Khamsub.la

ການເມືອງສືກສາ

Estimated reading: 0 minutes 23 views
ວັດຖຸແມ່ນຫຍັງ?
ວັດຖຸແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ)

ປັດຊະຍາແມ່ນຫຍັງ?
ປັດຊະຍາແມ່ນຫຍັງ?

ແມ່ນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາ ກ່ຽວກັບ ໂລກພາວະວິໄສ, ບັນຫາພື້ນຖານຂອງປັດຊະຍາ ແມ່ນການພົວພັນລະຫວ່າງວັດຖຸ (ການຄົງຕົວ)

ເທສະແມ່ນຫຍັງ?
ເທສະແມ່ນຫຍັງ?

ແມ່ນຄວາມສໍານຶກຂອງປັດຊະຍາ ທີ່ໃຊ້ຊີ້ບອກເຖິງລັກສະນະແຜ່ຫຼາຍຂອງວັດຖຸໝາຍຄວາມວ່າ: ແມ່ນຂະໜາດ, ຂອບເຂດໃຫຍ່, ນ້ອຍ, ສັ້ນ, ຍາວ, ຕໍ່,

ຝ່າຍຈິດນິຍົມແມ່ນຫຍັງ?
ຝ່າຍຈິດນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ບໍ່ແມ່ນຄວາມຮູ້ສຶກຂອງຄົນເຮົາຄົງຕົວຢູ່ໃນກາລະ-ເທສະ ມັນຫາກແມ່ນກາລະ-ເທສະ ນັ້ນເອງຄົງຕົວຢູ່ນໍາຈິດສໍານຶກຂອງຄົນເຮົາ ແມ່ນຄົນເຮົາເປັນຜູ້ປະດິດຄິດແຕ່ງມັນຂຶ້ນ ອ້າງອີງ: ຈາກ ປື້ມ

ກາລະແມ່ນຫຍັງ?
ກາລະແມ່ນຫຍັງ?

ແມ່ນຄວາມສຳນຶກຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກເຖິງລັກສະນະແຜ່ຫຼາຍຂອງຂະບວນວິວັດການຜັນແປໄວ ຫຼື ຊ້າສືບຕໍ່ກັນໄປຕາມລໍາດັບອັນແນ່ນອນຜ່ານແຕ່ລະໄລຍະໃນແຕ່ລະສະໄໝການຂະຫຍາຍຕົວຂອງວັດຖຸ (ການພວກພັນທີ່ສະແດງອອກທາງດ້ານປະຫວັດສາດ) ອ້າງອີງ: ຈາກ ປື້ມ

ຝ່າຍວັດຖຸນິຍົມແມ່ນຫຍັງ?
ຝ່າຍວັດຖຸນິຍົມແມ່ນຫຍັງ?

ໃຫ້ທັດສະນະວ່າ: ກາລະ-ເທສະ ແມ່ນສອງລັກສະນະທີ່ແຕກຕ່າງກັນ ແຕ່ບໍ່ອາດຕັດແຍກອອກຈາກການເຄື່ອນເໝັງຂອງວັດຖຸ, ເທສະມີລັກສະນະສາມລວງຄື: ລວງກ້ວາງ, ລວງຍາວ ແລະ

ຈິດໃຈແມ່ນຫຍັງ?
ຈິດໃຈແມ່ນຫຍັງ?

ແມ່ນບັນດາການເຄື່ອນໄຫວທັງໝົດທາງດ້ານຈິດໃຈຂອງຄົນເຮົາ ເຊິ່ງລວມມີ:​ ມະໂນພາບ, ມະໂນພາບ, ເວດທະກໍາ, ແນວຄິດ, ມານະຈິດ, ທິດສະດີ

ວິທີສັດຈະວິພາກວັດຖຸນິຍົມແມ່ນຫຍັງ?
ວິທີສັດຈະວິພາກວັດຖຸນິຍົມແມ່ນຫຍັງ?

ແມ່ນວິທີແກ້ໄຂບັນຫາຢ່າງມີໂລຊິກ, ເປັນວິທີອະທິບາຍຢ່າງມີເຫດຜົນ, ແມ່ນວິທີເບິ່ງໂລກຢູ່ໃນທ່າຂະຫຍາຍຕົວ, ມີຄວາມສະສົມ, ມີຂໍ້ຂັດແຍ່ງ, ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ

ກົດເກນແມ່ນຫຍັງ?
ກົດເກນແມ່ນຫຍັງ?

ແມ່ນຄວາມສໍານຶກທີ່ສ່ອງແສ່ງເຖິງການພົວພັນ ທີ່ເປັນທາດແທ້ແນ່ນອນ, ຈໍາເປັນ ແລະ ມີລັກສະນະປົກກະຕິລືມໄປລືມມາ ຂອງບັນດາສິ່ງວັດຖຸປາກົດການສິ່ງດັ່ງກ່າວນັ້ນ ມີການປ່ຽນແປງໄດ້ຍາກ ອ້າງອີງ:

ຂໍ້ຂັດແຍ່ງປໍລະປັກແມ່ນຫຍັງ?
ຂໍ້ຂັດແຍ່ງປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຂອງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຜົນປະໂຫຍດກົງກັນຂ້າມກັນຕໍ່ສູ້ເຊິ່ງກັນ ແລະ ກັນທີ່ນັບມື້ນັບມີການປະທະກັນຂອງບັນດາດ້ານທີ່ກົງກັນຂ້າມ. ອ້າງອີງ: ຈາກ ປື້ມ ການເມືອງ

ຂໍ້ຂັດແຍ່ງບໍ່ປໍລະປັກແມ່ນຫຍັງ?
ຂໍ້ຂັດແຍ່ງບໍ່ປໍລະປັກແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຕ່າງໆລະຫວ່າງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຈຸດໝາຍ ແລະ ຜົນປະໂຫຍດພຶ້ນຖານເປັນເອກະພາບກັນ, ຂໍ້ຂັດແຍ່ງນີ້ມີລັກສະນະຊົ່ວຄາວເທົ່ານັ້ນ. ອ້າງອີງ: ຈາກ ປື້ມ

ມາດຕະເກນແມ່ນຫຍັງ?
ມາດຕະເກນແມ່ນຫຍັງ?

ແມ່ນບັນດາຄວາມສໍານຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກພາວະວິໄສ ເຊິ່ງສ່ອງແສງເຖິງບັນດາດ້ານ, ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ, ບັນດາການພົວພົນພື້ນຖານ ແລະ ແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ, ແມ່ນບັນດາຂັ້ນໄດ ແລະ

ພຶດຕິກໍາແມ່ນຫຍັງ?
ພຶດຕິກໍາແມ່ນຫຍັງ?

ຢາກຊອກເຫັນໄດ້ຄວາມແນ່ນອນ ຕ້ອງເລີ່ມຈາກອັນບັງເອີນ,​ ຖ້າພວກເຮົາຫາກອີງໃສ່ແຕ່ອັນບັງເອີນເທົ່ານັ້ນຈະເຮັດໃຫ້ການກະທໍາຜິດພາດ, ແຕ່ຕ້ອງຮູ້ໝູນໃຊ້ສິ່ງອັນບັງເອີນທີ່ມີຜົນກະທົບເຂົ້າໃສ່ໃນອັນແນ່ນອນ ເພີ່ນເຕີມໃຫ້ອັນແນ່ນອນ, ຕ້ອງຊອກຫາອັນໃໝ່ ແລະ ບໍາລຸງສ້າງໃຫ້ມັນຂະຫຍາຍຕົວ.

ຮູບການແມ່ນຫຍັງ?
ຮູບການແມ່ນຫຍັງ?

ແມ່ນຂໍ້ຂັດແຍ່ງຕ່າງໆລະຫວ່າງບັນດາກໍາລັງສັງຄົມ, ບັນດາຊົນຊັ້ນທີ່ມີຈຸດໝາຍ ແລະ ຜົນປະໂຫຍດພຶ້ນຖານເປັນເອກະພາບກັນ, ຂໍ້ຂັດແຍ່ງນີ້ມີລັກສະນະຊົ່ວຄາວເທົ່ານັ້ນ. ອ້າງອີງ: ຈາກ ປື້ມ

ຮູບການພາຍນອກແມ່ນຫຍັງ?
ຮູບການພາຍນອກແມ່ນຫຍັງ?

ແມ່ນຮູບຮ່າງ, ສີສັນ, ຂອບເຂດ, ຂະໜາດ (ສໍາຄັນແຕ່ຕັດສິນ). ອ້າງອີງ: ຈາກ ປື້ມ

ຮູບການພາຍໃນແມ່ນຫຍັງ?
ຮູບການພາຍໃນແມ່ນຫຍັງ?

ແມ່ນວິທີຊັບຊ້ອນ, ວິທີຈັດວາງ, ແມ່ນໂຄງປະກອບຂອງເນື້ອໃນແມ່ນບັນດາພາກສ່ວນທີ່ຈໍາເປັນ (ສໍາຄັນຕັດສິນ). ອ້າງອີງ: ຈາກ ປື້ມ ການເມືອງ

​ພຶດຕິ​ກໍາແມ່ນຫຍັງ?
​ພຶດຕິ​ກໍາແມ່ນຫຍັງ?

ແມ່ນການສະແດງອອກຂອງລັດທິອາດຍາສິດ, ມັນຈະເປັນອຸປະສັກ ແລະ ມີຜົນເສຍຫາຍໃຫ້ແກ່ການປະຕິບັດວຽກງານ. ອ້າງອີງ: ຈາກ ປື້ມ ການເມືອງ

ທາດແທ້ແມ່ນຫຍັງ?
ທາດແທ້ແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງ ທີ່ຊີ້ບອກການລວບລວມບັນດາດ້ານ, ບັນດາການພົວພັນທີ່ຈໍາເປັນ, ທີ່ປົກກະຕິສໍາພັດຢູ່ເບື້ອງໃນຂອງສິ່ງວັດຖຸ ແລະ ປາກົດການມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ

ປາກົດການແມ່ນຫຍັງ?
ປາກົດການແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກບັນດາດ້ານ, ບັນດາການພົວພັນທີ່ສະແດງອອກພາຍນອກບໍ່ເປັນປົກກະຕິຂອງສິ່ງວັດຖຸ, ມັນແມ່ນຮູບການທີ່ສະແດງອອກເບື້ອງນອກ ຂອງທາດແທ້ທີ່ຄົນເຮົາສາມາດຮັບຮູ້ມັນໄດ້ດ້ວຍອິນຊີ. ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມອາດສາມາດແມ່ນຫຍັງ?
ຄວາມອາດສາມາດແມ່ນຫຍັງ?

ແມ່ນມາດຕະເກນທີ່ຊີ້ບອກບັນດາເງື່ອນໄຂໃໝ່, ບັນດາທ່າອ່ຽງແຫ່ງການຂະຫຍາຍຕົວ, ແມ່ນອັນທີ່ເປັນໜໍ່ແໜງຢູ່ໃນສິ່ງວັດຖຸ ແລະ ປາກົດການ ແລະ ຢູ່ໃນຂະບວນວິວັດ, ມັນຈະບໍ່ທັນປາກົດຕົວຂຶ້ນ 

ຄວາມອາດສາມາດຕົວຈິງແມ່ນຫຍັງ?
ຄວາມອາດສາມາດຕົວຈິງແມ່ນຫຍັງ?

ແມ່ນຄວາມອາດສາມາດທີ່ເລີ້ມມາຈາກທາດແທ້ຂອງສິ່ງວັດຖຸ ແລະ ປາກົດການໄວ ຫຼື ຊ້າມັນຈະກາຍເປັນຈິງ ເພາະມັນມີເງື່ອນໄຂຄົບຖ້ວນ ແລະ ຈໍາເປັນຢູ່ແລ້ວ.

ຄວາມສາມາດນາມມະທໍາແມ່ນຫຍັງ?
ຄວາມສາມາດນາມມະທໍາແມ່ນຫຍັງ?

ແມ່ນຄວາມອາດສາມາດ ທີ່ບໍ່ທັນມີເງື່ອນໄຂຄົບຖ້ວນ ເພື່ອຫັນປ່ຽນກາຍເປັນຈິງໄດ້, ແຕ່ວ່າໃນອານາຄົດ ເມື່ອມີເງື່ອນໄຂຄົບຖ້ວນຕ້ອງປາກົດຂຶ້ນຢ່າງແນ່ນອນ. ອ້າງອີງ: ຈາກ ປື້ມ

ຄວາມເປັນຈິງແມ່ນຫຍັງ?
ຄວາມເປັນຈິງແມ່ນຫຍັງ?

ແມ່ນມາດຕະເກນໜຶ່ງທີ່ຊີ້ບອກອັນທີ່ຄົງຕົວຢ່າງແທ້ຈິງ ແມ່ນອັນທີ່ພວມໄປຮອດ ແລະ ອັນທີ່ພວມປາກົດຕົວອອກ. ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມຮັບຮູ້ແມ່ນຫຍັງ?
ຄວາມຮັບຮູ້ແມ່ນຫຍັງ?

ແມ່ນຄໍານິຍາມໜຶ່ງທີ່ໃຊ້ເພື່ອຊີ້ບອກເຖິງສິ່ງວັດຖຸ ແລະ ປາກົດການທີ່ຄົນເຮົາຮົບຮູ້ກ່ຽວກັບ ໂລກພາວະວິໄສຕາມບັນດາທັດສະນະທີ່ແນ່ນອນໃດໜຶ່ງ. ອ້າງອີງ: ຈາກ ປື້ມ ການເມືອງ

ຄວາມຮູ້ສຶກແມ່ນຫຍັງ?
ຄວາມຮູ້ສຶກແມ່ນຫຍັງ?

ແມ່ນຮູູບການທໍາອິດຂອງການສ່ອງແສງຄວາມເປັນຈິງພາວະວິໄສ ເຂົ້າໃສ່ມັນສະໝອງຂອງຄົນເຮົາ, ໃນເມື່ອສິ່ງວັດຖຸ, ປາກົດການກະທົບໃສ່ອິນຊີຂອງຄົນເຮົາຜ່ານການເຄື່ອງໄຫວຂອງອິນຊີທັງຫ້າ ຄົນເຮົາຈຶ່ງເກີດມີຄວາມຮູ້ສຶກກ່ຽວກັບກິ່ນ, ສີສັນ, ລົດຊາດ, ສຽງ

ການຮັບຮູ້ແມ່ນຫຍັງ?
ການຮັບຮູ້ແມ່ນຫຍັງ?

ແມ່ນໄລຍະຄວາມຮັບຮູ້ທີ່ເກີດຂຶ້ນບົນພື້ນຖານຄວາມຮູ້ສຶກ ມັນສ່ອງແສງເຖິງສິ່ງວັດຖຸຮອບດ້ານ ແລະ ລັກສະນະສະເພາະຂອງມັນ, ສ້າງເປັນຄວາມຮັບຮູ້ທີ່ເປັນເອກະພາບ ມັນລວບລວມເອົາທັງຄວາມຮູ້ສຶກ ແລະ ຄວາມຮັບຮູ້ໂດຍສະເພາະມັນໄດ້ປະກົດຕົວຂຶ້ນຢູ່ໃນຈິດສໍານຶກຂອງຄົນເຮົາ.

ມະໂນພາບແມ່ນຫຍັງ?
ມະໂນພາບແມ່ນຫຍັງ?

ແມ່ນຄວາມຮັບຮູ້ລະດັບສູງ ຂອງການສ່ອງແສງທາງອະໄວຍະວະຄວາມຮູ້ສຶກ ນັ້ນແມ່ນການວາດພາບ, ການວາດພາບແມ່ນການສ່ອງແສງຄືນຮູບພາບ ຂອງສິ່ງວັດຖຸທີ່ໄດ້ຮັບຮູ້ມາແລ້ວ (ໄດ້ກະທົບມາແລ້ວ) ເຊິ່ງໃນຂະນະນັ້ນສິ່ງວັດຖຸດັ່ງກ່າວບໍ່ໄດ້ກະທົບຄືນອີກ, ແຕ່ຍ້ອນມີການວາດພາບຈິດສໍານຶກຂອງຄົນ.

ຈິນຕະນາການນາມມະທໍາແມ່ນຫຍັງ?
ຈິນຕະນາການນາມມະທໍາແມ່ນຫຍັງ?

ແມ່ນບາດກ້າວຄວາມຮັບຮູ້ລະດັບສູງທີ່ເກີດຂຶ້ນ ໂດຍອີງໃສ່ຂໍ້ມູນທີ່ໄດ້ສະສົມໄວ້ໃນໄລຍະຄວາມຮັບຮູ້ທາງການສໍາພັດດ້ວຍອິນຊີ, ຈິນຕະນາການນາມມະທໍາມີ 3 ໄລຍະຄື: ຄວາມສໍານຶກ, ການສັນນິຖານ ແລະ

ຄວາມສໍານຶກແມ່ນຫຍັງ?
ຄວາມສໍານຶກແມ່ນຫຍັງ?

ແມ່ນຮູບແບບພື້ນຖານຂອງແນວຄິດ, ຄວາມສໍານຶກເກີດຂຶ້ນ ແມ່ນບາດກ້າວກະໂດດຂັ້ນຂອງຄວາມຮັບຮູ້, ຄວາມສໍານຶກໄດ້ສ່ອງແສງເຖິງບັນດາລັກສະນະທີ່ສໍາຄັນອັນເປັນທາດແທ້, ອັນລວມຂອງສິ່ງວັດຖຸ ແລະ ປາກົດການ. ອ້າງອີງ:

ການສັນນິຖານແມ່ນຫຍັງ?
ການສັນນິຖານແມ່ນຫຍັງ?

ແມ່ນຮູູບແບບຂອງແນວຄິດເຊິ່ງໃນນັ້ນອັນໃດໜຶ່ງຖືກຢັ້ງຢືນ ຫຼື ຖືກປະຕິເສດລັກສະນະທາດແທ້, ສາຍພົວພົນພາຍໃນຂອງສິ່ງວັດຖຸ, ການສັນນີຖານມີການທ້ອນໂຮມເອົາ 2 ຫຼື ຫຼາຍຄວາມສໍານຶກ.

ລັກສະນະພາວະວິໄສແມ່ຍຫຍັງ?
ລັກສະນະພາວະວິໄສແມ່ຍຫຍັງ?

ແມ່ນປັນຍາຄວາມຮູ້ທີ່ສອດຄ່ອງກັບເກນພາວະວິໄສບໍ່ຂຶ້ນກັບຈິດໃຈຂອງຄົນເຮົາ ອ້າງອີງ: ຈາກ ປື້ມ ການເມືອງ

ລັກສະນະຮູບປະທໍາແມ່ນຫຍັງ?
ລັກສະນະຮູບປະທໍາແມ່ນຫຍັງ?

ແມ່ນປັນຍາຄວາມຮູ້ທີ່ສອດຄ່ອງກັບສິ່ງວັດຖຸ, ປາກົດການອັນລະອຽດຕົວຈິງໃດໜຶ່ງຂອງຄວາມເປັນຈິງພາວະວິໄສ. ສັດຈະທໍາຮູບປະທໍາຮຽກຮ້ອງໃຫ້ພວກເຮົາໃນເວລາປະຕິບັດວຽກງານຕົວຈິງຕ້ອງມີຫົວຄິດປະດິດສ້າງ, ບໍ່ອາດນໍາໃຊ້ເປັນກົນຈັກຕາຍຕົວຄືກັບແບບຕັ້ງໜຶ່ງຂອງວິທະຍາສາດທໍາມະຊາດ. ອ້າງອີງ: ຈາກ ປື້ມ ການເມືອງ

ສັດຈະທຳສໍາບູນແມ່ນຫຍັງ?
ສັດຈະທຳສໍາບູນແມ່ນຫຍັງ?

ແມ່ນຄວາມຮູ້ທີ່ສ່ອງແສງໂລກພາວະວິໄສຢ່າງຄົບຖ້ວນ, ຮອບດ້ານ ແລະ ແນ່ນອນທີ່ສຸດ ເຊິ່ງສະແດງອອກເປັນຈຸດໝາຍຂອງການຮັບຮູ້ວິທະຍາສາດ ແຕ່ໃນຕົວຈິງຄວາມອາດສາມາດຮັບຮູ້ຂອງຄົນເຮົາບໍ່ອາດສິ້ນສຸດໄດ້. ອ້າງອີງ: ຈາກ

ສັດຈະທໍາສໍາພັນແມ່ນຫຍັງ?
ສັດຈະທໍາສໍາພັນແມ່ນຫຍັງ?

ແມ່ນຄວາມຮູູ້ ທີ່ສ່ອງແສງໂລກພາວະວິໄສຖຶກຕ້ອງ ແຕ່ບໍ່ທັນຮອບດ້ານ, ບໍ່ທັນຄົບຖ້ວນ, ບໍ່ທັນແນ່ນອນມັນອາດຖືກຕ້ອງໃນເງື່ອນໄຂສະພາວະແວດລ້ອມໃດໜຶ່ງ. ອ້າງອີງ: ຈາກ ປື້ມ

ເສດຖະສາດການເມືອງແມ່ນຫຍັງ?
ເສດຖະສາດການເມືອງແມ່ນຫຍັງ?

ໝາຍເຖິງການຜະລິດ, ການແຈກຢາຍ, ການແລກປ່ຽນ, ການຊົມໃຊ້ສິນຄ້າ ແລະ ບັນຫາຕ່າງໆ ທີ່ພົວພົນກັບແຮງງານ, ທຶນ

ການພົວພັນການຜະລິດແມ່ນຫຍັງ?
ການພົວພັນການຜະລິດແມ່ນຫຍັງ?

ໝາຍເຖິງການພົວພັນລະຫວ່າງຄົນກັບຄົນ ຢູ່ໃນຂະບວນວິວັດແຫ່ງການຜະລິດສັງຄົມ (ແມ່ນການຜະລິດຊໍ້າໄປຊໍ້າມາ ບໍ່ມີເວລາສິ້ນສຸດ ຢູ່ໃນສັງຄົມມະນຸດ). ອ້າງອີງ: ຈາກ ປື້ມ

ການແບ່ງງານສັງຄົມແມ່ນຫຍັງ?
ການແບ່ງງານສັງຄົມແມ່ນຫຍັງ?

ໃນເມື່ອສັງຄົມ ມີການແບ່ງການຜະລິດເປັນວິຊາສະເພາະ ສັງຄົມຂະຫຍາຍຕົວເທົ່າໃດການຫັນເປັນວິຊາສະເພາະກໍລະອຽດຂຶ້ນເທົ່ານັ້ນ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຄຸນຄ່າໃຊ້ສອຍແມ່ນຫຍັງ?
ຄຸນຄ່າໃຊ້ສອຍແມ່ນຫຍັງ?

ແມ່ນຄຸນປະໂຫຍດໃນການໃຊ້ສອຍ ຂອງສິນຄ້າແຕ່ລະຊະນິດ ທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃດໜຶ່ງຂອງຄົນເຮົາ, ຄວາມຮຽກຮ້ອງຕ້ອງການດັ່ງກ່າວອາດມີຄວາມຕ້ອງການໃນການໃຊ້ຂອງຄົນເຮົາ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ເງິນແມ່ນຫຍັງ?
ເງິນແມ່ນຫຍັງ?

ແມ່ນສິນຄ້າພິເສດເຊິ່ງຖືກນໍາໃຊ້ເປັນວັດຖຸທຽບມູນຄ່າລວມຂອງສິນຄ້າທຸກຊະນິດ ເຊິ່ງພວກເຮົາເອີ້ນວ່າ “ລາຄາ” ມັນເປັນສື່ກາງຂອງການແລກປ່ຽນສິນຄ້າ; ເງິນຕາສະແດງເຖິງມູນຄ່າຂອງສິນຄ້າ, ສະແດງເຖິງລັກສະນະສັງຄົມຂອງການອອກແຮງງານ ແລະ ຜະລິດຕະພັນຂອງການອອກແຮງງານ

ຕົ້ນກໍາເນີດຂອງເງິນແມ່ນຫຍັງ?
ຕົ້ນກໍາເນີດຂອງເງິນແມ່ນຫຍັງ?

ເງິນຕາກໍາເນີດເກີດຂື້ນຈາກຜົນຂອງຂະບວນວິວັດແຫ່ງການຂະຫຍາຍຕົວອັນຍາວນານຂອງການແລກປ່ຽນສິນຄ້າ ໂດຍຜ່ານບັນດາຮູບການທີ່ຕ່າງກັນຂອງມູນຄ່າ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ໂຄງປະກອບຂອງທຶນແມ່ນຫຍັງ?
ໂຄງປະກອບຂອງທຶນແມ່ນຫຍັງ?

ທຶນປະກອບດ້ວຍທຶນຄົງທີ່ ແລະ ທຶນປ່ຽນແປງ, ແຕ່ນັກເສດຖະສາດທຶນນິຍົມຍັງໄດ້ແຍກທຶນເປັນທຶນຕົ້ນຕໍ ແລະ ທຶນໝູນວຽນ. ອ້າງອີງ: ຈາກ

ທຶນບໍ່ປ່ຽນແປງ (ທຶນຄົງທີ່) ແມ່ນຫຍັງ?
ທຶນບໍ່ປ່ຽນແປງ (ທຶນຄົງທີ່) ແມ່ນຫຍັງ?

ເພື່ອທໍາການຜະລິດ ນາຍທຶນໄດ້ໃຊ້ທຶນຂອງຕົນເອງສ່ວນໜຶ່ງ ເພື່ອສ້າງອາຄານໂຮງງານ, ຊື້ພາຫະນະເຄື່ອງຈັກຕ່າງໆ ເຊັ່ນ: ວັດຖຸດິບ, ນໍ້າມັນເຊື້ອໄຟ ແລະ

ທຶນປ່ຽນແປງແມ່ນຫຍັງ?
ທຶນປ່ຽນແປງແມ່ນຫຍັງ?

ນອກຈາກພາຫະນະການຜະລິດແລ້ວ ນາຍທຶນຍັງໄດ້ຊື້ແຮງງານຂອງຄົນຈ່າຍທຶນພາກສ່ວນໜຶ່ງ ພາຍຫຼັງເຮັດການຜະລິດນາຍທຶນຈະໄດ້ຮັບມູນຄ່າອັນໃໝ່ ເຊິ່ງກໍາມະກອນເປັນຜູ້ສ້າງຂຶ້ນມາ ມູນຄ່າອັນໃໝ່ນີ້ມີຈໍານວນສູງກວ່າມູນຄ່າແຮງງານຄົນ ທີ່ນາຍທຶນໄດ້ຈ່າຍໃຫ້ກໍາມະກອບເປັນຮູບການອັດຕາເງິນເດືອນນັ້ນພາກສ່ວນທຶນທີ່ຈ້າງແຮງງານຄົນ (ເງິນເດືອນ) ເອີ້ນວ່າ:

ແຮງງານສໍານຶກແມ່ນຫຍັງ?
ແຮງງານສໍານຶກແມ່ນຫຍັງ?

ແມ່ນແຮງງານຂອງຜູ້ຜະລິດສິນຄ້າ ພາຍໃຕ້ຮູບການລະອຽດຕົວຈິງນັ້ນ ແມ່ນກໍາລັງມັນສະໜອງ, ກໍາລັງເສັ້ນປະສາດ ແລະ ກໍາລັງກ້າມຊີ້ນ ເຊິ່ງບໍ່ວ່າຜູ້ຜະລິດສິນຄ້າໃດໆກໍສິ້ນເປືອງໃນເມື່ອອອກແຮງງານຜະລິດ ອ້າງອີງ:

ທຶນຄົງທີ່ແມ່ນຫຍັງ?
ທຶນຄົງທີ່ແມ່ນຫຍັງ?

ແມ່ນພາກສ່ວນທຶນທີ່ສົ່ງມູນຄ່າຂອງຕົນ ໄປສູ່ຜະລິດຕະພັນສໍາເລັດຮູບເປັນຊິ້ນສ່ວນຕ່າງໆ ຕາມການຫຼຸ້ຍຫ້ຽນ ເຊັ້ນ: ອາຄານ, ໂຮງງານ, ເຄື່ອງກົນຈັກ, ຈັກຊ່ຽນຕ່າງໆ.

ທຶນໝູນວຽນແມ່ນຫຍັງ?
ທຶນໝູນວຽນແມ່ນຫຍັງ?

ແມ່ນພາກສ່ວນທຶນທີ່ສົ່ງມູນຄ່າຂອງຕົນ ເຂົ້າສູ່ຜະລິດຕະພັນສໍາເລັດຮູບໃນຄັ້ງໜຶ່ງ ຫຼື ຮອບໜຶ່ງເຊັ່ນ: ວັດຖຸດິບ, ຄ່າຈ້າງແຮງງານ, ອຸປະກອນປະກອບຕ່າງໆ, ນໍ້າມັນເຊື້ອໄຟ

ການໝູນວຽນຂອງທຶນແມ່ນຫຍັງ?
ການໝູນວຽນຂອງທຶນແມ່ນຫຍັງ?

ທຶນຄົງຕົວ ແລະ ເຄື່ອນເໜັງຢ່າງບໍ່ຢຸດຢັ້ງໂດຍຜ່ານ 3 ໄລຍະ, ພາຍໃຕ້ 3 ຮູບຖານຕ່າງກັນຂອງມັນແຕ່ໄລຍະໄລຍະດັ່ງກ່າວທຶນມີການຜັນປ່ຽນແຕ່ຮູບຖານນີ້ໄປສູ່ຮູບຖານອື່ນນັ້ນ

ຮອບມູນວຽນຂອງທຶນແມ່ນຫຍັງ?
ຮອບມູນວຽນຂອງທຶນແມ່ນຫຍັງ?

ການມູນວຽນຂອງທຶນທີ່ສໍາໄປສໍາມາ ດ້ວຍໄລຍະເວລາຕາຍຕົວໃດໜຶ່ງທີ່ແນ່ນອນ ເອີ້ນວ່າ: ຮອບໝູນວຽນຂອງທຶນ ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ໂຄງປະກອບເຕັກນິກຂອງທຶນແມ່ນຫຍັງ?
ໂຄງປະກອບເຕັກນິກຂອງທຶນແມ່ນຫຍັງ?

ແມ່ນອັດຕາສ່ວນລະຫວ່າງປະລິມານພາຫະນະການຜະລິດ ແລະ ປະລິມານກໍາລັງແຮງງານທີ່ນໍາໃຊ້ພາຫະນະການຜະລິດດັ່ງກ່າວ ໃນຂະບວນວິວັດແຫ່ງການຜະລິດໝາຍຄວາມວ່າ ບັນດາອັດຕາສ່ວນເຫຼົ່ານັ້ນ ສະແດງເຖິງລະດັບການນໍາໃຊ້ພາຫະນະການຜະລິດຂອງກໍາມະກອນຄົນໜຶ່ງໃນເວລາທໍາການຜະລິດ. ອ້າງອີງ: ຈາກ

ໂຄງປະກອບມູນຄ່າຂອງທຶນແມ່ນຫຍັງ?
ໂຄງປະກອບມູນຄ່າຂອງທຶນແມ່ນຫຍັງ?

ໂຄງປະກອບມູນຄ່າຂອງທຶນ ຕາມມູນຄ່າທີ່ກໍານົດໂດຍແຍກອອກເປັນພາກສ່ວນທຶນບໍ່ປ່ຽນແປງ ແລະ ທຶນປ່ຽນແປງ ເອີ້ນວ່າ: ໂຄງປະກອບຕາມມູນຄ່າຂອງທຶນ ອ້າງອີງ: ຈາກ

ມູນຄ່າຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?
ມູນຄ່າຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?

ແມ່ນເວລາອອກແຮງງານ ທີ່ຈໍາເປັນຂອງສັງຄົມເພື່ອຜະລິດ ແລະ ຜະລິດສໍາລັບກໍາລັງແຮງງານ ຫຼື ເວົ້າຢ່າງລະອຽດຕື່ມ ມູນຄ່າຂອງສິນຄ້າກໍາລັງແຮງງານເທົ່າກັບມູນຄ່າ ຂອງບັນດາພາຫະນະໃຊ້ສອຍອັນຈໍາເປັນໃຫ້ແກ່ກໍາມະກອນ

ຄຸນຄ່າໃຊ້ສອຍຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?
ຄຸນຄ່າໃຊ້ສອຍຂອງສິນຄ້າກໍາລັງແຮງງານແມ່ນຫຍັງ?

ສະແດງອອກຢູ່ບ່ອນວ່າ ມັນຕອບສະໜອງຄວາມຮຽກຮ້ອງຕ້ອງການໃດໜຶ່ງ ໃຫ້ແກ່ຜູ້ຊື້ແຕ່ວ່າມັນຕ່າງກັບສິນຄ້າທໍາມະດາ ສິນຄ້າກໍາລັງແຮງງານມີມູນຄ່າໃຊ້ສອຍພິເສດ ໃນເມື່ອເວລານໍາໃຊ້ສິນຄ້າກໍາລັງແຮງງານ ມັນສາມາດສ້າງມູນຄ່າໃໝ່ທີ່ໃຫຍ່ກວ່າມູນຄ່າຂອງມັນເອງ ສ່ວນທີ່ໃຫຍ່ກວ່າມູນຄ່າຂອງຕົວມັນເອງນັ້ນ ເອີ້ນວ່າ:

ມູນຄ່າສ່ວນເກີນແມ່ນຫຍັງ?
ມູນຄ່າສ່ວນເກີນແມ່ນຫຍັງ?

ແມ່ນມູນຄ່າຖືກສ້າງຂຶ້ນດ້ວຍແຮງງານຂອງກໍາມະກອນຮັບຈ້າງ, ມູນຄ່ານີ້ມັນຫຼາຍກວ່າມູນຄ່າຂອງກໍາລັງແຮງງານ ແລະ ໄດ້ຖືກກອບໂກຍເອົາໂດຍພວກນາຍທຶນ ຢ່າງບໍ່ມີຄ່າຕອບແທນໃດໆ. ອ້າງອີງ: ຈາກ ປື້ມ

ສະໄໝຂ້າມຜ່ານແມ່ນຫຍັງ?
ສະໄໝຂ້າມຜ່ານແມ່ນຫຍັງ?

ແມ່ນສະໄໝປະຫວັດສາດພິເສດ ໃນນັ້ນໂຄງປະກອບທາງດ້ານເສດຖະກິດ-ສັງຄົມ ມີທັງປັດໄຈສັງຄົມເກົ່າທີ່ພວກຊຸດໂຊມລົງ ແລະ ປັດຈຸບັນສັງຄົມໃໝ່ທີ່ຫາກໍກໍາເນີດເກີດຂຶ້ນເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ແຕ່ບໍ່ທັນເອົາຊະນະຢ່າງສົມບູນ ນັ້ນມີຄວາມໝາຍວ່າ ມັນມີລັກສະນະຂ້າມຜ່ານ

ເສດຖະກິດຕະຫຼາດແມ່ນຫຍັງ?
ເສດຖະກິດຕະຫຼາດແມ່ນຫຍັງ?

ແມ່ນລະດັບການຂະຫຍາຍຕົວສູງ ຂອງເສດຖະກິດສິນຄ້າ ເຊິ່ງໃນນັ້ນເປັນບັນດາປັດໄຈ ສົ່ງເຂົ້າ ແລະ ສົ່ງອອກ ຂອງການຜະລິດທັງໝົດລ້ວນແຕ່ຕ້ອງຜ່ານຕະຫຼາດ, ຖ້າປຽບທຽບລະຫວ່າງຊາວນາເອກະເທດ

ເສດຖະກິດຕະຫຼາດແກ່ງແຍ້ງເສລີແມ່ນຫຍັງ?
ເສດຖະກິດຕະຫຼາດແກ່ງແຍ້ງເສລີແມ່ນຫຍັງ?

ແມ່ນພື້ນຖານເສດຖະກິດທີ່ມີການດັດສົມດ້ວຍຕົວເອງຂອງບັນດາກົດເກນເສດຖະກິດແຫ່ງການຜະລິດສິນຄ້າ, ໃນພື້ນຖານເສດຖະກິດນີ້ລັດບໍ່ໄດ້ແຊກແຊງໂດຍກົງເຂົ້າໃນການຂະຫຍາຍເສດຖະກິດ ມີແຕ່ສ້າງສະພາບແວດລ້ອມອັນອໍານວຍໃຫ້ແກ່ການແກ່ງແຍ້ງເສລີ ໂດຍສະເພາະ ແມ່ນສະພາບແວດລ້ອມທາງກົດໝາຍ. ອ້າງອີງ: ຈາກ ປື້ມ

ເສດຖະກິດແຜນການລວມສູນແມ່ນຫຍັງ?
ເສດຖະກິດແຜນການລວມສູນແມ່ນຫຍັງ?

ວິກິດການທາງເສດຖະກິດໂລກໃນປີ 1929-1933 ໄດ້ສະແດງໃຫ້ເຫັນວ່າເມື່ອລັກສະນະສັງຄົມຂອງການຜະລິດ ໄດ້ຂະຫຍາຍຕົວເຖິງລະດັບໃດໜຶ່ງທີ່ແນ່ນອນແລ້ວ ເສດຖະກິດຕະຫຼາດທີ່ມີການແກ່ງແຍ້ງເສລີ ບໍ່ອາດຂະຫຍາຍຕົວຢ່າງໂລ່ງລ່ຽນ ແລະ ມີສະຖຽນລະພາບໄດ້.

ຕະຫຼາດແມ່ນຫຍັງ?
ຕະຫຼາດແມ່ນຫຍັງ?

ແມ່ນບ່ອນທີ່ມີການແລກປ່ຽນ ມັນບໍ່ອາດຕັດແຍກອອກຈາກຄໍາທີ່ວ່າແບ່ງງານສັງຄົມໄດ້ຢ່າງສິ້ນເຊີງ ແຕ່ຢູ່ບ່ອນໃດມີການແບ່ງງານສັງຄົມ ແລະ ມີການຜະລິດສິນຄ້າຢູ່ບ່ອນນັ້ນ, ເວລານັ້ນກໍມີ “ຕະຫຼາດ” ລະດັບ

ເສດຖະກິດຕະຫຼາດແມ່ນຫຍັງ?
ເສດຖະກິດຕະຫຼາດແມ່ນຫຍັງ?

ແມ່ນການຈັດຕັ້ງເສດຖະກິດສັງຄົມແບບໜຶ່ງ ເຊິ່ງໃນນັ້ນຂະບວນວິວັດແຫ່ງການຜະລິດ, ການແຈກຢາຍ, ການແລກປ່ຽນ ແລະ ການຊົມໃຊ້ຍາມໃດກໍຕິດພັນກັບຕະຫຼາດ ແລະ ດໍາເນີນໂດຍຜ່ານຕະຫຼາດ.

ພົງສາວະດານແມ່ນຫຍັງ?
ພົງສາວະດານແມ່ນຫຍັງ?

ການຂຽນປະຫວັດສາດແບບພົງສາວະດານເທົ່າທີ່ສຶກສາ ພົບວ່າ: ເປັນການບັນທຶກເຫດການປະຫວັດສາດຂອງອະດີດໃນລັກສະນະການຂຽນ ທີ່ຍຶດຖືເອົາການຮຽງລໍາດັບວັນເດືອນປີກໍາກັບຄັກແນ່. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ພຸດທະສັກກະລາດແມ່ນຫຍັງ?
ພຸດທະສັກກະລາດແມ່ນຫຍັງ?

ພຸດທະສັກກະລາດ ເປັນການນັບສັກກະລາດທາງພຸດທະສາສະໜາ ແລະ ມີການນໍາໃຊ້ໃນຫຼາຍປະເທດ ໂດຍສະເພາະປະເທດທີ່ນັບຖືສາສະໜາພຸດ. ເລີ້ມກໍານົດເອົາ ເມື່ອພະພຸດທະເຈົ້າປະລິນິພານເປັນຈຸດແຫ່ງການຕັ້ງຕົ້ນ ເຊິ່ງເອີ້ນວ່າ

ຈຸດລະສັກກະລາດແມ່ນຫຍັງ?
ຈຸດລະສັກກະລາດແມ່ນຫຍັງ?

ຈຸດລະສັກກະລາດ ເປັນວິທີການນັບສັກກະລາດຕາມແບບການນັບຂອງກະສັດຂອງພະມ້າໃນສະໄໝອານາຈັກພູກາມທີ່ໄດ້ປະກາດໃຊ້ ໃນປີ ພສ 1181. ຈຸນລະສັກກະລາດເກີດຕາມຫຼັງພຸດທະສັກກະລາດ 1181 ປີ

ຄຣິດຕະສັກກະລາດແມ່ນຫຍັງ?
ຄຣິດຕະສັກກະລາດແມ່ນຫຍັງ?

ຄຣິດຕະສັກກະລາດ ເປັນວິທີການນັບສັກກະລາດຕາມແບບທາງສາສະໜາຄຣິດໂດຍກໍານົດເອົາແຕ່ສະໄໝພະເຍຊູ ເກີດເປັນການຕັ້ງຕົ້ນ ຄຣິດຕະສັກກະລາດທີ 1 ຫຼື ຄສ 1.

ລາວແມ່ນຫຍັງ?
ລາວແມ່ນຫຍັງ?

ມີນັກວິຊາການຫຼາຍທ່ານ ໄດ້ໃຫ້ທີ່ມາຂອງຄໍາວ່າ “ລາວ” ນັ້ນມາຈາກຄໍາສັບໃນພາສາບາລີວ່າ “ລາວ” ທີ່ມີຄວາມໝາຍໃນພາສາລາວວ່າ “ໝາກນໍ້າເຕົ້າ”. ການທີ່ຄໍາວ່າ

ລັດແມ່ນຫຍັງ?
ລັດແມ່ນຫຍັງ?

ແມ່ນການຈັດຕັ້ງພິເສດອໍານາດການເມືອງຂອງຊົນຊັ້ນທີ່ຄອບຄອງທາງດ້ານເສດຖະກິດ, ມີກົງຈັກຈັກພິເສດ ແລະ ສາມາດເຮັດໃຫ້ລະບຽບຂອງຕົນ ມີຜົນບັງຄົບໃຊ້ສໍາລັບປະຊາຊົນທັງໝົດໃນປະເທດ. ອ້າງອີງ: ຈາກ ປື້ມ

ທິດສະດີເທວະນິຍົມແມ່ນຫຍັງ?
ທິດສະດີເທວະນິຍົມແມ່ນຫຍັງ?

ຖືວ່າເປັນແນວຄິດທິດສະດີທີ່ເກົ່າແກ່ທີ່ສຸດ ແລະ ໄດ້ຖືກນໍາໃຊ້ມາຢ່າງຍາວນານ ເຊິ່ງໄດ້ພະຍາຍາມອະທິບາຍກ່ຽວກັບການກໍາເນີດລັດ ໂດຍຍຶດໝັ້ນໃນຄວາມເຊື່ອທີ່ວ່າພະເຈົ້າເປັນຜູ້ສ້າງລັດ. ອ້າງອີງ: ຈາກ ປື້ມ

ທິດສະດີທໍາມະຊາດແມ່ນຫຍັງ?
ທິດສະດີທໍາມະຊາດແມ່ນຫຍັງ?

ແມ່ນແນວຄິດເລີ່ມມາຈາກ ທ່ານ ອາຣິສໂຕເຕີນ ຖືເປັນບິດາທາງລັດຖະສາດ ເຊິ່ງມີຄວາມຄິດທີ່ວ່າ ມະນຸດມີຄວາມດີໂດຍພື້ນຖານ ແລະ ເປັນສັດສັງຄົມການເມືອງໂດຍທຳມະຊາດ,

ທິດສະດີການຕໍ່ສູ້ຊົນຊັ້ນແມ່ນຫຍັງ?
ທິດສະດີການຕໍ່ສູ້ຊົນຊັ້ນແມ່ນຫຍັງ?

ແມ່ນໃນສັງຄົມມີຊົນຊັ້ນທັງໝົດ ບັນດາຮູບຖານເສດຖະກິດສັງຄົມເຫຼົ່ານັ້ນ ໄດ້ສ້າງເປັນສະຕິສັງຄົມເຊັ່ນ: ແນວຄິດທາງການເມືອງ, ກົດໝາຍ, ຄຸນສົມບັດ, ສາສະໜາ, ປັດຊະຍາ

ລັດເຈົ້າທາດແມ່ນຫຍັງ?
ລັດເຈົ້າທາດແມ່ນຫຍັງ?

ແມ່ນປະເພດລັດທໍາອິດໃນປະຫວັດສາດ ເຊິ່ງເກີດຂຶ້ນພາຍຫຼັງການພັງທະລາຍຂອງສັງຄົມສະຫະຊີບປະຖົມບູຮານ. ພື້ນຖານເສດຖະກິດຂອງລັດເຈົ້າທາດ ແມ່ນກໍາມະສິດເອກະຊົນຕໍ່ພາຫະນະການຜະລິດ ໂດຍເຈົ້າທາດມີຂ້າທາດເປັນຂອງຕົນເອງ. ອ້າງອີງ: ຈາກ ປື້ມ

ລັດສັກດີນາແມ່ນຫຍັງ?
ລັດສັກດີນາແມ່ນຫຍັງ?

ແມ່ນລັດທີ່ສືບຕໍ່ຈາກການພັງທະລາຍຂອງລັດເຈົ້າທາດ, ແຮງງານທີ່ມີຜົນຜະລິດໜ້ອຍຂອງຂ້າທາດ ໄດ້ຄ່ອຍໆຖືກສັບປ່ຽນໂດຍແຮງງານຂອງຊາວນາ, ຊາວນາສາມາດມີດິນເພື່ອທໍາການປູກຝັງພາຍໃຕ້ເງື່ອນໄຂການປະຕິບັດພັນທະ ໃນການເຮັດວຽກໃຫ້ເຈົ້າຂອງດິນພື້ນຖານເສດຖະກິດແມ່ນກໍາມະສິດຂອງເຈົ້າທີ່ດິນ ແລະ ພາຫະນະການຜະລິດອື່ນໆ. ອ້າງອີງ:

ລັດທຶນນິຍົມແມ່ນຫຍັງ?
ລັດທຶນນິຍົມແມ່ນຫຍັງ?

ແມ່ນການຈັດຕັ້ງຄອບຄອງທາງດ້ານການເມືອງຂອງຊົນຊັ້ນນາຍທຶນ ເໜືອຊົນຊັ້ນຊາວຜູ້ອອກແຮງງານ, ມີໜ້າທີ່ຄອບຄອງທາງເສດຖະກິດ ແລະ ມີຈຸດປະສົງກົດຂີ່ຂູດຮີດຊາວຜູ້ອອກແຮງງານເພື່ອສ້າງກໍາໄລສູງ. ອ້າງອີງ: ຈາກ ປື້ມ

ລັດສັງຄົມນິຍົມແມ່ນຫຍັງ?
ລັດສັງຄົມນິຍົມແມ່ນຫຍັງ?

ແມ່ນການຈັດຕັ້ງອໍານາດການເມືອງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໂດຍການນໍາພາຂອງພັກກອມມູນິດ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຄວາມໝາຍຂອງລັດ?
ຄວາມໝາຍຂອງລັດ?

ແມ່ນມີນັກລັດຖະສາດ ແລະ ນັກສັງຄົມສາດຫຼາຍທ່ານໄດ້ຂຽນໄວ້ເປັນລາຍລັກອັກສອນ, ໃນໄລຍະທໍາອິດ ແມ່ນ ທ່ານ ປລາໂຕ ໄດ້ຂຽນໄວ້ໃນໜັງສືອະທິບາຍວ່າລັດປະກອບດ້ວຍພົນລະເມືອງ.

ລັດໃນທາງນິຕິສາດແມ່ນຫຍັງ?
ລັດໃນທາງນິຕິສາດແມ່ນຫຍັງ?

ໃນທາງນິຕິສາດ ຕາມກົດໝາຍລະຫວ່າງຊາດ ລັດແຕ່ລະລັດມີຄວາມເທົ່າທຽມກັນທາງດ້ານກົດໝາຍ, ມີອໍານາດອະທິປະໄຕ ແລະ ສິດໜ້າທີ່ໂດຍສົມບູນ. ອ້າງອີງ: ຈາກ

ສາທາລະນະລັດແມ່ນຫຍັງ?
ສາທາລະນະລັດແມ່ນຫຍັງ?

ແມ່ນລັດທີ່ເກີດຂຶ້ນໃນໄລຍະສົງຄາມໂລກຄັ້ງທີ 2 ເຊິ່ງເປັນຮູບແບບການປົກຄອງທີ່ອໍານາດສູງສຸດ ຖຶກດໍາເນີນໂດຍປະຊາຊົນທົ່ວລັດ ໂດຍປະຊາຊົນ ຈະມີສິດເລືອກຕັ້ງ ແລະ ລົງສະໝັກເລືອກຕັ້ງເປັນຜູ້ແທນປະຊາຊົນ

ສະຫະພັນທະລັດແມ່ນຫຍັງ?
ສະຫະພັນທະລັດແມ່ນຫຍັງ?

ເປັນລັດທີ່ກໍາເນີດມາຈາກການລວມຕົວກັນລະຫວ່າງລັດຕ່າງໆ ນັບແຕ່ສອງລັດຂຶ້ນໄປ ໂດຍຕົກລົງໃຫ້ມີລັດຖະທໍາມະນູນສະບັບດຽວກັນ ແລະ ຄວາມສໍາພັນລະຫວ່າງລັດເຫຼົ່ານີ້ເປັນໄປຕາມບົດບັນຍັດຂອງລັດຖະທໍາມະນູນບໍ່ແມ່ນເກີດມາຈາກການເຮັດສົນທິສັນຍາໃດໆ. ອ້າງອີງ: ຈາກ ປື້ມ

ສະມາພັນທະລັດແມ່ນຫຍັງ?
ສະມາພັນທະລັດແມ່ນຫຍັງ?

ເປັນລັດທີ່ກໍາເນີດມາຈາກການລວມຕົວກັນລະຫວ່າງລັດທີ່ເປັນເອກະລາດນັບແຕ່ສອງລັດຂຶ້ນໄປ ໂດຍການເຮັດສົນທິສັນຍາຮ່ວມກັນ ແຕ່ບໍ່ໄດ້ສ້າງລັດຖະທໍາມະນູນ ຫຼື ຈັດຕັ້ງລັດຖະບານຮ່ວມກັນ. ອ້າງອີງ: ຈາກ ປື້ມ

ກົດໝາຍແມ່ນຫຍັງ?
ກົດໝາຍແມ່ນຫຍັງ?

ເປັນບັນທັດຖານທາງສັງຄົມທີ່ມີຄວາມສໍາຄັນຕໍ່ການຄຸ້ມຄອງລັດ ແລະ ສັງຄົມ, ເນື່ອງຈາກກົດໝາຍເປັນຫຼັກເກນທີ່ກໍານົດຂຶ້ນ ເພື່ອຄວບຄຸມພຶດຕິກໍາ ແລະ ແກ້ໄຂຂໍ່ຂັດແຍ່ງຕ່າງໆຂອງສັງຄົມ ໂດຍມີໜ່ວຍງານ

ກົດໝາຍເຕັກນິກແມ່ນຫຍັງ?
ກົດໝາຍເຕັກນິກແມ່ນຫຍັງ?

ແມ່ນກົດໝາຍໃນຍຸກທີສາມເປັນກົດໝາຍທີ່ບໍ່ໄດ້ເກີດຈາກຮີດຄອງປະເພນີແຕ່ເປັນກົດໝາຍທີ່ເກີດຂື້ນຈາກສັງຄົມໃນຍຸກເຕັກນິກຈະເລີນກ້າວໜ້າ ເຊິ່ງໄດ້ສົ່ງຜົນສະທ້ອນເຮັດໃຫ້ສັງຄົມມີຄວາມຈະເລີນກ້າວໜ້າທາງເຕັກໂນໂລຊີ ແລະ ພາໃຫ້ເກີດມີບັນຫາຂອງສັງຄົມທີ່ຊັບຊ້ອນຈຶ່ງຕ້ອງມີການບັນຍັດກົດໝາຍຂຶ້ນເພື່ອຄຸ້ມຄອງສັງຄົມ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ກົດໝາຍປະເພນີແມ່ນຫຍັງ?
ກົດໝາຍປະເພນີແມ່ນຫຍັງ?

ກົດໝາຍປະເພນີເປັນກົດໝາຍທີ່ມາຈາກປະຊາຊົນ ເປັນກົດທີ່ປະຊາຊົນຮັບຮູ້ທົ່ວໄປ ວ່າເປັນກົດໝາຍ ແລະ ລັດກໍໄດ້ໃຊ້ກົດໝາຍດັ່ງກ່າວເປັນກົດໝາຍເລື້ອຍໆມາ. ອ້າງອີງ: ຈາກ ປື້ມ

ກົດໝາຍລາຍລັກອັກສອນແມ່ນຫຍັງ?
ກົດໝາຍລາຍລັກອັກສອນແມ່ນຫຍັງ?

ແມ່ນຂໍ້ບັງຄັບ ແລະ ຂໍ້ກໍານົດການປະພຶດຂອງບຸກຄົນ ເຊິ່ງມີທີ່ມາຈາກການຮັບຮອງຂອງອໍານາດການປົກຄອງຂັ້ນສູງ ແລ້ວປະກາດໃຫ້ປະຊາຊົນຮັບຊາບ ແລະ ໃຊ້ໃນການປະຕິບັດ. ອ້າງອີງ:

ລັກສະນະຂອງກົດໝາຍແມ່ນຫຍັງ?
ລັກສະນະຂອງກົດໝາຍແມ່ນຫຍັງ?

ກົດໝາຍມີລັກສະນະສະເພາະຢູ່ 2 ລັກສະນະຄື: 1. ລັກສະນະກົດໝາຍຕາມເນື້ອໃນ ແລະ 2. ລັກສະນະກົດໝາຍຕາມແບບວິທີ.

ທາດແທ້ຂອງກົດໝາຍແມ່ນຫຍັງ?
ທາດແທ້ຂອງກົດໝາຍແມ່ນຫຍັງ?

ແມ່ນສ່ອງແສງອອກໃນການມີຊົນຊັ້ນຂອງມັນ, ກົດໝາຍແມ່ນມາດຕະຖານໜຶ່ງ ທີ່ດັດປັບສາຍພົວພັນສັງຄົມ ເຊິ່ງມີກໍາລັງແຮງທີ່ເຂັ້ມແຂງຂອງຊົນຊັ້ນ ແລະ ຮັບປະກັນໂດຍລັດ. ອ້າງອີງ: ຈາກ

ຣາຊະທານີແມ່ນຫຍັງ?
ຣາຊະທານີແມ່ນຫຍັງ?

ໄດ້ແກ່ນະຄອນຊຽງທອງ ເຊິ່ງເປັນທີ່ປະທັບຂອງເຈົ້າຊີວິດ ແລະ ເປັນສູນກາງການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງລັດ. ອ້າງອີງ: ຈາກ

ເຂື່ອນເມືອງແມ່ນຫຍັງ?
ເຂື່ອນເມືອງແມ່ນຫຍັງ?

ເປັນເມືອງໃຫຍ່ຍຸດທະສາດ ມີທີ່ຕັ້ງສໍາຄັນຮອງຈາກຣາຊະທານີ ເຊິ່ງຈະມີນາຍທະຫານຂັ້ນຂຸນພົນ (ແມ່ທັບ) ຫຼື ຂຸນນາງທີ່ເປັນເຊື້ອສາຍທີ່ສໍາຄັນຂອງກະສັດ ໄປເປັນເຈົ້າປົກຄອງ. ອ້າງອີງ:

ຂອບເມືອງແມ່ນຫຍັງ?
ຂອບເມືອງແມ່ນຫຍັງ?

ເປັນເມືອງທີ່ມີຄວາມສໍາຄັນໃນລະດັບຖັດລົງມາ ໂດຍແມ່ນເຈົ້າສັກດີນາດັ່ງເດີມຂອງທ້ອງຖິ່ນ ທີ່ຈົງຮັກພັກດີຕໍ່ພະເຈົ້າຊີວິດ ເປັນຜູ້ປົກຄອງ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ເມືອງຂອບດ່ານແມ່ນຫຍັງ?
ເມືອງຂອບດ່ານແມ່ນຫຍັງ?

ເປັນເມືອງສໍາຄັນດ້ານຍຸດທະສາດການທະຫານ ທີ່ຕັ້ງຢູ່ລະຫວ່າງເສັ້ນທາງຄົມມະນາຄົນ ແຕ່ເຂື່ອນເມືອງຫາຂອບເມືອງ ຫຼື ເປັນເມືອງທີ່ຕິດກັບຊາຍແດນອານາຈັກອ້ອມຂ້າງ ເຊິ່ງຈະມີເຈົ້າປົກຄອງເປັນນາຍທະຫານ ຫຼື ຜູ້ທີ່ມີຄວາມເກັ່ງກ້າໃນການເຮັດເສິກສົງຄາມ.

ເຈົ້າຊີວິດແມ່ນຫຍັງ?
ເຈົ້າຊີວິດແມ່ນຫຍັງ?

ແມ່ນກະສັດທີ່ເປັນປະມຸກລັດ ເຊິ່ງເປັນຜູ້ທີ່ມີອໍານາດສູງສຸດໃນການປົກຄອງ ແລະ ການທະຫານ, ມີສິດແຕ່ງຕັ້ງ ແລະ ຖອດຖອນບຸກຄົນໃນຕໍາແໜ່ງຂັ້ນຕ່າງໆ, ເປັນເຈົ້າຂອງຊີວິດທຸກຄົນ

ເຈົ້າມະຫາອຸປະຣາດແມ່ນຫຍັງ?
ເຈົ້າມະຫາອຸປະຣາດແມ່ນຫຍັງ?

ເປັນຕໍາແໜ່ງຮອງຖັດຈາກເຈົ້າຊີວິດ ເຮັດໜ້າທີ່ເປັນທີ່ປຶກສາ ແລະ ປະຕິບັດໜ້າທີ່ແທນເຈົ້າຊີວິດຕາມການມອບໝາຍ ໂດຍຄັດເລືອກມາຈາກນ້ອງຊາຍຂອງເຈົ້າຊີວິດເຂົ້າດໍາລົງຕໍາແໜ່ງ. ອ້າງອີງ: ຈາກ ປື້ມ

ເຈົ້ົ້າຣາຊະວົງແມ່ນຫຍັງ?
ເຈົ້ົ້າຣາຊະວົງແມ່ນຫຍັງ?

ເປັນຕໍາແໜ່ງຜູ້ຊ່ວຍເຈົ້າອຸປະຣາດ ມີໜ້າທີ່ດ້ານຕຸລາການໃນການພິຈາລະນາຄະດີ ແລະ ຕັດສິນຂໍ້ຂັດແຍ່ງຕ່າງໆ ຮ່ວມກັບຄະນະເສນາບໍດີຝ່າຍກາງ ເຊິ່ງຄັດເລືອກມາຈາກເຊື້ອສາຍຂອງເຈົ້າຊີວິດ ແລະ ມີສິດເລື່ອນຂື້ນເປັນເຈົ້າຊີວິດ

ເຈົ້າຣາຊະບຸດແມ່ນຫຍັງ?
ເຈົ້າຣາຊະບຸດແມ່ນຫຍັງ?

ເປັນຕໍາແໜ່ງຮັບຜິດຊອບວຽກງານການທະຫານ ຮ່ວມກັບຄະນະເສນາບໍດີຝ່າຍຂວາ ໂດຍຄັດເລືອກມາຈາກລູກຊາຍ ຫຼື ຫຼານຊາຍຂອງເຈົ້າຊີວິດ ແລະ ເປັນຜູ້ຖືກວາງໄວ້ສໍາລັບເລື່ອນຂື້ນເປັນເຈົ້າຊີວິດໃນຕໍ່ໜ້າ. ອ້າງອີງ:

ເຈົ້າຄອງນະຄອນ/ເຈົ້າຄອງເມືອງແມ່ນຫຍັງ?
ເຈົ້າຄອງນະຄອນ/ເຈົ້າຄອງເມືອງແມ່ນຫຍັງ?

ເປັນຕໍາແໜ່ງຫົວໜ້າບໍລິຫານການປົກຄອງສູງສຸດຢູ່ໃນຫົວເມືອງໂດຍຂັ້ນເຂື່ອນເມືອງຈະເອີ້ນວ່າເຈົ້າຄອງນະຄອນສ່ວນຂັ້ນຂອບເມືອງນັ້ນຈະເອີ້ນວ່າເຈົ້າຄອງເມືອງ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ເຈົ້າຝ່າຍແມ່ນຫຍັງ?
ເຈົ້າຝ່າຍແມ່ນຫຍັງ?

ເປັນຕໍາແໜ່ງຖັດລົງມາຈາກເຈົ້າຄອງນະຄອນ ຫຼື ເຈົ້າຄອງເມືອງ ໂດຍມີຖານະຕໍາແໜ່ງຄ້າຍຄືກັບເຈົ້າເມືອງໃນປັດຈຸບັນ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ເຈົ້າກວນແມ່ນຫຍັງ?
ເຈົ້າກວນແມ່ນຫຍັງ?

ເປັນຕໍາແໜ່ງຖັດລົງມາຈາກເຈົ້າຝ່າຍເຊິ່ງມີຖານະຄ້າຍຄືກັບຕາແສງ ຫຼື ນາຍບ້ານໃນປັດຈຸບັນ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ພຣະມະຫາກະສັດແມ່ນຫຍັງ?
ພຣະມະຫາກະສັດແມ່ນຫຍັງ?

ດໍາລົງຕໍາແໜ່ງເປັນປະມຸກລັດ ແລະ ໄດ້ມາຈາກການສືບເຊື້ອສາຍໃນລາຊະວົງ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ສະພາແຫ່ງຊາດແມ່ນຫຍັງ?
ສະພາແຫ່ງຊາດແມ່ນຫຍັງ?

ເປັນອົງການນິຕິບັນຍັດ ມີອາຍຸການ 5 ປີ ໄດ້ມາຈາກການເລືອກຕັ້ງທົ່ວປະເທດ. ອ້າງອີງ: ຈາກ ປື້ມ

ກອງປະຊຸມຣາຊະມົນຕີແມ່ນຫຍັງ?
ກອງປະຊຸມຣາຊະມົນຕີແມ່ນຫຍັງ?

ມີອາຍຸການ 5 ປີ ເທົ່າກັບສະພາແຫ່ງຊາດ ມີສະມາຊິກ 12 ຄົນ ໂດຍແມ່ນພຣະມະຫາກະສັດແຕ່ງຕັ້ງ

ລັດຖະບານແມ່ນຫຍັງ?
ລັດຖະບານແມ່ນຫຍັງ?

ເປັນອໍານາດບໍລິຫານ ປະກອບມີນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງໆ ເຊິ່ງໄດ້ການແຕ່ງຕັ້ງຈາກພຣະມະຫາກະສັດ ແລະ ຮັບຮອງເອົາໂດຍສະພາແຫ່ງຊາດ. ອ້າງອີງ:

ສານແມ່ນຫຍັງ?
ສານແມ່ນຫຍັງ?

ປະກອບດ້ວຍຄວາມຢຸດຕິທໍາ ແລະ ສານປົກຄອງ ເຮັດຫນ້າທີ່ເປັນອໍານາດຕຸລາການຂອງລັດ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ອົງການນິບັນຍັດແມ່ນຫຍັງ?
ອົງການນິບັນຍັດແມ່ນຫຍັງ?

ແມ່ນອົງການທີ່ເຮັດໜ້າທີ່ເປັນອົງການນິຕິບັນຍັດຢູ່ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ເປັນອົງການຕົວແທນແຫ່ງສັດອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການອໍານາດສູງສຸດ, ທັງເປັນອົງການນິຕິບັນຍັດ

ອົງການບໍລິຫານແມ່ນຫຍັງ?
ອົງການບໍລິຫານແມ່ນຫຍັງ?

ອົງການບໍລິຫານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະກອບດ້ວຍ 3 ລໍາດັບຂັ້ນຄື

ປະທານປະເທດແມ່ນຫຍັງ?
ປະທານປະເທດແມ່ນຫຍັງ?

ປະທານປະເທດ ເປັນປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ

ລັດຖະບານແມ່ນຫຍັງ?
ລັດຖະບານແມ່ນຫຍັງ?

ແມ່ນອົງການບໍລິຫານແຫ່ງລັດ ມີພາລະບົດບາດຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ,

ອົງການປົກຄອງທ້ອງຖິ່ນແມ່ນຫຍັງ?
ອົງການປົກຄອງທ້ອງຖິ່ນແມ່ນຫຍັງ?

ແມ່ນອົງການບໍໍລິການຂອງທ້ອງຖິ່ນ ມີພາລະບົດບາດໃນການຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເອກະພາບໃນທ້ອງຖິ່ນຂອງຕົນ, ອົງການປົກຄອງທ້ອງຖິ່ນຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນຈັດຕັ້ງຂຶ້ນຕາມການແບ່ງຂັ້ນການປົກຄອງທ້ອງຖິ່ນເຊິ່ງປະກອບມີສາມຂັ້ນຄື:

ນິຕິກໍາແມ່ນຫຍັງ?
ນິຕິກໍາແມ່ນຫຍັງ?

ແມ່ນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ

ຄໍາພີພະທໍາມະສາດຫຼວງແມ່ນຫຍັງ?
ຄໍາພີພະທໍາມະສາດຫຼວງແມ່ນຫຍັງ?

ຖືວ່າເປັນກົດໝາຍບູຮານລາວທີ່ສໍາຄັນທີ່ສຸດ ເຊິ່ງມີລັກສະນະຄ້າຍຄືກັບລັດຖະທໍາມະນູນ ເພາະມີການກໍານົດລະບົບຕໍາແໜ່ງບໍລິຫານລາຊະການ ແລະ ຫຼັກນິຕິບັນຍັດ ຫຼື ຫຼັກໃນການຮ່າງເອກະສານນິຕິກໍາຕ່າງໆ, ແຕ່ລະມາດຕາຄືກັນກັບລັກສະນະຂອງ

ຄໍາພີມູນລະຕັນໄຕແມ່ນຫຍັງ?
ຄໍາພີມູນລະຕັນໄຕແມ່ນຫຍັງ?

ເປັນກົດໝາຍທີ່ກໍານົດກ່ຽວກັບວິທີການສຶບສວນ-ສອບສວນ, ການພິຈາລະນາຫາພະຍານຫຼັກຖານໃນການຕັດສິນຄະດີ ເພື່ອໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະ ມີຄວາມຍຸຕິທໍາ, ພ້ອມກັນນັ້ນ ຍັງມີການກໍານົດນັ້ນ ຍັງມີການກໍານົດກົນລະວິທີ

ຄໍາພີສ້ອຍສາຍຄໍາແມ່ນຫຍັງ?
ຄໍາພີສ້ອຍສາຍຄໍາແມ່ນຫຍັງ?

ເປັນຄໍາພີທີ່ອີງໃສ່ສິນຂອງພະສົງ ຈໍານວນ 227 ຂໍ້ ມາສ້າງເປັນ ກົດໝາຍໂດຍລວມມີ 2 ກຸ່ມຄື

ຄໍາພີສຸ້ວັນນະມຸກຂະແມ່ນຫຍັງ?
ຄໍາພີສຸ້ວັນນະມຸກຂະແມ່ນຫຍັງ?

ແມ່ນກົດໝາຍບູຮານລາວອີກສະບັບໜຶ່ງ ທີ່ມີເນື້ອໃນກໍານົດຫຼາຍປະເດັນເຊັ່ນ: ເລື່ອງມໍລະດົກ, ໂທດ 20 ຈໍາພວກ, ຂ້າກັນຕາບບໍ່ມີໂທດ, ໂທດບໍ່ຄວນປັບໃໝ

ຄໍາພີຣາຊະສາດແມ່ນຫຍັງ?
ຄໍາພີຣາຊະສາດແມ່ນຫຍັງ?

ເປັນກົດໝາຍທີ່ໃຊ້ສໍາລັບເຈົ້າພະຍາທີ່ເປັນຜູ້ປົກຄອງເທົ່ານັ້ນ ເຊິ່ງເປັນກົດໝາຍທີ່ກໍານົດໂທດ ແລະ ການກະທໍາຜິດ ທີ່ແຕກຕ່າງກັບຂໍ້ກໍານົດໂທດຂອງປະຊາຊົນ. ອ້າງອີງ: ຈາກ ປື້ມ

ຄໍາພີສັງຄະປະກອນແມ່ນຫຍັງ?
ຄໍາພີສັງຄະປະກອນແມ່ນຫຍັງ?

ເປັນກົດໝາຍທີ່ເນື້ອໃນສ່ວນໃຫຍ່ກໍານົດກ່ຽວກັບວິໃນຂອງພະສົງ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຄໍາພີໂພສະຣາດແມ່ນຫຍັງ?
ຄໍາພີໂພສະຣາດແມ່ນຫຍັງ?

ເປັນກົດໝາຍທີ່ກໍານົດກ່ຽວກັບການອຸທອນ,​ ພະຍານປະເພດຕ່າງໆ, ຄະດີທີ່ຄວານຮັບຟ້ອງ ແລະ ຄະດີທີ່ບໍ່ຄວນຮັບຟ້ອງ, ໃນນັ້ນ ຕອນສຸດທ້າຍຍັງມີການກໍານົດລັກສະນະຂ້າທາດ ,

ຂັນຄ່າຄໍແມ່ນຫຍັງ?
ຂັນຄ່າຄໍແມ່ນຫຍັງ?

ແມ່ນເປັນໂທດສະຖານໜັກ ດ້ວຍການຖືກກົກຂັງ ຫຼື ປະຫານຊີວິດ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຂັນໃໝແມ່ນຫຍັງ?
ຂັນໃໝແມ່ນຫຍັງ?

ແມ່ນເປັນໂທດຂ້ອນຂ້າງໜັກ ດ້ວຍການຖືກປັບໃໝຊັບຕ່າງໆ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຂັນແປງແມ່ນຫຍັງ?
ຂັນແປງແມ່ນຫຍັງ?

ແມ່ນໂທດສະຖານກາງ ດ້ວຍການຕັດສິນໃຫ້ປົວແປງຈິດໃຈຜູ້ຖືກເສຍຫາຍ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ຂັນສົມມາແມ່ນຫຍັງ?
ຂັນສົມມາແມ່ນຫຍັງ?

ແມ່ນໂທດສະຖານເບົາ ດ້ວຍການຕັດສິນໃຫ້ຂໍໂທດ ຫຼື ຂໍອະໄພຕ່າງໆ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ສານປະຊາຊົນສູງສຸດແມ່ນຫຍັງ?
ສານປະຊາຊົນສູງສຸດແມ່ນຫຍັງ?

ເປັນສານຢູ່ຂັ້ນສູນກາງ ມີໜ້າທີ່ດໍາເນີນຄະດີອາຍາ ແລະ ຄະດີແພ່ງຂອງມະຫາຊົນທົ່ວໄປ ໃນເມື່ອໄດ້ຮັບອຸທອນຈາກທ້ອງຖິ່ນຕາມລໍາດັບ ແລະ ມີໜ້າທີ່ຈັບກຸມນັກໂທດເຂົ້າຄຸກ ແລະ

ສານທ້ອງຖິ່ນແມ່ນຫຍັງ?
ສານທ້ອງຖິ່ນແມ່ນຫຍັງ?

ໝາຍເຖິງສານປະຈໍາຢູ່ຫົວເມືອງຕ່າງໆ ເອີ້ນວ່າ “ຈ່າເມືອງ”, ຜູ້ພິພາກສາຕັດສິນຄະດີເອີ້ນວ່າ “ຂຸນພິນິດໃສ”. ສານ ໃນລະດັບທີ່ຕໍ່າກວ່າສານເມືອງລົງມາແມ່ນ ສານຝ່າຍ

ຮີດຄອງປະເພນີແມ່ນຫຍັງ?
ຮີດຄອງປະເພນີແມ່ນຫຍັງ?

ແມ່ນແບບຢ່າງ ຫຼື ວິທີການດໍາເນີນຊີວິດຂອງບັນດາເຜົ່າ ແລະ ບັນດາທ້ອງຖິ່ນຕ່າງໆ ເຊິ່ງເປັນສິ່ງກໍານົດພຶດຕິກໍາການຢູ່ຮ່ວມກັນຢ່າງສັນຕິສຸກໃນສັງຄົມ, ຮີດຄອງປະເພນີຂອງແຕ່ລະເຜົ່າ ແລະ

ສານປະຊາຊົນແມ່ນຫຍັງ?
ສານປະຊາຊົນແມ່ນຫຍັງ?

ແມ່ນອົງການຕຸລາການ, ມີພາລະບົດບາດດໍາເນີນການພິຈາລະນາຕັດສິນຄະດີແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ,

ສານປະຊາຊົນພາກແມ່ນຫຍັງ?
ສານປະຊາຊົນພາກແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການພິພາກສາຄະດີເປັນຂັ້ນອຸທອນ ຄະດີທີ່ສານປະຊາຊົນແຂວງ, ນະຄອນ, ໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທອນຊຶ່ງຖຶກຂໍລົບລ້າງໂດຍຄູ່ຄວນ ຫຼື ສະເໜີຄັດຄ້ານໂດຍໄອຍະການປະຊາຊົນ, ສານປະຊາຊົນພາກສ້າງຕັ້ງຂຶ້ນຢູ່ພາກເໜືອ,

ສານປະຊາຊົນແຂວງນະຄອນ
ສານປະຊາຊົນແຂວງນະຄອນ

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການຕັດສິນຄະດີເປັນຂັ້ນຕົ້ນ. ຄະດີທີ່ບໍ່ຂຶ້ນກັບສິດອໍານາດຂອງສານປະຊາຊົນເຂດ ແລະ ພິພາກສາເປັນຂັ້ນອຸທອນຄະດີທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນຕົ້ນແລ້ວ. ອ້າງອີງ: ຈາກ ປື້ມ

ສານປະຊາຊົນເຂດແມ່ນຫຍັງ?
ສານປະຊາຊົນເຂດແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ, ມີພາລະບົດບາດດໍາເນີນການພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນ ຄະດີທີ່ຢູ່ໃນຂອບເຂດສິດອໍານາດຂອງຕົນ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ສານທະຫານແມ່ນຫຍັງ?
ສານທະຫານແມ່ນຫຍັງ?

ແມ່ນສານໜຶ່ງໃນລະບົບສານປະຊາຊົນ ມີພາລະບົດບາດດໍາເນີນການຕັດສິນຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດຂຶ້ນໃນຂົງເຂດວຽກງານການທະຫານ ຫຼື ໃນຂອບເຂດຕັ້ງທັບຂອງທະຫານ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ອົງການທະບຽນສານແມ່ນຫຍັງ?
ອົງການທະບຽນສານແມ່ນຫຍັງ?

ແມ່ນການຈັດຕັ້ງຂອງລັດທີ່ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນໆຕາມຄວາມເປັນຈິງ ແລະ ຕາມກົດໝາຍ. ອ້າງອີງ: ຈາກ ປື້ມ

ວຽກງານທະບຽນສານແມ່ນຫຍັງ?
ວຽກງານທະບຽນສານແມ່ນຫຍັງ?

ແມ່ນມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ແລະ ຂໍ້ມູນຕ່າງໆ. ອ້າງອີງ: ຈາກ

ອົງກອນທະບຽນຄອບຄົວແມ່ນຫຍັງ?
ອົງກອນທະບຽນຄອບຄົວແມ່ນຫຍັງ?

ແມ່ນອົງການຂອງລັດ ເຊິ່ງປະກອບດ້ວຍຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທໍາ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງສະຖານທູດ ຫຼື ສະຖານກົງສຸນຂອງ

ສະພາທະນາຍຄວາມແມ່ນຫຍັງ?
ສະພາທະນາຍຄວາມແມ່ນຫຍັງ?

ແມ່ນການຈັດຕັ້ງສັງຄົມວິຊາຊີບຂອງທະນານຄວາມຢູ່ ສປປ ລາວ ທີ່ຕັ້ງຂຶ້ນເພື່ອສົ່ງເສີມວິຊາຊີບທະນາຍຄວາມ, ເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງກຽດຊື່ສຽງຂອງທະນາຍຄວາມ ແນໃສ່ຮັບປະກັນການບໍລິການທາງດ້ານກົດໝາຍແກ່ສັງຄົມຢ່າງຍຸຕິທໍາ,

ອົງການໄອຍາການປະຊາຊົນແມ່ນຫຍັງ?
ອົງການໄອຍາການປະຊາຊົນແມ່ນຫຍັງ?

ແມ່ນອົງການລັດທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາ ຂຶ້ນສານຕາມກົດໝາຍ. ອ້າງອີງ:

ອົງການສືບສວນ-ສອບສວນ ແມ່ນຫຍັງ?
ອົງການສືບສວນ-ສອບສວນ ແມ່ນຫຍັງ?

ແແມ່ນມີພາລະບົດບາດໃນການດໍາເນີນຄະດີອາຍາ ເພື່ອຊອກໃຫ້ເຫັນການກະທໍາຜິດ, ປະກອບຂໍ້ມູນຫຼັກຖານຢັ່ງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເພື່ອກໍານົດເຫດການຂອງຄະດີອາຍາ. ອ້າງອີງ:

ທະນາຍຄວາມແມ່ນຫຍັງ?
ທະນາຍຄວາມແມ່ນຫຍັງ?

ແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ເຄື່ອນໄຫວອາຊີບອິດສະຫຼະ ແລະ ໃຫ້ການບໍລິການ ທາງດ້ານກົດໝາຍ ແກ່ບຸກຄົນ, ນິຕິບຸກຄົນ ຫຼື

ນິຕິກໍາທີ່ມີຜົນບັງຄົບທົ່ວໄປແມ່ນຫຍັງ?
ນິຕິກໍາທີ່ມີຜົນບັງຄົບທົ່ວໄປແມ່ນຫຍັງ?

ແມ່ນນິຕິກໍາທີ່ວາງອອກ ເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດຕັ້ງ

ນິຕິກໍາທີ່ມີຜົນບັງຄັບສະເພາະແມ່ນຫຍັງ?
ນິຕິກໍາທີ່ມີຜົນບັງຄັບສະເພາະແມ່ນຫຍັງ?

ແມ່ນນິຕິກໍາທີ່ວາງອອກ ເພື່ອຮັບໃຊ້ວຽກງານຄຸ້ມຄອງບໍລິຫານໂດຍເຈາະຈົງໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ແນວລາວສ້າງຊາດ ແມ່ນຫຍັງ?
ແນວລາວສ້າງຊາດ ແມ່ນຫຍັງ?

ແມ່ນບັນດາກົດໝາຍ, ລັດຖະທໍາມະນູນ, ມະຕິ, ຄໍາສັ່ງ, ແນະນໍາ, ດໍາລັດ, ລັດຖະບັນຍັດ, ລັດດໍາລັດ,

ບັນທັດຖານແມ່ນຫຍັງ?
ບັນທັດຖານແມ່ນຫຍັງ?

ແບບແຜນສໍາລັບຍຶດຖື ເປັນແນວທາງປະຕິບັດ. ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ລະຫຸໂທດແມ່ນຫຍັງ?
ລະຫຸໂທດແມ່ນຫຍັງ?

ແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນ ຫຼື ໂທດປັບໄໝ (ສະຖານເບົາ). ອ້າງອີງ: ຈາກ ປື້ມ ຄວາມຮູ້ພື້ນຖານເສດຖະສາດການເມືອງ

ໂທສານຸໂທດແມ່ນຫຍັງ?
ໂທສານຸໂທດແມ່ນຫຍັງ?

ແມ່ນການະທໍາຜິດທີ່ກົດໝາຍໄດ້ກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ໂທດຕັດອິດສະລະພາບ ຫຼື ໂດຍຕັດອິດສະລະພາບແຕ່ສາມເດືອນຫາສິບປີ ແລະ ໂທດປັບໄໝ (ສະຖານປານກາງ).

ຄະຣຸໂທດແມ່ນຫຍັງ?
ຄະຣຸໂທດແມ່ນຫຍັງ?

ແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂດຍຕັດອິດສະລະພາບແຕ່ ຫ້າປີຂຶ້ນໄປຫາຕະຫຼອດຊີວິດ ພ້ອມທັງໂທດປັບໄໝ ແລະ ໂທດປະຫານຊີວິດ (ສະຖານໜັກ). ອ້າງອີງ: ຈາກ

ຄໍາປ່ຽວ ແມ່ນຫຍັງ?
ຄໍາປ່ຽວ ແມ່ນຫຍັງ?

ແມ່ນຄໍາເວົ້າໜຶ່ງທີ່ມີຄວາມໝາຍດຽວ ບາງກໍລະນີອາດຈະມີພະຍາງດຽວ ແຕ່ບາງກໍລະນີອາດມີຕັ້ງແຕ່ສອງພະຍາງຂຶ້ນໄປ ເຊິ່ງຄໍາປ່ຽວນີ້ລວມທັງຄໍາສັບທີ່ໄດ້ມາຈາກພາສາບາລີ-ສັນສະກິດ ແລະ ຄໍາທີ່ຢືມມາຈາກພາສາອື່ນອີກດ້ວຍ. ອ້າງອີງ: ຈາກ

ຄໍາປະສົມ ແມ່ນຫຍັງ?
ຄໍາປະສົມ ແມ່ນຫຍັງ?

ແມ່ນການເອົາຄໍາແຕ່ສອງຄໍາເຄົ້າຄໍາມາປະສົມກັນໃຫ້ເປັນຄໍາດຽວ.​ ແຕ່ຄໍາປະສົມອາດມີຫຼາຍລັກສະນະແຕກຕ່າງກັນ. ບາງເທື່ອອາດເອົາຄໍາເຄົ້າຄໍາໜຶ່ງມາເປັນກົກ ແລ້ວເອົາຄໍາປ່ຽວອື່ນມາຕື່ມໃສ່ເພີ່ມເຮັດໃຫ້ຄວາມໝາຍຂອງຄໍາເດີມແຈ້ງຂຶ້ນຕື່ມ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ສະໝາດ ແມ່ນຫຍັງ?
ສະໝາດ ແມ່ນຫຍັງ?

ແມ່ນຮູບການສ້າງສັບແບບປະສົບ ຫຼື ການປະສົມສັບ ກຸ່ມຄໍາສັບນີ້ເກີດມາຈາກ ການປະສົມສັບຂຶ້ນໄປ ເຂົ້າເປັນກຸ່ມດຽວ. ການປະສົມມີຢູ່ສອງແບບຄື: ແບບລຶບກາລົກ

ຕັດທິດ ແມ່ນຫຍັງ?
ຕັດທິດ ແມ່ນຫຍັງ?

ແມ່ນການສ້າງສັບແບບອາໄສປັດໄຈ ແທນໃຫ້ຄວາມໝາຍເຕັມຂອງສັບໜຶ່ງ ເຊິ່ງກົງກັບ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ການສົນທິ ແມ່ນຫຍັງ?
ການສົນທິ ແມ່ນຫຍັງ?

ແມ່ນວິທີການຕໍ່ ຫຼື ເຊື່ອມຕົວອັກສອນຂອງສອງຄໍາຂຶ້ນໄປເປັນຄໍາດຽວ ໂດຍມີການປ່ຽນແປງພະຍັນຊະນະ ຫຼື ສະຫຼະ. ອ້າງອີງ: ຈາກ

ຄໍາແຜງ ແມ່ນຫຍັງ?
ຄໍາແຜງ ແມ່ນຫຍັງ?

ແມ່ນຄໍາທີ່ປະກອບສ້າງຂຶ້ນ ດ້ວຍວິທີການແຜງຄໍາຈາກພະຍາງໜຶ່ງໃຫ້ມີສອງພະຍາງ ແລະ ມີຄວາມໝາຍແຜນພ້ຽນໄປ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍານາມ ແມ່ນຫຍັງ?
ຄໍານາມ ແມ່ນຫຍັງ?

ແມ່ນຄໍາທີ່ເປັນຊື່ເອີ້ນທົ່ວໄປຂອງຄົນ, ສັດ, ວັດຖຸສິ່ງຂອງ ແລະ ສະຖານທີ່ຕ່າງໆ…ທີ່ເປັນຮູບປະທໍາ ແລະ ນາມມະທໍາ. ອ້າງອີງ:

ຄໍາແທນນາມ (ຄໍາສັບພະນາມ)
ຄໍາແທນນາມ (ຄໍາສັບພະນາມ)

ແມ່ນຄໍາທີ່ໃຊ້ແທນນາມໄດ້ທຸກຢ່າງ. ສະນັ້ນ, ສັບພະນາມຈຶ່ງແປວ່າ ແທນຊື່. ຄໍາເວົ້າທຸກພາສາຕ້ອງມີສັບພະນາມສໍາລັບແທນຄໍານາມທີ່ໄດ້ເວົ້າມາແລ້ວເພື່ອບໍ່ໃຫ້ລື້ມຄວາມເກົ່າ. ອ້າງອີງ: ຈາກ ປື້ມ

ຄໍາກໍາມະ (ຄໍາກິລິຍາ) ແມ່ນຫຍັງ?
ຄໍາກໍາມະ (ຄໍາກິລິຍາ) ແມ່ນຫຍັງ?

ແມ່ນຄໍາທີ່ສະແດງເຖິງການເຄື່ອນໄຫວຂອງຄໍານາມ ແລະ ຄໍາສັບພະນາມຢູ່ໃນປະໂຫຍກໃດໜຶ່ງ ຫຼື ແມ່ນຄໍາທີ່ສະແດງເຖິງການເຄື່ອນໄຫວ, ການກະທໍາ ແລະ ລັກສະນະອາການ.

ຄໍາຄຸນນາມ (ຄໍາວິເສດ) ແມ່ນຫຍັງ?
ຄໍາຄຸນນາມ (ຄໍາວິເສດ) ແມ່ນຫຍັງ?

ແມ່ນຄໍາທີ່ສະແດງລັກສະນະຂອງຄໍານາມ, ຄໍາແທນນາມ, ຄໍາກໍາມະ ແລະ ຄໍາຄຸນນາມດ້ວຍກັນ. ອ້າງອີງ: ຈາກ ປື້ມ

ຄໍາເຊື່ອມ (ຄໍາບຸບພະບົດ) ແມ່ນຫຍັງ?
ຄໍາເຊື່ອມ (ຄໍາບຸບພະບົດ) ແມ່ນຫຍັງ?

ແມ່ນຄໍາສໍາລັບໃຊ້ເຊື່ອມລະຫວ່າງຄໍານາມກັບຄໍານາມ, ຄໍານາມກັບຄໍາສັບພະນາມ, ຄໍານາມກັບຄໍາກິລິຍາ, ໃຊ້ເພື່ອບອກໜ້າທີ່ຄວາມສໍາພັນຂອງຄໍານາມ, ຄໍາແທນນາມ (ຄໍາສັບພະນາມ) ແລະ ຄໍາກິລິຍາໃຫ້ແຈ້ງຕື່ມຕາມໜ້າທີ່ຂອງມັນ.

ຄໍາຕໍ່ (ຄໍາສັນທານ) ແມ່ນຫຍັງ?
ຄໍາຕໍ່ (ຄໍາສັນທານ) ແມ່ນຫຍັງ?

ແມ່ນຄໍາໃຊ້ຕໍ່ຄໍາກັບຄໍາ, ປະໂຫຍກກັບປະໂຫຍກ ຫຼື ຂໍ້ຄວາມກັບຂໍ້ຄວາມໃຫ້ເນື່ອງກັນ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາອຸທານ ແມ່ນຫຍັງ?
ຄໍາອຸທານ ແມ່ນຫຍັງ?

ແມ່ນຄໍາໃຊ້ເພື່ອສະແດງຄວາມຍິນດີ, ຄວາມຕື່ນຕົກໃຈ, ຄວາມຊົມເຊີຍ, ຄວາມງຶດງໍ້ອັດສະຈັນ, ຄວາມອິນດູສົງສານ…. ອ້າງອີງ: ຈາກ ປື້ມ

ປະໂຫຍກ ແມ່ນຫຍັງ?
ປະໂຫຍກ ແມ່ນຫຍັງ?

ແມ່ນຄໍາ ຫຼື ກຸ່ມຄໍາທີ່ຄົບຖ້ວນທາງດ້ານໂຄງສ້າງ ແລະ ເອກະລາດທາງດ້ານເນື້ອໃນ, ໂດຍທົ່ວໄປ ປະໂຫຍກແມ່ນກຸ່ມຄໍາຊະນິດໜຶ່ງ ທີ່ສ້າງຂຶ້ນບົນພື້ນຖານ

ຄໍາວິເສດ ແມ່ນຫຍັງ?
ຄໍາວິເສດ ແມ່ນຫຍັງ?

ແມ່ນຄໍາທີ່ສະແດງພາບລວມຂອງໂຄງຫຼັກທາງດ້ານເວລາ, ສະຖານທີ່, ຈຸດປະສົງ, ພາຫະນະ…ແຫ່ງຄວາມເປັນໄປຂອງປະໂຫຍກ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາແຮກ ແມ່ນຫຍັງ?
ຄໍາແຮກ ແມ່ນຫຍັງ?

ແມ່ນຄໍາທີ່ຍົກຂຶ້ນໜ້າໂຄງຫຼັກປະໂຫຍກ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຢໍ້າ ແມ່ນຫຍັງ?
ຄໍາຢໍ້າ ແມ່ນຫຍັງ?

ແມ່ນຄໍາທີ່ຢູ່ທ້າຍໂຄງຫຼັກປະໂຫຍກ ແມ່ນຄໍາທີ່ສັງລວມການຕີລາຄາສະພາບທີ່ດໍາເນີນຢູ່ໃນປະໂຫຍກ ຫຼື ບໍ່ກໍຢໍ້າຄືນຄໍາໃດໜຶ່ງໃນພາກສ່ວນຫຼັກຂອງປະໂຫຍກ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ຄໍາຂະຫຍາຍ ແມ່ນຫຍັງ?
ຄໍາຂະຫຍາຍ ແມ່ນຫຍັງ?

ແມ່ນຄໍາຈໍາພວກທີ່ໃຊ້ຂະຫຍາຍໃຫ້ຄໍາໃດໜຶ່ງ ທີ່ເປັນພາກສ່ວນຫຼັກຂອງປະໂຫຍກ. ອ້າງອີງ: ຈາກ ປື້ມ ພາສາລາວ-ວັນນະຄະດີ

ສິ່ງແວດລ້ອມ ແມ່ນຫຍັງ?
ສິ່ງແວດລ້ອມ ແມ່ນຫຍັງ?

ແມ່ນທຸກສິ່ງທຸກຢ່າງທີ່ມີຊີວິດ ແລະ ບໍ່ມີຊີວິດ ເຊິ່ງເກີດຂຶ້ນຕາມທໍາມະຊາດ ຫຼື ຍ້ອນມະນຸດສ້າງຂຶ້ນ ທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ:

ມົນລະພິດ ແມ່ນຫຍັງ?
ມົນລະພິດ ແມ່ນຫຍັງ?

ແມ່ນມົນລະພາວະຂອງສິ່ງແວດລ້ອມທີ່ມີການປ່ຽນແປງທາງດ້ານກາຍະພາບ, ຊີວະພາບ ແລະ ເຄມີຍ້ອນມີທາດຕ່າງໆ ເຈືອປົນຢູ່ໃນນໍ້າ, ດິນ, ອາກາດ ເກີນມາດຕະຖານ

ຈິດຕະວິທະຍາແມ່ນຫຍັງ?
ຈິດຕະວິທະຍາແມ່ນຫຍັງ?

ເປັນວິທະຍາສາດໜຶ່ງທີ່ສຶກສາເຖິງພຶດຕິກໍາ ແລະ ປະສົບການຂອງມະນຸດ, ສຶກສາສະເພາະພຶດຕິກໍາທີ່ກ່ຽວກັບປະສົບການເທົ່ານັ້ນ, ກ່າວຄືການສະແດງພຶດຕິກໍານັ້ນໆ ຈະຕ້ອງອາໄສປະສົບການເດີມຊ່ວຍ ແລະ ປະຕິກິລິຍາທີ່ຕອບສະໜອງກໍ່ຈະມີການປ່ຽນແປງຢູ່ສະເໝີ.

ວຸດທິພາວະແມ່ນຫຍັງ?
ວຸດທິພາວະແມ່ນຫຍັງ?

ເປັນຂະບວນການປ່ຽນແປງພຶດຕິກໍາຂອງຄົນ ເມື່ອເຖິງໄວນັ້ນໆ, ເປັນການປ່ຽນແປງທາງດ້ານໜ້າທີ່ ແລະ ຄວາມສາມາດໃນການເຮັດວຽກຂອງອະໄວຍະວະຕ່າງໆ ຈາກຄວາມພ້ອມຂອງຮ່າງກາຍຫຼາຍກວ່າການເຝິກແອບ ແລະ ຈະດໍາເນີນຕໍ່ໄປຕາມລະບຽບຫຼັກການ

ການຮຽນຮູ້ແມ່ນຫຍັງ?
ການຮຽນຮູ້ແມ່ນຫຍັງ?

ໝາຍເຖິງການປ່ຽນແປງພຶດຕິກໍາ ເຊິ່ງມີຜົນມາຈາກປະສົບການ ຫຼື ການເຝິກແອບ, ການຮຽນຮູ້ ຈຶ່ງເປັນຕົວຊ່ວຍເຕີມໃຫ້ບຸກຄົນສາມາດພັດທະນາທຸກດ້ານໄປໄດ້ຕາມປົກກະຕິ ແລະ ຊ່ວຍໃຫ້ຄວາມສາມາດຂອງຄົນໄດ້ມີການພັດທະນາໄປຕາມລໍາດັບ,

ຢີນ (Gene) ແມ່ນຫຍັງ?
ຢີນ (Gene) ແມ່ນຫຍັງ?

ໃນແຕ່ລະໂຄຣໂມໂຊມ ຈະມີການປະກອບໂຕກັນຂຶ້ນໂດຍສິ້ນສ່ວນນ້ອຍໆ ທີ່ເອີ້ນວ່າ: ຢີນ Gene ເປັນໜ່ວຍມວນສານເຄມີທີ່ຊັບຊ້ອນຂອງໂປຣຕີນ ດີເອັນເອ DNA:

ຂະບວນການຮັບຮູ້ແມ່ນຫັຍງ?
ຂະບວນການຮັບຮູ້ແມ່ນຫັຍງ?

ຄືຂະບວນການແປຄວາມໝາຍ ຂອງສິ່ງກະຕຸ້ນພາຍນອກທີ່ມາກະທົບໃສ່ປະສາດສໍາຜັດ ຕ່າງໆ, ການແປຄວາມໝາຍຂອງສິ່ງທີ່ຮັບຮູ້ນີ້ຈະຂຶ້ນຢູ່ກັບປະສົບການໃນອາດີດ, ການຮຽນຮູ້ສະພາບຈິດໃຈ ໃນປັດຈຸບັນຕະຫຼອດຈົນການຈັດຮູບແບບຂອງສິ່ງກະຕຸ້ນນັ້ນໆ. ອ້າງອີງ: ຈາກ

ການສໍາຜັດແມ່ນຫຍັງ?
ການສໍາຜັດແມ່ນຫຍັງ?

ການສໍາຜັດ ເປັນຂະບວນການທີ່ສິ່ງກະຕຸ້ນຈາກພາຍນອກມາກະທົບໃສ່ປະສາດສໍາຜັດຂອງອິນຊີເປັນຄັ້ງທໍາອິດເຊັ່ນ: ໃນເວລາທີ່ແສງມາກະທົບໃສ່ຕາ, ສຽງມາກະທົບໃສ່ຫູ ຫຼື ກິ່ນມາກະທົບໃສ່ດັງ, ນັກຈິດຕະວິທະຍາໄດ້ອະທິບາຍການຮັບສໍາຜັດວ່າ ການຮັບແສງສະຫວ່າງ,

ວຸດທິພາວະແມ່ນຫຍັງ?
ວຸດທິພາວະແມ່ນຫຍັງ?

ໝາຍເຖິງຮູບແບບຂອງພຶດຕິກໍາ ໃນແງ່ຊີວະວິທະຍາທີ່ມີຄວາມສໍາພັນກັບອາຍຸ ໂດຍການປ່ຽນແປງຮູບແບບຂອງພຶດຕິກໍານັ້ນ ຈະໄດ້ຮັບການຕັ້ງໂປຣແກຣມ ໂດຍຢີນ, ເຊິ່ງລວມເຖິງຄວາມສາມາດທາງກາຍ ແລະ ຄວາມສາມາດທາງການຮູ້ຄິດ,

ຈິນຕະນາການແມ່ນຫຍັງ?
ຈິນຕະນາການແມ່ນຫຍັງ?

ແມ່ນການຄົ້ນຄິດຊະນິດໜຶ່ງ ເຊິ່ງບຸກຄົນບໍ່ມີບັນຫາທີ່ຈະຕ້ອງຄໍານຶງ ຂອບເຂດຈຶ່ງກວ້າງ ເພາະບໍ່ມີບັນຫາເປັນຄວບຄຸມ, ຈິນຕະນາການເປັນການຄົ້ນຄິດຄໍານຶງ ຄືອາການທີ່ຈິດຄິດເຫັນສິ່ງໜຶ່ງຢູ່ນອກສໍາຜັດ. ອ້າງອີງ: ຈາກ

ການຈື່ຈໍາແມ່ນຫຍັງ?
ການຈື່ຈໍາແມ່ນຫຍັງ?

ໝາຍເຖິງ ຄວາມສາມາດໃນການສໍານຶກ ຫຼື ຈື່ຈໍາເຫດການທີ່ຜ່ານມາ ຕະຫຼອດຈົນຈິນຕະນາການ, ຄວາມຄິດ, ການຮຽນຮູ້, ຂໍ້ມູນ

ສະຕິປັນຍາແມ່ນຫຍັງ?
ສະຕິປັນຍາແມ່ນຫຍັງ?

ແມ່ນຄວາມສາມາດທາງດ້ານສະໜອງໃນການແກ້ໄຂບັນຫາ, ການວິເຄາະ, ການປະເມີນ, ການຄົ້ນຄິດແບບລວມຍອດ ແລະ ຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໆ. ອ້າງອີງ: ຈາກ

ຄຸນທາດແມ່ນຫຍັງ?
ຄຸນທາດແມ່ນຫຍັງ?

ແມ່ນຈຸດພິເສດສະເພາະບຸກຄົນ ເຊິ່ງຄວບຄຸມການເຄື່ອນໄຫວທາງຈິດໃຈ ແລະ ການປະພຶດຂອງຄົນ,​ ບັນດາຄຸນນະພາບທາງດ້ານຮ້າງກາຍ ແມ່ນຄຸນລັກສະນະສະເພາະປະຈໍາຕົວຂອງແຕ່ລະຄົນ ເຊິ່ງມີມາແຕ່ກໍາເນີດ, ໂດຍເປັນພື້ນຖານໃຫ້ແກ່ນິໄສ,

ພຶດຕິກໍາແມ່ນຫຍັງ?
ພຶດຕິກໍາແມ່ນຫຍັງ?

ໝາຍເຖິງກິລິຍາອາການຕ່າງໆທີ່ສະແດງອອກ ຫຼື ປະຕິກິລິຍາທີ່ເກີດຂຶ້ນກັບມະນຸດເມື່ອພົບກັບສິ່ງກະຕຸ້ນ, ພຶດຕິກໍາຕ່າງໆ. ອ້າງອີງ: ຈາກ ປື້ມ ຈິດຕະວິທະຍາ

ການວາງແຜນແມ່ນຫຍັງ?
ການວາງແຜນແມ່ນຫຍັງ?

ແມ່ນການປະຕິບັດຕາມບາດກ້າວ ຫຼື ຂັ້ນຕອນທີ່ກໍານົດໄວ້ຢ່າງເຄັ່ງຄັດເພື່ອເຮັດໃຫ້ເຮົາປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ສຶກສາຄົ້ນຄວ້າ. ອ້າງອີງ: ຈາກ ປື້ມ

ຄວາມໝາຍແມ່ນຫຍັງ?
ຄວາມໝາຍແມ່ນຫຍັງ?

ແມ່ນການໃຊ້ທັກສະດ້ວຍສຽງ, ສໍານຽງ ແລະ ຄວາມຊໍານານທາງພາສາເພື່ອຕິດຕໍ່ພົວພັນກັບຄົນໃນສັງຄົມ. ການເວົ້າຕ້ອງມີສອງຄົນຂຶ້ນໄປຈຶ່ງເປັນການເວົ້າທີ່ສົມບູນໄດ້. ໝາຍຄວາມວ່າຕ້ອງມີຜູ້ຮັບຟັງ ແລະ ຮັບຮູ້ໃນການເວົ້ານັ້ນໆ.

ທັດສະນະສຶກສາແມ່ນຫຍັງ?
ທັດສະນະສຶກສາແມ່ນຫຍັງ?

ເປັນຂະບວນການຮຽນ-ການສອບທີ່ຊ່ວຍໃຫ້ນັກສຶກສາໄດ້ຮຽນຮູ້ຕາມຈຸດປະສົງທີ່ຕັ້ງໄວ້ ນັກສຶກສາຈະໄດ້ຮັບຄວາມຮູ້ຈາກປະສົບການຕົວຈິງ, ການລົງມືປະຕິບັດຕົວຈິງເຊິ່ງຈະຊ່ວຍໃຫ້ເກີດຄວາມເຂົ້າໃຈ ແລະ ຈື່ຈໍາສິ່ງທີ່ໄດ້ພົບເຫັນ. ອ້າງອີງ: ຈາກ ປື້ມ

ອາລໍາພະບົດແມ່ນຫຍັງ?
ອາລໍາພະບົດແມ່ນຫຍັງ?

ແມ່ນການໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບເລື່ອງທີ່ຈະເວົ້າ. ອ້າງອີງ: ຈາກ ປື້ມ ທັກສະການຮຽນຂອງນັກສຶກສາ

ການສອບເສັງແມ່ນຫຍັງ?
ການສອບເສັງແມ່ນຫຍັງ?

ໝາຍເຖິງການກໍານົດວິທີການໃດໜຶ່ງໃນການວັດລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດຂອງນັກສຶກສາໃນວິຊາສະເພາະໃດໜຶ່ງ. ອ້າງອີງ: ຈາກ ປື້ມ ທັກສະການຮຽນຂອງນັກສຶກສາ

ການສື່ສານແມ່ນຫຍັງ?
ການສື່ສານແມ່ນຫຍັງ?

ເປັນສິ່ງສໍາຄັນໃນຂະບວນການປະຕິບັດວຽກງານໃຫ້ມີຜົນສໍາເລັດ ພາຍໃນອົງກອນ, ແມ່ນເຄື່ອງມື ຫຼື ອຸປະກອນທີ່ສໍາຄັນ ໃນການສື່ສານ ແລະ ເປັນປັດໄຈທີ່ເຮັດໃຫ້ການປະຕິບັດວຽກງານມີຜົນສໍາເລັດ,

ຂໍ້ມູນຂ່າວສານປະຖົມມະພູມ (primary source) ແມ່ນຫຍັງ?
ຂໍ້ມູນຂ່າວສານປະຖົມມະພູມ (primary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານ ທີ່ໄດ້ມາຈາກຕົ້ນແຫຼ່ງທີ່ຜະລິດເຜີຍແຜ່ໂດຍກົງ, ເປັນຂໍ້ມູນຂ່າວສານທາງວິຊາການ ທີ່ກ່ຽວກັບຄວາມຄິດລິເລີ່ມ ເຊິ່ງຜະລິດອອກມາໃນລັກສະນະການເຜີຍແຜ່ຜົນການສຶກສາ, ຄົ້ນຄວ້າ, ວິໄຈ, ການຄົ້ນພົບທິດສະດີໃໝ່ໆ,

ຂໍ້້ມູນຂ່າວສານທຸຕິຍະພູມ (secondary source) ແມ່ນຫຍັງ?
ຂໍ້້ມູນຂ່າວສານທຸຕິຍະພູມ (secondary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານທີ່ລວບລວມ ແລະ ຮຽບຮຽງຂຶ້ນມາໃໝ່ຈາກຂໍ້ມູນຂ່າວສານປະຖົມມະພູມ, ມີລັກສະນະຂອງການລວບລວມ ແລະ ຮຽບຮຽງ, ອາດເຮັດຂຶ້ນມາດ້ວຍວິທີໃດວິທີໜຶ່ງ ເຊັ່ນ:

ຂໍ້ມູນຂ່າວສານຕະຕິຍະພູມ (tertiary source) ແມ່ນຫຍັງ?
ຂໍ້ມູນຂ່າວສານຕະຕິຍະພູມ (tertiary source) ແມ່ນຫຍັງ?

ໝາຍເຖິງຂໍ້ມູນຂ່າວສານທີ່ຈັດຂຶ້ນໃນລັກສະນະການລວບລວມໄວ້ ເພື່ອໃຊ້ຄົ້ນຫາຂໍ້ມູນຂ່າວສານປະຖົມມະພູມ ແລະ ທຸຕິຍະພູມ. ອ້າງອີງ: ຈາກ ປື້ມ ທັກສະການຮຽນຂອງນັກສຶກສາ

ຫໍສະໝຸດ (library) ແມ່ນຫຍັງ?
ຫໍສະໝຸດ (library) ແມ່ນຫຍັງ?

ເປັນສະຖານທີ່ລວບລວມຄັງຄວາມຮູ້, ພູມປັນຍາທີ່ຖືກບັນທຶກຢູ່ໃນຮູບແບບວັດສະດຸຕີພິມ ແລະ ບໍ່ຕີພິມ ເຊິ່ງເປັນແຫຼ່ງຮຽນຮູ້ທີ່ສໍາຄັນຂອງສັງຄົມ, ຊ່ວຍສົ່ງເສີມການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊ່ວຍໃຫ້ເກີດນິໄສຮັກການອ່ານ ແລະ

ຄໍາຄົ້ນແມ່ນຫຍັງ?
ຄໍາຄົ້ນແມ່ນຫຍັງ?

ໝາຍເຖິງ ຄໍາທີ່ຜູ້ໃຊ້ກໍານົດຂື້ນແທນເນື້ອໃນ ຫຼື ສາລະທີ່ຕ້ອງການເພື່ອໃຊ້ໃນການຄົ້ນຫາຂໍ້ມູນຂ່າວສານ. ອ້າງອີງ: ຈາກ ປື້ມ ທັກສະການຮຽນຂອງນັກສຶກສາ

ສານ (mesage) ແມ່ນຫຍັງ?
ສານ (mesage) ແມ່ນຫຍັງ?

ສານຄືຂໍ້ມູນ, ຂໍ້ຄວາມ, ເນື້ອຫາ, ສາລະຕົວຈິງທີ່ຈະສົ່ງໄປຫາຜູ້ຮັບຕາມຄວາມຮູ້, ຄວາມຄິດ, ຄວາມຮູ້ສຶກ, ອາລົມ…. ອ້າງອີງ:

ຈິດຕະວິທະຍາແມ່ນຫຍັງ (psychology)?
ຈິດຕະວິທະຍາແມ່ນຫຍັງ (psychology)?

ແມ່ນການສຶກສາກ່ຽວກັບພຶດຕິກໍາ ແລະ ຂະບວນການແນວຄິດດ້ວຍວິທີການທາງວິທະຍາສາດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ເກີດຄວາມເຂົ້າໃຈກ່ຽວກັບປາກົດການພຶດຕິກໍາຂອງມະນຸດ, ສາມາດອະທິບາຍ, ຄາດເດົາ ແລະ

ບຸກຄະລິກກະພາບແມ່ນຫຍັງ?
ບຸກຄະລິກກະພາບແມ່ນຫຍັງ?

ຄືລັກສະນະພຶດຕິກໍາທີ່ສະແດງຄວາມເປັນສັນຍະລັກ ຫຼື ລັກສະນະສະເພາະຂອງແຕ່ລະບຸກຄົນເຊິ່ງບໍ່ຄືກັນ ເຊັ່ນ: ທ່າທີ, ການແຕ່ງກາຍ, ການເວົ້າ ແລະ

ການໂຕ້ວາທີແມ່ນຫຍັງ?
ການໂຕ້ວາທີແມ່ນຫຍັງ?

ແມ່ນການນໍາສະເໜີບົດ ແລະ ຄວາມຄິດເຫັນຕໍ່ກັບບັນຫາ ຫຼື ຫົວຂໍ້ໃດໜຶ່ງຂອງສອງກຸ່ມທີ່ມີເນື່ອຫາຄັດແຍ່ງກັນ ເຊິ່ງນັກສຶກສາຈະໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນຂະນະທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລ. ອ້າງອີງ: ຈາກ

ສົມມຸດຖານແມ່ນຫຍັງ?
ສົມມຸດຖານແມ່ນຫຍັງ?

ສົມມຸດຖານຄືຄໍາຕອບທີ່ຜູ້ເຮັດການຄົ້ນຄວ້າຄາດຄະເນໄວ້ລ່ວງໜ້າຢ່າງມີເຫດຜົນ ເຊິ່ງສະແດງເຖິງຄວາມສໍາພັນທີ່ຄາດວ່າຈະເປັນໄປໄດ້ລະຫວ່າງຕົວປ່ຽນ 2 ຕົວ ຫຼື ຫຼາຍກວ່າ ເພື່ອທີ່ຈະອະທິບາຍ, ຄາດເດົາເຫດການ

ຂໍ້ມູນ (data) ແມ່ນຫຍັງ?
ຂໍ້ມູນ (data) ແມ່ນຫຍັງ?

ຂໍ້ມູນ (data) ແມ່ນຄວາມເປັນຈິງທີ່ເກີດຂຶ້ນ ຂໍ້ມູນຈະສະແດງອອກເປັນຂໍ້ຄວາມ ຫຼື ໂຕເລກ. ຂໍ້ຄວາມ ຫຼື

ພຶດຕິກໍາແມ່ນຫຍັງ?
ພຶດຕິກໍາແມ່ນຫຍັງ?

ເປັນຂໍ້ມູນທີ່ມີການກະທໍາ ຫຼື ສະແດງອອກທ່ີ່ເຄີຍເກີດຂຶ້ນມາແລ້ວ ໃນອະດິດ ແລະ ຄາດວ່າຈະເກີດຂຶ້ນອີກໃນອະນາຄົດ ເຊິ່ງແບ່ງອອກເປັນສອງລັກສະນະຄື: ພຶດຕິກໍາທີ່ຜ່ານມາ

ຄໍາຖາມປາຍເປີດແມ່ນຫຍັງ?
ຄໍາຖາມປາຍເປີດແມ່ນຫຍັງ?

ຈະເປັນການຕັ້ງຄໍາຖາມດ້ວຍການເປີດໂອກາດໃຫ້ແກ່ຜູ້ຕອບໄດ້ຕອບຢ່າງເຕັມທີ່ ເພື່ອໃຫ້ໄດ້ມາເຊິ່ງຂໍ້ມູນຄວາມຄິດເຫັນຢ່າງກວ່າງໆ ນັກຄົ້ນຄວ້າສາມາດກໍານົດຄວາມຍາວຂອງຄໍາຕອບດ້ວຍຈໍານວນຂອງແຖວທີ່ເວັ້ນບ່ອນວ່າງໃຫ້ຕອບ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄໍາຖາມແບບປາຍປິດແມ່ນຫຍັງ?
ຄໍາຖາມແບບປາຍປິດແມ່ນຫຍັງ?

ຈະເປັນຄໍາຖາມທີ່ຖືກກໍານົດຄໍາຕອບເອົາໄວ້ໃຫ້ເລືອກຕອບແລ້ວລ່ວງໜ້າແລ້ວ ຫຼື ມີພຽງຄຳຕອບດຽວເທົ່ານັ້ນ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄວາມທ່ຽງຕົງ (Validity)  ແມ່ນຫຍັງ?
ຄວາມທ່ຽງຕົງ (Validity) ແມ່ນຫຍັງ?

ເປັນຄຸນສົມບັດຂອງເຄື່ອງມືທີ່ໃຊ້ວັດແທກຄຸນສົມບັດຕ່າງໆ ຂອງສິ່ງທີ່ຕ້ອງການສຶກສາໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄ່າສະເລ່ຍແມ່ນຫຍັງ (arithmetic mean)?
ຄ່າສະເລ່ຍແມ່ນຫຍັງ (arithmetic mean)?

ຄືຜົນລວມຂອງຂໍ້ມູນທີ່ຕ້ອງການທັງໝົດຫານໃຫ້ຈໍານວນຂໍ້ມູນທັງໝົດທີ່ຮວບຮວມໄດ້.. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຖານິຍົມ (mode)
ຖານິຍົມ (mode)

ແມ່ນຂໍ້ມູນທີ່ມີຄວາມຊໍ້າກັນຫຼາຍກວ່າໝູ່ ຫຼື ມີຄວາມຖີ່ຫຼາຍກວ່າໝູ່. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ພິໄສ (range) ແມ່ນຫຍັງ?
ພິໄສ (range) ແມ່ນຫຍັງ?

ເປັນການວັດແທກການກະຈາຍທີ່ງ່າຍທີ່ສຸດ ພິໄສໝາຍເຖິງຄວາມແຕກຕ່າງລະຫວ່າງຄ່າສູງສຸດກັບຄ່າຕໍ່າສຸດຂອງຂໍ້ມູນ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ຄ່າຄວາມຜັນປ່ຽນ (variane) ແມ່ນຫຍັງ?
ຄ່າຄວາມຜັນປ່ຽນ (variane) ແມ່ນຫຍັງ?

ເປັນການວັດແທກການກະຈາຍທີ່ສໍາຄັນທີ່ສຸດ, ຄວາມຜັນປ່ຽນຄືສ່ວນຜັນປ່ຽນມາດຕະຖານຍົກກໍາລັງສອງ ເຊິ່ງເປັນການວັດແທກການກະຈາຍໃນຮູບພື້ນທີ່, ຄິດໄລ່ຈາກສູດຂອງສ່ວນຜັນປ່ຽນມາດຕະຖານແລ້ວນໍາມາຍົກກໍາລັງສອງ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

ສາລະບານແມ່ນຫຍັງ?
ສາລະບານແມ່ນຫຍັງ?

ເປັນສ່ວນສະເໜີເຖິງຫົວຂໍ້ທັງໝົດ ທີ່ຢູ່ໃນບົດລາຍງານເຫຼັ້ມນັ້ນ. ອ້າງອີງ: ຈາກ ປື້ມ ທັກສະການຄົ້ນຄວ້າ

key word ແມ່ນຫຍັງ?
key word ແມ່ນຫຍັງ?

ແມ່ນຄໍາສັບຕົ້ນຕໍ ໃນບົດລາຍງານການຄົ້ນຄວ້າ ເຊິ່ງເຮັດໃຫ້ຜູ້ອ່ານສາມາດເຂົ້າໃຈເນື້ອໃນຂອງເລື່ອງ ແລະ ບົ່ງບອກເຖິງທິດທາງເນື້ອໃນຂອງບົດ. ອ້າງອີງ: ຈາກ ປື້ມ

ແຜນງົບປະມານ ແມ່ນຫຍັງ?
ແຜນງົບປະມານ ແມ່ນຫຍັງ?

ການກໍານົດງົບປະມານ ຫຼື ການຂຶ້ນງົບປະມານຄ່າໃຊ້ຈ່າຍ ເພື່ອການຄົ້ນຄວ້າຕ້ອງມີການຈັດສັນ ຫຼື ຄວນແບ່ງລາຍການໃຊ້ຈ່າຍໃຫ້ລະອຽດ, ແບ່ງເປັນສ່ວນໆ, ສ່ວນໃດຈະໃຊ້ຫຍັງແດ່,

ເອກະສານຄັດຕິດ (ເອກະສານຊ້ອນທ້າຍ) ແມ່ນຫຍັງ?
ເອກະສານຄັດຕິດ (ເອກະສານຊ້ອນທ້າຍ) ແມ່ນຫຍັງ?

ໝາຍເຖິງພາກເພີ່ມເຕີມຂອງບົດໂຄງຮ່າງ, ສ່ວນຫຼາຍສິ່ງທີ່ນິຍົມເອົາໄວ້ໃນຂໍ້ນີ້ແມ່ນແບບຟອມຕ່າງໆ ເຊັ່ນ: ແບບຟອມຂອງແຈກຍາຍສອບຖາມ, ແບບຟອມໃນການເກັບຂໍ້ມູນ, ແບບຟອມໃນການຮວບຮວມຂໍ້ມູນ. ອ້າງອີງ: ຈາກ

ການຝຶກງານແມ່ນຫຍັງ?
ການຝຶກງານແມ່ນຫຍັງ?

ແມ່ນການລົງໄປຮຽນຮູ້ບາງໜ້າວຽກ ຫຼື ລົງໄປປະຕິບັດຕົວຈິງເພື່ອເກັບກ່ຽວປະສົບການ ແລະ ຄວາມຮູ້ເບື້ອງຕົ້ນກ່ຽວກັບການເຮັດວຽກກ່ອນຈະເລີ້ມຕົ້ນເຮັດວຽກແທ້ ຫຼື ຈຸດປະສົງໜຶ່ງກໍ່ແມ່ນການລົງເກັບຂໍ້ມູນ ເພື່ອໃຊ້ໃນການຂຽນບົດຈົບຊັ້ນຕ່າງໆຢູ່ຕາມບໍລິສັດ.

ທິດສະດີ PDCA ແມ່ນຫຍັງ?
ທິດສະດີ PDCA ແມ່ນຫຍັງ?

ແມ່ນທິດສະດີໜຶ່ງທີ່ຖືກນໍາໃຊ້ຫຼາຍໃນຫຼາຍຂົງເຂດວຽກງານ. ສໍາລັບຫົວຂໍ້ນີ້ແມ່ນການນໍາໃຊ້ທິດສະດີດັ່ງກ່າວ ເພື່ອໃຫ້ເປົ້າໝາຍໃນການເຮັດວຽກບັນລຸຜົນ. ອ້າງອີງ: ຈາກ ປື້ມ ທັກສະພື້ນຖານໃນການເລີ່ມເຮັດວຽກ

ທີມ (Team) ແມ່ນຫຍັງ?
ທີມ (Team) ແມ່ນຫຍັງ?

ໝາຍເຖິງການມີຈຸດມຸ້ງໝາຍເປັນອັນໜຶ່ງອັນດຽວກັນ, ການຮ່ວມມືກັນ ແລະ ບາງເທື່ອທີມຍັງໝາຍເຖິງຄວາມເທົ່າທຽມກັນຂອງສະມາຊິກໃນທີມດ້ວຍ. ອ້າງອີງ: ຈາກ ປື້ມ ທັກສະພື້ນຖານໃນການເລີ່ມເຮັດວຽກ

ການສື່ສານແມ່ນຫຍັງ?
ການສື່ສານແມ່ນຫຍັງ?

ໝາຍເຖິງການພົວພັນແລກປ່ຽນຂ່າວສານ ເລີມຈາກພາຍໃນຄອບຄົວດຽວກັນ, ບ້ານດຽວກັນ ແລະ ເຊື້ອຊາດດຽວກັນ ແມ່ນມີຄວາມເຂົ້າໃຈ ແລະ ສະດວກໃນການສື່ສານເພາະວ່າ

ມະນຸດສໍາພັນແມ່ນຫຍັງ?
ມະນຸດສໍາພັນແມ່ນຫຍັງ?

ກໍ່ຄືວິທີເຮົາຈະເຂົ້າກັບຄົນອື່ນໆ ໃຫ້ໄດ້ດີນັ້ນເອງ ຫຼື ເວົ້າອີກຢ່າງໜຶ່ງມະນຸດສໍາພັນ ໝາຍເຖິງ ສິລະປະໃນການເຂົ້າກັບຄົນອື່ນ, ມະນຸດສໍາພັນທີ່ດີ ແມ່ນຄວາມສາມາດໃນການສ້າງຄວາມປະທັບໃຈ

ມາລະຍາດແມ່ນຫຍັງ?
ມາລະຍາດແມ່ນຫຍັງ?

ແມ່ນການປະພຶດ ຫຼື ການສະແດງອອກລະຫວ່າງ ຄົນ ກັບ ຄົນ ໃນຊີວິດສັງຄົມໝາຍເຖິງ ຄວາມເຄົາລົບຕໍ່ທຸກຄົນໃນການພົວພັນຂອງສັງຄົມ.

ພາວະຜູ້ນໍາແມ່ນຫຍັງ?
ພາວະຜູ້ນໍາແມ່ນຫຍັງ?

ໝາຍເຖິງ ການກະທໍາ ຫຼື ຄວາມສາມາດໃນການນໍາພາສະມາຊິກໃນກຸ່ມ ຫຼື ໃນອົງກອນ. ອ້າງອີງ: ຈາກ

ສະຖິຕິ ແມ່ນຫຍັງ?
ສະຖິຕິ ແມ່ນຫຍັງ?

ຄວາມໝາຍຂອງສະຖິຕິ, ປະໂຫຍກ ແລະ ການນໍາໃຊ້ສະຖິຕິຢູ່ໃນຂົງເຂດວຽກງານຕ່າງໆ ພ້ອມດຽວກັນນັ້ນ ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບປະຊາກອນ, ກຸ່ມຕົວຢ່າງ, ປະເພດຂອງຂໍ້ມູນ

ປະຊາກອນ ແມ່ນຫຍັງ?
ປະຊາກອນ ແມ່ນຫຍັງ?

ໝາຍເຖິງ ສິ່ງທີ່ສົນໃຈສຶກສາທັງໝົດ ອາດຈະເປັນຄົນ, ສັດ ຫຼື ວັດຖຸສິ່ງຂອງຕ່າງໆ. ຂະໝາດຂອງປະຊາກອນສັນຍາລັກດ້ວຍ N.

ມັດທະຍະຖານ (Median) ແມ່ນຫຍັງ?
ມັດທະຍະຖານ (Median) ແມ່ນຫຍັງ?

ມັກທະຍະຖານ ເປັນຄ່າທີ່ສະແດງຕໍາແໜ່ງທີ່ຢູ່ເຄິ່ງກາງຂອງຂໍ້ມູນ ທັງຂໍ້ມູນທາງດ້ານປະລິມານ ແລະ ຄຸນນະພາບ. ອ້າງອີງ: ຈາກ ປື້ມ

ຖານນິຍົມ (mode) ແມ່ນຫຍັງ?
ຖານນິຍົມ (mode) ແມ່ນຫຍັງ?

ສໍາລັບຂໍ້ມູນດິບ, ຖານນິຍົມ ແມ່ນຄ່າຂອງຂໍ້ມູນທີ່ມີຄວາມຖີ່ສູງກວ່າໝູ່, ເ​ຊິ່ງອາດມີຫຼາຍຄ່າ, ຄ່າດຽວ ຫຼື ບໍ່ມີຄ່າກໍ່ເປັນໄປໄດ້. ອ້າງອີງ:

ຄ່າຜັນປ່ຽນ (variance) ແມ່ນຫຍັງ?
ຄ່າຜັນປ່ຽນ (variance) ແມ່ນຫຍັງ?

ຄ່າຜັນປ່ຽນ ເປັນຄ່າທີ່ໃຊ້ວັດການແຈກຢາຍຂອງຂໍ້ມູນທີ່ໃຊ້ກັນຫຼາຍທີ່ສຸດ ໂດຍທີ່ຄ່າຜັນປ່ຽນຈະພິຈາລະນາຈາກ ຜັນລວມຂອງຄ່າແຕກຕ່າງລະຫວ່າງ ຄ່າຂອງຂໍ້ມູນແຕ່ລະຄ່າກັບຄ່າສະເລ່ຍເລກຄະນິດ, ຖ້າຄ່າແຕກຕ່າງນັ້ນຫຼາຍ ສະແດງວ່າຂໍ້ມູນມີການແຈກຢາຍຫຼາຍ. ອ້າງອີງ:

ຄ່າກະຕວງແມ່ນຫຍັງ?
ຄ່າກະຕວງແມ່ນຫຍັງ?

ຄ່າກະຕວງ ຂອງເຫດການໜຶ່ງ ຄືໂອກາດທີ່ເຫດການນັ້ນຈະເກີດຂຶ້ນ. ການຄໍານວນຫາຄ່າກະຕວງທີ່ແຕ່ລະເຫດການຈະເກີດຂຶ້ນ ຈະຕ້ອງມີຂໍ້ມູນກ່ຽວກັບເຫດການນັ້ນໆ. ອ້າງອີງ: ຈາກ ປື້ມ

ຕົວປ່ຽນບັງເອີນແມ່ນຫຍັງ?
ຕົວປ່ຽນບັງເອີນແມ່ນຫຍັງ?

ແມ່ນຕົວປ່ຽນທີ່ບໍ່ຮູ້ລ່ວງໜ້າແນ່ນອນ, ຄ່າຂອງຕົວປ່ຽນບັງເອີນເປັນຈໍານວນຈິງພຽງຄ່າໃດໜຶ່ງ ເຊິ່ງຈະຂຶ້ນກັບຜົນຂອງການທົດລອງບັງເອີນ. ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຄ່າພາຣາມີເຕີ້ແມ່ນຫຍັງ?
ຄ່າພາຣາມີເຕີ້ແມ່ນຫຍັງ?

ແມ່ນຕົວປ່ຽນທີ່ບໍ່ຮູ້ລ່ວງໜ້າແນ່ນອນ, ຄ່າຂອງຕົວປ່ຽນບັງເອີນເປັນຈໍານວນຈິງພຽງຄ່າໃດໜຶ່ງ ເຊິ່ງຈະຂຶ້ນກັບຜົນຂອງການທົດລອງບັງເອີນ. ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ຄ່າສະຖິຕິແມ່ນຫຍັງ?
ຄ່າສະຖິຕິແມ່ນຫຍັງ?

ໝາຍເຖິງຄ່າທີ່ຄໍານວນໄດ້ຈາກຕົວຢ່າງ ເປັນຄ່າທີ່ບອກເຖິງຄຸນລັກສະນະຂອງຕົວຢ່າງຄ່າສະຖິຕິເປັນຕົວປະເມີນຄ່າຂອງພາຣາມີເຕີ. ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ການປະເມີນຄ່າແມ່ນຫຍັງ?
ການປະເມີນຄ່າແມ່ນຫຍັງ?

ແມ່ນການໃຊ້ຄ່າສະຖິຕິປະເມີນຄ່າພາຣາມີເຕີ. ໂດຍປົກກະຕິ ຄ່າທີ່ແທ້ຈິງຂອງປະຊາກອນ (ພາຣາມີເຕີ) ຈະບໍ່ຮູ້ຄ່າ ເນື່ອງຈາກວ່າ ບໍ່ສາມາດເກັບກໍາຂໍ້ມູນຈາກທຸກໜ່ວຍຂອງປະຊາກອນໄດ້. ອ້າງອີງ:

ສົບມຸດຖານທາງສະຖິຕິແມ່ນຫຍັງ?
ສົບມຸດຖານທາງສະຖິຕິແມ່ນຫຍັງ?

ໄດ້ແກ່ການໃຊ້ຂໍ້ມູນຈາກກຸ່ມຕົວຢ່າງມາເປັນຕົວທົດສອບຄ່າພາຣາມີເຕີຂອງປະຊາກອນທີ່ຕ້ອງການຢາກຮູ້ ວ່າເປັນໄປຕາມ ທີ່ຄາດຄະເນເຮົາຈະເອີ້ນວ່າ: ສົມມຸດຖານ. ອ້າງອີງ: ຈາກ ປື້ມ ສະຖິຕິພື້ນຖານ

ມາຕຣິດແມ່ນຫຍັງ?
ມາຕຣິດແມ່ນຫຍັງ?

ໝາຍເຖິງ ກຸ່ມຂອງຈໍານວນໃດໜຶ່ງທີ່ນໍາມາລຽນນອນ ແລະ ແຖວຕັ້ງ ຢ່າງເປັນລະບຽບ, ເປັນຮູບສີ່ແຈສາກ ເຊິ່ງມີເຄື່ອງໝາຍ (

ຈຸດສູນຖວງຂອງວັດຖຸແມ່ນຫຍັງ?
ຈຸດສູນຖວງຂອງວັດຖຸແມ່ນຫຍັງ?

ເປັນຕໍາແໜ່ງໃນວັດຖຸທີ່ເຮັດໃຫ້ວັດຖຸຢູ່ໃນສະພາບດູນດ່ຽງ ເມື່ອນໍາເອົາວັດຖຸໄປວາງໄວ້ເທີ່ງປາຍແຫຼມ. ອ້າງອີງ: ຈາກ ປື້ມ ຄະນິດສາດກ່ຽວກັບວິສະວະກໍາສາດ

Share this Doc

ການເມືອງສືກສາ

Or copy link