Khamsub.la

ຂະແໜງການເງີນ

Estimated reading: 0 minutes 26 views
ທະນາຄານທຸລະກິດ  ແມ່ນຫຍັງ?
ທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນວິສາຫະກິດທີ່ຖືກສ້າງຕັ້ງຂຶ້ນຕາມກົດໝາຍສະບັບນີ້ ຊຶ່ງດໍາເນີນ ທຸລະກິດທະນາຄານເປັນຕົ້ນ ການລະດົມເງິນຝາກເພື່ອສະໜອງສິນເຊື່ອ, ຊື້ – ຂາຍເງິນຕາຕ່າງປະເທດ, ໃຫ້ບໍລິການຊຳລະ

ທະນາຄານເປັນບ່ອນສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ ແມ່ນຫຍັງ?
ທະນາຄານເປັນບ່ອນສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ ແມ່ນຫຍັງ?

ທຶນໄດ້ກຳເນີດເກີດຂື້ນຍ້ອນມີການສະສົມ, ການປະຢັດຂອງບຸກຄົນ, ວິສາຫະກິດ ແລະ ລັດຖະບານ ໃນພື້ນຖານເສດຖະກິດ. ສະນັ້ນ, ຢາກມີທຶນຫຼາຍຕ້ອງເພີ່ມລາຍໄດ້ແຫຼ່ງຊາດ,

ທະນາຄານແມ່ນຂົວຕໍ່ລະຫວ່າງວິສາຫະກິດກັບຕະຫຼາດ ແມ່ນຫຍັງ?
ທະນາຄານແມ່ນຂົວຕໍ່ລະຫວ່າງວິສາຫະກິດກັບຕະຫຼາດ ແມ່ນຫຍັງ?

ຈາກ ໃນເງື່ອນໄຂເສດຖະກິດຕະຫຼາດ, ການເຄື່ອນໄຫວຂອງບັນດາວິສາຫະກິດ ໄດ້ຮັບຜົນສະທ້ອນຫລາຍ ບັນດາກົດເກນເສດຖະກິດ ເປັນຕົ້ນແມ່ນ ກົດເກນລາຄາ, ກົດເກນການສະໜອງ

ທະນາຄານທຸລະກິດແມ່ນເຄື່ອງມືຂອງລັດເພື່ອດັດສົມການຄຸ້ມຄອງມະຫາພາກໃນພື້ນຖານ ແມ່ນຫຍັງ?
ທະນາຄານທຸລະກິດແມ່ນເຄື່ອງມືຂອງລັດເພື່ອດັດສົມການຄຸ້ມຄອງມະຫາພາກໃນພື້ນຖານ ແມ່ນຫຍັງ?

ໃນເງື່ອນໄຂຂອງເສດຖະກິດຕະຫລາດ, ທະນາຄານທຸລະກິດ ສະໜອງທຶນເພື່ອໃຫ້ວິສາຫະກິດທຳ ການຜະລິດໄດ້ຢ່າງເປັນປົກກະຕິ ໂດຍຜ່ານຜະລິດຕະພັນສິນເຊື່ອ ແລະ ການບໍລິການອື່ນ ສິ່ງດັ່ງກ່າວໄດ້ກ່າຍ

ທະນາຄານທຸລະກິດແມ່ນຂົວຕໍ່ ລະຫວ່າງການເງິນແຫ່ງລັດ ກັບການເງິນສາກົນ ແມ່ນຫຍັງ?
ທະນາຄານທຸລະກິດແມ່ນຂົວຕໍ່ ລະຫວ່າງການເງິນແຫ່ງລັດ ກັບການເງິນສາກົນ ແມ່ນຫຍັງ?

ໃນພື້ນຖານເສດຖະກິດຕະຫຼາດ ເມື່ອການພົວພັນລະຫວ່າງສິນຄ້າ-ເງິນຕາ ນັບມື້ເປີດກ້ວາງເຮັດໃຫ້ ຄວາມຕ້ອງການທາງດ້ານການແລກປ່ຽນດ້ານເສດຖະກິດ-ສັງຄົມ ລະຫວ່າງປະເທດນັບມື້ນັບມີຄວາມຈໍາເປັນ ແລະ ຮີບຮ້ອນ. ດັ່ງນັ້ນ,

ສາຂາ ທະນາຄານ ແມ່ນຫຍັງ?
ສາຂາ ທະນາຄານ ແມ່ນຫຍັງ?

ການບໍລິຫານ ປ້ອງກັນ ຜູ້ລົງທຶນ: ຢູ່ໃນຫລາຍສະຖານທີ່ທີ່ກົດໝາຍອະນຸຍາດ, ທະນາຄານສາມາດສ້າງຕັ້ງສາຂາທະນາຄານ ເພື່ອໃຫ້ ບໍລິການຂົງເຂດໃດໜຶ່ງທີ່ມີການພັດທະນາຢ່າງໄວວາ ຫລື

ໜ່ວຍບໍລິການ ແມ່ນຫຍັງ?
ໜ່ວຍບໍລິການ ແມ່ນຫຍັງ?

ໜ່ວຍບໍລິການແມ່ນໜຶ່ງໃນການບໍລິການຂອງທະນາຄານທີ່ມີມາແຕ່ດົນແລ້ວ ຊຶ່ງໄດ້ສະໜອງການ ບໍລິການທັງໝົດໃນຫ້ອງດຽວ. ເຖິງແນວກໍ່ຕາມ ສ່ວນໃດໜຶ່ງຂອງການບໍລິການ (ຮັບເງິນຝາກ, ຊຳລະແຊັກ) ໄດ້

ທະນາຄານຕົວແທນ ແມ່ນຫຍັງ?
ທະນາຄານຕົວແທນ ແມ່ນຫຍັງ?

ການຄົງຕົວຂອງທະນາຄານຂະໜາດນ້ອຍທີ່ມີຫລາຍຮູບແບບແຕກຕ່າງກັນ ຊຶ່ງກໍ່ໃຫ້ເກີດມີການພົວພັນ ລະຫວ່າງທະນາຄານ, ເພື່ອຮັບປະກັນການສະໜອງບໍລິການການເງິນໃຫ້ແກ່ລູກຄ້າຢູ່ທ້ອງຖິ່ນຢ່າງທົ່ວເຖິງ. ຄວາມຕ້ອງການດັ່ງກ່າວແມ່ນໄດ້ເກີດຂຶ້ນເມື່ອ ແຊັກ “Cheque” ໄດ້ກາຍເປັນພາຫະນະຊຳລະສະສາງ

ທະນາຄານທຸລະກິດຫລາຍຂະແໜງ ແມ່ນຫຍັງ?
ທະນາຄານທຸລະກິດຫລາຍຂະແໜງ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດໃນທຸກດ້ານເຊັ່ນ: ທະນາຄານໃຫ້ກູ້ຢືມໄລຍະສັ້ນ, ໄລຍະຍາວ, ເອກະສານມີຄ່າ, ຮັບເງິນຝາກທຸກປະເພດ ດຳເນີນການທຸກບໍລິການທີ່ມີການພົວພັນເຖິງການເຄື່ອນໄຫວຂອງ ທະນາຄານ… ປະເພດຂອງທະນາຄານນີ້ມີຫລາຍຮູບແບບເຊັ່ນ:

ທະນາຄານທຸລະກິດສະເພາະກິດ ແມ່ນຫຍັງ?
ທະນາຄານທຸລະກິດສະເພາະກິດ ແມ່ນຫຍັງ?

ກົງກັນຂ້າມກັບທະນາຄານຫຼາຍຂະແໜງ ທະນາຄານທຸລະກິດສະເພາະດໍາເນີນທຸລະກິດໃນຂະແໜງໃດ ໜຶ່ງ ຫລື ບາງໜ້າທີ່ຂ້ອງຂອງທະນາຄານເທົ່ານັ້ນ. ຢູ່ບາງປະເທດ, ຍ້ອນມີຄວາມຈໍາກັດທາງດ້ານກົດໝາຍທີ່ຫ້າມ ປອຍກູ້ເພື່ອການບໍລິໂພກ

ທະນາຄານທີ່ເຮັດໜ້າທີ່ຂາຍຍົກ ແມ່ນຫຍັງ?
ທະນາຄານທີ່ເຮັດໜ້າທີ່ຂາຍຍົກ ແມ່ນຫຍັງ?

ທະນາຄານຂາຍຍົກ ແມ່ນທະນາຄານທີ່ມີການເຄື່ອນໄຫວປ່ອຍກູ້ສໍາລັບລູກຄ້າລາຍໃຫຍ່. ຈຸດພິເສດ ຂອງທະນາຄານຂາຍຍົກສະແດງອອກຄື: ຂອບເຂດການເຄື່ອນໄຫວຂອງທະນາຄານບໍ່ກວ້າງ ແຕ່ມູນຄ່າການປ່ອຍກູ້ຫລາຍ, ການເຄື່ອນຂອງທະນາຄານຂາຍຍົກສ່ວນຫລວງຫລາຍເຄີຍລວມສູນຢູ່ເຂດຕົວເມືອງທີ່ມີການຄ້າ ຂະຫຍາຍຕົວສູງ.

ທະນາຄານເຮັດໜ້າທີ່ຂາຍຍ່ອຍ ແມ່ນຫຍັງ?
ທະນາຄານເຮັດໜ້າທີ່ຂາຍຍ່ອຍ ແມ່ນຫຍັງ?

ແມ່ນທະນາຄານດໍາເນີນທຸລະກິດກັບລູກຄ້າທີ່ເຮັດທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ລູກຄ້າ ເອກະຊົນ. ຈຸດພິເສດຂອງທະນາຄານນີ້ແມ່ນໃຫ້ບໍລິການລູກຄ້າເປັນຈຳນວນຫລາຍ ແຕ່ວົງເງິນປ່ອຍກູ້ບໍ່ຫລາຍ, ຂອບເຂດການເຄື່ອນໄຫວ

ພະນັກງານສິນເຊື່ອ ແມ່ນຫຍັງ?
ພະນັກງານສິນເຊື່ອ ແມ່ນຫຍັງ?

ໂດຍທົ່ວໄປຜູ້ບໍລິຫານທະນາຄານຈະເລີ່ມຕົ້ນອາຊີບຈາກການເປັນພະນັກງານຮັບ ແລະ ຄົ້ນຄວ້າ ເອກະສານຂໍກູ້ຢືມຂອງຫົວໜ່ວຍທຸລະກິດ ແລະ ຄົວເຮືອນ, ພະນັກງານສິນເຊື່ອໄດ້ພົວພັນກັບລູກຄ້າໂດຍກົງ, ໃຫ້ຄໍາແນະນໍາ,

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?
ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ ອ້າງອີງ:

ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?
ພະນັກງານວິເຄາະສິນເຊື່ອ ແມ່ນຫຍັງ?

ເປັນພະນັກງານວິເຄາະຢູ່ເບື້ອງຫລັງພະນັກງານສິນເຊື່ອເພື່ອຊ່ວຍວິເຄາະ, ຕີລາຄາສະພາບການເງິນຂອງ ລູກຄ້າທີ່ຂໍກູ້ຢືມຢ່າງລະອຽດ ພ້ອມທັງສະເໜີວິທີການບໍລິຫານໃຫ້ທະນາຄານ, ພະນັກງານວິເຄາະສິນເຊື່ອຕ້ອງ ມີຄວາມຮູ້ດ້ານບັນຊີ, ການວິເຄາະບົດລາຍງານການເງິນຂອງວິສາຫະກິດ ອ້າງອີງ:

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?
ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື:

ພະນັກງານຊ່ຽວຊານສິນເຊື່ອ ແມ່ນຫຍັງ?
ພະນັກງານຊ່ຽວຊານສິນເຊື່ອ ແມ່ນຫຍັງ?

ໃນສະພາບເສດຖະກິດນັບມື້ນັບມີຄວາມສັບສົນ ແລະ ເງິນກູ້ສໍາລັບວິສາຫະກິດ ແລະ ຜູ້ບໍລິໂພກທີ່ມີ ທ່າອ່ຽງຄວາມສ່ຽງຫລາຍຂຶ້ນ ມັນຮຽກຮ້ອງໃຫ້ທະນາຄານຕ້ອງໄດ້ພັດທະນາການບໍລິການ ແລະ

ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?
ພະນັກງານຮັບຜິດຊອບບໍລິຫານການເຄື່ອນໄຫວດໍາເນີນທຸລະກິດຂອງທະນາຄານ ແມ່ນຫຍັງ?

ມີໜ້າທີ່ຮັບເງິນຝາກ, ບໍລິການ, ແກ້ໄຂບັນຫາຂອງລູກຄ້າ, ຮັບປະກັນຄວາມປອດໄພຂອງລະບົບ, ບົກ ປ້ອງຊັບສິນ ແລະ ບຳລຸງຊ້ອມແປງອຸປະກອນຮັບໃຊ້ຄື:

ພະນັກງານບໍລິຫານສາຂາ ແມ່ນຫຍັງ?
ພະນັກງານບໍລິຫານສາຂາ ແມ່ນຫຍັງ?

ທະນາຄານທີ່ມີສາຂາຢ່າງກວ້າງຂວາງ ຕ້ອງມີຜູ້ບໍລິຫານສາຂາຢ່າງຄົບຖວັນ. ຜູ້ບໍລິຫານສາຂາຕ້ອງໄດ້ ຊອກຫາລູກຄ້າໃໝ່ໃຫ້ຫລາຍຂຶ້ນ ພ້ອມທັງຕອບສະໜອງຄວາມຕ້ອງການກູ້ຢືມຂອງລູກຄ້າ ແລະ ບຸກລະດົມ ພະນັກງານໃນການນໍາສະເໜີຂໍ້ມູນທີ່ດີ

ພະນັກງານວິເຄາະລະບົບ ແມ່ນຫຍັງ?
ພະນັກງານວິເຄາະລະບົບ ແມ່ນຫຍັງ?

ເປັນພະນັກງານທີ່ມີຄວາມຮູ້, ຄວາມຊຳນານດ້ານຄອມພິວເຕີ ຊຶ່ງເຮັດວຽກກັບຜູ້ບໍລິຫານ ແລະ ພະນັກງານທຸກພາກສ່ວນ, ນໍາເອົາບັນຫາຕ່າງໆຈາກການສະເໜີຂອງແຕ່ລະພາກສ່ວນມາຂຽນໂປຼແກຼມເພື່ອຮັບ ໃຊ້ວຽກງານ, ພະນັກງານວິເຄາະລະບົບເປັນຂົວຕໍ່ລະຫວ່າງທະນາຄານກັບຜູ້ພັດທະນາໂປຼແກຼມ

ພະນັກງານບັນຊີ ແລະ ກວດສອບບັນຊີ ແມ່ນຫຍັງ?
ພະນັກງານບັນຊີ ແລະ ກວດສອບບັນຊີ ແມ່ນຫຍັງ?

ເປັນຜູ້ຕິດຕາມແຫລ່ງລາຍຮັບ ແລະ ລາຍຈ່າຍຂອງທະນາຄານ, ຕິດຕາມຖານະການເງິນຂອງ ທະນາຄານ, ພະນັກງານບັນຊີ ແລະ ກວດສອບບັນຊີ

ພະນັກງານວິເຄາະການເງິນ ແມ່ນຫຍັງ?
ພະນັກງານວິເຄາະການເງິນ ແມ່ນຫຍັງ?

ເປັນຜູ້ທີ່ເຮັດວຽກໂດຍປະສານສົມທົບກັບພາກສ່ວນກວດສອບບັນຊີ ແລະ ພາກສ່ວນແຜນການຂອງ ທະນາຄານ ຊຶ່ງເປັນຜູ້ຄົ້ນຫາບັນຫາຄ້າງຄາຂອງທະນາຄານເພື່ອນໍາໄປປັບປຸງ ແລະ ຊອກໂອກາດທີ່ອຳນວຍ ຄວາມສະດວກໃນການດຳເນີນທຸລະກິດໃຫ້ແກ່ທະນາຄານ.

ພະນັກງານໃຫ້ຄໍາປຶກສາ ແມ່ນຫຍັງ?
ພະນັກງານໃຫ້ຄໍາປຶກສາ ແມ່ນຫຍັງ?

ຊ່ວຍບຸກຄົນ ຫລື ຄົວເຮືອນໃຫ້ເຂົ້າໃຈໃນການບໍລິການຂອງທະນາຄານເຊັ່ນ: ໜັງສືຂໍກູ້ ຢືມ, ໂຄສະນາຜະລິດຕະພັນເງິນກູ້ເພື່ອການບໍລິໂພກໃຫ້ແກ່ລູກຄ້າ, ໃຫ້ຄໍາແນະນໍາແກ່ລູກຄ້າ. ພະນັກງານ

ພະນັກງານບໍລິການ ແມ່ນຫຍັງ?
ພະນັກງານບໍລິການ ແມ່ນຫຍັງ?

ເປັນຜູ້ໃຫ້ບໍລິການລູກຄ້າຢ່າງເປັນປົກກະຕິເຊັນ: ການຮັບເງິນຝາກ, ຮັບຖອນເງິນ ແລະ ໃຫ້ຂໍ້ມູນກ່ຽວ ກັບທະນາຄານ, ພະນັກງານຕ້ອງໄດ້ຄັດແຍກ ແລະ

ພະນັກງານການຕະຫລາດ ແມ່ນຫຍັງ?
ພະນັກງານການຕະຫລາດ ແມ່ນຫຍັງ?

ປະຈຸບັນມີການແຂ່ງຂັນສູງ, ບັນດາທະນາຄານມີຄວາມຕ້ອງການພັດທະນາຜະລິດຕະພັນໃໝ່ ແລະ ເພີ່ມທະວີການໃຫ້ບໍລິການຜະລິດຕະພັນທີ່ມີຢູ່ ຊຶ່ງໜ້າວຽກດັ່ງກ່າວແມ່ນຂຶ້ນກັບພະແນກການຕະຫລາດ, ໜ້າ ວຽກທີ່ສໍາຄັນດັ່ງກ່າວນີ້ພະນັກງານຕ້ອງມີຄວາມຮູ້ກ່ຽວກັບການຜະລິດ, ຂາຍສິນຄ້າ

ການເຄື່ອນໄຫວທຸລະກິດທະນາຄານ, ແຫລ່ງທຶນ ແມ່ນຫຍັງ?
ການເຄື່ອນໄຫວທຸລະກິດທະນາຄານ, ແຫລ່ງທຶນ ແມ່ນຫຍັງ?

ແມ່ນມີບົດບາດສຳຄັນໃນການຕັດສິນຊີ້ຂາດໃນການ ດຳເນີນທຸລະກິດ. ສະນັ້ນ, ເມື່ອຄົ້ນຄວ້າດ້ານແຫລ່ງທຶນຂອງທະນາຄານທຸລະກິດຕ້ອງໄດ້ເອົາໃຈໃສ່ບາງເນື້ອໃນ ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ທຶນຂອງທະນາຄານທຸລະກິດ  ແມ່ນຫຍັງ?
ທຶນຂອງທະນາຄານທຸລະກິດ ແມ່ນຫຍັງ?

ແມ່ນມູນຄ່າເງິນຕາທີ່ທະນາຄານທຸລະກິດສ້າງຂຶ້ນເອງ ແລະ ທຶນລະດົມ ເພື່ອນໍາໃຊ້ເຂົ້າໃນການປ່ອຍກູ້, ລົງທຶນ ຫລື ໃຫ້ການບໍລິການຕ່າງໆຂອງທະນາຄານ ອ້າງອີງ:

ທຶນຈົດທະບຽນ ແມ່ນຫຍັງ?
ທຶນຈົດທະບຽນ ແມ່ນຫຍັງ?

ແມ່ນທຶນທີ່ເປັນກຳມະສິດຂອງທະນາຄານ, ເປັນທຶນຈຳເປັນຕ້ອງມີເມື່ອສ້າງຕັ້ງ ທະນາຄານ, ທຶນຈົດທະບຽນອາດຈະເພີ່ມຂຶ້ນໃນການດໍາເນີນທຸລະກິດຂອງທະນາຄານ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ທຶນທີ່ຖືວ່າມີເອງ ແມ່ນຫຍັງ?
ທຶນທີ່ຖືວ່າມີເອງ ແມ່ນຫຍັງ?

ລວມມີທຶນບໍ່ໄດ້ນໍາໃຊ້ຊົ່ວຄາວຂອງທະນາຄານ. ນີ້ແມ່ນທຶນທີ່ມີເປົ້າໝາຍນໍາໃຊ້ໃນ ແຜນແຕ່ຍັງບໍ່ເຖິງກໍານົດນໍາໃຊ້. ຕົວຢ່າງ: ກໍາໄລທີ່ຍັງບໍ່ໄດ້ແບ່ງປັນ, ເງິນເດືອນຍັງບໍ່ເຖິງກໍານົດຈ່າຍ, ທຶນ ພັດທະນາແຕ່ລະຂະແໜງການແຕ່ຍັງບໍ່ໄດ້ນໍາໃຊ້,

ຕາມສັນຍາ Basel (Basel Accord) ແມ່ນຫຍັງ?
ຕາມສັນຍາ Basel (Basel Accord) ແມ່ນຫຍັງ?

ໂດຍແມ່ນຄະນະກຳມະການ Basel ທີ່ຄວບຄຸມການ ເຄື່ອນໄຫວຂອງທະນາຄານ (ຂຶ້ນກັບທະນາຄານເພື່ອການຊຳລະສະສາງ – BIS) ເປັນຜູ້ປະກາດໃຊ້,

ທຶນຂັ້ນ 1 (Tier 1 Capital) ແມ່ນຫຍັງ?
ທຶນຂັ້ນ 1 (Tier 1 Capital) ແມ່ນຫຍັງ?

ຍັງໄດ້ເອີ້ນອີກຊື່ໜຶ່ງວ່າທຶນມີເອງ (Core capital) ລວມມີເງິນ ຍ້ອງຍໍ, ທຶນຮຸ້ນສ່ວນນະໂຍບາຍໄລຍະຍາວ, ທຶນສ່ວນເກີນ, ກຳໄລຍັງບໍ່ທັນໄດ້ແບ່ງປັນ,

ທຶນຂັ້ນ 2 (Tier 2 Capital) ແມ່ນຫຍັງ?
ທຶນຂັ້ນ 2 (Tier 2 Capital) ແມ່ນຫຍັງ?

ໄດ້ເອີ້ນວ່າ: ທຶນມີເອງເພີ່ມເຕີມ (Supplymentary capital) ລວມມີທຶນຮຸ້ນສ່ວນນະໂຍບາຍມີກຳນົດ, ພັນທະບັດ, ໃບຢັ້ງຢືນໜີ້. ເຖິງແນວໃດກໍ່ຕາມ,

ທຶນລະດົມ ແມ່ນຫຍັງ?
ທຶນລະດົມ ແມ່ນຫຍັງ?

ໃນເນື້ອແທ້ແລ້ວມັນແມ່ນຊັບສົມບັດຂອງຜູ້ຝາກທີ່ແຕກຕ່າງກັນ. ທະນາຄານມີສິດນຳໃຊ້ ເທົ່ານັ້ນ ແຕ່ບໍ່ມີສິດເປັນເຈົ້າຂອງ ແລະ ຍັງມີຄວາມຮັບຜິດຊອບໃນການຊຳລະຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ຜູ້

ເງິນຝາກກະແສລາຍວັນ ແມ່ນຫຍັງ?
ເງິນຝາກກະແສລາຍວັນ ແມ່ນຫຍັງ?

ແມ່ນເງິນຝາກທີ່ບໍ່ມີກຳນົດກ່ອນອື່ນໝົດແມ່ນໄດ້ນໍາໃຊ້ເຂົ້າໃນການຊຳລະ ສະສາງເພື່ອຮັບປະກັນຄວາມປອດໄພ ແລະ ສ້າງຄວາມສະດວກໃຫ້ແກ່ການຊື້ສິນຄ້າ, ການບໍລິການ ແລະ ບ້ວງ ລາຍຈ່າຍອື່ນໆ

ເງິນຝາກມີກຳນົດ ແມ່ນຫຍັງ?
ເງິນຝາກມີກຳນົດ ແມ່ນຫຍັງ?

ເງິນຝາກມີກຳນົດແມ່ນປະເພດເງິນຝາກທີ່ມີການຕົກລົງກັນ ລະຫວ່າງລູກຄ້າກັບທະນາຄານ ໃນການ ຖອນເງິນຄືນ. ສ່ວນຫລາຍແຫລ່ງທຶນເງິນຝາກນີ້ແມ່ນມາຈາກການສະສົມ. ສະນັ້ນ, ທາດແທ້ຂອງເງິນຝາກນີ້ ແມ່ນຝາກໄວ້ເພື່ອໄດ້ຮັບຜົນຕອບແທນຈາກດອກເບ້ຍ.

ເງິນຝາກປະຢັດ ແມ່ນຫຍັງ?
ເງິນຝາກປະຢັດ ແມ່ນຫຍັງ?

ທາງດ້ານທາດແທ້ເງິນຝາກປະຢັດແມ່ນສ່ວນໜຶ່ງ ຂອງລາຍຮັບສ່ວນບຸກຄົນຊາວຜູ້ອອກແຮງງານຊຶ່ງເຂົາ ເຈົ້າບໍ່ທັນໄດ້ນໍາໃຊ້. ເຂົາຈະຝາກເຂົ້າທະນາຄານເພື່ອຈຸດປະສົງສະສົມທຶນ, ຮັກສາຄວາມປອດໄພ ແລະ ມີລາຍຮັບສ່ວນໃດໜຶ່ງຈາກເງິນປະຢັດ. ອ້າງອີງ:

ເງິນຝາກປະຢັດບໍ່ມີກຳນົດ ແມ່ນຫຍັງ?
ເງິນຝາກປະຢັດບໍ່ມີກຳນົດ ແມ່ນຫຍັງ?

ແມ່ນເງິນຝາກປະຢັດທີ່ສາມາດຖອນອອກໃນເວລາໃດກໍ່ໄດ້ ແລະ ກໍ່ບໍ່ ໄດ້ນໍາໃຊ້ເຂົ້າໃນການຊຳລະສະສາງໃຫ້ຜູ້ອື່ນ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ເງິນຝາກປະຢັດມີກຳນົດ ແມ່ນຫຍັງ?
ເງິນຝາກປະຢັດມີກຳນົດ ແມ່ນຫຍັງ?

ແມ່ນເງິນຝາກປະຢັດທີ່ມີການຕົກລົງກັນກ່ຽວກັບໄລຍະເວລາການຝາກ, ການຖອນ ແລະ ອັດຕາດອກເບັ້ຍສູງກ່ວາປະເພດເງິນຝາກປະຢັດບໍ່ມີກຳນົດ ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ທຶນໃຫ້ກູ້ຢືມໄລຍະສັ້ນເພື່ອເພີ່ມເຕີມ ແມ່ນຫຍັງ?
ທຶນໃຫ້ກູ້ຢືມໄລຍະສັ້ນເພື່ອເພີ່ມເຕີມ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານທຸລະກິດຂໍກູ້ຢືມເພື່ອເພີ່ມທຶນ ໄລຍະສັ້ນຂອງຕົນ. ຮູບການກູ້ຢືມນີ້ ທະນາຄານທຸລະກິດສາມາດປະຕິບັດໃນແຕ່ຂອບເຂດສິນເຊື່ອ ແລະ ເພດານສິນເຊື່ອທີ່ໄດ້ຕົກລົງກັນເທົ່ານັ້ນ. ອ້າງອີງ: ຈາກປື້ມ

ທຶນກູ້ຢືມເພື່ອຊຳລະສະສາງ ແມ່ນຫຍັງ?
ທຶນກູ້ຢືມເພື່ອຊຳລະສະສາງ ແມ່ນຫຍັງ?

ບັນດາທະນາຄານທຸລະກິດ ກູ້ຢືມຈາກທະນາຄານກາງເພື່ອຊຳລະສະ ສາງລະຫວ່າງທະນາຄານດ້ວຍກັນໃນໄລຍະຊົ່ວຄາວ (ໄລຍະເວລາທີ່ກູ້ຢືມສັ້ນ). ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ການໃຫ້ກູ້ຢືມທຶນເພື່ອປະກອບທຶນຄືນໃໝ່ ແມ່ນຫຍັງ?
ການໃຫ້ກູ້ຢືມທຶນເພື່ອປະກອບທຶນຄືນໃໝ່ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານກາງໃຫ້ທະນາຄານທຸລະກິດ ກູ້ຢືມ ໂດຍຖືເອົາເອກະສານທີ່ມີຄ່າມາຄໍ້າປະກັນ, ບັນດາເອກະສານເຫລົ່ານີ້ຈະຕ້ອງມີຄຸນນະພາບ ແລະ ເງື່ອນ ໄຂຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດ, ຮັບປະກັນຄວາມປອດໄພ,

ຮັບຊ່ວງຊື້ຫຼຸດ ແມ່ນຫຍັງ?
ຮັບຊ່ວງຊື້ຫຼຸດ ແມ່ນຫຍັງ?

ທະນາຄານກາງຮັບຊື້ເອກະສານມີຄ່າຈາກທະນາຄານທຸລະກິດເພື່ອເປັນການ ສະໜອງທຶນໃຫ້ແກ່ທະນາຄານທຸລະກິດຕາມວົງເງິນທີ່ອະນຸມັດ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank) ປີ

ການໃຫ້ກູ້ຢືມແບບມີການຄໍ້າປະກັນ ແມ່ນຫຍັງ?
ການໃຫ້ກູ້ຢືມແບບມີການຄໍ້າປະກັນ ແມ່ນຫຍັງ?

ແມ່ນຮູບການທີ່ທະນາຄານທຸລະກິດນໍາເອົາບັນດາເອກະສານ ທີ່ມີຄ່າມາໃຫ້ທະນາຄານກາງເປັນຫລັກຊັບເພື່ອມາຄໍ້າປະກັນໃນການຂໍກູ້ຢືມທຶນ. ອີງໃສ່ມູນຄ່າຂອງເອກະສານ ມີຄ່າ ຫລື ນໍາມາຄໍ້າປະກັນນັ້ນ, ທະນາຄານກາງຈະໃຫ້ກູ້ຕາມລະບຽບການຄຸ້ມຄອງຂອງລັດ. ອ້າງອີງ:

ກູ້ຢືມໄລຍະສັ້ນຈາກການຈັດຕັ້ງສິນເຊື່ອອື່ນ ແມ່ນຫຍັງ?
ກູ້ຢືມໄລຍະສັ້ນຈາກການຈັດຕັ້ງສິນເຊື່ອອື່ນ ແມ່ນຫຍັງ?

ຈຸດປະສົງຂອງການກູ້ຢືມເງິນນີ້ເພື່ອຈຸດປະສົງຮັບປະກັນໃຫ້ເງິນແຮຝາກບັງຄັບຕາມການກໍານົດຂອງ ທະນາຄານກາງ. ໃນຂະບວນການເຄື່ອນໄຫວ, ມີບາງວັນທະນາຄານທຸລະກິດໃຫ້ກູ້ຢືມຫລາຍເກີນໄປເຮັດໃຫ້ ເງິນສຳຮອງທີ່ຝາກໄວ້ຢູ່ທະນາຄານກາງຂາດແຄນ ແລະ ໃນເວລາດຽວກັນນັ້ນມີທະນາຄານທຸລະກິດອື່ນພັດມີ ເງິນສໍາຮອງທີ່ຝາກໄວ້ຢູ່ທະນາຄານກາງຊ້ຳພັດເຫລືອ.

ກູ້ຢືມຈາກບໍລິສັດເງິນທຶນ ແມ່ນຫຍັງ?
ກູ້ຢືມຈາກບໍລິສັດເງິນທຶນ ແມ່ນຫຍັງ?

ກູ້ຢືມໄລຍະສັ້ນດ້ວຍສັນຍາຊື້ຄືນ: ສັນຍາຊື້ຄືນ ແມ່ນສັນຍາຊຶ່ງທະນາຄານຂາຍພັນທະບັດຂອງຕົນ ໃຫ້ບໍລິສັດເງິນທຶນທີ່ມີເງິນສົດເຫລືອຊົ່ວຄາວ ພ້ອມສັນຍາຊື້ຄືນພາຍຫລັງ 2 – 3

ກູ້ຢືມຈາກບໍລິສັດແມ່ ແມ່ນຫຍັງ?
ກູ້ຢືມຈາກບໍລິສັດແມ່ ແມ່ນຫຍັງ?

ປະເທດທີ່ພັດທະນາແລ້ວ, ບໍລິສັດໜຶ່ງ ຫລື ກຸ່ມບໍລິສັດອາດຈະເປັນເຈົ້າຂອງທະນາຄານໃດໜຶ່ງ ຫລື ຫລາຍທະນາຄານ. ເມື່ອທະນາຄານທຸລະກິດກູ້ຢືມເງິນຈາກຕະຫລາດຈະເຄື່ອນໄຫວຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານກາງ

ໃບຢັ້ງຢືນເງິນຝາກທີ່ສາມາດປ່ຽນມືໄດ້ (Negotiable certificate of deposit) ແມ່ນຫຍັງ?
ໃບຢັ້ງຢືນເງິນຝາກທີ່ສາມາດປ່ຽນມືໄດ້ (Negotiable certificate of deposit) ແມ່ນຫຍັງ?

ນີ້ແມ່ນໃບຢັ້ງຢືນເງິນຝາກທີ່ມີມູນຄ່າຫລາຍ ແລະ ສາມາດຊື້ – ຂາຍໃນຕະຫລາດເມື່ອຍັງບໍ່ໝົດກຳນົດ. ກຳນົດເວລາຂອງ ໃບຢັ້ງຢືນເງິນຝາກນີ້ປົກກະຕິແມ່ນບໍ່ເກີນ 06

ຮຸ້ນຂອງທະນາຄານ ແມ່ນຫຍັງ?
ຮຸ້ນຂອງທະນາຄານ ແມ່ນຫຍັງ?

ນີ້ແມ່ນເຄື່ອງມືກູ້ຢືມໄລຍະຍາວຈາກຕະຫລາດຫລັກຊັບຂອງທະນາຄານ, ໄລຍະເວລາກູ້ຢືມຕາມປົກກະຕິແມ່ນ 2 ປີຂຶ້ນໄປ ແລະ ຮຸ້ນດັ່ງກ່າວສາມາດຊື້ – ຂາຍໃນຕະຫລາດຫລັກຊັບ

ກູ້ຢືມຈາກຕ່າງປະເທດ ແມ່ນຫຍັງ?
ກູ້ຢືມຈາກຕ່າງປະເທດ ແມ່ນຫຍັງ?

ບັນດາທະນາຄານທຸລະກິດຍັງສາມາດກູ້ຢືມທຶນຈາກການຈໍາໜ່າຍຮຸ້ນເພື່ອກູ້ຢືມເງິນຈາກຕ່າງປະເທດ. ສະກຸນເງິນ USD ໄດ້ຖືກນໍາໃຊ້ເຂົ້າໃນການຊຳລະສະສາງລະຫວ່າງປະເທດ. ດັ່ງນັ້ນ, ການກູ້ຢືມເງິນຈາກ ຕ່າງປະເທດຈິ່ງກູ້ຢືມດ້ວຍສະກຸນເງິນ USD.

ພັນທະບັດທະນາຄານ ແມ່ນຫຍັງ?
ພັນທະບັດທະນາຄານ ແມ່ນຫຍັງ?

ນີ້ແມ່ນພັນທະບັດທີ່ທະນາຄານທຸລະກິດຈຳໜ່າຍເພື່ອລະດົມທຶນ ດ້ວຍ ຮູບການຕິດໜີ້. ເຈົ້າຂອງພັນທະບັດທີ່ທະນາຄານຈໍາໜ່າຍ, ເມື່ອຍັງບໍ່ເຖິງກຳນົດຊຳລະສາມາດນໍາ ມາຊື້ຫລຸດເພື່ອຮັບເອົາເງິນໄປກ່ອນ. ພັນທະບັດທະນາຄານຕາມປົກກະຕິແລ້ວແມ່ນທະນາຄານ ເຫັນດີໃນການຊື້ຫລຸດ.

ພັນທະບັດລັດຖະບານ ແມ່ນຫຍັງ?
ພັນທະບັດລັດຖະບານ ແມ່ນຫຍັງ?

ພັນທະບັດປະເພດນີ້ທະນາຄານທຸລະກິດຕົກລົງຊື້ຫລຸດເມື່ອມີ ຄວາມຮຽກຮ້ອງໃຫ້ຊື້ຈາກເຈົ້າຂອງພັນທະບັດ ຊຶ່ງພັນທະບັດນີ້ບໍ່ມີຄວາມສ່ຽງ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank)

ໃບຢັ້ງຢືນໜີ້ - Promissory note ແມ່ນຫຍັງ?
ໃບຢັ້ງຢືນໜີ້ - Promissory note ແມ່ນຫຍັງ?

ພັນທະບັດປະເພດນີ້ທະນາຄານທຸລະກິດຕົກລົງຊື້ຫລຸດເມື່ອມີ ຄວາມຮຽກຮ້ອງໃຫ້ຊື້ຈາກເຈົ້າຂອງພັນທະບັດ ຊຶ່ງພັນທະບັດນີ້ບໍ່ມີຄວາມສ່ຽງ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial bank)

Bill of Exchange ແມ່ນຫຍັງ?
Bill of Exchange ແມ່ນຫຍັງ?

ໄດ້ເອີ້ນວ່າໃບຮຽກເກັບໜີ້ ໂດຍແມ່ນຜູ້ກູ້ຢືມເປັນຜູ້ສ້າງຂຶ້ນ ແລະ ຮຽກໃຫ້ ຜູ້ຊື້ຕ້ອງຈ່າຍເງິນໃຫ້ກັບບຸກຄົນທີ 3 ຕາມຈໍານວນເງິນ ແລະ

ອັດຕາຄ່າໃຊ້ຈ່າຍຊື້ຫລຸດ ແມ່ນຫຍັງ?
ອັດຕາຄ່າໃຊ້ຈ່າຍຊື້ຫລຸດ ແມ່ນຫຍັງ?

ແມ່ນລາຍຮັບຂອງທະນາຄານເພື່ອທົດແທນລາຍຈ່າຍຂອງທະນາຄານນັບ ຕັ້ງແຕ່ວັນຮັບຊື້ຫລຸດຈົນເຖິງໄລຍະເວລາຊຳລະ. ເມື່ອເອກະສານມີຄ່າເຖິງກຳນົດຊໍາລະທະນາຄານຈະສົ່ງ ເອກະສານມີຄ່ານັ້ນໄປຂຶ້ນເງິນນໍາຜູ້ພິມຈຳໜ່າຍ, ໃນໄລຍະເວລາສົ່ງເອກະສານມີຄ່າໄປຂຶ້ນເງິນຕ້ອງມີຄ່າໃຊ້ຈ່າຍເຊັ່ນ: ຄ່າໄປສະນີ, ຄ່າໃຊ້ຈ່າຍຮັບຊ່ວຍ, ໂອນເງິນ…

ສິນເຊື່ອໄລຍະສັ້ນ ແມ່ນຫຍັງ?
ສິນເຊື່ອໄລຍະສັ້ນ ແມ່ນຫຍັງ?

ແມ່ນສິນເຊື່ອທີ່ມີກຳນົດເວລາຕໍ່າກວ່າ 1 ປີ (ບາງປະເທດກຳນົດຕໍ່າກວ່າ 2 ປີ), ສິນເຊື່ອໄລຍະສັ້ນນໍາໃຊ້ເພື່ອສະໜັບສະໜູນທຶນໝູນວຽນຂອງບັນດາວິສາຫະກິດ ຕອບສະໜອງຄວາມຕ້ອງການຂອງບຸກຄົນ.

ສິນເຊື່ອໄລຍະກາງ ແມ່ນຫຍັງ?
ສິນເຊື່ອໄລຍະກາງ ແມ່ນຫຍັງ?

ແມ່ນປະເພດຂອງສິນເຊື່ອທີ່ມີກຳນົດເວລາແຕ່ 1 – 5 ປີ, ສິນເຊື່ອປະເພດນີ້ ສ່ວນຫລາຍຖືກນໍາໃຊ້ເຂົ້າໃນການຊື້ຊັບສົມບັດຄົງທີ່, ປ່ຽນຖ່າຍເຄື່ອງຈັກ

ສິນເຊື່ອ ແມ່ນຫຍັງ?
ສິນເຊື່ອ ແມ່ນຫຍັງ?

ແມ່ນການມອບເງິນ ຫລື ມູນຄ່າເງິນໃນຈໍານວນທີ່ແນ່ນອນໃຫ້ຜູ້ກູ້ຢືມບົນພື້ນຖານຄວາມ ເຊື່ອຖືຊຶ່ງກັນແລະກັນ. ໃນນີ້ຜູ້ປ່ອຍເງິນກູ້ມີຄວາມເຊື່ອໝັ້ນວ່າສິນເຊື່ອທີ່ປ່ອຍກູ້ນັ້ນຈະນໍາໃຊ້ໃຫ້ຖືກເປົ້າໝາຍ, ມີປະສິດທິພາບພ້ອມທັງສາມາດຊຳລະຄືນທັງຕົ້ນທຶນ ແລະ ດອກເບ້ຍ.

ສະຖາບັນການເງິນທີ່ບໍ່ ແມ່ນຫຍັງ?
ສະຖາບັນການເງິນທີ່ບໍ່ ແມ່ນຫຍັງ?

ແມ່ນທະນາຄານແມ່ນປະເພດການຈັດຕັ້ງສິນເຊື່ອໜຶ່ງທີ່ໄດ້ເຄື່ອນໄຫວໜຶ່ງໃນ ບາງຮູບແບບການເຄື່ອນໄຫວຂອງທະນາຄານຄື: ການເຄື່ອນໄຫວຮັບເງິນຝາກຈາກບຸກຄົນທົ່ວໄປແຕ່ບໍ່ໄດ້ຮັບ ເຮັດຊຳລະສະສາງ. ອ້າງອີງ: ຈາກປື້ມ ທະນາຄານທຸລະກິດ (commercial

ບໍລິສັດປະກັນໄພ ແມ່ນຫຍັງ?
ບໍລິສັດປະກັນໄພ ແມ່ນຫຍັງ?

ໃນແຕ່ລະວັນພວກເຮົາປະເຊີນໜ້າກັບຄວາມສ່ຽງທີ່ກໍ່ໃຫ້ເກີດອຸປະຕິເຫດ ຊຶ່ງມັນເປັນສິ່ງທີ່ກໍ່ໃຫ້ເກີດ ຜົນເສຍຫາຍດ້ານການເງິນ. ລາຍຮັບຂອງຄອບຄົວຈະສູນເສັຍໄປຍ້ອນການເສັຍຊີວິດດ້ວຍພະຍາດ. ເກີດອຸປະຕິເຫດ, ເປັນພະຍາດ, ພາຫະນະເປເພ ຊຶ່ງພາໃຫ້ເກີດມີຄ່າໃຊ້ຈ່າຍເກີດຂຶ້ນ…

ບໍລິສັດປະກັນຊີວິດ ແມ່ນຫຍັງ?
ບໍລິສັດປະກັນຊີວິດ ແມ່ນຫຍັງ?

ການປະກັນຊີວິດແມ່ນ ວິທີປ້ອງກັນບຸກຄົນໃດໜຶ່ງ ຫລື ກຸ່ມຄົນໃດໜຶ່ງທີ່ມີຄວາມສ່ຽງຕໍ່ການເສຍຊີ ວິດ, ການສູນເສັຍອະໄວຍະວະຂອງຮ່າງກາຍ, ການສູນເສຍລາຍໄດ້ໃນໄວສະລາ ເມື່ອຄົນໃດໜຶ່ງປະເຊີນກັບ

ການປະກັນຊີວິດແບບທຳມະດາ  ແມ່ນຫຍັງ?
ການປະກັນຊີວິດແບບທຳມະດາ ແມ່ນຫຍັງ?

ເໝາະສົມກັບຜູ້ທີ່ມີລາຍໄດ້ປານກາງຂຶ້ນໄປ, ວົງເງິນ ປະກັນໄພຂ້ອນຂ້າງສູງ ຊໍາລະເບ້ຍປະກັນເປັນລາຍເດືອນ, 3 ເດືອນ,6 ເດືອນ ຫລື

ການປະກັນຊີວິດເພື່ອການອຸດສາຫະກຳ ແມ່ນຫຍັງ?
ການປະກັນຊີວິດເພື່ອການອຸດສາຫະກຳ ແມ່ນຫຍັງ?

ເປັນການປະກັນຊີວິດເພື່ອຊ່ວຍເຫລືອຄອບຄົວ ຂອງຄົນງານໃນໂຮງງານອຸດສາຫະກຳເໝາະສຳລັບຜູ້ມີລາຍໄດ້ໜ້ອຍ ເງິນເອົາປະກັນໄພຂ້ອນຂ້າງ ຕໍ່າ ຊຳລະເບ້ຍປະກັນເປັນລາຍເດືອນ. ການປະກັນຊີວິດປະເພດແບ່ງອອກເປັນ 2 ແບບຄື:

ບໍລິສັດປະກັນວິນາດຕະໄພ ແມ່ນຫຍັງ?
ບໍລິສັດປະກັນວິນາດຕະໄພ ແມ່ນຫຍັງ?

ເຊື່ອກັນວ່າການປະກັນໄພວິນາດຕະໄພເກີດຂຶ້ນຫລາຍກວ່າ 1.000 ປີໃນປະເທດຈີນໃນຊື່ຂອງ “ປ່ຽວ” ເພື່ອປ້ອງກັນການຂີ້ລັກໃນລະຫວ່າງການສົ່ງສິນຄ້າລະຫວ່າງເມືອງ. ບໍລິສັດປະກັນໄພຖືວ່າເປັນທຸລະກິດ ທີ່ຊ່ວຍອຳນວຍປະໂຫຍດໃນດ້ານການໃຫ້ການຄຸ້ມຄອງ ແລະ

ຊັບສິນ (assets)  ແມ່ນຫຍັງ?
ຊັບສິນ (assets) ແມ່ນຫຍັງ?

ແມ່ນທຸກໆວັດຖຸທີ່ຕົກຢູ່ໃນກຳມະສິດທີ່ມີມູນຄ່າໃນການແລກປ່ຽນ, ຊັບສິນ ມີສອງປະເພດຄື: ຊັບສິນທີ່ມີຕົວຕົນ (Tangible assets) ແລະ ຊັບສິນທີ່ບໍ່ມີຕົວຕົນ

ຊັບສິນທີ່ມີຕົວຕົນ ແມ່ນຫຍັງ?
ຊັບສິນທີ່ມີຕົວຕົນ ແມ່ນຫຍັງ?

ແມ່ນບັນດາປະເພດຊັບສິນເຊິ່ງມູນຄ່າຂອງມັນ ຂຶ້ນກັບລັກສະນະສະ ເພາະຂອງມັນເຊັ່ນ: ໂຮງງານ, ທີ່ດິນ, ອຸປະກອນເຄື່ອງຈັກ, ວັດຖຸດິບ… ອ້າງອີງ:

ຊັບສິນທີ່ບໍ່ມີຕົວຕົນ ແມ່ນຫຍັງ?
ຊັບສິນທີ່ບໍ່ມີຕົວຕົນ ແມ່ນຫຍັງ?

ແມ່ນ ປະເພດຊັບສິນທີ່ມູນຄ່າຂອງມັນບໍ່ໄດ້ຕິດພັນກັບຮູບຮ່າງວັດຖຸໂດຍອີງໃສ່ສິດອຳນາດຖືກຕ້ອງຕາມກົດ ໝາຍສໍາລັບຜົນປະໂຫຍດທີ່ຈະໄດ້ຮັບໃນອະນາຄົດ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ຊັບສິນທາງການເງິນ (Financial assets ) ແມ່ນຫຍັງ?
ຊັບສິນທາງການເງິນ (Financial assets ) ແມ່ນຫຍັງ?

ແມ່ນຮູບແບບໜຶ່ງໃນການປະກົດຕົວຂອງຊັບສິນທີ່ບໍ່ມີຕົວຕົນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ 2017,

ລັກສະນະເປັນເງິນ ແມ່ນຫຍັງ?
ລັກສະນະເປັນເງິນ ແມ່ນຫຍັງ?

ຊັບສິນທາງການເງິນຈໍານວນໜຶ່ງສາມາດນໍາໃຊ້ເປັນສື່ກາງໃນການ ແລກປ່ຽນ ແລະຊຳລະສະສາງ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ລັກສະນະແບ່ງແຍກມູນຄ່າ ແມ່ນຫຍັງ?
ລັກສະນະແບ່ງແຍກມູນຄ່າ ແມ່ນຫຍັງ?

ຊັບສິນທາງການເງິນສາມາດເກັບຄືນແລະປ່ຽນເປັນເງິນໄດ້ຄື ກັບກ່ອນເມື່ອຍັງບໍ່ທັນລົງທຶນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ

ລັກສະນະປ່ຽນເປັນເງິນໄດ້  ແມ່ນຫຍັງ?
ລັກສະນະປ່ຽນເປັນເງິນໄດ້ ແມ່ນຫຍັງ?

ຊັບສິນທາງການເງິນສາມາດເກັບຄືນແລະປ່ຽນເປັນເງິນໄດ້ຄື ກັບກ່ອນເມື່ອຍັງບໍ່ທັນລົງທຶນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ

ມີກຳນົດເວລາ ແມ່ນຫຍັງ?
ມີກຳນົດເວລາ ແມ່ນຫຍັງ?

ໂດຍລວມແລ້ວຊັບສິນທາງການເງິນຈະມີອາຍຸການທີ່ແນ່ນອນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ 2017,

ລັກສະນະຊຳລະສະສາງ ແມ່ນຫຍັງ?
ລັກສະນະຊຳລະສະສາງ ແມ່ນຫຍັງ?

ຊັບສິນທາງການເງິນສາມາດຂາຍເພື່ອເອົາເງິນສົດ; ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ 2017,

ມີລັກສະນະປ່ຽນສະພາບ ແມ່ນຫຍັງ?
ມີລັກສະນະປ່ຽນສະພາບ ແມ່ນຫຍັງ?

ຊັບສິນທາງການເງິນສາມາດປ່ຽນຈາກສະພາບນີ້ໄປເປັນ ສະພາບອື່ນເຊັ່ນປ່ຽນຈາກຮຸ້ນບູລິມະສິດເປັນຮຸ້ນສາມັນຫລືວ່າປ່ຽນຈາກພັນທະບັດໄປ ເປັນຮຸ້ນສາມັນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ລັກສະນະເງິນຕາຕ່າງປະເທດ ແມ່ນຫຍັງ?
ລັກສະນະເງິນຕາຕ່າງປະເທດ ແມ່ນຫຍັງ?

ຊັບສິນທາງການເງິນສາມາດສະແດງມູນຂອງມັນອອກ ເປັນຫລາຍສະກຸນເງິນທີ່ແຕກຕ່າງກັນເຊັ່ນເງິນຝາກເປັນສະກຸນເງິນໂດລາສະຫະລັດອາ ເມລິກາແຕດອກເບັ້ຍທີ່ຮັບແຕລະງວດເອົາເປັນເງິນກີບ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ລັກສະນະເກີດກຳໄລ ແມ່ນຫຍັງ?
ລັກສະນະເກີດກຳໄລ ແມ່ນຫຍັງ?

ຊັບສິນທາງການເງິນໄດ້ຮັບຜົນຕອບແທນຈາກຈຳນວນເງິນລົງທຶນ ເຊັ່ນຜົນຕອບແທນ, ດອກເບັ້ຍແຕ່ລະປີຈາກການຊື້ພັນທະບັດ ຫລື ກຳໄລຈາກທຶນຍ້ອນ ການ ເພີ່ມຂຶ້ນຂອງລາຄາຊັບສິນທາງການເງິນ ອ້າງອີງ:

ມີລັກສະນະຊັບຊ້ອນ ແມ່ນຫຍັງ?
ມີລັກສະນະຊັບຊ້ອນ ແມ່ນຫຍັງ?

ຊັບສິນທາງການເງິນອາດຈະເປັນການຊັບຊ້ອນຢ່າງໜຶ່ງໂດຍເກີດ ຂຶ້ນຈາກຊັບສິນການເງິນທີ່ມີຮູບແບບງ່າຍດາຍເຊັ່ນພັນທະບັດສາມາດປ່ຽນສະພາບໄດ້ (convertible bonds) ເກີດການຊັບຊ້ອນລະຫວ່າງພັນທະບັດ ແລະ ທາງເລືອກ(options); ອ້າງອີງ:

ຮັບພາລະອາກອນ ແມ່ນຫຍັງ?
ຮັບພາລະອາກອນ ແມ່ນຫຍັງ?

 ຊັບສິນທາງການເງິນມີລັກສະນະເກີດກຳໄລ. ສະນັ້ນ, ເປັນເປົ້າ ໝາຍໃນການເກັບອາກອນລາຍໄດ້ຈາກຜົນຕອບແທນ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial

ຕະຫລາດການເງິນ ແມ່ນຫຍັງ?
ຕະຫລາດການເງິນ ແມ່ນຫຍັງ?

ໝາຍເຖິງຕະຫລາດທີ່ເອື້ອອຳນວຍຄວາມສະດວກໃນການໂອນຫລືປ່ຽນມື ຊັບສິນທາງການເງິນຈາກບຸກຄົນໜຶ່ງໄປຍັງອີກບຸກຄົນໜຶ່ງ, ເຊິ່ງຊັບສິນທາງການເງິນດັ່ງກ່າວອອກ ໂດຍ ຫົວໜ່ວຍທຸລະກິດ, ສະຖາບັນການເງິນ ແລະລັດຖະບານຫລືວ່າຕະຫລາດການເງິນ (Financial

ຕະຫລາດເງິນ (Money Market) ແມ່ນຫຍັງ?
ຕະຫລາດເງິນ (Money Market) ແມ່ນຫຍັງ?

ເປັນຕະຫລາດທີ່ມີການຊື້ຂາຍເອກະສານທາງການເງິນໄລຍະສັ້ນເຊິ່ງສະແດງເຖິງຄວາມເປັນ ເຈົ້າໜີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ; ອາຍຸ ບໍ່ເກີນ 1 ປີ ເຊັ່ນ:

ຕະຫລາດທຶນ (Capital Market) ແມ່ນຫຍັງ?
ຕະຫລາດທຶນ (Capital Market) ແມ່ນຫຍັງ?

ເປັນຕະຫລາດທີ່ການຊື້ຂາຍເອກະສານທາງການເງິນທີ່ມີອາຍຸການການຫລາຍກວ່າ 1 ປີຂຶ້ນ ໄປເຊັ່ນ: ຮຸ້ນທຶນ, ຮຸ້ນກູ້ແລະພັນທະບັດປະເພດຕ່າງໆເພື່ອນຳມາໃຊ້ໃນໂຄງການໄລຍະຍາວ. ອ້າງອີງ: ຈາກປື້ມ

ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນ (Income Bonds) ແມ່ນຫຍັງ?
ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນ (Income Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫລັກຊັບ ຄໍ້າປະກັນແຕ່ຈະຕ້ອງຈ່າຍຜົນຕອບແທນ ຫລື ດອກເບັ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງ ຈາກ ການດຳເນີນທຸລະກິດເຊັ່ນບໍລິສັດມີ ພາລະຕ້ອງຈ່າຍດອກເບັ້ຍ 100

ຮຸ້ນກູ້ມີຫລັກຊັບຄໍ້າປະກັນ (Mortgage Bonds) ແມ່ນຫຍັງ?
ຮຸ້ນກູ້ມີຫລັກຊັບຄໍ້າປະກັນ (Mortgage Bonds) ແມ່ນຫຍັງ?

 ບັນດາວິສາຫະກິດຕ້ອງການພິມ ຈໍາໜ່າຍຮຸ້ນກູ້ຕ້ອງມີການຄໍ້າປະກັນດ້ວຍຊັບສິນຫລື ຫລັກຊັບ. ຜູ້ຖືຮຸ້ນກູ້ດັ່ງກ່າວໄດ້ຮັບການຄໍ້າປະ ກັນໃນລະດັບສູງດ້ວຍ ຊັບສິນຄໍ້າປະກັນນັ້ນເອງໃນກໍ ລະນີວິສາຫະກິດລົ້ມລະລາຍ. ອ້າງອີງ:

ຮຸ້ນກູ້ລັດຖະບານ (Government Bonds) ແມ່ນຫຍັງ?
ຮຸ້ນກູ້ລັດຖະບານ (Government Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ ທີ່ອອກ ໂດຍສູນກາງ ຫລື ທ້ອງ ຖິ່ນເພື່ອຈຸດປະສົງທົດແທນບັນດາບ້ວງໃຊ້ຈ່າຍເຂົ້າ ໃນການລົງທຶນຂອງງົບປະມານແຫ່ງລັດ, ຄຸ້ມຄອງອັດຕາເງິນເຟີ້,

ຮຸ້ນກູ້ວິສາຫະກິດ (Corporate Bonds) ແມ່ນຫຍັງ?
ຮຸ້ນກູ້ວິສາຫະກິດ (Corporate Bonds) ແມ່ນຫຍັງ?

ເປັນຮຸ້ນກູ້ທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍ ຈຸດປະສົງລະດົມທຶນເພື່ອລົງທຶນໄລຍະ ຍາວໃຫ້ແກ່ວິສາຫະກິດ, ເປີດກວ້າງຂະໜາດພັດທະນາການຜະລິດທຸລະກິດ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial

ຮຸ້ນກູ້ບໍ່ມີການຄໍ້າປະກັນ (Debenture) ແມ່ນຫຍັງ?
ຮຸ້ນກູ້ບໍ່ມີການຄໍ້າປະກັນ (Debenture) ແມ່ນຫຍັງ?

ບັນດາບໍລິສັດທີ່ມີຊື່ສຽງ ແລະ ຄວາມເຊື່ອຖື ໃນຕະຫລາດພາຍໃນ ແລະ ຕະຫລາດຕ່າງ ປະເທດ ສາມາດພິມຈຳໜ່າຍພັນທະບັດໂດຍບໍ່ມີການຄໍ້າປະກັນ,

ຮຸ້ນກູ້ແປງສະພາບໄດ້ (Convertible Bonds) ແມ່ນຫຍັງ?
ຮຸ້ນກູ້ແປງສະພາບໄດ້ (Convertible Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ທີ່ສາມາດປ່ຽນສະ ພາບເປັນຮຸ້ນສາມັນໄດ້, ສໍາລັບລາຄາຂອງໃບຮຸ້ນ ແມ່ນໄດ້ກໍານົດໄວ້ກ່ອນເອີ້ນວ່າ ລາຄາແປງສະ ພາບ; ຮຸ້ນກູ້ປະເພດນີ້ໄດ້ຮັບຄວາມນິຍົມກັນຫລາຍທີ່ ສຸດຍ້ອນວ່າເມື່ອລາຄາຮຸ້ນ

ລາຄາແປງສະພາບ (Conversion Price) ແມ່ນຫຍັງ?
ລາຄາແປງສະພາບ (Conversion Price) ແມ່ນຫຍັງ?

ແມ່ນລາຄາຮຸ້ນສາມັນເຊິ່ງຮຸ້ນກູ້ ເອົາເປັນ ບ່ອນອີງໃນການແປງສະພາບ, ລາຄາແປງສະ ພາບໄດ້ກຳນົດດ້ວຍມູນຄ່າໜ້າໃບຂອງຮຸ້ນກູ້ແປງສະ ພາບຫານໃຫ້ອັດຕາສ່ວນແປງສະພາບ. ຕົວຢ່າງ: ຮຸ້ນກູ້ແປງສະພາບໃບໜຶ່ງມີມູນຄ່າ

ຮຸ້ນກູ້ສາມາດໄຖ່ຖອນຄືນກ່ອນຄົບກຳນົດ (Callable Bonds) ແມ່ນຫຍັງ?
ຮຸ້ນກູ້ສາມາດໄຖ່ຖອນຄືນກ່ອນຄົບກຳນົດ (Callable Bonds) ແມ່ນຫຍັງ?

ຮຸ້ນກູ້ດັ່ງກ່າວນີ້ໄດ້ລະບຸເງື່ອນໄຂວ່າ ຜູ້ອອກສາມາດຮຽກໄຖ່ຖອນຄືນກ່ອນຄົບກຳນົດໄດ້ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ

ຮຸ້ນກູ້ ທີ່ອອກພ້ອມກັບ ໃບຢັ້ງຢືນສິດ (Bond with warrant) ແມ່ນຫຍັງ?
ຮຸ້ນກູ້ ທີ່ອອກພ້ອມກັບ ໃບຢັ້ງຢືນສິດ (Bond with warrant) ແມ່ນຫຍັງ?

ຮຸ້ນກູ້ ທີ່ອອກຈຳໜ່າຍ ໂດຍມີໃບຢັ້ງຢືນສິດແກ່ຜູ້ຖືມີສິດຊື້ຮຸ້ນສາມັນຕາມຈໍານວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນສິດ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ຮຸ້ນກູ້ທີ່ມີສະຖຽນລະພາບທາງດ້ານດອກເບັ້ຍ (Straight Bonds) ແມ່ນຫຍັງ?
ຮຸ້ນກູ້ທີ່ມີສະຖຽນລະພາບທາງດ້ານດອກເບັ້ຍ (Straight Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ ພື້ນຖານທີ່ໄດ້ຈໍາໜ່າຍແຜຫລາຍໃນບັນດາຕະຫລາດຫລັກຊັບໂລກ, ຈ່າຍດອກເບັ້ຍເປັນປະ ຈຳ ແລະ ເປັນງວດຕາມປົກກະຕິດແມ່ນ 6 ເດືອນຫລື

ຮຸ້ນກູ້ທີ່ມີດອກເບັ້ຍລອຍຕົວ (Floating Rate Bonds) ແມ່ນຫຍັງ?
ຮຸ້ນກູ້ທີ່ມີດອກເບັ້ຍລອຍຕົວ (Floating Rate Bonds) ແມ່ນຫຍັງ?

ແມ່ນປະເພດຮຸ້ນກູ້ເຊິ່ງດອກ ເບັ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບັ້ຍຕະຫລາດ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ

ຮຸ້ນກູ້ອັດຕາດອກເບັ້ຍຕໍ່າ ຫລື ບໍ່ມີດອກເບັ້ຍ (Low and Zero Coupon Bonds) ແມ່ນຫຍັງ?
ຮຸ້ນກູ້ອັດຕາດອກເບັ້ຍຕໍ່າ ຫລື ບໍ່ມີດອກເບັ້ຍ (Low and Zero Coupon Bonds) ແມ່ນຫຍັງ?

ເປັນປະເພດຮຸ້ນກູ້ທີ່ລະບຸອັດຕາດອກເບັ້ຍຕໍ່າຫລືບໍ່ມີອັດຕາດອກເບັ້ຍ, ສ່ວນຫລາຍຈະຈຳ ກວ່າລາຄາໜ້າໃບເມື່ອຄົບກຳນົດໄຖ່ຖອນກໍຈະໄດ້ຮັບຄົບຕາມມູນຄ່າໜ້າໃບ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ຮຸ້ນກູ້ຕ່າງປະເທດ (Foreign Bonds) ແມ່ນຫຍັງ?
ຮຸ້ນກູ້ຕ່າງປະເທດ (Foreign Bonds) ແມ່ນຫຍັງ?

ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ຫລື ວິສາ ຫະກິດພິມຈຳໜ່າຍຂາຍໃນຕະຫລາດທຶນ ສາກົນ ເພື່ອລະດົມເງິນທຶນເປັນສະກຸນເງິນຕາຕ່າງປະເທດ. ອ້າງອີງ: ຈາກປື້ມ

ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) ແມ່ນຫຍັງ?
ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) ແມ່ນຫຍັງ?

ເປັນກຳໄລທີ່ ໄດ້ຈາກສ່ວນຕ່າງລະຫວ່າງລາ ຄາຊື້ ແລະ ລາຄາຂາຍ, ສໍາລັບຮຸ້ນກູ້ທີ່ມີສະພາບຄ່ອງສູງນັກລົງທຶນຈະຂາຍຮຸ້ນກູ້ ເມື່ອ ລາຄາ

ຜົນຕອບແທນຈາກການລົງທຶນກຳໄລ ແມ່ນຫຍັງ?
ຜົນຕອບແທນຈາກການລົງທຶນກຳໄລ ແມ່ນຫຍັງ?

 ໃນກໍລະນີນັກລົງທຶນໄດ້ຮັບດອກເບັ້ຍເປັນງວດ ແລະ ນໍາໃຊ້ຈໍານວນເງິນທີ່ໄດ້ຮັບຈາກດອກເບັ້ຍນັ້ນລົງທຶນຕື່ມອີກ, ຈໍານວນເງິນດອກ ເບັ້ຍທີ່ ນຳລົງທຶນນັ້ນໄດ້ເກີດດອກເບັ້ຍຂຶ້ນອີກເອີ້ນວ່າດອກເບັ້ຍລົງທຶນຄືນ. ສະນັ້ນ, ຫລັງໄລຍະ

ຄວາມສ່ຽງອັດຕາດອກເບັ້ຍ ແມ່ນຫຍັງ?
ຄວາມສ່ຽງອັດຕາດອກເບັ້ຍ ແມ່ນຫຍັງ?

ລາຄາຂອງຮຸ້ນກູ້ຈະປ່ຽນແປງໃນທິດກົງກັນຂ້າມກັບການ ປ່ຽນແປງຂອງອັດຕາດອກເບັ້ຍ, ເມື່ອດອກເບັ້ຍເພີ່ມຂຶ້ນລາຄາຂອງຮຸ້ນກູ້ຫລຸດລົງ; ເມື່ອ ດອກເບັ້ຍຫລຸດລົງລາຄາຮຸ້ນກູ້ເພີ່ມຂຶ້ນ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ຄວາມສ່ຽງຊຳລະສະສາງ ແມ່ນຫຍັງ?
ຄວາມສ່ຽງຊຳລະສະສາງ ແມ່ນຫຍັງ?

ຄວາມສ່ຽງໃນການຊຳລະສະສາງເອີ້ນວ່າຄວາມສ່ຽງສິນເຊື່ອ ຫລື ຄວາມສ່ຽງຊຳລະໜີ້, ເປັນຄວາມສ່ຽງທີ່ຜູ້ຈຳໜ່າຍຮຸ້ນກູ້ສູນເສຍໜີ້, ໝາຍຄວາມວ່າ ບໍ່ມີ ຄວາມສາມາດຊຳລະສະສາງຖືກຕ້ອງຕາມກຳນົດເວລາ. ແຕ່ວ່າຖ້າເປັນຮຸ້ນກູ້

ຄວາມສ່ຽງອັດຕາເງິນເຟີ້ ແມ່ນຫຍັງ?
ຄວາມສ່ຽງອັດຕາເງິນເຟີ້ ແມ່ນຫຍັງ?

ຄວາມສ່ຽງອັດາເງິນເຟີ້ຍັງເອີ້ນວ່າ ຄວາມສ່ຽງທາງດ້ານ ຄວາມ ສາມາດຊື້, ເກີດຂຶ້ນຍ້ອນການປ່ຽນແປງຂອງກະແສເງິນ ຫລື ຄ່າຂອງເງິນ, ຍ້ອນ

ຄວາມສ່ຽງອັດຕາແລກປ່ຽນ ແມ່ນຫຍັງ?
ຄວາມສ່ຽງອັດຕາແລກປ່ຽນ ແມ່ນຫຍັງ?

ສຳລັບຮຸ້ນກູ້ທີ່ໄດ້ຈຳໜ່າຍເປັນສະກຸນເງິນຕາຕ່າງປະເທດ, ແຕ່ວ່າເມື່ອຄົບກຳນົດການຊຳລະສະສາງຊ້ຳພັດຊຳລະເປັນສະກຸນເງິນພາຍໃນປະເທດ, ເຊິ່ງເວລານັ້ນເງິນພາຍໃນປະເທດພັດອ່ອນຄ່າທຽບກັບສະກຸນເງິນທີ່ຈຳໜ່າຍຮຸ້ນກູ້, ເຮັດ ໃຫ້ຜູ້ພິມຈຳໜ່າຍໄດ້ຮັບສະກຸນເງິນຕາຕ່າງປະເທດໜ້ອຍລົງເອີ້ນວ່າຄວາມສ່ຽງອັດຕາແລກປ່ຽນ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້ ແມ່ນຫຍັງ?
ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້ ແມ່ນຫຍັງ?

ການອອກຮຸ້ນກູ້ແມ່ນໜ້າທີ່ຂອງ ຕ້ອງການລະດົມເງິນທຶນ. ສະນັ້ນ, ນັກລົງທຶນຈະໃຫ້ຄວາມສຳຄັນກຽວກັບຄວາມສາມາດໃນການ ຊຳລະສະສາງຕົ້ນທຶນ ແລະດອກເບັ້ຍຂອງຜູ້ອອກຮຸ້ນກູ້; ຖ້າຫາກວ່າເກີດມີຄວາມຫຍຸ້ງຍາກທາງດ້ານຖານະການເງິນຂອງຜູ້ອອກຮຸ້ນກູ້ ແມ່ນຈະເຮັດໃຫ້ລາຄາຮຸ້ນກູ້ໃນຕະຫລາດຫລັກຊັບຫລຸດລົງທັນທີ.

ໄລຍະເວລາຄົບກຳນົດ ແມ່ນຫຍັງ?
ໄລຍະເວລາຄົບກຳນົດ ແມ່ນຫຍັງ?

ຮຸ້ນກູ້ ທີ່ມີໄລຍະເວລາຄົບກຳນົດສັ້ນ ແມ່ນລາຄາຕະຫລາດຂອງມັນ ຍິ່ງສູງຂຶ້ນ ເນື່ອງຈາກວ່າຄວາມສ່ຽງຕໍ່າ. ຕົວຢ່າງ: ຮຸ້ນກູ້ໃບໜຶ່ງຈະໄດ້ຮັບການຊຳລະສະສາງຕາມ ກຳນົດເວລາ

ຄາດຄະເນກຽວກັບເງິນເຟີ້ ແມ່ນຫຍັງ?
ຄາດຄະເນກຽວກັບເງິນເຟີ້ ແມ່ນຫຍັງ?

ຖ້າຫາກວ່າການຄາດຄະເນເງິນເຟີ້ ເພີ່ມຂຶ້ນ ແມ່ນບັນດາຫລັກ ຊັບທີ່ມີອັດຕາດອກເບັ້ຍຄົງທີ່ ຈະຈ່າຍຕາມອັດຕາດອກເບັ້ຍທີ່ກຳນົດໄວ້. ດັ່ງນັ້ນ, ເຮັດໃຫ້ຫລັກຊັບດັ່ງ ກ່າວບໍ່ມີຄວາມປະທັບໃຈຕໍ່ນັກລົງທຶນ.

ການເໜັງຕີງຂອງອັດຕາດອກເບັ້ຍຕະຫລາດ ແມ່ນຫຍັງ?
ການເໜັງຕີງຂອງອັດຕາດອກເບັ້ຍຕະຫລາດ ແມ່ນຫຍັງ?

ອັດຕາດອກເບັ້ຍຕະຫລາດເປັນປັດໃຈໜຶ່ງທີ່ ສຳຄັນທີ່ສຸດ ໃນການກຳນົດລາຄາຫລັກຊັບທີ່ມີອັດຕາດອກເບັ້ຍຄົງທີ່. ຖ້າຫາກອັດຕາດອກເບັ້ຍເລີ່ມ ເພີ່ມຂຶ້ນ ແມ່ນຜົນຕອບແທນຄົງທີ່ຂອງຮຸ້ນກູ້ ແນ່ນອນຕ້ອງປ່ຽນແປງ. ໃນກໍລະນີນີ້,

ຮຸ້ນທຶນ (stock) ແມ່ນຫຍັງ?
ຮຸ້ນທຶນ (stock) ແມ່ນຫຍັງ?

ຮຸ້ນທຶນແມ່ນຫລັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດ້ວຍຮູບແບບໃບຢັ້ງຢືນຫລືການບັນທຶກບັນຊີ ໂດຍກຳນົດສິດເປັນເຈົ້າຂອງແລະຜົນປະໂຫຍດຂອງຜູ້ຖືຮຸ້ນທຶນຕໍ່ກັບຊັບສິນຫລືທຶນຂອງບໍລິສັດຮຸ້ນ ສ່ວນ ໜຶ່ງໆເຊິ່ງຖືກຕ້ອງຕາມກົດໝາຍ. ບໍລິສັດຮຸ້ນສ່ວນເປັນປະເພດວິສາຫະກິດພິເສດ, ໄດ້ກຳເນີດ ຂຶ້ນບົນພື້ນຖານການປະກອບທຶນຂອງຫລາຍຄົນເມື່ອເລີ່ມສ້າງຕັ້ງ; ບໍລິສັດຮຸ້ນສ່ວນແບ່ງທຶນຈົດທະ

ເງິນປັນຜົນ (Dividend) ແມ່ນຫຍັງ?
ເງິນປັນຜົນ (Dividend) ແມ່ນຫຍັງ?

ເງິນປັນຜົນແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກ ການ ດໍາເນີນການຜະລິດທຸລະກິດຂອງບໍລິສັດ; ເງິນປັນຜົນຂອງຮຸ້ນສາມັນ ໄດ້ຈ່າຍຫລັງ ເມື່ອຈ່າຍຜົນ ຕອບແທນຄົງທີ່ໃຫ້ແກ່ຮຸ້ນບູລິມະສິດ.

ຜົນຕອບແທນຂອງໃບຮຸ້ນ ແມ່ນຫຍັງ?
ຜົນຕອບແທນຂອງໃບຮຸ້ນ ແມ່ນຫຍັງ?

ແມ່ນທັງໝົດຜົນຕອບແທນທີ່ໄດ້ຈາກໃບຮຸ້ນ, ນັກລົງທຶນທີ່ຊື້ຮຸ້ນໄດ້ຮັບຜົນ ຕອບແທນຈາກສອງແຫລ່ງ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market)

ເງິນປັນຜົນຕໍ່ຫຸ້ນ ແມ່ນຫຍັງ?
ເງິນປັນຜົນຕໍ່ຫຸ້ນ ແມ່ນຫຍັງ?

ແມ່ນສ່ວນແບ່ງປັນໃຫ້ແຕ່ລະຮຸ້ນ (Dividend per share) ໄດ້ມາຈາກກຳ ໄລສຸດທິຫລັງການຈ່າຍອາກອນ, ຫລັງຈ່າຍຜົນຕອບແທນໃຫ້ຮຸ້ນ ບູລິມະສິດ

ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield) ແມ່ນຫຍັງ?
ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield) ແມ່ນຫຍັງ?

ສ່ວນໃຫຍ່ບັນດານັກລົງທຶນມີຍຸດທະສາດທຸລະກິດໄລຍະສັ້ນຈະຂາຍໃບຮຸ້ນໃນທັນທີທັນໃດເມື່ອລາຄາຂອງ ໃບຮຸ້ນເພີ່ມຂຶ້ນເພື່ອຈະໄດ້ສ່ວນຕ່າງຈາກລາຄາ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial Market) ປີ

ຮຸ້ນບູລິມະສິດແບບສະສົມ (Accumulative Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດແບບສະສົມ (Accumulative Preferred Stock) ແມ່ນຫຍັງ?

ແມ່ນປະເພດຮຸ້ນບູລິ ມະສິດທີ່ຮັບຜົນຕອບແທນເປັນດອກເບັ້ຍຄົງທີ່ແຕ່ວ່າໃນກໍລະນີບໍລິສັດດຳເນີນທຸລະກິດບໍມີກຳໄລ ເພື່ອຈ່າຍຜົນຕອບແທນຫລືວ່າຈ່າຍແຕ່ບໍ່ຄົບຕາມຈຳນວນຕາມດອກເບັ້ຍ ທີ່ໄດ້ກຳນົດໄວ້ແມ່ນສ່ວນທີ່ຍັງເຫລືອຈະໄດ້ສະສົມໄວ້ໃນປີຕໍ່ໄປຫລືສອງສາມປີຖັດໄປ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Finacial

ຮຸ້ນບູລິມະສິດແບບບໍ່ສະສົມ (Non Accumulative Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດແບບບໍ່ສະສົມ (Non Accumulative Preferred Stock) ແມ່ນຫຍັງ?

ຕ່າງກັບຮຸ້ນບູລິມະສິດສະສົມຢູ່ບ່ອນວ່າ ຖ້າບໍລິສັດຫາກບໍ່ມີເງິນຈ່າຍດອກເບັ້ຍຫລືຈ່າຍແຕ່ບໍ່ ເຕັມຕາມທີ່ກຳນົດ ໄວ້ ແມ່ນຈະບໍ່ໄດ້ເກັບສະສົມໃນປີຕໍ່ໄປອີກ, ໝາຍຄວາມວ່າ ບໍລິສັດຈະຈ່າຍຜົນ ຕອບແທນໃຫ້ແຕ່

ຮຸ້ນບູລິມະສິດແບບຮ່ວມຮັບ (Participating Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດແບບຮ່ວມຮັບ (Participating Preferred Stock) ແມ່ນຫຍັງ?

ຜູ້ຖືຮຸ້ນບູລິມະສິດປະ ເພດນີ້ນອກຈາກໄດ້ຮັບຜົນຕອບແທນຄົງທີ່ແລ້ວ, ເມື່ອບໍລິສັດດຳເນີນທຸ ລະກິດມີກຳໄລຫລາຍ, ພາຍຫລັງບໍລິສັດຊຳລະໜີ້ໝົດແລ້ວຈະໄດ້ຮັບສ່ວນແບ່ງຮ່ວມກັບຮຸ້ນສາມັນ ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ຮຸ້ນບູລິມະສິດສາມາດແປງສະພາບເປັນຮຸ້ນສາມັນ (Convertible Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດສາມາດແປງສະພາບເປັນຮຸ້ນສາມັນ (Convertible Preferred Stock) ແມ່ນຫຍັງ?

ຮຸ້ນບູລິມະສິດປະເພດນີ້ສາມາດປ່ຽນເປັນຮຸ້ນສາມັນ (ຕາມລະບຽບກຳນົດໄວ້) ຕາມອັດຕາ ສ່ວນໃດ ໜຶ່ງທີ່ໄດ້ກຳນົດໄວກອນ. ຜູ້ທີ່ຖືຮຸ້ນບູລິມະສິດດັ່ງກ່າວນີ້ຈະປະຕິບັດການປ່ຽນຮູບ ເມື່ອລາຄາ ຂອງ

ຮຸ້ນບູລິມະສິດສາມາດໄຖ່ຖອນຄືນ (Callable Preferred Stock) ແມ່ນຫຍັງ?
ຮຸ້ນບູລິມະສິດສາມາດໄຖ່ຖອນຄືນ (Callable Preferred Stock) ແມ່ນຫຍັງ?

ບໍລິສັດຈຳນວນໜຶ່ງທີ່ ຕົກຢູ່ໃນສະພາບທີ່ຕ້ອງການແຫລ່ງທຶນຈຳນວນໃດໜຶ່ງຢ່າງຮີບດ່ວນ, ໃນ ໄລຍະເວລາສັ້ນ. ສະນັ້ນ, ໄດ້ພິມຈຳໜ່າຍຮຸ້ນບູລິມະສິດດ້ວຍລະດັບດອກເບັ້ຍສູງເພື່ອເປັນການຈູງໃຈ ນັກລົງທຶນ. ແຕ່ວ່າ

ຕະຫລາດຂັ້ນໜື່ງ (Primary Market) ແມ່ນຫຍັງ?
ຕະຫລາດຂັ້ນໜື່ງ (Primary Market) ແມ່ນຫຍັງ?

ເປັນຕະຫລາດ ທີ່ພິມຈຳໜ່າຍສະເພາະບັນດາຫລັກຊັບອອກໃໝ່ໄລຍະສັ້ນ ຂອງທະນາຄານ, ບໍລິສັດ, ຄັງເງິນແຫ່ງຊາດ…ເປັນບ່ອນພົບກັນໂດຍກົງລະຫວ່າງສະໜອງເງິນທຶນ (ຜູ້ຊື້ຫລັກຊັບ) ແລະ ຜູ້ຕ້ອງການເງິນທຶນ

ຕະຫລາດຂັ້ນສອງ (Secondary Market) ແມ່ນຫຍັງ?
ຕະຫລາດຂັ້ນສອງ (Secondary Market) ແມ່ນຫຍັງ?

ເປັນຕະຫລາດຊື້-ຂາຍ ຫລັກຊັບມີຄ່າທີ່ໄດ້ພິມຈຳໜ່າຍ ຢູ່ໃນຕະຫລາດຂັ້ນໜຶ່ງ ຫລື ເວົ້າຢ່າງ ໜຶ່ງຕະຫລາດຂັ້ນສອງເປັນຕະຫລາດທີ່ມີການ ຊື້-ຂາຍ ຫລັກຊັບຜ່ານມືຜູ້ລົງທຶນມາແລ້ວຢ່າງໜ້ອຍ

ພັນທະບັດຄັງເງິນແຫ່ງຊາດ ແມ່ນຫຍັງ?
ພັນທະບັດຄັງເງິນແຫ່ງຊາດ ແມ່ນຫຍັງ?

ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ກະຊວງການເງິນ ອອກຈຳໜ່າຍ ເພື່ອລະດົມທຶນມາດຸ່ນດ່ຽງງົບປະມານໃນສົກປີງົບປະມາດໜຶ່ງ, ພັນທະບັດຄັງເງິນແຫ່ງຊາດ ມີອາຍຸເທົ່າກັບ 1 ປີ.

ຮຸ້ນກູ້ລັດຖະບານ ແມ່ນຫຍັງ?
ຮຸ້ນກູ້ລັດຖະບານ ແມ່ນຫຍັງ?

 ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ກະຊວງການເງິນອອກຈຳ ໜ່າຍ ເພື່ອລະດົມເງິນທຶນມາລົງທຶນໄລຍະຍາວ ເຂົ້າໃນການພັດທະນາຂອງລັດຖະບານ ເຊິ່ງອາຍຸຫລາຍກວ່າ 1 ປີ.

ພັນທະບັດທະນາຄານແຫ່ງ ສປປລາວ  ແມ່ນຫຍັງ?
ພັນທະບັດທະນາຄານແຫ່ງ ສປປລາວ ແມ່ນຫຍັງ?

ໝາຍເຖິງເອກະສານມີຄ່າປະເພດໜຶ່ງ ທີ່ທະນາ ຄານແຫ່ງ ສປປລາວ ອອກ, ຈຸດປະສົງແມ່ນເພື່ອດຶງດູດເອົາເງິນຈາກຂອດຈໍລະຈອນເຂົ້າ ສູ່ລະບົບ ເພື່ອຫລຸດຜ່ອນປະລິມານເງິນໃນຂອດຈໍລະຈອນ,

ໃບຢັ້ງຢືນການຄ້າ (commercial paper) ແມ່ນຫຍັງ?
ໃບຢັ້ງຢືນການຄ້າ (commercial paper) ແມ່ນຫຍັງ?

ໃບຢັ້ງຢືນການຄ້າເປັນໃບຢັ້ງຢືນໜີ້ໄລຍະສັ້ນ ຜູ້ອອກສ່ວນໃຫຍ່ເປັນສະຖາບັນການເງິນ, ບໍລິສັດເອກະຊົນ ທີ່ມີຄວາມໜ້າເຊື່ອຖືສູງ ແລະ ບັນດາທະນາຄານທຸລະກິດ ເພື່ອກູ້ຢືມເງິນຊົ່ວຄາວຈາກ ຕະຫລາດເງິນ.

ສັນຍາຊື້ ຄືນ (Repurchase agreement -RP) ແມ່ນຫຍັງ?
ສັນຍາຊື້ ຄືນ (Repurchase agreement -RP) ແມ່ນຫຍັງ?

ສັນຍາຊື້ຄືນແມ່ນຈໍານວນເງິນທີ່ກູ້ຢືມຕິດໜີ້ໄລຍະສັ້ນ ມີຫລັກຊັບຄໍ້າປະກັນ, ສັນຍາຊື້ຄືນໜຶ່ງໆຖ້ານະລວມມີເນື້ອໃນດັ່ງນີ້: ຂາຍຫລັກຊັບ ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະຊື້ຄືນຫລັກຊັບດັ່ງກ່າວ ຕາມລາຄາທີ່ໄດ້ກຳ ນົດໄວ້

ໃບຮັບຮອງຂອງທະນາຄານ (Bankers Acceptances - BAs) ແມ່ນຫຍັງ?
ໃບຮັບຮອງຂອງທະນາຄານ (Bankers Acceptances - BAs) ແມ່ນຫຍັງ?

ເປັນເອກະສານຄໍ້າປະກັນຂອງທະນາຄານທີ່ໃຊ້ໃນການຈັດຫາເງິນທຶນໃຫ້ແກ່ຜູ້ນໍາເຂົ້າເມື່ອທະ ນາຄານຮັບຮອງເອກະສານຂອງບໍລິສັດຜູ້ນຳເຂົ້າເຮັດໃຫ້ບໍລິສັດຜູ້ນຳເຂົ້າມີຄວາມເຊື່ອຖືສູງຂຶ້ນ. ນັ້ນ, ໃບຮັບຮອງດັ່ງກ່າວເປັນເອກະສານໜີ້ມີຄຸນນະພາບສູງສາມາດຂາຍໃຫ້ແກ່ນັກລົງທຶນໄດ້ງ່າຍ. ຜູ້ສະ ຖືໜັງສືຮັບຮອງນີ້ (ຕາມປົກກະຕິແລ້ວແມ່ນຜູ້ສົ່ງອອກຖືໃບແຊັກ ຫລື

ທຸລະກຳໃນຕະຫລາດເງິນ ແມ່ນຫຍັງ?
ທຸລະກຳໃນຕະຫລາດເງິນ ແມ່ນຫຍັງ?

ສຳລັບພື້ນຖານເສດຖະກິດທີ່ຂະຫຍາຍຕົວ ແລະ ມີໂຄງສ້າງເສດຖະກິດທີ່ສົມບູນແບບ, ບໍລິສັດຫລັກຊັບໄດ້ຮັບອະນຸຍາດຄ້າພັນທະບັດ ຫລື Bond dealer ສາມາດສ້າງຄວາມອ່ອນໄຫວ

ຜົນຕອບແທນໃນຕະຫລາດເງິນ ແມ່ນຫຍັງ?
ຜົນຕອບແທນໃນຕະຫລາດເງິນ ແມ່ນຫຍັງ?

ຜົນຕອບແທນທີ່ຈະໄດ້ຮັບສ່ວນໃຫຍ່ຈະຢູ່ໃນຮູບແບບສ່ວນຫລຸດ ຫລື Discount ຈາກມູນຄ່າທີ່ ຜູ້ລົງທຶນໄດ້ຮັບເມື່ອຄົບກຳນົດ ເຊັ່ນ ພັນທະບັດຄັງເງິນມີມູນຄ່າໜ້າໃບ 100.000

ໃບສະແດງສິດ (warrant) ແມ່ນຫຍັງ?
ໃບສະແດງສິດ (warrant) ແມ່ນຫຍັງ?

ຫລັກຊັບທຶນອີກຊະນິດໜຶ່ງໄດ້ແກ່ໃບຢັ້ງຢືນສິດ (warrant) ໃນການຈອງຊື້ຮຸ້ນສາມັນ, ໃບຢັ້ງ ຢືນສິດເປັນເອກະສານສໍາຄັນທີ່ບໍລິສັດຜູ້ອອກ ໃຫ້ສິດແກ່ຜູ້ຖືຮຸ້ນສາມັນໃນການຊື້ຮຸ້ນສາມັນທີ່ອອກ ໃໝ່ ຂອງບໍລິສັດຜູ້ອອກໃບຢັ້ງຢືນສິດນັ້ນໃນຈຳນວນແລະລາຄາ

ໜ່ວຍລົງທຶນ (Unit trust) ແມ່ນຫຍັງ?
ໜ່ວຍລົງທຶນ (Unit trust) ແມ່ນຫຍັງ?

ເປັນເອກະສານທີ່ອອກຂາຍໂດຍບໍລິສັດບໍລິຫານກອງ ທຶນລວມ ເພື່ອລະດົມເງິນທຶນຈາກປະຊາຊົນເຂົ້າກອງທຶນລວມຫລັງຈາກນັ້ນບໍລິສັດບໍລິຫານການລົງທຶນຈະຈັດ ສັນເງິນໃນກອງທຶນນັ້ນໄປລົງທຶນຕາມສັດສ່ວນ ແລະ ຂອບທີ່ໄດ້ກຳນົດໄວ້ໃນໜັງສືຊວນຊື້ ເຊັ່ນ: ລົງທຶນຊື້ຫລັກຊັບໃນຕະຫລາດຫລັກຊັບ,

ກອງທຶນປິດ (Closed-end fund) ແມ່ນຫຍັງ?
ກອງທຶນປິດ (Closed-end fund) ແມ່ນຫຍັງ?

ເປັນກອງທຶນທີ່ຈຳໜ່າຍໜ່ວຍລົງທຶນໃນຈໍານວນທີ່ແນ່ນອນບໍ່ເພີ່ມຂຶ້ນ ແລະ ບໍ່ຫລຸດລົງເນື່ອງຈາກວ່າບໍ່ ມີການອອກໜ່ວຍລົງທຶນຂອງກອງທຶນນີ້ເພີ່ມ ແລະ ບໍ່ມີການຮັບຊື້ຄືນໜ່ວຍລົງທຶນ ຫລື ຮັບໄຖ່ຖອນ

ກອງທຶນເປີດ (Open-end fund) ແມ່ນຫຍັງ?
ກອງທຶນເປີດ (Open-end fund) ແມ່ນຫຍັງ?

ເປັນກອງທຶນທີ່ຈໍາໜ່າຍໜ່ວຍລົງທຶນເພີ່ມຂຶ້ນເລື້ອຍໆແລະຮັບຊື້ຄືນຈາກຜູ້ຖືໜ່ວຍລົງທຶນ ຕະຫລອດ ເວລາກ່ອນສິ້ນສຸດອາຍຸກອງທຶນ, ກອງທຶນເປີດຈິ່ງເປັນທີ່ນິຍົມ ຫລາຍກ່ວາ ກອງທຶນປິດ ເພາະ ສະພາບຄ່ອງຫລາຍກວ່າ,

ເງິນປັນຜົນ (Dividend) ແມ່ນຫຍັງ?
ເງິນປັນຜົນ (Dividend) ແມ່ນຫຍັງ?

ເງິນປັນຜົນເປັນຜົນຕອບແທນໂດຍກົງທີ່ຜູ້ຖືຮຸ້ນສາມັນແລະຮຸ້ນບູລິມະສິດຈະໄດ້ຮັບເຊິ່ງອາດ ຈະຢູ່ໃນຮູບແບບຂອງເງິນສົດຫລືຮຸ້ນທີ່ຮູ້ຈັກກັນໃນຊື່ຂອງຮຸ້ນປັນຜົນ, ແຕ່ໃນນີ້ເງິນປັນ ຜົນທີ່ເຄີຍ ພົບ ໂດຍສ່ວນໃຫຍ່ຈະເປັນເງິນສົດທີ່ເກີດຈາກການທີ່ບໍລິສັດມີຜົນການດໍາເນີນງານດີແລະມີກຳໄລຈາກ ທຸລະກິດເຊິ່ງຈຳນວນເງິນປັນຜົນໃນແຕ່ລະປີຈະບໍ່ຄົງທີ່, ໄດ້ຫລາຍ

ກຳໄລຈາກການຂາຍຮຸ້ນ ແມ່ນຫຍັງ?
ກຳໄລຈາກການຂາຍຮຸ້ນ ແມ່ນຫຍັງ?

ກຳໄລຈາກການຂາຍຮຸ້ນເຊິ່ງຜູ້ລົງທຶນຈະໄດ້ຮັບໃນກໍລະນີທີ່ພາວະຕະຫລາດອໍານວຍຄວາມ ສະດວກແລະລາຄາຮຸ້ນມີການປັບຕົວສູງຂຶ້ນເຮັດໃຫ້ຜູ້ລົງທຶນສາມາດຂາຍຮຸ້ນໄດ້ໃນລາຄາທີ່ສູງກວ່າ ລາ ຄາທີ່ຊື້ມາ. ຕົວຢ່າງ: ທ້າວໂຊກດີຊື້ຮຸ້ນທີ່ຈຳໜ່າຍໃນຕະຫລາດຂັ້ນໜຶ່ງໃນລາຄາ 5000 ກີບຕໍ່ຮຸ້ນ

ສິດໃນການຈອງຊື້ຮຸ້ນໃໝ່ ແມ່ນຫຍັງ?
ສິດໃນການຈອງຊື້ຮຸ້ນໃໝ່ ແມ່ນຫຍັງ?

ສິດໃນການຈອງຊື້ຮຸ້ນໃໝ່ຫລືລູກຮຸ້ນ, ໃນກໍລະນີທີ່ບໍລິສັດມີການເພີ່ມທຶນຈົດທະບຽນ ເພື່ອ ໃຫ້ຜູ້ຖືຮຸ້ນເດີມສາມາດຮັກສາສັດສ່ວນຂອງສິດຄວາມເປັນເຈົ້າຂອງໃນບໍລິສັດໄວ້ໄດ້ໃນລະດັບເກົ່າ. ເຖິງຢ່າງໃດກໍ່ຕາມຜູ້ລົງທຶນຄວນຄໍານຶງວ່າຜົນຕອບແທນຈາກຮຸ້ນສາມັນບໍ່ມີຄວາມແນ່ນອນໂດຍ ອັດຕາເງິນປັນຜົນທີ່ໄດ້ຮັບຈະມີການປ່ຽນແປງໄປຕາມຜົນປະກອບການຂອງບໍລິສັດນັ້ນໆແລະໃນ ສ່ວນກຳໄລຈາກການຂາຍຮຸ້ນນັ້ນຈະຂຶ້ນກັບທ່າອ່ຽງການຫາກຳໄລຂອງບໍລິສັດແລະສະພາບຂອງ ຕະຫລາດ

ເງິນປັນຜົນ ຫລື ດອກເບັ້ຍ ແມ່ນຫຍັງ?
ເງິນປັນຜົນ ຫລື ດອກເບັ້ຍ ແມ່ນຫຍັງ?

ເງິນປັນຜົນຫລືດອກເບັ້ຍເກີດຈາກການທີ່ຫລັກຊັບທຶນຫລືຫລັກຊັບໜີ້ທີ່ກອງທຶນຖືຄອງຢູ່ມີ ການຈ່າຍຜົນຕອບແທນໃຫ້ແກ່ຜູ້ຖືໃນຮູບແບບຂອງເງິນປັນຜົນຫລືດອກເບັ້ຍເຊິ່ງຜົນຕອບແທນເຫລົ່າ ນີ້ຈະຖືກສົ່ງຕໍ່ໄປໃຫ້ແກ່ຜູ້ຖືໜ່ວຍລົງທຶນໃນຮູບແບບຂອງເງິນປັນຜົນ. ເງິນປັນຜົນທີ່ຜູ້ຖືໜ່ວຍລົງທຶນ ຈະ ໄດ້ຮັບອາດຈະເປັນຜົນຕອບແທນທັງໝົດທີ່ກອງທຶນໄດ້ຮັບຫລືອາດຈະເປັນພຽງບາງສ່ວນ ໃນ ສ່ວນທີ່ເຫລືອຈະນຳເອົາໄປເຂົ້າກອງທຶນລົງທຶນໃໝ່ກໍ່ໄດ້ຂຶ້ນຢູ່ກັບນະໂຍບາຍຂອງກອງທຶນນັ້ນເຊິ່ງ

ກຳໄລຈາກການຂາຍຫລັກຊັບ ແມ່ນຫຍັງ?
ກຳໄລຈາກການຂາຍຫລັກຊັບ ແມ່ນຫຍັງ?

ກຳໄລຈາກການຂາຍຫລັກຊັບເກີດຈາກການທີ່ຜູ້ບໍລິຫານກອງທຶນມີການຂາຍຮຸ້ນຫລືຊັບສິນ ເຊັ່ນຂາຍອະສັງຫາລິມະຊັບທີ່ນອນຢູ່ໃນບັນຊີຂອງກອງທຶນໃນລາຄາທີ່ສູງກວ່າລາຄາທີ່ຊື້ມາໃນເບື້ອງ ຕົ້ນຈິ່ງກໍ່ໃຫ້ເກີດກຳໄລ ແລະ ມູນຄ່າຊັບສິນສຸດທິຂອງກອງທຶນເພີ່ມຂຶ້ນ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ນິຍາມອະນຸພັນ ແລະ ຫລັກຊັບອະນຸພັນ ແມ່ນຫຍັງ?
ນິຍາມອະນຸພັນ ແລະ ຫລັກຊັບອະນຸພັນ ແມ່ນຫຍັງ?

“ອະນຸພັນ” ໃນພາສາອັງກິດໃຊ້ຄໍາວ່າ “Derivartives” ເຊິ່ງໃນນີ້ຄໍາວ່າ “Derive” ແປວ່າ ມາ ຈາກ

ສັນຍາ swap  ແມ່ນຫຍັງ?
ສັນຍາ swap ແມ່ນຫຍັງ?

ເປັນສັນຍາທີ່ຈະມີການແລກປ່ຽນກະແສເງິນສົດທີ່ຈະເກີດຂຶ້ນໃນອະນາຄົດ ລະຫວ່າງ ຄູ່ສັນຍາ 2 ຝ່າຍ (ອາດຈະນໍາມາຫັກລົບກັນກ່ອນກໍ່ໄດ້) ຖ້າຫາກພິຈາລະນາຢ່າງເລິກ ເຊິ່ງ

ບໍລິສັດຫລັກຊັບ ແມ່ນຫຍັງ?
ບໍລິສັດຫລັກຊັບ ແມ່ນຫຍັງ?

ໝາຍເຖິງສະຖາບັນການເງິນທີ່ໄດ້ຮັບການສ້າງຕັ້ງແລະເຄື່ອນໄຫວທຸລະ ກິດ ຕາມດຳລັດວ່າດ້ວຍຫລັກຊັບແລະຕະຫລາດຫລັກຊັບເລກທີ 255, ລົງວັນທີ 24 ພຶດສະພາ 2010.

ທຸລະກິດຫລັກຊັບ ແມ່ນຫຍັງ?
ທຸລະກິດຫລັກຊັບ ແມ່ນຫຍັງ?

ໝາຍເຖິງການເປັນນາຍໜ້າຊື້ຂາຍຫລັກຊັບ, ການຄ້າຫລັກຊັບ, ການ ເປັນທີ່ປຶກສາການລົງທຶນໃນຫລັກຊັບ, ການຄໍ້າປະກັນການຈຳໜ່າຍຫລັກຊັບແລະທຸລະກິດອື່ນໆ ທີ່ ກ່ຽວ ຂ້ອງກັບຫລັກຊັບຕາມການອະນຸມັດຂອງ

ການເປັນນາຍໜ້າ ແມ່ນຫຍັງ?
ການເປັນນາຍໜ້າ ແມ່ນຫຍັງ?

ໝາຍເຖິງການເປັນສື່ກາງຫລືຕົວແທນເພື່ອດໍາເນີນທຸລະກໍາ – ຊື້ຂາຍ ຫລັກຊັບໃນນາມຍລູກຄ້າໂດຍໄດ້ຮັບຄ່າບໍລິການນາຍໜ້າ (commission fee) ເຊິ່ງທຸລະກິດດັ່ງ ກ່າວສ່ວນຫລາຍຈະເປັນທຸລະກິດທີ່ຫາລາຍ

ຕົ້ນທຶນຂອງເງິນທຶນ (Cost of Capital) ແມ່ນຫຍັງ?
ຕົ້ນທຶນຂອງເງິນທຶນ (Cost of Capital) ແມ່ນຫຍັງ?

ຕົ້ນທຶນຂອງເງິນທຶນ ຫລື ຕົ້ນທຶນຄ່າເສຍໂອກາດຂອງເງິນທຶນນັ້ນຄື ອັດຕາຜົນຕອບແທນທີ່ຈະ ສະຖາບັນການທະນາຄານໄດ້ຮັບຈາກການລົງທຶນອື່ນໆ ທີ່ມີຄວາມສ່ຽງຄ້າຍຄືກັນ. ອ້າງອີງ: ຈາກປື້ມ

ໂອກາດໃນການຜະລິດ (Production Opportunity) ແມ່ນຫຍັງ?
ໂອກາດໃນການຜະລິດ (Production Opportunity) ແມ່ນຫຍັງ?

ຄື: ໂອກາດການລົງທຶນໃນຊັບສິນ ທີ່ມີປະສິດທິຜົນ (productive assets) ເຊິ່ງມີອັດຕາຜົນຕອບແທນຈາກການລົງທຶນ (return on

ຄວາມເພິ່ງພໍໃຈໃນການບໍລິໂພກຕາມໄລຍະເວລາ (Time Preferences for Consumption)  ແມ່ນຫຍັງ?
ຄວາມເພິ່ງພໍໃຈໃນການບໍລິໂພກຕາມໄລຍະເວລາ (Time Preferences for Consumption) ແມ່ນຫຍັງ?

ຄື: ຄວາມເພິ່ງພໍໃຈຂອງຜູ້ບໍລິໂພກທີ່ຈະມີການບໍລິໂພກໃນປະຈຸບັນ ຫລືຈະອອມໄວ້ ເພື່ອການບບໍລິໂພກໃນອະນາຄົດ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Financial

ຄວາມສ່ຽງ (risk) ແມ່ນຫຍັງ?
ຄວາມສ່ຽງ (risk) ແມ່ນຫຍັງ?

ເປັນໂອກາດທີ່ການລົງທຶນຈະໄດ້ຮັບຜົນຕອບແທນທີ່ເປັນລົບ ຫລື ໜ້ອຍກວ່າ ຈໍານວນຄາດວ່າຈະໄດ້ຮັບ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ (Financial

ເງິນເຟີ້ (Inflation) ແມ່ນຫຍັງ?
ເງິນເຟີ້ (Inflation) ແມ່ນຫຍັງ?

ເປັນສະພາວະທີ່ລະດັບລາຄາສິນຄ້າສູງຂຶ້ນຢ່າງຕໍ່ເນື່ອງສົ່ງຜົນໃຫ້ ອໍານາດການຊື້ (purchasing Power) ຫລຸດລົງ. ອ້າງອີງ: ຈາກປື້ມ ຕະຫຼາດການເງີນ

ການຄິດໄລ່ອັດຕາດອກເບັ້ຍ ແມ່ນຫຍັງ?
ການຄິດໄລ່ອັດຕາດອກເບັ້ຍ ແມ່ນຫຍັງ?

ໃນຕະຫລາດການເງິນຫລັກຊັບໜີ້ ມີຫລາຍປະເພດທີ່ແຕກຕ່າງກັນ ບໍ່ວ່າຈະເປັນຜົນຕອບແທນ ຫລື ກະແສເງິນສົດ (ທີ່ຜູ້ອອກຫລັກຊັບໜີ້ຈ່າຍໃຫ້ແກ່ຜູ້ລົງທຶນ) ທີ່ແຕກຕ່າງກັນ ລວມທັງໄລຍະເວລາ

ມູນຄ່າປະຈຸບັນ (Present value) ແມ່ນຫຍັງ?
ມູນຄ່າປະຈຸບັນ (Present value) ແມ່ນຫຍັງ?

ມູນຄ່າປະຈຸບັນຂອງຫລັກຊັບທາງການເງິນແມ່ນ ມູນຄ່າໃນວັນນີ້ຂອງກະແສເງິນສົດທີ່ຈະເກີດ ສົງທຶນ ຂຶ້ນໃນອະນາຄົດຈາກ ການລົງທຶນໃນຫລັກຊັບທາງການເງິນນັ້ນ, ຄວາມສຳນຶກກ່ຽວກັບມູນຄ່າປະຈຸບັນ ມາຈາກຄວາມຈິງທີ່ວ່າ “ເງິນ

ສິນເຊື່ອແບບງ່າຍດາຍ (Simple Loan) ແມ່ນຫຍັງ?
ສິນເຊື່ອແບບງ່າຍດາຍ (Simple Loan) ແມ່ນຫຍັງ?

ເປັນສິນ ເຊື່ອທີ່ຜູ້ກູ້ເງິນຈະຕ້ອງຊຳລະຄືນ ເງິນ ຕົ້ນ ແລະ ດອກ ເບັ້ຍແກ່ຜູ້ໃຫ້ກູ້ເມື່ອ ຄົບອາຍຸການໄຖ່ຖອນ,

ສິນເຊື່ອຈ່າຍເປັນງວດຄົງທີ່ (Fixed-Payment Loan ຫລື Fully Amortized Loan) ແມ່ນຫຍັງ?
ສິນເຊື່ອຈ່າຍເປັນງວດຄົງທີ່ (Fixed-Payment Loan ຫລື Fully Amortized Loan) ແມ່ນຫຍັງ?

ເປັນສິນເຊື່ອທີ່ມີການຈ່າຍຊຳລະຄືນເປັນງວດໆ (ເຊັ່ນທຸກໆເດືອນ) ໂດຍທີ່ຈໍານວນເງິນໃນແຕ່ລະ ງວດຄົງທີ່, ຈຳນວນເງິນໃນແຕ່ລະງວດທີ່ຄົງທີ່ນັ້ນຈະປະກອບດ້ວຍສ່ວນຂອງເງິນຕົ້ນ ແລະ ສ່ວນຂອງ ດອກເບັ້ຍຕາມຈຳນວນປີທີ່ໄດ້ກຳນົດໄວ້ເຊັ່ນ:

ພັນທະບັດທີ່ລະ ແມ່ນຫຍັງ?
ພັນທະບັດທີ່ລະ ແມ່ນຫຍັງ?

 ພັນທະບັດທີ່ລະບຸດອກເບັ້ຍໜ້າໃບ (Coupon)ເປັນພັນທະບັດຈ່າຍດອກເບັ້ຍທຸກໆປີ (ຫລື ທຸກໆ 6 ເດືອນ) ຕະຫລອດໄລຍະເວລາຈົນສິ້ນ ສຸດອາຍຸການໄຖ່ຖອນ

ພັນທະບັດທີ່ບໍ່ຈ່າຍດອກເບັ້ຍໜ້າໃບ (Discount or Zero-Coupon Bond) ແມ່ນຫຍັງ?
ພັນທະບັດທີ່ບໍ່ຈ່າຍດອກເບັ້ຍໜ້າໃບ (Discount or Zero-Coupon Bond) ແມ່ນຫຍັງ?

 ພັນທະ ບັດດັ່ງກ່າວນີ້ຈະຂາຍໃນລາຄາທີ່ຕໍ່າກວ່າມູນຄ່າໜ້າໃບ (ຂາຍຫລຸດ), ຜູ້ລົງ ທຶນຈະໄດ້ຮັບການຊຳລະງິນຄືນຕາມມູນຄ່າໜ້າໃບ ເມື່ອຄົບອາຍຸການໄຖ່ຖອນ; Discount Bond

Share this Doc

ຂະແໜງການເງີນ

Or copy link