ອມເຊັ່ນ ກໍ່ໃຫ້ເກີດພາບລັກເສຍຫາຍແກ່ບໍລິສັດ ເນື່ອງຈາກມີການດັດແປງ ແຕ່ງເຕີມຂໍ້ມູນ ແລະ ນໍາໄປໃຊ້ໃນທາງທີ່ຜິດ ເຮັດໃຫ້ຜູ້ອື່ນເຂົ້າໃຈຜິດວ່າເປັນສິ່ງທີ່ບໍລິສັດໄດ້ກະທໍາຂຶ້ນ ເປັນຕົ້ນ) ຕົວຢ່າງຂອງການຂາດຈະລິຍະທຳປະເດັນນີ້ໃນຍຸກກ່ອນຄື ການເຮັດຊ້ຳ ຫຼື ຜະລິດແຜ່ນຊີດີ/ ດີວີດີເພງ, ຮູບເງົາ, ລວມເຖິງແຜ່ນໂປຣແກຣມລະເມີດລິຂະສິດອອກມາຈຳໜ່າຍ

Creative Commons ແມ່ນຫຍັງ?

ຫຼື ບາງຄັ້ງເອີ້ນກັນວ່າ Copyleft (ເພື່ອໃຫ້ສອດຄ່ອງກັບຄໍາວ່າ Copyright) ເປັນການອະນຸຍາດໃຫ້ນໍາຜົນງານໄປໃຊ້ຕໍ່ຍອດໄດ້ແບບມີເງື່ອນໄຂໃນບາງກໍລະນີ ເຊັ່ນ ແຈກໃຫ້ອ່ານ ຫຼື ເບິ່ງປີ ແຕ່ຫ້າມເຮັດເພື່ອຈຳໜ່າຍ ຫຼື ໃຫ້ຈໍາໜ່າຍໄດ້ ແຕ່ເມື່ອນໍາງານ ນັ້ນໄປໃຊ້ແລ້ວຫ້າມລະບຸວ່າເປັນລິຂະສິດຂອງຕົວເອງ ຕ້ອງລະບຸຊື່ເຈົ້າຂອງຜົນງານທີ່ແທ້ຈິງ ແລະ ຮູບແບບການອະນຸຍາດ (License) ຕາມທີ່ເຈົ້ຂອງເດີມກໍານົດໄວ້ດ້ວຍ.

Public Domain ແມ່ນຫຍັງ?

 ເປັນຜົນງານທີ່ບໍ່ສະຫງວນລິຂະສິດ ຖືວ່າເປັນສາທາລະນະຈະນໍາໄປໃຊ້ງານຫຍັງກໍໄດ້ ແຕ່ໃນທາງປະຕິບັດ ແລະ ມາລະຍາດທີ່ດີກໍຄວນໃຫ້ເຄດິດໂດຍລົງຊື່ເຈົ້າຂອງ ຜົນງານກໍາກັບໄວ້ດ້ວຍສະເໝີ ແລະ ບໍ່ລະບຸວ່າເປັນຜົນງານຂອງຕົວເອງ.

ການເຂົ້າເຖິງຂໍ້ມູນ (Information Accessibility) ແມ່ນຫຍັງ?

ຂໍ້ມູນທີ່ມີຢູ່ໃນລະບົບຄອມພິວເຕີນັ້ນ ອາດຈະກຳນົດສິດການເຂົ້າເຖິງຂໍ້ມູນຂອງຜູ້ໃຊ້ແຕ່ລະຄົນໃຫ້ ແຕກຕ່າງກັນ ໂດຍຜູ້ທໍາໜ້າທີ່ດູແລລະບົບ (System Administration) ຈະເປັນຜູ້ກຳນົດສິດໃນການ ເຂົ້າເຖິງຂໍ້ມູນວ່າໃຫ້ໃຜໃຊ້ງານໃນລະດັບໃດແດ່ ເຊິ່ງບາງໜ່ວຍງານອາດກຳນົດສິດໃຫ້ໃຊ້ໄດ້ສະເພາະກັບພະນັກງານບາງຄົນ ຫຼື ບາງພະແນກເທົ່ານັ້ນ ຫາກເປັນພະນັກງານຄົນອື່ນໆກໍບໍ່ສາມາດໃຊ້ໄດ້ ບາງແຫ່ງອາດຈະກຳນົດໃຫ້ບຸກຄົນພາຍນອກໃຊ້ໄດ້ຕາມຄວາມເໝາະສົມ ຫຼື ບໍ່ສາມາດເຂົ້າໃຊ້ງານໄດ້ ເລີຍ. ສໍາລັບຂໍ້ມູນກ່ຽວກັບເອກະສານເຜີຍແຜ່ຕ່າງໆ ຂໍ້ມູນການຄົ້ນຄວ້າ ຫຼື ໃຊ້ອ້າງອີງເຊິ່ງມີການເກັບ ໄວ້ເປັນຫຼັກຖານຂໍ້ມູນອາດກໍານົດສິດໃຫ້ເຂົ້າໃຊ້ງານໄດ້ສະເພາະສະມາຊິກທີ່ລົງທະບຽນແລ້ວເທົ່ານັ້ນ ບຸກຄົນອື່ນທີ່ບໍ່ສາມາດເປັນສະມາຊິກອາດຈະເຂົ້າໄປໃຊ້ບໍລິການຕ່າງໆນັ້ນບໍ່ໄດ້

ລະບົບລ໋ອກສອງຂັ້ນຕອນ (Two-Step Verification) ແມ່ນຫຍັງ?

ສໍາລັບບາງລະບົບ ຫຼື ບາງເວັບໄຊຈະມີບໍລິການ “ລ໋ອກສອງຂັ້ນຕອນ” ເພື່ອປ້ອງກັນຜູ້ບໍ່ຫວັງດີ ລັກລອບລ່ອກອິນເຂົ້າໃຊ້ບັນຊີສ່ວນຕົວເຊັ່ນ ບັນຊີ Gmail ຂອງ Google, ບັນຊີ Apple ID ຫຼື iCloud ເທິງສະມາດໂຟນ iOS, ບັນຊີ Microsoft Account (Hotmail, Live.com, Outlook.com ແລະ ອື່ນໆ) ຫຼື ບັນຊີຜູ້ໃຊ້ Social ຢ່າງ Facebook ໂດຍຈະມີເບີໂທລະສັບໄວ້ກັບບັນຊີອີເມລ ເຊິ່ງ ຖ້າມີການລ່ອກອິນເຂົ້າລະບົບຈາກຄອມພິວເຕີ ຫຼື ອຸປະກອນເຄື່ອງອື່ນບໍ່ເຮົາບໍ່ເຄີຍໃຊ້ ລະບົບຈະສົ່ງ SMS ແຈ້ງລະຫັດພິເສດມາຍັງໂທລະສັບຫາກເຮົາເປັນຜູ້ລ໋ອກອິນຈິງ ກໍ່ໃຊ້ລະຫັດພິເສດທີ່ໄດ້ຮັບມານີ້ ປົດລ໋ອກໄດ້

ອາດຊະຍາກຳຄອມພິວເຕີ (Computer Crime) ແມ່ນຫຍັງ?

ການລັກລອບນໍາຂໍ້ມູນໄປໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ລວມເຖິງການສ້າງຄວາມເສຍຫາຍຕໍ່ບຸກຄົນ ແລະ ສັງຄົມຂໍ້ມູນຂ່າວສານໂດຍ “ຜູ້ບໍ່ປະສົງດີ” ທີ່ກະຈາຍຢູ່ທົ່ວທຸກມຸມໂລກນີ້ເຮັດໃຫ້ເກີດບັນຫາທີ່ ເອີ້ນວ່າ ອາດຊະຍາກຳຄອມພິວເຕີ (Computer Crime) ເຊິ່ງເປັນບັນຫາທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຫຼາຍ ສິ່ງເຫຼົ່ານີ້ເກີດຈາກການຂາດ “ຈະລິຍະທຳທີ່ດີ” ດັ່ງທີ່ກ່າວໄວ້ແຕ່ຕົ້ນນັ້ນເອງ. ອາດຊະຍາກຳຄອມພິວເຕີບໍ່ແມ່ນເລື່ອງໃໝ່ໃນສັງຄົມຂໍ້ມູນຂ່າວສານ ເຊິ່ງເຮົາອາດເຄີຍພົບບັນຫາ ຂອງໄວຣັສຄອມພິວເຕີທີ່ສ້າງຄວາມເສຍຫາຍນັ້ນ ມີແຕ່ສ້າງຄວາມລໍາຄານໃນການໃຊ້ງານໄປຈົນເຖິງ ເຮັດໃຫ້ຄອມພິວເຕີຂອງອົງກອນລົ້ມເຫຼວທັງລະບົບ ນັບເປັນມູນຄ່າຄວາມເສຍຫາຍຢ່າງມະຫາສານ.

ການລັກລອບເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ (Unauthorized Access and Use) ແມ່ນຫຍັງ?

ເມື່ອຂໍ້ມູນໃນລະບົບຄອມພິວເຕີກາຍເປັນສິ່ງສໍາຄັນຂອງທຸກອົງກອນ ການທີ່ມີຄົນບຸກລຸກເຂົ້າມາ ໃຊ້ ຫຼື ແກ້ໄຂໂດຍບໍ່ໄດ້ຮັບອະນຸຍາດຈຶ່ງເປັນເລື່ອງທີ່ອາດກໍ່ຄວາມເສຍຫາຍຮ້າຍແຮງໄດ້ ຕັ້ງແຕ່ລະດັບ ພຽງແຕ່ເສຍໜ້າຈົນເຖິງລະດັບເສຍຫາຍເປັນມູນຄ່າ. ຕົວຢ່າງຂອງການລັກລອບເຂົ້າເຖິງຂໍ້ມູນເຊັ່ນ ການລັກລອບເຂົ້າໄປປ່ຽນແປງແກ້ໄຂຂໍ້ມູນເວັບ ເພຈຂອງອົງກອນຕ່າງໆ ເພື່ອໃຫ້ອົງກອນນັ້ນເສຍຊື່ສຽງ ຫຼື ອາດລວມເຖິງການລັກເອົາຂໍ້ມູນພາຍໃນ ບໍລິສັດທີ່ເປັນຄວາມລັບຂອງອົງກອນໄປເຜີຍແຜ່ເພື່ອໃຫ້ເກີດຄວາມເສຍຫາຍເຊັ່ນ ທີ່ເກີດກັບບໍລິສັດ Sony Picture Entertainment ເມື່ອປີ 2014.

ແຮກເກີ (Hacker) ແລະ ແຄຣກເກີ (Cracker) ແມ່ນຫຍັງ?

ພວກລອງວິຊາ ຫຼື Script Kiddy ແມ່ນຫຍັງ?

ກຸ່ມນີ້ອາດບໍ່ໄດ້ມີຄວາມຮູ້, ຄວາມຊ່ຽວຊານຫຼາຍເທົ່າແຮກເກີ ສ່ວນຫຼາຍເປັນພວກທີ່ມັກຫຼີ້ນມັກ ລອງເຊັ່ນ ເອົາໂປຣແກຣມ ຫຼື Script ສໍາລັບໃຊ້ໂຈມຕີຊ່ອງວ່າງຕ່າງໆ ໃນລະບົບຄອມພິວເຕີ ຕາມທີ່ ມີຜູ້ເຜີຍແຜ່ໃນເນັດມາທົດລອງຫຼີ້ນເບິ່ງ ເຊິ່ງຫາກສໍາເລັດກໍອາດເປັນໄພ ຫຼື ລົບກວນການເຮັດວຽກຂອງ ລະບົບຄອມພິວເຕີໄດ້.

ກຸ່ມຜູ້ຮ້າຍອື່ນໆ ແມ່ນຫຍັງ?

ນອກຈາກນີ້ຍັງມີກຸ່ມຜູ້ຮ້າຍທີ່ພະຍາຍາມຈະຫາວິທີການມາໂຈນລະກຳຂໍ້ມູນຢູ່ສະເໝີເຊັ່ນ ການໃຊ້ ເຕັກນິກ Skimming ໂດຍແອບນໍາອຸປະກອນອ່ານຂໍ້ມູນຂະໜາດນ້ອຍໄປຕິດຕັ້ງໄວ້ຕາມຕູ້ ATM ເມື່ອ ລູກຄ້າກົດລະຫັດກໍຈະເຮັດການບັນທຶກໄວ້ໄດ້ທັນທີ ຈາກນັ້ນຈຶ່ງນໍາຂໍ້ມູນໄປຖ່າຍ ໂອນລົງບັດປອມ ແລ້ວນໍາໄປໃຊ້ຖອນເງິນຈາກບັນຊີຂອງເຈົ້າຂອງບັດ ຫຼື ບາງລາຍກໍໃຊ້ເຄື່ອງສະກີມເມີແອບດຶງຂໍ້ມູນ ບັດເຄຣດິດຂອງຜູ້ອື່ນແລ້ວນໍາໄປຮູດໃຊ້ຈັບຈ່າຍສິນຄ້າ ເປັນຕົ້ນ. ດັ່ງນັ້ນ, ຜູ້ໃຊ້ບັດຕ່າງໆຄວນລະວັງ ຢ່າມອບບັດໃຫ້ຄົນແປກໜ້າ ຫາກຮູ້ສຶກມີເຫດການຜິດປົກກະຕິໃຫ້ຮີບແຈ້ງທະນາຄານເພື່ອອາຍັດບັດ ທັນທີ ຫຼື ເຊັກຍອດຄ່າໃຊ້ຈ່າຍຂອງຂອງບັດເພື່ອກວດສອບຍອດແປກປອມທີ່ເຮົາບໍ່ໄດ້ໃຊ້.

ໄວຣັດຄອມພິວເຕີ (Computer Virus) ແມ່ນຫຍັງ?

ໄວຣັດຄອມພິວເຕີ ອາດແຜ່ກະຈາຍຜ່ານການກ່ອບປີ້ ຫຼື ແລກປ່ຽນຂໍ້ມູນກັນລະຫວ່າງຄອມພິວເຕີ ໂດຍອາໄສຄົນກະທໍາການຢ່າງໃດຢ່າງໜຶ່ງກັບພາຫະນະທີ່ໂປຣແກຣມໄວຣັດນັ້ນແຝງຕົວຢູ່ ເຊັ່ນ ສັ່ງ ລັ້ນໂປຣແກຣມ, ເປີດເບິ່ງເວບເພຈ ຫຼື ເປີດໄຟລ໌ທີ່ແນບມາກັບອີເມລ ແລະ ອື່ນໆ. ເມື່ອໄວຣັດຄອມພິວເຕີແຜ່ກະຈາຍຈະສົ່ງຜົນໃຫ້ໄຟລ໌ ແລະ ຄອມພິວເຕີເປົ້າໝາຍນັ້ນຕິດໂປຣ ແກຣມໄວຣັດ ແລະ ເກີດຄວາມເສຍຫາຍຕາມໄປນໍາ ໂດຍທີ່ເຈົ້າຂອງເຄື່ອງແທບຈະບໍ່ຮູ້ຕົວເລີຍ ການ ແຝງຕົວມາກັບພາຫະນະເລົ່ານີ້ເອງເປັນທີ່ມາຂອງຊື່ “ໄວຣັດຄອມພິວເຕີ” ເຊັ່ນດຽວກັບການລະບາດ ຂອງເຊື້ອໄວຣັດຈາກຄົນໜຶ່ງໄປຫາອີກຄົນໜຶ່ງອີກນັ້ນເອງ.

ເວີມ ຫຼື ໜອນອິນເຕີເນັດ (Worm) ແມ່ນຫຍັງ?

ເວີມ ຫຼື ທີ່ມັກເອີ້ນອີກຊື່ໜຶ່ງວ່າ “ໜອນອິນເຕີເນັດ” ເປັນກຸ່ມໂປຣແກຣມປະສົງຮ້າຍອີກປະເພດ ໜຶ່ງທີ່ເອີ້ນວ່າ “ໜອນ” ກໍເພາະໂປຣແກຣມກຸ່ມນີ້ສາມາດເຈາະໄປຍັງເຄື່ອງຄອມພິວເຕີເຄື່ອງອື່ນໆໄດ້ ເອງ ໂດຍບໍ່ຕ້ອງຖ້າຄົນສັ່ງ ຫຼື ເອີ້ນໂປຣແກຣມ ໂດຍຈະກວດສອບເພື່ອຫາເຄື່ອງເປົ້າໝາຍທີ່ເຊື່ອມຕໍ່ ກັບອິນເຕີເນັດກ່ອນ ຈາກນັ້ນໂປຣແກຣມຈະແລ່ນເຈາະເຂົ້າໄປເອງ ກ໋ອບປີ້ຕົວເອງຂຶ້ນໃໝ່ເປັນຈຳນວນ ຫຼາຍຈົນເຄື່ອງເຮັດວຽກບໍ່ໄດ້ເຊັ່ນ ໜ່ວຍຄວາມຈຳໝົດ, ຮາດດິດມີຂໍ້ມູນເຕັມ, ສັ່ງພິມວຽກບໍ່ໄດ້, ໜ້າຈໍ ດັບໄປເອງ ຫຼື ຕົວຄອມພິວເຕີປິດລົງໄປເອງໂດຍບໍ່ມີເຫດຜົນ.ເວີມ ຫຼື ທີ່ມັກເອີ້ນອີກຊື່ໜຶ່ງວ່າ “ໜອນອິນເຕີເນັດ” ເປັນກຸ່ມໂປຣແກຣມປະສົງຮ້າຍອີກປະເພດ ໜຶ່ງທີ່ເອີ້ນວ່າ “ໜອນ” ກໍເພາະໂປຣແກຣມກຸ່ມນີ້ສາມາດເຈາະໄປຍັງເຄື່ອງຄອມພິວເຕີເຄື່ອງອື່ນໆໄດ້ ເອງ ໂດຍບໍ່ຕ້ອງຖ້າຄົນສັ່ງ ຫຼື ເອີ້ນໂປຣແກຣມ ໂດຍຈະກວດສອບເພື່ອຫາເຄື່ອງເປົ້າໝາຍທີ່ເຊື່ອມຕໍ່ ກັບອິນເຕີເນັດກ່ອນ ຈາກນັ້ນໂປຣແກຣມຈະແລ່ນເຈາະເຂົ້າໄປເອງ ກ໋ອບປີ້ຕົວເອງຂຶ້ນໃໝ່ເປັນຈຳນວນ ຫຼາຍຈົນເຄື່ອງເຮັດວຽກບໍ່ໄດ້ເຊັ່ນ ໜ່ວຍຄວາມຈຳໝົດ, ຮາດດິດມີຂໍ້ມູນເຕັມ, ສັ່ງພິມວຽກບໍ່ໄດ້, ໜ້າຈໍ ດັບໄປເອງ ຫຼື ຕົວຄອມພິວເຕີປິດລົງໄປເອງໂດຍບໍ່ມີເຫດຜົນ.

ໂທຣຈັນ (Trojan Horses) ແມ່ນຫຍັງ?

ເປັນໂປຣແກຣມຫວັງທໍາລາຍອີກຊະນິດໜຶ່ງແຕກຕ່າງຈາກໄວຣັດ ແລະ ເວີມ ປົກກະຕິໂທຣຈັນ ຈະເຮັດວຽກໂດຍອາໄສການຝັງຕົວຢູ່ໃນລະບົບຄອມພິວເຕີເຄື່ອງນັ້ນຫງຽບ ໂດຍບໍ່ແຜ່ກະຈາຍແຕ່ຈະ ຖືກຕັ້ງເວລາ ຫຼື ຄວບຄຸມການເຮັດວຽກໂດຍຜູ້ຂຽນໂປຣແກຣມຈາກໄລຍະໄກ ຊື່ຂອງ “ມາໂທຣຈັນ” ມາຈາກເລື່ອງເລົ່າຂອງຊາວກຣິກທີ່ວ່າດ້ວຍການບຸກຍຶດເມືອງທຣອຍໃນສະໄໝກ່ອນ ທີ່ອອກອຸບາຍເຮັດ ທ່າທີວ່າຖອຍທັບ ແລະ ນໍາທະຫານສ່ວນໜຶ່ງໄປແອບລີ້ຊ້ອນຢູ່ໃນມາໄມ້ ແລະ ຖິ້ມໄວ້ໜ້າເມືອງເພື່ອ ເປັນສັນຍາລັກຂອງການຍອມແພ້ ຊາວເມືອງຫຼົງກົນຈຶ່ງລາກມາໄມ້ຜ່ານເຂົ້າປະຕູເມືອງໄປ ພໍຮອດຕອນ ກາງຄືນທະຫານທີ່ລີ້ຢູ່ຈຶ່ງເປີດທ້ອງມາໄມ້ອອກມາ ແລະ ເປີດປະຕູໃຫ້ກັບໝູ່ທະຫານຝ່າຍດຽວກັນມາ ໂຈມຕີບຸກຍຶດເມືອງທຣອຍໄດ້ສໍາເລັດ ໂປຣແກຣມແບບມາໂທຣຈັນກໍເຮັດວຽກຄ້າຍຄືກັນ ຄືຈະແອບ ເຂົ້າໄປຢູ່ໃນເຄື່ອງຄອມພິວເຕີເປົ້າໝາຍໂດຍທີ່ບໍ່ຮູ້ຕົວເຊັ່ນ ເສແສັງເຮັດເປັນໂປຣແກຣມຢູທີລິຕີ້ໃຫ້ໃຊ້ ງານ ແຕ່ຄວາມຈິງແລ້ວກໍຄືໂປຣແກຣມອັນຕະລາຍທີ່ມີຜູ້ບໍ່ປະສົງດີລັກລອບເຂົ້າມາຕິດຕັ້ງໄວ້ແລ້ວນັ້ນ ເອງ ເມື່ອເຖິງເວລາ ຫຼື ຕ້ອງການຄວບຄຸມວຽກບາງຢ່າງກໍຈະເລີ່ມຕົ້ນເຮັດຕາມໂປຣແກຣມທັນທີ

ມັນແວກັບການໂຈມຕີແບບ DDoS ແມ່ນຫຍັງ?

ປັດຈຸບັນໂປຣແກຣມປະສົງຮ້າຍບາງຕົວ ມີຄວາມຮຸນແຮງເຖິງຂະໜາດເຮັດໃຫ້ລະບົບຄອມພິວເຕີ ນັ້ນເຮັດວຽກໜັກເກີນກຳລັງຈົນຕ້ອງປະຕິເສດການໃຫ້ບໍລິການແກ່ເຄື່ອງອື່ນໆ ຕາມໜ້າທີ່ປົກກະຕິ (ຈຶ່ງ ເອີ້ນວ່າການໂຈມຕີແບບ Denial of Service ຫຼື DoS) ໂດຍມຸ່ງໂຈມຕີເຄື່ອງຄອມພິວເຕີເປົ້າໝາຍ ທີ່ຢູ່ໃນອິນເຕີເນັດດ້ວຍການສົ່ງຂໍ້ມູນຈໍານວນມະຫາສານເຂົ້າໄປຢ່າງຕໍ່ເນື່ອງ ເພື່ອໃຫ້ເຄື່ອງດັ່ງກ່າວບໍ່ ສາມາດໃຫ້ບໍລິການຫຍັງໄດ້ເລີຍ ວິທີການນີ້ອາດສົ່ງຜົນເສຍຫຼາຍຢ່າງຮ້າຍແຮງຕາມມາໄດ້ເຊັ່ນ ເວັບຊື້ ຂາຍສິນຄ້າອອນລາຍແຫ່ງໜຶ່ງທີ່ມີປະລິມານຄົນເຂົ້າມາຊື້-ຂາຍຕໍ່ມື້ເປັນຈໍານວນຫຼາຍລ້ານຄົນ ຫາກໃນ ຊ່ວງເວລານັ້ນບໍ່ສາມາດໃຫ້ບໍລິການລູກຄ້າໄດ້ ກໍຈະສົ່ງຜົນເຮັດໃຫ້ເກີດການສູນເສຍລາຍໄດ້ທາງທຸລະ ກິດຢ່າງມະຫາສານ.

ສະປາຍແວ (Spyware) ແມ່ນຫຍັງ?

ການເຂົ້າໃຊ້ງານອິນເຕີເນັດໂດຍເປີດເບິ່ງບາງເວັບທີ່ບໍ່ເໝາະສົມ ຫຼື ດາວໂຫຼດເອົາຂໍ້ມູນບໍ່ທັນລະມັດລະວັງອາດເຮັດໃຫ້ຖືກກໍ່ກວນດ້ວຍໂປຣແກຣມປະເພດສະກົດຮອຍຂໍ້ມູນ ຫຼື ທີ່ນິຍົມເອີ້ນກັນວ່າສະ ປາຍແວ (Spyware) ເຊິ່ງເປັນກຸ່ມຂອງໂປຣແກຣມທີ່ຖືກຂຽນຂຶ້ນມາໃຊ້ງານອິນເຕີເນັດເປັນຫຼັກ ອາດບໍ່ກະທໍາການບໍ່ດີຮ້າຍແຮງຕໍ່ຄອມພິວເຕີເປົ້າໝາຍເທົ່າກັບໂປຣແກຣມທີ່ຂຽນຂຶ້ນມາໃຊ້ງານຢູ່ອິນເຕີເນັດເປັນ ຫຼັກ ອາດບໍ່ກະທໍາການຮ້າຍແຮງຕໍ່ຄອມພິວເຕີເປົ້າໝາຍເທົ່າກັບໂປຣແກຣມ malware ແຕ່ບາງຄັ້ງກໍສ້າງຄວາມລໍາຄານໃຫ້ກັບຜູ້ໃຊ້ເມື່ອເຊື່ອມຕໍ່ເຂົ້າກັບອິນເຕີເນັດສະປາຍແວບາງຕົວອາດແຖມໂຄສະນາ ທັງຫຼາຍທີ່ເຮົາບໍ່ຕ້ອງການໃຫ້ເຫັນຢູ່ເທິງໜ້າບຣາວເຊີ້ ທີ່ໃຊ້ສໍາລັບທ່ວງເວັບຢູ່ຕະຫຼອດເວລາ ບາງໂປຣແກຣມອາດເຂົ້າໄປປ່ຽນໜ້າແລກຂອງບຣາວເຊີ້ທີ່ຕັ້ງໄວ້ແລ້ວໃຫ້ເປັນໂຄສະນາຂອງເວັບອື່ນໆ ທີ່ເຮົາບໍ່ ຕ້ອງການ.

ສະແປມເມລ (Spam Mall) ແມ່ນຫຍັງ?

ສະແປມເມລຄື ຮູບແບບຂອງຈົດໝາຍອິເລັກໂທຣນິກທີ່ເຮົາບໍ່ຕ້ອງການ ຫຼື ບໍ່ໄດ້ສະໜັກ (Unsolicited mail) ເປັນໄພຄຸກຄາມອີກປະເພດໜຶ່ງທີ່ເຫັນຕະຫຼອດຄື ການສົ່ງອີເມວເຖິງຜູ້ຮັບຈໍານວນ ຫຼາຍແບບຫວ່ານແຫ ມັກເປັນການເຊີນຊວນໃຫ້ຊື້ສິນຄ້າ ຫຼື ບໍລິການຕ່າງໆ ຫຼື ເອີ້ນອີກຢ່າງໜຶ່ງວ່າອີ ເມລຂີ້ເຫຍື້ອ (Junk mail). ສະແປມເມລອາດຖືກສົ່ງ ໂດຍຜູ້ໃຫ້ບໍລິການປະເພດນີ້ (ເຊິ່ງຜິດກົດໝາຍໃນຫຼາຍປະເພດ) ຫຼື ອາດເກິດຈາກການຖືກສະກົດຮອຍດ້ວຍສະປາຍແວຣ໌ ເຊິ່ງຈະເກັບຂໍ້ມູນການໃຊ້ງານເຖິງອິນເຕີເນັດ ຂອງເຮົາແລ້ວສົ່ງ ໂຄສະນາໃຫ້ຕາມຄວາມສົນໃຈທີ່ເກັບຂໍ້ມູນໄດ້. ການກໍກວນດ້ວຍວິທີນີ້ ນອກຈາກຈະກໍ່ໃຫ້ເກີດຄວາມໜ້າລໍາຄານໃຈກັບຜູ້ໃຊ້ແລ້ວ ຍັງປ່ຽນພື້ນທີ່ ສຳຫຼັບເກັບອີເມວຂອງຜູ້ໃຊ້ເຖິງເຄື່ອງ Mail Server ຈົນອາດບໍ່ມີທີເຫຼືອພໍສໍາຫຼັບຮັບເມວສະບັບອື່ນອີກ ໄດ້.

Phishing ແມ່ນຫຍັງ?

ລຽນສຽງຈາກຄໍາວ່າ “ພີຊິ່ງ” (fishing) ສື່ເຖິງການດຶກປາລ່າເຫຍື່ອ ໂດຍໃຊ້ຈິງໃນເວ໊ບ ອີເມວ ຫຼື ອື່ນໆທີ່ຄລິກແລ້ວໄປຍັງເວ໊ບທີ່ປອມໃຫ້ເບິ່ງຄ້າຍບໍລິການສໍາຄັນໆ ເຊັ່ນ ທະນາຄານ ຮ້ານຄ້າອອນ ໄລຣ໌ ຫຼືອື່ນໆ ທີ່ຕ້ອງມີການລອກຊື່ User ແລະ Password ຖ້າຜູ້ໃຊ້ບໍ່ລະມັດລະວັງໃຫ້ດີເຕີລອກຣອກ ເຂົ້າໄປເພາະນຶກວ່າເປັນບໍລິການນັ້ນແທ້ ກະຈະຖືກລັກຂໍ້ມູນ Uer ແລະ Password ໄປໄດ້ງ່າຍໆ ທັງ ນັ້ນເວ໊ບປອມເລົ່ານັ້ນນອກຈາກຈະເຮັດໜ້າຕາໃຫ້ເບິ່ງໜ້າເຊື່ອຖື ຄ້າຍຂອງແທ້ແລ້ວຍັງມັກຕັ້ງຊື່ເວ໊ບ ຫຼື URL (Uniform Resurce Locator) ປອມໃຫ້ນຽນຈົນບາງທີ່ຜູ້ໃຊ້ເບິ່ງບໍ່ອອກວ່າເປັນຂອງປອມດ້ວຍ ເຊັ່ນ K-bank.com ແທນທີ່ເປັນຂອງແທ້ຄື Kasikornbank.com ຫຼື Citibank.com.my.domain.coແທນທີ່ຈະເປັນ Citibank.com.

Pharming ແມ່ນຫຍັງ?

ສະຖານີ້ເປັນການເຮັດຟາຣົມ ລໍ່ເຫຍື່ອ ໂດຍການແຮກເຂົ້າໄປແກ້ໄຂຄ່າໃນເຄື່ອງຄອມພິວເຕີທີ່ ເຮັດໜ້າທີ່ເປັນ Domain Name Server (DNS) ເຊິ່ງທຽບໄດ້ກັບປື້ມທີ່ຢູ່ໃນອິນເຕີເນັດຈາກເດີມທີ່ຊີ້ໄປ ເວ໊ບທີ່ຖືກຕ້ອງກໍປ່ຽນໄປຊີທີ່ເວ໊ບປອມແທນ (ເອີ້ນວ່າ DNS Hijacking DNS Redirection) ເຊິ່ງ ເມື່ອມີຜູ້ໃຊ້ຫຼົງເຂົ້າມາໃຊ້ງານເວ໊ບດັ່ງກ່າວ ກໍຈະເຮັດໄດ້ແອດເດຣສ ເຊິ່ງພາໄປທີ່ເວບປອມ ຖ້າບໍ່ທັນສັງ ເກດ ແລະ ຫຼົງເຊື່ອໃສ່ຂໍ້ມູນ User ແລະ Password ແທ້ເຂົ້າໄປ ກໍຈະຖືກລັກຂໍ້ມູນໄປໃຊ້ຕໍ່ໄດ້ໂດຍ ງ່າຍທັນທີ່.

ການຕິດຕັ້ງ ໂປຣແກຣມປ້ອງກັນໄວຣັດ (Antivirun Progarm) ແມ່ນຫຍັງ?

ການແພ່ກະຈາຍຕົວຂອງມັລແວຣທັງຫຼາຍເປັນໄປຢ່າງວອງໄວ ບາງຄັ້ງຜູ້ໃຊ້ແທບຈະບໍ່ຮູ້ເລີຍວ່າ ເຄື່ອງຂອງຕົນຕົກເປັນເຫຍື່ອແລ້ວການໃຊ້ເຄື່ອງມືເພື່ອຄອຍກວດສອບ ແລະ ປ້ອງກັນ ເຊັ່ນ ໂປຣແກຣມປ້ອງກັນໄວຣັສ (Antivirus Progarm) ຈຶ່ງເປັນວິທີ ທີ່ນິຍົມກັນໂດຍຈະຄອຍແຈ້ງເຕືອນໃຫ້ເຈົ້າຂອງ ເຄື່ອງຮູ້ວ່າຂະໜະນີ້ມີໂປຣແກຣມມຸ່ງຮ້າຍພາຍາຍາມຈະເຂົ້າມາ ແລະ ຈະໃຫ້ກຳຈັດ ຫຼື ລົບຖີ້ມອອກໄປ ເລີຍ ຫຼື ບໍ່. ໃນການໃຊ້ງານໂປຣແກຣມປ້ອງກັນໄວຣັດຈໍາເປັນຕ້ອງອັບເດດຂໍ້ມູນຂອງໄວຣັດຈໍາເປັນຕ້ອງອັບ ເດດຂໍ້ມູນຂອງໄວຣຣັດສາຍພັນລຸໃຫມ່ໆ ຢ່າງສະໝ່ຳສະເໝີ ເຊິ່ງປົກກະຕິຈະອັດເດດອັດຕະໂນມັດຢູ່ ແລ້ວ ຫຼື ຈະສັ່ງອັດເດດເອງກໍໄດ້ ເພື່ອໃຫ້ກັບການກະຈາຍຂອງໄວຣັດໃຫມ່ໆ.

ການໃຊ້ລະບົບໄຟວໍ (Firewall System) ແມ່ນຫຍັງ?

ການບຸກລຸກໂດຍເຈາະລະບົບຈາກອິນເຕີເນັດເຂົ້າມາ ອາດປ້ອງກັນໄດ້ດ້ວຍການຕິດລະບົບ “ໄຟ 5” (Firewall) ເຊິ່ງອາດເປັນຮາດຣ໌ແວຣ໌ ຫຼື ຊອບແວຣ໌ກໍໄດ້ ໂດຍທົ່ວໄປມັກຈະຕິດຕັ້ງລະບົບນີ້ໄວ້ ຄອຍດັກຈັບ ປ້ອງກັນ ແລະ ຕອດສອບການບຸກລຸກ (intrusion) ຈາກພາຍນອກ ປັດຈຸບັນແມ້ແຕ່ໃນ router ໂຕນ້ອຍໆ ທີ່ຕໍ່ກັບອິນເຕີເນັດກໍຍັງມີໂປຣແກຣມ Firewall ຢູ່ໃນໂຕ ເຊັ່ນ ດຽວກັບໃນລະບົບ ຂອງພີຊື່ຢ່າງ Windows Firewall. ການເຮັດວຽກ Firewall ຈະຍອມໃຫ້ຜ່ານສະເພາະຂໍ້ມູນທີ່ໄດ້ຮັບການອານຸມັດເທົ່າໃນ ຖ້າບໍ່ຕົງ ກັບເງື່ອນໄຂທີ່ກໍານົດໄວ້ຈະບໍ່ສາມາດຜ່ານເຂົ້າອອກຈາກເຄືອຂ່າຍໄດ້ ປຽບສະເໝືອນກັບການມີກຳແພງ ປ້ອງກັນຜູ້ບຸກລຸກຈາກພາຍນອກອີກທັງຍັງປ້ອງກັນບໍ່ໃຫ້ບຸກລຸກພາຍໃນແອບລັກລອບສົ່ງຂໍ້ມູນອອກໄປ.

ການເຂົ້າລະຫັດຂໍ້ມູນ (Encryption) ແມ່ນຫຍັງ?

ເຮົາອາດບໍ່ເຄີຍໄດ້ຍິນຂ່າວຄາວກ່ຽວກັບການລັກລອບນໍາຂໍ້ມູນບັດເຄດິດໄປໃຊ້ຈັບຈ່າຍຊື້ເຄື່ອງ ເທິງອິນຕະເນັດ ການລັກລອບ ແລະ ແກ້ໄຂປ່ຽນແປງຂໍ້ມູນລາຍການຄ້າເພື່ອປະໂຫຍດບາງຢ່າງຂອງຜູ້ ປະສົງບໍ່ດີ ຫຼື ການໃຊ້ລະຫັດຜ່ານຂອງຜູ້ອື່ນເຂົ້າມາທຳຮ້າຍການສະເໜີເປັນເຈົ້າຂອງໂຕແທ້ ສິ່ງເຫຼົ່ານີ້ ລ້ວນເປັນຂໍ້ມູນທີ່ມີຄວາມສໍາຄັນທັງນັ້ນ ແລະ ອາດຖືກລັກລອບຂີ້ລັກໄປໃຊ້ຢູ່ຕະຫຼອດ ໂດຍທີ່ບາງຄັ້ງກໍ ບໍ່ສາມາດກວດສອບໄດ້ ແລະ ຈັບກຸ່ມໄດ້ແນວທາງທີ່ປ້ອງກັນຂັ້ນຕົ້ນທີ່ນິຍົມເຮັດຫຼາຍຄື ອາໄສເທັກນິກ ທີ່ເວົ້າວ່າ ການເຂົ້າລະຫັດຂໍ້ມູນ (Encryption). ການເຂົ້າລະຫັດຂໍ້ມູນ ເປັນກຳມະວິທີການຮັກສາຄວາມປອດໄພຂອງຂໍ້ມູນໂດຍອາໄສສົມຜົນທາງ ຄະນິດສາດທີ່ຊັບຊ້ອນເພື່ອເຮັດການປ່ຽນແປງຈາກຂໍ້ມູນທີ່ອ່ານໄດ້ປົກກະຕິ (Plintext) ໃຫ້ໄປຢູ່ໃນຮູບ ແບບຂອງຂໍ້ມູນຂ່າວສານບໍ່ສາມາດອ່ານໄດ້ (Ciphetext) ຂະບວນການດັ່ງກ່າວເຮັດໃຫ້ຂໍ້ມູນມີຄວາມ ປອດໄພຫຼາຍຍິ່ງຂຶ້ນ ຜູ້ບໍ່ປະສົງດີແອບເອົາຂໍ້ມູນໄປໃຊ້ຈະບໍ່ສາມາດອ່ານຂໍ້ມູນສໍາຄັນນັ້ນໄດ້ ເພາະມີ ການເຂົ້າລະຫັດ (Encryption) ໄວ້ແລ້ວ ເຊິ່ງໃນການອ່ານຂໍ້ມູນນັ້ນອອກມາໃຊ້ຈໍາເປັນຕ້ອງມີການ ຖອດລະຫັດ (Decryptio) ອອກມາກ່ອນ ໂດຍໃນການຖອດລະຫັດນີ້ຜູ້ຮັບຈະຕ້ອງມີກຸນແຈ ຫຼື Key ສໍາຫຼັບໃຊ້ໄຂເພື່ອອ່ານຂໍ້ມູນອອກມາເຊິ່ງ Key ທີ່ວ່ານີ້ກໍເປັນຕົວເລກລະຫັດອີກຊຸດໜຶ່ງເຊັ່ນກັນ

ການສໍາຮອງຂໍ້ມູນ (Back up) ແມ່ນຫຍັງ?

ໄພຈາກການໃຊ້ງານ ແມ່ນຫຍັງ?

 ເຊັ່ນ: ອາດຖືກຜູ້ບໍ່ຫວັງດີແອບເຈາະລະບົບຜ່ານທາງ ໂປຣແກຣມ LINK ເຂົ້າມາລັກເອົາຂໍ້ມູນສໍາຄັນໃນເຄື່ອງ ຫຼື ໃຊ້ເທັກນິກແອບດັກເອົາຂໍ້ມູນເພື່ອນຳເອົາບັນຊີFacebook ຂອງເຮົາໄປໃຊ້ໃນທາງທີ່ບໍ່ດີໂດຍທີ່ເຈົ້າຂອງບັນຊີບໍ່ຮູ້ໂຕ ເປັນຕົ້ນສິ່ງເຫຼົ່າຈໍາເປັນ ຕ້ອງໝັ່ນກວດສອບຂໍ້ມູນບັນຊີມີຂໍ້ມູນໃດແດ່ທີ່ຜິດປົກກະຕິ ຫຼື ບໍ່ ຫຼື ປຽນລະຫັດຜ່ານສຳຫຼັບເຂົ້າ ໃຊ້ງານເປັນໄລຍະ ລວມເຖິງການຕິດຕັ້ງຄ່າຄວາມປອດໄພໃຫ້ກັບບັນຊີການໃຊ້ງານເຊັ່ນ: ຕັ້ງຄ່າ ເຖິງ Facebook ໃຫ້ມີການແຈ້ງເຕືອນໄປຍັງອີເມວ ຫຼື ສົ່ງຂໍ້ຄວາມແຈ້ງເຕືອນ ເມື່ອມີການ Login ຈາກເຄື່ອງ ຫຼື ອຸປະກອນທີ່ເຮົາຍັງບໍ່ເຄີຍໃຊ້ມາກ່ອນໜ້ານີ້ການຕັ້ງຄ່າໃຫ້ແຈ້ງເຕືອນເມື່ອມີ ອາການ Login ເຂົ້າໃນບັນຊີ Facebook ຂອງທ່ານຈາກອຸປະກອນທີ່ຍັງບໍ່ເຄີຍໃຊ້ງານມາກ່ອນ ໜ້ານີ້

ໄພທາງດ້ານສັງຄົມ ແມ່ນຫຍັງ?

ເຊັ່ນ: ການຖືກຫຼອກລວງຈາກຄົນໃນສັງຄົມອອນລາຍເຮັດໃຫ້ເສຍສັບສິ້ນ ເສີຍຊື່ສຽງ ຫຼື ມີອັນຕະລາຍເຖິງຊີວິດກໍເປັນໄດ້ ນອກຈາກນີ້ເຮົາອາດມີຄວາມຜິດນໍາຄວາມຮູ້ເທົ່າ ບໍ່ເຖິງການຈາກການຮັບຂໍ້ຄວາມທີ່ຜູ້ອື່ນ ໂພດຜ່ານສື່ອອນລາຍ ເຊັ່ນ: Facebook, Line, Twitter ລວມເຖິງອີເມວ ຫຼື ຊ່ອງທາງອື່ນໆ ແລ້ວໄປກົດແຊຣ໌ຕໍ່ ຖ້າຂໍ້ມູນເຫຼົ່ານັ້ນມີຄວາມຜິດ ຕາມ ພ.ສ.ບຄອມພິວເຕີ ຜູ້ແຊຣ໌ຂໍ້ມູນກໍອາດໄດ້ຮັບໂທດດ້ວຍເຊັ່ນກັນ.

ພາສາສັນຍາລັກ (Symbol language) ແມ່ນຫຍັງ?

ເປັນພາສາທີ່ເລີ່ມພັດທະນາສັນຍາລັກໃໝ່ເຂົ້າມາ.ແທນ 0 ແລະ 1 ໃນຄໍາສັ່ງທີ່ໃຊ້ເລື້ອຍໆ ເພື່ອຫຼຸດຄວາມຍາກແລະປະຢັດເວລາຂື້ນພາສາໃນແອດຊຳບລີ ເມື່ອມີ ການ ໃຊ້ສັນຍາລັກກໍຕ້ອງມີການແປພາສາຈາກສັນຍາລັກເປັນພາສາເຄື່ອງ ຕົວປ່ຽນ ພາສາ ຈາກສັນຍາລັກ ເປັນ ພາສາເຄື່ອງ ຕົວ ແປພາສາມີຊື່ວ່າແອບແຊມເບີ.

ອ້າງອີງ: ຈາກ ປື້ມ ອາລກໍລິທຶມ ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ພາສາລະດັບສູງ (High level language) ແມ່ນຫຍັງ?

 ເປັນພາສາທີ່ໃຊ້ສັນຍາລັກແຕ້ມຮູບແບບ ໂດຍມີວັດຖຸປະສົງ ເພື່ອໃຫ້ງ່າຍຕໍ່ຄົນທີ່ ຈະນໍາໄປຂຽນໂປແກມ ວິທີ່ ການສ້າງພາສາລະດັບສູງກໍ່ຄືຜູ້ປະດິດພາສາຈະນໍາຕົວເລກ ຕົວ ອັກສອນ ແລະ ເຄື່ອງໝາຍຕ່າງ ຂອງພາສາລາຕິນມາສ້າງເປັນພາສາຄອມພິວເຕີໂດຍຈະສ້າງອົງປະກອບຂອງ ພາສາຢ່າງຄົບຖ້ວນ ລວມທັງອົງປະກອບທີ່ຊ່ວຍໃນການຂຽນໂປຣແກຣມໃນພາສານັ້ນໆ ແລະ ໃຫ້ຄວາມສະດວກ ແລະ ງ່າຍຂື້ນ.

ຄໍາສັບ (Vocabulary) ແມ່ນຫຍັງ?

ເປັນຄວາມຈິງທີ່ວ່າພາສາທຸກພາສາຈະຕ້ອງ ມີຄໍາສັບ ຂອງຕົວເອງ ຄໍາສັບເປັນຕົວແທນຂອງຄວາມໝາຍແຕ່ລະຄວາມໝາຍແຕ່ລະພາສາ ຈຶ່ງມີລາຍການ ຄໍາສັບຈໍານວນຮວບ ຮ່ວມໄວ້ ເປັນພົດຈະນານຸກົມ (ditionary) ພາສາຄອມພິວເຕີ້ ກໍ່ຄ້າຍຄືກັນຜູ້ສ້າງພາສາຈະຕ້ອງ ສ້າງຄໍາສັບໃນພາສາ ທີ່ສ້າງ ໃຫ້ຄົບຖ້ວນພ້ອມທີ່ຈະໃຊ້ງານ ຄໍາສັບເຫຼົ່ານີ້ອາດຢູ່ໃນຮູບຄໍາສັບ ສະເພາະໃນຮູບຂອງຟັງຊັນ (Function) ຫຼື ບາງ ພາສາຈະຢູ່ໃນຮູບຂອງໂປສີເຍີ ທັງພັງຊັນ ແລະ ໂປຣ ສີເຍີ ກໍ່ຄືໂປຣແກຣມຍ່ອຍທີ່ຜູ້ສ້າງພາສາໄວ້ ແລະ ເກັບໄວ້ໃນ ຄໍາສັ່ງໃນຄັງຂອງຄໍາສັ່ງໃນຟາຍຂອງຄໍາສັ່ງ ເຊິ່ງອາດແບ່ງກຸ່ມ ແລະ ປະເພດຕ່າງຕາມຄວາມສະດວກ

ໄວຍະກອນ (syntax) ແມ່ນຫຍັງ?

ຫມາຍຄວາມວ່າການນໍາເອົາຄໍາສັບມາໃຊ້ຂຽນຄໍາສັ່ງ ຈະຢູ່ໃນຮູບຂອງປະໂຫຍດ ຄໍາສັ່ງ (statement) ຈິ່ງຕ້ອງມີຮູບແບບໄວຍະກອນ ຊຶ່ງຜູ້ສ້າງພາສາ ຈະຕ້ອງກໍານົດຮູບແບບ ໄວຍະກອນຂອງ ພາສາ ນັ້ນ ຊຶ່ງຈະສຶກສາໄດ້ຈາກຄູ່ມື ຂອງແຕ່ລະພາສາ.

ໂຄງສ້າງພາສາ (structure) ແມ່ນຫຍັງ?

 ຫມາຍເຖິງເມື່ອນໍາເອົາພາສາ ໄປຂຽນໂປຣແກຣມ ຮູບແບບ ຫລື ໂຄງສ້າງ ຂອງໂປຣແກຣມເປັນແບບໃດ ເຊັ່ນ ໂຄງສ້າງຂອງໂປຣແກຣມ ທີ່ຂຽນດ້ວຍພາສາ C ກັບພາສາ Pascal ກໍ່ຈະບໍ່ຄືກັນ ເຖິງວ່າຈະ ມີສ່ວນຄ້າຍຄືກັນກໍ່ຕາມ.

ຕົວປ່ຽນພາສາ (translator) ແມ່ນຫຍັງ?

 ເມື່ອພາສາຖືກສ້າງດ້ວຍສັນຍາລັກເຕັມຮູບແບບເພື່ອງ່າຍ ແລະ ສະດວກວ່ອງ ໄວຕໍ່ກັບການຂຽນໂປຣແກຣມແຕ່ຄອມພິວເຕີຈະບໍ່ເຂົ້າໃຈນໍາ ຈຶ່ງເປັນ. ຄວາມຈໍາເປັນທີ່ຜູ້ສ້າງພາສາຈະຕ້ອງສ້າງຊອບແວເພື່ອແປພາສາລະດັບສູງໃຫ້ກ່າຍເປັນພາສາເຄື່ອງເພື່ອໃຊ້ ຊອບແວເພື່ອຄວບຄຸມການເຮັດວຽກ ແລະ ປະເມີນຜົນໄດ້.

ແອບແຊມເບີ (assember) ແມ່ນຫຍັງ?

ເປັນຕົວປ່ຽນພາສາແອສແຊມບີເຊິ່ງເປັນພາສາລະດັບຕໍ່າ ໃຫ້ເປັນພາສາເຄື່ອງ

ອິນເຕີພີເຕີ (interpreter) ແມ່ນຫຍັງ?

 ເປັນຕົວປ່ຽນພາສາລະດັບສູງໃຫ້ເປັນພາສາເຄື່ອງໂດຍໃຊ້ຫຼັກການແປໃນຂະ ນະເຮັດວຽກເປັນການແປທີ່ບໍ່ມີປະໂຫຍດມີຂໍ້ດີທີ່ສາມາດແກ້ໄຂປະໂຫຍດໃດ້ງ່າຍໄດ້ທັນທີ່ຖ້າພົບຈຸດທີ່ຜິດ ຫຼື ຕ້ອງການປັບປຸງແຕ່ມີຂໍ້ເສຍທີ່ຕ້ອງມີການ ແປກັນທຸກຄັ້ງທີ່ມີການ ໃຊ້ງານບໍ່ສາມາດເກັບສ່ວນທີ່ແປ ແລ້ວ ມາໃຊ້ໄດ້ອີກເປັນຈຸດເສຍຂອງການແປແບບນີ້ທີ່ເຮັດໃຫ້ການ ເຮັດວຽກຊັກຊ້າ ແລະ ໂປຣແກຣມທີ່ໃຊ້ວຽກຈະສະບັບເຮັດໃຫ້ບໍ່ປອດໄພຕໍ່ການໃຊ້ງານ ໃນກໍລະນີທີ່ຕ້ອງການປົກບີດ ຫຼື ປ້ອງກັນການແກ້ໄຂໂດຍບໍ່ ຫວັງດີ.

ພາສາລະດັບສູງຫຼາຍ (very high level language) ແມ່ນຫຍັງ?

ເປັນພາສາຍຸກທີ່ 4 (generation Language = 4GLs) ເປັນພາສາທີ່ຜູ້ຂຽນໃຊ້ຂຽນພຽງກຳນົດຄວາມຕ້ອງການວ່າຈະໃຫ້ໂປຣແກຣມ ໂດຍບໍ່ຕ້ອງຮູ້ວ່າຕ້ອງເຮັດຫຍັງການ ຂຽນໂປຣແກຣມຈະງ່າຍ ແລະ ວ່ອງໄວ ມີຄົນເວົ້າວ່າຖ້າໃຊ້ພາສາຍຸກທີຂຽນ ໂປຣແກຣມຈະໄດ້ງານຫຼາຍກວ່າທີ່ຂຽນ ດ້ວຍລະດັບສູງເຖິງສິບເທົ່າຕົວ. ໃນຍຸກນີ້ຍັງມີພາສາທີ່ເອີ້ນວ່າຄົ້ນຫາຂໍ້ມູນ ໄດ້ເຊັ່ນ: ພາສາເອດຄິວເອລ (stuctured query language), ພາສາຄິວບີອີ (quary by Example) ທີ່ໄດ້ຮັບຄວາມ ນິຍົມໃນໃນການໃຊ້ງານ

ຄອມພາຍເລີ້ (Compiler) ແມ່ນຫຍັງ?

ເປັນໂຕປ່ຽນພາສາລະດັບສູງເຊັ່ນດຽວກັນກັບອິນເຕີເນັດ ແຕ່ເປັນການແປທັງ ໂປຣແກຣມຜົນການແປທັງໂປຣແກຣມທີ່ເຮົາເອີ້ນວ່າ: ອອບເຈັກໂຄດ ສໍາລັບຕົ້ນສະບັບກ່ອນແປເອີ້ນວ່າ: ຊອສໂຄດ.

ພາສາເບສິກ ແມ່ນຫຍັງ?

ເປັນພາສາທີ່ໃຊ້ງ່າຍ ເໝາະສໍາລັບຜູ້ເລີ່ມຕົ້ນສຶກສາການຂຽນໂປຣແກຣມເບສິກ (Basic) ເປັນໂຕ ຫຍໍ້ຈາກຄໍາເຕັມວ່າ: Beginner’s All-purpose Symbolic Instuction Code ເປັນພາສາລຸນທໍາອິດຈະແປແບບ ອິນເຕີພຣີເຕີ້ ເຮັດວຽກຊ້າ ແລະ ບໍ່ເໝາະກັບງານແບບທຸລະກິດ ປະຈຸບັນຈະມີລຸ່ນໃໝ່ໃຊ້ການແປແບບຄອມພາຍ ເລີ້ ເຮັດວຽກໄດ້ດີ ແລະ ຄ່ອງໂຕ ໄດ້ແກ່ໄມໂຄຊອຟຄວິກເບສິກ ແລະ ວິຊວົນເບສິກ .

ພາສາໂຄບອນ ແມ່ນຫຍັງ?

ເປັນພາສາທີ່ສ້າງມາຕັ້ງແຕ່ປີ 1960 ເໝາະກັບວຽກດ້ານທຸລະກິດ ຄໍາສັ່ງໃນພາສານີ້ຈະຄ້າຍພາສາ ອັງກິດເຮັດໃຫ້ອ່ານ ແລະ ຂຽນໄດ້ງ່າຍ ຍຸກທໍາອິດໃຊ້ກັບເຄື່ອງ ເມນເຟຣມ ປະຈຸບັນຈະມີລຸ່ນທີ່ໃຊ້ກັບເຄື່ອງໄມ ໂຄຄອມພິວເຕີ້ ແລະມີລຸ່ນທີ່ສະໜັບສະໜູນການຂຽນໂປຣແກຣມໃນແນວວັດຖຸ (Object oriented paradigm) ເອີ່ນວ່າ: ວິຊວລຄາບອນ ນຳ.

ພາສາປາສການ ແມ່ນຫຍັງ?

 ເປັນພາສາທີ່ເອື້ອອໍານວຍຊ່ວຍໃຫ້ຂຽນໂປຣແກຣມຕາມແນວໂຄງສ້າງ ງ່າຍຕໍ່ການຂຽນໂປຣ ແກຣມ ນິຍົມໃຊ້ເທິງເຄື່ອງໄມໂຄຄອມພິວເຕີ້ເປັນພາສາທີ່ເໝາະກັບການຮຽນການສອນ ແລະ ຂຽນໂປຣແກຣມ ປະຍຸກ ເປັນພາສາທີ່ມີຕົວປ່ຽນທັງອິນເຕີພຣີເຕີ້ ແລະ ຄອມພາຍເລີ້ ລຸ່ນເທີ້ໂບປາສການຈະໄດ້ຮັບຄວາມນິຍົມສູງ ທັງໃນການຮຽນການສອນ ແລະ ການໃຊ້ງານເພາະມີຂໍ້ມູນດີກ່ວາລຸ່ນທໍາອິດ.

ພາສາຊີ C ແມ່ນຫຍັງ?

ເປັນພາສາທີ່ໄດ້ຮັບຄວາມນິຍົມໃນໝູ່ນັກຂຽນໂປຣແກຣມ ມີຂໍ້ດີຄື: ມີຄວາມຍືດຍຸນ ແລະ ມີໄວຍາກອນ ທີ່ເຂົ້າໃຈງ່າຍ ມີປະສິດທິພາບ ແລະ ຄວາມໄວໃນການເຮັດວຽກ ການພັດທະນາໂປຮແກຣມເຮັດໃຫ້ງ່າຍຖ້າທຽບ ໃສ່ພາສາອື່ນ ປະຈຸບັນມີລຸນເທີໂບ ຊີພລັສພລັສ (Turbo C++) ເປັນລຸນທີ່ສາມາດຂຽນໂປຣແກຣມເຊິ່ງວັດຖຸ.

ພາສາຈາວາ Java ແມ່ນຫຍັງ?

ເປັນພາສາທີ່ພັດທະນາຈາກພາສາຊີ ໃຫ້ມີຄວາມສາມາດພັດທະນາໂປຣແກຣມທີ່ສື່ສານຂໍ້ມູນ ທາງໄກຜ່ານເຄືອຄ່າຍຄອມພິວເຕີ້ (computer network) ເຊິ່ງເໝາະກັບຍຸກປະຈຸບັນທີ່ກຳລັງເປັນຍຸກອິນເຕີເນັດ ຈາວາເປັນພາສາທີ່ໃຊ້ພັດທະນາຊອບແວໃນເຊິ່ງວັດຖຸໄດ້ພຽງຢ່າງດຽວກໍາລັງເປັນພາສາທີ່ເຂົ້າມາມີບົດບາດ ແລະ ເປັນທີ່ສົນໃຈໃນປະຈຸບັນ

ການລົງລະຫັດ (imprementation) ແມ່ນຫຍັງ?

ເປັນຂັ້ນຕອນທີ່ຕໍ່ເນື່ອງຈາກຂັ້ນຕອນອອກແບບລາຍລະອຽດສໍາເລັດ ແລ້ວກໍ່ຈະແຈກຢາຍໂມດູນຍ່ອຍທີ່ອອກແບບແລ້ວໃຫ້ນັກຂຽນໂປຣແກຣມຂຽນຄໍາສັງຕາມຂໍ້ກຳນົດຄຸນລັກສະນະຂອງ ນັ້ນ ໂດຍໃຊ້ພາສາຄອມພິວເຕີເຊິ່ງມີຫຼາກຫຼາຍພາສາແລ້ວແຕ່ວ່າພາສາໃດ ຈະເໝາະສົມກັບງານປະເພດໃດ ໂມດູນ ເຊິ່ງຈະຕ້ອງຄວບຄຸມຜູ້ລົງລະຫັດໃຫ້ໃຊ້ມາດຖານຄຸນລັກສະນະຂອງແຕ່ລະໂມດູນທີ່ຜູ້ອອກແບບກໍານົດໄວ້ຢ່າງເຄັ່ງ

ຂັ້ນທົດຊອບ ແລະ ປະເມີນຜົນຊອບແວ (Testing & evaluation) ແມ່ນຫຍັງ?

ໃນການພັດທະນາໂປຣແກຣມຈະຕ້ອງມີການ ທົບທວນຕິດຕາມປະເມີນຜົນຕະຫຼອດເວລາເພື່ອໃຫ້ການພັດທະນາເປັນໄປຕາມວັດຖຸປະສົງທີ່ຕັ້ງໄວ້ການກວດວັດຈຶ່ງ ໃຊ້ວັດຖຸປະສົງເປັນຫຼັກ. ເກຣນໄມເຍີໄດ້ບອກເຖິງຈຸດປະສົງຂອງການກວດຊອບໃນໜັງສື The Art of software Testing ທີ່ເປັນເຂົາ ເປັນຜູ້ຂຽນດັ່ງນີ້ (Myer, G., 1979)

ວິເຄາະແບບສະຖິຕິ (static analysis) ແມ່ນຫຍັງ?

ເປັນວິທີທີ່ບໍ່ຕ້ອງໃຫ້ໂປຣແກຣມເຮັດວຽກຈິງທົດສອບແບບທົບທວນ ສ່ວນປະກອບຕ່າງໆຂອງໂປຣແກຣມເຊັ່ນ: ໃນພາສາຂຽນໂປຣແກຣມຖືກຕ້ອງ ຫລື ບໍ່ ເຊິ່ງເປັນວິທີທີ່ເໝາະສົມກັບ ການທົດສອບໜ່ວຍຍ່ອຍ ຂອງຊອບແວ ເຊິ່ງຈະທົດສອບດ້ວຍຕົວເອງ ຫລື ໃຊ້ຊອບແວທົດສອບກໍໄດ້

ວິເຄາະແບບວັດຜົນ (dynamic analysis) ແມ່ນຫຍັງ?

 ເປັນການທົດສອບໂດຍໃຫ້ໂປຣແກຣມທໍາງານ ທົດສອບຜົນງານ ທີ່ໄດ້ປຽບທຽບກັບສິ່ງທີ່ຕ້ອງການ ອາດແບ່ງການພິຈາລະນາເປັນ 2 ສ່ວນ ຄື ຜົນຕາມຕັກກະສາດ ເຊັ່ນ: ມີຂັ້ນຕອນ ການທໍາງານຖືກຕ້ອງຫລືບໍ່ ການສົ່ງຜ່ານຂໍ້ມູນໃຫ້ຜົນຖືກຕ້ອງຫລືບໍ່ ແລະ ຜົນຕາມຫນ້າທີ່ເຊັ່ນ: ພາຍໃຕ້ເງື່ອນໄຂ ຕ່າງໆ ໂປຣແກຣມສ່ວນຍ່ອຍນັ້ນ ສາມາດສະຫນອງໄດ້ຖືກຕ້ອງຕາມຫນ້າທີ່ ຫລືບໍ່

ຄວາມເປັນໂມດູລ (modularity) ແມ່ນຫຍັງ?

ຫມາຍເຖິງເປັນຫນ່ວຍຍ່ອຍທີ່ມີເນື້ອຫາສົມບູນດ້ວຍຕົວມັນເອງ ສາມາດ ແຍກສ່ວນນີ້ມາຈັດການສ້າງຄໍາສັ່ງ ຫລື ເຮັດກິດຈະກຳຢ່າງຫນຶ່ງໄດ້ ເຊິ່ງໄດ້ກຳນົດສ່ວນນໍາເຂົ້າ ແລະ ສ່ວນ ຜົນລັບອອກໄວ້ຢ່າງຊັດເຈນ ຂຸດຄໍາສັ່ງທີ່ເຮັດແບບ ລັກສະນະໂມດູລ ຈະເກີດຄວາມຄ່ອງຕົວໃນການແກ້ໄຂ ຈະບໍ່ສົ່ງຜົນກະທົບກັບໂມດູລອື່ນ.

ລະດັບຄວາມເປັນນາມມະທໍາ (level of abstraction) ແມ່ນຫຍັງ?

ຄືລະດັບຂອງນາມມະທຳຂອງ ຊຸດຄໍາສັ່ງ ຖ້າມີຄວາມ ສາມາດເປັນນາມມະທຳຫລາຍ ການແກ້ໄຂກໍ່ບໍ່ຫຍຸ້ງຍາກຫຼາຍ ຖ້າມີຄວາມເປັນນາມມະທໍານ້ອຍແຕ່ເປັນ ຮູບປະທໍາຫຼາຍ ມີຄວາມຊັດເຈນ ເຫັນໄດ້ ຈັບໄດ້ ວັດແທກໄດ້ ການແກ້ໄຂດັດແປງກໍ່ທໍາໄດ້ງ່າຍ.

ໂມດູລບິລແອນຟິກ (Build and Fix Model) ແມ່ນຫຍັງ?

 ເປັນໂມດູລທີ່ບໍ່ມີການວິເຄາະຄວາມ ຕ້ອງການ ບໍ່ມີການ ກຳນົດຄຸນລັກສະນະຂອງຊອບແວ ແລະ ບໍ່ມີການອອກແບບ ເຫມາະສົມກັບງານ ທີ່ເຮັດວຽກຊາຫລາຍໆເທື່ອ ຊອບແວ ມີຂະຫນາດບໍ່ຫລາຍ ປະມານ 100-200 ແຖວ ຮູບແບບວົງຈອນຊີວີດເປັນດັ່ງຮູບ

ໂມດູລນໍ້າຕົກ ແມ່ນຫຍັງ?

 ໄດ້ຮັບການສະເຫນີ ໂດຍ ຣອຍ ເມື່ອປີ 1970 (Royce, 1970) ເລີ່ມຕົ້ນທີ່ຜູ້ໃຊ້ (ລູກຄ້າ) ເປັນຜູ້ລະບຸຄວາມຕ້ອງການ ຫລັງຈາກນັ້ນນັກພັດທະນາຈະນໍາຄວາມ ຕ້ອງການໄປວິເຄາະ ເພື່ອກຳນົດຄຸນລັກສະນະຂອງຊອບແວ ໂດຍລາຍການຄຸນລັກສະນະຈະຕ້ອງເປັນທີ່ຍອມຮັບຂອງລູກຄ້າ ຈະຕ້ອງໃຫ້ ຜູ້ ໃຊ້ ຫລືລູກຄ້າກວດສອບຈົນເປັນຂໍ້ຍຸຕິໂດຍເຊັນຊື່ໃນເອກະສານເປັນຫລັກຖານດ້ວຍ ຫລັງຈາກນັ້ນຈະເປັນຂັ້ນວາງ ແຜນ ໂດຍຈັດທໍາເອກະສານລາຍລະອຽດຂອງ ການອອກແບບ ແລະ ພັດທະນາ ຈັດທໍາປະເມີນຄ່າໃຊ້ຈ່າຍ ແລະ ແຜນໄລຍະເວລາ ຫລັງຈາກນັ້ນການອອກແບບ ຈິ່ງເລີ່ມຂຶ້ນ.

ໂມເດລສ້າງຕົ້ນແບບໄວ ແມ່ນຫຍັງ?

ເປັນການສັງຕົ້ນແບບ (rapid prototype) ແລ້ວໃຫ້ຜູ້ໃຊ້ຊອບແວ (customer) ໄດ້ທົດລອງໃຊ້ ແລະ ເຂົ້າມາມີສ່ວນຮ່ວມໃນການສະເໜີແນະປັບປຸງແກ້ໄຂຕົ້ນແບບຈົນເປັນທີ່ພໍໃຈໃນ ຕົ້ນແບບນັ້ນ ຜູ້ພັດທະນາກໍຈະຮູ້ເຖິງຄວາມຕ້ອງການ ແລະ ສາມາດນໍາໄປກໍານົດລາຍການຄຸນລັກສະນະຂອງຊອບແວທີ່ລູກຄ້າຕ້ອງການໄດ້ດ້ວຍຄວາມແນ່ໃຈ ແລະ ເຊື່ອໝັ້ນວ່າຊອບແວທີ່ໄດ້ຈະເປັນສິ່ງທີ່ລູກຄ້າຕ້ອງການຢ່າງແທ້ຈິງ

ໂມເດລສ້າງສ່ວນເພີ່ມ ແມ່ນຫຍັງ?

ເປັນແບບທີ່ຍຶດຫຼັກຄວາມຈິງທີ່ວ່າ ຊອບແວຈະໄດ້ຮັບການສ້າງຂຶ້ນເປັນຊັ້ນສ່ວນ ທີລະອັນເພີ່ມຫຼາຍຂຶ້ນ ເຮັດໃຫ້ເກີດໂມເດລທີ່ເອີ້ນວ່າ ໂມເດລສ້າງສ່ວນເພີ່ມ ເຊິ່ງຊອບແວຈະໄດ້ຮັບການ ອອກແບບ ເຂົ້າລະຫັດ ລວບລວມໜ່ວຍຍ່ອຍ (build) ຕ່າງໆມາເປັນ ລະບົບຊອບແວ ແລະ ທົດສອບການເຮັດວຽກ ຂອງລະຫັດແຕ່ລະໜ່ວຍທີ່ເຮັດໜ້າທີ່ສະເພາະເປັນຢ່າງໆໄປ

ອ້າງອີງ: ຈາກ ປື້ມ ອາລກໍລິທຶມປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ໂມເດລໃຍແມງມຸມ ແມ່ນຫຍັງ?

 ເປັນຮູບແບບພັດທະນາຊອບແວທີ່ຄໍານຶງເຖິງການລົດຄວາມສ່ຽງທີ່ເກີດຈາກຂໍ້ ຜິດພາດ ເພາະຈະມີການສ່ຽງສະເໝີໆທີ່ກ່ຽວຂ້ອງກັບການພັດທະນາຊອບແວ ຄວາມຄິດກ່ຽວກັບການລົດຄວາມສ່ຽງ ໂດຍການໃຊ້ວິທີສ້າງຕົ້ນແບບໄວ ແລະ ວິທີອື່ນໆ ເປັນຄວາມຄິດທີ່ດຳເນີນການໄປພາຍໃຕ້ໂມເດລໃຍແມງມຸມ ( Boehm, 1988 ) ແຕ່ລະຂັ້ນທີ່ດໍາເນີນການພັດທະນາຈະໄດ້ຮັບຫານວິເຄາະຄວາມສ່ຽງ (risk analysis)

ແຜນຜັງໂປຣແກຣມ (programming flowchart) ແມ່ນຫຍັງ?

ເປັນແຜນຜັງລະດັບລະອຽດ ຈະສະແດງການເຮັດວຽກ ຂອງແຕ່ລະຄໍາສັ່ງໂດຍລະອຽດ, ໃນທາງປະຕິບັດຜູ້ຂຽນມັກຈະບໍ່ສົນໃຈຂຽນຜັງງານໂປຣແກຣມ, ມັກແຕ່ຂຽນພຽງ ແຕ່ແຜນຜັງລະບົບ ເພື່ອໃຫ້ເກີດຄວາມຄິດວ່າ ຂັ້ນຕອນຕ່າງໆຂອງລະບົບມີຫຍັງແດ່ ແລະ ກ່ຽວຂ້ອງກັນແນວໃດ ແລະ ຖ້າຈໍາເປັນເມື່ອຂຽນໂປຣແກຣມທີ່ຊັບຊ້ອນຫລາຍ ກໍ່ຈະຮ່າງແຜນຜັງໂປຣແກຣມໂດຍຫຍໍ້ ໂດຍບໍ່ໄດ້ຂຽນໃນ ລາຍລະອຽດ. ໃນຄວາມເປັນຈິງແລ້ວ ແຜນຜັງຈະເປັນປະໂຫຍດຫລາຍ ໃນຂັ້ນຕອນສຸດທ້າຍຂອງການເຮັດວຽກ ນລໍາດັບຂ ໂປຣແກຣມ ນັ້ນຄືແຜນຜັງຈະເປັນເອກະສານກໍາກັບໂປຣແກຣມ ເພື່ອໃຊ້ປະໂຫຍດໃນຂັ້ນຕອນຊ້ອມບຳລຸງໂປຣ ແກຣມໃນຕໍ່ຫນ້າ, ຈິ່ງຖືໄດ້ວ່າແຜນຜັງມີຄວາມຈຳເປັນ ແລະ ໂດຍສະເພາະແມ່ນເຫມາະກັບຜູ້ເລີ່ມຕົ້ນທີ່ຈະຝຶກຝົນ ການຂຽນໂປຣແກຣມ.

ແຜນຜັງລະບົບ (system flowchart) ແມ່ນຫຍັງ?

ເປັນແຜນຜັງລະດັບກວ້າງ ເປັນການສະແດງຂັ້ນຕອນການເຮັດວຽກທັງຫມົດຂອງລະບົບ ຫມາຍເຖິງສ່ວນຕ່າງໆ ທີ່ກ່ຽວກັບງານ ທັງຫມົດ ທັງວັດສະດຸອຸປະກອນເຄື່ອງມືເຄື່ອງ ຄອມພິວເຕີ ແລະ ບຸກຄະລາກອນ ແຜນຜັງລະບົບຈະສະແດງຂັ້ນຕອນຕັ້ງແຕ່ເລີ່ມຕົ້ນວ່າ ເລີ່ມຈາກພາກສ່ວນໃດ ຂອງລະບົບງານ ແລະ ຜ່ານໄປຫນ່ວຍງານໃດ ມີກິດຈະກຳຫຍັງແດ່ໃນຫນ່ວຍງານນັ້ນ ແລ້ວສົ່ງງານຕໍ່ໄປຫາທີ່ໃດ ຈົນກະທັງສິ້ນສຸດ ເຊິ່ງບາງສ່ວນຂອງງານຈະກ່ຽວຂ້ອງກັບຄົນ ແລະ ບາງສ່ວນຈະເປັນວິທີການທີ່ຕ້ອງໃຊ້ຄອມພິວເຕີມາປະມວນຜົນ ເຊິ່ງເຮົາຕ້ອງນໍາສ່ວນນີ້ມາແຍກຂຽນໂປຣແກຣມ ລວມທັງສະແດງລາຍລະອຽດການເຮັດວຽກ ແຍກອອກມາເປັນແຜນຜັງໂປຣແກຣມ.

ຄໍາບັນຍາຍປະກອບສັນຍາລັກແຜນຜັງ ແມ່ນຫຍັງ?

ເປັນການອະທິບາຍເພີ່ມເຕີມຄວາມຫມາຍຂອງສັນຍາລັກນັ້ນວ່າ ມີຄວາມຫມາຍຫຍັງ ຮູບສັນຍາລັກທີ່ມັກມີຄໍາອະທິບາຍປະກອບຕະຫລອດ ຄືສັນຍາລັກຮັບຂໍ້ມູນ ແລະ ສະແດງຜົນຂໍ້ມູນ ແລະ ສັນຍາລັກທີ່ລະບຸຊະນິດອຸປະກອນດັ່ງຕົວຢ່າງ.

ຂໍ້ມູນຕົວອັກສອນ ຫລື ຂໍ້ຄວາມ ແມ່ນຫຍັງ?

ຈະມີເຄື່ອງຫມາຍ ” ” ກຳກັບຕົວອັກສອນ ຫລື ຂໍ້ຄວາມຂຸດ ນັ້ນ ແລະຖ້າຕົວເລກໃດໆ ເປັນຂໍ້ມູນໃນຮູບແບບຕົວອັກສອນກໍ່ຈະ ກຳນົດດ້ວຍ ” ” ດັ່ງກ່າວນີ້ຈະນໍາໄປຄໍານວນທາງຄະນິດສາດບໍ່ໄດ້ ຂໍ້ມູນ

ຕົວປ່ຽນ ແມ່ນຫຍັງ?

 ຈະຕັ້ງຊື່ດ້ວຍຕົວອັກສອນຕົວດຽວ ຫລື ຕົວອັກສອນຫລາຍຕົວທີ່ກໍານົດໃຫ້ເປັນຊື່ຕົວປ່ຽນ (ເປັນໄປຕາມຫລັກການຕັ້ງຊື່ຕົວປ່ຽນ) ເຮັດຫນ້າທີ່ເປັນຊື່ຫນ່ວຍຄວາມຈຳທີ່ໃຊ້ເກັບຂໍ້ມູນ. ດັ່ງນັ້ນ, ເມື່ອເວົ້າເຖິງຕົວ ປ່ຽນໃນສັນຍາລັກແຜນຜັງ ກໍ່ຈະເປັນຕົວອັກສອນ ຫລື ຂໍ້ຄວາມທີ່ເປັນຊື່ຕົວປ່ຽນຕົວປ່ຽນນັ້ນ ໂດຍບໍ່ມີເຄື່ອງຫມາຍ * ” ກຳກັບ ດັ່ງຕົວຢ່າງທີ່ເວົ້າເຖິງທາງເທິງ.

ເຄື່ອງຫມາຍດໍາເນີນການໃນແຜນຜັງ (operators) ແມ່ນຫຍັງ?

 ເປັນເຄື່ອງຫມາຍດໍາເນີນການທີ່ ໃຊ້ເປັນປະຈຳ ໂດຍການຂຽນແຜນຜັງຈະຕ້ອງລະວັງໃນການນໍາໃຊ້ ບໍ່ໃຫ້ນໍາເອົາເຄື່ອງຫມາຍດໍາເນີນການໃນພາສາຄອມພິວເຕີມາ ໃຊ້ໃນກັນໃນແຜນຜັງ ຈະເຮັດໃຫ້ບໍ່ສາມາດສື່ຄວາມເຂົ້າໃຈກັບບຸກຄົນທົ່ວໄປໄດ້ ຖ້າວ່າການດໍາເນີນການໃດຫນຶ່ງ ທີ່ ໃນພາສາທົ່ວໄປ ຍັງບໍ່ມີເຄື່ອງຫມາຍດໍາເນີນການນັ້ນ ກໍ່ໃຫ້ໃຊ້ຄໍາອະທິບາຍແທນ ຫລື ມີຂໍ້ຄວາມຫມາຍເຫດເພີ່ມ

ອາວກໍຣິດທຶມເຮັດຕາມລໍາດັບ (Sequential algorithm) ແມ່ນຫຍັງ?

 ຄືລໍາດັບກິດຈະກໍາມີລັກສະນະການ ເຮັດວຽກຕາມ ລໍາດັບກ່ອນຫຼັງ ໂດຍບໍ່ມີການປ່ຽນແປງທິດທາງໄປໃນລັກສະນະອື່ນເຊັ່ນ: ການເຮັດ ຕາມລໍາດັບຈາກເທິງລົງລຸ່ມ ຫຼື ເຮັດຕາມລໍາດັບຈາກຊ້າຍໄປຂວາເມື່ອກິດຈະກຳຂຽນຢູ່ໃນບັນທັດດຽວ ກັນ ແຕ່ໂດຍປົກກະຕິໃນແຜນຜັງຈະມີເສັ້ນ ລູກສອນສະແດງລໍາດັບຂອງກິດຈະກຳຢູ່ແລ້ວ ຫົວລູກ ສອນຈະຈົດກ່ອງກິດຈະກຳລໍາດັບຕໍ່ໄປ ຂໍ້ສັງເກດວ່າເປັນ ອາວກໍຣິດທຶມແບບເຮັດຕາມລໍາດັບຄື ກິດຈະ ກຳແຕ່ລະຢ່າງເປັນລັກສະນະເຂົ້າໜຶ່ງອອກໜຶ່ງ ຈະບໍ່ມີທາງແຍກ ຫຼື ທາງເລືອກ ຫຼື ອ້ອມກັບແຕ່ຢ່າງໃດ ຄືກັນກັບກິດຈະກໍາແຕ່ລະສ່ວນເປັນກ້ອນດິນບ່ອກວາງຊ້ອນກັນຕາມລໍາດັບ ຄື ເຮົາກໍ່ດິນບ໋ອກເປັນກໍາແພງ ແລະ ໃນນ໋ອກບາງບ໋ອກພາຍໃນອາດຈະເປັນອາວກໍຮີດທຶມແບບອື່ນ ເຊິ່ງຈະກ່າວລາຍ

ຕົວປ່ຽນ auto ແມ່ນຫຍັງ?

ຊະນິດທ້ອງຖິ່ນ (local variables) ຄືຕົວປ່ຽນທີ່ປະກາດພາຍໃນປີກກາເປີດ { ແລະປີກກາປິດ } ຂອງຟັງຊັນໃດໆ ລວມທັງຕົວປ່ຽນພາຣາມິດເຕີດ້ວຍ. ຕົວປ່ຽນປະເພດນີ້ຈະມີຊ່ວງ ຊີວິດ ແລະ ມີຂອບເຂດການ ເຮັດວຽກສະເພາະໃນວົງປີກກາທີ່ໄດ້ປະກາດໄວ້ເທົ່ານັ້ນ ເມື່ອຈົບການເຮັດວຽກຂອງຟັງຊັນຕົວປ່ຽນເຫຼົ່ານີ້ຈະຖືກ ຍົກເລີກທັນທີ. ຕົວປ່ຽນເຫຼົ່ານີ້ອາດຈະຖືກເອີ້ນອີກຊື່ໜຶ່ງວ່າ: ຕົວປ່ຽນອັດຕະໂນມັດ (automatic variables) ການ ປະກາດຕົວປ່ຽນທ້ອງຖິ່ນໃຊ້ຄໍາສົ່ງອ້ອມ auto ໄວ້ໜ້າຊະນິດຂໍ້ມູນ ແຕ່ໃນການປະກາດໂດຍທົ່ວໄປຈະບໍ່ນິຍົມໃຊ້ auto ເພາະຖ້າບໍ່ໃສ່ auto ຄອມໄພເລີຈະຖືວ່າເປັນຕົວປ່ຽນທ້ອງຖິ່ນປະເພດ auto ເຊັ່ນ: auto int n; ສາມາດຂຽນໃໝ່ເປັນ int n;

ຕົວປ່ຽນ register ແມ່ນຫຍັງ?

ເປັນຕົວປ່ຽນທີ່ຕ້ອງການໃຊ້ໜ່ວຍຄວາມຈຳຣີຈິສເຕີຂອງຊີພີຢູເກັບຂໍ້ມູນ ໜ່ວຍ ຄວາມຈໍາຣີຈິສເຕີຄື ໜ່ວຍຄວາມຈໍາສະເພາະທີ່ ຢູ່ພາຍໃນຊີພີຢູເຮັດໜ້າທີ່ເປັນເຈ້ຍທົດໃນລະຫວ່າງປະ ມວນຜົນເຊິ່ງມີ ຂອງຊີພີຢູລຸ້ນນັ້ນໆ ດັ່ງນັ້ນບາງຄັ້ງຄອມໄພເລີ ອາດບໍ່ອະນຸຍາດໃຫ້ໃຊ້ ຈໍານວນຈຳກັດຂຶ້ນຢູ່ກັບສະຖາປັດຕະຍາກຳ ກໍ່ຈະໃຫ້ໄປໃຊ້ໜ່ວຍຄວາມຈຳຫຼັກແທນ ຈະໃຊ້ຕົວປ່ຽນປະເພດນີ້ເມື່ອຕ້ອງການປະມວນຜົນ ການປະກາດຕົວປ່ຽນ ແບບນີ້ຕ້ອງໃຊ້ຄໍາສັ່ງອ້ອມ register ນໍາໜ້າຕົວປ່ຽນເຊັ່ນ: register int y; ຫຼື register y;

ການກໍານົດຊະນິດຂໍ້ມູນຊົ່ວຄາວ ແມ່ນຫຍັງ?

ຕົວປ່ຽນທຸກຕົວກ່ອນຈະນໍາມາໃຊ້ ຈະຕ້ອງປະກາດຊະນິດຕົວປ່ຽນກ່ອນສະເໝີ ເມື່ອຕົວປ່ຽນຖືກປະ ກາດເປັນ ຊະນິດໃດ ຕົວປ່ຽນຕົວນັ້ນກໍ່ຈະຕ້ອງເກັບຂໍ້ມູນຊະນິດນັ້ນຕະຫລືໄປ ໃນບາງຄັ້ງເຮົາອາດຈໍາ ເປັນຕ້ອງປ່ຽນຊະນິດ ຂອງຕົວປ່ຽນໄປເປັນຊະນິດອື່ນຊົ່ວຄາວ ໃນກໍລະນີນີ້ພາສາຊີ ສາມາດກະທໍາໄດ້ ໂດຍລະບຸຊະນິດຕົວປ່ຽນໜ້າຕົວ ປ່ຽນນັ້ນຊົ່ວຄາວເຊັ່ນ: ຕົວປ່ຽນ 1 ເປັນຊະນິດເກັບເລກຈໍານວນຈິງ (floating point) ເມື່ອຕ້ອງການໃຫ້ເປັນຊະນິດ ຈໍານວນເຕັມຊົ່ວຄາວໃຫ້ຂຽນເປັນ (int)

ປະໂຫຍກອ່ານຂໍ້ມູນ ແມ່ນຫຍັງ?

ການອ່ານຂໍ້ມູນໝາຍເຖິງການອ່ານຂໍ້ມູນເຂົ້າທາງແປ້ມພີມ ແລ້ວໃຫ້ເຄື່ອງອ່ານຂໍ້ມູນທີ່ໃສ່ນັ້ນໄປ ເກັບໄວ້ໃນ ໜ່ວຍຄວາມຈຳທີ່ມີຊື່ຕາມຕົວປ່ຽນທີ່ລະບຸ ໃນຂະນະທີ່ຄໍາສັ່ງອ່ານຂໍ້ມູນນັ້ນໆ ໃນເທີໂບຊີມີ ຟັງຊັນສໍາລັບອ່ານຂໍ້ມູນ ຄື: scanf(), getchar(), getche(), getch() ແລະ gets()

ຟັງຊັນ scanf() ແມ່ນຫຍັງ?

ຟັງຊັນນີ້ຈະຢຸດເພື່ອໃຫ້ໃສ່ຂໍ້ມູນທາງແປ້ນພິມ ໂດຍຂໍ້ມູນທີ່ໃສ່ຈະສະແດງເທີງໜ້າຈໍພາບ ເມື່ອກົດ ENTER ຂໍ້ມູນຂຸດນັ້ນຈະຖືກເກັບໃນໜ່ວຍຄວາມຈຳທີ່ມີຊື່ຕາມຕົວປ່ຽນນັ້ນໆ ແລະ ຈະເຮັດໃຫ້ເຄີເຊີຂຶ້ນບັດທັດໃໝ່ຫຼັງຈາກກົດ

ການເຮັດວຽກແບບອ້ອມຊ້ຳ (repetition) ແມ່ນຫຍັງ?

 ຫຼື ການເຮັດວຽກເປັນວົງຮອບ (looping) ຄືການເຮັດວຽກລັກສະນະ ດຽວກັນ ເປັນອາວກໍຣິດທຶມທີ່ມີຄວາມສໍາຄັນຢ່າງຍິ່ງ ສອດຄ່ອງກັບການກະທຳກິດ ຈະກຳຕ່າງໆ ໃນຊີວິດປະຈຳວັນ ທີ່ ວຽກສ່ວນໃຫຍ່ເປັນວຽກຊໍ້າໆ ມີຂັ້ນຕອນກິດຈະກຳຕ່າງໆທີ່ຊໍ້າເກົ່າ ເມື່ອມະນຸດຕ້ອງເປັນຜູ້ເຮັດວຽກເຫຼົ່ານັ້ນ ຊໍ້າໆກັນ ຫຼາຍຮອບອາດເກີດຄວາມເບື່ອໜ່າຍຈໍເຈ ດັ່ງທີ່ເຮົາກ່າວກັນວ່າ ເປັນວຽກຈໍເຈຊໍ້າຊາກ.

ການເຮັດວຽກອ້ອມຊໍ້າແບບ while().... ແມ່ນຫຍັງ?

ຈະເລີ່ມໂດຍການກວດສອບເງື່ອນໄຂກ່ອນຖ້າເງື່ອນ ໄຂເປັນຈິງຈະ ເຮັດກິດຈະກຳທີ່ຢູ່ໃນບ໋ອກທີ່ມີເຄື່ອງໝາຍ ( ແລະ } ຈະເຮັດຊໍ້າໄປເລື້ອຍໆຈົນກວ່າ ເງື່ອນໄຂຈະບໍ່ເປັນຈິງໃນແຕ່ລະ ຮອບຂອງການເຮັດວຽກຈະກວດສອບເງື່ອນໄຂໃໝ່ທຸກໆຮອບ ເມື່ອ ເງື່ອນໄຂບໍ່ເປັນຈິງກໍ່ຈະອອກຈາກໂຄງສ້າງຂອງ while() ຄືໄປເຮັດຄໍາສັ່ງທີ່ຢູ່ນອກໂຄງສ້າງຕໍ່ຈາກ ເຄື່ອງໝາຍ }

ການເຮັດວຽກອ້ອມຊາແບບ do/while() ແມ່ນຫຍັງ?

ປະໂຫຍກ do/while() ລັກສະນະການເຮັດວຽກຈະເຮັດກິດຈະກຳທີ່ຢູ່ຕໍ່ຈາກ do ເຊີ່ງຖ້າມີກິດຈະກຳຫຼາຍ ກິດຈະກຳ ກໍ່ຈະຕ້ອງເປີດບຣອກ ແລະ ປິດບຼອກດ້ວຍເຄື່ອງໝາຍ ( ແລະ } ຈາກນັ້ນຈິ່ງໄປ ກວດສອບເງື່ອນໄຂໃນ ປະໂຫຍກ while() ເຊິ່ງຢູ່ໃນຮູບຂອງຟັງຊັນວ່າເປັນຈິງຫຼືບໍ່ເປັນຈິງ ຖ້າເປັນຈິງ ການເຮັດວຽກກໍ່ຈະອ້ອມກັບມາເຮັດຄໍາ ສັ່ງໃນວົງຮອບທີ່ຢູ່ໃນບ໋ອກ { ແລະ } ຊາອີກແລ້ວຈິ່ງໄປກວດ ສອບເງື່ອນໄຂໃໝ່ ຈົນຜົນການກວດສອບບໍ່ເປັນຈິງຈິ່ງ ຈະອອກໄປເຮັດຄໍາສັ່ງນອກໂຄງສ້າງ.

ການເຮັດວຽກອ້ອມຊໍ້າແບບ for() ແມ່ນຫຍັງ?

ປະໂຫຍກໂຄງສ້າງຄວບຄຸມການເຮັດວຽກອ້ອມຊໍ້າແບບ for() ເປັນໂຄງສ້າງທີ່ຮູ້ຈໍານວນຮອບ ແນ່ນອນ ການ ເຮັດວຽກຈະເລີ່ມໂດຍການກໍານົດຄ່າເລີ່ມຕົ້ນໃຫ້ກັບຕົວແປທີ່ເຮັດໜ້າທີ່ກຳກັບການອ້ອມ ຊ້ຳ (loop control variable) ແລ້ວຈິ່ງທົດສອບເງື່ອນໄຂວ່າເປັນຈິງ ຫຼື ບໍ່ ຖ້າເປັນຈິງກໍ່ຈະເຮັດກິດຈະ ກຳຕ່າງໆ ທີ່ຢູ່ໃນບຮອກຂອງກິດຈະກຳ ຄືຢູ່ໃນລະຫວ່າງເຄື່ອງໝາຍ { ແລະ } ຖ້າໃນບຮອກມີປະໂຫຍກກິດຈະກຳຫຼາຍກວ່າ 1 ປະໂຫຍກ. ຈາກນັ້ນ ກໍ່ຈະເພີ່ມຄ່າ ຫຼື ຫຼຸດຄ່າຂອງຕົວແປຄວບຄຸມການອ້ອມຊ້ຳ (step) ແລ້ວຈິ່ງກັບມາທົດສອບເງື່ອນໄຂອີກ ການເຮັດວຽກຈະອ້ອມຊ້ຳເຊັ່ນ ນີ້ຈົນກວ່າເງື່ອນໄຂບໍ່ເປັນຈິງ ການເຮັດວຽກກໍ່ຈະສິ້ນສຸດອອກຈາກໂຄງສ້າງໄປເຮັດປະໂຫຍກອື່ນທີ່ຢູ່ນອກໂຄງສ້າງຕໍ່ ໄປຄື ປະໂຫຍກຄໍາສັ່ງທີ່ຢູ່ຕໍ່ຈາກເຄື່ອງໝາຍ ).

ແຖວລໍາດັບ (Arrays) ແມ່ນຫຍັງ?

ຄວາມໝາຍຂອງແຖວລໍາດັບ ແມ່ນແຖວ ຫຼື ລໍາດັບ ນັ້ນຄືແຖວຫຼືລໍາດັບຂອງຂໍ້ມູນຊະນິດດຽວກັນທີ່ມີຈຳນວນ ທີ່ເອີ້ນຫຼາຍ ຕົວນໍາມາເກັບໃນຕົວປ່ຽນຊື່ດຽວກັນ ແຕ່ຕ່າງກັນທີ່ຕົວດັດສະນີບອກລໍາດັບ ເຊິ່ງເອີ້ນວ່າ ຕົວດັດຊະນີ ຫຼື ຕົວປ່ຽນ

ແຖວລໍາດັບມິຕິດຽວ (one dimensional arrays) ແມ່ນຫຍັງ?

 ແຖວລໍາດັບມີຕິດຽວຄື: ຕົວປ່ຽນແຖວລໍາດັບທີ່ໃຊ້ເກັບຂໍ້ມູນເປັນກຸ່ມທີ່ມີລັກສະນະຕໍາແໜ່ງທີ່ຕັ້ງ ທີ່ເປັນ ລັກສະນະແຖວດຽວ (ວາງຕາມນອນ) ຫຼື ຄໍລຳດຽວ (ວາງຕາມຕັ້ງ) ເຊັ່ນ: ປະກາດຕົວປ່ຽນຊະນິດຂໍ້ມູນ ແລະ ຂະໜາດ ຂອງແຖວລໍາດັບ int x[7]; float number[100]; unsigned int time[3]; ເປັນຕົ້ນ ການເບິ່ງວ່າເປັນແຖວລໍາດັບມີສ່ ດຽວ ຫຼື ບໍ່

ແຖວລໍາດັບຫຼາຍມິຕິ (multi-dimensional arrays) ແມ່ນຫຍັງ?

ແຖວລໍາດັບຫຼາຍມິຕິຄືແຖວລໍາດັບຕັ້ງແຕ່ 2 ມິຕິເປັນຕົ້ນໄປ ໝາຍເຖິງຕົວປ່ຽນແຖວລໍາດັບ ທີ່ໃຊ້ ເກັບຂໍ້ມູນເປັນ ກຸ່ມ ທີ່ຂໍ້ມູນນັ້ນໃຊ້ຕົວປ່ຽນຊື່ດຽວກັນແຕ່ມີຂໍ້ແຕກຕ່າງກັນທີ່ຕົວດັດຊະນີ ຫຼື ສັບສຄຼິບທີ່ບອກ ລໍາດັບຄວາມແຕກຕ່າງ ຂອງຕົວປ່ຽນນັ້ນວ່າຢູ່ໃນແຖວໃດ ລໍາດັບໃດໃນແຖວນັ້ນຄື: ໃນຄໍລໍາທີ່ເທົ່າໃດທີ່ກ່າວມານີ້ຄືແຖວລໍາດັບ 2 ມິຕິ ແລະ ຖ້າ

Class ແມ່ນຫຍັງ?

ອ້າງອີງ: ຈາກ ປື້ມ ແນວຄວາມຄິດກ່ຽວກັບການສ້າງໂປຣແກຣມແບບອອກເຈັກ (Object Oriented Concepts) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

Concept ແມ່ນຫຍັງ?

ໝາຍເຖິງແນວຄິດຮວບຍອດທີ່ເຮົາມີໃຫ້ກັບວັດຖຸໃດໆ ພາຍໃຕ້ກອບກໍານົດໃວ້ຕາມຄວາມ ຕ້ອງການ (Domain) ຄໍາວ່າແນວຄິດໃນທີ່ນີ້ ໝາຍເຖິງແນວຄວາມຄິດໃນແງ່ຂອງຄວາມເປັນຈິງບໍ່ລວມເຖິງ ຄວາມຮູ້ສຶກທີ່ມີຕໍ່ວັດຖຸນັ້ນ ຕົວຢ່າງເຊັ່ນ ຖ້າເຮົາຕ້ອງການໃຫ້ Concept ກັບ Object ລົດຍົນຕາມກອບທີ່ຕ້ອງການ ຄື: ລົດທຸກຄັນມີໂຕຖັງ ມີລໍ້ ແລະ ເຄື່ອງຈັກຄືກັນທຸກຄັນ ຫຼື ເມື່ອຕ້ອງການໃຫ້Concept ກັບ Object ຄົນ ນັ້ນຄື ຄົນ ທຸກຄົນ (ໂດຍປົກກະຕິແລ້ວມີ 2 ແຂນ 2 ຂາ 1 ຫົວ ແລະ ມີພາສາເວົ້າ).

Object ແມ່ນຫຍັງ?

ໃນການຂຽນໂປຣແກຣມແບບວັດຖຸ ຫຼັກການສໍາຄັນຄືການເບິ່ງສິ່ງທີ່ສົນໃຈໃຫ້ເປັນ Object ຄືໃນຊີວິດ ປະຈໍາວັນຂອງມະນຸດເຮົາທີ່ເບິ່ງທຸກສິ່ງທີ່ຢູ່ອ້ອມຮອບຕົວເປັນ Object ສະເໝີເຊັ່ນເມື່ອນັ່ງເຮັດວຽກເຮົາຈະເຫັນ ໜັງສື, ແຟ້ມ, ປາກກາ, ເຈ້ຍ, ສໍ ວ່າເປັນ Object ຫຼື ວັດຖຸແຕ່ລະຊະນິດ ໃນໂລກຂອງຄວາມເປັນຈິງແລ້ວ Object ທີ່ເຮົາສົນໃຈ

Attribute ແມ່ນຫຍັງ?

Attribute ຫຼືເອີ້ນອີກຢ່າງໜຶ່ງວ່າ Object Data ເປັນສິ່ງທີ່ບັນຍາຍຄຸນລັກສະນະຂອງ Object ຖ້າເປັນ Object ທີ່ຢູ່ໃນ Class ດຽວກັນຈະມີຄຸນລັກສະນະຄືກັນເຊັ່ນ Class ໜັງສືມີຄຸນລັກສະນະຫຼາຍຢ່າງໄດ້ແກ່ລະຫັດ ISBN ຊື່ໜັງສື ຊື່ຜູ້ແຕ່ງ ຊື່ລາຄາ ແລະ ເນື້ອໃນ ໃນ Class ໜັງສື ສາມາດມີ Object ໜັງສືໄດ້ຫຼາຍເຫຼັ້ມແຕ່ຄ່າ ຂອງ Attribute ດຽວກັນຂອງໜັງສືແຕ່ລະເຫຼັ້ມຈະບໍ່ຄືກັນ ຈິ່ງເຮັດໃຫ້ Object ທີ່ຢູ່ໃນ Class ດຽວກັນສາມາດຈໍາແນກ ຄວາມແຕກຕ່າງກັນໄດ້ ເອີ້ນວ່າ: Object Identity.

Operation/Method ແມ່ນຫຍັງ?

ໃນຄວາມເປັນຈິງທຸກ Object ນອກຈາກຈະມີຄຸນລັກສະນະແລ້ວຍັງມີພຶດຕິກຳ (Behavior) ທີ່ຈະສະແດງ ອອກມາເພື່ອເຮັດໜ້າທີ່ຮ່ວມກັບ Object ອື່ນທີ່ມີໜ້າທີ່ແຕກຕ່າງກັນໄປ. ດັ່ງນັ້ນ, Behavior ຂອງ Object ຄືສິ່ງທີ່ Object ນັ້ນ ສາມາດເຮັດໄດ້ການຂຽນໂປຣແກຣມຕາມແນວທາງແບບເກົ່າແລ້ວ ຈະຖືວ່າ Behavior ຄື Proceduer , Function ຫຼື Subroutine ນັ້ນເອງ ແຕ່ສໍາລັບການຂຽນໂປຣແກຣມຕາມແນວທາງແບບວັດຖຸແລ້ວຈະ ເອີ້ນສິ່ງທີ່ເຮັດໃຫ້ເກີດ Behavior ຂຶ້ນໄດ້ວ່າ Method ເຊິ່ງໝາຍເຖິງລໍາດັບຄໍາສັ່ງໃນການເຮັດວຽກຂອງ Object ( ໃນຂັ້ນຕອນການວິເຄາະ ແລະ ການອອກແບບໃນບາງຄັ້ງຈະເອີ້ນ Method ວ່າ Operation) ຕົວຢ່າງດັ່ງນີ້: Object ຄົນມີ Method ຄືບອກເລກທີ່ບັດປະຈໍາຕົວ (getidentity card Number) ຊື່-ສະກຸນ (getame)

ການສື່ສານລະຫວ່າງ Object ແລະ Message ແມ່ນຫຍັງ?

ທີ່ມີໃນໂປຮແກຮມຈະມີການສື່ສານລະຫວ່າງກັນເພື່ອເຮັດວຽກຮ່ວມກັນຄືກ່າວໄປແລ້ວວ່າແຕ່ລະ Object ນັ້ນໄດ້ທໍ່ຫຸ້ມ DATA (Attribute) ແລະ Method ໄວ້ພາຍໃນ ໂດຍສ່ວນຂອງ Data ຈະຖືກປົກປິດໄວ້ບໍ່ ໃຫ້ Object ອື່ນເບິ່ງເຫັນ ແລະ ຈະເຫັນໄດ້ສະເພາະ Method ຂອງ Object ແລະ ນີ້ກໍ່ເພື່ອປ້ອງກັນການປ່ຽນແປງ

Object ແລະ Hierachy ແມ່ນຫຍັງ?

ຄວາມຈິງແລ້ວ Object ຕ່າງໆ ທີ່ມີບາງ Object ບໍ່ໄດ້ເປັນໜ່ວຍຍ່ອຍທີ່ໜ້ອຍທີ່ສຸດ ຫຼື ບໍ່ປະກອບດ້ວຍ Object ພຽງ Object ດຽວ ແຕ່ຈະເກີດຈາກຫຼາຍໆ Object ປະກອບຢູ່ຮ່ວມກັນເຊັ່ນ Object “Computer” ປະກອບມີ Object ຈໍພາບ (Monitor) ແລະ Object ເຄສ (Case) Object “Monitor” ປະກອບມີ Object ຫຼອດພາບ, ແຜງວົງຈອນ, ແລະ Object ນອດ ແລະ ອື່ນ

Encapsulaton ແມ່ນຫຍັງ?

ໝາຍເຖີງການຫໍ່ຫຸ້ມ Atteibute ແລະ Method ຂອງ Object ໄວ້ຮ່ວມກັນເພື່ອປ້ອງກັນ ການເບິ່ງເຫັນ ຫຼື ເຂົ້າເຖິງຂໍ້ມູນຈາກ Object

Sequential Operation ແມ່ນຫຍັງ?

 ຫຼື ການເຮັດວຽກແບບລໍາດັບ ເປັນການດໍາເນີນກິດຈະກຳຕໍ່ເນື່ອງກັນໄປ ກິດຈະກຳອື່ນຈະບໍ່ສາມາດດໍາເນີນງານຈົນກ່ວາກິດຈະກຳກ່ອນໜ້ານັ້ນຈະເຮັດວຽກແລ້ວ ສໍາລັບການຂຽນໂປຣ ແກຣມແບບວັດຖຸ Sequential Operation ຈະເປັນການສົ່ງ Message ທີ່ສົ່ງຜົນໃຫ້ Message ອື່ນຖືກສົ່ງຕໍ່ໂດຍ ເກີດຂຶ້ນເມື່ອ Object ໜຶ່ງສົ່ງ Message ໄປເພື່ອຂໍຜົນຮັບຈາກອີກ Object ໜຶ່ງ ຄ່າຜົນຮັບຈະບໍ່ຖືກສົ່ງກັບຄືນມາ ໃນທັນທີ່ຈົນກ່ວາຂະບວນການທາງ Message ອື່ນຈະແລ້ວສົມບູນເຊັ່ນ Object “A” ສົ່ງ Messageໄປຫາ Object

Implementation ແມ່ນຫຍັງ?

ເປັນສວນສະແດງລາຍລະອຽດພາຍໃນຂອງ Object ຫຼື Class ທັງໝົດ ບໍ່ວ່າຈະເປັນ ລາຍລະອຽດຂອງ Attribute ຫຼື ລາຍລະອຽດການເຮັດວຽກຂອງ Method ຫຼື ອາດເວົ້າໄດ້ວ່າ Implementation ແມ່ນສ່ວນທີ່ປະກາດເປັນ Private ທັງໝົດຂອງ Class. ປະໂຫຍດຂອງ Interface ທີ່ມີຕໍ່ Implementetion ແມ່ນການປ່ຽນແປງປັບປຸງແກ້ປ່ຽນໃນສ່ວນຂອງ Implementetion ຈະບໍ່ສົ່ງຜົນກະທົບຕໍ່ການສົ່ງ Message ຫຼື ການເອີ້ນໃຊ້ Method ຈາກ Object ອື່ນ ເນື່ອງຈາກ Object ອື່ນຈະບໍ່ສົນໃຈວ່າຜົນຮັບໄດ້ມາຈາກການເອີ້ນໃຊ້ Method ນັ້ນມີກົນໄກການເຮັດວຽກແນວໃດ. ດັ່ງນັ້ນ, ເມື່ອການປ່ຽນແປງກົນໄກພາຍໃນ Method ຈິ່ງບໍ່ສົ່ງຜົນກະທົບ ຫຼື ບໍ່ຈໍາເປັນຕ້ອງແກ້ປ່ຽນສ່ວນ Interface ໄປນໍາ.

ການສືບທອດ (Inheritance) ແມ່ນຫຍັງ?

 ໝາຍເຖິງ Class ໜຶ່ງ Class ຫຼືຫຼາຍໆ Class ຖືກສ້າງຂຶ້ນມາໃໝ່ ເອີ້ນວ່າ Subclass ພາຍໃຕ້ Class ໃດໆເອີ້ນວ່າ Superclass ໂດຍການສືບທອດຄຸນສົມບັດໄດ້ແກ່ Attribute ແລະ Method ທີ່ສໍາຄັນຂອງ Class ນັ້ນໆມານໍາ.

Single inhertance ແມ່ນຫຍັງ?

ການທີ່ Subclass ໄດ້ຮັບການຖ່າຍທອດຄຸນລັກສະນະຈາກ Superclass ພຽງ Class ດຽວ ນອກຈາກນີ້ Single Inheritance ຍັງສາມາດແບ່ງການເຮັດວຽກໄດ້ຫຼາຍປະເພດ

Use ExistingInstance ແມ່ນຫຍັງ?

ແມ່ນການ Inherit ໂດຍໃຊ້ຄຸນສົມບັດເກົ່າຂອງ super class ທີ່ມີຢູ່.

Refinement ແມ່ນຫຍັງ?

ແມ່ນການ Inherit ແລ້ວເອີ້ນໃຊ້ຄຸນສົມບັດບາງສ່ວນຂອງ super class ເພື່ອໃຫ້ໂປຣ ແກຣມເຮັດວຽກໄດ້ສົມບູນຂຶ້ນ.

Replacement ແມ່ນຫຍັງ?

ແມ່ນການ Inherit ແລ້ວແກ້ປ່ຽນຄຸນສົມບັດທັງໝົດຂອງ Super class.

Polymorphism ແມ່ນຫຍັງ?

ໝາຍເຖິງການທີ່ Object ຫຼາຍກວ່າ 1 Object ສາມາດສະແດງພຶດຕິກຳໄດ້ແຕກຕ່າງກັນ ພາຍໃນ Method ດຽວກັນ ເອີ້ນອີກຢ່າງໜຶ່ງວ່າການປ່ຽນຮູບ.

Concrete Interface ແມ່ນຫຍັງ?

Concrete Interface ຄື Interface ທີ່ສາມາດລະບຸພຽງຊື່ Method, Parameter ແລະຊະນິດຂໍ້ມູນສົ່ງ ກັບໂດຍບໍ່ມີສ່ວນ Implementation ພາຍໃຕ້ Interface ນັ້ນເລີຍກໍລະນີທີ່ໂປຣແກຣມອື່ນ ຫຼື Object ອື່ນ ຕ້ອງການ Reues ຫຼື ນໍາໄປໃຊ້ງານ Object ອື່ນຈະຕ້ອງ Implement ການເຮັດວຽກເອງທັງໝົດ.

Abstract Interface ແມ່ນຫຍັງ?

Abstract Interface ເປັນ Interface ທີ່ມີການລະບຸຊື່ Method, Parameter ແລະ ຊະນິດຂໍ້ມູນສົ່ງກັບ ພ້ອມກັບມີສ່ວນ Impementation ຢູ່ພາຍໃຕ້ Interface ນັ້ນນໍາເຮັດໃຫ້ Object ອື່ນຮູ້ພຽງວິທີການ ເອີ້ນໃຊ້ Interface ເທົ່ານັ້ນກໍ່ສາມາດເຮັດວຽກໄດ້ໂດຍບໍ່ຕ້ອງ Implement.

Reuse ແມ່ນຫຍັງ?

Software ທີ່ພັດທະນາຂຶ້ນມາ ເພື່ອໃຊ້ງານໃນດ້ານຕ່າງໆ ໂດຍສ່ວນໃຫຍ່ຈະມີສ່ວນປະກອບບາງ ສ່ວນຫລາຍ Software ທີ່ເຮັດຫນ້າທີ່ຄ້າຍກັນ ເຮັດໃຫ້ໂປຣແກຣມເມີ ທີ່ກໍາລັງພັດທະນາ Software ຂຶ້ນມາ ໃໝ່ບໍ່ຕ້ອງຂຽນໂປຣແກຣມໃນສ່ວນນັ້ນເອງ ພຽງນໍາໂຄດໂປຣແກຣມ ຂອງສ່ວນການເຮັດວຽກດັງກ່າວທີ່ມີ ຢູ່ແລ້ວມາຮ່ວມເຂົ້າກັນ Software ທີ່ກໍາລັງພັດທະນາກໍ່ສາມາດໃຊ້ງານໄດ້ ລັກສະນະດັ່ງກ່າວເອີ້ນວ່າ “Reuse”.

API ແມ່ນຫຍັງ?

ກ່ອນທີ່ຈະກວ່າເຖິງວີທີການ Reuse ສີ່ງສໍາຄັນທີ່ຄວນເຮັດຄວາມເຂົ້າໃຈອີກປະເດັນຫນຶ່ງກໍ່ຄື “API (Application Programming Interface)” API ເຮັດຫນ້າທີ່ເປັນ Interface ເພື່ອການສື່ສານລະຫວ່າງ Software ຫຼື Application ກັບລະບົບປະຕິບັດງານ (Operating System:OS) ເພື່ອການເຮັດວຽກຕ່າງໆ

Framework ແມ່ນຫຍັງ?

Framework ເປັນແນວຄິດໜຶ່ງທີ່ເທັກໂນໂລຢີ ລັກສະນະວັດຖຸນໍາມາໃຊ້ໃນການອອກແບບໂປຣ ແກຣມໃຫ້ມີຄຸນສົມບັດ Reusable “Framework” ຫມາຍເຖິງໂຄງຮ່າງ ຫຼື ຮອບການເຮັດວຽກເມື່ອນໍາມາໃຊ້ ກັບການອອກແບບໂປຣແກຣມໃຫ້ມີຄຸນສົມບັດ Reusable Frameork” ຫມາຍເຖິງການສ້າງກຸ່ມຂອງ Class (ສ່ວນໃຫ່ຍເປັນ Abstract Class) ແລະ Interface ທີ່ມີໜ້າທີ່ສະເພາະຢ່າງ ໃຫ້ສາມາດນໍາໄປປະກອບຮ່ວມ ເຂົ້າກັບໂປຣແກຣມ ຫຼື ລະບົບງານອື່ນທີ່ຕ້ອງການການເຮັດວຽກໃນລັກ ສະນະດຽວກັນໄດ້ອີກ (Plug-and) ໂດຍ Framework ຈະຕ້ອງສ້າງຂໍ້ກຳນົດ ຫຼື ກົດເກນໃນການນໍາ Class ດັ່ງກ່າວໄປໃຊ້ງານເອີ້ນຂໍ້ກຳນົດດັ່ງ ກວ່າ “Contract” ເພື່ອຄວາມເປັນມາດຖານໃນການນໍາໄປໃຊ້ງານໂປຣແກຣມອື່ນ.

Contract ແມ່ນຫຍັງ?

ເປັນທີ່ຮູ້ກັນດີແລ້ວວ່າ Framework ນັ້ນປະກອບໄປດ້ວຍ Class (Abstract Class) ແລະ Interface ຫຼວງຫຼາຍທີ່ຖືກນໍາມາຮ່ວມໄວ້ດ້ວຍກັນເນື່ອງຈາກຫນ້າທີ່ດຽວກັນເພື່ອສ້າງເປັນໂຄງຮ່າງຂອງສ່ວນປະກອບ ບາງຢ່າງຂອງໂປຣແກຣມໄວ້ໃຫ້ສາມາດຈັບໄປໃຊ້ງານກັບໂປຣແກຣມອື່ນໄດ້ໂດຍບໍ່ຕ້ອງຂຽນໂຄດຂອງ ໂຄງຮ່າງນັ້ນໃຫມ່ ລັກສະນະຂອງໂຄງຮ່າງດັ່ງກ່າວທີ່ສາມາດນໍາໄປໃຊ້ກັບໂປຣແກຣມ ອື່ນໆໄດ້ນັ້ນ ຈະຕ້ອງມີຄວາມເປັນ “ມາດຖານ” ເຊິ່ງການຈະສ້າງໃຫ້ໂຄງຮ່າງເຫລົ່ານັ້ນມີ

ອ້າງອີງ: ຈາກ ປື້ມ ແນວຄວາມຄິດກ່ຽວກັບການສ້າງໂປຣແກຣມແບບອອກເຈັກ (Object Oriented Concepts) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຄີຄູ່ແຂ່ງ (Candidate Key) ແມ່ນຫຍັງ?

ເປັນ field ທີ່ໃຊ້ຮ່ວມກັບ field ອື່ນໆ ທີ່ເປັນ Composite Key ຄືກັນ ມາໃຊ້ ເປັນ Primary Key ຂອງຕາຕະລາງ, ເນື່ອງຈາກບາງຄັ້ງເຮົາບໍ່ສາມາດກຳນົດພຽງ field ໃຫ້ເປັນ Primary Key ໄດ້ຕ້ອງອາໃສ field ຮ່ວມກັນ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຂໍ້ແຕກຕ່າງລະຫວ່າງລະບົບ Buffer ກັບ Spoolin ແມ່ນຫຍັງ?

– ລະບົບ buffer ເປັນການເຊື່ອມກັນລະຫວ່າງການປະມວນຜົນກັບໜ່ວຍນໍາເຂົ້າ – ສົ່ງອອກຂອງໂປຣແກຣມດຽວກັນ ເຊິ່ງບໍ່ອາດຈະເຮັດໃຫ້ໄດ້ຫຼາຍ ດ້ວຍຂໍ້ຈຳກັດຂອງຂັ້ນຕອນການເຮັດວຽກຂອງໂປຣແກຣມນັ້ນ.
– ລະບົບ Spooling ສາມາດຈັດການວຽກທີ່ຖືກປ້ອນເຂົ້າມາແບບລຽງດໍາດັບໄດ້ໂດຍອິດສະຫຼະ ເກີດເປັນກຸ່ມງານ (Job pool) ເຊິ່ງລະບົບປະຕິບັດງານ ສາມາດເລືອກວຽກເຂົ້າປະມວນຜົນຕາມຄວາມເໝາະສົມ ກ່ອນໃຫ້ເກີດລະບົບການຈັດລໍາດັບວຽກງານ (Job scheduling).

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ລະດັບຄາດໝາຍຂອງບົດອະທິບາຍ ແມ່ນຫຍັງ?

ບົດອະທິບາຍປະເພດໃດກໍຕາມຈະຕ້ອງປະກອບດ້ວຍ 3 ພາກສ່ວນຄື: ຕັ້ງບັນຫາ, ແກ້ ໄຂບັນຫາ ແລະ ສະຫຼຸບບັນຫາ. ບົດອະທິບາຍຈະຕ້ອງມີເນື້ອໃນອຸດົມສົມບູນ ແລະ ຖືກຕ້ອງ ເຊິ່ງສະເໜີບັນຫາໄດ້ ຫຼາຍດ້ານ ຫຼາຍແງ່ມີເຫດຜົນພຽງພໍ, ອ້າງຫຼັກຖານໄດ້ຫຼາຍ ເພື່ອປະກອບໃຫ້ທິດສະດີແໜ້ນ. ບົດອະທິບາຍທີ່ຖືກຕ້ອງຈະຕ້ອງແມ່ນບົດທີ່ມີທິດສະດີ ແລະ ເນື້ອໃນແນວຄິດກ້າວໜ້າ. ຮູບການຂອງບົດອະທິບາຍ ຕ້ອງສະເໜີຕາມວິທີຄົ້ນຄິດຕຶກຕອງຢ່າງຈະແຈ້ງ ໝາຍຄວາມວ່າ ຕ້ອງຈັດວາງເປັນລໍາດັບໃຫ້ເໝາະສົມ ແລະ ຖືກຕ້ອງ. ການໃຊ້ສັບພາສາຊັດເຈນ ປະໂຫຍກງ່າຍ, ກະທັດຮັດ ເພື່ອໃຫ້ຜູ້ອ່ານ ຜູ້ຟັງເຂົ້າໃຈກົງກັບແນວຄິດຂອງຜູ້ແຕ່ງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຍ້ອນຫຍັງຄົນເຮັດທຸລະກິດຄວນສືກສາຄຳສັບທາງທຸລະກິດ?

ຜູ້ເຮັດທຸລະກິດຈະຕ້ອງຮຽນຮູ້ ແລະ ສຶກສາຄວາມໝາຍຂອງແຕ່ລະຄໍາ ໃຫ້ເຂົ້າໃຈ ຢ່າງຊັດເຈນ ເພື່ອນໍາໄປໃຊ້ໃນການຕິດຕໍ່ສື່ສານໃຫ້ໄດ້ຢ່າງຖືກຕ້ອງ, ເປັນປະໂຫຍດຕໍ່ທຸລະກິດຂອງຕົນ ຄໍາທາງທຸລະກິດມີຈຳນວນຫຼາຍ ແຕ່ໃນນັ້ນມີຄໍາຈໍານວນໜຶ່ງ ທີ່ທຸລະກິດຕ່າງໆ ມັກໃຊ້ປະຈໍາ ເຊິ່ງເອີ້ນວ່າ ເປັນຄໍາທີ່ກ່ຽວຂ້ອງຫຼາຍກັບວຽກງານທາງທຸລະກິດ, ໃນທາງໜຶ່ງ ໄດ້ຖືເປັນຄໍາທີ່ໃຊ້ທາງສາກົນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຝ່າຍຈິດນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ບໍ່ແມ່ນຄວາມຮູ້ສຶກຂອງຄົນເຮົາຄົງຕົວຢູ່ໃນກາລະ-ເທສະ ມັນຫາກແມ່ນກາລະ-ເທສະ ນັ້ນເອງຄົງຕົວຢູ່ນໍາຈິດສໍານຶກຂອງຄົນເຮົາ ແມ່ນຄົນເຮົາເປັນຜູ້ປະດິດຄິດແຕ່ງມັນຂຶ້ນ

ອ້າງອີງ: ຈາກ ປື້ມ ການເມືອງ

ກາລະແມ່ນຫຍັງ?

ແມ່ນຄວາມສຳນຶກຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກເຖິງລັກສະນະແຜ່ຫຼາຍຂອງຂະບວນວິວັດການຜັນແປໄວ ຫຼື ຊ້າສືບຕໍ່ກັນໄປຕາມລໍາດັບອັນແນ່ນອນຜ່ານແຕ່ລະໄລຍະໃນແຕ່ລະສະໄໝການຂະຫຍາຍຕົວຂອງວັດຖຸ (ການພວກພັນທີ່ສະແດງອອກທາງດ້ານປະຫວັດສາດ)

ອ້າງອີງ: ຈາກ ປື້ມ ການເມືອງ

ຊັບພະຍາກອນການທ່ອງທ່ຽວທີ່ເກີດຂື້ນເອງຕາມທໍາມະຊາດ ແມ່ນຫຍັງ?

ເປັັນແຫຼ່ງທ່ອງທ່ຽວທີ່ມີຄວາມງາມຕາມທໍາມະຊາດ ດຶງດູດໃຫ້ຄົນໄປທ່ອງທ່ຽວໃນພື້ນທີ່ນັ້ນເຊັ່ນ: ພູເຂົາ, ປ່າໄມ້, ນໍ້າຕົກ, ຖໍ້າ, ນໍ້າພຸຮ້ອນ, ບໍ່ນໍ້າຮ້ອນ, ແມ່ນໍ້າ, ເກາະ, ແກ້ງ, ຫາດຊາຍຝັ່ງທະເລ, ປ່າສະຫງວນ ຕະຫຼອດຈົນປະກົດການຕ່າງໆໄດ້ແກ່ລະດູອົບພະຍົບສັດບາງສະນິດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຄວາມໂອບເອື້ອອາລີແມ່ນຫຍັງ?

ຄວາມໂອບເອື້ອອາລີ ແມ່ນລັກສະນະຂອງການສະແດງອອກດ້ວຍການມັກໂອ້ລົມກັບຜູ້ອື່ນຊອກຜູກພັນກັບຜູ້ອື່ນ, ຫ້າວຫັນ, ຈູ້ຈີ້ ແລະ ລະມັດລະວັງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານທຸລະກິດແມ່ນຂົວຕໍ່ ລະຫວ່າງການເງິນແຫ່ງລັດ ກັບການເງິນສາກົນ ແມ່ນຫຍັງ?

ໃນພື້ນຖານເສດຖະກິດຕະຫຼາດ ເມື່ອການພົວພັນລະຫວ່າງສິນຄ້າ-ເງິນຕາ ນັບມື້ເປີດກ້ວາງເຮັດໃຫ້ ຄວາມຕ້ອງການທາງດ້ານການແລກປ່ຽນດ້ານເສດຖະກິດ-ສັງຄົມ ລະຫວ່າງປະເທດນັບມື້ນັບມີຄວາມຈໍາເປັນ ແລະ ຮີບຮ້ອນ. ດັ່ງນັ້ນ, ການພັດທະນາເສດຖະກິດຂອງແຕ່ລະປະເທດຍາມໃດກໍ່ຕິດພັນກັບການຂະຫຍາຍຕົວ ຂອງເສດຖະກິດໂລກ ແລະ ເປັນພາກສ່ວນໜຶ່ງປະກອບເປັນການຂະຫຍາຍຕົວດັ່ງກ່າວ. ສະນັ້ນ, ພື້ນຖານການ ເງິນຂອງແຕ່ລະປະເທດກໍ່ຕ້ອງເຊື່ອມໂຍມເຂົ້າກັບການເງິນສາກົນ, ດ້ວຍບົດບາດການດໍາເນີນທຸລະກິດຂອງ ທະນາຄານ ຈິ່ງເຮັດໃຫ້ທະນາຄານມີບົດບາດສຳຄັນທີ່ສຸດໃນການເຊື່ອມໂຍມດັ່ງກ່າວ, ວິຊາສະເພາະດ້ານທຸລະ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຄໍາສັບຂະແໜງການຄ້າ

Articles

ຄວາມສໍາຄັນຂອງການໃຊ້ພາສາໃນທາງທຸລະກິດ ແມ່ນຫຍັງ?

ການຕິດຕໍ່ສື່ສານທາງທຸລະກິດ ຈະປະສົບຄວາມສຳເລັດໄດ້ເປັນຢ່າງດີນັ້ນ ຈຳຕ້ອງ ມີພາສາເປັນສິ່ງທີ່ໃຊ້ໃນການຕິດຕໍ່ສື່ສານ ເຊິ່ງໃຫ້ເລືອກໃຊ້ໃຫ້ຖືກກັບໜ້າວຽກ, ໃຊ້ພາສາທີ່ ຈະແຈ້ງກົງກັບເລື່ອງ, ເໝາະກັບກາລະ ແລະ ເທສະ ເຮັດໃຫ້ຜູ້ຮັບສານເຂົ້າໃຈຄວາມໝາຍ ຂອງຄໍາ ການໃຊ້ພາສາໃນທາງທຸລະກິດ ຄວນຫຼີກເວັ້ນການໃຊ້ຄໍາບໍ່ສຸພາບ, ຄໍາທີ່ມີຄວາມໝາຍກວມຄວາມອື່ນ, ຄໍາໂຕງໂຕຍ ຫຼື ຄໍາທີ່ພາໃຫ້ຟຸມເຟືອຍ) ການໃຊ້ພາສາທີ່ພາໃຫ້ຜູ້ຮັບສານບໍ່ຖືກໃຈອາດເຮັດໃຫ້ເກີດຜົນບໍ່ດີຕໍ່ທຸລະກິດ ແລະ ຕໍ່ລາຍໄດ້ໂດຍສະເພາະໃນຍຸກສະໄໝ ທີ່ມີການແຂ່ງຂັນກັນແຮງທາງທຸລະກິດ, ການຈະໃຫ້ເກີດຄວາມດຶງດູດຜູ້ອື່ນ ໃຫ້ມາສົນໃຈ ແລະ ມາຮັບບໍລິການໃນທຸລະກິດຂອງຕົນ ຈຶ່ງຕ້ອງການໃຊ້ພາສາເປັນຕົວຊ່ວຍ ສະນັ້ນ, ຜູ້ໃຊ້ພາສາທາງທຸລະກິດ ເມື່ອໃຊ້ພາສາແຕ່ລະຄັ້ງທີ່ກ່ຽວກັບການງານຂອງຕົນ ຕ້ອງ ຄໍານຶງສະເໝີວ່າ “ການໃຊ້ພາສາໃຫ້ກົງກັບຄວາມໝາຍ, ບໍ່ຫຍາບຄາຍ, ໃຫ້ປະໂຫຍດ, ເໝາະກັບໂອກາດ ສະຖານທີ່ ແລະ ເໝາະກັບບຸກຄົນນັ້ນຄືຜົນກໍາໄລໃນທຸລະກິດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄໍາວ່າທຸລະກິດ (Business) ແມ່ນຫຍັງ?

ໝາຍເຖິງການດໍາເນີນງານຢ່າງໃດໜຶ່ງຂອງມະນຸດ ເຊິ່ງມີລັກສະນະ ເພື່ອການຄ້າເຊັ່ນ: ການຊື້-ຂາຍ, ການບໍລິການການຄ້າ, ການຂົນສົ່ງ, ການສະໜອງຕໍ່ກັນ ລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄໍາສັບທາງທຸລະກິດ ແມ່ນຫຍັງ?

ໝາຍເຖິງຄໍາຕ່າງໆທີ່ນໍາມາໃຊ້ໃນທາງຕິດຕໍ່ສື່ສານໃນການເຮັດ ການຄ້າ, ບໍລິການ, ການຊື້-ຂາຍ ແລະ ການເງິນທີ່ໃຊ້ໃນການຕິດຕໍ່ພົວພັນທາງກິດຈະການ ການຄ້າ

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຍ້ອນຫຍັງຄົນເຮັດທຸລະກິດຄວນສືກສາຄຳສັບທາງທຸລະກິດ?

ຜູ້ເຮັດທຸລະກິດຈະຕ້ອງຮຽນຮູ້ ແລະ ສຶກສາຄວາມໝາຍຂອງແຕ່ລະຄໍາ ໃຫ້ເຂົ້າໃຈ ຢ່າງຊັດເຈນ ເພື່ອນໍາໄປໃຊ້ໃນການຕິດຕໍ່ສື່ສານໃຫ້ໄດ້ຢ່າງຖືກຕ້ອງ, ເປັນປະໂຫຍດຕໍ່ທຸລະກິດຂອງຕົນ ຄໍາທາງທຸລະກິດມີຈຳນວນຫຼາຍ ແຕ່ໃນນັ້ນມີຄໍາຈໍານວນໜຶ່ງ ທີ່ທຸລະກິດຕ່າງໆ ມັກໃຊ້ປະຈໍາ ເຊິ່ງເອີ້ນວ່າ ເປັນຄໍາທີ່ກ່ຽວຂ້ອງຫຼາຍກັບວຽກງານທາງທຸລະກິດ, ໃນທາງໜຶ່ງ ໄດ້ຖືເປັນຄໍາທີ່ໃຊ້ທາງສາກົນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ເງິນສົດ (Cash) ແມ່ນຫຍັງ?

ໝາຍເຖິງເງິນຕົວຈິງ ແລະ ເອກະສານທຸກຊະນິດ ທີ່ສາມາດຂຶ້ນເງິນໄດ້ ແລະ ສິ່ງທີ່ມີຄ່າຄືເງິນເຊັ່ນ: ຄໍາ, ພັນທະບັດ, ເຊັກເງິນສົດ, ປັດແລກເງິນ.

ພັນທະບັດ (Bond) ແມ່ນຫຍັງ?

ໝາຍເຖິງທະນະບັດທີ່ລັດຖະບານມອບໃຫ້ທະນາຄານໃດໜຶ່ງ ພິມອອກໃຫ້ປະຊາຊົນຕ້ອງຊື້ເປັນພັນທະ ເພື່ອລັດຈະເກັບເງິນທີ່ເຄື່ອນໄຫວຢູ່ນອກລະບົບທະນາຄານຄືນມາເຂົ້າທະນາຄານ ໃນພາວະທີ່ທະນາຄານຂາດເງິນສົດ ໂດຍຮັບຮອງວ່າທະນາຄານນັ້ນຈະສົ່ງທຶນພ້ອມດ້ວຍດອກເບ້ຍໃຫ້ແກ່ຜູ້ຊີ້ບັດ ຕາມກຳນົດທີ່ລະບຸໄວ້ໃນບັດ. ແບບໜຶ່ງເອີ້ນວ່າ “ພັນທະບັດລັດຖະບານ”.

ຄູປ້ອງ (Coupon) ແມ່ນຫຍັງ?

ໝາຍເຖິງບັດຊະນິດໜຶ່ງທີ່ສາມາດໃຊ້ແທນເງິນ ເພື່ອແລກກັບສິ່ງຂອງ ຫຼື ຈ່າຍຄ່າບໍລິການກໍໄດ້.

ນາຍໜ້າ (Broker) ແມ່ນຫຍັງ?

ໝາຍເຖິງຜູ້ທີ່ຕິດຕໍ່ຊີ້ ຫຼື ຂາຍສິນຄ້າແທນບຸກຄົນ ຫຼື ບໍລິສັດ ໃດໜຶ່ງໂດຍມຸ່ງໃຫ້ຜູ້ຊື້ກັບຜູ້ຂາຍສອງຝ່າຍຕົກລົງຊື້-ຂາຍ ຫຼື ເຮັດສັນຍາກັນ ເພື່ອຕົນຈະ ໄດ້ປະໂຫຍດຈາກການຊື້-ຂາຍ ລະຫວ່າງສອງຝ່າຍທີ່ຮຽກວ່າ “ຄ່ານາຍໜ້າ” ເຊັ່ນ: ນາຍໜ້າຂາຍດິນ, ຂາຍເຮືອນ, ຂາຍລົດເປັນຕົ້ນ.

ຕົວແທນ (Agent) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດໜ້າທີ່ແທນໃຫ້ອົງການ ຫຼື ບໍລິສັດເພື່ອ ຕິດຕໍ່ພົວພັນໃນການຊື້-ຂາຍ ເຮັດທຸລະກິດຈຳໜ່າຍສິ່ງຂອງ ເຊິ່ງຂອບເຂດສິດຂອງຕົວແທນ ແມ່ນຂຶ້ນຢູ່ກັບການມອບໃຫ້ຈາກອົງການ, ບໍລິສັດ ເຊິ່ງລະບຸໄວ້ໃນຂໍ້ຕົກລົງເຊັ່ນ: ຕົວແທນຈໍາໜ່າຍເຄື່ອງໃຊ້ໄຟຟ້າ, ຕົວແທນຈໍາໜ່າຍຊີມັງ, ຕົວແທນຈໍາໜ່າຍນໍ້າຫວານເປັນຕົ້ນ.

ຜູ້ປະກອບການ (Entrepreneur) ແມ່ນຫຍັງ?

ໝາຍເຖິງບຸກຄົນເຊິ່ງດໍາເນີນການຜະລິດ ແລະ ຮັບຜິດຊອບໃນການຈັດຕັ້ງ, ບໍລິການ ແລະ ຮັບການງານທີ່ຫາລາຍໄດ້ຢ່າງເປັນອາຊີບ ຫຼື ເປັນງານປະຈຳ.

ບຸກຄົນລົ້ມລະລາຍ (Bankrupt) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດການທຸລະກິດຖືກລົ້ມລະລາຍຕາມກົດໝາຍ ເພາະບໍ່ສາມາດຊຳລະໜີ້ໃຫ້ແກ່ເຈົ້າໜີ້ໄດ້.

ຜູ້ບໍລິໂພກ (Consumer) ແມ່ນຫຍັງ?

ໝາຍເຖິງຜູ້ໃຊ້ສິນຄ້າຕ່າງໆເຊັ່ນ: ຜູ້ໃຊ້ເຄື່ອງຂຽນ, ເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງເປັນຕົ້ນ.

ຜູ້ຜະລິດ (Producer) ແມ່ນຫຍັງ?

ໝາຍເຖິງຜູ້ປະກອບການສໍາລັບເຮັດສິ່ງໃດໜຶ່ງເຊັ່ນ: ເຮັດການກະເສດ, ການລ້ຽງສັດ, ການປູກຜັກທີ່ເຮັດສິນຄ້າອອກມາ.

ບໍລິການ (Service) ແມ່ນຫຍັງ?

ໝາຍເຖິງການອໍານວຍຄວາມສະດວກ ຫຼື ຮັບໃຊ້ໃຫ້ແກ່ຜູ້ອື່ນ ຕາມໜ້າວຽກທີ່ມີໃນກິດຈະການນັ້ນໆເຊັ່ນ: ບໍລິການການທ່ອງທ່ຽວ, ບໍລິການດ້ານໂຮງແຮມ, ບໍລິການໃນຮ້ານອາຫານເປັນຕົ້ນ.

ຜະລິດຕະພັນ (Product) ແມ່ນຫຍັງ?

ໝາຍເຖິງຜົນຜະລິດທີ່ຜ່ານການປັບປ່ຽນຮູບແບບຈາກ ແບບເດີມໃຫ້ເປັນອັນໃໝ່ ທີ່ສາມາດນໍາໄປໃຊ້ປະໂຫຍດໄດ້ ຫຼື ເປັນສິນຄ້າໄດ້ເຊັ່ນ: ເຂົ້າຈີ່, ໂຕະ, ຕັ່ງ, ອາຫານສັດ ແລະ ອື່ນໆ.

ປັດໄຈ (Factor) ແມ່ນຫຍັງ?

ໝາຍເຖິງສ່ວນທີ່ປະກອບໃຫ້ແກ່ການເຮັດຢ່າງໃດຢ່າງໜຶ່ງເຊັ່ນ: ວັດຖຸດິບ, ເງິນທຶນ, ແຮງງານເປັນຕົ້ນ.

ລາຄາ (Price) ແມ່ນຫຍັງ?

ໝາຍເຖິງຄ່າສິ່ງຂອງທີ່ທຽບເປັນເງິນ ຫຼື ຈໍານວນເງິນທີ່ວາງອອກ ສໍາລັບສິ່ງທີ່ຕ້ອງການຈໍາໜ່າຍ.

ຄ່າ (Value) ແມ່ນຫຍັງ?

ໝາຍເຖິງປະໂຫຍດຂອງສິ່ງນັ້ນໆທີ່ມີຕໍ່ສິ່ງອື່ນ.

ຄ່າຈ້າງ (Wage) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ເຈົ້າຂອງເງິນຈ່າຍໃຫ້ຜູ້ໃດໜຶ່ງເພື່ອໃຫ້ ເຮັດສິ່ງໃດໜຶ່ງໃຫ້, ເງິນທີ່ໃຫ້ເປັນຄ່າເຮັດວຽກໃດໜຶ່ງໂດຍຈ່າຍຕາມຈຳນວນ ແລະ ເວລາ ດັ່ງທີ່ຜູ້ໃຫ້ ແລະ ຜູ້ຮັບໄດ້ຕົກລົງກັນໄວ້.

ເງິນເດືອນ (Salary) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ອົງການລັດ ຫຼື ເອກະຊົນຈ່າຍເປັນ ລາຍເດືອນໃຫ້ແກ່ພະນັກງານ, ກຳມະກອນຂອງອົງການ, ບໍລິສັດ ຫຼື ລູກຈ້າງ ເພື່ອເປັນ ຄ່າໃຫ້ແກ່ການເຮັດວຽກ ຫຼື ການໃຊ້ຈ່າຍດໍາລົງຊີວິດ.

ແຮງງານ (Labor) ແມ່ນຫຍັງ?

ໝາຍເຖິງກຳລັງທີ່ໃຊ້ໃນການຜະລິດ ເຊິ່ງເປັນກຳລັງຂອງມະນຸດທີ່ໃຊ້ມັນສະໝອງ ແລະ ດ້ວຍມື ຫຼື ທີ່ໄດ້ຈາກທໍາມະຊາດເຊັ່ນ: ພະລັງໄຟຟ້າ, ພະລັງລົມ, ພະລັງແສງຕາເວັນເປັນຕົ້ນ.

ບໍລິສັດ (Company) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ລວມຕົວກັນປະກອບທຶນ ຕາມສ່ວນທີ່ ຕົກລົງກັນ ເພື່ອດໍາເນີນການຄ້າ ຫຼື ເຮັດທຸລະກິດຢ່າງໃດຢ່າງໜຶ່ງ.

ບໍລິສັດຈໍາກັດ (Company Limited liability by Shares) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ ຈົດທະບຽນເປັນບໍລິສັດຈຳກັດ ເພື່ອເຮັດກິດຈະກຳຢ່າງໃດຢ່າງໜຶ່ງ, ມີການຂາຍຫຸ້ນໃຫ້ແກ່ ຜູ້ປະສົງໂດຍມີກົດໝາຍຄຸ້ມຄອງວ່າ ເມື່ອເກີດໜີ້ສິນຂຶ້ນ ຜູ້ຖືຫຸ້ນມີໜ້າທີ່ຊຳລະໜີ້ພຽງໃນ ຂອບເຂດທີ່ກຳນົດໄວ້ແລ້ວເທົ່ານັ້ນ ເຊິ່ງຕ່າງກັບບໍລິສັດທໍາມະດາ ທີ່ຜູ້ຖືຫຸ້ນຈະຕ້ອງຮັບຜິດຊອບຕໍ່ໜີ້ສິນຢ່າງບໍ່ມີຂອບເຂດຈໍາກັດ.

ບໍລິສັດບໍ່ຈໍາກັດ (Company Unlimited) ແມ່ນຫຍັງ?

ໝາຍເຖິງບໍລິສັດຫຸ້ນສ່ວນສາມັນບໍ່ຈໍາກັດສິດ ຜູ້ຖືຫຸ້ນທຸກຄົນຈະຕ້ອງຮັບຜິດຊອບໜີ້ສິນຂອງບໍລິສັດ ໂດຍບໍ່ຈຳກັດຈໍານວນເງິນ.

ບໍລິສັດມະຫາຊົນ (Public Company) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ຈະຕ້ອງຈົດທະບຽນໃນ ຕະຫຼາດຫຼັກຊັບ ແລະ ລະດົມທຶນຈາກປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນຖືຫຸ້ນໄດ້ ບໍລິສັດປະເພດນີ້ ຕ້ອງມີການກຳນົດຈໍານວນຫຸ້ນຕໍ່າສຸດໄວ້ ແຕ່ບໍ່ກໍານົດຈໍານວນສູງສຸດ ແລະ ຫຸ້ນນີ້ສາມາດຊື້ຂາຍໃນຕະຫຼາດຫຸ້ນໄດ້.

ຫ້າງຫຸ້ນສ່ວນ (Partnership) ແມ່ນຫຍັງ?

ໝາຍເຖິງທຸລະກິດທີ່ມີການລົງທຶນຕັ້ງແຕ່ 2 ເຈົ້າ ທຶນຂຶ້ນໄປ ໂດຍມີຊັດສ່ວນການລົງທຶນຕາມທີ່ຕົກລົງກັນ ແລະ ເມື່ອມີກຳໄລ ຫຼື ຂາດທຶນ ກໍແບ່ງກັນຮັບຜິດຊອບຕາມຊັດສ່ວນນັ້ນ ຫຼື ອາດຈະຕົກລົງກັນເປັນພິເສດ.

ລັດວິສາຫະກິດ (State Enterprises) ແມ່ນຫຍັງ?

ເປັນອົງກອນ, ບໍລິສັດ ຫຼື ຫ້າງຫຸ້ນສ່ວນ ນິຕິບຸກຄົນທີ່ລັດຖະບານມີຫຸ້ນສ່ວນຢູ່ບໍ່ໜ້ອຍກວ່າ 40 ສ່ວນຮ້ອຍ ຫຼື ອາດຈະທັງໝົດເຊັ່ນ: ການໄຟຟ້າ, ການນໍ້າປະປາ, ອົງການໂທລະສັບ ແລະ ການຂົນສົ່ງເປັນຕົ້ນ.

ລາຍໄດ້ປະຊາຊາດ (National Income) ແມ່ນຫຍັງ?

ໝາຍເຖິງມູນຄ່າສິນຄ້າ ແລະ ການບໍລິການຕ່າງໆທີ່ປະຊາຊົນທັງປະເທດຜະລິດໄດ້ພາຍໃນ 1 ປີໂດຍລວມເຖິງຜົນກໍາໄລ, ຂາດທຶນ, ຄ່າຈ້າງ, ເງິນເດືອນເປັນຕົ້ນ, ລາຍໄດ້ຂອງລັດຖະບານ ທີ່ເປັນງົບປະມານປະຈຳປີເປັນ ສ່ວນໜຶ່ງຂອງລາຍໄດ້ປະຊາຊາດ.

ເສດຖະກິດຕົກຕໍ່າ (Depression) ແມ່ນຫຍັງ?

ໝາຍເຖິງໄລຍະເວລາໜຶ່ງຂອງທຸລະກິດ ທີ່ການຜະລິດຕໍ່າທີ່ສຸດ, ມີການວ່າງງານສູງທີ່ສຸດ ແລະ ລາຄາສິນຄ້າຕໍ່າທີ່ສຸດ ເຮັດໃຫ້ສິນຄ້າທີ່ ຜະລິດແລ້ວຈໍາໜ່າຍບໍ່ໄດ້ ແລະ ລາຄາຂາຍໄດ້ວາງຕໍ່າກວ່າຕົ້ນທຶນ ພໍໃຫ້ໄດ້ເງິນຈໍານວນໜຶ່ງຄືນ, ໂຮງງານບາງແຫ່ງຕ້ອງປີດ ແລະ ບາງແຫ່ງຕ້ອງຫຼຸດການຜະລິດລົງ ເຊິ່ງເປັນສາເຫດໃຫ້ຄົນງານເກີດການວ່າງງານ ແລະ ປະຊາຊົນ ຫຼື ຜູ້ບໍລິໂພກມີກຳລັງຊື້ໜ້ອຍລົງ.

ອໍານາດຊື້ (Purchasing power) ແມ່ນຫຍັງ?

ໝາຍເຖິງກໍາລັງເງິນທີ່ສາມາດຊື້ສິນຄ້າ ແລະ ບໍລິການກິດຈະການທຸລະກິດໄດ້.

ການຫຼຸດຄ່າເງິນຕາ (Devaluation) ແມ່ນຫຍັງ?

ໝາຍເຖິງການຫຼຸດຈໍານວນປະເພດຄໍາ, ເງິນ ຫຼື ໂລຫະທີ່ມີຄ່າ ເຊິ່ງເປັນສິ່ງຄໍ້າປະກັນຄ່າເງິນເຈ້ຍ ທີ່ກໍາໜົດໄວ້ຕາມກົດໝາຍ ຫຼື ຫຼຸດຄ່າ ທີ່ກຳນົດຂອງເງິນຕາຂອງປະເທດ ໃຫ້ໄດ້ລະດັບທຽບຖານກັບຄ່າເງິນຂອງປະເທດອື່ນ. ສາເຫດການຫຼຸດຄ່າເງິນຕາມັກເກີດຈາກຄ່າເງິນຕາທີ່ກຳນົດໄວ້ສູງກວ່າຄວາມເປັນຈິງ ເມື່ອໃຊ້ຊີ້ ຫຼື ຂາຍສິນຄ້າເພື່ອການສົ່ງສິນຄ້າອອກ ແລະ ຫຼຸດການນໍາສິນຄ້າເຂົ້າ.

ລາຄາເອີ້ນ (Nominal price) ຫຼື ລາຄາໃນນາມ ແມ່ນຫຍັງ?

ໝາຍເຖິງລາຄາສິນຄ້າທີ່ເອີ້ນ ຂ້າງຄຽງ ຫຼື ປະມານຄ່າໄວ້ເທົ່ານັ້ນເທົ່ານີ້, ເມື່ອຊື້-ຂາຍຕົວຈິງນໍາກັນຈະບໍ່ແມ່ນລາຄາຕາມ ທີ່ເອີ້ນນັ້ນ.

ການຄໍ້າຊູລາຄາ (Price Support) ແມ່ນຫຍັງ?

ໝາຍເຖິງການປະຕິບັດຂອງລັດຖະບານ ທີ່ ພະຍາຍາມຮັກສາລາຄາສິນຄ້າໃນຕະຫຼາດບໍ່ໃຫ້ຕໍ່າກວ່າລະດັບລາຄາຂັ້ນຕໍ່າ ເພື່ອຊ່ວຍຜູ້ຜະລິດສິນຄ້າທີ່ມີລາຍໄດ້ໜ້ອຍໃຫ້ຈໍາໜ່າຍສິນຄ້າໄດ້ໃນລະດັບທີ່ສົມຄວນ.

ຕະຫຼາດເສລີ (Free market) ແມ່ນຫຍັງ?

ໝາຍເຖິງຕະຫຼາດທີ່ຜູ້ຊື້ ແລະ ຜູ້ຂາຍມີຄວາມເສລີ ໃນການຊື້-ຂາຍ ໂດຍບໍ່ມີການຈໍາກັດປະລິມານ, ລາຄາ ແລະ ການບັງຄັບໃດໆ.

ການທຸ່ມຕະຫຼາດ (Dumping) ແມ່ນຫຍັງ?

ການຂາຍສິນຄ້າຊະນິດດຽວກັນໃນຕະຫຼາດຕ່າງປະເທດດ້ວຍລາຄາທີ່ຕໍ່າກວ່າລາຄາທີ່ຂາຍໃນປະເທດ ເພື່ອຂົ່ມຄູ່ແຂ່ງຂັນ ເຊິ່ງເປັນຜູ້ຜະລິດ ຢູ່ໃນປະເທດ ຈົນຕ້ອງເກີດການລົ້ມເລີກກິດຈະການໄປ. ດັ່ງນັ້ນ, ປະເທດຕ່າງໆຈຶ່ງມີກົດໝາຍຄຸ້ມຄອງຜູ້ຜະລິດ ເພື່ອປ້ອງກັນການທຸ່ມຕະຫຼາດ.

ຕະຫຼາດມືດ (Black Market) ແມ່ນຫຍັງ?

ໝາຍເຖິງການຄ້າຂາຍທີ່ບໍ່ເຄື່ອນໄຫວຢ່າງເປີດເຜີຍ ເຮັດຢ່າງລັບໆແບບບໍ່ຖືກຕາມກົດໝາຍກຳນົດໃຫ້.

ການຜູກຂາດ (Monopoly) ແມ່ນຫຍັງ?

ໝາຍເຖິງການໃຊ້ອໍານາດກໍາກັບ, ຄຸ້ມຄອງໂດຍໂຕຜູ້ດຽວໃນການຜະລິດ ແລະ ຈໍາໜ່າຍສິນຄ້າຢ່າງໃດໜຶ່ງ ຫຼື ກິດຈະການທາງທຸລະກິດໃດໜຶ່ງ, ການໃຊ້ອໍານາດຈໍາກັດຜູ້ອື່ນ ບໍ່ໃຫ້ຜະລິດສິນຄ້າຊະນິດດຽວກັນມາແຂ່ງ ໂດຍໃຫ້ພຽງໂຕເອງ ລາຍດຽວເປັນຜູ້ຜະລິດ.

ເງິນສໍາຮອງທະນາຄານ (Bank Reserves) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນສ່ວນທີ່ທະນາຄານຮັກສາສໍາລັບໄວ້ຈ່າຍໃຫ້ແກ່ລູກຄ້າ ຫຼື ຜູ້ຝາກເງິນທີ່ມາຖອນເງິນ.

ເງິນປະກັນ ແມ່ນຫຍັງ?

ໝາຍເຖິງເງິນທີ່ຈ່າຍຕາມວາລະທີ່ກຳນົດຕາມຂໍ້ຕົກລົງ ໃນການປະກັນເຊັ່ນ: ປະກັນອັກຄີໄພ, ປະກັນອຸບັດເຫດເປັນຕົ້ນ.

ການຂາຍເລ (Auction) ແມ່ນຫຍັງ?

ໝາຍເຖິງການຂາຍວິທີໜຶ່ງ ທີ່ກໍານົດລາຄາຕໍ່າກວ່າປົກກະຕິ.

ເຄື່ອງໝາຍການຄ້າ ຫຼື ຕາຊະນິດສິນຄ້າ (Trademark) ແມ່ນຫຍັງ?

ໝາຍເຖິງເຄື່ອງໝາຍທີ່ເຮັດຂຶ້ນສໍາລັບບົ່ງບອກລັກສະນະ ແລະ ຄຸນນະພາບຂອງສິນຄ້າ ເພື່ອເປັນຈຸດສັງເກດໃນການ ເລືອກຊື້ ຫຼື ເບິ່ງວ່າເປັນສິນຄ້າຂອງບໍລິສັດໃດ, ປະເທດໃດ.

ດູນການຄ້າ (Balance of Trade) ແມ່ນຫຍັງ?

ໝາຍເຖິງຄວາມເລື່ອມລໍ້າຂອງຕົວເລກ ລະຫວ່າງ ສິນຄ້າຂາເຂົ້າກັບສິນຄ້າຂາອອກຂອງປະເທດໃດປະເທດໜຶ່ງ ເຊິ່ງຖ້າສິນຄ້າຂາເຂົ້າມີຫຼາຍ ກວ່າສິນຄ້າຂາອອກສະແດງວ່າຂາດດູນການຄ້າ ຫຼື ເສຍປຽບການຄ້າ; ຖ້າສິນຄ້າຂາເຂົ້າ ໜ້ອຍກວ່າສິນຄ້າຂາອອກ ເອີ້ນວ່າ ເກີນດູນການຄ້າ ຫຼື ໄດ້ປຽບການຄ້າ.

ດູນການຊຳລະເງິນ (Balance of Payment) ຫຼື ດຸນການຊຳລະເງິນລະຫວ່າງ ປະເທດ (International Balance of Payment) ແມ່ນຫຍັງ?

ໝາຍເຖິງລາຍການສະແດງການຮັບ ແລະ ຈ່າຍເງິນໃຫ້ຕ່າງປະເທດ ໃນໄລຍະເວລາໃດເວລາໜຶ່ງເຊັ່ນ: ຄ່າສິນຄ້າ, ຄ່າບໍລິການ, ຄ່າປະກັນໄພເປັນຕົ້ນ.

ພາສີອາກອນ ແມ່ນຫຍັງ?

ໝາຍເຖິງພາສີທີ່ກົມພາສີຈັດເກັບຈາກເງິນລາຍໄດ້ ແລະ ທຸລະກິດ, ການຄ້າພາຍໃນປະເພດເຊັ່ນ: ພາສີເງິນລາຍໄດ້ບຸກຄົນທຳມະດາ, ພາສີເງິນລາຍໄດ້ນິຕິບຸກຄົນ ແລະ ພາສີການຄ້າ.

ໂຫລະພິມ (Teletype) ແມ່ນຫຍັງ?

ການຮັບສັນຍານໂທລະເລກ ທີ່ສາມາດພິມອອກມາເປັນ ອັກສອນໄດ້ທັນທີ.

ການບໍລິການສັງຄົມ (Social Service) ແມ່ນຫຍັງ?

ໝາຍເຖິງກິດຈະການທີ່ສະໜອງສິ່ງທີ່ເປັນ ປະໂຫຍດໃຫ້ພາກສ່ວນຂອງສັງຄົມ ຫຼື ຄົນສ່ວນໃດໜຶ່ງໄດ້ຮັບປະໂຫຍດ ຫຼື ໂອກາດທີ່ດີຂຶ້ນເພື່ອການປະກອບວຽກງານ ຫຼື ອາຊີບ.

ກິດຈະການສາລະນຸປະໂພກ (Municipal Utility) ແມ່ນຫຍັງ?

ໝາຍເຖິງກິດຈະການທີ່ບໍລິ ການແກ່ປະຊາຊົນເຊັ່ນ: ການໄຟຟ້າ, ການນໍ້າປະປາເປັນຕົ້ນ.

ພາວະເງິນຝືດ (Deflation) ແມ່ນຫຍັງ?

ໝາຍເຖິງພາວະທາງເສດຖະກິດທີ່ມີປະລິມານເງິນໝູນວຽນໃນປະ ເທດມີໜ້ອຍ ແລະ ມີການໃຊ້ຈ່າຍຫຼຸດລົງເຮັດໃຫ້ລາຄາສິນຄ້າຕົກ.

ພາວະເງິນເຟີ້ (Inflation) ແມ່ນຫຍັງ?

ໝາຍເຖິງພາວະທາງເສດຖະກິດທີ່ມີປະລິມານເງິນໝູນວຽນຫຼາຍ ແລະ ມີການໃຊ້ຈ່າຍຫຼາຍ ເຮັດໃຫ້ລາຄາຂອງສິນຄ້າກໍສູງຂຶ້ນນໍາ, ເງິນຈໍານວນຫຼາຍແຕ່ຊື້ເຄື່ອງໄດ້ໜ້ອຍ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?

ຄໍາຮ້ອຍແກ້ວ ແມ່ນຄໍາປະພັນທີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍ່ມີການບັງຄັບວ່າຕ້ອງມີການສໍາຜັດແຕ່ຢ່າງໃດເຊັ່ນ: ບົດຂ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ, ນິຫານ, ເລື່ອງສັ້ນ ແລະ ອື່ນໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 2 2011

ຄວາມໝາຍຂອງຄໍາຮ້ອຍກອງ ແມ່ນຫຍັງ?

ຄໍາຮ້ອຍກອງ ແມ່ນຄໍາປະພັນທີ່ຂຽນເປັນຄໍາກອນ ໂດຍມີຫຼັກການບັງຄັບການສໍາຜັດ ແລະ ມີຫຼັກການກໍານົດຄໍາເອກ ຄໍາໂທໃຫ້ຖືກຕ້ອງຕາມໂຄງປະກອບຂອງມັນ.

ຄວາມໝາຍຂອງບັດເຊີນ ແມ່ນຫຍັງ?

ບັດເຊີນ ແມ່ນແຜ່ນເຈ້ຍແຂງພໍສົມຄວນ ທີ່ໃຊ້ຂຽນຄໍາເຊີນ ເພື່ອເຊີນຊວນຜູ້ໃດຜູ້ໜຶ່ງ ຫຼື ກຸ່ມຄົນໃດໜຶ່ງ ໄປຮ່ວມໃນງານ ຫຼື ພິທີໃດໜຶ່ງ. ບັດເຊີນເປັນແຜນເຈ້ຍທີ່ບໍ່ໃຫຍ່ປານໃດ ແລະ ມີບ່ອນທີ່ໃຊ້ຂຽນຂໍ້ຄວາມ ຂອງຄຳເຊີນຈຳກັດ ແລະ ຮັດກຸມ ຕາມເນື້ອໃນ ແລະ ຈຸດປະສົງຂອງການເຊີນ.

ຄວາມໝາຍຂອງຄໍາຂວັນ ແມ່ນຫຍັງ?

ຄໍາຂວັນ ແມ່ນສໍານວນຄໍາເວົ້າທີ່ແຕ່ງຂຶ້ນເພື່ອເຕືອນໃຈ ຫຼື ເພື່ອປຸກລະດົມຂະບວນການສ້າງສາ ພັດທະນາ, ຍ້ອງຍໍຊົມເຊີຍ ແລະ ຊວນໃຫ້ປະຕິບັດຕາມ. ເຮົາສາມາດພົບເຫັນຄໍາຂວັນຕາມສະຖານທີ່ ສາທາລະນະຕ່າງໆເຊັ່ນ: ທາງແຍກ, ທາງໂຄ້ງ, ສວນສາທາລະນະ, ສະຖານທີ່ພັກຜ່ອນຢ່ອນໃຈ ຫຼື ຕາມສື່ ຕ່າງໆເຊັ່ນ: ປ້າຍໂຄສະນາ, ໜັງສືພິມ, ວາລະສານ, ໂທລະພາບ, ວິທະຍຸກະຈາຍສຽງ…

ຄວາມໝາຍຂອງຄໍາຄົມ ແມ່ນຫຍັງ?

ຄຳຄົມ ແມ່ນພາສາວາຈາ ສໍານວນຄໍາເວົ້າທີ່ຫຼັກແຫຼມ ເລິກເຊິ່ງ ຊວນໃຫ້ຄິດພິຈາລະນາ.

ຄວາມໝາຍຂອງຄະຕິພົດ ແມ່ນຫຍັງ?

ຄະຕິພົດ ແມ່ນຖ້ອຍຄໍາ ຫຼື ສໍານວນທີ່ແຕ່ງຂຶ້ນມາ ເພື່ອເປັນແບບຢ່າງທີ່ດີແກ່ສັງຄົມ.

ຄວາມໝາຍຂອງໄປສະນີຍະບັດ ແມ່ນຫຍັງ?

ໄປສະນີຍະບັດ ແມ່ນແຜ່ນເຈ້ຍແຂງພໍສົມຄວນ ທີ່ໃຊ້ຂຽນຈົດໝາຍສົ່ງທາງໄປສະນີ. ໃນໄປສະນີຍະບັດ ແຕ່ລະແຜນຈະມີບ່ອນທີ່ໃຊ້ຂຽນຂໍ້ຄວາມ ຫຼື ຈົດໝາຍໃສ່ ແຕ່ມີເນື້ອທີ່ຈຳກັດ ເຊິ່ງຈຳເປັນຈະຕ້ອງຂຽນຂໍ້ຄວາມສັ້ນ ແລະ ຫຍໍ້ທີ່ສຸດເທົ່ານັ້ນ, ພ້ອມກັນນີ້, ບາງໄປສະນີຍະບັດຍັງມີທັງທີ່ຢູ່ຂອງຜູ້ສົ່ງ ແລະ ຜູ້ຮັບນໍາອີກ. ເວລາສົ່ງໄປສະນີຍະບັດຊະນິດນີ້, ຜູ້ສົ່ງບໍ່ຈຳເປັນເອົາໃສ່ໃນຊອງກໍໄດ້. ສ່ວນຊະນິດທີ່ບໍ່ມີບ່ອນຂຽນທີ່ຢູ່ຂອງຜູ້ສົ່ງ ແລະ ຜູ້ຮັບນັ້ນ ຈໍາເປັນຕ້ອງໄດ້ເອົາໃສ່ໃນຊອງກ່ອນຈະສົ່ງ.

ຄວາມໝາຍຂອງຄໍາອວຍພອນ ແມ່ນຫຍັງ?

ຄໍາອວຍພອນ ແມ່ນຄໍາເວົ້າ ຫຼື ສຳນວນ ທີ່ຄົນເຮົາໃຊ້ອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດຕ່າງໆ.

ຄວາມໝາຍຂອງບົດບັນທຶກ ແມ່ນຫຍັງ?

ບົດບັນທຶກ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ສໍາລັບບັນທຶກວຽກງານ ຫຼື ເຫດການຕ່າງໆໃນຊີວິດ ບັນທຶກການເຄື່ອນໄຫວຂອງບຸກຄົນ ຫຼື ເຫດການທາງປະຫວັດສາດ ແລະ ອື່ນໆ.

ບົດບັນທຶກປະຈຳວັນ ແມ່ນຫຍັງ?

ບົດບັນທຶກປະຈຳວັນ ແມ່ນບົດບັນທຶກຂອງບຸກຄົນທີ່ໃຊ້ບັນທຶກເຫດການ ເພື່ອເກັບກຳຂໍ້ມູນໃນ, ການເຄື່ອນໄຫວວຽກງານ ຕະຫຼອດເຖິງຄວາມຮູ້ສຶກນຶກຄິດຂອງຕົນໃນແຕ່ລະວັນ. ຕາມທໍາມະດາແລ້ວ ຢູ່ໃນການເຄື່ອນໄຫວຕ່າງໆໃນຊີວິດປະຈຳວັນເຮົາຄວນມີການບັນທຶກສ່ວນຕົວ ເຊິ່ງນອກຈາກຈະຊ່ວຍ ຄວາມຈື່ຈຳ ເພື່ອເປັນປະໂຫຍດໃຫ້ແກ່ຕົນເອງແລ້ວ ຍັງສ້າງໃຫ້ເປັນຄົນຮູ້ຈັກເຮັດວຽກຢ່າງມີລະບຽບ, ມີແບບແຜນ, ມີວາດດໍາລົງຊີວິດທີ່ຈົບງາມອີກດ້ວຍ.

ຄວາມໝາຍຂອງຈົດໝາຍ ແມ່ນຫຍັງ?

ຈົດໝາຍ ແມ່ນໜັງສືທີ່ເພິ່ນຂຽນສົ່ງຂ່າວຫາກັນລະຫວ່າງບຸກຄົນ ຫຼື ກົມກອງຕ່າງໆ ໂດຍໃຊ້ການ ນໍາສົ່ງທາງໄປສະນີ ຫຼື ຝາກໄປນໍາບຸກຄົນກໍໄດ້.

ຄວາມໝາຍຂອງຈົດໝາຍພົວພັນວຽກ ແມ່ນຫຍັງ?

ຈົດໝາຍພົວພັນວຽກ ໄດ້ແກ່ຈົດໝາຍທີ່ຂຽນຕິດຕໍ່ກັນລະຫວ່າງບຸກຄົນ ຫຼື ໜ່ວຍງານອົງການຕ່າງໆ ເພື່ອແຈ້ງການພົວພັນວຽກ. ຈົດໝາຍພົວພັນວຽກຂຽນເພື່ອປະໂຫຍດໃນການດໍາເນີນງານຕ່າງໆ ຫຼື ຂໍຄວາມຮ່ວມມືຢ່າງໃດຢ່າງໜຶ່ງ ເຊິ່ງຈຳເປັນຕ້ອງໃຊ້ຫຼາຍໃນຊີວິດປະຈຳວັນ ຈົດໝາຍພົວພັນວຽກໄດ້ແກ່ ຈົດໝາຍທີ່ນໍາໃຊ້ເຂົ້າໃນການຕິດຕໍ່ພົວພັນວຽກງານເຊັ່ນ: ຈົດໝາຍຂໍຄວາມຊ່ວຍເຫຼືອ, ໜັງສືສະເໜີ ແລະ ອື່ນໆ.

ການຂຽນສະແດງຈິນຕະນາການ ແມ່ນຫຍັງ?

ຈິນຕະນາການ ໝາຍເຖິງຄວາມຄິດທີ່ເກີດຂຶ້ນໃນຈິດໃຈຂອງຄົນເຮົາ ອາດເປັນການວາດພາບຂຶ້ນ ຕາມຄວາມຄິດຂອງຄົນແຕ່ລະຄົນ ຫຼື ອາດເປັນຜົນມາຈາກການມີປະສົບການຕ່າງໆໃນຊີວິດມາກ່ອນ. ແຕ່ໄດ້ສ້າງຂຶ້ນເປັນພາບໃໝ່ໃຫ້ວິຈິດ ຫຼື ເລິກເຊິ່ງ.

ຄວາມສໍາຄັນຂອງການເວົ້າໃນໂອກາດຕ່າງໆ ແມ່ນຫຍັງ?

ການເວົ້າເປັນສິ່ງຈໍາເປັນທີ່ສຸດໃນຊີວິດປະຈຳວັນ. ເພາະຄົນເຮົາຕ້ອງມີການເຮັດວຽກຮ່ວມກັນໃນສັງຄົມ. ດັ່ງນັ້ນ, ການເວົ້າໃນໂອກາດຕ່າງໆ ຍັງເປັນສິ່ງຈໍາເປັນທີ່ຄົນເຮົາໄດ້ເຮັດຢູ່ສະເໝີ ແລະ ຖືເປັນການປະຕິບັດຢ່າງໜຶ່ງທາງສັງຄົມເຊັ່ນ: ການເວົ້າແນະນໍາ, ການຕອບຮັບ, ເວົ້າຂອບໃຈ, ເວົ້າໄວ້ອາໄລເປັນຕົ້ນ ຄໍາເວົ້າຕ່າງໆນີ້ຖ້າຜູ້ມີປະສົບການດີ, ມີຄວາມຮູ້ຮອບດ້ານ, ສະຫຼຽວສະຫຼາດກໍສາມາດແກ້ໄຂ ບັນຫາຕ່າງໆໄດ້ເປັນຢ່າງດີ ຈົນເຮັດໃຫ້ການເວົ້າມີປະສິດທິຜົນໄດ້ ແຕ່ຜູ້ບໍ່ມີປະສົບການ ຫຼື ມີປະສົບການໜ້ອຍ ກໍຈຳເປັນຕ້ອງມີການກຽມຕົວ ເພື່ອເພີ່ມຄວາມໝັ້ນໃຈໃນຕົນເອງ.

ການກ່າວມອບວັດຖຸສິ່ງຂອງ ແມ່ນຫຍັງ?

ແມ່ນການກ່າວເນື່ອງຈາກພາກສ່ວນ ຫຼື ບຸກຄົນໃດໜຶ່ງມີການກໍ່ສ້າງອະນຸສາວະລີເພື່ອເປັນທີ່ລະນຶກ ເຖິງບຸກຄົນທີ່ສ້າງຄຸນງາມຄວາມດີ ໃຫ້ແກ່ປະເທດຊາດ ມີການກໍ່ສ້າງໂຮງຮຽນ, ອາຄານ, ຂົວ, ສຸກສາລາ ຫ້ອງສະໝຸດ… ເພື່ອເປັນສາທາ ລະນະປະໂຫຍດ. ເມື່ອການກໍ່ສ້າງສຳເລັດ. ຈະມີງານສະຫຼອງໃນພິທີນີ້ ອາດຈະມີການກ່າວມອບ ຫຼື ກ່າວເປີດໃຊ້ສະຖານທີ່ນັ້ນໆ.

ການກ່າວຄໍາອໍາລາ ແມ່ນຫຍັງ?

ແມ່ນການກ່າວໃນກໍລະນີທີ່ມີຜູ້ໃດໜຶ່ງ ອອກຈາກໜ້າທີ່ວຽກງານ ຫຼື ຍ້າຍໄປຢູ່ບ່ອນອື່ນ ເພື່ອຮັບຕໍາແໜງໜ້າທີ່ໃໝ່. ເພື່ອນຮ່ວມງານໃນບ່ອນເກົ່າມັກຈະຈັດງານລ້ຽງສົ່ງ ແລະ ໃນໂອກາດນັ້ນ ຜູ້ທີ່ຈາກໄປຈະຕ້ອງເປັນຜູ້ກ່າວຄໍາອໍາລາ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 2 2011

(Composite Key ) ແມ່ນຫຍັງ?

ເປັນ field ທີ່ໃຊ້ຮ່ວມກັບ field ອື່ນໆ ທີ່ເປັນ Composite Key ຄືກັນ ມາໃຊ້ ເປັນ Primary Key ຂອງຕາຕະລາງ, ເນື່ອງຈາກບາງຄັ້ງເຮົາບໍ່ສາມາດກຳນົດພຽງ field ໃຫ້ເປັນ Primary Key ໄດ້ຕ້ອງອາໃສ field ຮ່ວມກັນ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບການແບ່ງກັນໃຊ້ເວລາ (Time-sharing Systems) ແມ່ນຫຍັງ?

ການແບ່ງກັນໃຊ້ເວລາ (Time-sharing Systems) ເປັນເທັກນິກທີ່ຜູ້ໃຊ້ຫຼາຍຄົນສາມາດແບ່ງປັນກັນໃຊ້ຊັບພະຍາກອນຄອມພິວເຕີຮ່ວມກັນໃນເວລາດຽວກັນ ໂດຍລະບົບປະຕິບັດການຈະເຮັດການແບ່ງເວລາອອກເປັນ ຊ່ວງສັ້ນໆ ເອີ້ນວ່າສ້ຽວເວລາ (Time Slice) ໃນໜວ່ຍມິລິວິນາທີ (Millisecond) ຫຼື ວິນາທີຮອບວຽນການດໍາເນີນກັບໂປຣແກຣມ ຫຼື ຂະບວນການຂອງຜູ້ໃຊ້ເປັນລໍາດັບໄປ ເພື່ອຊ່ວຍໃຫ້ເວລາໂດຍລວມຂອງວຽກທັງໝົດແລ້ວໄວຂື້ນ ຊ່ວຍໃຫ້ເວລາການຕອບສະໜອງ(Respone time) ຕໍ່ຜູ້ໃຊ້ທັງໝົດ ແລະ CPU ເຮັດວຽກໄດ້ເຕັມປະສິດທິພາບເວລາການຕອບສະໜອງ ໝາຍເຖິງເວລາຕັ້ງແຕ່ຜູ້ໃຊ້ປ້ອນຄໍາສັ່ງໃຫ້ຄອມພິວເຕີຈົນກວ່າຄອມພິວເຕີຕອບຮັບມາ. ຢ່າງໃດກໍ່ຕາມໃນລະບົບການແບ່ງກັນໃຊ້ເວລານີ້ ການເພີ່ມຂື້ນຂອງຈໍານວນຜູ້ໃຊ້ລະບົບຈະມີຜົນກະທົບຕໍ່ອັດຕາການຕອບສະໜອງອີກດ້ວຍ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງບົດພິສູດ ແມ່ນຫຍັງ?

ບົດພິສູດ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ຫຼັກຖານຕົວຈິງມາອ້າງອີງ ແລະ ຢັ້ງຢືນ ລັກສະນະຕົວຈິງຂອງບັນຫາຕ່າງໆທີ່ຍົກຂຶ້ນມາພິສູດ. ການພິສູດບັນຫາ ແມ່ນເຮັດໃຫ້ປັນຫາ ນັ້ນຈະແຈ້ງຂຶ້ນພ້ອມທັງຢັ້ງຢືນເອົາປັນຫານັ້ນ. ໂດຍທົ່ວໄປ, ນອກຈາກບົດພິສູດແລ້ວ. ຢູ່ໃນບົດອະທິບາຍຕ່າງໆເຊັ່ນ: ບົດອະທິບາຍ ການເມືອງ, ບົດອະທິບາຍສັງຄົມ ຫຼື ບົດອະທິບາຍວັນນະຄະດີ ກໍຕ້ອງການພິສູດຄືກັນ ຕ່າງແຕ່ວ່າພິສູດໜ້ອຍ, ພິສູດຫຼາຍເທົ່ານັ້ນ. ປັນຫາທີ່ນໍາມາພິສູດສ່ວນຫຼາຍແມ່ນຄໍາສຸພາສິດ, ຄໍາຄົມ ຫຼື ຄໍາເວົ້າຂອງບຸກຄົນຕ່າງໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ເງິນສົດ (Cash) ແມ່ນຫຍັງ?

ໝາຍເຖິງເງິນຕົວຈິງ ແລະ ເອກະສານທຸກຊະນິດ ທີ່ສາມາດຂຶ້ນເງິນໄດ້ ແລະ ສິ່ງທີ່ມີຄ່າຄືເງິນເຊັ່ນ: ຄໍາ, ພັນທະບັດ, ເຊັກເງິນສົດ, ປັດແລກເງິນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນ ແມ່ນຫຍັງ?

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນຈະມີລັກສະນະກົງກັນຂ້າມກັບຊັບພະຍາກອນການທ່ອງທ່ຽວທາງທໍາມະຊາດເຊັ່ນ: ສະຖານທີ່ທ່ອງທ່ຽວຕ່າງໆໃນຕົວເມືອງໃຫຍ່ໆຄື: ສູນການຄ້າ, ສວນສະໜຸກ, ໂຮງແຮມ, ສະຖານທີ່ບັນເທີງ…

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຄວາມເຫັນອົກເຫັນໃຈ (ອາທອນ) ແມ່ນຫຍັງ?

ຄວາມເຫັນອົກເຫັນໃຈ ແມ່ນສະແດງເຖິງລັກສະນະຂອງຄວາມໄວ້ເນື້ອເຊື່ອໃຈ, ຮັກແພງ, ເອື້ອເຟື້ອ, ຜ່ອນຜັນ, ຊື່ສັດ, ໃຫ້ຄວາມຮ່ວມມື.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ສາຂາ ທະນາຄານ ແມ່ນຫຍັງ?

ການບໍລິຫານ ປ້ອງກັນ ຜູ້ລົງທຶນ: ຢູ່ໃນຫລາຍສະຖານທີ່ທີ່ກົດໝາຍອະນຸຍາດ, ທະນາຄານສາມາດສ້າງຕັ້ງສາຂາທະນາຄານ ເພື່ອໃຫ້ ບໍລິການຂົງເຂດໃດໜຶ່ງທີ່ມີການພັດທະນາຢ່າງໄວວາ ຫລື ຈະເຄື່ອນຍ້າຍໄປຂົງເຂດອື່ນທີ່ລູກຄ້າມາໃຫ້ບໍລິການ. ທັງໝົດການໃຫ້ບໍລິການຂອງທະນາຄານຈາກທີ່ຕັ້ງໃດໜຶ່ງເຊັນ: ສຳນັກງານໃຫຍ່, ສາຂາ ທະນາຄານ ຫລື ໃຊ້ ບໍລິການຜ່ານຕູ້ ATM, ຜ່ານເຄື່ອງຮູດ EDC, ໃຊ້ລົດບໍລິການເຄື່ອນທີ່…

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

(Foreign Key) ແມ່ນຫຍັງ?

ເປັນ field ໃນຕາຕະລາງໜຶ່ງ ທີ່ມີຄວາມສໍາພັນກັບ field ທີ່ເປັນ Primary Key ອີກຕາຕະລາງໜຶ່ງ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບແບບຫຼາຍພາລະກິດ (Multitasking) ແມ່ນຫຍັງ?

ໝາຍເຖິງສໍາມະຖານະການເຮັດວຽກແບບຫຼາຍໂປຣແກຣມ ຂອງລະບົບປະຕິບັດງານສໍາລັບຜູ້ໃຊ້ຄົນດຽວ. ຕົວຢ່າງ: ໃນສ່ວນຄອມພິວເຕີສ່ວນບຸກຄົນ ໂດຍທີ່ຜູ້ໃຊ້ຄົນໜຶ່ງສາມາດດໍາເນີນງານ (Run) ຫຼາຍໂປຣແກຣມໃນເວລາດຽວກັນເຖິງເຄື່ອງດຽວກັນເຊັ່ນ: ໂບກເກີ ຂາຍຫຸ້ນກໍາລັງຂຽນຈົດໝາຍເຖິງລູກຄ້າດ້ວຍໂປຣແກຣມປະມວນ ຜົນຄໍາໃນຂະນະທີ່ອີກໂປຣແກຣມໜຶ່ງກໍາລັງບັນທຶກ ແລະ ກໍາລັງປັບປຸງຂໍ້ມູນບັນຊີລູກຄ້າ ໃນລະບົບຫຼາຍ ພາລະກິດໂບກເກີສາມາດເບິ່ງ ໜ້າຈໍທັງສອງໂປຣແກຣມໄດ້ໃນເວລາດຽວກັນໂດຍບໍ່ຈໍາເປັນຕ້ອງຢຸດຕິຈາກໂປຣ ແກຣມປະມວນຜົນຄ່າອອກໄປຫາລະບົບປະຕິບັດງານແລ້ວຈິ່ງເອີ້ນໃຊ້ໂປຣແກຣມທີ່ຄວບຄຸມຖານຂໍ້ມູນລູກຄ້າ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງບົດວິຈານ ແມ່ນຫຍັງ?

ບົດວິຈານ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງອີງໃສ່ຄວາມຮູ້, ຄວາມຄິດ ແລະ ທັດສະນະ ຫຼັກໝັ້ນຂອງຜູ້ຂຽນເພື່ອສັງເກດເບິ່ງບັນຫານັ້ນວ່າຖືກ ຫຼື ຜິດ. ຈາກນັ້ນ, ກໍຖອດຖອນເອົາຄວາມໝາຍ ແລະ ຄຸນປະໂຫຍດຂອງບັນຫານັ້ນໂດຍມີການຕຳໜິ, ການພິຈາລະນາ ແລະ ການຄົ້ນຄິດຕຶກຕອງໄປພ້ອມ. ບໍ່ວ່າວຽກງານຈະຮ້າຍ ຫຼື ດີ, ຖືກ-ຜິດ ກໍສາມາດຍົກຂຶ້ນມາວິຈານໄດ້ ຕາມທໍາມະດາແລ້ວ ການວິຈານບັນຫາໃດໜຶ່ງ ແມ່ນຍ້ອງຍໍສິ່ງທີ່ຖືກຕ້ອງ ແລະ ຕຳໜິສິ່ງທີ່ ຜິດພາດຂອງບັນຫາດັ່ງກ່າວ ເພື່ອເຮັດແນວໃດໃຫ້ຜູ້ອ່ານມີຄວາມຮັບຮູ້ ແລະ ນໍາໄປເຖິງການກະທໍາທີ່ຖືກຕ້ອງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ພັນທະບັດ (Bond) ແມ່ນຫຍັງ?

ໝາຍເຖິງທະນະບັດທີ່ລັດຖະບານມອບໃຫ້ທະນາຄານໃດໜຶ່ງ ພິມອອກໃຫ້ປະຊາຊົນຕ້ອງຊື້ເປັນພັນທະ ເພື່ອລັດຈະເກັບເງິນທີ່ເຄື່ອນໄຫວຢູ່ນອກລະບົບທະນາຄານຄືນມາເຂົ້າທະນາຄານ ໃນພາວະທີ່ທະນາຄານຂາດເງິນສົດ ໂດຍຮັບຮອງວ່າທະນາຄານນັ້ນຈະສົ່ງທຶນພ້ອມດ້ວຍດອກເບ້ຍໃຫ້ແກ່ຜູ້ຊີ້ບັດ ຕາມກຳນົດທີ່ລະບຸໄວ້ໃນບັດ. ແບບໜຶ່ງເອີ້ນວ່າ “ພັນທະບັດລັດຖະບານ”.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຝ່າຍວັດຖຸນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ກາລະ-ເທສະ ແມ່ນສອງລັກສະນະທີ່ແຕກຕ່າງກັນ ແຕ່ບໍ່ອາດຕັດແຍກອອກຈາກການເຄື່ອນເໝັງຂອງວັດຖຸ, ເທສະມີລັກສະນະສາມລວງຄື: ລວງກ້ວາງ, ລວງຍາວ ແລະ ລວງສູງ

ອ້າງອີງ: ຈາກ ປື້ມ ການເມືອງ

ການອະນຸລັກການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຊັບພະຍາກອນການທ່ອງທ່ຽວເປັນຊັບພະຍາກອນທີ່ມີຄຸນຄ່າຫຼາຍ ຄວນອະນຸລັກຮັກສາໄວ້ໃຫ້ຢູ່ໃນສະພາບທີຈົບງາມປະທັບໃຈຕະຫຼອດເວລາຄວນດູແລຮັກສາສິ່ງເລົ່ານີ້ໄວ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການຝຶກອົບຮົມແມ່ນຫຍັງ?

ການຝຶກອົບຮົມ ແມ່ນຂະບວນການສິດສອນຄົນງານໃຫ້ມີຄວາມຊຳນິຊຳນານສະເພາະໃດຫນຶ່ງ ຫຼື ຊ່ວຍໃຫ້ເຂົາເຈົ້າສາມາດດັດແປງແກ້ໄຂຂໍ້ບົກຜ່ອງຕ່າງໆ ໃນການປະຕິບັດງານຂອງເຂົາເຈົ້າ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ຂະແໜງການທ່ອງທ່ຽວ

Articles

ການທ່ອງທ່ຽວ (Tourism) ແມ່ນຫຍັງ?

ໝາຍເຖິງການປະກອບກິດຈະການດ້ວຍການນໍາປັດໄຈການຜະລິດຕ່າງໆມາຜະລິດບໍລິການຢ່າງໃດຢ່າງໜຶ່ງດ້ວຍການທ່ອງທ່ຽວເພື່ອສ້າງຄວາມສະດວກສະບາຍ, ຄວາມເພິ່ງພໍໃຈ ແລະ ຂາຍບໍລິການດ້ານການທ່ອງທ່ຽວນັ້ນໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ໃຊ້ບໍລິການທັງພາຍໃນ ແລະ ຕ່າງປະເທດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການທ່່ອງທ່ຽວສະໄໝກ່ອນແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດເປົ້າໝາຍເພື່ອການທ່ອງທ່ຽວ, ພຽງແຕ່ເປັນການເດີນທາງທີ່ແນໃສ່ເພື່ອຄວາມຢູ່ລອດຂອງຊີວິດເທົ່ານັ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ນັກທ່ອງທ່ຽວ (Tourist) (ນັກທັດນະຈອນ) ແມ່ນຫຍັງ?

ແມ່ນຜູ້ເດີນທາງໂດຍຕັ້ງໃຈທ່ອງທ່ຽວທີ່ປະເທດໃດໜຶ່ງແຕ່ຢູ່ປະເທດນັ້ນໆບໍ່ເກີນ 24 ຊ,ມ ລວມທັງຜູ້ໂດຍສານທີ່ເດີນທາງຜ່ານປະເທດນັ້ນໂດຍບໍ່ໄດ້ອອກຈາກບໍລິເວນທີ່ຈັດໄວ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຊັບພະຍາກອນການທ່ອງທ່ຽວທີ່ເກີດຂື້ນເອງຕາມທໍາມະຊາດ ແມ່ນຫຍັງ?

ເປັັນແຫຼ່ງທ່ອງທ່ຽວທີ່ມີຄວາມງາມຕາມທໍາມະຊາດ ດຶງດູດໃຫ້ຄົນໄປທ່ອງທ່ຽວໃນພື້ນທີ່ນັ້ນເຊັ່ນ: ພູເຂົາ, ປ່າໄມ້, ນໍ້າຕົກ, ຖໍ້າ, ນໍ້າພຸຮ້ອນ, ບໍ່ນໍ້າຮ້ອນ, ແມ່ນໍ້າ, ເກາະ, ແກ້ງ, ຫາດຊາຍຝັ່ງທະເລ, ປ່າສະຫງວນ ຕະຫຼອດຈົນປະກົດການຕ່າງໆໄດ້ແກ່ລະດູອົບພະຍົບສັດບາງສະນິດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນ ແມ່ນຫຍັງ?

ຊັບພະຍາກອນການທ່ອງທ່ຽວທີ່ມະນຸດສ້າງຂື້ນຈະມີລັກສະນະກົງກັນຂ້າມກັບຊັບພະຍາກອນການທ່ອງທ່ຽວທາງທໍາມະຊາດເຊັ່ນ: ສະຖານທີ່ທ່ອງທ່ຽວຕ່າງໆໃນຕົວເມືອງໃຫຍ່ໆຄື: ສູນການຄ້າ, ສວນສະໜຸກ, ໂຮງແຮມ, ສະຖານທີ່ບັນເທີງ…

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການອະນຸລັກການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຊັບພະຍາກອນການທ່ອງທ່ຽວເປັນຊັບພະຍາກອນທີ່ມີຄຸນຄ່າຫຼາຍ ຄວນອະນຸລັກຮັກສາໄວ້ໃຫ້ຢູ່ໃນສະພາບທີຈົບງາມປະທັບໃຈຕະຫຼອດເວລາຄວນດູແລຮັກສາສິ່ງເລົ່ານີ້ໄວ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ແມ່ນຫຍັງ?

ແມ່່ນການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ເປັນການລົງທຶນສ້າງອຸປະທານຂອງອຸດສາຫະກໍາການທ່ອງທ່ຽວເພື່ອສ້າງຄວາມສະດວກ ແລະ ປອດໄພໃຫ້ແກ່ນັກທ່ອງທ່ຽວເຊິ່ງອຸດສາຫະກໍາການທ່ອງທ່ຽວນັ້ນເປັນອຸດສາຫະກໍາທີ່ໃຫຍ່ ແລະ ກ່ຽວເນື່ອງກັນກັບທຸລະກິດຫຼາຍປະເພດ.

ການອະນຸລັກ (Conservation) ແມ່ນຫຍັງ?

ໝາຍເຖິງການຮັກສາສິ່ງເຫຼົ່ານັ້ນໄວ້ໃຫ້ຢູ່ໃນສະພາບທີ່ຈົບງາມ ແລະ ດີທີ່ສຸດເທົ່າທີ່ຈະເຮັດໄດ້.

ສິ່ງອໍານວຍຄວາມສະດວກທາງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນສິ່ງຕ່າງໆທີ່ຮອງຮັບການເດີນທາງ ເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວເປັນໄປຢ່າງສະດວກສະບາຍ ແລະ ມີຄວາມປອດໄພທັງຊີວິດ ແລະ ຊັບສິນ ນັບແຕ່ເລີ່ມຕົ້ນເດີນທາງທ່ອງທ່ຽວຈົນຕະຫຼອດຮອດເວລາສິ້ນສຸດຈາກການທ່ອງທ່ຽວ.

ການທ່ອງທ່່ຽວໃນສະໄໝປັດຈຸບັນ ແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດໝາຍປາຍທາງເພື່ອແນໃສ່ການທ່ອງທ່ຽວ, ການພັກຜ່ອນຢ່ອນໃຈ, ການສຶກສາຫາຄວາມຮູ້ ແລະ ອື່ນໆ.

ອຸປະສົງຂອງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຄວາມຕ້ອງການຂອງນັກທ່ອງທ່ຽວຈະເກີດຂຶ້ນໃນຂະນະທີ່ນັກທ່ອງທ່ຽວຕ້ອງການໃຊ້ບໍລິການ ທາງການທ່ອງທ່ຽວ ແລະ ມີອໍານາດໃນການຊື້ບໍລິການດັ່ງກ່າວ.

ບົດບາດການພັດທະນາບຸກຄະລາກອນການທ່ອງທ່ຽວ ແມ່ນຫຍັງ?

ເນື່ອງຈາກຄວາມຈະເລີນເຕີບໂຕຂອງອຸດສາຫະກໍາການທ່ອງທ່ຽວເຮັດໃຫ້ຄວາມຕ້ອງການແຮງງາານໃນສາຂາການທ່ອງທ່ຽວເພີ່ມຂຶ້ນຢ່າງວ່ອງໄວຈຶ່ງຕ້ອງມີການພັດທະນາແຮງງານໃຫ້ມີຄວາມຮູ້ຄວາມສາມາດໃນການບໍລິການນັກທ່ອງທ່ຽວ ແລະ ມີຄຸນນະພາບຍິ່ງຂຶ້ນ.

ນັກທ່ອງທ່ຽວລະດັບສູງ ແມ່ນຫຍັງ?

ເປັນນັກທ່ອງທ່ຽວປະເພດທີ່ມີລາຍໄດ້ສູງມັກໃຊ້ການທ່ອງທ່ຽວຊະນິດຫຼູຫຼາ ແລະ ພ້ອມທີ່ຈະຈ່າຍຄ່າບໍລິການໃນອັດຕາສູງເຮັດໃຫ້ຜູ້ປະກອບກິດຈະການທາງການທ່ອງທ່ຽວມີກໍາໄລສູງ.

ນັກທ່ອງທ່ຽວລະດັບກາງ ແມ່ນຫຍັງ?

ເປັນນັັກທ່ອງທ່ຽວປະເພດທີ່ມີລາຍໄດ້ປານກາງບໍ່ຈູ້ຈີ້ ຫຼື ຮຽກຮ້ອງບໍລິການທາງການທ່ອງທ່ຽວຫຼາຍເໝືອນປະເພດນັກທ່ອງທ່ຽວຫຼູຫຼາ ເປັນນັກທ່ອງທ່ຽວທີ່ອາລົມດີມຸ້ງຄວາມສະໜຸກສະໜານເປັນສໍາຄັນໂດຍປົກກະຕິນັກທ່ອງທ່ຽວປະເພດນີ້ມີຈໍານວນຫຼາຍກວ່າປະເພດຫຼູຫຼາ.

ນັກທ່ອງທ່ຽວລະດັບມວນຊົນ ແມ່ນຫຍັງ?

ເປັນນັກທ່່ອງທ່ຽວປະເພດຈໍານວນຫຼາຍທີສຸດສ່ວນຫຼາຍມີລາຍໄດ້ໜ້ອຍ ຫຼື ມີລາຍໄດ້ປະຈໍາຕ້ອງການທ່ອງທ່ຽວແບບພື້ນໆໃນລາຄາຖືກເອົາໃຈງ່າຍ ນັກທ່ອງທ່ຽວປະເພດນີ້ເກີດຂື້ນເມື່ອບໍ່ນານມານີ້ເອງ ໂດຍໄດ້ຮັບແຮງຈູງໃຈຈາກການໂຄສະນາທີ່ທຸລະກິດນໍາທ່ຽວຈັດຂື້ນ.

ຍຸດທະສາດ (ການທ່ອງທ່ຽວ) ແມ່ນຫຍັງ?

ແມ່ນແຜນແມ່ບົດເພື່ອກໍານົດແນວທາງທິດທາງ, ຄາດໝາຍຂອງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຂອງພັກ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ແຜນແມ່ບົດ ແມ່ນຫຍັງ?

ແມ່ນແຜນຫຼັກພັດທະນາການທ່ອງທ່ຽວແບບຍືນຍົງ.

ແຜນສາຂາ ແມ່ນຫຍັງ?

ແມ່ນແຜນຍ່ອຍພັດທະນາການທ່ອງທ່ຽວແບບຍືນຍົງ.

ບູຮານສະຖານ ແມ່ນຫຍັງ?

ແມ່ນສິ່ງຂອງທີ່ບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ໂບດ, ວັງ, ວັດ,,, ໂດຍມີອາຍຸຫຼາຍກ່ວາ 100 ປີຂຶ້ນໄປເຊັ່ນ: ພະລາດສະວັງ ທີ່ແຂວງຫລວງພະບາງ, ວັດຊຽງທອງ, ວັດສີສະເກດເປັນຕົ້ນ.

ບູຮານວັດຖຸ ແມ່ນຫຍັງ?

ແມ່ນສິ່ິ່ງຂອງທີ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ພຣະພຸດທະຮູບ, ສິລາຈາລຶກ ເຊິ່ງມີອາຍຸຫຼາຍຮ້ອຍປີ.

ປູຊະນີຍະສະຖານ ແມ່ນຫຍັງ?

ແມ່ນສະຖານທີ່ຄວນັບຖື ແລະ ການສັກກະລະບູຊາເຊັ່ນ: ພຮະທາດອິງຮັງ, ທາດເມືອງເກົ່າ, ພຮະທາດຫຼວງເປັນຕົ້ນ.

ປູຊະນີຍະວັດຖຸ ແມ່ນຫຍັງ?

ແມ່ນວັດຖຸທີ່ຄວນເຄົາລົບນັບຖືເຊັ່ນ: ພຮະພຸດທະຮູບ, ເທບພຮະເຈົ້າ ເປັນຕົ້ນ.

ສິ່ງແວດລ້ອມ (Environment) ແມ່ນຫຍັງ?

ແມ່ນທຸກສິ່ງທຸກຢ່າງທີ່ຢູ່ອອມໂຕມະນຸດ,​ ມີທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດລວມທັງທີ່ເປັນຮູບປະທໍາ (ສາມາດຈັບຕ້ອງໄດ້ ແລະ ເບິ່ງເຫັນໄດ້) ແລະ ນາມມະທໍາທີ່ບໍ່ສາມາດຈັບຕ້ອງໄດ້ ແລະ ບໍ່ສາມາດເບິ່ງເຫັນເຊັ່ນ: (ວັດທະນະທໍາ, ຮີດຄອງ-ປະເພນີ,​ ຄວາມເຊື່ອ…) ມີອິດທິພົນກ່ຽວໂຍງກັນ.​ ເປັນປັດໃຈໃນການເກື້ອໜູນເຊິ່ງກັນ ແລະ ກັນ.

ການຂົນສົ່ງ ແມ່ນຫຍັງ?

ແມ່ນການລໍາລຽງ ຫຼື ເຄື່ອນຍ້າຍບຸກຄົນ ຫຼື ສິ່ງຂອງດ້ວຍເຄື່ອງມືອຸປະກອນການຂົນສົ່ງ ເຊິ່ງອຸປະກອນການຂົນສົ່ງນີ້ໝາຍເຖິງ:​ ຍານພາຫະນະທີ່ໃຊ້ໃນການຂົນສົ່ງ ລວມທັງເຄື່ອງລຸດຜ່ອນທຶນແຮງດ້ວຍ.

ອຸປະທານຂອງອຸດສາຫະກໍາທ່ອງທ່ຽວ ແມ່ນຫຍັງ?

ແມ່ນໝາຍເຖິງປະລິມານຂອງບໍລິການອຸດສາຫະກໍາການທ່ອງທ່ຽວທີ່ຜູ້ປະກອບການທຸລະກິດທ່ອງທ່ຽວເຕັມໃຈ ແລະ ສາມາດຂາຍໄດ້ໃນເວລາທີ່ກໍານົດໃຫ້ໃນລະດັບຕ່າງໆ.

ທິວທັດ (Scenery) ແມ່ນຫຍັງ?

ທິວທັດທາງທໍາມະຊາດທີ່ສວຍງາມ ແລະ ແປກປະຫຼາດເປັນສິ່ງໜຶ່ງທີ່ດຶງດູດໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ແລະ ຢ້ຽມຊົມ.

ສັດປ່າ ແລະ ພັນໄມ້ (Wildlife and flora) ແມ່ນຫຍັງ?

ສັດປ່າ ແລະ ພືດພັນໄມ້ກໍ່ເປັນສ່ວນໜຶ່ງຂອງຄວາມສວຍງາມຕາມທໍາມະຊາດທີ່ດຶງດູດນັກທ່ອງທ່ຽວໄດ້ຫຼາຍ.

ສະພາບພູມມິອາກາດ (Climate) ແມ່ນຫຍັງ?

ສະພາບພູມມິອາກາດໂດຍທົ່ວໄປເຊັ່ນ: ແສງແດດ, ສາຍລົມ, ອາກາດອົບອຸ່ນ ຫຼື ຫິມະຕັກໃນລະດູໝາວ ຕະຫຼອດຈົນລັກສະນະອາກາດທີ່ແຕກຕ່າງໄປຈາກຖິ່ນເດີມຂອງຕົນຈະເປັນສິ່ງທີ່ກໍ່ໃຫ້ເກີດການທ່ອງທ່ຽວຂຶ້ນມາໄດ້.

ປາກົດການທາງທໍາມະຊາດ (Natural Phenomenon) ແມ່ນຫຍັງ?

ເປັນລັກສະນະທີ່ເກີດຂຶ້ນເອງຕາມທໍາມະຊາດເຊັ່ນ: ການເກີດຝົນດາວຕົກ, ບັ້ງໄຟພະຍານາກ, ກົບກິນເດືອນເປັນຕົ້ນ.

ໜ້າທີ່ຂອງສິ່ງແວດລ້ອມ ແມ່ນຫຍັງ?

ບໍ່ແມ່ນວ່າສິ່ງແວດລ້ອມນັ້ນມີຊີວິດ ຫຼື ບໍ່ມີຊີວິດກໍ່ລ້ວນແຕ່ກໍ່ໃຫ້ເກີດຜົນປະໂຫຍດ ແລະ ໂທດຕໍ່ກັບສິ່ງທີ່ມີຊີວິດທັງນັ້ນ.

ການຕະຫຼາດການທ່ອງທ່ຽວ ແມ່ນຫຍັງ?

ອຸດສາຫະກໍາການທ່ອງທ່ຽວສາມາດສ້າງລາຍໄດ້ເປັນເງິນຕາຕ່າງປະເທດ ແລະ ມີບົດບາດສໍາຄັນຕໍ່ເສດຖະກິດຂອງຫຼາຍໆປະເທດທັງປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກໍາລັງພັດທະນາອຸດສາຫະກໍາການທ່ອງທ່ຽວ.

ສິນຄ້າ (Goods) ແມ່ນຫຍັງ?

ໝາຍເຖິງສິ່ງທີ່ສໍາພັດໄດ້ ແລະ ສາມາດຕອບສະໜອງຄວາມ ເພິ່ງພໍໃຈກັບລູກຄ້າການບໍລິການ (service).

ຄວາມຄິດ (Idea) ແມ່ນຫຍັງ?

ເປັນຄວາມຄິດໃດໆກໍ່ຕາມທີ່ເຮັດໃຫ້ທຸລະກິດ ມອງເຫັນສູ່ທາງທີ່ຈະນໍາສະເໜີສິນຄ້າ ແລະ ບໍລິການເຂົ້າສູ່ຕະຫຼາດ.

ຄຸນນະພາບ (Quality) ແມ່ນຫຍັງ?

ແມ່ນການພັດທະນາຜະລິດຕະພັນລວມທັງຂະບວນການທາງທຸລະກິດ ຈຶ່ງເປັນສິ່ງສໍາຄັນທີ່ໜ່ວຍງານຈະຕ້ອງຄໍານຶງເຖິງໃນລະດັບຕົ້ນເພາະເປັນປັດໃຈທີ່ເຮັດໃຫ້ລູກຄ້າເພິ່ງພໍໃຈ.

ການແລກປ່ຽນຜະລິດຕະພັນ ແມ່ນຫຍັງ?

ແມ່ນການທໍາທຸລະກໍາ ແລະ ຄວາມສໍາພັນທີ່ດີທາງການຕະຫຼາດການແລກປ່ຽນຈະເກີດຂື້ນເມື່ອບຸກຄົນ ຫຼື ກຸ່ມຄົນຝ່າຍໜຶ່ງໄດ້ຮັບສິ່ງທີ່ຕ້ອງການຈາກບຸກຄົນ ຫຼື ກຸ່ມຄົນອີກຝ່າຍໜຶ່ງໂດຍສະເໜີບາງສິ່ງເປັນການຕອບແທນຕາມເງື່ອນໄຂ.

ຕະຫຼາດ (Market) ແມ່ນຫຍັງ?

ໃນຄວາມໝາຍແມ່ນສະຖານທີ່ທີ່ຜູ້ຊື້ ແລະ ຜູ້ຂາຍລວມຕົວກັນເພື່ອແລກປ່ຽນຜະລິດຕະພັນ.

ພະລິດຕະພັນການທ່ອງທ່ຽວ ແມ່ນຫຍັງ?

ຜະລິດຕະພັນທາງການທ່ອງທ່ຽວປະກັບດ້ວຍສິ່ງຕ່າງໆຫຼາກຫຼາຍທັງເປັນອົງປະກອບທີ່ເປັນຮູບປະທໍາ ແລະ ນາມມະທໍາ, ການບໍລິການ ແລະ ພາບຫຼັກ ຈຶ່ງເຮັດໃຫ້ຜະລິດຕະພັນທາງການທ່ອງທ່ຽວມີລັກສະນະພິເສດ.

ຜະລິດຕະພັນຂອງໂຮງແຮມ ແມ່ນຫຍັງ?

ຜະລິິດຕະພັນຂອງໂຮງແຮມແມ່ນບ່ອນນອນ ອາດຈະແມ່ນຕຽງ ຫ້ອງພັກ ຫຼື ເຮືອນ.

ການບໍລິການໂຮງແຮມ (Hotel Administration) ແມ່ນຫຍັງ?

ໂຮງແຮມມີຫຼາຍພະແນກ ຫຼື ຫຼາຍໜ້າທີ່, ໜ້າທີ່ຕ່າງໆເຫຼືອນັ້ນໄດ້ຈັດວາງຕາມສາຍງານປົກຄອງແຕ່ເທິງລົງລຸ່ມ (ສາຍຕັ້ງ) ແຕ່ລະພະແນກ ກໍ່ມີການພົວພັນເຊິ່ງກັນ ແລະ ກັນ (ສາຍຂວາງ) ຢ່າງເປັນລະບົບເຊິ່ງບໍ່ແຕກຕ່າງກັບໂຮງງານ.

ຝ່າຍສ່ວນໜ້າຂອງໂຮງແຮມ ແມ່ນຫຍັງ?

ຢູ່ໂຮງແຮມໃຫຍ່ຜູ້ຈັດການຝ່າຍສ່ວນໜ້າເປັນຜູ້ຄຸ້ມຄອງງານນີ້ທັງໝົດ. ການຈັດຕັ້ງຂອງຝ່າຍສ່ວນໜ້າປະກອບດ້ວຍ: ພະແນກຕ້ອນຮັບ, ພະແນກບໍລິຫານ, ພະແນກເຄື່ອງແບບ, ພະແນກຮັບ-ຕໍ່ໂທລສັບ, ພະແນກຮັບຈອງ ແລະ ພະແນກແມ່ບ້ານການປະຕິບັດງານ ຫຼື ໜ້າທີ່ຂອງຝ່າຍສ່ວນໜ້ານີ້ຂື້ນກັບຂະໜາດຂອງໂຮງແຮມ.

ໂຮງແຮມ (Hotel) ແມ່ນຫຍັງ?

ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວ ປະກອບດ້ວຍ 15 ຫ້ອງນອນຂື້ນໄປ ເຊິ່ງອໍານວຍຄວາມສະດວກ, ມີອຸປະກອນເຄື່ອງໃຊ້ທີ່ມີຄຸນນະພາບ ແລະ ການບໍລິການທີ່ມີມາດຕະຖານດີໂດຍຈຸດປະສົງດໍາເນີນທຸລະກິດບໍລິການທີ່ພັກເຊົ່າຊົ່ວຄາວ ສໍາລັບຄົນເດີນທາງໂດຍມີຄ່າບໍລິການ.

ເຮືອນພັກ ແມ່ນຫຍັງ?

ໝາຍເຖິິງສະຖານທີ່ພັກແຮມ, ປະກອບດ້ວຍ 14 ຫ້ອງນອນຂື້ນໄປ ແຕ່ບໍ່ຫຼຸດ 5 ຫ້ອງນອນ, ເຊິ່ງມີສິ່ງອໍານວຍຄວາມສະດວກ ມີອຸປະກອນເຄື່ອງໃຊ້ທີ່ເໝາະສົມ ແລະ ການບໍລິການທີ່ມີມາດຕະຖານໂດຍຈຸດປະສົງດໍາເນີນທຸລະກິດບໍລິການທີ່ພັກແຮມສໍາລັບຄົນເດີນທາງໂດຍມີຄ່າບໍລິການ.

ຫ້ອງພັກ ແມ່ນຫຍັງ?

ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວທີ່ມີ 4 ຫ້ອງນອນລົງມາ ແລະ ມີສິ່ງອໍານວຍຄວາມສະດວກ, ມີອຸປະກອນເຄື່ອງທີ່ມີຄຸນນະພາບ ແລະ ການບໍລິການທີ່ມີມາດຕະຖານດີ.

Full Fare ແມ່ນຫຍັງ?

ແມ່ນປີ້ໂດຍສານເຕັມລາຄາທີ່ໃຊ້ກັບບຸກຄົນທົ່ວໄປໂດຍຄິດຄໍານວນຈາກໄລຍະທາງເປັນຫຼັກ ມີອາຍຸການໃຊ້ງານໜຶ່ງປີນັບຕັ້ງແຕ່ມື້ທີ່ອອກປີ້.

Excursion Fare ແມ່ນຫຍັງ?

ເປັນປີ້ໂດຍສານທີ່ຂາຍໃຫ້ກັບບຸກຄົນທົ່ວໄປແຕ່ມີເງື່ອນໄຂໃນການໃຊ້ປີ້ ເຊັ່ນຕ້ອງພັກເຊົ່າໃນທ້ອງຖິ່ນຕາມເກນທີ່ກໍານົດ.

Group Fare ແມ່ນຫຍັງ?

ເປັນປີ້ໂດຍສານທີ່ຂາຍໃຫ້ແກ່ນັກເດີນທາງໂດຍກໍານົດຈໍານວນຂັ້ນຕໍ່າໃນກຸ່ມໄວ້ ແລະ ການໃຊ້ປີ້ຈະມີກໍານົດເວລາຂັ້ນຕໍາໄວ້ ຢ່າງແນ່ນອນ.

Inclusive Tour Fare ແມ່ນຫຍັງ?

ເປັນປີ້ໂດຍສານລາຄາພິເສດທີ່ຂາຍໃຫ້ແກ່ບໍລິສັດນໍາທ່ຽວ ຫຼື ຕົວແທນການທ່ອງທ່ຽວເທົ່ານັ້ນ.

Advance Payment Excursion ແມ່ນຫຍັງ?

ເປັນປີ້ໂດຍສານພິເສດທີ່ຂາຍໃຫ້ທຸກຄົນທົ່ວໄປພາຍໃຕ້ເງື່ອນໄຂຜູ້ຊື້ຈະຕ້ອງຈ່າຍເງິນລ່ວງໜ້າປະມານ 3 ເດືອນ.

ເຮືືອນພັກ (Guest House) ແມ່ນຫຍັງ?

ໝາຍເຖິງທີ່ພັກແຮມລັກສະນະເປັນບ້ານທີ່ດັດແປງ ຫຼື ສ້າງຂື້ນ ແລະ ແບ່ງຫ້ອງເປັນທີ່ພັກແຮມແກ່ນັກທ່ອງທ່ຽວ ໂດຍເກັບຄ່າເຊົ່າ ອາດຈະຢູ່ໃນລັກສະນະໃດລັກສະນະໜຶ່ງ.

ບັງກະໂລ (Bungalow) ແມ່ນຫຍັງ?

ໝາຍເຖີງທີ່ພັກແຮມທີ່ຈັດໃຫ້ນັກທ່ອງທ່ຽວທີ່ຈັດເປັນຫຼັງ ໂດຍເກັບຄ່າເຊົ່າ ແຕ່ລະຫຼັງອາດຈະມີຫ້ອງນອນ 1 ຫ້ອງ ຫຼື ຫຼາຍກວ່າກໍ່ໄດ້.

ຫໍພັກ (Hostel) ແມ່ນຫຍັງ?

ໝາຍເຖິງທີ່ີ່ພັກແຮມທີ່ກຸ່ມບຸກຄົນ ຫຼື ສະຖາບັນຈັດໄວ້ໃຫ້ເພື່ອໃຫ້ສະມາຊິກໃນກຸ່ມມາໃຊ້ບໍລິການ.

ທີ່ຕັ້ງແຄ້ມ (Camping Group) ແມ່ນຫຍັງ?

ໝາຍເຖິງການພັກຄ້າງຄືນນອກບ້ານທີ່ເປັນກິດຈະກໍາກາງແຈ້ງໂດຍມີຄ່າໃຊ້ຈາຍ.

ບ້ານຮັບຮອງ (Vacation Home) ແມ່ນຫຍັງ?

ໝາຍເຖິງທີ່ພັກທີ່ໜ່ວຍລາດຊະການ ຫຼື ເອກະຊົນຈັດໄວ້ເພື່ອຮອງຮັບແຂກ ຫຼື ສ່ວນໂຕ ໂດຍບໍ່ມີການເກັບຄ່າເຊົ່າ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

(MySQL) ແມ່ນຫຍັງ?

ເປັນລະບົບຈັດການຖານຂໍ້ມູນໂດຍໃຊ້ພາສາ SQL, MySQL ຈະເປັນ Open Source Software ແຕ່ແຕກຕ່າງຈາກ Open Source Software ທົ່ວໄປ ໂດຍມີການພັດທະນາພາຍໃນບໍລິສັດ MySQL AB ໃນປະເທດສະວິເດັນ (Sweden) ໂດຍຈັດການ MySQL ທັງໃນແບບທີ່ໃຫ້ໃຊ້ແບບບໍ່ເສຍຄ່າໃຊ້ຈ່າຍ ແລະ ໃນທາງທຸລະກິດ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ໜ່ວຍບໍລິການ ແມ່ນຫຍັງ?

ໜ່ວຍບໍລິການແມ່ນໜຶ່ງໃນການບໍລິການຂອງທະນາຄານທີ່ມີມາແຕ່ດົນແລ້ວ ຊຶ່ງໄດ້ສະໜອງການ ບໍລິການທັງໝົດໃນຫ້ອງດຽວ. ເຖິງແນວກໍ່ຕາມ ສ່ວນໃດໜຶ່ງຂອງການບໍລິການ (ຮັບເງິນຝາກ, ຊຳລະແຊັກ) ໄດ້ ປະຕິບັດຢູ່ຫລາຍສະຖານທີ່ ໂດຍຜ່ານຕູ້ຖ່ອນເງິນ, ຝາກເງິນ ຊຶ່ງໄດ້ເຊື່ອມຕໍ່ກັບອິນເຕີເນັດຂອງທະນາຄານ. ປະຈຸບັນຮູບແບບນີ້ໄດ້ໃຫ້ບໍລິການໂດຍທົ່ວໄປໃນລະບົບທະນາຄານຂອງ ອາເມລິກາ. ຕົວຢ່າງ: ປີ 1996 ມີ ຫລາຍກວ່າ 3.200 ທະນາຄານ (ປະມານ 1/3 ຂອງຈໍານວນທັງໝົດ) ທີ່ໃຫ້ການບໍລິການໃຫ້ຄົບຖ້ວນທຽບກັບ 6.200 ທະນາຄານທີ່ມີ 1 ສາຂາຂຶ້ນໄປ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ລະບົບແບບມັດຕິເທຣດ (Multithreading) ແມ່ນຫຍັງ?

ລະບົບປະຕິບັດການບາງລຸ້ນ ສາມາດແບ່ງໂປຣແກຣມ ຫຼື ກະຈາຍຂະບວນການຍ່ອຍໆເອີ້ນວ່າ: ເທຣດ ຫຼື ສາຍໂຍງໃຍ (Thread) ເຊິ່ງເປັນໜວ່ຍຍ່ອຍທີ່ນ້ອຍທີ່ສຸດຂອງຂະບວນການທີ່ສາມາດດໍາເນີນການໄດ້ (Execution Unit of process ຫຼື executable entity) ໃນລະບົບ Multithred ລະບົບປະຕິບັດງານຈະຊ່ວຍໂປຣແກຣມ ຫຼື ຂະບວນການອອກເປັນໜ່ວຍຍ່ອຍ ແລ້ວເຮັດວຽກຄູ່ຂະໜານກັນໄປ ເຊິ່ງຈະເຮັດໃຫ້ໂປຣແກຣມເຮັດວຽກສໍາເລັດໄວຂຶ້ນ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງບົດລະຄອນ ແມ່ນຫຍັງ?

ບົດລະຄອນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງທີ່ຂຽນຂຶ້ນເພື່ອສະແດງ ຫຼື ອ່ານ ເຊິ່ງມີເນື້ອໃນໃຫ້ທັງຄວາມຄິດ ແລະ ຄວາມບັນເທີງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຄູປ້ອງ (Coupon) ແມ່ນຫຍັງ?

ໝາຍເຖິງບັດຊະນິດໜຶ່ງທີ່ສາມາດໃຊ້ແທນເງິນ ເພື່ອແລກກັບສິ່ງຂອງ ຫຼື ຈ່າຍຄ່າບໍລິການກໍໄດ້.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຈິດໃຈແມ່ນຫຍັງ?

ແມ່ນບັນດາການເຄື່ອນໄຫວທັງໝົດທາງດ້ານຈິດໃຈຂອງຄົນເຮົາ ເຊິ່ງລວມມີ:​ ມະໂນພາບ, ມະໂນພາບ, ເວດທະກໍາ, ແນວຄິດ, ມານະຈິດ, ທິດສະດີ ແລະ ທັດສະນະຕ່າງໆ.

ອ້າງອີງ: ຈາກ ປື້ມ ການເມືອງ

ການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ແມ່ນຫຍັງ?

ແມ່່ນການລົງທຶນໃນອຸດສາຫະກໍາການທ່ອງທ່ຽວ ເປັນການລົງທຶນສ້າງອຸປະທານຂອງອຸດສາຫະກໍາການທ່ອງທ່ຽວເພື່ອສ້າງຄວາມສະດວກ ແລະ ປອດໄພໃຫ້ແກ່ນັກທ່ອງທ່ຽວເຊິ່ງອຸດສາຫະກໍາການທ່ອງທ່ຽວນັ້ນເປັນອຸດສາຫະກໍາທີ່ໃຫຍ່ ແລະ ກ່ຽວເນື່ອງກັນກັບທຸລະກິດຫຼາຍປະເພດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການພັດທະນາແມ່ນຫຍັງ?

ການພັດທະນາ ແມ່ນຄວາມພະຍາຍາມສິດສອນຄົນງານໃຫ້ມີຄວາມສາມາດດ້ານໃດຫນຶ່ງທີ່ທາງອົງກອນເຫັນວ່າຈະມີຄວາມຕ້ອງການໃນອະນາຄົດ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານຕົວແທນ ແມ່ນຫຍັງ?

ການຄົງຕົວຂອງທະນາຄານຂະໜາດນ້ອຍທີ່ມີຫລາຍຮູບແບບແຕກຕ່າງກັນ ຊຶ່ງກໍ່ໃຫ້ເກີດມີການພົວພັນ ລະຫວ່າງທະນາຄານ, ເພື່ອຮັບປະກັນການສະໜອງບໍລິການການເງິນໃຫ້ແກ່ລູກຄ້າຢູ່ທ້ອງຖິ່ນຢ່າງທົ່ວເຖິງ. ຄວາມຕ້ອງການດັ່ງກ່າວແມ່ນໄດ້ເກີດຂຶ້ນເມື່ອ ແຊັກ “Cheque” ໄດ້ກາຍເປັນພາຫະນະຊຳລະສະສາງ ການຊື້ – ຂາຍສິນຄ້າ ແລະ ການບໍລິການ. ຜູ້ຝາກເງິນສາມາດນໍາໃຊ້ “ແຊັກ” ເພື່ອຊຳລະການຊື້ສິນຄ້າຢູ່ໃນທ້ອງຖິ່ນອື່ນ. ການຮັບ “ແຊັກ” ລະຫວ່າງທະນາຄານດ້ວຍກັນໄດ້ຮັບການພັດທະນາ ຊຶ່ງເງິນໄດ້ເຄື່ອນຍ້າຍຈາກທະນາຄານທີ່ຜູ້ ຝາກເງິນໄປຍັງທະນາຄານທີ່ຮັບ “ແຊັກ” ລະບົບດັ່ງກ່າວໄດ້ກ້າວເປັນລະບົບທີ່ມີປະສິດທິພາບ ແລະ ເຮັດໃຫ້ ບັນດາທະນາຄານເຂົ້າຮ່ວມມີຜົນປະໂຫຍດຮ່ວມກັນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພິມຄໍາສັ່ງ mysql -u root -p ໂດຍ -u root ແມ່ນຫຍັງ?

ກໍານົດຊື່ user ເປັນ root ສ່ວນ p ໝາຍເຖິງ ໃຫ້ເຮັດການປ້ອນລະຫັດຜ່ານສໍາ ✓ ປ້ອນລະຫັດຜ່ານສໍາລັບເຂົ້າໃຊ້ງານ MySQL

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບໜ່ວຍເກັບສະເໝືອນ (Virstual Storage) ແມ່ນຫຍັງ?

ເປັນເທັກນິກໃນການແບ່ງປັນໜ່ວຍຄວາມຈຳ ເພື່ອໃຫ້ສາມາດດໍາເນີນການກັບຫຼາຍໂປຣແກຣມໄດ້ຢ່າງມີປະສິດທິພາບບາງທີ່ເອີ້ນວ່າ: ໜວ່ຍຄວາມຈໍາສະເໝືອນ (Virtual memory) ໂດຍວິທີການແບ່ງສ່ວນຂອງໂປຣແກຣມອອກເປັນສອງສວ່ນ ໂດຍສ່ວນທໍາອິດຈະເກັບສ່ວນທີ່ຈໍາເປັນສໍາລັບການດໍາເນີນການໄວ້ໃນໜ່ວຍຄວາມຈຳຫຼັກເຊິ່ງເອີ່ນວ່າ ໜ່ວຍເກັບຈິງ (Real Storage) ແລະ ສ່ວນທີ່ເຫຼືອຈະເກັບໄວ້ໃນໜ່ວຍຄວາມຈຳສຳຮອງເຊັ່ນ: Disk ຈຶ່ງເອີ້ນ ສ່ວນນີ້ວ່າ: ໜ່ວຍເກັບສະເໝືອນ (Virtual Storage).

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງເລື່ອງສັນ ແມ່ນຫຍັງ?

ເລື່ອງສັ້ນ ແມ່ນບົດປະພັນວັນນະຄະດີປະເພດໜຶ່ງ ທີ່ມີຂະໜາດຂັ້ນ, ຕົວລະຄອນບໍ່ຫຼາຍ. ເລື່ອງສັ້ນ ເປັນເລື່ອງທີ່ເກີດຈາກຈິນຕະນາການ ໂດຍຜູ້ແຕ່ງຄິດຝັນໄປຕາມມະໂນພາບວ່າ ຈະໃຫ້ຕົວລະຄອນຂອງຕົນເຮັດຫຍັງ ໃນສະຖານະການຄືແນວໃດ, ຈະຄິດຈະເວົ້າແນວໃດ ຕາມໂຄງເລື່ອງທີ່ກຳນົດໄວ້ ແຕ່ເລື່ອງທີ່ເກີດຈາກຈິນຕະນາການນັ້ນຕ້ອງມີຄວາມຈິງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ນາຍໜ້າ (Broker) ແມ່ນຫຍັງ?

ໝາຍເຖິງຜູ້ທີ່ຕິດຕໍ່ຊີ້ ຫຼື ຂາຍສິນຄ້າແທນບຸກຄົນ ຫຼື ບໍລິສັດ ໃດໜຶ່ງໂດຍມຸ່ງໃຫ້ຜູ້ຊື້ກັບຜູ້ຂາຍສອງຝ່າຍຕົກລົງຊື້-ຂາຍ ຫຼື ເຮັດສັນຍາກັນ ເພື່ອຕົນຈະ ໄດ້ປະໂຫຍດຈາກການຊື້-ຂາຍ ລະຫວ່າງສອງຝ່າຍທີ່ຮຽກວ່າ “ຄ່ານາຍໜ້າ” ເຊັ່ນ: ນາຍໜ້າຂາຍດິນ, ຂາຍເຮືອນ, ຂາຍລົດເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ວິທີສັດຈະວິພາກວັດຖຸນິຍົມແມ່ນຫຍັງ?

ແມ່ນວິທີແກ້ໄຂບັນຫາຢ່າງມີໂລຊິກ, ເປັນວິທີອະທິບາຍຢ່າງມີເຫດຜົນ, ແມ່ນວິທີເບິ່ງໂລກຢູ່ໃນທ່າຂະຫຍາຍຕົວ, ມີຄວາມສະສົມ, ມີຂໍ້ຂັດແຍ່ງ, ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ ແລະ ກັນ.

ອ້າງອີງ: ຈາກ ປື້ມ ການເມືອງ

ການອະນຸລັກ (Conservation) ແມ່ນຫຍັງ?

ໝາຍເຖິງການຮັກສາສິ່ງເຫຼົ່ານັ້ນໄວ້ໃຫ້ຢູ່ໃນສະພາບທີ່ຈົບງາມ ແລະ ດີທີ່ສຸດເທົ່າທີ່ຈະເຮັດໄດ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການຄຸ້ມຄອງຊັບພະຍາກອນມະນຸດ (ຄຊມ) ແມ່ນຫຍັງ?

ຄຊມ ຫຼື ການຄຸ້ມຄອງຊັບພະຍາກອນມະນຸດ ແມ່ນກິດຈະກໍາລວມທີ່ກ່ຽວຂ້ອງກັບການຮັບສະໝັກ, ຄັດເລືອກ, ພັດທະນາ, ການໃຫ້ຄ່າຕອບແທນ, ການສະຫງວນ ແລະ ການເລື່ອນຕໍາແໜ່ງບຸກຄົນທີ່ສັງກັດຢູ່ໃນອົງກອນໃດໜຶ່ງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານທຸລະກິດຫລາຍຂະແໜງ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດໃນທຸກດ້ານເຊັ່ນ: ທະນາຄານໃຫ້ກູ້ຢືມໄລຍະສັ້ນ, ໄລຍະຍາວ, ເອກະສານມີຄ່າ, ຮັບເງິນຝາກທຸກປະເພດ ດຳເນີນການທຸກບໍລິການທີ່ມີການພົວພັນເຖິງການເຄື່ອນໄຫວຂອງ ທະນາຄານ… ປະເພດຂອງທະນາຄານນີ້ມີຫລາຍຮູບແບບເຊັ່ນ: ທະນາຄານເອກະຊົນ (ກຳມະສິດຂອງຄອບຄົວ ກຳມະສິດສ່ວນບຸກຄົນ, ກຳມະສິດຫຸ່ນສ່ວນ), ທະນາຄານທຸລະກິດລັດ (ເປັນກຳມະສິດຂອງລັດ). ມີທະນາຄານ ຢູ່ໃນລະດັບສາກົນ ແຕ່ກໍ່ມີບາງທະນາຄານທີ່ມີລັກສະນະເຂດແຄ້ວນໃດໜຶ່ງ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

mysql -h hostname -u username -p ແມ່ນຫຍັງ?

ໂດຍ hostname ໃຫ້ລະບຸຊື່ໂຮສ໌ ຫຼື IP Address ຂອງເຄື່ອງທີ່ຕ້ອງການ login. username ໃຫ້ລະບຸ user name ທີ່ຕ້ອງການໃຊ້ໃນການ login ເຂົ້າໃຊ້ງານ.

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບຄອມພິວເຕີແບບຕັ້ງໂຕະ (Desktop Systems) ແມ່ນຫຍັງ?

ຄອມພິວເຕີ້ສວ່ນບຸກຄົນ ຫຼື PC (Personal Computer: PC) ປະກົດຂື້ນໃນປີ 1970 ລະຫວ່າງ 10 ປີທຳອິດ CPU ໃນ PC ຂາດຄຸນລັກສະນະທີ່ຕ້ອງໃຊ້ສໍາລັບປ້ອງກັນລະບົບປະຕິບັດງານຈາກຜູ້ໃຊ້ຫຼາຍຄົນ. ດັ່ງນັ້ນ, ຈຶ່ງບໍ່ແມ່ນລະບົບປະຕິບັດງານແບບຫຼາຍຜູ້ໃຊ້ ຫຼື ຫຼາຍວຽກເປົ້າໝາຍຂອງພີຊີໄດ້ປຽ່ນໄປ ແທນທີ່ຈະປັບປຸງໃຫ້ເປັນແບບຫຼາຍຜູ້ໃຊ້ ຫຼື ຫຼາຍວຽກ ຫຼື ເຮັດໃຫ້ການໃຊ້ CPU ແລະ ອຸບປະກອນຕໍ່ພວງຕ່າງໆ ຫຼາຍຂື້ນແຕ່ປັບປຸງກ່ຽວກັບຄວາມສະດວກສະບາຍ ແລະ ການຕອບສະໜອງໃຫ້ຫຼາຍຂື້ນ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ລັກສະນະຂອງເລື່ອງສັ້ນ ແມ່ນຫຍັງ?

ລັກສະນະຂອງເລື່ອງສັ້ນ ຕາມຫຼັກສາກົນແລ້ວ ຈະມີຄວາມຍາວຢູ່ລະຫວ່າງ 1.000 ຄໍາເຖິງ 10.000 ຄໍາ ຫຼື 2.000 ຄໍາເຖິງ 120.000 ຄໍາ; ສິ່ງສໍາຄັນທີ່ສຸດຂອງເລື່ອງສັນ ຄື ກະທູ້ອັນເປັນແນວຄິດເອກ ທີ່ສ້າງຄວາມປະທັບໃຈພຽງຢ່າງດຽວໃຫ້ແກ່ຜູ້ອ່ານ..
ນອກນັ້ນ ນິທານ ແມ່ນບົດເລື່ອງທີ່ມີຄ່າຕໍ່ການສິດສອນໃຫ້ຮູ້ຄວາມສະຫຼາດ, ພິກໄຫວ, ມາລະຍາດ, ຄວາມສົມເຫດສົມຜົນໃນການພົວພັນລະຫວ່າງຄົນໃນສັງຄົມໃຫ້ຮູ້ຈຸດພິເສດ ແລະ ປະກົດການ ທຳມະຊາດ, ປະກົດການຊີວິດຂອງຄົນໃນສັງຄົມ! ນິທານຍັງເປັນເຄື່ອງມືໃນການໃຫ້ຄວາມບັນ ເທີງ ແລະ ເປັນສື່ໃນການຖ່າຍທອດ “ສາລະ” ອັນມີຄຸນຄ່າເຊັ່ນ: ຄະຕິທຳ, ຂໍ້ຄິດກ່ຽວກັບຊີວິດ ແລະ ສັງຄົມ. ຄົນແຕ່ລະຊາດຢູ່ໃນໂລກຕ່າງກໍມີນິທານເປັນສົມບັດປະຈຳຊາດຂອງຕົນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຕົວແທນ (Agent) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດໜ້າທີ່ແທນໃຫ້ອົງການ ຫຼື ບໍລິສັດເພື່ອ ຕິດຕໍ່ພົວພັນໃນການຊື້-ຂາຍ ເຮັດທຸລະກິດຈຳໜ່າຍສິ່ງຂອງ ເຊິ່ງຂອບເຂດສິດຂອງຕົວແທນ ແມ່ນຂຶ້ນຢູ່ກັບການມອບໃຫ້ຈາກອົງການ, ບໍລິສັດ ເຊິ່ງລະບຸໄວ້ໃນຂໍ້ຕົກລົງເຊັ່ນ: ຕົວແທນຈໍາໜ່າຍເຄື່ອງໃຊ້ໄຟຟ້າ, ຕົວແທນຈໍາໜ່າຍຊີມັງ, ຕົວແທນຈໍາໜ່າຍນໍ້າຫວານເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ກົດເກນແມ່ນຫຍັງ?

ແມ່ນຄວາມສໍານຶກທີ່ສ່ອງແສ່ງເຖິງການພົວພັນ ທີ່ເປັນທາດແທ້ແນ່ນອນ, ຈໍາເປັນ ແລະ ມີລັກສະນະປົກກະຕິລືມໄປລືມມາ ຂອງບັນດາສິ່ງວັດຖຸປາກົດການສິ່ງດັ່ງກ່າວນັ້ນ ມີການປ່ຽນແປງໄດ້ຍາກ

ອ້າງອີງ: ຈາກ ປື້ມ ການເມືອງ

ສິ່ງອໍານວຍຄວາມສະດວກທາງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນສິ່ງຕ່າງໆທີ່ຮອງຮັບການເດີນທາງ ເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວເປັນໄປຢ່າງສະດວກສະບາຍ ແລະ ມີຄວາມປອດໄພທັງຊີວິດ ແລະ ຊັບສິນ ນັບແຕ່ເລີ່ມຕົ້ນເດີນທາງທ່ອງທ່ຽວຈົນຕະຫຼອດຮອດເວລາສິ້ນສຸດຈາກການທ່ອງທ່ຽວ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຊັບພະຍາກອນມະນຸດຂອງອົງກອນແມ່ນຫຍັງ?

ຊັບພະຍາກອນມະນຸດຂອງອົງກອນ ໝາຍເຖິງທຸກຄົນທີ່ປະຕິບັດໜ້າທີ່ກິດຈະກໍາຂອງຕົນຢູ່ໃນອົງກອນນັ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານທຸລະກິດສະເພາະກິດ ແມ່ນຫຍັງ?

ກົງກັນຂ້າມກັບທະນາຄານຫຼາຍຂະແໜງ ທະນາຄານທຸລະກິດສະເພາະດໍາເນີນທຸລະກິດໃນຂະແໜງໃດ ໜຶ່ງ ຫລື ບາງໜ້າທີ່ຂ້ອງຂອງທະນາຄານເທົ່ານັ້ນ. ຢູ່ບາງປະເທດ, ຍ້ອນມີຄວາມຈໍາກັດທາງດ້ານກົດໝາຍທີ່ຫ້າມ ປອຍກູ້ເພື່ອການບໍລິໂພກ ແລະ ດຳເນີນທຸລະກິດໃນຂະແໜງອື່ນ… ຈຸດພິເສດພື້ນຖານຂອງທະນາຄານເຫຼົ່ານີ້ແມ່ນ: ຂອບເຂດການເຄື່ອນໄຫວຈຳກັດ, ດຳເນີນທຸລະກິດ ລົງເລິກໃນຂະແໜງໃດໜຶ່ງເທົ່ານັ້ນ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມລູກສອນຂຶ້ນ ແມ່ນຫຍັງ?

ເອີ້ນຄໍາສັ່ງກ່ອນໜ້າ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບແບບຫຼາຍຕົວປະເມີນຜົນ(Multiprocessor Systems) ແມ່ນຫຍັງ?

ລະບົບໃນປັດຈຸບັນສ່ວນຫຼາຍເປັນແບບຕົວປະມວນຜົນດຽວ (Single-processor Systems) ແນວໃດກໍ່ຕາມມີແນວໂນ້ມຈະເປັນລະບົບແບບຫຼາຍຕົວປະເມີນຜົນບາງທີ່ເອີ້ນວ່າ: ລະບົບຂະໜານ (Parallel Systems) ຫຼືລະບົບຄູ່ແນນ (Tighly Coupled Systems) ເປັນລະບົບທີ່ມີຕົວປະມວນຜົນຫຼາຍກ່ວາ 1 ຕົວຢູ່ໃນລະບົບສື່ສານແບບບີດ ມີການໃຊ້ບັດຄອມພິວເຕີ້ ແລະ ໂມງຮ່ວມກັນ ແລະ ບາງເທື່ອລວມເຖິງໜວ່ຍຄວາມຈໍາ ແລະ ອຸບປະກອນຕໍ່ພ່ວງດ້ວຍ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງນິທານ ແມ່ນຫຍັງ?

ນິທານ ແມ່ນບົດເລື່ອງທີ່ເກົ່າແກ່ ເຊິ່ງປະກອບດ້ວຍເຫດການ, ມີເນື້ອເລື່ອງ ແລະ ຈຸດ ຈົບຂອງເລື່ອງ, ນິທານເກີດຂຶ້ນດ້ວຍຄວາມສໍານຶກທີ່ມີການປະດິດສ້າງ ໂດຍໃຊ້ເຫດການ ປະກົດການຂອງທໍາມະຊາດ ແລະ ເຫດການໃນຊີວິດຂອງຄົນປະກອບເຂົ້າກັນສ້າງເປັນບົດ ສະນັ້ນ, ນິທານຈຶ່ງມີຫຼາຍປະເພດເຊັ່ນ: ນິທານສັດ, ນິທານຄົນ, ນິທານຄົນກັບສັດ, ນິທານ ຕະຫຼົກຊວນຫົວ, ນິທານອັດສະຈັນ ເຊິ່ງແຕ່ລະປະເພດນັ້ນໄດ້ມີຫຼາຍໆນິທານທີ່ແຕກຕ່າງ ກັນໄປ ເຊິ່ງສະທ້ອນເຖິງລັກສະນະພິເສດຂອງຄວາມນຶກຄິດ, ຊີວິດການເປັນຢູ່, ວັດທະນະທໍາ ແລະ ປະເພນີຂອງບັນດາເຜົ່າຂອງທ້ອງຖິ່ນ ຫຼື ຂອງຊາດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຜູ້ປະກອບການ (Entrepreneur) ແມ່ນຫຍັງ?

ໝາຍເຖິງບຸກຄົນເຊິ່ງດໍາເນີນການຜະລິດ ແລະ ຮັບຜິດຊອບໃນການຈັດຕັ້ງ, ບໍລິການ ແລະ ຮັບການງານທີ່ຫາລາຍໄດ້ຢ່າງເປັນອາຊີບ ຫຼື ເປັນງານປະຈຳ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຂໍ້ຂັດແຍ່ງປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຂອງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຜົນປະໂຫຍດກົງກັນຂ້າມກັນຕໍ່ສູ້ເຊິ່ງກັນ ແລະ ກັນທີ່ນັບມື້ນັບມີການປະທະກັນຂອງບັນດາດ້ານທີ່ກົງກັນຂ້າມ.

ອ້າງອີງ: ຈາກ ປື້ມ ການເມືອງ

ການທ່ອງທ່່ຽວໃນສະໄໝປັດຈຸບັນ ແມ່ນຫຍັງ?

ເປັນການເດີນທາງທີ່ມີຈຸດໝາຍປາຍທາງເພື່ອແນໃສ່ການທ່ອງທ່ຽວ, ການພັກຜ່ອນຢ່ອນໃຈ, ການສຶກສາຫາຄວາມຮູ້ ແລະ ອື່ນໆ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການຄຸ້ມຄອງຄ່າຕອບແທນແມ່ນຫຍັງ?

ການຄຸ້ມຄອງຄ່າຕອບແທນ ແມ່ນກິດຈະກໍາການພັດທະນານະໂຍບາຍ ຫຼື ໂຄງການຕ່າງໆຂອງອົງກອນ ທາງດ້ານຄ່າຕອບແທນ ແລະ ຜົນປະໂຫຍດຕໍ່ຄົນງານ ເພື່ອແນ່ໃສ່ປຸກລະດົມຄົນງານໃຫ້ປະກອບສ່ວນສ້າງຄວາມກ້າວໜ້າໃຫ້ອົງກອນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານທີ່ເຮັດໜ້າທີ່ຂາຍຍົກ ແມ່ນຫຍັງ?

ທະນາຄານຂາຍຍົກ ແມ່ນທະນາຄານທີ່ມີການເຄື່ອນໄຫວປ່ອຍກູ້ສໍາລັບລູກຄ້າລາຍໃຫຍ່. ຈຸດພິເສດ ຂອງທະນາຄານຂາຍຍົກສະແດງອອກຄື: ຂອບເຂດການເຄື່ອນໄຫວຂອງທະນາຄານບໍ່ກວ້າງ ແຕ່ມູນຄ່າການປ່ອຍກູ້ຫລາຍ, ການເຄື່ອນຂອງທະນາຄານຂາຍຍົກສ່ວນຫລວງຫລາຍເຄີຍລວມສູນຢູ່ເຂດຕົວເມືອງທີ່ມີການຄ້າ ຂະຫຍາຍຕົວສູງ. ດັ່ງນັ້ນທຶນການເຄື່ອນໄຫວຂອງທະນາຄານຂາຍຍົກຈິງມີຈໍານວນຫລາຍ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມລູກສອນລົງ ແມ່ນຫຍັງ?

ເອີ້ນຄໍາສັ່ງຕໍ່ໄປ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ການປະຫຍັດອັນເນື່ອງມາຈາກຂະໜາດ (Economy of Scale) ແມ່ນຫຍັງ?

ລະບົບແບບຫຼາຍຕົວປະມວນຜົນປະຫຍັດກວ່າລະບົບແບບຕົວປະມວນຜົນດຽວຫຼາຍຕົວເພາະຕົວປະມວນຜົນສາມາດແບ່ງປັນອຸບປະກອນຕໍ່ພ່ວງ, ໜວ່ຍເກັບຂໍ້ມູນ ແລະ ອຸບປະກອນຈ່າຍໄຟເຊັ່ນ ຖ້າມີຫຼາຍໂປຣແກຣມຈະເຮັດວຽກເທິງຂໍ້ມູນຂຸດດຽວກັນ ການເກັບຂໍ້ມູນໄວ້ຢູ່ໃນດິສຕົວດຽວກັນ ແລະ ທຸກປະມວນຜົນແບ່ງກັນໃຊ້ຂໍ້ມູນຈະ ເປັນການປະຫຍັດກວ່າໃຫ້ຄອມພິວເຕີ້ຫຼາຍຕົວເຊິ່ງມີດິສຂອງໂຕເອງເກັບຂໍ້ມູນທີ່ຄືກັນໄວ້ຄອມພິວເຕີ້ແຕ່ລະເຄື່ອງ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງນະວະນິຍາຍ ແມ່ນຫຍັງ?

ນະວະນິຍາຍ ແມ່ນການຂຽນແບບຮ້ອຍແກ້ວປະເພດບັນເທີງຄະດີຊະນິດໜຶ່ງ ເປັນເລື່ອງ ເລົ່າທີ່ສົມມຸດຂື້ນ ແຕ່ເປັນການສົມມຸດທີ່ມີຄວາມສົມຈິງທັງສະພາບເຫດການພຶດຕິກຳຂອງຕົວ ລະຄອນ ໂດຍໃຊ້ຮູບແບບວິທີການແຕ່ງທີ່ສອດແຊກອາລົມ ອັນພາໃຫ້ເກີດຄວາມສະເທືອນໃຈ ທັງພາໃຫ້ໜ້າສົນໃຈຢາກຈະຕິດຕາມນະວະນິຍາຍຕ່າງໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບຸກຄົນລົ້ມລະລາຍ (Bankrupt) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ເຮັດການທຸລະກິດຖືກລົ້ມລະລາຍຕາມກົດໝາຍ ເພາະບໍ່ສາມາດຊຳລະໜີ້ໃຫ້ແກ່ເຈົ້າໜີ້ໄດ້.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຂໍ້ຂັດແຍ່ງບໍ່ປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຕ່າງໆລະຫວ່າງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຈຸດໝາຍ ແລະ ຜົນປະໂຫຍດພຶ້ນຖານເປັນເອກະພາບກັນ, ຂໍ້ຂັດແຍ່ງນີ້ມີລັກສະນະຊົ່ວຄາວເທົ່ານັ້ນ.

ອ້າງອີງ: ຈາກ ປື້ມ ການເມືອງ

ອຸປະສົງຂອງການທ່ອງທ່ຽວ ແມ່ນຫຍັງ?

ແມ່ນຄວາມຕ້ອງການຂອງນັກທ່ອງທ່ຽວຈະເກີດຂຶ້ນໃນຂະນະທີ່ນັກທ່ອງທ່ຽວຕ້ອງການໃຊ້ບໍລິການ ທາງການທ່ອງທ່ຽວ ແລະ ມີອໍານາດໃນການຊື້ບໍລິການດັ່ງກ່າວ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ໜ້າວຽກ (Task) ແມ່ນຫຍັງ?

ໜ້າວຽກ (Task) ແມ່ນອົງປະກອບພື້ນຖານຂອງວຽກງານ ເຊິ່ງເປັນບາດກ້າວອັນແນ່ນອນ ແລະ ຈໍາເປັນໃນການປະຕິບັດພາລະໜ້າທີ່ຂອງວຽກງານໃດໝຶ່ງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທະນາຄານເຮັດໜ້າທີ່ຂາຍຍ່ອຍ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດກັບລູກຄ້າທີ່ເຮັດທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ລູກຄ້າ ເອກະຊົນ. ຈຸດພິເສດຂອງທະນາຄານນີ້ແມ່ນໃຫ້ບໍລິການລູກຄ້າເປັນຈຳນວນຫລາຍ ແຕ່ວົງເງິນປ່ອຍກູ້ບໍ່ຫລາຍ, ຂອບເຂດການເຄື່ອນໄຫວ ແລະ ໂຄງປະກອບການຈັດຕັ້ງຂອງທະນາຄານໃຫຍ່ໂຕ, ທຶນຂອງທະນາຄານມີ ລັກສະນະບໍ່ລວມສູນຍ້ອນລູກຄ້າທີ່ມາໃຊ້ບໍລິການມີຫລາຍປະເພດຕ່າງກັນ. ການເຄື່ອນໄຫວຂອງທຶນປົກກະຕິ ແລ້ວແມ່ນໜ້ອຍ ແລະ ມີລັກສະນະບໍ່ໝັ້ນທ່ຽງປານໃດ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມລູກສອນຊ້າຍ ແມ່ນຫຍັງ?

ເລື່ອນໂຕກະພິບ (cursor) ໄປທາງຊ້າຍຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມຖານຂໍ້ມູນ (Database Programing) ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບເຮັດວຽກແບບທັນທີ (Real-Time Systems) ແມ່ນຫຍັງ?

ລະບົບເຮັດວຽກແບບທັນທີ ຖືກໃຊ້ເມື່ອຕ້ອງການ ການຕອບສະໜອງແບບທັນທີຂອງການເຮັດວຽກແບບ ຕົວປະມວນຜົນ ຫຼື ກົນໄກຂອງຂໍ້ມູນ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ລັກສະນະທົ່ວໄປຂອງນະວະນິຍາຍ ແມ່ນຫຍັງ?

ລັກສະນະຈະແຕ່ງດ້ວຍຄໍາຮ້ອຍແກ້ວ ເນື້ອເລື່ອງອາດເປັນເຫດຈິງໃນຍຸກນັ້ນໆ ແລະ ເປັນເລື່ອງທີ່ ປະດິດຄິດແຕ່ງຕາມຈິນຕະນາການ. ຈຸດມຸ່ງໝາຍໃນການແຕ່ງ ແມ່ນເລັ່ງໃສ່ຄວາມບັນເທີງເປັນຫຼັກ ສອດແຊກຄວາມຮູ້ຄວາມ ຄິດຂອງບັນຫາສັງຄົມ ແລະ ອື່ນໆເປັນບັນຫາສໍາຮອງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຜູ້ບໍລິໂພກ (Consumer) ແມ່ນຫຍັງ?

ໝາຍເຖິງຜູ້ໃຊ້ສິນຄ້າຕ່າງໆເຊັ່ນ: ຜູ້ໃຊ້ເຄື່ອງຂຽນ, ເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ມາດຕະເກນແມ່ນຫຍັງ?

ແມ່ນບັນດາຄວາມສໍານຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກພາວະວິໄສ ເຊິ່ງສ່ອງແສງເຖິງບັນດາດ້ານ, ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ, ບັນດາການພົວພົນພື້ນຖານ ແລະ ແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ, ແມ່ນບັນດາຂັ້ນໄດ ແລະ ບັນດາໄລຍະຂອງຂະບວກວິວັດແຫ່ງຄວາມຮັບຮູ້ຂອງມະນຸດກ່ຽວກັບໂລກ.

ອ້າງອີງ: ຈາກ ປື້ມ ການເມືອງ

ບົດບາດການພັດທະນາບຸກຄະລາກອນການທ່ອງທ່ຽວ ແມ່ນຫຍັງ?

ເນື່ອງຈາກຄວາມຈະເລີນເຕີບໂຕຂອງອຸດສາຫະກໍາການທ່ອງທ່ຽວເຮັດໃຫ້ຄວາມຕ້ອງການແຮງງາານໃນສາຂາການທ່ອງທ່ຽວເພີ່ມຂຶ້ນຢ່າງວ່ອງໄວຈຶ່ງຕ້ອງມີການພັດທະນາແຮງງານໃຫ້ມີຄວາມຮູ້ຄວາມສາມາດໃນການບໍລິການນັກທ່ອງທ່ຽວ ແລະ ມີຄຸນນະພາບຍິ່ງຂຶ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ລາຍລະອຽດວຽກ (Job description) ແມ່ນຫຍັງ?

ລາຍລະອຽດວຽກ (Job description) ແມ່ນລາຍການຂອງພາລະໜ້າທີ່, ຄວາມຮັບຜິດຊອບ, ການພົວພັນດ້ານການລາຍງານ, ເງື່ອນໄຂປະຕິບັດວຽກງານ ແລະ ຄວາມຮັບຜິດຊອບໃນການຄວບຄຸມດູແລວຽກງານໃດໜຶ່ງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານສິນເຊື່ອ ແມ່ນຫຍັງ?

ໂດຍທົ່ວໄປຜູ້ບໍລິຫານທະນາຄານຈະເລີ່ມຕົ້ນອາຊີບຈາກການເປັນພະນັກງານຮັບ ແລະ ຄົ້ນຄວ້າ ເອກະສານຂໍກູ້ຢືມຂອງຫົວໜ່ວຍທຸລະກິດ ແລະ ຄົວເຮືອນ, ພະນັກງານສິນເຊື່ອໄດ້ພົວພັນກັບລູກຄ້າໂດຍກົງ, ໃຫ້ຄໍາແນະນໍາ, ໃຫ້ຄໍາປຶກສາ, ຕິດຕາມບ້ວງເງິນປ່ອຍກູ້ ພ້ອມທັງພັດທະນາການບໍລິການຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມລູກສອນຂວາ ແມ່ນຫຍັງ?

ເລື່ອນໂຕກະພິບ ໄປທາງຂວາຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບກະຈາຍ (Distributed Systems) ແມ່ນຫຍັງ?

ການເຕີບໂຕຂອງເຄືອຂ່າຍຄອມພິວເຕີ້ໂດຍສະເພາະຢ່າງຍິ່ງ Internet ມີອິດທິຜົນຢ່າງ ເລິກຊຶ້ງຕໍ່ການພັດທະນາລະບົບປະຕິບັດງານ ເມື່ອບໍ່ດົນມານີ້ ເມື່ອ PC ຖືກແນະນໍາຄັ້ງທໍາອິດໃນ ປີ 1970 ໄດ້ຖືກອອກແບບສໍາລັບໃຊ້ສ່ວນຕົວ ແລະ ໂດຍທົ່ວໄປໃຊ້ຄອມພິວເຕີ້ທີ່ບ່ອນເຮັດວຽກ ເມື່ອເລີ່ມມີການໃຊ້ອິນເຕີເນັດໃນປີ 1980 ສໍາລັບການໃຊ້ຈົດໝາຍອີເລັກໂທນິກ (Email FTP ແລະ Gopher) ໄດ້ມີການເຊື່ອມຕໍ່ PC ກັບເຄືອຂ່າຍຄອມພິວ ເຕີ້ ດ້ວຍການແນະນໍາ Web ໃນກາງປີ 1990 ຄວາມສາມາດໃນການເຊື່ອມຕໍ່ເຄືອຂ່າຍເປັນສິງທີ່ຖືກພິຈາລະນາວ່າ ເປັນອົງປະກອບສຳຄັນຂອງລະບົບຄອມພິວເຕີ້.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ອົງປະກອບຂອງນະວະນິຍາຍ ມີຫຍັງແນ່?

ອົງປະກອບຂອງນະວະນິຍາຍ: ເນື້ອເລື່ອງ ແລະ ສາລະ
ໂຄງເລື່ອງ ແລະ ເນື້ອເລື່ອງ
ວິທີການແຕ່ງ
ສາກ
ບົດສົນທະນາ ແລະ ສໍານວນພາສາ
ທັດສະນະຂອງຜູ້ແຕ່ງ

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຜູ້ຜະລິດ (Producer) ແມ່ນຫຍັງ?

ໝາຍເຖິງຜູ້ປະກອບການສໍາລັບເຮັດສິ່ງໃດໜຶ່ງເຊັ່ນ: ເຮັດການກະເສດ, ການລ້ຽງສັດ, ການປູກຜັກທີ່ເຮັດສິນຄ້າອອກມາ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ພຶດຕິກໍາແມ່ນຫຍັງ?

ຢາກຊອກເຫັນໄດ້ຄວາມແນ່ນອນ ຕ້ອງເລີ່ມຈາກອັນບັງເອີນ,​ ຖ້າພວກເຮົາຫາກອີງໃສ່ແຕ່ອັນບັງເອີນເທົ່ານັ້ນຈະເຮັດໃຫ້ການກະທໍາຜິດພາດ, ແຕ່ຕ້ອງຮູ້ໝູນໃຊ້ສິ່ງອັນບັງເອີນທີ່ມີຜົນກະທົບເຂົ້າໃສ່ໃນອັນແນ່ນອນ ເພີ່ນເຕີມໃຫ້ອັນແນ່ນອນ, ຕ້ອງຊອກຫາອັນໃໝ່ ແລະ ບໍາລຸງສ້າງໃຫ້ມັນຂະຫຍາຍຕົວ.

ອ້າງອີງ: ຈາກ ປື້ມ ການເມືອງ

ນັກທ່ອງທ່ຽວລະດັບສູງ ແມ່ນຫຍັງ?

ເປັນນັກທ່ອງທ່ຽວປະເພດທີ່ມີລາຍໄດ້ສູງມັກໃຊ້ການທ່ອງທ່ຽວຊະນິດຫຼູຫຼາ ແລະ ພ້ອມທີ່ຈະຈ່າຍຄ່າບໍລິການໃນອັດຕາສູງເຮັດໃຫ້ຜູ້ປະກອບກິດຈະການທາງການທ່ອງທ່ຽວມີກໍາໄລສູງ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ລັກສະນະສະເພາະຂອງວຽກ (Job Specification) ແມ່ນຫຍັງ?

ລັກສະນະສະເພາະຂອງວຽກ (Job Specification) ແມ່ນລາຍການຂອງ ຄວາມຮຽກຮ້ອງຕ້ອງການດ້ານຄົນ ໃນວຽກໃດໜຶ່ງ ເຊິ່ງແມ່ນຄວາມຮຽກຮ້ອງດ້ານການສຶກສາ, ຄວາມຊໍານິຊໍານານ, ບຸກຄະລິກ ແລະ ອື່ນໆ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ປຸ່ມ Ctrl + ປຸ່ມລູກສອນຊ້າຍ ແມ່ນຫຍັງ?

ເລື່ອນໂຕກະພິບ ຖອຍຫຼັງໄປ 1 ຄໍາ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຈະລິຍະທໍາໃນການເວົ້າ ແມ່ນຫຍັງ?

ຈະລິຍະທຳ ໝາຍເຖິງຄວາມປະພຶດ ຫຼື ກິລິຍາທີ່ຄວນປະພຶດໃນໝູ່ຄະນະ, ຈະລິຍະທຳ ໃນການເວົ້າຈຶ່ງໝາຍເຖິງການປະພຶດ ຫຼື ກິລິຍາຂອງຜູ້ເວົ້າທີ່ຕ້ອງປະພຶດ ເພື່ອໃຫ້ຜູ້ຟັງເກີດ ຄວາມເຊື່ອຖື, ສັດທາໃນການເວົ້າຂອງຕົນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບໍລິການ (Service) ແມ່ນຫຍັງ?

ໝາຍເຖິງການອໍານວຍຄວາມສະດວກ ຫຼື ຮັບໃຊ້ໃຫ້ແກ່ຜູ້ອື່ນ ຕາມໜ້າວຽກທີ່ມີໃນກິດຈະການນັ້ນໆເຊັ່ນ: ບໍລິການການທ່ອງທ່ຽວ, ບໍລິການດ້ານໂຮງແຮມ, ບໍລິການໃນຮ້ານອາຫານເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຮູບການແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຕ່າງໆລະຫວ່າງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຈຸດໝາຍ ແລະ ຜົນປະໂຫຍດພຶ້ນຖານເປັນເອກະພາບກັນ, ຂໍ້ຂັດແຍ່ງນີ້ມີລັກສະນະຊົ່ວຄາວເທົ່ານັ້ນ.

ອ້າງອີງ: ຈາກ ປື້ມ ການເມືອງ

ນັກທ່ອງທ່ຽວລະດັບກາງ ແມ່ນຫຍັງ?

ເປັນນັັກທ່ອງທ່ຽວປະເພດທີ່ມີລາຍໄດ້ປານກາງບໍ່ຈູ້ຈີ້ ຫຼື ຮຽກຮ້ອງບໍລິການທາງການທ່ອງທ່ຽວຫຼາຍເໝືອນປະເພດນັກທ່ອງທ່ຽວຫຼູຫຼາ ເປັນນັກທ່ອງທ່ຽວທີ່ອາລົມດີມຸ້ງຄວາມສະໜຸກສະໜານເປັນສໍາຄັນໂດຍປົກກະຕິນັກທ່ອງທ່ຽວປະເພດນີ້ມີຈໍານວນຫຼາຍກວ່າປະເພດຫຼູຫຼາ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການວິໄຈວຽກ (Job analysis) ແມ່ນຫຍັງ?

ການວິໄຈວຽກ ແມ່ນຂະບວນການຂອງການເກັບກໍາຂໍ້ມູນຢ່າງເປັນລະບົບ ເພື່ອເອົາມານໍາໃຊ້ໃນການຕັດສິນໃຈກ່ຽວກັບວຽກ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື: ຄອມພີວເຕີ, ຕູ້ ATM … ພະນັກງານຮັບຜິດຊອບການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານຕ້ອງມີຄວາມຮູ້ກ່ຽວກັບຫລັກການດຳເນີນທຸລະກິດ, ບໍລິຫານການ ເງິນ, ບໍລິຫານຂໍມູນ ແລະ ມີຄວາມສາມາດຕິດຕໍ່ພົວພັນບັນດາລູກຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານຊ່ຽວຊານສິນເຊື່ອ ແມ່ນຫຍັງ?

ໃນສະພາບເສດຖະກິດນັບມື້ນັບມີຄວາມສັບສົນ ແລະ ເງິນກູ້ສໍາລັບວິສາຫະກິດ ແລະ ຜູ້ບໍລິໂພກທີ່ມີ ທ່າອ່ຽງຄວາມສ່ຽງຫລາຍຂຶ້ນ ມັນຮຽກຮ້ອງໃຫ້ທະນາຄານຕ້ອງໄດ້ພັດທະນາການບໍລິການ ແລະ ວິຊາສະເພາະ ຢ່າງເລິກເຊິ່ງເພື່ອຄົ້ນຫາສາເຫດຂອງເງິນກູ້ແຕ່ລະກໍລະນີທີ່ມີຄວາມສ່ຽງ ພ້ອມທັງສະເໜີວິທີການໃນການເກັບໜີ້ ຄືນ. ນີ້ແມ່ນພະນັກງານທີ່ມີຄວາມຮູ້ເລິກເຊິ່ງກ່ຽວກັບບັນຊີ, ວິເຄາະບົດລາຍງານການເງິນ, ກົດໝາຍທຸລະກິດ, ເສດຖະສາດ ແລະ ມີຄວາມສາມາດໃນການພົວພັນ, ເຈລະຈາທີ່ດີ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ Ctrl + ປຸ່ມລູກສອນຂວາ ປຸ່ມ Home ແມ່ນຫຍັງ?

ເລື່ອນໂຕກະພິບ (cursor) ໄປທາງຊ້າຍຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຄຸນນະທໍາໃນການເວົ້າ ແມ່ນຫຍັງ?

ຄຸນນະທໍາໃນການເວົ້າ ໝາຍເຖິງສະພາບຄຸນງາມ, ຄວາມດີຂອງການເວົ້າ ໄດ້ແກ່ການ ເວົ້າໃຫ້ຖືກກາລະເທສະ, ເວົ້າຄໍາສັດຈິງ, ເວົ້າອ່ອນຫວານ, ເວົ້າມີປະໂຫຍດ ແລະ ເວົ້າມີ ເມດຕາຈິດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຜະລິດຕະພັນ (Product) ແມ່ນຫຍັງ?

ໝາຍເຖິງຜົນຜະລິດທີ່ຜ່ານການປັບປ່ຽນຮູບແບບຈາກ ແບບເດີມໃຫ້ເປັນອັນໃໝ່ ທີ່ສາມາດນໍາໄປໃຊ້ປະໂຫຍດໄດ້ ຫຼື ເປັນສິນຄ້າໄດ້ເຊັ່ນ: ເຂົ້າຈີ່, ໂຕະ, ຕັ່ງ, ອາຫານສັດ ແລະ ອື່ນໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຮູບການພາຍນອກແມ່ນຫຍັງ?

ແມ່ນຮູບຮ່າງ, ສີສັນ, ຂອບເຂດ, ຂະໜາດ (ສໍາຄັນແຕ່ຕັດສິນ).

ອ້າງອີງ: ຈາກ ປື້ມ ການເມືອງ

ນັກທ່ອງທ່ຽວລະດັບມວນຊົນ ແມ່ນຫຍັງ?

ເປັນນັກທ່່ອງທ່ຽວປະເພດຈໍານວນຫຼາຍທີສຸດສ່ວນຫຼາຍມີລາຍໄດ້ໜ້ອຍ ຫຼື ມີລາຍໄດ້ປະຈໍາຕ້ອງການທ່ອງທ່ຽວແບບພື້ນໆໃນລາຄາຖືກເອົາໃຈງ່າຍ ນັກທ່ອງທ່ຽວປະເພດນີ້ເກີດຂື້ນເມື່ອບໍ່ນານມານີ້ເອງ ໂດຍໄດ້ຮັບແຮງຈູງໃຈຈາກການໂຄສະນາທີ່ທຸລະກິດນໍາທ່ຽວຈັດຂື້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຜົນການປະຕິບັດງານ (Performance) ແມ່ນຫຍັງ?

ຜົນການປະຕິບັດງານ ໝາຍເຖິງບັນທຶກໝາກຜົນທີ່ໄດ້ສ້າງຂຶ້ນຈາກໜ້າທີ່ວຽກງານສະເພາະໃດໜຶ່ງ ຫຼື ກິດຈະກຳທີ່ໄດ້ປະຕິບັດຜ່ານໄລຍະເວລາອັນແນ່ນອນໃດໜຶ່ງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ປຸ່ມ End ແມ່ນຫຍັງ?

ເລື່ອນໂຕກະພິບໄປຕຳແໜ່ງສຸດທ້າຍຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື: ຄອມພີວເຕີ, ຕູ້ ATM … ພະນັກງານຮັບຜິດຊອບການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານຕ້ອງມີຄວາມຮູ້ກ່ຽວກັບຫລັກການດຳເນີນທຸລະກິດ, ບໍລິຫານການ ເງິນ, ບໍລິຫານຂໍມູນ ແລະ ມີຄວາມສາມາດຕິດຕໍ່ພົວພັນບັນດາລູກຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ການມີຄຸນນະທໍາໃນການເວົ້າ ຊ່ວຍຫຍັງແນ່?

ການມີຄຸນນະທໍາໃນການເວົ້າ ຊ່ວຍໃຫ້ບຸກຄົນມີຄວາມເຂົ້າໃຈດີຕໍ່ກັນ ແລະ ກັນ, ສາມາດ ຊ່ວຍໃຫ້ດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງເປັນສຸກດ້ວຍໄມຕີຈິດມິດຕະພາບ ກໍ່ໃຫ້ເກີດປະໂຫຍດ ທັງສ່ວນຕົວ ແລະ ສ່ວນລວມ. ຜູ້ເວົ້າທີ່ມີຄຸນນະທໍາຍອມເປັນທີ່ເຫຼື້ອມໃສສັດທາເປັນໜ້ານັບຖືຍ້ອງຍໍ ແລະ ເປັນທີ່ຮັກແກ່ຄົນທົ່ວໄປທັງໃນປັດຈຸບັນ ແລະ ອະນາຄົດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ປັດໄຈ (Factor) ແມ່ນຫຍັງ?

ໝາຍເຖິງສ່ວນທີ່ປະກອບໃຫ້ແກ່ການເຮັດຢ່າງໃດຢ່າງໜຶ່ງເຊັ່ນ: ວັດຖຸດິບ, ເງິນທຶນ, ແຮງງານເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຮູບການພາຍໃນແມ່ນຫຍັງ?

ແມ່ນວິທີຊັບຊ້ອນ, ວິທີຈັດວາງ, ແມ່ນໂຄງປະກອບຂອງເນື້ອໃນແມ່ນບັນດາພາກສ່ວນທີ່ຈໍາເປັນ (ສໍາຄັນຕັດສິນ).

ອ້າງອີງ: ຈາກ ປື້ມ ການເມືອງ

ຍຸດທະສາດ (ການທ່ອງທ່ຽວ) ແມ່ນຫຍັງ?

ແມ່ນແຜນແມ່ບົດເພື່ອກໍານົດແນວທາງທິດທາງ, ຄາດໝາຍຂອງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຂອງພັກ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການຕອບສະໜອງຈາກພາຍນອກ (External supply) ແມ່ນຫຍັງ?

ການຕອບສະໜອງຈາກພາຍນອກ (External supply) ໝາຍເຖິງບຸກຄົນຕ່າງໆທີ່ຢູ່ໃນໂຮງງານ ເຊິ່ງສາມາດຖືກຊັບຊ້ອນເຂົ້າເຮັດວຽກໃນອົງກອນໄດ້.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານບໍລິຫານສາຂາ ແມ່ນຫຍັງ?

ທະນາຄານທີ່ມີສາຂາຢ່າງກວ້າງຂວາງ ຕ້ອງມີຜູ້ບໍລິຫານສາຂາຢ່າງຄົບຖວັນ. ຜູ້ບໍລິຫານສາຂາຕ້ອງໄດ້ ຊອກຫາລູກຄ້າໃໝ່ໃຫ້ຫລາຍຂຶ້ນ ພ້ອມທັງຕອບສະໜອງຄວາມຕ້ອງການກູ້ຢືມຂອງລູກຄ້າ ແລະ ບຸກລະດົມ ພະນັກງານໃນການນໍາສະເໜີຂໍ້ມູນທີ່ດີ ແລະ ເປັນປະໂຫຍດຂອງທະນາຄານ ເພື່ອໃຫ້ລູກຄ້າມີຄວາມໄວ້ວາງໃຈ ຕໍ່ທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ Delete ແມ່ນຫຍັງ?

ລົບອັກສອນໃນຕໍາແໜ່ງໂຕກະພິບ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ມາລະຍາດໃນການເວົ້າ ແມ່ນຫຍັງ?

ມາລະຍາດຂອງການເວົ້າ ໝາຍເຖິງຜູ້ເວົ້າທີ່ມີກິລິຍາວາຈາສຸພາບຮຽບຮ້ອຍ, ທ່າທາງ ສະຫງ່າຜ່າເຜີຍ, ອ່ອນໂຍນ, ໃບໜ້າຍິ້ມແຍ້ມແຈ່ມໃສ. ບໍ່ໃຊ້ທ່າທາງປະກອບການເວົ້າຫຼາຍ ຈົນເກີນໄປ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ລາຄາ (Price) ແມ່ນຫຍັງ?

ໝາຍເຖິງຄ່າສິ່ງຂອງທີ່ທຽບເປັນເງິນ ຫຼື ຈໍານວນເງິນທີ່ວາງອອກ ສໍາລັບສິ່ງທີ່ຕ້ອງການຈໍາໜ່າຍ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

​ພຶດຕິ​ກໍາແມ່ນຫຍັງ?

ແມ່ນການສະແດງອອກຂອງລັດທິອາດຍາສິດ, ມັນຈະເປັນອຸປະສັກ ແລະ ມີຜົນເສຍຫາຍໃຫ້ແກ່ການປະຕິບັດວຽກງານ.

ອ້າງອີງ: ຈາກ ປື້ມ ການເມືອງ

ແຜນແມ່ບົດ ແມ່ນຫຍັງ?

ແມ່ນແຜນຫຼັກພັດທະນາການທ່ອງທ່ຽວແບບຍືນຍົງ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຄວາມອຸ່ນອ່ຽງດ້ານອາລົມແມ່ນຫຍັງ?

ຄວາມອຸ່ນອ່ຽງດ້ານອາລົມ ແມ່ນສະແດງອອກເຖິງລັກສະນະຂອງຄວາມສຸຂຸມ, ເຍືອກເຢັນ, ເປັນເຈົ້າຕົນເອງ ແລະ ບໍ່ເອື່ອຍອີງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ປຸ່ມ Backspace ແມ່ນຫຍັງ?

ເລື່ອນໂຕກະພິບໄປຕຳແໜ່ງທາງຊ້າຍຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ພະນັກງານວິເຄາະລະບົບ ແມ່ນຫຍັງ?

ເປັນພະນັກງານທີ່ມີຄວາມຮູ້, ຄວາມຊຳນານດ້ານຄອມພິວເຕີ ຊຶ່ງເຮັດວຽກກັບຜູ້ບໍລິຫານ ແລະ ພະນັກງານທຸກພາກສ່ວນ, ນໍາເອົາບັນຫາຕ່າງໆຈາກການສະເໜີຂອງແຕ່ລະພາກສ່ວນມາຂຽນໂປຼແກຼມເພື່ອຮັບ ໃຊ້ວຽກງານ, ພະນັກງານວິເຄາະລະບົບເປັນຂົວຕໍ່ລະຫວ່າງທະນາຄານກັບຜູ້ພັດທະນາໂປຼແກຼມ ເພື່ອເຮັດໃຫ້ ຄອມພີວເຕີກາຍເປັນເຄື່ອງມືປະຕິບັດວຽກງານຢ່າງມີປະສິດທິພາບ. ພະນັກງານວິເຄາະລະບົບຕ້ອງໄດ້ມີຄວາມ ຮູ້ເລິກເຊິ່ງກ່ຽວກັບຂຽນໂປຼແກຼມ ແລະ ເຂົ້າຮ່ວມຂະບວນການແກ້ໄຂບັນຫາໃນການດໍາເນີນທຸລະກິດ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ອົງປະກອບຂອງການເວົ້າ ແມ່ນຫຍັງ?

ອົງປະກອບຂອງການເວົ້າ ຈະມີ ຜູ້ເວົ້າ, ຜູ້ຟັງ, ໂອກາດ, ເນື້ອໃນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຄ່າ (Value) ແມ່ນຫຍັງ?

ໝາຍເຖິງປະໂຫຍດຂອງສິ່ງນັ້ນໆທີ່ມີຕໍ່ສິ່ງອື່ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ທາດແທ້ແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງ ທີ່ຊີ້ບອກການລວບລວມບັນດາດ້ານ, ບັນດາການພົວພັນທີ່ຈໍາເປັນ, ທີ່ປົກກະຕິສໍາພັດຢູ່ເບື້ອງໃນຂອງສິ່ງວັດຖຸ ແລະ ປາກົດການມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການນັ້ນ.

ອ້າງອີງ: ຈາກ ປື້ມ ການເມືອງ

ແຜນສາຂາ ແມ່ນຫຍັງ?

ແມ່ນແຜນຍ່ອຍພັດທະນາການທ່ອງທ່ຽວແບບຍືນຍົງ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການພັດທະນາອາຊີບແມ່ນຫຍັງ?

ການພັດທະນາອາຊີບ ແມ່ນຄວາມພະຍາຍາມທີ່ມີການວາງແຜນ ແລະ ຈັດຕັ້ງຢ່າງເປັນທາງການ ເພື່ອເຮັດໃຫ້ມີຄວາມສົມດຸນລະຫວ່າງຄວາມຕ້ອງການດ້ານອາຊີບຂອງສ່ວນບຸກຄົນ ແລະ ຄວາມຮຽກຮ້ອງຕ້ອງການດ້ານແຮງງານຂອງອົງກອນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານບັນຊີ ແລະ ກວດສອບບັນຊີ ແມ່ນຫຍັງ?

ເປັນຜູ້ຕິດຕາມແຫລ່ງລາຍຮັບ ແລະ ລາຍຈ່າຍຂອງທະນາຄານ, ຕິດຕາມຖານະການເງິນຂອງ ທະນາຄານ, ພະນັກງານບັນຊີ ແລະ ກວດສອບບັນຊີ ນີ້ແມ່ນໜ້າວຽກສໍາຄັນທີ່ສຸດຂອງທະນາຄານ ເພາະມັນ ຊ່ວຍໃຫ້ທະນາຄານມີການປ້ອງກັນການໃຊ້ຈ່າຍຜິດພາດ ຫລື ສູນເສຍ. ໜ້າວຽກສໍາຄັນດັ່ງກ່າວນີ້ ພະນັກງານຜູ້ ທີ່ຈະຮັບຜິດຊອບໄດ້ໄດ້ຜ່ານການຮຽນຮູ້ວິຊາບັນຊີ ແລະ ກວດສອບບັນຊີຢ່າງເລິກເຊິ່ງ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ Esc ແມ່ນຫຍັງ?

ລົບຄໍາສັ່ງທັງບັນທັດ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ການກຽມເລື່ອງທີ່ຈະເວົ້າ ແມ່ນຫຍັງ?

ການກຽມເລື່ອງເຮັດໄດ້ຈາກການຄິດຈາກປະສົບການທີ່ສະສົມ ແລະ ການຄົ້ນຄວ້າຫາ ຂໍ້ມູນມາເພີ່ມຕື່ມແລ້ວນໍາມາວາງໂຄງເລື່ອງໃຫ້ເປັນໄປຕາມລໍາດັບ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຄ່າຈ້າງ (Wage) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ເຈົ້າຂອງເງິນຈ່າຍໃຫ້ຜູ້ໃດໜຶ່ງເພື່ອໃຫ້ ເຮັດສິ່ງໃດໜຶ່ງໃຫ້, ເງິນທີ່ໃຫ້ເປັນຄ່າເຮັດວຽກໃດໜຶ່ງໂດຍຈ່າຍຕາມຈຳນວນ ແລະ ເວລາ ດັ່ງທີ່ຜູ້ໃຫ້ ແລະ ຜູ້ຮັບໄດ້ຕົກລົງກັນໄວ້.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ປາກົດການແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກບັນດາດ້ານ, ບັນດາການພົວພັນທີ່ສະແດງອອກພາຍນອກບໍ່ເປັນປົກກະຕິຂອງສິ່ງວັດຖຸ, ມັນແມ່ນຮູບການທີ່ສະແດງອອກເບື້ອງນອກ ຂອງທາດແທ້ທີ່ຄົນເຮົາສາມາດຮັບຮູ້ມັນໄດ້ດ້ວຍອິນຊີ.

ອ້າງອີງ: ຈາກ ປື້ມ ການເມືອງ

ບູຮານສະຖານ ແມ່ນຫຍັງ?

ແມ່ນສິ່ງຂອງທີ່ບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ໂບດ, ວັງ, ວັດ,,, ໂດຍມີອາຍຸຫຼາຍກ່ວາ 100 ປີຂຶ້ນໄປເຊັ່ນ: ພະລາດສະວັງ ທີ່ແຂວງຫລວງພະບາງ, ວັດຊຽງທອງ, ວັດສີສະເກດເປັນຕົ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການປະເມີນຜົນການປະຕິບັດງານ (Performance appraisal) ແມ່ນຫຍັງ?

ການປະເມີນຜົນການປະຕິບັດງານ (Performance appraisal) ໝາຍເຖິງການກໍານົດ, ການວັດແທກ ແລະ ການຄຸ້ມຄອງການປະຕິບັດງານຂອງມະນຸດໃນອົງກອນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານວິເຄາະການເງິນ ແມ່ນຫຍັງ?

ເປັນຜູ້ທີ່ເຮັດວຽກໂດຍປະສານສົມທົບກັບພາກສ່ວນກວດສອບບັນຊີ ແລະ ພາກສ່ວນແຜນການຂອງ ທະນາຄານ ຊຶ່ງເປັນຜູ້ຄົ້ນຫາບັນຫາຄ້າງຄາຂອງທະນາຄານເພື່ອນໍາໄປປັບປຸງ ແລະ ຊອກໂອກາດທີ່ອຳນວຍ ຄວາມສະດວກໃນການດຳເນີນທຸລະກິດໃຫ້ແກ່ທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ລະບົບປະຕິບັດການ (OS - Operating System) ແມ່ນຫຍັງ?

ລະບົບປະຕິບັດການຄື ກຸ່ມໂປຣແກຣມທີ່ເຮັດໜ້າທີເປັນຕົວກາງ ລະຫວ່າງ ຜູ້ໃຊ້ກັບເຄື່ອງຄອມພິວເຕີ ມີຈຸດໝຸ່ງໝາຍ ເພື່ອຈັດຫາສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ຜູ້ໃຊ້ງານກັບໂປຣແກຣມ (Execute Programs) ໂດຍມີເປົ້າໝາຍຫຼັກ ເພື່ອໃຫ້ການໃຊ້ລະບົບຄອມພິວເຕີຂອງຜູ້ໃຊ້ເປັນໄປຢ່າງສະດວກ ແລະການນຳໃຊ້ Hardware ເປັນໄປຢ່າງມີປະສິດທິພາບ.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS- Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ປຸ່ມ Page Up ແມ່ນຫຍັງ?

ເອີ້ນຄໍາສັ່ງທໍາອິດທີ່ສົ່ງເຂົ້າໄປ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ການເວົ້າທີ່ດີ ແມ່ນຫຍັງ?

ນອກຈາກຈະໃຫ້ຜູ້ຟັງເຂົ້າໃຈເນື້ອໃນຕ່າງໆທີ່ຜູ້ເວົ້ານໍາສະເໜີແລ້ວ ຍັງຕ້ອງ ເຮັດໃຫ້ຜູ້ຟັງເກີດຄວາມສົນໃຈ ແລະ ຮູ້ສຶກປະທັບໃຈໃນຕົວຜູ້ເວົ້າອີກດ້ວຍ. ດັ່ງນັ້ນ, ຜູ້ເວົ້າທີ່ດີ ຈະຕ້ອງຮູ້ສຶກສາວິທີການເວົ້າ ແລະ ເຝິກການເວົ້າໃຫ້ເກີດຄວາມຊຳນານ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ເງິນເດືອນ (Salary) ແມ່ນຫຍັງ?

ໝາຍເຖິງຈໍານວນເງິນທີ່ອົງການລັດ ຫຼື ເອກະຊົນຈ່າຍເປັນ ລາຍເດືອນໃຫ້ແກ່ພະນັກງານ, ກຳມະກອນຂອງອົງການ, ບໍລິສັດ ຫຼື ລູກຈ້າງ ເພື່ອເປັນ ຄ່າໃຫ້ແກ່ການເຮັດວຽກ ຫຼື ການໃຊ້ຈ່າຍດໍາລົງຊີວິດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມອາດສາມາດແມ່ນຫຍັງ?

ແມ່ນມາດຕະເກນທີ່ຊີ້ບອກບັນດາເງື່ອນໄຂໃໝ່, ບັນດາທ່າອ່ຽງແຫ່ງການຂະຫຍາຍຕົວ, ແມ່ນອັນທີ່ເປັນໜໍ່ແໜງຢູ່ໃນສິ່ງວັດຖຸ ແລະ ປາກົດການ ແລະ ຢູ່ໃນຂະບວນວິວັດ, ມັນຈະບໍ່ທັນປາກົດຕົວຂຶ້ນ  ແລະ ກາຍເປັນຄວາມຈິງໃນເວລາມີເງື່ອນໄຂອັນເໝາະສົມ

ອ້າງອີງ: ຈາກ ປື້ມ ການເມືອງ

ບູຮານວັດຖຸ ແມ່ນຫຍັງ?

ແມ່ນສິ່ິ່ງຂອງທີ່ສາມາດເຄື່ອນຍ້າຍໄດ້ເຊັ່ນ: ພຣະພຸດທະຮູບ, ສິລາຈາລຶກ ເຊິ່ງມີອາຍຸຫຼາຍຮ້ອຍປີ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການກໍານົດແມ່ນຫຍັງ?

ການກໍານົດ ໝາຍເຖິງກໍານົດຂົງເຂດວຽກງານທີ່ຄວນຈະໄດ້ຮັບການກວດສອບ ເພື່ອວັດແທກການປະຕິບັດງານ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານໃຫ້ຄໍາປຶກສາ ແມ່ນຫຍັງ?

ຊ່ວຍບຸກຄົນ ຫລື ຄົວເຮືອນໃຫ້ເຂົ້າໃຈໃນການບໍລິການຂອງທະນາຄານເຊັ່ນ: ໜັງສືຂໍກູ້ ຢືມ, ໂຄສະນາຜະລິດຕະພັນເງິນກູ້ເພື່ອການບໍລິໂພກໃຫ້ແກ່ລູກຄ້າ, ໃຫ້ຄໍາແນະນໍາແກ່ລູກຄ້າ. ພະນັກງານ ຮັບຜິດຊອບວຽກນີ້ຕ້ອງມີຄວາມຮູ້ດ້ານການປະຊາສຳພັນເປັນຢ່າງດີ ແລະ ເຂົ້າໃຈດີກ່ຽວກັບການບໍລິການຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ວິວັດທະນາການ ແລະ ຊະນິດຂອງລົະບົບປະຕິບັດການແມ່ນຫຍັງ?

ລະບົບປະຕິບັດງານ ແລະ ສະຖາປັດຕິຍາກຄອມພິວເຕີມີອິດທິພົນຊຶ່ງກັນ ແລະ ກັນຫຼາຍທີ່ສຸດສາມາດພົບເຫັນໄດ້ຈາກວິວັດທະນາການຂອງຄອມພິວເຕີ ຕັ້ງແຕ່ອາດີດຈາກຫຼອດສູນຍາກາດທີ່ບໍ່ມີລະບົບປະຕິບັດງານເຊິ່ງເປັນສິ່ງທີ່ຈະເຮັດໃຫ້ຕ້ອງມີການເພີ່ມປະສິດທິພາບຂອງລະບົບປະຕິບັດງານໃຫ້ມີໂຄງສ້າງທີທັນສະໄໝເໝາະສຳລັບການໃຊ້ງານ ລະບົບປະຕິບັດງານຖືກພັດທະນາ ແລະ ເຕີບໃຫຍ່ມາຈາກລະບົບເຄື່ອງເມນເຟຣມທີ່ຕ້ອງການພຽງລະບົບປະຕິບັດງານຢ່າງງ່າຍໆ ສຳລັບການເຮັດວຽກກັບ Application ພຽງຢ່າງດຽວຈົນເຖິງລະບົບແບ່ງກັນໃຊ້ເວລາທີ່ຊັບຊ້ອນຈາກນັ້ນຈິ່ງພັດທະນາໄປຢູ່ລະບົບຄອມພິວເຕີ້ຂະໜາດນ້ອຍຢ່າງຄອມພິວເຕີ້ແບບຕັ້ງໂຕະ ຈົນເຖິງລະບົບຄອມພິວເຕີ້ແບບມືຖື.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS- Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ປຸ່ມ Page Down ແມ່ນຫຍັງ?

ເອີ້ນຄໍາສັ່ງສຸດທ້າຍທີ່ສົ່ງເຂົ້າໄປ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ບຸກຄະລິກກະພາບຂອງຜູ້ເວົ້າ ແມ່ນຫຍັງ?

ການວາງຕົວ ການສະແດງທ່າທາງໃນການເວົ້າ ເປັນສິ່ງທີ່ສໍາຄັນຫຼາຍ ເພາະຈະຊ່ວຍ ໃຫ້ການສື່ຄວາມໝາຍລະຫວ່າງຜູ້ເວົ້າ ແລະ ຜູ້ຟັງໃຫ້ດີຂຶ້ນ. ການເວົ້າເມື່ອມີການສະແດງອາລົມ ຫາກບໍ່ມີການສະແດງທ່າທາງປະກອບຈະບໍ່ຄົບຖ້ວນ ແຕ່ການສະແດງທ່າທາງຫຼາຍ ເກີນໄປກໍບໍ່ເປັນຜົນດີ ເພາະຈະເຮັດໃຫ້ຜູ້ຟັງສົນໃຈສະເພາະທ່າທີຂອງຜູ້ເວົ້າເທົ່ານັ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ແຮງງານ (Labor) ແມ່ນຫຍັງ?

ໝາຍເຖິງກຳລັງທີ່ໃຊ້ໃນການຜະລິດ ເຊິ່ງເປັນກຳລັງຂອງມະນຸດທີ່ໃຊ້ມັນສະໝອງ ແລະ ດ້ວຍມື ຫຼື ທີ່ໄດ້ຈາກທໍາມະຊາດເຊັ່ນ: ພະລັງໄຟຟ້າ, ພະລັງລົມ, ພະລັງແສງຕາເວັນເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມອາດສາມາດຕົວຈິງແມ່ນຫຍັງ?

ແມ່ນຄວາມອາດສາມາດທີ່ເລີ້ມມາຈາກທາດແທ້ຂອງສິ່ງວັດຖຸ ແລະ ປາກົດການໄວ ຫຼື ຊ້າມັນຈະກາຍເປັນຈິງ ເພາະມັນມີເງື່ອນໄຂຄົບຖ້ວນ ແລະ ຈໍາເປັນຢູ່ແລ້ວ.

ອ້າງອີງ: ຈາກ ປື້ມ ການເມືອງ

ປູຊະນີຍະສະຖານ ແມ່ນຫຍັງ?

ແມ່ນສະຖານທີ່ຄວນັບຖື ແລະ ການສັກກະລະບູຊາເຊັ່ນ: ພຮະທາດອິງຮັງ, ທາດເມືອງເກົ່າ, ພຮະທາດຫຼວງເປັນຕົ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການຕີລາຄາວຽກແມ່ນຫຍັງ?

ການຕີລາຄາວຽກ ແມ່ນຂະບວນການສໍາຫຼວດຕີລາຄາຢ່າງເປັນລະບົບຕໍ່ຄຸນຄ່າຂອງແຕ່ລະວຽກ ໂດຍທຽບກັບວຽກອື່ນໆພາຍໃນອົງກອນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານບໍລິການ ແມ່ນຫຍັງ?

ເປັນຜູ້ໃຫ້ບໍລິການລູກຄ້າຢ່າງເປັນປົກກະຕິເຊັນ: ການຮັບເງິນຝາກ, ຮັບຖອນເງິນ ແລະ ໃຫ້ຂໍ້ມູນກ່ຽວ ກັບທະນາຄານ, ພະນັກງານຕ້ອງໄດ້ຄັດແຍກ ແລະ ຮັບໃບບິນ, ກວດກາການຂຽນຟອມຂອງລູກຄ້າ ພ້ອມທັງ ກວດກາເງິນໃນຄັງຢ່າງໜ້ອຍ 1 ຄັ້ງຕໍ່ວັນ, ມີຄວາມເຂົ້າໃຈກ່ຽວກັບພະແນກອື່ນຂອງທະນາຄານ ແລະ ລາຍການ ຜະລິດຕະພັນໃຫ້ບໍລິການຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ F3 ແມ່ນຫຍັງ?

ເອີ້ນຄໍາສັ່ງສຸດທ້າຍສົ່ງເຂົ້າໄປ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ການສ້າງຄວາມເຊື່ອໝັ້ນຕົນເອງໃນການເວົ້າ ແມ່ນຫຍັງ?

ການເວົ້າທີ່ດີ ຜູ້ເວົ້າຈະຕ້ອງມີຄວາມເຊື່ອໝັ້ນຕົນເອງ ຢູ່ໃນລະດັບທີ່ດີເພາະຄວາມເຊື່ອ ໝັ້ນຕົນເອງຈະຊ່ວຍໃຫ້ຜູ້ເວົ້າດໍາເນີນການເວົ້າໄດ້ດີ ແລະ ຖ້າຜູ້ເວົ້າຫາກຂາດຄວາມເຊື່ອໝັ້ນ ແລ້ວ ອາດເວົ້າໄດ້ວ່າການເວົ້າໃຫ້ມີສິລະປະນັ້ນຍ່ອມເປັນໄປໄດ້ຍາກ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບໍລິສັດ (Company) ແມ່ນຫຍັງ?

ໝາຍເຖິງບຸກຄົນທີ່ລວມຕົວກັນປະກອບທຶນ ຕາມສ່ວນທີ່ ຕົກລົງກັນ ເພື່ອດໍາເນີນການຄ້າ ຫຼື ເຮັດທຸລະກິດຢ່າງໃດຢ່າງໜຶ່ງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມສາມາດນາມມະທໍາແມ່ນຫຍັງ?

ແມ່ນຄວາມອາດສາມາດ ທີ່ບໍ່ທັນມີເງື່ອນໄຂຄົບຖ້ວນ ເພື່ອຫັນປ່ຽນກາຍເປັນຈິງໄດ້, ແຕ່ວ່າໃນອານາຄົດ ເມື່ອມີເງື່ອນໄຂຄົບຖ້ວນຕ້ອງປາກົດຂຶ້ນຢ່າງແນ່ນອນ.

ອ້າງອີງ: ຈາກ ປື້ມ ການເມືອງ

ປູຊະນີຍະວັດຖຸ ແມ່ນຫຍັງ?

ແມ່ນວັດຖຸທີ່ຄວນເຄົາລົບນັບຖືເຊັ່ນ: ພຮະພຸດທະຮູບ, ເທບພຮະເຈົ້າ ເປັນຕົ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ລະບົບອັດຕາຈໍານວນແມ່ນຫຍັງ?

ລະບົບອັດຕາຈໍານວນ ແມ່ນລະບົບຂອງການເບີກຈ່າຍທີ່ອີງໃສ່ຈໍານວນຂອງຜະລິດຕະພັນທີ່ຜະລິດອອກໄດ້ ໂດຍຄົນງານລາຍບຸກຄົນພາຍໃນໄລຍະເວລາໃດໜຶ່ງ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ພະນັກງານການຕະຫລາດ ແມ່ນຫຍັງ?

ປະຈຸບັນມີການແຂ່ງຂັນສູງ, ບັນດາທະນາຄານມີຄວາມຕ້ອງການພັດທະນາຜະລິດຕະພັນໃໝ່ ແລະ ເພີ່ມທະວີການໃຫ້ບໍລິການຜະລິດຕະພັນທີ່ມີຢູ່ ຊຶ່ງໜ້າວຽກດັ່ງກ່າວແມ່ນຂຶ້ນກັບພະແນກການຕະຫລາດ, ໜ້າ ວຽກທີ່ສໍາຄັນດັ່ງກ່າວນີ້ພະນັກງານຕ້ອງມີຄວາມຮູ້ກ່ຽວກັບການຜະລິດ, ຂາຍສິນຄ້າ ແລະ ໃຫ້ການບໍລິການ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ F7 ແມ່ນຫຍັງ?

ສະແດງການຄໍາສັ່ງ ໂດຍເລືອກຄໍາສັ່ງໂດຍການເລື່ອນປຸ່ມລູກສອນ ຂຶ້ນ ຫຼື ລົງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຄວາມໝາຍຂອງການສໍາພາດ ແມ່ນຫຍັງ?

ການສໍາພາດຄື ການທີ່ຜູ້ສໍາພາດ ແລະ ຜູ້ໃຫ້ສໍາພາດສົນທະນາກັນ ໂດຍມີວັດຖຸປະສົງ ທີ່ແນ່ນອນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບໍລິສັດຈໍາກັດ (Company Limited liability by Shares) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ ຈົດທະບຽນເປັນບໍລິສັດຈຳກັດ ເພື່ອເຮັດກິດຈະກຳຢ່າງໃດຢ່າງໜຶ່ງ, ມີການຂາຍຫຸ້ນໃຫ້ແກ່ ຜູ້ປະສົງໂດຍມີກົດໝາຍຄຸ້ມຄອງວ່າ ເມື່ອເກີດໜີ້ສິນຂຶ້ນ ຜູ້ຖືຫຸ້ນມີໜ້າທີ່ຊຳລະໜີ້ພຽງໃນ ຂອບເຂດທີ່ກຳນົດໄວ້ແລ້ວເທົ່ານັ້ນ ເຊິ່ງຕ່າງກັບບໍລິສັດທໍາມະດາ ທີ່ຜູ້ຖືຫຸ້ນຈະຕ້ອງຮັບຜິດຊອບຕໍ່ໜີ້ສິນຢ່າງບໍ່ມີຂອບເຂດຈໍາກັດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມເປັນຈິງແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກອັນທີ່ຄົງຕົວຢ່າງແທ້ຈິງ ແມ່ນອັນທີ່ພວມໄປຮອດ ແລະ ອັນທີ່ພວມປາກົດຕົວອອກ.

ອ້າງອີງ: ຈາກ ປື້ມ ການເມືອງ

ສິ່ງແວດລ້ອມ (Environment) ແມ່ນຫຍັງ?

ແມ່ນທຸກສິ່ງທຸກຢ່າງທີ່ຢູ່ອອມໂຕມະນຸດ,​ ມີທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດລວມທັງທີ່ເປັນຮູບປະທໍາ (ສາມາດຈັບຕ້ອງໄດ້ ແລະ ເບິ່ງເຫັນໄດ້) ແລະ ນາມມະທໍາທີ່ບໍ່ສາມາດຈັບຕ້ອງໄດ້ ແລະ ບໍ່ສາມາດເບິ່ງເຫັນເຊັ່ນ: (ວັດທະນະທໍາ, ຮີດຄອງ-ປະເພນີ,​ ຄວາມເຊື່ອ…) ມີອິດທິພົນກ່ຽວໂຍງກັນ.​ ເປັນປັດໃຈໃນການເກື້ອໜູນເຊິ່ງກັນ ແລະ ກັນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ລະບົບອັດຕາຊົ່ວໂມງແມ່ນຫຍັງ?

ລະບົບອັດຕາຊົ່ວໂມງ ແມ່ນແຜນເບີກຈ່າຍໃຫ້ຄົນງານໂດຍອີງໃສ່ອັດຕາຊົ່ວໂມງ ແລະ ຈະຈ່າຍເພີ່ມໂດຍໄລ່ເປັນເປີເຊັນເພີ່ມຂອງຄ່າຈ້າງພື້ນຖານ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ການເຄື່ອນໄຫວທຸລະກິດທະນາຄານ, ແຫລ່ງທຶນ ແມ່ນຫຍັງ?

ແມ່ນມີບົດບາດສຳຄັນໃນການຕັດສິນຊີ້ຂາດໃນການ ດຳເນີນທຸລະກິດ. ສະນັ້ນ, ເມື່ອຄົ້ນຄວ້າດ້ານແຫລ່ງທຶນຂອງທະນາຄານທຸລະກິດຕ້ອງໄດ້ເອົາໃຈໃສ່ບາງເນື້ອໃນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ F9 ແມ່ນຫຍັງ?

ສະແດງການຄໍາສັ່ງໂດຍເລືອກຄໍາສັ່ງໂດຍການພິມໝາຍເລກ ຂອງຄໍາສັ່ງ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລະບົບຄອມພິວເຕີມືຖື (Handheld Systems) ແມ່ນຫຍັງ?

ລວມໄປເຖິງ PDA (Personal digital assistants: PDA) ເຊັ່ນ: (Palm), (Pocket PC) ຫຼື ໂທລະສັບແບບ ເຊວລູລາ (Cellular telephone) ເຊິ່ງເຊື່ອມຕໍ່ເປັນເຄື່ອຂ່າາຍ ດັ່ງທີ່ເຫັນໃນໂທລະສັບມືຖື ປັດຈຸບັນໃນຄອມພິວເຕີ້ມືຖືບາງເຄື່ອງມີລະບົບບູທູດ, Web browser ແລະ ເປີດອີເມລໄດ້.

ອ້າງອິງ: ຈາກ ປຶ້ມລະບົບປະຕິບັດການ (OS – Operating System) ປີ 2019, ສະຖາບັນເຕັກໂນໂລຊີ ສຸດສະກະ

ຮູບແບບຂອງການສຳພາດ ມີຫຍັງແດ່?

1. ແບບບໍ່ມີພິທີການ

2. ແບບເປັນພິທີການ

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບໍລິສັດບໍ່ຈໍາກັດ (Company Unlimited) ແມ່ນຫຍັງ?

ໝາຍເຖິງບໍລິສັດຫຸ້ນສ່ວນສາມັນບໍ່ຈໍາກັດສິດ ຜູ້ຖືຫຸ້ນທຸກຄົນຈະຕ້ອງຮັບຜິດຊອບໜີ້ສິນຂອງບໍລິສັດ ໂດຍບໍ່ຈຳກັດຈໍານວນເງິນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມຮັບຮູ້ແມ່ນຫຍັງ?

ແມ່ນຄໍານິຍາມໜຶ່ງທີ່ໃຊ້ເພື່ອຊີ້ບອກເຖິງສິ່ງວັດຖຸ ແລະ ປາກົດການທີ່ຄົນເຮົາຮົບຮູ້ກ່ຽວກັບ ໂລກພາວະວິໄສຕາມບັນດາທັດສະນະທີ່ແນ່ນອນໃດໜຶ່ງ.

ອ້າງອີງ: ຈາກ ປື້ມ ການເມືອງ

ການນໍາສະເໜີເພື່ອຕັດສິນໃຈແມ່ນຫຍັງ?

ການນໍາສະເໜີເພື່ອຕັດສິນໃຈ ແມ່ນການນໍາສະເໜີທີ່ຕ້ອງກຽມຂໍ້ມູນຢ່າງຮອບດ້ານ, ອາດຈະຕ້ອງວິເຄາະຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ (SWOT), ພ້ອມທັງສະເໜີ ແຜນທາງເລືອກ ຫຼື ຍຸດທະສາດຢູ່ໃນກອງປະຊຸມ ເພື່ອສາມາດຕັດສິນໃຈໄດ້ທັນທີ.

ອ້າງອີງ: ຈາກປື້ມ ການສືສານທາງທຸລະກິດ ປີ 2015

ການຂົນສົ່ງ ແມ່ນຫຍັງ?

ແມ່ນການລໍາລຽງ ຫຼື ເຄື່ອນຍ້າຍບຸກຄົນ ຫຼື ສິ່ງຂອງດ້ວຍເຄື່ອງມືອຸປະກອນການຂົນສົ່ງ ເຊິ່ງອຸປະກອນການຂົນສົ່ງນີ້ໝາຍເຖິງ:​ ຍານພາຫະນະທີ່ໃຊ້ໃນການຂົນສົ່ງ ລວມທັງເຄື່ອງລຸດຜ່ອນທຶນແຮງດ້ວຍ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ທຶນຂອງທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນມູນຄ່າເງິນຕາທີ່ທະນາຄານທຸລະກິດສ້າງຂຶ້ນເອງ ແລະ ທຶນລະດົມ ເພື່ອນໍາໃຊ້ເຂົ້າໃນການປ່ອຍກູ້, ລົງທຶນ ຫລື ໃຫ້ການບໍລິການຕ່າງໆຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ປຸ່ມ F8, F5 ແມ່ນຫຍັງ?

ເລື່ອນລາຍການຄໍາສັ່ງແບບວົນຮອບ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຄຸນສົມບັດຂອງຜູ້ໃຫ້ສໍາພາດ ມີຫຍັງແດ່?

1) ມີຄວາມຮູ້ດີໃນເລື່ອງທີ່ຈະໃຫ້ສໍາພາດ. 2) ຖືກຕາມເວລາ. 3) ມີທ່າທີກະຕືລືລົ້ນ. 4) ບໍ່ສະແດງທ່າທີເບື່ອໜ່າຍ. 5) ຖາມຄືນເມື່ອບໍ່ເຂົ້າໃຈຄໍາຖາມ. 6) ຕອບໃຫ້ກົງກັບປະເດັນ. 7) ບໍ່ຮຽກຮ້ອງຄ່າຕອບແທນ. 8) ບໍ່ສະແດງຄວາມອວດອົ່ງທະນົງຕົວ ຂົ່ມເພິ່ນຍໍໂຕ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ບໍລິສັດມະຫາຊົນ (Public Company) ແມ່ນຫຍັງ?

ໝາຍເຖິງບໍລິສັດທີ່ຈະຕ້ອງຈົດທະບຽນໃນ ຕະຫຼາດຫຼັກຊັບ ແລະ ລະດົມທຶນຈາກປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນຖືຫຸ້ນໄດ້ ບໍລິສັດປະເພດນີ້ ຕ້ອງມີການກຳນົດຈໍານວນຫຸ້ນຕໍ່າສຸດໄວ້ ແຕ່ບໍ່ກໍານົດຈໍານວນສູງສຸດ ແລະ ຫຸ້ນນີ້ສາມາດຊື້ຂາຍໃນຕະຫຼາດຫຸ້ນໄດ້.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມຮູ້ສຶກແມ່ນຫຍັງ?

ແມ່ນຮູູບການທໍາອິດຂອງການສ່ອງແສງຄວາມເປັນຈິງພາວະວິໄສ ເຂົ້າໃສ່ມັນສະໝອງຂອງຄົນເຮົາ, ໃນເມື່ອສິ່ງວັດຖຸ, ປາກົດການກະທົບໃສ່ອິນຊີຂອງຄົນເຮົາຜ່ານການເຄື່ອງໄຫວຂອງອິນຊີທັງຫ້າ ຄົນເຮົາຈຶ່ງເກີດມີຄວາມຮູ້ສຶກກ່ຽວກັບກິ່ນ, ສີສັນ, ລົດຊາດ, ສຽງ ແລະ ອື່ນໆ

ອ້າງອີງ: ຈາກ ປື້ມ ການເມືອງ

ປັດໄຈດ້ານສິ່ງແວດລ້ອມແມ່ນຫຍັງ?

ປັດໄຈດ້ານສິ່ງແວດລ້ອມ ແມ່ນແຮງຊຸກດັນຕ່າງໆທາງດ້ານນອກຂອງບໍລິສັດ ຊຶ່ງຢູ່ນອກເໜືອການຄວບຄຸມຂອງບໍລິສັດ ແຕ່ສາມາດສ້າງອິດທິພົນໃຫ້ແກ່ການປະຕິບັດງານຂອງອົງກອນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ອຸປະທານຂອງອຸດສາຫະກໍາທ່ອງທ່ຽວ ແມ່ນຫຍັງ?

ແມ່ນໝາຍເຖິງປະລິມານຂອງບໍລິການອຸດສາຫະກໍາການທ່ອງທ່ຽວທີ່ຜູ້ປະກອບການທຸລະກິດທ່ອງທ່ຽວເຕັມໃຈ ແລະ ສາມາດຂາຍໄດ້ໃນເວລາທີ່ກໍານົດໃຫ້ໃນລະດັບຕ່າງໆ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ທຶນຈົດທະບຽນ ແມ່ນຫຍັງ?

ແມ່ນທຶນທີ່ເປັນກຳມະສິດຂອງທະນາຄານ, ເປັນທຶນຈຳເປັນຕ້ອງມີເມື່ອສ້າງຕັ້ງ ທະນາຄານ, ທຶນຈົດທະບຽນອາດຈະເພີ່ມຂຶ້ນໃນການດໍາເນີນທຸລະກິດຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

Home ແມ່ນຫຍັງ?

ລວບລວມຄໍາສັ່ງທີ່ໃຊ້ຫຼາຍທີ່ສຸດ ເຊັ່ນ ການກັອບປີ້ ວາງຄີບອດ ການກໍາ ນົດຮູບແບບອັກສອນລັກສະນະໃຫ້ກັບເອກະສານ ກຸ່ມຄໍາສັ່ງ Edit (ຄົ້ນ/ ແທນທີ່) ເປັນຕົ້ນ.

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ຫ້າງຫຸ້ນສ່ວນ (Partnership) ແມ່ນຫຍັງ?

ໝາຍເຖິງທຸລະກິດທີ່ມີການລົງທຶນຕັ້ງແຕ່ 2 ເຈົ້າ ທຶນຂຶ້ນໄປ ໂດຍມີຊັດສ່ວນການລົງທຶນຕາມທີ່ຕົກລົງກັນ ແລະ ເມື່ອມີກຳໄລ ຫຼື ຂາດທຶນ ກໍແບ່ງກັນຮັບຜິດຊອບຕາມຊັດສ່ວນນັ້ນ ຫຼື ອາດຈະຕົກລົງກັນເປັນພິເສດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄວາມໝາຍຂອງຄໍາຮ້ອຍແກ້ວ ແມ່ນຫຍັງ?

ຄໍາຮ້ອຍແກ້ວ ແມ່ນຄໍາປະພັນທີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍ່ມີການບັງຄັບວ່າຕ້ອງມີການສໍາ ຜັດແຕ່ຢ່າງໃດເຊັ່ນ: ບົດຂ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ, ນິຫານ, ເລື່ອງສັ້ນ ແລະ ອື່ນໆ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 2 2011

ການຮັບຮູ້ແມ່ນຫຍັງ?

ແມ່ນໄລຍະຄວາມຮັບຮູ້ທີ່ເກີດຂຶ້ນບົນພື້ນຖານຄວາມຮູ້ສຶກ ມັນສ່ອງແສງເຖິງສິ່ງວັດຖຸຮອບດ້ານ ແລະ ລັກສະນະສະເພາະຂອງມັນ, ສ້າງເປັນຄວາມຮັບຮູ້ທີ່ເປັນເອກະພາບ ມັນລວບລວມເອົາທັງຄວາມຮູ້ສຶກ ແລະ ຄວາມຮັບຮູ້ໂດຍສະເພາະມັນໄດ້ປະກົດຕົວຂຶ້ນຢູ່ໃນຈິດສໍານຶກຂອງຄົນເຮົາ.

ອ້າງອີງ: ຈາກ ປື້ມ ການເມືອງ

ພາລະໜ້າທີ່ (duty) ແມ່ນຫຍັງ?

ພາລະໜ້າທີ່ (duty) ໝາຍເຖິງໜ້າວຽກອັນໜຶ່ງ ຫຼື ຫຼາຍກວ່າ ທີ່ປະກອບເປັນກິດຈະກຳອັນຕົ້ນຕໍ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທິວທັດ (Scenery) ແມ່ນຫຍັງ?

ທິວທັດທາງທໍາມະຊາດທີ່ສວຍງາມ ແລະ ແປກປະຫຼາດເປັນສິ່ງໜຶ່ງທີ່ດຶງດູດໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ແລະ ຢ້ຽມຊົມ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ທຶນທີ່ຖືວ່າມີເອງ ແມ່ນຫຍັງ?

ລວມມີທຶນບໍ່ໄດ້ນໍາໃຊ້ຊົ່ວຄາວຂອງທະນາຄານ. ນີ້ແມ່ນທຶນທີ່ມີເປົ້າໝາຍນໍາໃຊ້ໃນ ແຜນແຕ່ຍັງບໍ່ເຖິງກໍານົດນໍາໃຊ້. ຕົວຢ່າງ: ກໍາໄລທີ່ຍັງບໍ່ໄດ້ແບ່ງປັນ, ເງິນເດືອນຍັງບໍ່ເຖິງກໍານົດຈ່າຍ, ທຶນ ພັດທະນາແຕ່ລະຂະແໜງການແຕ່ຍັງບໍ່ໄດ້ນໍາໃຊ້, ເງິນຍ້ອງຍໍ, ເງິນສະຫວັດດີການ…

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

Insert ແມ່ນຫຍັງ?

ລວມຄໍາສັ່ງສໍາລັບເລືອກແທກວັດຖຸຕ່າງໆ ລົງໄຟລງານ ເຊັ່ນ ຮູບພາບ (Picture) ພາບຕັດ (ClipArt) ອັກສອນສິລະປະ (WorArt) ຕາຕະ ລາງ (Table) ໄດຣແກຼມ (Diagram) ລວມທັງສັນຍາລັກພິເສດຕ່າງໆ ເຊັ່ນ ຫົວເຈ້ຍຕີນເຈ້ຍ ສູດທາງຄະນິດສາດ ເປັນຕົ້ນ.

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລັດວິສາຫະກິດ (State Enterprises) ແມ່ນຫຍັງ?

ເປັນອົງກອນ, ບໍລິສັດ ຫຼື ຫ້າງຫຸ້ນສ່ວນ ນິຕິບຸກຄົນທີ່ລັດຖະບານມີຫຸ້ນສ່ວນຢູ່ບໍ່ໜ້ອຍກວ່າ 40 ສ່ວນຮ້ອຍ ຫຼື ອາດຈະທັງໝົດເຊັ່ນ: ການໄຟຟ້າ, ການນໍ້າປະປາ, ອົງການໂທລະສັບ ແລະ ການຂົນສົ່ງເປັນຕົ້ນ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ຄຸນສົມບັດຂອງຜູ້ສໍາພາດ ມີຫຍັງແດ່?

1) ມີຈຸດປະສົງຊັດເຈນ ກຽມຄໍາຖາມໃຫ້ຖືກຕາມຈຸດປະສົງ.
2) ມີມະນຸດສຳພັນດີ.
3) ມີບຸກຄະລິກກະພາບດີ ທັງການແຕ່ງກາຍ ແລະ ກິລິຍາທ່າທາງ.
4) ມີມາລະຍາດໃນການສົນທະນາທີ່ດີ.
5) ໃຊ້ພາສາທີ່ຊັດເຈນ ບໍ່ຍືດຍາວຄຸມເຄືອ.
6) ກົງກັບເວລາ (ຄວນໄປກ່ອນເວລາເລັກນ້ອຍ ແຕ່ເຂົ້າພົບກົງກັບເວລາ).
7) ກຽມຕົວມາກ່ອນຢ່າງດີໄດ້ແກ່:
– ຄວາມຮູ້ເລື່ອງທີ່ຈະສໍາພາດ.
– ອຸປະກອນທີ່ຕ້ອງໃຊ້ໃນການສໍາພາດ.
8) ຕ້ອງຂໍອະນຸຍາດລ່ວງໜ້າຖ້າຕ້ອງການອັດສຽງ ຫຼື ຖ່າຍທຳວິດີໂອ.
9) ບໍ່ຄວນເລັ່ງລັດ ຟ້າວຟັງໃນການຕອບຄໍາຖາມຂອງຜູ້ໃຫ້ສໍາພາດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ມະໂນພາບແມ່ນຫຍັງ?

ແມ່ນຄວາມຮັບຮູ້ລະດັບສູງ ຂອງການສ່ອງແສງທາງອະໄວຍະວະຄວາມຮູ້ສຶກ ນັ້ນແມ່ນການວາດພາບ, ການວາດພາບແມ່ນການສ່ອງແສງຄືນຮູບພາບ ຂອງສິ່ງວັດຖຸທີ່ໄດ້ຮັບຮູ້ມາແລ້ວ (ໄດ້ກະທົບມາແລ້ວ) ເຊິ່ງໃນຂະນະນັ້ນສິ່ງວັດຖຸດັ່ງກ່າວບໍ່ໄດ້ກະທົບຄືນອີກ, ແຕ່ຍ້ອນມີການວາດພາບຈິດສໍານຶກຂອງຄົນ.

ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມຮັບຜິດຊອບ (responsibility) ແມ່ນຫຍັງ?

ຄວາມຮັບຜິດຊອບ (responsibility) ແມ່ນພາລະໜ້າທີ່ອັນໜຶ່ງ ຫຼື ຫຼາຍກວ່າ ທີ່ບົ່ງບອກ ແລະ ຊີ້ແຈງເປົ້າໝາຍ ຫຼື ເຫດຜົນອັນຕົ້ນຕໍຂອງວຽກທີ່ໄດ້ຖືກຈັດຕັ້ງຂຶ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ສັດປ່າ ແລະ ພັນໄມ້ (Wildlife and flora) ແມ່ນຫຍັງ?

ສັດປ່າ ແລະ ພືດພັນໄມ້ກໍ່ເປັນສ່ວນໜຶ່ງຂອງຄວາມສວຍງາມຕາມທໍາມະຊາດທີ່ດຶງດູດນັກທ່ອງທ່ຽວໄດ້ຫຼາຍ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ຕາມສັນຍາ Basel (Basel Accord) ແມ່ນຫຍັງ?

ໂດຍແມ່ນຄະນະກຳມະການ Basel ທີ່ຄວບຄຸມການ ເຄື່ອນໄຫວຂອງທະນາຄານ (ຂຶ້ນກັບທະນາຄານເພື່ອການຊຳລະສະສາງ – BIS) ເປັນຜູ້ປະກາດໃຊ້, ທຶນຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

Page Layout ແມ່ນຫຍັງ?

ລວບລວມຄໍາສັ່ງສໍາລັບການກວດສອບຄວາມຖືກຕ້ອງຂອງເອກະສານ ເຊັ່ນ ການກວດສອບ ຄໍາສະກົດ ການຂຽນຂໍ້ຄວາມຄິດເຫັນລົງໃນເອກະສານ ປຽບທຽບເອກະສານຫຼາຍເວີຊັ່ນ ແລະ ການປ້ອງກັນເອກະສານ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ລາຍໄດ້ປະຊາຊາດ (National Income) ແມ່ນຫຍັງ?

ໝາຍເຖິງມູນຄ່າສິນຄ້າ ແລະ ການບໍລິການຕ່າງໆທີ່ປະຊາຊົນທັງປະເທດຜະລິດໄດ້ພາຍໃນ 1 ປີໂດຍລວມເຖິງຜົນກໍາໄລ, ຂາດທຶນ, ຄ່າຈ້າງ, ເງິນເດືອນເປັນຕົ້ນ, ລາຍໄດ້ຂອງລັດຖະບານ ທີ່ເປັນງົບປະມານປະຈຳປີເປັນ ສ່ວນໜຶ່ງຂອງລາຍໄດ້ປະຊາຊາດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ການກຽມຕົວສໍາພາດ ມີຫຍັງແດ່?

1) ນັດໝາຍໄວ້ລ່ວງໜ້າ ໂດຍແຈ້ງເລື່ອງ ວັນ ເວລາ.

2) ກຽມຫົວຂໍ້ເລື່ອງທີ່ຈະສໍາພາດຕາມລໍາດັບຈາກງ່າຍໄປຫາຍາກ.

3) ກຽມອຸປະກອນທີ່ຈໍາເປັນໃຫ້ພ້ອມ.

4) ກຽມສະຖານທີ່ໃຫ້ເໝາະສົມກັບຜູ້ໃຫ້ສໍາພາດ.

5) ສຶກສາຄວາມເປັນມາຂອງຜູ້ໃຫ້ສໍາພາດໄວ້ລ່ວງໜ້າ.

6) ບໍ່ຄວນໃຊ້ຄໍາຖາມນໍາ.

7) ການເລີ່ມຕົ້ນ ແລະ ການສິ້ນສຸດການສໍາພາດ.

8) ສະແດງຄວາມເຄົາລົບຕ້ອນຮັບທັກທາຍພໍສົມຄວນ.

9) ແນະນໍາຕົນເອງ.

10) ສ້າງຄວາມຄຸ້ນເຄີຍ.

11) ບໍ່ຄວນສໍາພາດດົນຈົນຜູ້ໃຫ້ສໍາພາດອຶດອັດ.

12) ເມື່ອຈົບການສໍາພາດສະແດງຄວາມຂອບໃຈ ແລະ ລາກັບ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ຈິນຕະນາການນາມມະທໍາແມ່ນຫຍັງ?

ແມ່ນບາດກ້າວຄວາມຮັບຮູ້ລະດັບສູງທີ່ເກີດຂຶ້ນ ໂດຍອີງໃສ່ຂໍ້ມູນທີ່ໄດ້ສະສົມໄວ້ໃນໄລຍະຄວາມຮັບຮູ້ທາງການສໍາພັດດ້ວຍອິນຊີ, ຈິນຕະນາການນາມມະທໍາມີ 3 ໄລຍະຄື: ຄວາມສໍານຶກ, ການສັນນິຖານ ແລະ ການສະຫຼຸບໄຕ່ຕອງ.

ອ້າງອີງ: ຈາກ ປື້ມ ການເມືອງ

ສະພາບພູມມິອາກາດ (Climate) ແມ່ນຫຍັງ?

ສະພາບພູມມິອາກາດໂດຍທົ່ວໄປເຊັ່ນ: ແສງແດດ, ສາຍລົມ, ອາກາດອົບອຸ່ນ ຫຼື ຫິມະຕັກໃນລະດູໝາວ ຕະຫຼອດຈົນລັກສະນະອາກາດທີ່ແຕກຕ່າງໄປຈາກຖິ່ນເດີມຂອງຕົນຈະເປັນສິ່ງທີ່ກໍ່ໃຫ້ເກີດການທ່ອງທ່ຽວຂຶ້ນມາໄດ້.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ສູນຊັບພະຍາກອນອາຊີບແມ່ນຫຍັງ?

ສູນຊັບພະຍາກອນອາຊີບ ແມ່ນບ່ອນຮີບໂຮມເອກກະສານຕ່າງໆກ່ຽວກັບການພັດທະນາອາຊີບ ເຊັ່ນ: ປຶ້ມຄູ່ມືກ່ຽວກັບວຽກ, ຂໍ້ມູນບໍລິສັດຕ່າງໆ ແລະ ວຽກທີ່ປະກາດໃນບໍລິສັດຕ່າງໆ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ທຶນຂັ້ນ 1 (Tier 1 Capital) ແມ່ນຫຍັງ?

ຍັງໄດ້ເອີ້ນອີກຊື່ໜຶ່ງວ່າທຶນມີເອງ (Core capital) ລວມມີເງິນ ຍ້ອງຍໍ, ທຶນຮຸ້ນສ່ວນນະໂຍບາຍໄລຍະຍາວ, ທຶນສ່ວນເກີນ, ກຳໄລຍັງບໍ່ທັນໄດ້ແບ່ງປັນ, ທຶນປ້ອງກັນຄວາມ ສ່ຽງລວມ, ທຶນປ້ອງກັນຄວາມສ່ຽງສິນເຊື່ອ. ດັ່ງນັ້ນ, ທຶນຂັ້ນ 1 ແມ່ນທຽບເທົ່າກັບທຶນມີເອງ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

Review ແມ່ນຫຍັງ?

ລວບລວມຄໍາສັ່ງສໍາລັບການກວດສອບຄວາມຖືກຕ້ອງຂອງເອກະສານ ເຊັ່ນ ການກວດສອບ ຄໍາສະກົດ ການຂຽນຂໍ້ຄວາມຄິດເຫັນລົງໃນເອກະສານ ປຽບທຽບເອກະສານຫຼາຍເວີຊັ່ນ ແລະ ການປ້ອງກັນເອກະສານ

ອ້າງອີງ: ຈາກ ປື້ມ ms office ປີ 2019 , ສະຖາບັນ ເຕັກໂນໂລຊີ ສຸດສະກະ

ເສດຖະກິດຕົກຕໍ່າ (Depression) ແມ່ນຫຍັງ?

ໝາຍເຖິງໄລຍະເວລາໜຶ່ງຂອງທຸລະກິດ ທີ່ການຜະລິດຕໍ່າທີ່ສຸດ, ມີການວ່າງງານສູງທີ່ສຸດ ແລະ ລາຄາສິນຄ້າຕໍ່າທີ່ສຸດ ເຮັດໃຫ້ສິນຄ້າທີ່ ຜະລິດແລ້ວຈໍາໜ່າຍບໍ່ໄດ້ ແລະ ລາຄາຂາຍໄດ້ວາງຕໍ່າກວ່າຕົ້ນທຶນ ພໍໃຫ້ໄດ້ເງິນຈໍານວນໜຶ່ງຄືນ, ໂຮງງານບາງແຫ່ງຕ້ອງປີດ ແລະ ບາງແຫ່ງຕ້ອງຫຼຸດການຜະລິດລົງ ເຊິ່ງເປັນສາເຫດໃຫ້ຄົນງານເກີດການວ່າງງານ ແລະ ປະຊາຊົນ ຫຼື ຜູ້ບໍລິໂພກມີກຳລັງຊື້ໜ້ອຍລົງ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 5 2014

ການສໍາພາດເພື່ອສະໝັກເຂົ້າເຮັດວຽກ ເພື່ອກຽມຕົວຕ້ອງເຮັດແນວໃດ?

1) ສຶກສາເລື່ອງຂອງບໍລິສັດ, ອົງການ ຫຼື ໜ່ວຍງານທີ່ສະໝັກ ຕະຫຼອດເຖິງໜ້າວຽກ ແລະ ຕຳແໜ່ງທີ່ສະໝັກ.

2) ກຽມຍຸກຄະລິກກະພາບໄດ້ແກ່: ການແຕ່ງກາຍ, ທ່າທາງການເວົ້າຈາໃຫ້ສຸພາບຮຽບຮ້ອຍ.

3) ໄປຮອດສະຖານທີ່ກ່ອນເວລາເລັກນ້ອຍ.

4) ທໍາຄວາມເຄົາລົບກໍາມະການທຸກຄົນ.

5) ບໍ່ນັ່ງກ່ອນໄດ້ຮັບອະນຸຍາດ.

6) ຕອບຄໍາຖາມຢ່າງຊັດເຈນ ໝັ້ນໃຈ ຍິ້ມແຍ້ມແຈ່ມໃສ ບໍ່ອວດອົ່ງຍົກຍ້ອງຕົນເອງ ໃຊ້ປະຕິພານໄຫວພິບໃນການຕອບຄໍາຖາມ.

7) ບໍ່ສະແດງອາການຫວາດຫວັ່ນຢ້ານກົວ.

8) ບໍ່ນິນທາ ວິພາກວິຈານໜ່ວຍງານເກົ່າ (ຖ້າເຄີຍເຮັດວຽກມາແລ້ວ) ຄວນບອກແຕ່ ພຽງວ່າຢາກເຮັດວຽກໃໝ່ ເພາະວຽກເກົ່າບໍ່ຖະນັດ.

9) ແລ້ວຈຶ່ງອອກຈາກຫ້ອງສໍາພາດ.

ອ້າງອີງ: ຈາກປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສືກສາ ປີທີ 6 2015

ປາກົດການທາງທໍາມະຊາດ (Natural Phenomenon) ແມ່ນຫຍັງ?

ເປັນລັກສະນະທີ່ເກີດຂຶ້ນເອງຕາມທໍາມະຊາດເຊັ່ນ: ການເກີດຝົນດາວຕົກ, ບັ້ງໄຟພະຍານາກ, ກົບກິນເດືອນເປັນຕົ້ນ.

ອ້າງອີງ: ຈາກປື້ມ ການບໍລິຫານການທ່ອງທ່ຽວ 2015

ການວາງແຜນຊັບພະຍາກອນມະນຸດ (ວຊມ) ແມ່ນຫຍັງ?

ວຊມ ຫຼື ການວາງແຜນຊັບພະຍາກອນມະນຸດ ແມ່ນການພະຍາກອນເຖິງຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດທີ່ຢູ່ໃນຂອບເຂດຂອງການເຄື່ອນໄຫວທາງດ້ານການວາງແຜນຍຸດທະສາດທາງດ້ານທຸລະກິດ.

ອ້າງອີງ: ຈາກປື້ມ ການບໍລິຫານຊັບພະຍາກອນມະນຸດ ປີ 2016

ຂະແໜງການເງີນ

Articles

ທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນວິສາຫະກິດທີ່ຖືກສ້າງຕັ້ງຂຶ້ນຕາມກົດໝາຍສະບັບນີ້ ຊຶ່ງດໍາເນີນ ທຸລະກິດທະນາຄານເປັນຕົ້ນ ການລະດົມເງິນຝາກເພື່ອສະໜອງສິນເຊື່ອ, ຊື້ – ຂາຍເງິນຕາຕ່າງປະເທດ, ໃຫ້ບໍລິການຊຳລະ ແລະ ລົງທຶນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານເປັນບ່ອນສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ ແມ່ນຫຍັງ?

ທຶນໄດ້ກຳເນີດເກີດຂື້ນຍ້ອນມີການສະສົມ, ການປະຢັດຂອງບຸກຄົນ, ວິສາຫະກິດ ແລະ ລັດຖະບານ ໃນພື້ນຖານເສດຖະກິດ. ສະນັ້ນ, ຢາກມີທຶນຫຼາຍຕ້ອງເພີ່ມລາຍໄດ້ແຫຼ່ງຊາດ, ລາຍໄດ້ບຸກຄົນ ແລະ ມີວິທີ ໃຊ້ຈ່າຍອັນສົມເຫດສົມຜົນ. ເພື່ອເພີ່ມລາຍໄດ້ແຫ່ງຊາດຕ້ອງເປີດກ້ວາງຂະໜາດການຜະລິດ ແລະ ລົງເລິກຂອງ ການຜະລິດສິນຄ້າທີ່ປະເພດມີທ່າແຮງ, ຊຸກຍູ້ຢ່າງແຂງແຮງຕໍ່ບັນດາຂະແໜງການຕ່າງໆໃນພື້ນຖານເສດຖະກິດ. ຍາກເຮັດໄດ້ຄືແນວນັ້ນມັນຈໍາເປັນຈະຕ້ອງມີທຶນ. ດ້ານອື່ນເມື່ອເສດຖະກິດຍິ່ງຂະຫຍາຍຕົວເທົ່າໃດກໍຈະພາໃຫ້ ມີຄວາມຕ້ອງການທຶນໃນຫລາຍຮູບແບບ ຊຶ່ງມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວຂອງທະນາຄານທຸລະ ກິດ. ທະນາຄານທຸລະກິດ ເປັນບ່ອນສະໜອງທຶນຕົ້ນຕໍໃຫ້ແກ່ການຜະລິດ ແລະ ທຸລະກິດສິນຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານແມ່ນຂົວຕໍ່ລະຫວ່າງວິສາຫະກິດກັບຕະຫຼາດ ແມ່ນຫຍັງ?

ຈາກ ໃນເງື່ອນໄຂເສດຖະກິດຕະຫຼາດ, ການເຄື່ອນໄຫວຂອງບັນດາວິສາຫະກິດ ໄດ້ຮັບຜົນສະທ້ອນຫລາຍ ບັນດາກົດເກນເສດຖະກິດ ເປັນຕົ້ນແມ່ນ ກົດເກນລາຄາ, ກົດເກນການສະໜອງ ແລະ ຄວາມຕ້ອງການ, ກົດເກນການແກ້ງແຍ່ງແຂ່ງຂັນ ແລະ ການຜະລິດບົນພື້ນຖານຄວາມຮ້ອງຕ້ອງການຂອງຕະຫຼາດ, ຕອບສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດໃນທຸກດ້ານເຊິ່ງສະແດງອອກຄື: ບໍ່ພຽງແຕ່ຕອບສະໜອງພຽງພໍກັບ ຄວາມຕ້ອງການທາງດ້ານລາຄາ, ຈໍານວນ, ຄຸນນະພາບ, ປະເພດສິນຄ້າເທົ່ານັ້ນ ແຕ່ຍັງຕ້ອງຕອບສະໜອງ ຢ່າງພຽງພໍທາງດ້ານເວລາ, ສະຖານທີ່. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃຫ້ດີທີ່ສຸດ ທະນາຄານບໍ່ພຽງແຕ່ຍົກສູງສະມັດຖະພາບແຮງງານແຕ່ຕ້ອງໄດ້ປັບປຸງກົນໄກຄຸ້ມຄອງໃຫ້ດີ. ນອກຈາກນັ້ນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານທຸລະກິດແມ່ນເຄື່ອງມືຂອງລັດເພື່ອດັດສົມການຄຸ້ມຄອງມະຫາພາກໃນພື້ນຖານ ແມ່ນຫຍັງ?

ໃນເງື່ອນໄຂຂອງເສດຖະກິດຕະຫລາດ, ທະນາຄານທຸລະກິດ ສະໜອງທຶນເພື່ອໃຫ້ວິສາຫະກິດທຳ ການຜະລິດໄດ້ຢ່າງເປັນປົກກະຕິ ໂດຍຜ່ານຜະລິດຕະພັນສິນເຊື່ອ ແລະ ການບໍລິການອື່ນ ສິ່ງດັ່ງກ່າວໄດ້ກ່າຍ ເປັນເປັນເຄື່ອງມືທີ່ແທ້ຈິງເພື່ອໃຫ້ລັດດັດສົມເສດຖະກິດມະຫາພາກ. ການເຄື່ອນໄຫວດ້ານສິນເຊື່ອ ແລະ ການຊຳລະສະສາງລະຫວ່າງທະນາຄານທຸລະກິດໃນລະບົບດ້ວຍກັນ, ບັນດາທະນາຄານທຸລະກິດ ໄດ້ປະກອບສ່ວນເປີດກ້ວາງ ປະລິມານເງິນທີ່ສະໜອງໃນຂອດຈໍລະຈອນ, ໂດຍຜ່ານການສະໜອງທາງດ້ານສິນເຊື່ອ ໃຫ້ແກ່ບັນດາຂະແໜງການຢູ່ໃນພື້ນຖານເສດຖະກິດ, ທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານທຸລະກິດແມ່ນຂົວຕໍ່ ລະຫວ່າງການເງິນແຫ່ງລັດ ກັບການເງິນສາກົນ ແມ່ນຫຍັງ?

ໃນພື້ນຖານເສດຖະກິດຕະຫຼາດ ເມື່ອການພົວພັນລະຫວ່າງສິນຄ້າ-ເງິນຕາ ນັບມື້ເປີດກ້ວາງເຮັດໃຫ້ ຄວາມຕ້ອງການທາງດ້ານການແລກປ່ຽນດ້ານເສດຖະກິດ-ສັງຄົມ ລະຫວ່າງປະເທດນັບມື້ນັບມີຄວາມຈໍາເປັນ ແລະ ຮີບຮ້ອນ. ດັ່ງນັ້ນ, ການພັດທະນາເສດຖະກິດຂອງແຕ່ລະປະເທດຍາມໃດກໍ່ຕິດພັນກັບການຂະຫຍາຍຕົວ ຂອງເສດຖະກິດໂລກ ແລະ ເປັນພາກສ່ວນໜຶ່ງປະກອບເປັນການຂະຫຍາຍຕົວດັ່ງກ່າວ. ສະນັ້ນ, ພື້ນຖານການ ເງິນຂອງແຕ່ລະປະເທດກໍ່ຕ້ອງເຊື່ອມໂຍມເຂົ້າກັບການເງິນສາກົນ, ດ້ວຍບົດບາດການດໍາເນີນທຸລະກິດຂອງ ທະນາຄານ ຈິ່ງເຮັດໃຫ້ທະນາຄານມີບົດບາດສຳຄັນທີ່ສຸດໃນການເຊື່ອມໂຍມດັ່ງກ່າວ, ວິຊາສະເພາະດ້ານທຸລະ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ສາຂາ ທະນາຄານ ແມ່ນຫຍັງ?

ການບໍລິຫານ ປ້ອງກັນ ຜູ້ລົງທຶນ: ຢູ່ໃນຫລາຍສະຖານທີ່ທີ່ກົດໝາຍອະນຸຍາດ, ທະນາຄານສາມາດສ້າງຕັ້ງສາຂາທະນາຄານ ເພື່ອໃຫ້ ບໍລິການຂົງເຂດໃດໜຶ່ງທີ່ມີການພັດທະນາຢ່າງໄວວາ ຫລື ຈະເຄື່ອນຍ້າຍໄປຂົງເຂດອື່ນທີ່ລູກຄ້າມາໃຫ້ບໍລິການ. ທັງໝົດການໃຫ້ບໍລິການຂອງທະນາຄານຈາກທີ່ຕັ້ງໃດໜຶ່ງເຊັນ: ສຳນັກງານໃຫຍ່, ສາຂາ ທະນາຄານ ຫລື ໃຊ້ ບໍລິການຜ່ານຕູ້ ATM, ຜ່ານເຄື່ອງຮູດ EDC, ໃຊ້ລົດບໍລິການເຄື່ອນທີ່…

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ໜ່ວຍບໍລິການ ແມ່ນຫຍັງ?

ໜ່ວຍບໍລິການແມ່ນໜຶ່ງໃນການບໍລິການຂອງທະນາຄານທີ່ມີມາແຕ່ດົນແລ້ວ ຊຶ່ງໄດ້ສະໜອງການ ບໍລິການທັງໝົດໃນຫ້ອງດຽວ. ເຖິງແນວກໍ່ຕາມ ສ່ວນໃດໜຶ່ງຂອງການບໍລິການ (ຮັບເງິນຝາກ, ຊຳລະແຊັກ) ໄດ້ ປະຕິບັດຢູ່ຫລາຍສະຖານທີ່ ໂດຍຜ່ານຕູ້ຖ່ອນເງິນ, ຝາກເງິນ ຊຶ່ງໄດ້ເຊື່ອມຕໍ່ກັບອິນເຕີເນັດຂອງທະນາຄານ. ປະຈຸບັນຮູບແບບນີ້ໄດ້ໃຫ້ບໍລິການໂດຍທົ່ວໄປໃນລະບົບທະນາຄານຂອງ ອາເມລິກາ. ຕົວຢ່າງ: ປີ 1996 ມີ ຫລາຍກວ່າ 3.200 ທະນາຄານ (ປະມານ 1/3 ຂອງຈໍານວນທັງໝົດ) ທີ່ໃຫ້ການບໍລິການໃຫ້ຄົບຖ້ວນທຽບກັບ 6.200 ທະນາຄານທີ່ມີ 1 ສາຂາຂຶ້ນໄປ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານຕົວແທນ ແມ່ນຫຍັງ?

ການຄົງຕົວຂອງທະນາຄານຂະໜາດນ້ອຍທີ່ມີຫລາຍຮູບແບບແຕກຕ່າງກັນ ຊຶ່ງກໍ່ໃຫ້ເກີດມີການພົວພັນ ລະຫວ່າງທະນາຄານ, ເພື່ອຮັບປະກັນການສະໜອງບໍລິການການເງິນໃຫ້ແກ່ລູກຄ້າຢູ່ທ້ອງຖິ່ນຢ່າງທົ່ວເຖິງ. ຄວາມຕ້ອງການດັ່ງກ່າວແມ່ນໄດ້ເກີດຂຶ້ນເມື່ອ ແຊັກ “Cheque” ໄດ້ກາຍເປັນພາຫະນະຊຳລະສະສາງ ການຊື້ – ຂາຍສິນຄ້າ ແລະ ການບໍລິການ. ຜູ້ຝາກເງິນສາມາດນໍາໃຊ້ “ແຊັກ” ເພື່ອຊຳລະການຊື້ສິນຄ້າຢູ່ໃນທ້ອງຖິ່ນອື່ນ. ການຮັບ “ແຊັກ” ລະຫວ່າງທະນາຄານດ້ວຍກັນໄດ້ຮັບການພັດທະນາ ຊຶ່ງເງິນໄດ້ເຄື່ອນຍ້າຍຈາກທະນາຄານທີ່ຜູ້ ຝາກເງິນໄປຍັງທະນາຄານທີ່ຮັບ “ແຊັກ” ລະບົບດັ່ງກ່າວໄດ້ກ້າວເປັນລະບົບທີ່ມີປະສິດທິພາບ ແລະ ເຮັດໃຫ້ ບັນດາທະນາຄານເຂົ້າຮ່ວມມີຜົນປະໂຫຍດຮ່ວມກັນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານທຸລະກິດຫລາຍຂະແໜງ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດໃນທຸກດ້ານເຊັ່ນ: ທະນາຄານໃຫ້ກູ້ຢືມໄລຍະສັ້ນ, ໄລຍະຍາວ, ເອກະສານມີຄ່າ, ຮັບເງິນຝາກທຸກປະເພດ ດຳເນີນການທຸກບໍລິການທີ່ມີການພົວພັນເຖິງການເຄື່ອນໄຫວຂອງ ທະນາຄານ… ປະເພດຂອງທະນາຄານນີ້ມີຫລາຍຮູບແບບເຊັ່ນ: ທະນາຄານເອກະຊົນ (ກຳມະສິດຂອງຄອບຄົວ ກຳມະສິດສ່ວນບຸກຄົນ, ກຳມະສິດຫຸ່ນສ່ວນ), ທະນາຄານທຸລະກິດລັດ (ເປັນກຳມະສິດຂອງລັດ). ມີທະນາຄານ ຢູ່ໃນລະດັບສາກົນ ແຕ່ກໍ່ມີບາງທະນາຄານທີ່ມີລັກສະນະເຂດແຄ້ວນໃດໜຶ່ງ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານທຸລະກິດສະເພາະກິດ ແມ່ນຫຍັງ?

ກົງກັນຂ້າມກັບທະນາຄານຫຼາຍຂະແໜງ ທະນາຄານທຸລະກິດສະເພາະດໍາເນີນທຸລະກິດໃນຂະແໜງໃດ ໜຶ່ງ ຫລື ບາງໜ້າທີ່ຂ້ອງຂອງທະນາຄານເທົ່ານັ້ນ. ຢູ່ບາງປະເທດ, ຍ້ອນມີຄວາມຈໍາກັດທາງດ້ານກົດໝາຍທີ່ຫ້າມ ປອຍກູ້ເພື່ອການບໍລິໂພກ ແລະ ດຳເນີນທຸລະກິດໃນຂະແໜງອື່ນ… ຈຸດພິເສດພື້ນຖານຂອງທະນາຄານເຫຼົ່ານີ້ແມ່ນ: ຂອບເຂດການເຄື່ອນໄຫວຈຳກັດ, ດຳເນີນທຸລະກິດ ລົງເລິກໃນຂະແໜງໃດໜຶ່ງເທົ່ານັ້ນ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານທີ່ເຮັດໜ້າທີ່ຂາຍຍົກ ແມ່ນຫຍັງ?

ທະນາຄານຂາຍຍົກ ແມ່ນທະນາຄານທີ່ມີການເຄື່ອນໄຫວປ່ອຍກູ້ສໍາລັບລູກຄ້າລາຍໃຫຍ່. ຈຸດພິເສດ ຂອງທະນາຄານຂາຍຍົກສະແດງອອກຄື: ຂອບເຂດການເຄື່ອນໄຫວຂອງທະນາຄານບໍ່ກວ້າງ ແຕ່ມູນຄ່າການປ່ອຍກູ້ຫລາຍ, ການເຄື່ອນຂອງທະນາຄານຂາຍຍົກສ່ວນຫລວງຫລາຍເຄີຍລວມສູນຢູ່ເຂດຕົວເມືອງທີ່ມີການຄ້າ ຂະຫຍາຍຕົວສູງ. ດັ່ງນັ້ນທຶນການເຄື່ອນໄຫວຂອງທະນາຄານຂາຍຍົກຈິງມີຈໍານວນຫລາຍ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທະນາຄານເຮັດໜ້າທີ່ຂາຍຍ່ອຍ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດກັບລູກຄ້າທີ່ເຮັດທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ລູກຄ້າ ເອກະຊົນ. ຈຸດພິເສດຂອງທະນາຄານນີ້ແມ່ນໃຫ້ບໍລິການລູກຄ້າເປັນຈຳນວນຫລາຍ ແຕ່ວົງເງິນປ່ອຍກູ້ບໍ່ຫລາຍ, ຂອບເຂດການເຄື່ອນໄຫວ ແລະ ໂຄງປະກອບການຈັດຕັ້ງຂອງທະນາຄານໃຫຍ່ໂຕ, ທຶນຂອງທະນາຄານມີ ລັກສະນະບໍ່ລວມສູນຍ້ອນລູກຄ້າທີ່ມາໃຊ້ບໍລິການມີຫລາຍປະເພດຕ່າງກັນ. ການເຄື່ອນໄຫວຂອງທຶນປົກກະຕິ ແລ້ວແມ່ນໜ້ອຍ ແລະ ມີລັກສະນະບໍ່ໝັ້ນທ່ຽງປານໃດ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານສິນເຊື່ອ ແມ່ນຫຍັງ?

ໂດຍທົ່ວໄປຜູ້ບໍລິຫານທະນາຄານຈະເລີ່ມຕົ້ນອາຊີບຈາກການເປັນພະນັກງານຮັບ ແລະ ຄົ້ນຄວ້າ ເອກະສານຂໍກູ້ຢືມຂອງຫົວໜ່ວຍທຸລະກິດ ແລະ ຄົວເຮືອນ, ພະນັກງານສິນເຊື່ອໄດ້ພົວພັນກັບລູກຄ້າໂດຍກົງ, ໃຫ້ຄໍາແນະນໍາ, ໃຫ້ຄໍາປຶກສາ, ຕິດຕາມບ້ວງເງິນປ່ອຍກູ້ ພ້ອມທັງພັດທະນາການບໍລິການຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື: ຄອມພີວເຕີ, ຕູ້ ATM … ພະນັກງານຮັບຜິດຊອບການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານຕ້ອງມີຄວາມຮູ້ກ່ຽວກັບຫລັກການດຳເນີນທຸລະກິດ, ບໍລິຫານການ ເງິນ, ບໍລິຫານຂໍມູນ ແລະ ມີຄວາມສາມາດຕິດຕໍ່ພົວພັນບັນດາລູກຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານຊ່ຽວຊານສິນເຊື່ອ ແມ່ນຫຍັງ?

ໃນສະພາບເສດຖະກິດນັບມື້ນັບມີຄວາມສັບສົນ ແລະ ເງິນກູ້ສໍາລັບວິສາຫະກິດ ແລະ ຜູ້ບໍລິໂພກທີ່ມີ ທ່າອ່ຽງຄວາມສ່ຽງຫລາຍຂຶ້ນ ມັນຮຽກຮ້ອງໃຫ້ທະນາຄານຕ້ອງໄດ້ພັດທະນາການບໍລິການ ແລະ ວິຊາສະເພາະ ຢ່າງເລິກເຊິ່ງເພື່ອຄົ້ນຫາສາເຫດຂອງເງິນກູ້ແຕ່ລະກໍລະນີທີ່ມີຄວາມສ່ຽງ ພ້ອມທັງສະເໜີວິທີການໃນການເກັບໜີ້ ຄືນ. ນີ້ແມ່ນພະນັກງານທີ່ມີຄວາມຮູ້ເລິກເຊິ່ງກ່ຽວກັບບັນຊີ, ວິເຄາະບົດລາຍງານການເງິນ, ກົດໝາຍທຸລະກິດ, ເສດຖະສາດ ແລະ ມີຄວາມສາມາດໃນການພົວພັນ, ເຈລະຈາທີ່ດີ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື: ຄອມພີວເຕີ, ຕູ້ ATM … ພະນັກງານຮັບຜິດຊອບການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານຕ້ອງມີຄວາມຮູ້ກ່ຽວກັບຫລັກການດຳເນີນທຸລະກິດ, ບໍລິຫານການ ເງິນ, ບໍລິຫານຂໍມູນ ແລະ ມີຄວາມສາມາດຕິດຕໍ່ພົວພັນບັນດາລູກຄ້າ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານບໍລິຫານສາຂາ ແມ່ນຫຍັງ?

ທະນາຄານທີ່ມີສາຂາຢ່າງກວ້າງຂວາງ ຕ້ອງມີຜູ້ບໍລິຫານສາຂາຢ່າງຄົບຖວັນ. ຜູ້ບໍລິຫານສາຂາຕ້ອງໄດ້ ຊອກຫາລູກຄ້າໃໝ່ໃຫ້ຫລາຍຂຶ້ນ ພ້ອມທັງຕອບສະໜອງຄວາມຕ້ອງການກູ້ຢືມຂອງລູກຄ້າ ແລະ ບຸກລະດົມ ພະນັກງານໃນການນໍາສະເໜີຂໍ້ມູນທີ່ດີ ແລະ ເປັນປະໂຫຍດຂອງທະນາຄານ ເພື່ອໃຫ້ລູກຄ້າມີຄວາມໄວ້ວາງໃຈ ຕໍ່ທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານວິເຄາະລະບົບ ແມ່ນຫຍັງ?

ເປັນພະນັກງານທີ່ມີຄວາມຮູ້, ຄວາມຊຳນານດ້ານຄອມພິວເຕີ ຊຶ່ງເຮັດວຽກກັບຜູ້ບໍລິຫານ ແລະ ພະນັກງານທຸກພາກສ່ວນ, ນໍາເອົາບັນຫາຕ່າງໆຈາກການສະເໜີຂອງແຕ່ລະພາກສ່ວນມາຂຽນໂປຼແກຼມເພື່ອຮັບ ໃຊ້ວຽກງານ, ພະນັກງານວິເຄາະລະບົບເປັນຂົວຕໍ່ລະຫວ່າງທະນາຄານກັບຜູ້ພັດທະນາໂປຼແກຼມ ເພື່ອເຮັດໃຫ້ ຄອມພີວເຕີກາຍເປັນເຄື່ອງມືປະຕິບັດວຽກງານຢ່າງມີປະສິດທິພາບ. ພະນັກງານວິເຄາະລະບົບຕ້ອງໄດ້ມີຄວາມ ຮູ້ເລິກເຊິ່ງກ່ຽວກັບຂຽນໂປຼແກຼມ ແລະ ເຂົ້າຮ່ວມຂະບວນການແກ້ໄຂບັນຫາໃນການດໍາເນີນທຸລະກິດ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານບັນຊີ ແລະ ກວດສອບບັນຊີ ແມ່ນຫຍັງ?

ເປັນຜູ້ຕິດຕາມແຫລ່ງລາຍຮັບ ແລະ ລາຍຈ່າຍຂອງທະນາຄານ, ຕິດຕາມຖານະການເງິນຂອງ ທະນາຄານ, ພະນັກງານບັນຊີ ແລະ ກວດສອບບັນຊີ ນີ້ແມ່ນໜ້າວຽກສໍາຄັນທີ່ສຸດຂອງທະນາຄານ ເພາະມັນ ຊ່ວຍໃຫ້ທະນາຄານມີການປ້ອງກັນການໃຊ້ຈ່າຍຜິດພາດ ຫລື ສູນເສຍ. ໜ້າວຽກສໍາຄັນດັ່ງກ່າວນີ້ ພະນັກງານຜູ້ ທີ່ຈະຮັບຜິດຊອບໄດ້ໄດ້ຜ່ານການຮຽນຮູ້ວິຊາບັນຊີ ແລະ ກວດສອບບັນຊີຢ່າງເລິກເຊິ່ງ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານວິເຄາະການເງິນ ແມ່ນຫຍັງ?

ເປັນຜູ້ທີ່ເຮັດວຽກໂດຍປະສານສົມທົບກັບພາກສ່ວນກວດສອບບັນຊີ ແລະ ພາກສ່ວນແຜນການຂອງ ທະນາຄານ ຊຶ່ງເປັນຜູ້ຄົ້ນຫາບັນຫາຄ້າງຄາຂອງທະນາຄານເພື່ອນໍາໄປປັບປຸງ ແລະ ຊອກໂອກາດທີ່ອຳນວຍ ຄວາມສະດວກໃນການດຳເນີນທຸລະກິດໃຫ້ແກ່ທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານໃຫ້ຄໍາປຶກສາ ແມ່ນຫຍັງ?

ຊ່ວຍບຸກຄົນ ຫລື ຄົວເຮືອນໃຫ້ເຂົ້າໃຈໃນການບໍລິການຂອງທະນາຄານເຊັ່ນ: ໜັງສືຂໍກູ້ ຢືມ, ໂຄສະນາຜະລິດຕະພັນເງິນກູ້ເພື່ອການບໍລິໂພກໃຫ້ແກ່ລູກຄ້າ, ໃຫ້ຄໍາແນະນໍາແກ່ລູກຄ້າ. ພະນັກງານ ຮັບຜິດຊອບວຽກນີ້ຕ້ອງມີຄວາມຮູ້ດ້ານການປະຊາສຳພັນເປັນຢ່າງດີ ແລະ ເຂົ້າໃຈດີກ່ຽວກັບການບໍລິການຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານບໍລິການ ແມ່ນຫຍັງ?

ເປັນຜູ້ໃຫ້ບໍລິການລູກຄ້າຢ່າງເປັນປົກກະຕິເຊັນ: ການຮັບເງິນຝາກ, ຮັບຖອນເງິນ ແລະ ໃຫ້ຂໍ້ມູນກ່ຽວ ກັບທະນາຄານ, ພະນັກງານຕ້ອງໄດ້ຄັດແຍກ ແລະ ຮັບໃບບິນ, ກວດກາການຂຽນຟອມຂອງລູກຄ້າ ພ້ອມທັງ ກວດກາເງິນໃນຄັງຢ່າງໜ້ອຍ 1 ຄັ້ງຕໍ່ວັນ, ມີຄວາມເຂົ້າໃຈກ່ຽວກັບພະແນກອື່ນຂອງທະນາຄານ ແລະ ລາຍການ ຜະລິດຕະພັນໃຫ້ບໍລິການຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ພະນັກງານການຕະຫລາດ ແມ່ນຫຍັງ?

ປະຈຸບັນມີການແຂ່ງຂັນສູງ, ບັນດາທະນາຄານມີຄວາມຕ້ອງການພັດທະນາຜະລິດຕະພັນໃໝ່ ແລະ ເພີ່ມທະວີການໃຫ້ບໍລິການຜະລິດຕະພັນທີ່ມີຢູ່ ຊຶ່ງໜ້າວຽກດັ່ງກ່າວແມ່ນຂຶ້ນກັບພະແນກການຕະຫລາດ, ໜ້າ ວຽກທີ່ສໍາຄັນດັ່ງກ່າວນີ້ພະນັກງານຕ້ອງມີຄວາມຮູ້ກ່ຽວກັບການຜະລິດ, ຂາຍສິນຄ້າ ແລະ ໃຫ້ການບໍລິການ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ການເຄື່ອນໄຫວທຸລະກິດທະນາຄານ, ແຫລ່ງທຶນ ແມ່ນຫຍັງ?

ແມ່ນມີບົດບາດສຳຄັນໃນການຕັດສິນຊີ້ຂາດໃນການ ດຳເນີນທຸລະກິດ. ສະນັ້ນ, ເມື່ອຄົ້ນຄວ້າດ້ານແຫລ່ງທຶນຂອງທະນາຄານທຸລະກິດຕ້ອງໄດ້ເອົາໃຈໃສ່ບາງເນື້ອໃນ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທຶນຂອງທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນມູນຄ່າເງິນຕາທີ່ທະນາຄານທຸລະກິດສ້າງຂຶ້ນເອງ ແລະ ທຶນລະດົມ ເພື່ອນໍາໃຊ້ເຂົ້າໃນການປ່ອຍກູ້, ລົງທຶນ ຫລື ໃຫ້ການບໍລິການຕ່າງໆຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທຶນຈົດທະບຽນ ແມ່ນຫຍັງ?

ແມ່ນທຶນທີ່ເປັນກຳມະສິດຂອງທະນາຄານ, ເປັນທຶນຈຳເປັນຕ້ອງມີເມື່ອສ້າງຕັ້ງ ທະນາຄານ, ທຶນຈົດທະບຽນອາດຈະເພີ່ມຂຶ້ນໃນການດໍາເນີນທຸລະກິດຂອງທະນາຄານ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທຶນທີ່ຖືວ່າມີເອງ ແມ່ນຫຍັງ?

ລວມມີທຶນບໍ່ໄດ້ນໍາໃຊ້ຊົ່ວຄາວຂອງທະນາຄານ. ນີ້ແມ່ນທຶນທີ່ມີເປົ້າໝາຍນໍາໃຊ້ໃນ ແຜນແຕ່ຍັງບໍ່ເຖິງກໍານົດນໍາໃຊ້. ຕົວຢ່າງ: ກໍາໄລທີ່ຍັງບໍ່ໄດ້ແບ່ງປັນ, ເງິນເດືອນຍັງບໍ່ເຖິງກໍານົດຈ່າຍ, ທຶນ ພັດທະນາແຕ່ລະຂະແໜງການແຕ່ຍັງບໍ່ໄດ້ນໍາໃຊ້, ເງິນຍ້ອງຍໍ, ເງິນສະຫວັດດີການ…

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ຕາມສັນຍາ Basel (Basel Accord) ແມ່ນຫຍັງ?

ໂດຍແມ່ນຄະນະກຳມະການ Basel ທີ່ຄວບຄຸມການ ເຄື່ອນໄຫວຂອງທະນາຄານ (ຂຶ້ນກັບທະນາຄານເພື່ອການຊຳລະສະສາງ – BIS) ເປັນຜູ້ປະກາດໃຊ້, ທຶນຂອງທະນາຄານ

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທຶນຂັ້ນ 1 (Tier 1 Capital) ແມ່ນຫຍັງ?

ຍັງໄດ້ເອີ້ນອີກຊື່ໜຶ່ງວ່າທຶນມີເອງ (Core capital) ລວມມີເງິນ ຍ້ອງຍໍ, ທຶນຮຸ້ນສ່ວນນະໂຍບາຍໄລຍະຍາວ, ທຶນສ່ວນເກີນ, ກຳໄລຍັງບໍ່ທັນໄດ້ແບ່ງປັນ, ທຶນປ້ອງກັນຄວາມ ສ່ຽງລວມ, ທຶນປ້ອງກັນຄວາມສ່ຽງສິນເຊື່ອ. ດັ່ງນັ້ນ, ທຶນຂັ້ນ 1 ແມ່ນທຽບເທົ່າກັບທຶນມີເອງ.

ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ 2018

ທຶນຂັ້ນ 2 (Tier 2 Capital) ແມ່ນຫຍັງ?

ໄດ້ເອີ້ນວ່າ: ທຶນມີເອງເພີ່ມເຕີມ (Supplymentary capital) ລວມມີທຶນຮຸ້ນສ່ວນນະໂຍບາຍມີກຳນົດ, ພັນທະບັດ, ໃບຢັ້ງຢືນໜີ້. ເຖິງແນວໃດກໍ່ຕາມ, ທຶນຂັ້ນສອງຈະບັນລຸ ເຖິງຈຸດສູງສຸດບໍ່ເກີນ 50% ຂອງທຶນມີເອງ. ຍິ່ງໄປກວ່ານັ້ນ, ບັນດາຜະລິດຕະພັນການເງິນໃນທຶນມີເອງເພິ່ມ ເຕີມຕ້ອງໄດ້ກໍາຈັດອອກຈາກທຶນມີເອງຂອງທະນາຄານເມື່ອເຖິງກຳນົດ. ດັ່ງນັ້ນ, ທຶນມີເອງເພີ່ມເຕີມຈະກວ້າງ

ສັນຍາ Basel ແມ່ນຫຍັງ?

ທຶນລະດົມ ແມ່ນຫຍັງ?

ໃນເນື້ອແທ້ແລ້ວມັນແມ່ນຊັບສົມບັດຂອງຜູ້ຝາກທີ່ແຕກຕ່າງກັນ. ທະນາຄານມີສິດນຳໃຊ້ ເທົ່ານັ້ນ ແຕ່ບໍ່ມີສິດເປັນເຈົ້າຂອງ ແລະ ຍັງມີຄວາມຮັບຜິດຊອບໃນການຊຳລະຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ຜູ້ ຝາກເມື່ອເຖິງກຳນົດ (ເງິນຝາກມີກຳນົດ) ຫລື ໃນເມື່ອຜູ້ຝາກມີຄວາມຕ້ອງການຖອນເງິນ (ເງິນຝາກບໍ່ມີກຳນົດ). ທຶນ ລະດົມມີບົດບາດສຳຄັນສໍາລັບທຸກການເຄື່ອນໄຫວຂອງທະນາຄານທຸລະກິດ.

ເງິນຝາກກະແສລາຍວັນ ແມ່ນຫຍັງ?

ແມ່ນເງິນຝາກທີ່ບໍ່ມີກຳນົດກ່ອນອື່ນໝົດແມ່ນໄດ້ນໍາໃຊ້ເຂົ້າໃນການຊຳລະ ສະສາງເພື່ອຮັບປະກັນຄວາມປອດໄພ ແລະ ສ້າງຄວາມສະດວກໃຫ້ແກ່ການຊື້ສິນຄ້າ, ການບໍລິການ ແລະ ບ້ວງ ລາຍຈ່າຍອື່ນໆ ທີ່ ເກີດຂຶ້ນຈາກການດຳເນີນທຸລະກິດຕາມປົກກະຕິ. ເງິນຝາກກະແສລາຍວັນເຄີຍໄດ້ຮັບການເກັບຮັກສາຢູ່ທະນາຄານ ເຊິ່ງມີ 2 ປະເພດບັນຊີຄື: ບັນຊີເງິນຝາກກະແສລາຍວັນ ແລະ ບັນຊິລໍຖ້າ

ເງິນຝາກບໍ່ມີກຳນົດ ແມ່ນຫຍັງ?

ເງິນຝາກມີກຳນົດ ແມ່ນຫຍັງ?

ເງິນຝາກມີກຳນົດແມ່ນປະເພດເງິນຝາກທີ່ມີການຕົກລົງກັນ ລະຫວ່າງລູກຄ້າກັບທະນາຄານ ໃນການ ຖອນເງິນຄືນ. ສ່ວນຫລາຍແຫລ່ງທຶນເງິນຝາກນີ້ແມ່ນມາຈາກການສະສົມ. ສະນັ້ນ, ທາດແທ້ຂອງເງິນຝາກນີ້ ແມ່ນຝາກໄວ້ເພື່ອໄດ້ຮັບຜົນຕອບແທນຈາກດອກເບ້ຍ. ທະນາຄານທຸລະກິດຕ່າງໆຈະໄດ້ຮັບເງິນຝາກດັ່ງກ່າວນີ້ ລວມມີ 2 ປະເພດຄື: ເງິນຝາກມີກຳນົດ ແລະ ເງິນຝາກເຕືອນກ່ອນຖອນ “ໝາຍຄວາມວ່າເມື່ອຕ້ອງການຖອນ ຕ້ອງແຈ້ງລ່ວງໜ້າກ່ອນ” ໂດຍພື້ນຖານແລ້ວ ເງິນຝາກມີກຳນົດບໍ່ໄດ້ນໍາໃຊ້ເຂົ້າໃນການຊຳລະສະສາງຄືກັບບັນຊີເງິນຝາກກະແສລາຍວັນ ແລະ ມີກຳນົດເວລາການຝາກທີ່ຍາວ, ອັດຕາດອກເບັ້ຍສູງ.

ເງິນຝາກປະຢັດ ແມ່ນຫຍັງ?

ທາງດ້ານທາດແທ້ເງິນຝາກປະຢັດແມ່ນສ່ວນໜຶ່ງ ຂອງລາຍຮັບສ່ວນບຸກຄົນຊາວຜູ້ອອກແຮງງານຊຶ່ງເຂົາ ເຈົ້າບໍ່ທັນໄດ້ນໍາໃຊ້. ເຂົາຈະຝາກເຂົ້າທະນາຄານເພື່ອຈຸດປະສົງສະສົມທຶນ, ຮັກສາຄວາມປອດໄພ ແລະ ມີລາຍຮັບສ່ວນໃດໜຶ່ງຈາກເງິນປະຢັດ.

ເງິນຝາກປະຢັດບໍ່ມີກຳນົດ ແມ່ນຫຍັງ?

ແມ່ນເງິນຝາກປະຢັດທີ່ສາມາດຖອນອອກໃນເວລາໃດກໍ່ໄດ້ ແລະ ກໍ່ບໍ່ ໄດ້ນໍາໃຊ້ເຂົ້າໃນການຊຳລະສະສາງໃຫ້ຜູ້ອື່ນ.

ເງິນຝາກປະຢັດມີກຳນົດ ແມ່ນຫຍັງ?

ແມ່ນເງິນຝາກປະຢັດທີ່ມີການຕົກລົງກັນກ່ຽວກັບໄລຍະເວລາການຝາກ, ການຖອນ ແລະ ອັດຕາດອກເບັ້ຍສູງກ່ວາປະເພດເງິນຝາກປະຢັດບໍ່ມີກຳນົດ

ທຶນໃຫ້ກູ້ຢືມໄລຍະສັ້ນເພື່ອເພີ່ມເຕີມ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານທຸລະກິດຂໍກູ້ຢືມເພື່ອເພີ່ມທຶນ ໄລຍະສັ້ນຂອງຕົນ. ຮູບການກູ້ຢືມນີ້ ທະນາຄານທຸລະກິດສາມາດປະຕິບັດໃນແຕ່ຂອບເຂດສິນເຊື່ອ ແລະ ເພດານສິນເຊື່ອທີ່ໄດ້ຕົກລົງກັນເທົ່ານັ້ນ.

ທຶນກູ້ຢືມເພື່ອຊຳລະສະສາງ ແມ່ນຫຍັງ?

ບັນດາທະນາຄານທຸລະກິດ ກູ້ຢືມຈາກທະນາຄານກາງເພື່ອຊຳລະສະ ສາງລະຫວ່າງທະນາຄານດ້ວຍກັນໃນໄລຍະຊົ່ວຄາວ (ໄລຍະເວລາທີ່ກູ້ຢືມສັ້ນ).

ການໃຫ້ກູ້ຢືມທຶນເພື່ອປະກອບທຶນຄືນໃໝ່ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານກາງໃຫ້ທະນາຄານທຸລະກິດ ກູ້ຢືມ ໂດຍຖືເອົາເອກະສານທີ່ມີຄ່າມາຄໍ້າປະກັນ, ບັນດາເອກະສານເຫລົ່ານີ້ຈະຕ້ອງມີຄຸນນະພາບ ແລະ ເງື່ອນ ໄຂຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດ, ຮັບປະກັນຄວາມປອດໄພ, ບໍ່ມີຄວາມສ່ຽງ. ການໃຫ້ກູ້ຢືມເພື່ອ

ຮັບຊ່ວງຊື້ຫຼຸດ ແມ່ນຫຍັງ?

ທະນາຄານກາງຮັບຊື້ເອກະສານມີຄ່າຈາກທະນາຄານທຸລະກິດເພື່ອເປັນການ ສະໜອງທຶນໃຫ້ແກ່ທະນາຄານທຸລະກິດຕາມວົງເງິນທີ່ອະນຸມັດ.

ການໃຫ້ກູ້ຢືມແບບມີການຄໍ້າປະກັນ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານທຸລະກິດນໍາເອົາບັນດາເອກະສານ ທີ່ມີຄ່າມາໃຫ້ທະນາຄານກາງເປັນຫລັກຊັບເພື່ອມາຄໍ້າປະກັນໃນການຂໍກູ້ຢືມທຶນ. ອີງໃສ່ມູນຄ່າຂອງເອກະສານ ມີຄ່າ ຫລື ນໍາມາຄໍ້າປະກັນນັ້ນ, ທະນາຄານກາງຈະໃຫ້ກູ້ຕາມລະບຽບການຄຸ້ມຄອງຂອງລັດ.

ກູ້ຢືມໄລຍະສັ້ນຈາກການຈັດຕັ້ງສິນເຊື່ອອື່ນ ແມ່ນຫຍັງ?

ຈຸດປະສົງຂອງການກູ້ຢືມເງິນນີ້ເພື່ອຈຸດປະສົງຮັບປະກັນໃຫ້ເງິນແຮຝາກບັງຄັບຕາມການກໍານົດຂອງ ທະນາຄານກາງ. ໃນຂະບວນການເຄື່ອນໄຫວ, ມີບາງວັນທະນາຄານທຸລະກິດໃຫ້ກູ້ຢືມຫລາຍເກີນໄປເຮັດໃຫ້ ເງິນສຳຮອງທີ່ຝາກໄວ້ຢູ່ທະນາຄານກາງຂາດແຄນ ແລະ ໃນເວລາດຽວກັນນັ້ນມີທະນາຄານທຸລະກິດອື່ນພັດມີ ເງິນສໍາຮອງທີ່ຝາກໄວ້ຢູ່ທະນາຄານກາງຊ້ຳພັດເຫລືອ. ເພື່ອຮັບປະກັນເງິນແຮຝາກບັງຄັບຕາມກຳນົດຂອງ

ກູ້ຢືມຈາກບໍລິສັດເງິນທຶນ ແມ່ນຫຍັງ?

ກູ້ຢືມໄລຍະສັ້ນດ້ວຍສັນຍາຊື້ຄືນ: ສັນຍາຊື້ຄືນ ແມ່ນສັນຍາຊຶ່ງທະນາຄານຂາຍພັນທະບັດຂອງຕົນ ໃຫ້ບໍລິສັດເງິນທຶນທີ່ມີເງິນສົດເຫລືອຊົ່ວຄາວ ພ້ອມສັນຍາຊື້ຄືນພາຍຫລັງ 2 – 3 ວັນ ຫລື 1 – 2 ອາທິດດ້ວຍ ມູນຄ່າສູງກວ່າ. ດ້ານທາດແທ້ແລ້ວນີ້ແມ່ນເຄື່ອງມືເພື່ອກູ້ຢືມໄລຍະສັ້ນ (ບໍ່ເກີນ 14 ວັນ) ຂອງທະນາຄານ ຊຶ່ງໃບ ສັນຍາຊື້ຄືນໄດ້ຖືວ່າເປັນຊັບສິນຄໍ້າປະກັນ. ສັນຍາຊື້ຄືນແມ່ນ ຮູບການກູ້ຢືມເພື່ອແກ້ໄຂບັນຫາການຂາດເງິນສົດ ທີ່ເລັ່ງດ່ວນຂອງທະນາຄານທຸລະກິດ. ຈໍານວນເງິນທີ່ໄດ້ຮັບຈາກສັນຍາໄດ້ຖືວ່າເປັນເງິນກູ້ຢືມໄລຍະສັ້ນ

ກູ້ຢືມຈາກບໍລິສັດແມ່ ແມ່ນຫຍັງ?

ປະເທດທີ່ພັດທະນາແລ້ວ, ບໍລິສັດໜຶ່ງ ຫລື ກຸ່ມບໍລິສັດອາດຈະເປັນເຈົ້າຂອງທະນາຄານໃດໜຶ່ງ ຫລື ຫລາຍທະນາຄານ. ເມື່ອທະນາຄານທຸລະກິດກູ້ຢືມເງິນຈາກຕະຫລາດຈະເຄື່ອນໄຫວຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານກາງ ກ່ຽວກັບການຝາກບັງຄັບ, ອັດຕາດອກເບ້ຍ ແລະ ຂັ້ນຕອນເອກະສານ. ໃນເວລາດຽວກັນ, ຖ້າບໍລິສັດແມ່ເຮັດໜ້າທີ່ດັ່ງກ່າວ ມັນຈະບໍ່ໄດ້ຝາກບັງຄັບ, ອັດຕາດອກເບ້ຍ ຊຶ່ງແມ່ນທະນາຄານກາງກຳນົດ. ດັ່ງ ນັ້ນ, ບໍລິສັດແມ່ຂອງທະນາຄານຈະປ່ຽນແທນການລະດົມເງິນຝາກດ້ວຍການຈໍາໜ່າຍພັນທະບັດ, ຮຸ້ນ ຫລື ໃບ ຢັ້ງຢືນການຄ້າເພື່ອລະດົມທຶນ, ຫລັງຈາກນັ້ນເຄື່ອນຍ້າຍທຶນໃຫ້ທະນາຄານດ້ວຍຮູບການກູ້ຢືມ.

ໃບຢັ້ງຢືນເງິນຝາກທີ່ສາມາດປ່ຽນມືໄດ້ (Negotiable certificate of deposit) ແມ່ນຫຍັງ?

ນີ້ແມ່ນໃບຢັ້ງຢືນເງິນຝາກທີ່ມີມູນຄ່າຫລາຍ ແລະ ສາມາດຊື້ – ຂາຍໃນຕະຫລາດເມື່ອຍັງບໍ່ໝົດກຳນົດ. ກຳນົດເວລາຂອງ ໃບຢັ້ງຢືນເງິນຝາກນີ້ປົກກະຕິແມ່ນບໍ່ເກີນ 06 ເດືອນນັບແຕ່ມື້ຈໍາໜ່າຍ.

ຮຸ້ນຂອງທະນາຄານ ແມ່ນຫຍັງ?

ນີ້ແມ່ນເຄື່ອງມືກູ້ຢືມໄລຍະຍາວຈາກຕະຫລາດຫລັກຊັບຂອງທະນາຄານ, ໄລຍະເວລາກູ້ຢືມຕາມປົກກະຕິແມ່ນ 2 ປີຂຶ້ນໄປ ແລະ ຮຸ້ນດັ່ງກ່າວສາມາດຊື້ – ຂາຍໃນຕະຫລາດຫລັກຊັບ ມື່ອມັນຍັງບໍ່ທັນໝົດກຳນົດ.

ກູ້ຢືມຈາກຕ່າງປະເທດ ແມ່ນຫຍັງ?

ບັນດາທະນາຄານທຸລະກິດຍັງສາມາດກູ້ຢືມທຶນຈາກການຈໍາໜ່າຍຮຸ້ນເພື່ອກູ້ຢືມເງິນຈາກຕ່າງປະເທດ. ສະກຸນເງິນ USD ໄດ້ຖືກນໍາໃຊ້ເຂົ້າໃນການຊຳລະສະສາງລະຫວ່າງປະເທດ. ດັ່ງນັ້ນ, ການກູ້ຢືມເງິນຈາກ ຕ່າງປະເທດຈິ່ງກູ້ຢືມດ້ວຍສະກຸນເງິນ USD.

ພັນທະບັດທະນາຄານ ແມ່ນຫຍັງ?

ນີ້ແມ່ນພັນທະບັດທີ່ທະນາຄານທຸລະກິດຈຳໜ່າຍເພື່ອລະດົມທຶນ ດ້ວຍ ຮູບການຕິດໜີ້. ເຈົ້າຂອງພັນທະບັດທີ່ທະນາຄານຈໍາໜ່າຍ, ເມື່ອຍັງບໍ່ເຖິງກຳນົດຊຳລະສາມາດນໍາ ມາຊື້ຫລຸດເພື່ອຮັບເອົາເງິນໄປກ່ອນ. ພັນທະບັດທະນາຄານຕາມປົກກະຕິແລ້ວແມ່ນທະນາຄານ ເຫັນດີໃນການຊື້ຫລຸດ.

ພັນທະບັດບໍລິສັດ ແມ່ນຫຍັງ?

ພັນທະບັດລັດຖະບານ ແມ່ນຫຍັງ?

ພັນທະບັດປະເພດນີ້ທະນາຄານທຸລະກິດຕົກລົງຊື້ຫລຸດເມື່ອມີ ຄວາມຮຽກຮ້ອງໃຫ້ຊື້ຈາກເຈົ້າຂອງພັນທະບັດ ຊຶ່ງພັນທະບັດນີ້ບໍ່ມີຄວາມສ່ຽງ.

ໃບຢັ້ງຢືນໜີ້ - Promissory note ແມ່ນຫຍັງ?

Bill of Exchange ແມ່ນຫຍັງ?

ໄດ້ເອີ້ນວ່າໃບຮຽກເກັບໜີ້ ໂດຍແມ່ນຜູ້ກູ້ຢືມເປັນຜູ້ສ້າງຂຶ້ນ ແລະ ຮຽກໃຫ້ ຜູ້ຊື້ຕ້ອງຈ່າຍເງິນໃຫ້ກັບບຸກຄົນທີ 3 ຕາມຈໍານວນເງິນ ແລະ ກຳນົດເວລາ. ໃນຕົວຈິງ Bill of Exchange ໄດ້ນໍາໃຊ້ກັນຢ່າງຫລວງຫລາຍ ແລະ ທະນາຄານຍິນດີໃນການຮັບຊື້ຫລຸດ.

ອັດຕາຄ່າໃຊ້ຈ່າຍຊື້ຫລຸດ ແມ່ນຫຍັງ?

ແມ່ນລາຍຮັບຂອງທະນາຄານເພື່ອທົດແທນລາຍຈ່າຍຂອງທະນາຄານນັບ ຕັ້ງແຕ່ວັນຮັບຊື້ຫລຸດຈົນເຖິງໄລຍະເວລາຊຳລະ. ເມື່ອເອກະສານມີຄ່າເຖິງກຳນົດຊໍາລະທະນາຄານຈະສົ່ງ ເອກະສານມີຄ່ານັ້ນໄປຂຶ້ນເງິນນໍາຜູ້ພິມຈຳໜ່າຍ, ໃນໄລຍະເວລາສົ່ງເອກະສານມີຄ່າໄປຂຶ້ນເງິນຕ້ອງມີຄ່າໃຊ້ຈ່າຍເຊັ່ນ: ຄ່າໄປສະນີ, ຄ່າໃຊ້ຈ່າຍຮັບຊ່ວຍ, ໂອນເງິນ…

ສິນເຊື່ອໄລຍະສັ້ນ ແມ່ນຫຍັງ?

ແມ່ນສິນເຊື່ອທີ່ມີກຳນົດເວລາຕໍ່າກວ່າ 1 ປີ (ບາງປະເທດກຳນົດຕໍ່າກວ່າ 2 ປີ), ສິນເຊື່ອໄລຍະສັ້ນນໍາໃຊ້ເພື່ອສະໜັບສະໜູນທຶນໝູນວຽນຂອງບັນດາວິສາຫະກິດ ຕອບສະໜອງຄວາມຕ້ອງການຂອງບຸກຄົນ.

ສິນເຊື່ອໄລຍະກາງ ແມ່ນຫຍັງ?

ແມ່ນປະເພດຂອງສິນເຊື່ອທີ່ມີກຳນົດເວລາແຕ່ 1 – 5 ປີ, ສິນເຊື່ອປະເພດນີ້ ສ່ວນຫລາຍຖືກນໍາໃຊ້ເຂົ້າໃນການຊື້ຊັບສົມບັດຄົງທີ່, ປ່ຽນຖ່າຍເຄື່ອງຈັກ ຫລື ຊ້ອມແປງເຄື່ອງ ຈັກ, ເຄື່ອງມື…

ສິນເຊື່ອໄລຍະຍາວ ແມ່ນຫຍັງ?

ສິນເຊື່ອ ແມ່ນຫຍັງ?

ແມ່ນການມອບເງິນ ຫລື ມູນຄ່າເງິນໃນຈໍານວນທີ່ແນ່ນອນໃຫ້ຜູ້ກູ້ຢືມບົນພື້ນຖານຄວາມ ເຊື່ອຖືຊຶ່ງກັນແລະກັນ. ໃນນີ້ຜູ້ປ່ອຍເງິນກູ້ມີຄວາມເຊື່ອໝັ້ນວ່າສິນເຊື່ອທີ່ປ່ອຍກູ້ນັ້ນຈະນໍາໃຊ້ໃຫ້ຖືກເປົ້າໝາຍ, ມີປະສິດທິພາບພ້ອມທັງສາມາດຊຳລະຄືນທັງຕົ້ນທຶນ ແລະ ດອກເບ້ຍ.

ສະຖາບັນການເງິນທີ່ບໍ່ ແມ່ນຫຍັງ?

ແມ່ນທະນາຄານແມ່ນປະເພດການຈັດຕັ້ງສິນເຊື່ອໜຶ່ງທີ່ໄດ້ເຄື່ອນໄຫວໜຶ່ງໃນ ບາງຮູບແບບການເຄື່ອນໄຫວຂອງທະນາຄານຄື: ການເຄື່ອນໄຫວຮັບເງິນຝາກຈາກບຸກຄົນທົ່ວໄປແຕ່ບໍ່ໄດ້ຮັບ ເຮັດຊຳລະສະສາງ.

ບໍລິສັດປະກັນໄພ ແມ່ນຫຍັງ?

ໃນແຕ່ລະວັນພວກເຮົາປະເຊີນໜ້າກັບຄວາມສ່ຽງທີ່ກໍ່ໃຫ້ເກີດອຸປະຕິເຫດ ຊຶ່ງມັນເປັນສິ່ງທີ່ກໍ່ໃຫ້ເກີດ ຜົນເສຍຫາຍດ້ານການເງິນ. ລາຍຮັບຂອງຄອບຄົວຈະສູນເສັຍໄປຍ້ອນການເສັຍຊີວິດດ້ວຍພະຍາດ. ເກີດອຸປະຕິເຫດ, ເປັນພະຍາດ, ພາຫະນະເປເພ ຊຶ່ງພາໃຫ້ເກີດມີຄ່າໃຊ້ຈ່າຍເກີດຂຶ້ນ… ເພື່ອມີຄວາມຮັບ ປະກັນນັ້ນມີຄວາມຈໍາເປັນຕ້ອງໄດ້ມີປະກັນໄພ. ປະຈຸບັນບໍລິສັດປະກັນໄພໄດ້ແບ່ງ 2 ປະເພດໃຫຍ່ຄື: ບໍລິສັດ ປະກັນຊີວິດ ແລະ ບໍລິສັດປະກັນວິນາດຕະໄພ.

ບໍລິສັດປະກັນຊີວິດ ແມ່ນຫຍັງ?

ການປະກັນຊີວິດແມ່ນ ວິທີປ້ອງກັນບຸກຄົນໃດໜຶ່ງ ຫລື ກຸ່ມຄົນໃດໜຶ່ງທີ່ມີຄວາມສ່ຽງຕໍ່ການເສຍຊີ ວິດ, ການສູນເສັຍອະໄວຍະວະຂອງຮ່າງກາຍ, ການສູນເສຍລາຍໄດ້ໃນໄວສະລາ ເມື່ອຄົນໃດໜຶ່ງປະເຊີນກັບ ໄພດັ່ງກ່າວນັ້ນ ຈະໄດ້ຮັບເງິນຈ່າຍຊ່ວຍເຫລືອເພື່ອບັນເທົາໂດຍບໍລິສັດປະກັນໄພຊີວິດ ຈະເຮັດໜ້າທີ່ໃນການ ຈ່າຍເງິນປະກັນໄພໃຫ້ກັບຜູ້ທີ່ຊື້ປະກັນໄພເພື່ອເປັນການທົດແທນຄ່າໃຊ້ຈ່າຍ ຊຶ່ງຜູ້ກ່ຽວຂ້ອງໃນການປະກັນ.

ການປະກັນຊີວິດແບບທຳມະດາ ແມ່ນຫຍັງ?

ເໝາະສົມກັບຜູ້ທີ່ມີລາຍໄດ້ປານກາງຂຶ້ນໄປ, ວົງເງິນ ປະກັນໄພຂ້ອນຂ້າງສູງ ຊໍາລະເບ້ຍປະກັນເປັນລາຍເດືອນ, 3 ເດືອນ,6 ເດືອນ ຫລື ລາຍປີຊຶ່ງສາມາດແຍກ ລັກສະນະການດຳເນີນງານເປັນ 4 ແບບຕາມລັກສະນະການຄຸ້ມຄອງ ແລະ ຜົນປະໂຫຍດທີ່ໄດ້ຮັບ ໄດ້ແກ່: ແບບສະສົມຊັບສິນ, ແບບເງິນໄດ້ປະຈຳ ຫລື ເງິນລາຍປີ, ແບບຈຳກັດເວລາ ແລະ ແບບຕະຫລອດຊີວິດ.

ການປະກັນຊີວິດເພື່ອການອຸດສາຫະກຳ ແມ່ນຫຍັງ?

ເປັນການປະກັນຊີວິດເພື່ອຊ່ວຍເຫລືອຄອບຄົວ ຂອງຄົນງານໃນໂຮງງານອຸດສາຫະກຳເໝາະສຳລັບຜູ້ມີລາຍໄດ້ໜ້ອຍ ເງິນເອົາປະກັນໄພຂ້ອນຂ້າງ ຕໍ່າ ຊຳລະເບ້ຍປະກັນເປັນລາຍເດືອນ. ການປະກັນຊີວິດປະເພດແບ່ງອອກເປັນ 2 ແບບຄື: ແບບສະ ສົມຊັບ ແລະ ແບບຈຳກັດເວລາ.

ການປະກັນຊີວິດລວມໝູ່ ແມ່ນຫຍັງ?

ບໍລິສັດປະກັນວິນາດຕະໄພ ແມ່ນຫຍັງ?

ເຊື່ອກັນວ່າການປະກັນໄພວິນາດຕະໄພເກີດຂຶ້ນຫລາຍກວ່າ 1.000 ປີໃນປະເທດຈີນໃນຊື່ຂອງ “ປ່ຽວ” ເພື່ອປ້ອງກັນການຂີ້ລັກໃນລະຫວ່າງການສົ່ງສິນຄ້າລະຫວ່າງເມືອງ. ບໍລິສັດປະກັນໄພຖືວ່າເປັນທຸລະກິດ ທີ່ຊ່ວຍອຳນວຍປະໂຫຍດໃນດ້ານການໃຫ້ການຄຸ້ມຄອງ ແລະ ຫລຸດຜ່ອນຄວາມເສຍຫາຍໃຫ້ກັບຜູ້ປະສົບໄພ ຊຶ່ງໄດ້ແບ່ງການປະກັນໄພອອກເປັນ 4 ປະເພດຄື: ການປະກັນອັກຄີໄພ, ການປະກັນໄພທາງທະເລ ແລະ ການຂົນສົ່ງ, ການປະກັນໄພພາຫະນະ ແລະ ການປະກັນໄພແບັດເຕັດ

ຊັບສິນ (assets) ແມ່ນຫຍັງ?

ແມ່ນທຸກໆວັດຖຸທີ່ຕົກຢູ່ໃນກຳມະສິດທີ່ມີມູນຄ່າໃນການແລກປ່ຽນ, ຊັບສິນ ມີສອງປະເພດຄື: ຊັບສິນທີ່ມີຕົວຕົນ (Tangible assets) ແລະ ຊັບສິນທີ່ບໍ່ມີຕົວຕົນ (Intangible assets)

ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ 2017, ສະຖາບັນການທະນາຄານ

ຊັບສິນທີ່ມີຕົວຕົນ ແມ່ນຫຍັງ?

ແມ່ນບັນດາປະເພດຊັບສິນເຊິ່ງມູນຄ່າຂອງມັນ ຂຶ້ນກັບລັກສະນະສະ ເພາະຂອງມັນເຊັ່ນ: ໂຮງງານ, ທີ່ດິນ, ອຸປະກອນເຄື່ອງຈັກ, ວັດຖຸດິບ…

ຊັບສິນທີ່ບໍ່ມີຕົວຕົນ ແມ່ນຫຍັງ?

ແມ່ນ ປະເພດຊັບສິນທີ່ມູນຄ່າຂອງມັນບໍ່ໄດ້ຕິດພັນກັບຮູບຮ່າງວັດຖຸໂດຍອີງໃສ່ສິດອຳນາດຖືກຕ້ອງຕາມກົດ ໝາຍສໍາລັບຜົນປະໂຫຍດທີ່ຈະໄດ້ຮັບໃນອະນາຄົດ.

ຊັບສິນທາງການເງິນ (Financial assets ) ແມ່ນຫຍັງ?

ແມ່ນຮູບແບບໜຶ່ງໃນການປະກົດຕົວຂອງຊັບສິນທີ່ບໍ່ມີຕົວຕົນ

ລັກສະນະເປັນເງິນ ແມ່ນຫຍັງ?

ຊັບສິນທາງການເງິນຈໍານວນໜຶ່ງສາມາດນໍາໃຊ້ເປັນສື່ກາງໃນການ ແລກປ່ຽນ ແລະຊຳລະສະສາງ

ລັກສະນະແບ່ງແຍກມູນຄ່າ ແມ່ນຫຍັງ?

ຊັບສິນທາງການເງິນສາມາດເກັບຄືນແລະປ່ຽນເປັນເງິນໄດ້ຄື ກັບກ່ອນເມື່ອຍັງບໍ່ທັນລົງທຶນ

ລັກສະນະປ່ຽນເປັນເງິນໄດ້ ແມ່ນຫຍັງ?

ມີກຳນົດເວລາ ແມ່ນຫຍັງ?

ໂດຍລວມແລ້ວຊັບສິນທາງການເງິນຈະມີອາຍຸການທີ່ແນ່ນອນ

ລັກສະນະຊຳລະສະສາງ ແມ່ນຫຍັງ?

ຊັບສິນທາງການເງິນສາມາດຂາຍເພື່ອເອົາເງິນສົດ;

ມີລັກສະນະປ່ຽນສະພາບ ແມ່ນຫຍັງ?

ຊັບສິນທາງການເງິນສາມາດປ່ຽນຈາກສະພາບນີ້ໄປເປັນ ສະພາບອື່ນເຊັ່ນປ່ຽນຈາກຮຸ້ນບູລິມະສິດເປັນຮຸ້ນສາມັນຫລືວ່າປ່ຽນຈາກພັນທະບັດໄປ ເປັນຮຸ້ນສາມັນ

ລັກສະນະເງິນຕາຕ່າງປະເທດ ແມ່ນຫຍັງ?

ຊັບສິນທາງການເງິນສາມາດສະແດງມູນຂອງມັນອອກ ເປັນຫລາຍສະກຸນເງິນທີ່ແຕກຕ່າງກັນເຊັ່ນເງິນຝາກເປັນສະກຸນເງິນໂດລາສະຫະລັດອາ ເມລິກາແຕດອກເບັ້ຍທີ່ຮັບແຕລະງວດເອົາເປັນເງິນກີບ

ລັກສະນະເກີດກຳໄລ ແມ່ນຫຍັງ?

ຊັບສິນທາງການເງິນໄດ້ຮັບຜົນຕອບແທນຈາກຈຳນວນເງິນລົງທຶນ ເຊັ່ນຜົນຕອບແທນ, ດອກເບັ້ຍແຕ່ລະປີຈາກການຊື້ພັນທະບັດ ຫລື ກຳໄລຈາກທຶນຍ້ອນ ການ ເພີ່ມຂຶ້ນຂອງລາຄາຊັບສິນທາງການເງິນ

ມີລັກສະນະຊັບຊ້ອນ ແມ່ນຫຍັງ?

ຊັບສິນທາງການເງິນອາດຈະເປັນການຊັບຊ້ອນຢ່າງໜຶ່ງໂດຍເກີດ ຂຶ້ນຈາກຊັບສິນການເງິນທີ່ມີຮູບແບບງ່າຍດາຍເຊັ່ນພັນທະບັດສາມາດປ່ຽນສະພາບໄດ້ (convertible bonds) ເກີດການຊັບຊ້ອນລະຫວ່າງພັນທະບັດ ແລະ ທາງເລືອກ(options);

ຮັບພາລະອາກອນ ແມ່ນຫຍັງ?

 ຊັບສິນທາງການເງິນມີລັກສະນະເກີດກຳໄລ. ສະນັ້ນ, ເປັນເປົ້າ ໝາຍໃນການເກັບອາກອນລາຍໄດ້ຈາກຜົນຕອບແທນ.

ຕະຫລາດການເງິນ ແມ່ນຫຍັງ?

ໝາຍເຖິງຕະຫລາດທີ່ເອື້ອອຳນວຍຄວາມສະດວກໃນການໂອນຫລືປ່ຽນມື ຊັບສິນທາງການເງິນຈາກບຸກຄົນໜຶ່ງໄປຍັງອີກບຸກຄົນໜຶ່ງ, ເຊິ່ງຊັບສິນທາງການເງິນດັ່ງກ່າວອອກ ໂດຍ ຫົວໜ່ວຍທຸລະກິດ, ສະຖາບັນການເງິນ ແລະລັດຖະບານຫລືວ່າຕະຫລາດການເງິນ (Financial Markets) ເປັນສື່ກາງທາງການເງິນທີ່ໃຫ້ຜູ້ຂາດແຄນເງິນທຶນສ້າງຊັບສິນທາງການເງິນອອກຂາຍ ເພື່ອລະດົມເງິນທຶນຈາກກູ້ມີເງິນທຶນ ເຊິ່ງການລະດົມທຶນຜ່ານຕະຫລາດການເງິນສາມາດ ເຮັດໄດ້ ໂດຍຜ່ານຕະຫລາດຂັ້ນໜຶ່ງ ແລະ ຕະຫລາດຂັ້ນສອງ.

ຕະຫລາດເງິນ (Money Market) ແມ່ນຫຍັງ?

ເປັນຕະຫລາດທີ່ມີການຊື້ຂາຍເອກະສານທາງການເງິນໄລຍະສັ້ນເຊິ່ງສະແດງເຖິງຄວາມເປັນ ເຈົ້າໜີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ; ອາຍຸ ບໍ່ເກີນ 1 ປີ ເຊັ່ນ: ພັນທະບັດຄັງເງິນ, ໃບຮັບຝາກເງິນທີ່ປ່ຽນມືໄດ້… ໂດຍມີຈຸດປະສົງລະດົມທຶນໄປ ໃຊ້ ຈ່າຍ ເພື່ອສ້າງສະພາບຄ່ອງໃນສານດຳເນີນ ທຸລະກິດໃນແຕ່ລະວັນ.

ຕະຫລາດທຶນ (Capital Market) ແມ່ນຫຍັງ?

ເປັນຕະຫລາດທີ່ການຊື້ຂາຍເອກະສານທາງການເງິນທີ່ມີອາຍຸການການຫລາຍກວ່າ 1 ປີຂຶ້ນ ໄປເຊັ່ນ: ຮຸ້ນທຶນ, ຮຸ້ນກູ້ແລະພັນທະບັດປະເພດຕ່າງໆເພື່ອນຳມາໃຊ້ໃນໂຄງການໄລຍະຍາວ.

ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນ (Income Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫລັກຊັບ ຄໍ້າປະກັນແຕ່ຈະຕ້ອງຈ່າຍຜົນຕອບແທນ ຫລື ດອກເບັ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງ ຈາກ ການດຳເນີນທຸລະກິດເຊັ່ນບໍລິສັດມີ ພາລະຕ້ອງຈ່າຍດອກເບັ້ຍ 100 ກີບແຕ່ບໍລິສັດມີກຳໄລ 50 ກີບ, ບໍລິສັດກໍ່ຈະຈ່າຍພຽງ 50 ກີບ ແຕ່ ຖ້າບໍ່ມີກຳໄລກໍຈະບໍ່ຈ່າຍ; ແຕ່ອາດຈະສະສົມດອກເບັ້ຍຄ້າງ ຈ່າຍໄວ້ (ຂຶ້ນກັບວິທີຕົກລົງກັນໃນເວລາ ພິມຈຳໜ່າຍເບື້ອງຕົ້ນ). ຖ້າສະສົມໄດ້ຈະເອີ້ນວ່າ ຮຸ້ນກູ້ແບບສະສົມ (ຮຸ້ນກູ້ ແບບສະສົມ) (cumulative income bonds) ແລະ ດອກເບັ້ຍທີ່ຈ່າຍໄປສາມາດ ຖື ວ່າ ເປັນລາຍຈ່າຍທີ່ສາມາດ ຫລຸດຜ່ອນຄ່າໃຊ້ຈ່າຍໃນເວລາເສຍອາກອນໄດ້.

ຮຸ້ນກູ້ມີຫລັກຊັບຄໍ້າປະກັນ (Mortgage Bonds) ແມ່ນຫຍັງ?

 ບັນດາວິສາຫະກິດຕ້ອງການພິມ ຈໍາໜ່າຍຮຸ້ນກູ້ຕ້ອງມີການຄໍ້າປະກັນດ້ວຍຊັບສິນຫລື ຫລັກຊັບ. ຜູ້ຖືຮຸ້ນກູ້ດັ່ງກ່າວໄດ້ຮັບການຄໍ້າປະ ກັນໃນລະດັບສູງດ້ວຍ ຊັບສິນຄໍ້າປະກັນນັ້ນເອງໃນກໍ ລະນີວິສາຫະກິດລົ້ມລະລາຍ.

ຮຸ້ນກູ້ລັດຖະບານ (Government Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ ທີ່ອອກ ໂດຍສູນກາງ ຫລື ທ້ອງ ຖິ່ນເພື່ອຈຸດປະສົງທົດແທນບັນດາບ້ວງໃຊ້ຈ່າຍເຂົ້າ ໃນການລົງທຶນຂອງງົບປະມານແຫ່ງລັດ, ຄຸ້ມຄອງອັດຕາເງິນເຟີ້, ຫລືສະໜັບສະໜູນບັນໂຄງ ການ ຂອງລັດ. ຮຸ້ນກູ້ລັດຖະບານເປັນເຄື່ອງມືພິເສດ, ສຳຄັນ ແລະ ມີປະສິດທິຜົນເພື່ອລະດົມທຶນໃຫ້ແກ່ງົບ ປະມານແຫ່ງລັດ; ປະກອບສ່ວນເປັນເຈົ້າການ ໃນວຽກງານຄຸ້ມຄອງ ລັດ, ສະກັດກັ້ນ ແລະ ນຳໄປເຖິງການຢຸດເຊົາວຽກພິມຈຳໜ່າຍເງິນເພື່ອທົດແທນການຂາດດຸນງົບປະ ແລະ ຄວບຄຸມງົບປະມານແຫ່ງ ມານແຫ່ງລັດ. ນອກຈາກທົດແທນການຂາດດຸນ ງົບປະມານແຫ່ງລັດແລ້ວພັນທະບັດລັດຖະບານຍັງ ໄດ້ນໍາໃຊ້ເພື່ອລະດົມທຶນໃຫ້ແກ່ບັນດາໂຄງການ ເສດຖະກິດ – ສັງຄົມຂອງລັດ.

ຮຸ້ນກູ້ວິສາຫະກິດ (Corporate Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍ ຈຸດປະສົງລະດົມທຶນເພື່ອລົງທຶນໄລຍະ ຍາວໃຫ້ແກ່ວິສາຫະກິດ, ເປີດກວ້າງຂະໜາດພັດທະນາການຜະລິດທຸລະກິດ.

ຮຸ້ນກູ້ບໍ່ມີການຄໍ້າປະກັນ (Debenture) ແມ່ນຫຍັງ?

ບັນດາບໍລິສັດທີ່ມີຊື່ສຽງ ແລະ ຄວາມເຊື່ອຖື ໃນຕະຫລາດພາຍໃນ ແລະ ຕະຫລາດຕ່າງ ປະເທດ ສາມາດພິມຈຳໜ່າຍພັນທະບັດໂດຍບໍ່ມີການຄໍ້າປະກັນ, ຍ້ອນວ່າ, ບໍລິສັດດັ່ງກ່າວນັ້ນມີ ຄວາມເຊື່ອຖືພຽງພໍ ອາໃສຊື່ສຽງນັ້ນເອງເປັນການຄໍ້າປະກັນ. ຖ້າຫາກວ່າບໍລິສັດລົ້ມລະລາຍຜູ້ຖືຮຸ້ນກູ້ ນີ້ຈະໄດ້ຮັບການຊຳລະໜີ້ຫລັງຜູ້ຖືຮຸ້ນກູ້ທີ່ມີການຄໍ້າປະກັນ ດ້ວຍຊັບສິນ, ແຕ່ວ່າຈະໄດ້ຮັບກ່ອນບັນດາຜູ້ຖືຮຸ້ນອື່ນໆ

ຮຸ້ນກູ້ແປງສະພາບໄດ້ (Convertible Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ທີ່ສາມາດປ່ຽນສະ ພາບເປັນຮຸ້ນສາມັນໄດ້, ສໍາລັບລາຄາຂອງໃບຮຸ້ນ ແມ່ນໄດ້ກໍານົດໄວ້ກ່ອນເອີ້ນວ່າ ລາຄາແປງສະ ພາບ; ຮຸ້ນກູ້ປະເພດນີ້ໄດ້ຮັບຄວາມນິຍົມກັນຫລາຍທີ່ ສຸດຍ້ອນວ່າເມື່ອລາຄາຮຸ້ນ ໃນຕະຫລາດ ເພີ່ມ ຂຶ້ນຜູ້ຖືຮຸ້ນກູ້ຈະປະຕິບັດການແປງສະພາບ ແລະ ຈະ ໄດ້ຮັບກຳໄລຈາກສ່ວນຕ່າງລາຄາ.

ລາຄາແປງສະພາບ (Conversion Price) ແມ່ນຫຍັງ?

ແມ່ນລາຄາຮຸ້ນສາມັນເຊິ່ງຮຸ້ນກູ້ ເອົາເປັນ ບ່ອນອີງໃນການແປງສະພາບ, ລາຄາແປງສະ ພາບໄດ້ກຳນົດດ້ວຍມູນຄ່າໜ້າໃບຂອງຮຸ້ນກູ້ແປງສະ ພາບຫານໃຫ້ອັດຕາສ່ວນແປງສະພາບ. ຕົວຢ່າງ: ຮຸ້ນກູ້ແປງສະພາບໃບໜຶ່ງມີມູນຄ່າ 1 ລ້ານກີບ, ໄດ້ກຳນົດໄວ້ຈະແປງສະພາບເປັນ 50 ຮຸ້ນສາມັນ; ສະນັ້ນລາຄາແປງສະພາບ ເທົ່າກັບ: 1.000.000: 50 = 20.000 ກີບ.

ຮຸ້ນກູ້ສາມາດໄຖ່ຖອນຄືນກ່ອນຄົບກຳນົດ (Callable Bonds) ແມ່ນຫຍັງ?

ຮຸ້ນກູ້ດັ່ງກ່າວນີ້ໄດ້ລະບຸເງື່ອນໄຂວ່າ ຜູ້ອອກສາມາດຮຽກໄຖ່ຖອນຄືນກ່ອນຄົບກຳນົດໄດ້

ຮຸ້ນກູ້ ທີ່ອອກພ້ອມກັບ ໃບຢັ້ງຢືນສິດ (Bond with warrant) ແມ່ນຫຍັງ?

ຮຸ້ນກູ້ ທີ່ອອກຈຳໜ່າຍ ໂດຍມີໃບຢັ້ງຢືນສິດແກ່ຜູ້ຖືມີສິດຊື້ຮຸ້ນສາມັນຕາມຈໍານວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນສິດ.

ຮຸ້ນກູ້ທີ່ມີສະຖຽນລະພາບທາງດ້ານດອກເບັ້ຍ (Straight Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ ພື້ນຖານທີ່ໄດ້ຈໍາໜ່າຍແຜຫລາຍໃນບັນດາຕະຫລາດຫລັກຊັບໂລກ, ຈ່າຍດອກເບັ້ຍເປັນປະ ຈຳ ແລະ ເປັນງວດຕາມປົກກະຕິດແມ່ນ 6 ເດືອນຫລື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິລາຫະກິດຕ້ອງມີພັນທະຈ່າຍດອກເບັ້ຍຕະຫລອດໄລຍະທີ່ມີການເກັບຮັກສາ

ຮຸ້ນກູ້ທີ່ມີດອກເບັ້ຍລອຍຕົວ (Floating Rate Bonds) ແມ່ນຫຍັງ?

ແມ່ນປະເພດຮຸ້ນກູ້ເຊິ່ງດອກ ເບັ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບັ້ຍຕະຫລາດ

ຮຸ້ນກູ້ອັດຕາດອກເບັ້ຍຕໍ່າ ຫລື ບໍ່ມີດອກເບັ້ຍ (Low and Zero Coupon Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ທີ່ລະບຸອັດຕາດອກເບັ້ຍຕໍ່າຫລືບໍ່ມີອັດຕາດອກເບັ້ຍ, ສ່ວນຫລາຍຈະຈຳ ກວ່າລາຄາໜ້າໃບເມື່ອຄົບກຳນົດໄຖ່ຖອນກໍຈະໄດ້ຮັບຄົບຕາມມູນຄ່າໜ້າໃບ

ຮຸ້ນກູ້ຕ່າງປະເທດ (Foreign Bonds) ແມ່ນຫຍັງ?

ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ຫລື ວິສາ ຫະກິດພິມຈຳໜ່າຍຂາຍໃນຕະຫລາດທຶນ ສາກົນ ເພື່ອລະດົມເງິນທຶນເປັນສະກຸນເງິນຕາຕ່າງປະເທດ.

ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) ແມ່ນຫຍັງ?

ເປັນກຳໄລທີ່ ໄດ້ຈາກສ່ວນຕ່າງລະຫວ່າງລາ ຄາຊື້ ແລະ ລາຄາຂາຍ, ສໍາລັບຮຸ້ນກູ້ທີ່ມີສະພາບຄ່ອງສູງນັກລົງທຶນຈະຂາຍຮຸ້ນກູ້ ເມື່ອ ລາຄາ ເພີ່ມ ຂຶ້ນແລະໄດ້ຮັບ ສ່ວນຕ່າງຂອງລາຄາ.

ຜົນຕອບແທນຈາກການລົງທຶນກຳໄລ ແມ່ນຫຍັງ?

 ໃນກໍລະນີນັກລົງທຶນໄດ້ຮັບດອກເບັ້ຍເປັນງວດ ແລະ ນໍາໃຊ້ຈໍານວນເງິນທີ່ໄດ້ຮັບຈາກດອກເບັ້ຍນັ້ນລົງທຶນຕື່ມອີກ, ຈໍານວນເງິນດອກ ເບັ້ຍທີ່ ນຳລົງທຶນນັ້ນໄດ້ເກີດດອກເບັ້ຍຂຶ້ນອີກເອີ້ນວ່າດອກເບັ້ຍລົງທຶນຄືນ. ສະນັ້ນ, ຫລັງໄລຍະ 1 ປີໃນການຖືຄອງຮຸ້ນກູ້, ຈໍານວນເງິນດອກເບັ້ຍ Coupon ໄດ້ນຳລົງທຶນ ເພີ່ມຕື່ມຈະນໍາ ຜົນໄດ້ຮັບໃຫ້ຜູ້ຖືໃນອັດຕາຜົນຕອບແທນບົ່ມຊ້ອນເຊິ່ງລວມມີດອກເບັ້ຍ coupon ແລະ ດອກເບັ້ຍລົງທຶນຄືນ

ຄວາມສ່ຽງອັດຕາດອກເບັ້ຍ ແມ່ນຫຍັງ?

ລາຄາຂອງຮຸ້ນກູ້ຈະປ່ຽນແປງໃນທິດກົງກັນຂ້າມກັບການ ປ່ຽນແປງຂອງອັດຕາດອກເບັ້ຍ, ເມື່ອດອກເບັ້ຍເພີ່ມຂຶ້ນລາຄາຂອງຮຸ້ນກູ້ຫລຸດລົງ; ເມື່ອ ດອກເບັ້ຍຫລຸດລົງລາຄາຮຸ້ນກູ້ເພີ່ມຂຶ້ນ.

ຄວາມສ່ຽງຊຳລະສະສາງ ແມ່ນຫຍັງ?

ຄວາມສ່ຽງໃນການຊຳລະສະສາງເອີ້ນວ່າຄວາມສ່ຽງສິນເຊື່ອ ຫລື ຄວາມສ່ຽງຊຳລະໜີ້, ເປັນຄວາມສ່ຽງທີ່ຜູ້ຈຳໜ່າຍຮຸ້ນກູ້ສູນເສຍໜີ້, ໝາຍຄວາມວ່າ ບໍ່ມີ ຄວາມສາມາດຊຳລະສະສາງຖືກຕ້ອງຕາມກຳນົດເວລາ. ແຕ່ວ່າຖ້າເປັນຮຸ້ນກູ້ ຂອງ ລັດຖະບານຖືວ່າບໍ່ມີຄວາມສ່ຽງໃນການຊຳລະສະສາງ.

ຄວາມສ່ຽງອັດຕາເງິນເຟີ້ ແມ່ນຫຍັງ?

ຄວາມສ່ຽງອັດາເງິນເຟີ້ຍັງເອີ້ນວ່າ ຄວາມສ່ຽງທາງດ້ານ ຄວາມ ສາມາດຊື້, ເກີດຂຶ້ນຍ້ອນການປ່ຽນແປງຂອງກະແສເງິນ ຫລື ຄ່າຂອງເງິນ, ຍ້ອນ ອັດຕາ ເງິນເຟີ້ໄດ້ວັດແທກດ້ວຍຄວາມສາມາດຊື້. ຕົວຢ່າງ: ຖ້າຫາກວ່ານັກລົງທຶນຊື້ຮຸ້ນ ກູ້ມີ ອັດຕາດອກເບັ້ຍ Coupon ແມ່ນ 7%, ແຕ່ວ່າອັດຕາເງິນເຟີ້ 8% ເຊິ່ງຄວາມສາ ມາດຊື້ ຂອງກະແສເງິນດັ່ງກ່າວນີ້ຫລຸດລົງ.

ຄວາມສ່ຽງອັດຕາແລກປ່ຽນ ແມ່ນຫຍັງ?

ສຳລັບຮຸ້ນກູ້ທີ່ໄດ້ຈຳໜ່າຍເປັນສະກຸນເງິນຕາຕ່າງປະເທດ, ແຕ່ວ່າເມື່ອຄົບກຳນົດການຊຳລະສະສາງຊ້ຳພັດຊຳລະເປັນສະກຸນເງິນພາຍໃນປະເທດ, ເຊິ່ງເວລານັ້ນເງິນພາຍໃນປະເທດພັດອ່ອນຄ່າທຽບກັບສະກຸນເງິນທີ່ຈຳໜ່າຍຮຸ້ນກູ້, ເຮັດ ໃຫ້ຜູ້ພິມຈຳໜ່າຍໄດ້ຮັບສະກຸນເງິນຕາຕ່າງປະເທດໜ້ອຍລົງເອີ້ນວ່າຄວາມສ່ຽງອັດຕາແລກປ່ຽນ.

ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້ ແມ່ນຫຍັງ?

ການອອກຮຸ້ນກູ້ແມ່ນໜ້າທີ່ຂອງ ຕ້ອງການລະດົມເງິນທຶນ. ສະນັ້ນ, ນັກລົງທຶນຈະໃຫ້ຄວາມສຳຄັນກຽວກັບຄວາມສາມາດໃນການ ຊຳລະສະສາງຕົ້ນທຶນ ແລະດອກເບັ້ຍຂອງຜູ້ອອກຮຸ້ນກູ້; ຖ້າຫາກວ່າເກີດມີຄວາມຫຍຸ້ງຍາກທາງດ້ານຖານະການເງິນຂອງຜູ້ອອກຮຸ້ນກູ້ ແມ່ນຈະເຮັດໃຫ້ລາຄາຮຸ້ນກູ້ໃນຕະຫລາດຫລັກຊັບຫລຸດລົງທັນທີ.

ໄລຍະເວລາຄົບກຳນົດ ແມ່ນຫຍັງ?

ຮຸ້ນກູ້ ທີ່ມີໄລຍະເວລາຄົບກຳນົດສັ້ນ ແມ່ນລາຄາຕະຫລາດຂອງມັນ ຍິ່ງສູງຂຶ້ນ ເນື່ອງຈາກວ່າຄວາມສ່ຽງຕໍ່າ. ຕົວຢ່າງ: ຮຸ້ນກູ້ໃບໜຶ່ງຈະໄດ້ຮັບການຊຳລະສະສາງຕາມ ກຳນົດເວລາ ໃນທ້າຍປີ ທີ 10 ນັບແຕ່ວັນອອກຈຳໜ່າຍ, ຖ້າຫາກບໍ່ເກີດບັນຫາບໍ່ດີຕໍ່ກັບຖານະການ ເງິນຂອງຜູ້ອອກ ແລະອັດຕາດອກເບັ້ຍມີສະຖຽນລະພາບ ແມ່ນລາຄາຂອງຮຸ້ນກູ້ນັບແຕ່ປີທີ 5 ເປັນ ຕົ້ນໄປຈະມີທ່າອ່ຽງສູງຂຶ້ນທຽບກັບຊຸມປີທຳອິດ.

ຄາດຄະເນກຽວກັບເງິນເຟີ້ ແມ່ນຫຍັງ?

ຖ້າຫາກວ່າການຄາດຄະເນເງິນເຟີ້ ເພີ່ມຂຶ້ນ ແມ່ນບັນດາຫລັກ ຊັບທີ່ມີອັດຕາດອກເບັ້ຍຄົງທີ່ ຈະຈ່າຍຕາມອັດຕາດອກເບັ້ຍທີ່ກຳນົດໄວ້. ດັ່ງນັ້ນ, ເຮັດໃຫ້ຫລັກຊັບດັ່ງ ກ່າວບໍ່ມີຄວາມປະທັບໃຈຕໍ່ນັກລົງທຶນ. ປັດໄຈນີ້ເຮັດໃຫ້ລາຄາຂອງຫລັກຊັບທີ່ມີອັດຕາດອກເບັ້ຍຄົງທີ່ ຕໍ່ກັບບັນຫາດັ່ງກ່າວນີ້ຈຳເປັນຕ້ອງໄດ້ເພີ່ມອັດຕາດອກເບັ້ຍໃຫ້ແກ່ຫລັກນັ້ນໆ, ສໍາລັບ ຫລຸດລົງ ແລະ ຕໍ່ກັບບັນ ສ່ວນອັດຕາດອກເບັ້ຍທີ່ເພີ່ມຕື່ມນັ້ນ ເປັນການທົດແທນສ່ວນເສຍໃຫ້ແກ່ຜູ້ຖືຮຸ້ນກູ້ ທີ່ໄດ້ຮັບຜົນກະທົບ ຈາກເງິນເຟີ້.

ການເໜັງຕີງຂອງອັດຕາດອກເບັ້ຍຕະຫລາດ ແມ່ນຫຍັງ?

ອັດຕາດອກເບັ້ຍຕະຫລາດເປັນປັດໃຈໜຶ່ງທີ່ ສຳຄັນທີ່ສຸດ ໃນການກຳນົດລາຄາຫລັກຊັບທີ່ມີອັດຕາດອກເບັ້ຍຄົງທີ່. ຖ້າຫາກອັດຕາດອກເບັ້ຍເລີ່ມ ເພີ່ມຂຶ້ນ ແມ່ນຜົນຕອບແທນຄົງທີ່ຂອງຮຸ້ນກູ້ ແນ່ນອນຕ້ອງປ່ຽນແປງ. ໃນກໍລະນີນີ້, ທຶນຈະໄຫລເຂົ້າ ຕະຫລາດໃດທີ່ມີກຳໄລສູງກວ່າ. ດັ່ງນັ້ນ, ລາຄາຂອງຮຸ້ນກູ້ທີ່ມີຜົນຕອບແທນຄົງທີ່ຈະຫລຸດລົງ; ເບິ່ງ ໃນແງ່ອື່ນຖ້າຫາກລາຄາຮຸ້ນກູ້ຫລຸດລົງ ຍ້ອນພວກເຮົາຄາດຄະເນວ່າອັດຕາເງິນເຟີ້ເພີ່ມຂຶ້ນ, ການທີ່ ເພີ່ມອັດຕາດອກເບັ້ຍ (ການເພີ່ມອັດຕາດອກເບັ້ຍເຮັດໃຫ້ລາຄາຮຸ້ນກູ້ຫລຸດລົງ) ອາດຈະເປັນຂີດໝາຍ

ຮຸ້ນທຶນ (stock) ແມ່ນຫຍັງ?

ຮຸ້ນທຶນແມ່ນຫລັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດ້ວຍຮູບແບບໃບຢັ້ງຢືນຫລືການບັນທຶກບັນຊີ ໂດຍກຳນົດສິດເປັນເຈົ້າຂອງແລະຜົນປະໂຫຍດຂອງຜູ້ຖືຮຸ້ນທຶນຕໍ່ກັບຊັບສິນຫລືທຶນຂອງບໍລິສັດຮຸ້ນ ສ່ວນ ໜຶ່ງໆເຊິ່ງຖືກຕ້ອງຕາມກົດໝາຍ. ບໍລິສັດຮຸ້ນສ່ວນເປັນປະເພດວິສາຫະກິດພິເສດ, ໄດ້ກຳເນີດ ຂຶ້ນບົນພື້ນຖານການປະກອບທຶນຂອງຫລາຍຄົນເມື່ອເລີ່ມສ້າງຕັ້ງ; ບໍລິສັດຮຸ້ນສ່ວນແບ່ງທຶນຈົດທະ ບຽນເປັນສ່ວນເທົ່າກັນ, ແຕ່ລະສ່ວນເປັນໜຶ່ງຮຸ້ນ (share).

ເງິນປັນຜົນ (Dividend) ແມ່ນຫຍັງ?

ເງິນປັນຜົນແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກ ການ ດໍາເນີນການຜະລິດທຸລະກິດຂອງບໍລິສັດ; ເງິນປັນຜົນຂອງຮຸ້ນສາມັນ ໄດ້ຈ່າຍຫລັງ ເມື່ອຈ່າຍຜົນ ຕອບແທນຄົງທີ່ໃຫ້ແກ່ຮຸ້ນບູລິມະສິດ. ແຕ່ລະປີປະທານ ສະພາບໍລິຫານປະກາດຈ່າຍເງິນປັນຜົນ ຫລື ວ່າບໍ່ຈ່າຍແລະມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ. ເງິນປັນຜົນໄດ້ປະກາດໃນແຕ່ລະປີ ແລະ ຈ່າຍເປັນງວດ.

ຜົນຕອບແທນຂອງໃບຮຸ້ນ ແມ່ນຫຍັງ?

ແມ່ນທັງໝົດຜົນຕອບແທນທີ່ໄດ້ຈາກໃບຮຸ້ນ, ນັກລົງທຶນທີ່ຊື້ຮຸ້ນໄດ້ຮັບຜົນ ຕອບແທນຈາກສອງແຫລ່ງ

ເງິນປັນຜົນຕໍ່ຫຸ້ນ ແມ່ນຫຍັງ?

ແມ່ນສ່ວນແບ່ງປັນໃຫ້ແຕ່ລະຮຸ້ນ (Dividend per share) ໄດ້ມາຈາກກຳ ໄລສຸດທິຫລັງການຈ່າຍອາກອນ, ຫລັງຈ່າຍຜົນຕອບແທນໃຫ້ຮຸ້ນ ບູລິມະສິດ ແລະ ຫລັງ ຈາກທັກລາຍໄດ້ສະສົມເຂົ້າຄັງ.

ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield) ແມ່ນຫຍັງ?

ສ່ວນໃຫຍ່ບັນດານັກລົງທຶນມີຍຸດທະສາດທຸລະກິດໄລຍະສັ້ນຈະຂາຍໃບຮຸ້ນໃນທັນທີທັນໃດເມື່ອລາຄາຂອງ ໃບຮຸ້ນເພີ່ມຂຶ້ນເພື່ອຈະໄດ້ສ່ວນຕ່າງຈາກລາຄາ.

ຮຸນບູລິມະສິດ (Preferred stock) ແມ່ນຫຍັງ?

ຮຸ້ນບູລິມະສິດແບບສະສົມ (Accumulative Preferred Stock) ແມ່ນຫຍັງ?

ແມ່ນປະເພດຮຸ້ນບູລິ ມະສິດທີ່ຮັບຜົນຕອບແທນເປັນດອກເບັ້ຍຄົງທີ່ແຕ່ວ່າໃນກໍລະນີບໍລິສັດດຳເນີນທຸລະກິດບໍມີກຳໄລ ເພື່ອຈ່າຍຜົນຕອບແທນຫລືວ່າຈ່າຍແຕ່ບໍ່ຄົບຕາມຈຳນວນຕາມດອກເບັ້ຍ ທີ່ໄດ້ກຳນົດໄວ້ແມ່ນສ່ວນທີ່ຍັງເຫລືອຈະໄດ້ສະສົມໄວ້ໃນປີຕໍ່ໄປຫລືສອງສາມປີຖັດໄປ.

ຮຸ້ນບູລິມະສິດແບບບໍ່ສະສົມ (Non Accumulative Preferred Stock) ແມ່ນຫຍັງ?

ຕ່າງກັບຮຸ້ນບູລິມະສິດສະສົມຢູ່ບ່ອນວ່າ ຖ້າບໍລິສັດຫາກບໍ່ມີເງິນຈ່າຍດອກເບັ້ຍຫລືຈ່າຍແຕ່ບໍ່ ເຕັມຕາມທີ່ກຳນົດ ໄວ້ ແມ່ນຈະບໍ່ໄດ້ເກັບສະສົມໃນປີຕໍ່ໄປອີກ, ໝາຍຄວາມວ່າ ບໍລິສັດຈະຈ່າຍຜົນ ຕອບແທນໃຫ້ແຕ່ ເມື່ອບໍລິສັດມີກຳໄລ; ປະເພດນີ້ມີຄວາມສ່ຽງຫລາຍກວ່າ ຮຸ້ນບູລິມະສິດສະສົມ ແລະ ຜົນຕອບແທນກໍ່ຮຽກ ຮ້ອງສູງກວ່າ.

ຮຸ້ນບູລິມະສິດແບບຮ່ວມຮັບ (Participating Preferred Stock) ແມ່ນຫຍັງ?

ຜູ້ຖືຮຸ້ນບູລິມະສິດປະ ເພດນີ້ນອກຈາກໄດ້ຮັບຜົນຕອບແທນຄົງທີ່ແລ້ວ, ເມື່ອບໍລິສັດດຳເນີນທຸ ລະກິດມີກຳໄລຫລາຍ, ພາຍຫລັງບໍລິສັດຊຳລະໜີ້ໝົດແລ້ວຈະໄດ້ຮັບສ່ວນແບ່ງຮ່ວມກັບຮຸ້ນສາມັນ

ຮຸ້ນບູລິມະສິດສາມາດແປງສະພາບເປັນຮຸ້ນສາມັນ (Convertible Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດປະເພດນີ້ສາມາດປ່ຽນເປັນຮຸ້ນສາມັນ (ຕາມລະບຽບກຳນົດໄວ້) ຕາມອັດຕາ ສ່ວນໃດ ໜຶ່ງທີ່ໄດ້ກຳນົດໄວກອນ. ຜູ້ທີ່ຖືຮຸ້ນບູລິມະສິດດັ່ງກ່າວນີ້ຈະປະຕິບັດການປ່ຽນຮູບ ເມື່ອລາຄາ ຂອງ ຮຸນສາມັນເພີ່ມຂຶ້ນ.

ຮຸ້ນບູລິມະສິດສາມາດໄຖ່ຖອນຄືນ (Callable Preferred Stock) ແມ່ນຫຍັງ?

ບໍລິສັດຈຳນວນໜຶ່ງທີ່ ຕົກຢູ່ໃນສະພາບທີ່ຕ້ອງການແຫລ່ງທຶນຈຳນວນໃດໜຶ່ງຢ່າງຮີບດ່ວນ, ໃນ ໄລຍະເວລາສັ້ນ. ສະນັ້ນ, ໄດ້ພິມຈຳໜ່າຍຮຸ້ນບູລິມະສິດດ້ວຍລະດັບດອກເບັ້ຍສູງເພື່ອເປັນການຈູງໃຈ ນັກລົງທຶນ. ແຕ່ວ່າ ຮຸ້ນບູ ລິມະສິດປະເພດນີ້ບໍລິສັດຈະໄດ້ໄຖ່ຖອນຄືນຫລັງໄລຍະເວລາໃດໜຶ່ງທີ່ ແນ່ນອນເມື່ອບໍລິສັດຫາກມີ ສະພາບການເງິນຂ້ອນຂ້າງດີຂຶ້ນ. ເມື່ອໄຖ່ຖອນຄືນບໍລິສັດຈະຕ້ອງຈ່າຍ ຜົນຕອບແທນໃດໜຶ່ງ ທີ່ແນ່ ນອນຕາມອັດຕາສ່ວນໃນມູນຄ່າໜ້າໃບໃຫ້ເຈົ້າຂອງກຳມະສິດ

ຕະຫລາດຂັ້ນໜື່ງ (Primary Market) ແມ່ນຫຍັງ?

ເປັນຕະຫລາດ ທີ່ພິມຈຳໜ່າຍສະເພາະບັນດາຫລັກຊັບອອກໃໝ່ໄລຍະສັ້ນ ຂອງທະນາຄານ, ບໍລິສັດ, ຄັງເງິນແຫ່ງຊາດ…ເປັນບ່ອນພົບກັນໂດຍກົງລະຫວ່າງສະໜອງເງິນທຶນ (ຜູ້ຊື້ຫລັກຊັບ) ແລະ ຜູ້ຕ້ອງການເງິນທຶນ (ຜູ້ພິມຈຳໜ່າຍຫລັກຊັບ) ເພື່ອຕອບສະໜອງຄວາມຕ້ອງການແຫລ່ງເງິນທຶນໄລຍະສັ້ນ.

ຕະຫລາດຂັ້ນສອງ (Secondary Market) ແມ່ນຫຍັງ?

ເປັນຕະຫລາດຊື້-ຂາຍ ຫລັກຊັບມີຄ່າທີ່ໄດ້ພິມຈຳໜ່າຍ ຢູ່ໃນຕະຫລາດຂັ້ນໜຶ່ງ ຫລື ເວົ້າຢ່າງ ໜຶ່ງຕະຫລາດຂັ້ນສອງເປັນຕະຫລາດທີ່ມີການ ຊື້-ຂາຍ ຫລັກຊັບຜ່ານມືຜູ້ລົງທຶນມາແລ້ວຢ່າງໜ້ອຍ ລາຄາ ໜຶ່ງຄັ້ງ. ການຊື້-ຂາຍ ໃນຕະຫລາດຂັ້ນສອງບໍລິສັດຜູ້ພິມຈຳໜ່າຍຫລັກຊັບບໍ່ໄດ້ຮັບເງິນຈາກການຂາຍ ຫລັກຊັບ

ພັນທະບັດຄັງເງິນແຫ່ງຊາດ ແມ່ນຫຍັງ?

ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ກະຊວງການເງິນ ອອກຈຳໜ່າຍ ເພື່ອລະດົມທຶນມາດຸ່ນດ່ຽງງົບປະມານໃນສົກປີງົບປະມາດໜຶ່ງ, ພັນທະບັດຄັງເງິນແຫ່ງຊາດ ມີອາຍຸເທົ່າກັບ 1 ປີ.

ຮຸ້ນກູ້ລັດຖະບານ ແມ່ນຫຍັງ?

 ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ກະຊວງການເງິນອອກຈຳ ໜ່າຍ ເພື່ອລະດົມເງິນທຶນມາລົງທຶນໄລຍະຍາວ ເຂົ້າໃນການພັດທະນາຂອງລັດຖະບານ ເຊິ່ງອາຍຸຫລາຍກວ່າ 1 ປີ.

ພັນທະບັດທະນາຄານແຫ່ງ ສປປລາວ ແມ່ນຫຍັງ?

ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ທະນາ ຄານແຫ່ງ ສປປລາວ ອອກ, ຈຸດປະສົງແມ່ນເພື່ອດຶງດູດເອົາເງິນຈາກຂອດຈໍລະຈອນເຂົ້າ ສູ່ລະບົບ ເພື່ອຫລຸດຜ່ອນປະລິມານເງິນໃນຂອດຈໍລະຈອນ, ຫລຸດປະລິມານເງິນເຟີ້ ແລະ ແນໃສ່ຄ່າຂອງເງິນມີສະຖຽນລະພາບ.

ໃບຢັ້ງຢືນການຄ້າ (commercial paper) ແມ່ນຫຍັງ?

ໃບຢັ້ງຢືນການຄ້າເປັນໃບຢັ້ງຢືນໜີ້ໄລຍະສັ້ນ ຜູ້ອອກສ່ວນໃຫຍ່ເປັນສະຖາບັນການເງິນ, ບໍລິສັດເອກະຊົນ ທີ່ມີຄວາມໜ້າເຊື່ອຖືສູງ ແລະ ບັນດາທະນາຄານທຸລະກິດ ເພື່ອກູ້ຢືມເງິນຊົ່ວຄາວຈາກ ຕະຫລາດເງິນ. ຕາມທຳມະດາແລ້ວການອອກໃບຢັ້ງຢືນການຄ້າແມ່ນເພື່ອແກ້ໄຂຄວາມຕ້ອງການ ເງິນສົດອັນຮີບດ່ວນໃນການດຳເນີນທຸລະກິດເພາະວ່າສິນຄ້າທີ່ຜະລິດອອກມາຂອງບັນດາບໍລິສັດ ຫລື ວິສາຫະກິດ ຂາຍບໍ່ທັນ ຫລື ຄວາມຕ້ອງການໃນການນໍາສິນຄ້າໃໝ່ເຂົ້າມາ, ບໍລິສັດ ຫລື ວິສາຫະກິດ

ສັນຍາຊື້ ຄືນ (Repurchase agreement -RP) ແມ່ນຫຍັງ?

ສັນຍາຊື້ຄືນແມ່ນຈໍານວນເງິນທີ່ກູ້ຢືມຕິດໜີ້ໄລຍະສັ້ນ ມີຫລັກຊັບຄໍ້າປະກັນ, ສັນຍາຊື້ຄືນໜຶ່ງໆຖ້ານະລວມມີເນື້ອໃນດັ່ງນີ້: ຂາຍຫລັກຊັບ ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະຊື້ຄືນຫລັກຊັບດັ່ງກ່າວ ຕາມລາຄາທີ່ໄດ້ກຳ ນົດໄວ້ ແລະ ຜູ້ຂາຍໃຫ້ສັນຍາວ່າຈະຈ່າຍໃຫ້ຜູ້ຊີ້ໃນອັດຕາດອກເບັ້ຍທີ່ໄດ້ຕົກລົງກັນໄວ້. ຜູ້ຊື້, ຊື້ຫລັກຊັບ ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະຂາຍຫລັກຊັບຄືນຕາມລາຄາທີ່ໄດ້ກຳນົດ ໄວ້ ແລະ ຜູ້ຊື້ຫລັກຊັບຈະໄດ້ຮັບອັດຕາດອກເບັ້ຍຕາມທີ່ໄດ້ຕົກລົງກັນ. ກຳນົດເວລາ ຂອງສັນຍາຊື້ຄືນມີຫລາຍຮູບແບບ ເຊິ່ງໄລຍະເວລາສັ້ນ ນັບແຕ່ “ຂ້າມຄືນ”,

ໃບຮັບຮອງຂອງທະນາຄານ (Bankers Acceptances - BAs) ແມ່ນຫຍັງ?

ເປັນເອກະສານຄໍ້າປະກັນຂອງທະນາຄານທີ່ໃຊ້ໃນການຈັດຫາເງິນທຶນໃຫ້ແກ່ຜູ້ນໍາເຂົ້າເມື່ອທະ ນາຄານຮັບຮອງເອກະສານຂອງບໍລິສັດຜູ້ນຳເຂົ້າເຮັດໃຫ້ບໍລິສັດຜູ້ນຳເຂົ້າມີຄວາມເຊື່ອຖືສູງຂຶ້ນ. ນັ້ນ, ໃບຮັບຮອງດັ່ງກ່າວເປັນເອກະສານໜີ້ມີຄຸນນະພາບສູງສາມາດຂາຍໃຫ້ແກ່ນັກລົງທຶນໄດ້ງ່າຍ. ຜູ້ສະ ຖືໜັງສືຮັບຮອງນີ້ (ຕາມປົກກະຕິແລ້ວແມ່ນຜູ້ສົ່ງອອກຖືໃບແຊັກ ຫລື ໃບແລກເງິນ ຜູ້ສົ່ງອອກຈະ

ທຸລະກຳໃນຕະຫລາດເງິນ ແມ່ນຫຍັງ?

ສຳລັບພື້ນຖານເສດຖະກິດທີ່ຂະຫຍາຍຕົວ ແລະ ມີໂຄງສ້າງເສດຖະກິດທີ່ສົມບູນແບບ, ບໍລິສັດຫລັກຊັບໄດ້ຮັບອະນຸຍາດຄ້າພັນທະບັດ ຫລື Bond dealer ສາມາດສ້າງຄວາມອ່ອນໄຫວ ໃຫ້ແກ່ຜູ້ ລົງທຶນທີ່ພົບຄວາມຫຍຸ້ງຍາກທາງດ້ານໄລຍະເວລາ ຂອງການລົງທຶນ ຫລື ອາຍຸການ ຂອງຫລັກຊັບເຊັ່ນ ຖ້າຫາກວ່າຜູ້ລົງທຶນຕ້ອງການລົງທຶນໄລຍະສັ້ນພຽງ 30 ວັນ ແຕ່ຕະຫລາດການເງິນ ໃນເວລານັ້ນ

ຜົນຕອບແທນໃນຕະຫລາດເງິນ ແມ່ນຫຍັງ?

ຜົນຕອບແທນທີ່ຈະໄດ້ຮັບສ່ວນໃຫຍ່ຈະຢູ່ໃນຮູບແບບສ່ວນຫລຸດ ຫລື Discount ຈາກມູນຄ່າທີ່ ຜູ້ລົງທຶນໄດ້ຮັບເມື່ອຄົບກຳນົດ ເຊັ່ນ ພັນທະບັດຄັງເງິນມີມູນຄ່າໜ້າໃບ 100.000 ກີບ, ມີກຳນົດເວລາ 90 ວັນ ຂາຍໃຫ້ແກ່ນັກລົງທຶນໃນລາຄາຕໍ່າກວ່າ 100.000 ກີບ (ຕໍ່າກວ່າເທົ່າໃດນັ້ນແມ່ນຂຶ້ນກັບຜູ້ ພິມຈຳໜ່າຍກໍານົດໄວ້).

ໃບສະແດງສິດ (warrant) ແມ່ນຫຍັງ?

ຫລັກຊັບທຶນອີກຊະນິດໜຶ່ງໄດ້ແກ່ໃບຢັ້ງຢືນສິດ (warrant) ໃນການຈອງຊື້ຮຸ້ນສາມັນ, ໃບຢັ້ງ ຢືນສິດເປັນເອກະສານສໍາຄັນທີ່ບໍລິສັດຜູ້ອອກ ໃຫ້ສິດແກ່ຜູ້ຖືຮຸ້ນສາມັນໃນການຊື້ຮຸ້ນສາມັນທີ່ອອກ ໃໝ່ ຂອງບໍລິສັດຜູ້ອອກໃບຢັ້ງຢືນສິດນັ້ນໃນຈຳນວນແລະລາຄາ ທີ່ໄດ້ກຳນົດໄວ້ແລ້ວພາຍໃນໄລຍະ ເວລາ ຫລື ວັນທີ່ໄດ້ກຳນົດໄວ້ໃນໃບຢັ້ງຢືນສິດນັ້ນ ຫລື ຍັງເອີ້ນວ່າ ໃບຢັ້ງຢືນສິດປະເພດນີ້ວາ ໃບຢັ້ງ ຢືນສິດກ່ຽວກັບທຶນ (equity warrant).

ໜ່ວຍລົງທຶນ (Unit trust) ແມ່ນຫຍັງ?

ເປັນເອກະສານທີ່ອອກຂາຍໂດຍບໍລິສັດບໍລິຫານກອງ ທຶນລວມ ເພື່ອລະດົມເງິນທຶນຈາກປະຊາຊົນເຂົ້າກອງທຶນລວມຫລັງຈາກນັ້ນບໍລິສັດບໍລິຫານການລົງທຶນຈະຈັດ ສັນເງິນໃນກອງທຶນນັ້ນໄປລົງທຶນຕາມສັດສ່ວນ ແລະ ຂອບທີ່ໄດ້ກຳນົດໄວ້ໃນໜັງສືຊວນຊື້ ເຊັ່ນ: ລົງທຶນຊື້ຫລັກຊັບໃນຕະຫລາດຫລັກຊັບ, ລົງທຶນໃນເອກະສານການເງິນຕ່າງໆ ຫລືຝາກໄວ້ກັບສະຖາ ບັນການເງິນ; ຜູ້ຖືຮຸ້ນໜ່ວຍລົງທຶນມີຖານະຮ່ວມເປັນເຈົ້າຂອງກອງທຶນນັ້ນໆ ແລະ ມີສິດທິໄດ້ຮັບເງິນ ປັນຜົນຕອບແທນຈາກຜົນກຳໄລທີ່ເກີດຂຶ້ນ.

ກອງທຶນປິດ (Closed-end fund) ແມ່ນຫຍັງ?

ເປັນກອງທຶນທີ່ຈຳໜ່າຍໜ່ວຍລົງທຶນໃນຈໍານວນທີ່ແນ່ນອນບໍ່ເພີ່ມຂຶ້ນ ແລະ ບໍ່ຫລຸດລົງເນື່ອງຈາກວ່າບໍ່ ມີການອອກໜ່ວຍລົງທຶນຂອງກອງທຶນນີ້ເພີ່ມ ແລະ ບໍ່ມີການຮັບຊື້ຄືນໜ່ວຍລົງທຶນ ຫລື ຮັບໄຖ່ຖອນ ກ່ອນ ເຖິງເວລາຄົບອາຍຸ, ມີການເປີດໃຫ້ຈອງພຽງຄັ້ງດຽວເມື່ອຈັດຕັ້ງໂຄງການ, ມີກຳນົດອາຍຸ ໂຄງການແນ່ນອນ. ເຖິງຢ່າງໃດກໍ່ຕາມຫາກຜູ້ທີ່ຕ້ອງການຊື້ໜ່ວຍລົງທຶນປະເພດນີ້ ແມ່ນສາມາດຊື້ໄດ້ຫລັງ ຈາກ ມີການປິດຂາຍຂອງກອງທຶນລວມຫລືຜູ້ທີ່ຖືໜ່ວຍລົງທຶນນັ້ນຕ້ອງການຂາຍກໍ່ສາມາດຂາຍໄດ້ໃນ ຕະຫລາດຂັ້ນສອງ.

ກອງທຶນເປີດ (Open-end fund) ແມ່ນຫຍັງ?

ເປັນກອງທຶນທີ່ຈໍາໜ່າຍໜ່ວຍລົງທຶນເພີ່ມຂຶ້ນເລື້ອຍໆແລະຮັບຊື້ຄືນຈາກຜູ້ຖືໜ່ວຍລົງທຶນ ຕະຫລອດ ເວລາກ່ອນສິ້ນສຸດອາຍຸກອງທຶນ, ກອງທຶນເປີດຈິ່ງເປັນທີ່ນິຍົມ ຫລາຍກ່ວາ ກອງທຶນປິດ ເພາະ ສະພາບຄ່ອງຫລາຍກວ່າ, ອີກຢ່າງໜຶ່ງໜ່ວຍກອງທຶນ ປິດອາດ ຈະມີການ ຊື້ຂາຍໃນລາຄາທີ່ ສູງ ຫລື ຕ່ຳກວ່າມູນຄ່າຂອງຊັບສິນສຸດທິຕໍ່ໜ່ວຍ (net asset value ຫລື NAV) ກໍ່ໄດ້ແຕ່ໜ່ວຍ ລົງທຶນ ຂອງ ກອງທຶນເປີດຈະມີລາຄ່າໄຖ່ຖອນຄືນເທົ່າກັບມູນຄ່າສຸດທິຂອງໜ່ວຍພໍດີ.

ເງິນປັນຜົນເປັນຜົນຕອບແທນໂດຍກົງທີ່ຜູ້ຖືຮຸ້ນສາມັນແລະຮຸ້ນບູລິມະສິດຈະໄດ້ຮັບເຊິ່ງອາດ ຈະຢູ່ໃນຮູບແບບຂອງເງິນສົດຫລືຮຸ້ນທີ່ຮູ້ຈັກກັນໃນຊື່ຂອງຮຸ້ນປັນຜົນ, ແຕ່ໃນນີ້ເງິນປັນ ຜົນທີ່ເຄີຍ ພົບ ໂດຍສ່ວນໃຫຍ່ຈະເປັນເງິນສົດທີ່ເກີດຈາກການທີ່ບໍລິສັດມີຜົນການດໍາເນີນງານດີແລະມີກຳໄລຈາກ ທຸລະກິດເຊິ່ງຈຳນວນເງິນປັນຜົນໃນແຕ່ລະປີຈະບໍ່ຄົງທີ່, ໄດ້ຫລາຍ ຫລື ໜ້ອຍ ແມ່ນ ຂຶ້ນ ກັນນະໂຍ ບາຍຂອງບໍລິສັດແລະກຳໄລຫລືຜົນປະກອບການຂອງບໍລິສັດໃນປີນັ້ນໆ. ໂດຍລວມ ແລ້ວ ຖ້າ ຫາກ ບໍລິສັດໄດ້ກຳໄລຫລາຍ (ໜ້ອຍ) ກໍ່ມີໂອກາດຈ່າຍເງິນປັນຜົນສູງ (ຕໍ່) ເຊິ່ງຈະຕ່າງ ຈາກຮຸ້ນ ບູລິ ມະ ສິດທີ່ຜົນຕອບແທນໃນຮູບແບບເງິນປັນຜົນຈະຖືກກຳນົດໄວ້ຄົງທີ່ໃນທຸກປີແລະສ່ວນໃຫຍ່ຈະຄິດໄລ່ ເປັນອັດຕາສ່ວນຮ້ອຍຂອງມູນຄ່າທີ່ກຳນົດໄວ້ຄ້າຍຄືກັບການ.

ກຳໄລຈາກການຂາຍຮຸ້ນ ແມ່ນຫຍັງ?

ກຳໄລຈາກການຂາຍຮຸ້ນເຊິ່ງຜູ້ລົງທຶນຈະໄດ້ຮັບໃນກໍລະນີທີ່ພາວະຕະຫລາດອໍານວຍຄວາມ ສະດວກແລະລາຄາຮຸ້ນມີການປັບຕົວສູງຂຶ້ນເຮັດໃຫ້ຜູ້ລົງທຶນສາມາດຂາຍຮຸ້ນໄດ້ໃນລາຄາທີ່ສູງກວ່າ ລາ ຄາທີ່ຊື້ມາ. ຕົວຢ່າງ: ທ້າວໂຊກດີຊື້ຮຸ້ນທີ່ຈຳໜ່າຍໃນຕະຫລາດຂັ້ນໜຶ່ງໃນລາຄາ 5000 ກີບຕໍ່ຮຸ້ນ ແລ້ວລາວນຳຮຸ້ນຂອງລາວໄປຈົດທະບຽນຂາຍໃນຕະຫລາດຫລັກຊັບໃນເວລານັ້ນລາຄາຕະຫລາດ ແມ່ນ 12.000 ກີບຕໍ່ຮຸ້ນ, ຈະ ເຫັນວ່າເວລານັ້ນລາວໄດ້ກຳໄລຢູ່ 7000 ກີບຕໍ່ຮຸ້ນ.

ສິດໃນການຈອງຊື້ຮຸ້ນໃໝ່ ແມ່ນຫຍັງ?

ສິດໃນການຈອງຊື້ຮຸ້ນໃໝ່ຫລືລູກຮຸ້ນ, ໃນກໍລະນີທີ່ບໍລິສັດມີການເພີ່ມທຶນຈົດທະບຽນ ເພື່ອ ໃຫ້ຜູ້ຖືຮຸ້ນເດີມສາມາດຮັກສາສັດສ່ວນຂອງສິດຄວາມເປັນເຈົ້າຂອງໃນບໍລິສັດໄວ້ໄດ້ໃນລະດັບເກົ່າ. ເຖິງຢ່າງໃດກໍ່ຕາມຜູ້ລົງທຶນຄວນຄໍານຶງວ່າຜົນຕອບແທນຈາກຮຸ້ນສາມັນບໍ່ມີຄວາມແນ່ນອນໂດຍ ອັດຕາເງິນປັນຜົນທີ່ໄດ້ຮັບຈະມີການປ່ຽນແປງໄປຕາມຜົນປະກອບການຂອງບໍລິສັດນັ້ນໆແລະໃນ ສ່ວນກຳໄລຈາກການຂາຍຮຸ້ນນັ້ນຈະຂຶ້ນກັບທ່າອ່ຽງການຫາກຳໄລຂອງບໍລິສັດແລະສະພາບຂອງ ຕະຫລາດ ຫລັກຊັບຕະຫລອດຮອດປັດໄຈອື່ນໆຈາກພາຍນອກ.

ເງິນປັນຜົນ ຫລື ດອກເບັ້ຍ ແມ່ນຫຍັງ?

ເງິນປັນຜົນຫລືດອກເບັ້ຍເກີດຈາກການທີ່ຫລັກຊັບທຶນຫລືຫລັກຊັບໜີ້ທີ່ກອງທຶນຖືຄອງຢູ່ມີ ການຈ່າຍຜົນຕອບແທນໃຫ້ແກ່ຜູ້ຖືໃນຮູບແບບຂອງເງິນປັນຜົນຫລືດອກເບັ້ຍເຊິ່ງຜົນຕອບແທນເຫລົ່າ ນີ້ຈະຖືກສົ່ງຕໍ່ໄປໃຫ້ແກ່ຜູ້ຖືໜ່ວຍລົງທຶນໃນຮູບແບບຂອງເງິນປັນຜົນ. ເງິນປັນຜົນທີ່ຜູ້ຖືໜ່ວຍລົງທຶນ ຈະ ໄດ້ຮັບອາດຈະເປັນຜົນຕອບແທນທັງໝົດທີ່ກອງທຶນໄດ້ຮັບຫລືອາດຈະເປັນພຽງບາງສ່ວນ ໃນ ສ່ວນທີ່ເຫລືອຈະນຳເອົາໄປເຂົ້າກອງທຶນລົງທຶນໃໝ່ກໍ່ໄດ້ຂຶ້ນຢູ່ກັບນະໂຍບາຍຂອງກອງທຶນນັ້ນເຊິ່ງ ຜູ້ຖື ໜ່ວຍລົງທຶນສາມາດຮູ້ໄດ້ຈາກໜັງສືຊວນຊື້.

ກຳໄລຈາກການຂາຍຫລັກຊັບ ແມ່ນຫຍັງ?

ກຳໄລຈາກການຂາຍຫລັກຊັບເກີດຈາກການທີ່ຜູ້ບໍລິຫານກອງທຶນມີການຂາຍຮຸ້ນຫລືຊັບສິນ ເຊັ່ນຂາຍອະສັງຫາລິມະຊັບທີ່ນອນຢູ່ໃນບັນຊີຂອງກອງທຶນໃນລາຄາທີ່ສູງກວ່າລາຄາທີ່ຊື້ມາໃນເບື້ອງ ຕົ້ນຈິ່ງກໍ່ໃຫ້ເກີດກຳໄລ ແລະ ມູນຄ່າຊັບສິນສຸດທິຂອງກອງທຶນເພີ່ມຂຶ້ນ.

ນິຍາມອະນຸພັນ ແລະ ຫລັກຊັບອະນຸພັນ ແມ່ນຫຍັງ?

“ອະນຸພັນ” ໃນພາສາອັງກິດໃຊ້ຄໍາວ່າ “Derivartives” ເຊິ່ງໃນນີ້ຄໍາວ່າ “Derive” ແປວ່າ ມາ ຈາກ ຫລື ຂຶ້ນກັບເຊັ່ນດຽວກັນກັບຄໍາພາສາລາວທີ່ວ່າ “ອະນຸ” ແປວ່ານ້ອຍ ຫລື ຕາມມາ ແລະ “ພັນ” ແປວ່າກຳເນີດ. ດັ່ງນັ້ນ, ຫລັກຊັບອະນຸພັນ (Derivartives Securities) ຈິ່ງມີຄວາມໝາຍຄວາມ ວ່າ ຫລັກຊັບທີ່ກໍໃຫ້ກຳເນີດຫລືປ່ຽນແປງຕາມສິ່ງອ້າງອີງ; ໂດຍທົ່ວໄປຫລັກຊັບອະນຸພັນຈະມີມູນຄ່າຂຶ້ນ ກັບຊັບສິນອ້າງອີງ (underlying asset) ຫລືຕົວປ່ຽນອ້າງອີງ (underlying avariable).

ສັນຍາ swap ແມ່ນຫຍັງ?

ເປັນສັນຍາທີ່ຈະມີການແລກປ່ຽນກະແສເງິນສົດທີ່ຈະເກີດຂຶ້ນໃນອະນາຄົດ ລະຫວ່າງ ຄູ່ສັນຍາ 2 ຝ່າຍ (ອາດຈະນໍາມາຫັກລົບກັນກ່ອນກໍ່ໄດ້) ຖ້າຫາກພິຈາລະນາຢ່າງເລິກ ເຊິ່ງ ແລ້ວຈະເຫັນວ່າສັນຍາ swap ກໍ່ຄືກຸ່ມຂອງສັນຍາລ່ວງໜ້າ (series of forwards) ນັ້ນເອງ. ດັ່ງນັ້ນ, ສັນຍາ swap ສ່ວນຫລາຍຕົກລົງເຮັດທຸລະກຳໃນຕະຫລາດບໍ່ລວມສູນ (OTC).

ບໍລິສັດຫລັກຊັບ ແມ່ນຫຍັງ?

ໝາຍເຖິງສະຖາບັນການເງິນທີ່ໄດ້ຮັບການສ້າງຕັ້ງແລະເຄື່ອນໄຫວທຸລະ ກິດ ຕາມດຳລັດວ່າດ້ວຍຫລັກຊັບແລະຕະຫລາດຫລັກຊັບເລກທີ 255, ລົງວັນທີ 24 ພຶດສະພາ 2010.

ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Financial Market) ປີ 2017, ສະຖາບັນການທະນາຄານ

ທຸລະກິດຫລັກຊັບ ແມ່ນຫຍັງ?

ໝາຍເຖິງການເປັນນາຍໜ້າຊື້ຂາຍຫລັກຊັບ, ການຄ້າຫລັກຊັບ, ການ ເປັນທີ່ປຶກສາການລົງທຶນໃນຫລັກຊັບ, ການຄໍ້າປະກັນການຈຳໜ່າຍຫລັກຊັບແລະທຸລະກິດອື່ນໆ ທີ່ ກ່ຽວ ຂ້ອງກັບຫລັກຊັບຕາມການອະນຸມັດຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບ.

ການເປັນນາຍໜ້າ ແມ່ນຫຍັງ?

ໝາຍເຖິງການເປັນສື່ກາງຫລືຕົວແທນເພື່ອດໍາເນີນທຸລະກໍາ – ຊື້ຂາຍ ຫລັກຊັບໃນນາມຍລູກຄ້າໂດຍໄດ້ຮັບຄ່າບໍລິການນາຍໜ້າ (commission fee) ເຊິ່ງທຸລະກິດດັ່ງ ກ່າວສ່ວນຫລາຍຈະເປັນທຸລະກິດທີ່ຫາລາຍ ໄດ້ຫລັກໃຫ້ແກ່ບໍ ລິສັດ ຫລັກ ຊັບເປັນສ່ວນໃຫ່ຍ, ບໍລິ ສັດຫລັກຊັບທີ່ສາ ມາດ ໃຫ້ບໍລິການ ຊື້ຂາຍ ຫລັກຊັບຈົດທະບຽນ ໄດ້ໂດຍກົງຕ້ອງເປັນສະມາຊິກ ຂອງຕະຫລາດຫລັກຊັບ.

ຕົ້ນທຶນຂອງເງິນທຶນ (Cost of Capital) ແມ່ນຫຍັງ?

ຕົ້ນທຶນຂອງເງິນທຶນ ຫລື ຕົ້ນທຶນຄ່າເສຍໂອກາດຂອງເງິນທຶນນັ້ນຄື ອັດຕາຜົນຕອບແທນທີ່ຈະ ສະຖາບັນການທະນາຄານໄດ້ຮັບຈາກການລົງທຶນອື່ນໆ ທີ່ມີຄວາມສ່ຽງຄ້າຍຄືກັນ.

ໂອກາດໃນການຜະລິດ (Production Opportunity) ແມ່ນຫຍັງ?

ຄື: ໂອກາດການລົງທຶນໃນຊັບສິນ ທີ່ມີປະສິດທິຜົນ (productive assets) ເຊິ່ງມີອັດຕາຜົນຕອບແທນຈາກການລົງທຶນ (return on Investment) ທີ່ດີ.

ຄວາມເພິ່ງພໍໃຈໃນການບໍລິໂພກຕາມໄລຍະເວລາ (Time Preferences for Consumption) ແມ່ນຫຍັງ?

ຄື: ຄວາມເພິ່ງພໍໃຈຂອງຜູ້ບໍລິໂພກທີ່ຈະມີການບໍລິໂພກໃນປະຈຸບັນ ຫລືຈະອອມໄວ້ ເພື່ອການບບໍລິໂພກໃນອະນາຄົດ.

ຄວາມສ່ຽງ (risk) ແມ່ນຫຍັງ?

ເປັນໂອກາດທີ່ການລົງທຶນຈະໄດ້ຮັບຜົນຕອບແທນທີ່ເປັນລົບ ຫລື ໜ້ອຍກວ່າ ຈໍານວນຄາດວ່າຈະໄດ້ຮັບ.

ເງິນເຟີ້ (Inflation) ແມ່ນຫຍັງ?

ເປັນສະພາວະທີ່ລະດັບລາຄາສິນຄ້າສູງຂຶ້ນຢ່າງຕໍ່ເນື່ອງສົ່ງຜົນໃຫ້ ອໍານາດການຊື້ (purchasing Power) ຫລຸດລົງ.

ການຄິດໄລ່ອັດຕາດອກເບັ້ຍ ແມ່ນຫຍັງ?

ໃນຕະຫລາດການເງິນຫລັກຊັບໜີ້ ມີຫລາຍປະເພດທີ່ແຕກຕ່າງກັນ ບໍ່ວ່າຈະເປັນຜົນຕອບແທນ ຫລື ກະແສເງິນສົດ (ທີ່ຜູ້ອອກຫລັກຊັບໜີ້ຈ່າຍໃຫ້ແກ່ຜູ້ລົງທຶນ) ທີ່ແຕກຕ່າງກັນ ລວມທັງໄລຍະເວລາ ໃນການຊຳລະໜີ້ກໍແຕກຕ່າງກັນ.

ມູນຄ່າປະຈຸບັນ (Present value) ແມ່ນຫຍັງ?

ມູນຄ່າປະຈຸບັນຂອງຫລັກຊັບທາງການເງິນແມ່ນ ມູນຄ່າໃນວັນນີ້ຂອງກະແສເງິນສົດທີ່ຈະເກີດ ສົງທຶນ ຂຶ້ນໃນອະນາຄົດຈາກ ການລົງທຶນໃນຫລັກຊັບທາງການເງິນນັ້ນ, ຄວາມສຳນຶກກ່ຽວກັບມູນຄ່າປະຈຸບັນ ມາຈາກຄວາມຈິງທີ່ວ່າ “ເງິນ 1 ກີບ ໃນປະຈຸບັນມີມູນຄ່າທີ່ຫລາຍກວ່າເງິນ 1 ກີບ ໃນອະນາຄົດ”.

ສິນເຊື່ອແບບງ່າຍດາຍ (Simple Loan) ແມ່ນຫຍັງ?

ເປັນສິນ ເຊື່ອທີ່ຜູ້ກູ້ເງິນຈະຕ້ອງຊຳລະຄືນ ເງິນ ຕົ້ນ ແລະ ດອກ ເບັ້ຍແກ່ຜູ້ໃຫ້ກູ້ເມື່ອ ຄົບອາຍຸການໄຖ່ຖອນ, ຫລັກຊັບ ການເງິນເຫລົ່ານີ້ແມ່ນໄດ້ແກ່ເງິນຝາກປະຈຳທີ່ທະນາຄານ, ໃບສັນຍາໃຊ້ເງິນເປັນຕົ້ນ.

ສິນເຊື່ອຈ່າຍເປັນງວດຄົງທີ່ (Fixed-Payment Loan ຫລື Fully Amortized Loan) ແມ່ນຫຍັງ?

ເປັນສິນເຊື່ອທີ່ມີການຈ່າຍຊຳລະຄືນເປັນງວດໆ (ເຊັ່ນທຸກໆເດືອນ) ໂດຍທີ່ຈໍານວນເງິນໃນແຕ່ລະ ງວດຄົງທີ່, ຈຳນວນເງິນໃນແຕ່ລະງວດທີ່ຄົງທີ່ນັ້ນຈະປະກອບດ້ວຍສ່ວນຂອງເງິນຕົ້ນ ແລະ ສ່ວນຂອງ ດອກເບັ້ຍຕາມຈຳນວນປີທີ່ໄດ້ກຳນົດໄວ້ເຊັ່ນ: ທ່ານກູ້ເງິນຈໍານວນ 1.000.000 ກີບ ແລະ ຕ້ອງ ຊຳ ລະເງິນຄືນແກ່ເຈົ້າໜີ້ທຸກໆເດືອນ ເດືອນລະ 10.000 ກີບເປັນໄລຍະເວລາ 15 ປີສິນເຊື່ອ ນີ້ທີ່ເຮົາຮູ້ ຈັກກັນດີຄື:ສິນເຊື່ອເພື່ອທີ່ຢູ່ອາໃສ.

ພັນທະບັດທີ່ລະ ແມ່ນຫຍັງ?

 ພັນທະບັດທີ່ລະບຸດອກເບັ້ຍໜ້າໃບ (Coupon)ເປັນພັນທະບັດຈ່າຍດອກເບັ້ຍທຸກໆປີ (ຫລື ທຸກໆ 6 ເດືອນ) ຕະຫລອດໄລຍະເວລາຈົນສິ້ນ ສຸດອາຍຸການໄຖ່ຖອນ ແລະ ເມື່ອຄົບອາຍຸການ ໄຖຖອນຜູ້ລົງທຶນຍັງໄດ້ຮັບການຊຳລະຄືນເງິນຕົ້ນຫລືມູນຄ່າໜ້າໃບທີ່ໄດ້ກຳນົດໄວ້ (Face value ຫລື Par value) ເຊັ່ນ: Coupon Bond ມີມູນຄ່າໜ້າໃບ 1.000 ກີບຈ່າຍດອກ ເບັ້ຍທຸກໆປີປີລະ 100 ກີບເປັນໄລຍະເວລາ 10 ປີແລະເມື່ອຄົບອາຍຸການ ໄຖ່ຖອນຈະໄດ້ຮັບການ ຊຳລະມູນຄ່າໜ້າ ໃບຄືນຈໍານວນ 1.000 ກີບ.

ພັນທະບັດທີ່ບໍ່ຈ່າຍດອກເບັ້ຍໜ້າໃບ (Discount or Zero-Coupon Bond) ແມ່ນຫຍັງ?

 ພັນທະ ບັດດັ່ງກ່າວນີ້ຈະຂາຍໃນລາຄາທີ່ຕໍ່າກວ່າມູນຄ່າໜ້າໃບ (ຂາຍຫລຸດ), ຜູ້ລົງ ທຶນຈະໄດ້ຮັບການຊຳລະງິນຄືນຕາມມູນຄ່າໜ້າໃບ ເມື່ອຄົບອາຍຸການໄຖ່ຖອນ; Discount Bond ຕ່າງຈາກ Coupon Bond ເພາະວ່າ Discount Bond ຈະບໍ່ມີການຈ່າຍດອກເບັ້ຍໃນ ແຕ່ລະໄລຍະແຕ່ຈະຊຳລະເງິນ ຄືນຕາມ ມູນຄ່າໜ້າໃບເທົ່ານັ້ນເຊັ່ນ: Discount Bond ອາຍຸການໄຖ່ຖອນ 1 ປີມີມູນຄ່າໜ້າໃບ 1.000 ກີບ ອາດຈະຂາຍໃນລາຄາ 900 ກີບເມື່ອຄົບອາຍຸການໄຖ່ຖອນໃນອີກ 1 ປີຂ້າງໜ້າ ຜູ້ລົງ ທຶນ ຈະໄດ້ມີ ການຊຳລະເງິນຄືນ 1.000 ກີບເຊັ່ນ: ພັນທະບັດຄັງເງິນ.